ການດູແລເລື້ອງອາບນ້ຳຂອງຜູ້ສູງອາຍຸ.

Nurse pushing patient in wheelchair

ຮູບຂອງ ຜູ້ອາສັຍ ໃນສະຖານທີ່ດູແລຜູ້ສູງອາຍຸ. Source: AFP

ຕອນນີ້ຣັດຖະບານ ໄດ້ຍົກເລີກນະໂຍບາຍເລື່ອງເງິນຊ່ອຍເຫຼືອ ສໍາລັບການອາບນ້ຳ ຫລັງຈາກມີການຮ້ອງຮຽນຈາກຜູ້ອາສັຍ (ໃນສະຖານທີ່ດູແລຜູ້ສູງອາຍຸ), ຄອບຄົວ ແລະຜູ້ສນັບສນູນ. ຣັດຖະບານກໍຈະເອົາເງຶນຊ່ອຍເຫຼືອດ້ານນີ້ກັບມາຄືນ ແຕ່ ຈະຕັດການຊ່ວຍເຫຼືອສໍາລັບປະກັນສຸຂະພາບສ່ວນຕົວ ສໍາລັບຜູ້ສູງອາຍຸອອສເຕຣເລັຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການດູແລເລື້ອງອາບນ້ຳຂອງຜູ້ສູງອາຍຸ.

ຄວາມສົນໃຈສ່ວນໃຫຍ່ໃນອາທິດນີ້ ແມ່ນກ່ຽວກັບໂຄງການປະກັນຄວາມພິການແຫ່ງຊາດ (the National Disability Insurance Scheme), ໂດຍທີ່ຣັດຖະບານ ໄດ້ປະກາດເຖິງການຕັດຈໍານວນເງິນ ຊຶ່ງຄາດວ່າຈະເຫັນຫລາຍໝື່ນຄົນ ຖືກຖອນອອກຈາກໂຄງການ.

ແຕ່ກໍມີຄວາມຄືບໜ້າ ໃນການດູແລຜູ້ສູງອາຍຸເຊັ່ນກັນ.

ຕາມທີ່ Deborah Groarke ລາຍງານ, ຕອນນີ້ຣັດຖະບານ ໄດ້ຍົກເລີກນະໂຍບາຍເລື່ອງເງິນຊ່ອຍເຫຼືອ ສໍາລັບການອາບນ້ຳ ຫລັງຈາກມີການຮ້ອງຮຽນຈາກຜູ້ອາສັຍ (ໃນສະຖານທີ່ດູແລຜູ້ສູງອາຍຸ), ຄອບຄົວ ແລະຜູ້ສນັບສນູນ.

"ລະບົບທີ່ຖືກສເນີໃນວັນທີ 1 ເດືອນພະຈິກ ເປັນການປະຕິຮູບ ການດູແລຜູ້ສູງອາຍຸຄັ້ງໃຫຍ່ທີ່ສຸດ. ມັນເປັນແພັກເກດການປະຕິຮູບ ທີ່ສໍາຄັນຫຼາຍ."

ນັ້ນແມ່ນ ຣັດຖະມົນຕີກະຊວງສາທາຣະນະສຸກ, Mark Butler, ກ່າວໃນເດືອນກັນຍາປີ 2025 ກ່ຽວກັບລະບົບໃຫມ່ ຂອງຣັດຖະບານ ທີ່ຫມາຍຄວາມວ່າ ຜູ້ສູງອາຍຸຊາວອອສເຕຣເລັຍ ຈະຕ້ອງຊ່ອຍອອກເງິນ ໃຫ້ກັບການບໍຣິການດູແລຜູ້ສູງອາຍຸ ທີ່ເຂົາເຈົ້າຕ້ອງການ.

Samantha Edmonds ຜູ້ອໍານວຍການນະໂຍບາຍຂອງ Older Persons Advocacy Network (OPAN) ກ່າວວ່າ ຂັ້ນຕອນທໍາອິດ ຂອງຂະບວນການນັ້ນ ຄືການປະເມີນຄວາມຕ້ອງການຂອງບາງຄົນເສັຍກ່ອນ.

