ຄູ່ມືສໍາລັບຜູ້ເລີ່ມຕົ້ນ ໃນການເປັນເຈົ້າຂອງສັດລ້ຽງ ໃນອອສເຕຣເລັຍ

Portrait of beagle dog playing with Asian young woman on sofa in living room at cozy home. Pet and cute animal concept.

It is also mandatory for cat and dog keepers to register with their local authority. Source: iStockphoto / klingsup/Getty Images

ການນໍາເອົາສັດລ້ຽງ ເຂົ້າມາໃນບ້ານຂອງທ່ານ ສາມາດເຮັດໃຫ້ມັນ ເຕັມໄປດ້ວຍຄວາມສຸກ ແລະຄວາມເປັນເພື່ອນ-ແຕ່ມັນ ຍັງມີຫນ້າທີ່ຮັບຜິດຊອບທີ່ສໍາຄັນນໍາອີກ. ໃນອອສເຕຣເລັຍ ເຈົ້າຂອງສັດໃຫມ່ ຕ້ອງຮູ້ຂໍ້ກຳໜົດທາງກົດຫມາຍ ພ້ອມດ້ວຍຄໍາແນະນໍາ ທີ່ຈໍາເປັນ ສໍາລັບການຝຶກອົບຮົມ ແລະເບິ່ງແຍງສັດຂອງເຂົາເຈົ້າ.


ຈຸດສຳຄັນ:
  • ການໃສ່ Microchip ແລະການຈົດທະບຽນ ເປັນຂໍ້ກຳໜົດທາງກົດຫມາຍ ສໍາລັບເຈົ້າຂອງຫມາ ແລະແມວ. ໃຫ້ແນ່ໃຈວ່າ ທ່ານເຮັດທັງສອງຢ່າງ ເພາະມັນເປັນຂັ້ນຕອນ ທີ່ແຕກຕ່າງກັນ.
  • ແຜນການດູແລສຸຂະພາບຂອງສັດລ້ຽງ ແມ່ນຮວມເຖິງການກວດສຸຂະພາບເປັນປະຈໍາ, ການດູແລແຂ້ວ, ການສັກວັກຊີນ ແລະການປິ່ນປົວໂຣກຊໍາເຮື້ອ.
  • ການຮັບເອົາຄວາມຮັບຜິດຊອບ ຂອງການມີສັດລ້ຽງ ຄວນເປັນການຕັດສິນໃຈຢ່າງຮອບຄອບ ໂດຍສະມາຊິກໃນຄອບຄົວທຸກຄົນ ທີ່ມີສ່ວນຮ່ວມ ໃນການດູແລຂອງເຂົາເຈົ້າ.
ເປັນສ່ວນຫນຶ່ງຂອງຊີວິດທີ່ ຊາວອອສເຕຣເລັຍ ຫຼາຍຄົນມັກ, ເກືອບສອງໃນສາມຄອບຄົວ ມີສັດລ້ຽງຢູ່ໃນເຮືອນຂອງເຂົາເຈົ້າ.

ສາມປີກ່ອນ, Vindhya Nivunhellage ແລະ James ຄູ່ຂອງນາງ, ໄດ້ຕັດສິນໃຈ ຮັບເອົາຫມາ ເຂົ້າມາໃນຊີວິດຂອງເຂົາເຈົ້າ.

ໃນຖານະເປັນເຈົ້າຂອງຫມາ, ນາງອະທິບາຍເຖິງການພົບ "ຄວາມສຸກທີ່ແທ້ຈິງ" ໃນສິ່ງເລັກໆນ້ອຍໆ, ເຊັ່ນ "ການຕື່ນຂຶ້ນມາ ແລະເຫັນໃບຫນ້າທີ່ຍິ້ມແຍ້ມ" ຫລື "ຫາງທີ່ແກວ່ງ ເມື່ອທ່ານກັບຮອດບ້ານ."

3dce5df5-3635-4999-9973-6972aebf3d2b.JPG
Melburnians James and Vindhya say they decided to become dog parents when their life conditions allowed to offer their pet the time and space it needed. Photo: Supplied
"ແລະຖ້າຫາກ ມີບາງມື້ທີ່ທ່ານມີຄວາມຮູ້ສຶກບໍ່ດີ, ທ່ານຍັງມີໜ້າທີ່ ທີ່ຈະພາຫມາຂອງທ່ານໄປຍ່າງ, ແລະ... ສະນັ້ນ, ຖືກບັງຄັບ ໃຫ້ຄິດນອກ ເໜືອຈາກຕົວທ່ານເອງ."