"ຫລັງຈາກການປະເມີນແລ້ວ ເຂົາເຈົ້າຈະໄດ້ຮັບລາຍຊື່ ຂອງການບໍຣິການ ທີ່ເຂົາເຈົ້າສາມາດຊື້ໄດ້ ຈາກແພັກເກດນັ້ນ."

ສໍາລັບຜູ້ທີ່ໄດ້ຮັບສິດໃນການດູແລສ່ວນຕົວ (Personal Care Services), ການປະຕິຮູບນັ້ນ ຫມາຍຄວາມວ່າ ຜູ້ໃດຈະຈ່າຍຄ່າຫຍັງແດ່ ໄດ້ຖືກກຳໜົດໄວ້ຢ່າງຊັດເຈນ-ແລະບໍ່ແມ່ນຣັດຖະບານ ເປັນຜູ້ຈ່າຍທັງຫມົດ.

Nelson Ma ຈາກທີມ Ageing Research Collaborative ຂອງ the University of Technology.

"ຣັດຖະບານ ຍັງຈະສືບຕໍ່ຈ່າຍຄ່າການດູແລທາງຄະລີນິກ (ການພະຍາບານ). ແຕ່ອົງປະກອບອື່ນໆ-ໃນທີ່ນີ້ ເຮົາກໍາລັງເວົ້າເຖິງ ອົງປະກອບຂອງການດູແລ ທີ່ບໍ່ແມ່ນທາງກົງ... ສະນັ້ນ ຄ່າຊັກເຄື່ອງ, ຄ່າອາຫານ, ຄ່າທໍາຄວາມສະອາດ, ພ້ອມທັງສ່ວນຫນຶ່ງ ຂອງຄ່າທີ່ພັກອາສັຍ, ຂຶ້ນຢູ່ກັບຊັບສິນຂອງຜູ້ອາສັຍ-ສິ່ງເຫລົ່ານີ້ ຈະເລີ່ມຕົ້ນຈ່າຍໃນລະດັບສູງກວ່າ ໂດຍຜູ້ຮັບການດູແລ."

ແຕ່ການຕັດສິນໃຈ ເລື່ອງເງິນຊ່ອຍເຫຼືອນັ້ນ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງທັນທີ ຈາກຜູ້ສນັບສນູນ.

Tom Symondson ຫົວຫນ້າຜູ້ອໍານວຍການຂອງ Ageing Australia ແມ່ນໜຶ່ງໃນບັນດາ ຜູ້ທີ່ໂຕ້ຖຽງວ່າ ມັນຈະຮ້າຍແຮງກວ່າເກົ່າ ສຳລັບຜູ້ສູງອາຍຸອອສເຕຣເລັຍ ທີ່ອ່ອນແອທີ່ສຸດ ຜູ້ທີ່ໄດ້ຮັບຄວາມກົດດັນ ດ້ານຄ່າຄອງຊີບ.

"ພວກເຮົາ ບໍ່ຢາກເຫັນຜູ້ສູງອາຍຸ ຕ້ອງເສັຍສລະການອາບນ້ຳ-ສຸຂະອະນາມັຍຂັ້ນພື້ນຖານ ແລະສັກສີ-ເພາະເຂົາເຈົ້າ ບໍ່ສາມາດຈ່າຍໄດ້. ແລະພວກເຮົາ ໄດ້ເຫັນຜູ້ສູງອາຍຸຫລາຍເກີນໄປ ທີ່ເຮັດສິ່ງນັ້ນ: ເສັຍ ສລະການອາບນ້ຳ, ມີການອາບນ້ຳຫນ້ອຍລົງຕໍ່ອາທິດ."

ຕອນນີ້ ຣັດຖະບານໄດ້ປີ້ນການຕັດສິນໃຈຂອງຕົນ.