ແຕ່ການມີສັດລ້ຽງ ກໍມີໜ້າທີ່ ທີ່ບໍ່ຄວນເບິ່ງຂ້າມ.

"ສັດລ້ຽງບໍ່ ຄວນເປັນຂອງຂວັນວັນ Christmas ຫຼືຂອງຂວັນວັນເກີດ.

"ມັນຄວນເປັນບາງສິ່ງ ທີ່ຄິດຮ່ວມກັນກັບທຸກຄົນ ໃນຄອບຄົວ ທີ່ມີສ່ວນຮ່ວມ, ແລະຜູ້ໃດຈະເຮັດຫຍັງ, ເພາະທ່ານກໍາລັງ ນໍາຄົນອື່ນເຂົ້າມາໃນບ້ານເຮືອນຂອງທ່ານ ທີ່ຕ້ອງການຄວາມເອົາໃຈໃສ່ຕລອດເວລາ."
Ms Nivunhellage ແບ່ງປັນຫນ້າທີ່ຮັບຜິດຊອບ ຂອງການດູແລ Algot ກັບຄູ່ຂອງນາງ.

" ເພາະພວກເຮົາບໍ່ມີລູກ, James ແລະຂ້ອຍ ປຽບທຽບການມີ Algot ຄືກັນກັບການມີລູກ ເພາະມັນຕ້ອງມີການວາງແຜນຫລາຍຢ່າງ.

"ຍົກຕົວຢ່າງ, ໃນສອງສາມປີທໍາອິດ ຂອງຊີວິດຂອງ Algot, ພວກເຮົາໄດ້ພາລາວໄປສວນສຳລັບຫມາ ເພື່ອແລ່ນໃນຕອນເຊົ້າ ແລະຕອນແລງ.

"ແລະພວກເຮົາ ໄດ້ເຮັດສິ່ງນັ້ນ ເພາະພວກເຮົາຮູ້ສຶກວ່າ ພວກເຮົາຄວນໃຫ້ໂອກາດລາວໄດ້ແລ່ນ ເພາະລາວບໍ່ມີເດີ່ນຫລັງບ້ານ."
Australia Explained: Pet Ownership
Especially if your residence doesn’t have outdoors spaces, make sure your dog doesn’t spend too much time alone or inactive during their day. Credit: Fly View Productions/Getty Images
ກົດຫມາຍສັດລ້ຽງ

ໃນອອສເຕຣເລັຍ ມີກົດຫມາຍທີ່ຄວບຄຸມການລ້ຽງຫມາ ແລະແມວ.

Tara Ward ເປັນທະນາຍຄວາມ ອາສາສມັກ ທີ່ສຳນັກງານປົກປ້ອງສັດ (the Animal Defenders Office), ຊຶ່ງເປັນສູນກົດຫມາຍຊຸມຊົນ ສໍາລັບບັນຫາສັດລ້ຽງ.

ນາງອະທິບາຍວ່າ ເຖິງແມ່ນວ່າກົດຫມາຍຂອງສັດລ້ຽງ ຈະແຕກຕ່າງກັນໃນແຕ່ລະຣັດ ແລະເທດສະບານ, ແຕ່ຂໍ້ກຳໜົດທາງກົດຫມາຍ ບາງຢ່າງສໍາລັບເຈົ້າຂອງແມວ ແລະຫມາ ກໍມີຜົນບັງຄັບໃຊ້ທົ່ວປະເທດ.

ຮວມເຖິງການໃສ່ microchip ໃນສັດລ້ຽງຂອງທ່ານ.
"ທ່ານສາມາດໃສ່ microchip ສັດລ້ຽງອື່ນໆໄດ້. ນັ້ນເປັນທາງເລືອກຕ່າງຫາກ... ແຕ່ສຳລັບແມວ ແລະຫມາ, ທ່ານຕ້ອງເຮັດ.

"ທ່ານຫມໍສັດ ຫຼືຜູ້ທີ່ເອົາໃສ່ ຈະບັນທຶກຂໍ້ມູນໃນຖານຂໍ້ມູນວ່າ ໃຜເປັນເຈົ້າຂອງສັດລ້ຽງນີ້ ແລະ ຈະຕິດຕໍ່ກັບໃຜ ຖ້າສັດລ້ຽງສູນຫາຍ." Ms Ward ອະທິບາຍ.

ມັນຍັງເປັນຂໍ້ບັງຄັບ ສໍາລັບຜູ້ລ້ຽງແມວ ແລະຫມາ ທີ່ຕ້ອງຈົດທະບຽນ ກັບເຈົ້າຫນ້າທີ່ ໃນທ້ອງຖິ່ນຂອງເຂົາເຈົ້າ.

Ms Ward ກ່າວວ່າ ຄວາມເຂົ້າໃຈຜິດທົ່ວໄປ ແມ່ນວ່າ microchipping ແລະການຈົດທະບຽນ ນັ້ນຄືກັນ, ແຕ່ມັນບໍ່ແມ່ນ.
Australia Explained: Pet Ownership
Microchipping involves “a tiny chip the size of a grain of rice inserted in the neck or shoulders area of the dog or cat”, explains Tara Ward from the Animal Defenders Office. Credit: FatCamera/Getty Images
"ນີ້ເປັນສອງຂັ້ນຕອນ ທີ່ແຕກຕ່າງກັນ. Microchipping ແມ່ນການລະບຸແມວ ຫລືຫມາຂອງທ່ານ. ການຈົດທະບຽນ ແມ່ນກ່ຽວກັບການເອົາລາຍລະອຽດຂອງຫມາ ຫລືແມວຂອງທ່ານ ໃສ່ໃນລາຍຊື່ ຂອງສັດລ້ຽງຂອງຣັຖບານ."

ເມື່ອກ່າວເຖິງ ການຕອນສັດລ້ຽງ, ກົດຫມາຍ ຈະແຕກຕ່າງກັນໃນແຕ່ລະເຂດ.

"ຍົກຕົວຢ່າງ, ເມື່ອທ່ານຈົດທະບຽນ ແມວຫລືຫມາ, ມັນຈະມີຄ່າໃຊ້ຈ່າຍຫຼາຍຂຶ້ນ ຖ້າຫາກສັດໂຕນັ້ນ ບໍ່ໄດ້ຖືກຕອນ, ຫລືເຂົາເຈົ້າ ຈະບັງຄັບໃຫ້ທ່ານ ຕ້ອງມີໃບອະນຸຍາດທຸກປີ ແລະຈ່າຍຄ່າໃບອະນຸຍາດນັ້ນ."

ໃຫ້ກວດເບິ່ງ ກົດຫມາຍທີ່ກ່ຽວຂ້ອງ ກັບເທດສະບານທ້ອງຖິ່ນ ຂອງທ່ານ ເພື່ອໃຫ້ແນ່ໃຈວ່າ ທ່ານປະຕິບັດ ຕາມຫນ້າທີ່ຮັບຜິດຊອບທາງກົດຫມາຍ ໃນຖານະເປັນເຈົ້າຂອງສັດລ້ຽງ.

"ກົດຫມາຍທີ່ແທ້ຈິງ ກ່ຽວກັບຫມາ ແລະແມວ ແມ່ນຖືກຈັດການ ໃນລະດັບເທດສະບານທ້ອງຖິ່ນ. ໃຫ້ພະຍາຍາມ ຈັດການກັບເລື້ອງນີ້ ເພາະທ່ານຢາກຫລີກເວັ້ນ ຈາກບັນຫາທາງກົດ ຫມາຍ ກ່ຽວກັບສັດລ້ຽງຂອງທ່ານ." Ms Ward ກ່າວ.
Australia Explained: Pet Ownership
Having your pet registered is the easiest way to establish you are their legal owner in situations where your animal is lost, or you don’t possess it and want to get it back. Credit: Kanawa_Studio/Getty Images
ການເປັນເຈົ້າຂອງສັດລ້ຽງໃນຣັດ ແລະເຂດຂອງທ່ານ

ການຈັດການກັບສັດລ້ຽງຂອງທ່ານ: ການຝຶກຝົນ ແລະການດູແລ.

ເມື່ອກ່າວເຖິງຫມາ, ມີການແນະນຳ ການຝຶກຝົນ ບໍ່ວ່າທ່ານຈະເລືອກທີ່ຈະເຮັດດ້ວຍຕົວເອງ ຫລືຈ້າງຜູ້ຝຶກສອນ.