ຣັດຖະມົນຕີ ກະຊວງສາທາຣະນະສຸກ, Mark Butler, ໄດ້ຢືນຢັນ ໃນຄໍາປາສັຍທີ່ສໍາຄັນ ຕໍ່ສະມາຄົມນັກຂ່າວແຫ່ງຊາດ (the National  Press Club) ວ່າບັດນີ້ ຣັດຖະບານ ຈະອອກຄ່າໃຊ້ຈ່າຍ ສໍາລັບການອາບນ້ຳ-ໂດຍການຍົກເລີກ ການຊ່ວຍເຫຼືອສໍາລັບປະກັນສຸຂະພາບສ່ວນຕົວ ສໍາລັບຜູ້ສູງອາຍຸອອສເຕຣເລັຍ.

"ຂ້າພະເຈົ້າເຂົ້າໃຈວ່າ ນີ້ຈະບໍ່ແມ່ນການຕັດສິນໃຈ ທີ່ໜ້າຍິນດີ ສໍາລັບຫລາຍຄົນ. ແຕ່ມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ ເພື່ອສ້າງຄວາມເທົ່າທຽມ ໃນລະບົບການຈ່າຍເງິນຄືນ (Rebate System) ແລະເພື່ອປ່ອຍເງິນທຶນທີ່ຈຳເປັນ ໃນການດູແລ ແລະສັກສີ ແກ່ຜູ້ສູງອາຍຸຊາວອອສເຕຣເລັຍຫຼາຍຂຶ້ນ."

Tom Symondson ກ່າວວ່າ ມັນເປັນການກະທຳທີ່ຖືກຕ້ອງ.

"ຫນ້າເສັຍໃຈ ທີ່ມັນບໍ່ເກີດຂຶ້ນຈົນກວ່າຈະເຖິງເດືອນຕຸລາ-ແຕ່ມັນຍັງເປັນສິ່ງທີ່ດີແທ້ໆ ທີ່ຈະເປັນປໂຍດ ແກ່ຜູ້ສູງອາຍຸຊາວອອສເຕຣເລັຍ ຫລາຍແສນຄົນໃນເວລານີ້, ແລະຫລາຍລ້ານຄົນ ໃນຫລາຍປີຂ້າງຫນ້າ."

ແຕ່ບັນຫາສໍາຄັນອື່ນໆ ກໍຍັງມີຢູ່.

ລາຍຊື່ການລໍຖ້າ (The waiting lists) ສໍາລັບການປະເມີນການດູແລຜູ້ສູງອາຍຸ ຍັງຍາວຢູ່ຫຼາຍ.

ລາຍງານຂອງ Productivity Commission** ກ່ຽວກັບການບໍຣິການ ຂອງຣັດຖະບານລະບຸວ່າ ເມື່ອການປະເມີນຮຽບຮ້ອຍແລ້ວ, ຜູ້ສູງອາຍຸອອສເຕຣເລັຍ ຕ້ອງລໍຖ້າເກົ້າເດືອນ ເພື່ອຈະໄດ້ຮັບການຊ່ອຍເຫລືອໃນບ້ານ, ຊຶ່ງຮວມເຖິງການອາບນ້ຳ, ການຕຽມອາຫານ ແລະການທໍາຄວາມສະອາດ.

ແລະຕາມ Samantha Edmonds ກ່າວ, ນັ້ນຫມາຍຄວາມວ່າ ສະພາບຂອງຄົນນັ້ນອາດຮ້າຍແຮງຂຶ້ນ ແລະເຂົາເຈົ້າ ຕ້ອງອອກຈາກການດູແລຜູ້ສູງອາຍຸຢູ່ບ້ານ.

ນາງເວົ້າວ່າກົນໄກ (Algorithm) ທີ່ໃຊ້ໃນຂັ້ນຕອນການປະເມີນ ບໍ່ໄດ້ເຮັດໃຫ້ມັນຖືກຕ້ອງສເມີໄປ.