ປໂຍດຂອງການຝຶກອົບຮົມ ໂດຍມືອາຊີບ ລວມເຖິງການຮຽນຮູ້ ທີ່ມີລະບຽບ, ໂຄງການປັບປຸງພຶດຕິກັມທີ່ມີເປົ້າຫມາຍ ແລະການສັງຄົມຜ່ານໂຮງຮຽນຝຶກສອນຫມາ.

Nadia Peiris ຜູ້ອໍານວຍການອາວຸໂສ ດ້ານການດູແລສັດລ້ຽງທີ່ RSPCA Victoria, ແບ່ງປັນຄໍາແນະນໍາສໍາຄັນບາງຢ່າງ ເມື່ອເລືອກເປັນຜູ້ຝຶກສອນຫມາຂອງທ່ານ:

"ພວກເຮົາແນະນໍາການສົ່ງເສີມ ແລະການຝຶກຝົນໃນທາງບວກ, ໂດຍໃຫ້ລາງວັນ ຫາກເປັນໄປໄດ້.

"ໃຫ້ແນ່ໃຈວ່າ ໃຫ້ເລີ່ມຕົ້ນໄວເທົ່າທີ່ຈະເປັນໄປໄດ້, ເພາະເມື່ອທ່ານສາມາດເຮັດໄດ້ຫລາຍເທົ່າໃດ ໃນໄລຍະທໍາອິດ ທີ່ສໍາຄັນຕອນເຂົາອາຍຸຍັງນ້ອຍ, ກໍຍິ່ງດີເທົ່ານັ້ນ. ແລະຕ້ອງສມ່ຳສເມີ."

ສິ່ງທີ່ທ່ານຄວນຮູ້ ກ່ຽວກັບສັດລ້ຽງຂອງທ່ານ:

ການກຳຈັດແມ່ທ້ອງ ແລະຫມັດແລະເຫັບ ເປັນສິ່ງຈໍາເປັນ ສໍາລັບສັດລ້ຽງທີ່ລ້ຽງໄວ້ໃນເຮືອນ ແລະນອກເຮືອນ.
  • ຮູດັງແຫ້ງ ບໍ່ໄດ້ເປັນເລື່ອງແປກແນວໃດ ສຳລັບຫມາ ຫລືບົ່ງບອກວ່າ ມັນບໍ່ສະບາຍ.
  • ແມວບໍ່ໄດ້ຕົກລົງດິນ ດ້ວຍຕີນຂອງມັນສເມີໄປ.
  • ແມວສົ່ງສາງຄາງ ຫລືຫມາແກວ່ງຫາງ ອາດເປັນເພາະອາລົມທີ່ແຕກຕ່າງກັນ, ບໍ່ຈໍາເປັນຕ້ອງຮູ້ສຶກວ່າ ມີຄວາມສຸກ.

ອາຫານ ແລະສຸຂະພາບຂອງສັດລ້ຽງ ເປັນຫນ້າທີ່ຮັບຜິດຊອບ ທີ່ທ່ານຕ້ອງຄໍານຶງເຖິງ ວ່າເປັນ ຫນ້າທີ່ດູແລ ແລະງົບປະມານປະຈໍາເດືອນ ຂອງທ່ານ.

"ເມື່ອກ່າວເຖິງອາຫານ, ສິ່ງທີ່ສໍາຄັນທີ່ສຸດແມ່ນວ່າ ມັນເຫມາະສົມສໍາລັບສັດ ແລະສໍາລັບໄລຍະອາຍຸຂອງສັດ," ທ່ານ ຫມໍ Kate Golaszewski,ຜູ້ອໍານວຍການແພດ ຂອງໂຮງຫມໍສັດ Lort Smith ກ່າວ.

ແລະຈື່ໄວ້ວ່າຫມາ ແລະແມວ ມັກຈະລຶ້ງເຄີຍກັບອາຫານທີ່ ທ່ານເກືອມັນ.

"ບາງເທື່ອຜູ້ຄົນຈະເວົ້າວ່າ 'ໂອ້, ມີອາຫານສັດອີກຢ່າງຫນຶ່ງ ທີ່ກຳລັງຫຼຸດລາຄາ, ຂ້ອຍຈະລອງເອົາໃຫ້ສັດລ້ຽງກິນໃນອາທິດນີ້'. ແຕ່ໂດຍທົ່ວໄປແລ້ວ ມັນຈະບໍດີປານໃດຕໍ່ສັດລ້ຽງ ໃນການປ່ຽນອາຫານຂອງເຂົາເຈົ້າ ແລະຕ້ອງໃຊ້ເວລາ ຫນ້ອຍຫນຶ່ງ ສໍາລັບທ້ອງຂອງເຂົາເຈົ້າ ທີ່ຈະຕອບຮັບ," Dr Golaszewski ອະທິບາຍ.

Australia Explained: Pet Ownership
Don’t underestimate dental care when it comes to your pet’s health, RSPCA’s Nadia Peiris says. Credit: Capuski/Getty Images
"ຖ້າຫາກທ່ານ ກໍາລັງປ່ຽນໄປຫາອາຫານສັດຊະນິດອື່ນ, ພວກເຮົາຂໍແນະນໍາ ໃຫ້ທ່ານເຮັດປະມານຫນຶ່ງອາທິດ ຫລືຫຼາຍກວ່ານັ້ນ."

ບໍ່ຄວນໃຫ້ອາຫານມະນຸດ ແກ່ສັດລ້ຽງ ແລະໃນບາງກໍຣະນີ ອາດກໍ່ໃຫ້ເກີດບັນຫາສຸຂະພາບໄດ້.

"ຍົກຕົວຢ່າງ, chocolate, ເຮົາອາດເຫັນການປ່ຽນພຶດຕິກັມຫລາຍເກີນໄປ ໃນຕອນຕົ້ນ ແຕ່ຈາກນັ້ນ ອາດກາຍ ເປັນອາການຊັກໄດ້. ແລະໃນກໍຣະນີທີ່ຮ້າຍແຮງທີ່ສຸດ, ທ່ານສາມາດ ເຮັດໃຫ້ຫມາຢູ່ໃນອາການໂຄມາໄດ້"

ນອກເຫນືອໄປຈາກ ການກວດສຸຂະພາບເປັນປະຈໍາແລ້ວ, ສັດທີ່ມີໂຣກຊໍາເຮື້ອ, ເຊັ່ນໂຣກຫົວໃຈ ຫລືບັນຫາຜິວຫນັງ, ຈະຕ້ອງໄປຫາຫມໍສັດເລື້ອຍໆ.

ໃນທີ່ສຸດ, ເຊັ່ນດຽວກັບມະນຸດ, Dr Golaszewski ກ່າວວ່າ ການປ່ຽນແປງໃດໆກໍຕາມ ທີ່ກ່ຽວສຸຂະພາບຂອງສັດລ້ຽງຂອງທ່ານ ຄວນໄປຫານາຍຫມໍສັດ. ຖ້າຫາກທ່ານສັງເກດເຫັນ ສິ່ງທີ່ຜິດປົກກະຕິ-ເຊັ່ນຄວາມອ່ອນເພັຍ ຫລືຄວາມຜິດປົກກະຕິອື່ນໆ-ມັນເປັນສິ່ງດີທີ່ສຸດ ທີ່ຈະໄປກວດເບິ່ງ.

ຖ້າບໍ່ແນ່ໃຈ ກ່ຽວກັບກົດຫມາຍໃນທ້ອງຖິ່ນ ທີ່ມີຜົນກະທົບຕໍ່ສັດລ້ຽງຂອງທ່ານ ຫຼືຮັບມືກັບບັນຫາທາງກົດຫມາຍ ໃນຖານະເປັນເຈົ້າຂອງສັດລ້ຽງ, ທ່ານສາມາດຕິດຕໍ່ຫ້ອງການປົກປ້ອງສັດ (Animal Defenders Office) ເພື່ອຂໍຄໍາແນະນໍາ.

ຖ້າຫາກທ່ານພົບວ່າ ທ່ານຕ້ອງການຄວາມຊ່ອຍເຫລືອ ເພື່ອໃຫ້ການປິ່ນປົວ ແລະການດູແລສັດລ້ຽງຂອງທ່ານ ຫລືຄິດທີ່ຈະມອບສັດລ້ຽງຂອງທ່ານ, ໃຫ້ກວດເບິ່ງເວັບໄຊ້ RSPCA ໃນຣັດ/ເຂດຂອງທ່ານ ສໍາລັບຂໍ້ມູນ ແລະໂຄງການຊ່ອຍເຫລືອທີ່ມີຢູ່.

ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au

ເນື້ອເລື່ອງໂດຍ Zoe Thomaidou  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service