"ຈາກຂໍ້ມູນທີ່ພວກເຮົາໄດ້ຮັບ ແລະສິ່ງທີ່ພວກເຮົາເຫັນ ຈາກກໍຣະນີຂອງພວກເຮົາແມ່ນວ່າ ເມື່ອຜູ້ຄົນສແວງຫາການປະເມີນໃຫມ່ ແລ້ວເຂົາເຈົ້າ ຈະຖືກປະເມີນວ່າ ຕ້ອງການຫນ້ອຍລົງ, ເຖິງແມ່ນວ່າ ເຂົາເຈົ້າຕ້ອງການບໍຣິການຫລາຍກວ່າເກົ່າ. ແລະລໍາດັບຄວາມສໍາຄັນບາງຢ່າງ ກໍເບິ່ງຄືວ່າ ບໍ່ຖືກຕ້ອງຄືກັນ, ເຊັ່ນຜູ້ທີ່ຄວນມີຄວາມສໍາຄັນສູງ ກໍໄດ້ຮັບຄວາມສໍາຄັນໃນລະດັບກາງ."

ຍັງມີບັນຫາທີ່ເອີ້ນວ່າການກີດກັນຕຽງນອນ (Bed block), ຊຶ່ງລາຍຊື່ທີ່ລໍຖ້າຕຽງເປັນເວລາດົນນານ ແລະເຮັດໃຫ້ຜູ້ຄົນຕິດໃນຢູ່ໂຮງຫມໍ ແລະໃຊ້ເວລາຫຼາຍຂຶ້ນ.

Patrick Reid, ຫົວຫນ້າຜູ້ດໍາເນີນງານຂອງ Uniting Care NSW-ACT, ເຄີຍກ່າວວ່າ ມັນເປັນປາກົດການທີ່ເກີດຂຶ້ນເລື້ອຍເກີນໄປ.

"ພວກເຮົາຮູ້ວ່າ ມີໂຮງຫມໍຫລາຍແຫ່ງທົ່ວປະເທດ ທີ່ກໍາລັງປະສົບກັບການປ່ອຍຄົນເຈັບ ໃຫ້ອອກຈາກໂຮງຫມໍຊ້າ, ບ່ອນທີ່ຜູ້ຄົນ ຈຳເປັນຕ້ອງຢູ່ໂຮງຫມໍເປັນເວລານານ ແລະບໍ່ສາມາດເຂົ້າເຖິງສະຖານທີ່ດູແລຜູ້ສູງອາຍຸ ຫລືກັບບ້ານໄດ້."

ສາເຫດສ່ວນຫນຶ່ງຂອງຄວາມຫຼ້າຊ້າເຫລົ່ານີ້ ແມ່ນຄວາມຕ້ອງການຢ່າງຫລວງຫລາຍ.

ມີຜູ້ຄົນຫລາຍກວ່າ 234,000 ຄົນ ທີ່ລໍຖ້າການດູແລຜູ້ສູງອາຍຸຢູ່ບ້ານ-ຊຶ່ງຮວມເຖິງ ຜູ້ສູງອາຍຸອອສເຕຣເລັຍ ປະມານ 103,000 ຄົນ ທີ່ລໍຖ້າການປະເມີນ.

ຣັດຖະບານກ່າວວ່າ ມັນໄດ້ເຮັດທຸກຢ່າງທີ່ສາມາດເຮັດໄດ້ ເພື່ອຈັດການກັບຄວາມຕ້ອງການ, ແລະໃຫ້ເງິນທຶນແກ່ບໍຣິການ ທີ່ຜູ້ສູງອາຍຸອອສເຕຣເລັຍຕ້ອງການ.

Mark Butler ກ່າວວ່າ ຮູບແບບໃຫມ່ຂອງງົບປະມານ ສໍາລັບການດູແລຜູ້ສູງອາຍຸຢູ່ບ້ານ ກໍາລັງພິສູດວ່າດີກວ່າວິທີເກົ່າ.

"ພວກເຮົາ ຍັງໄດ້ຕິດຕາມເບິ່ງຢ່າງໃກ້ຊິດ ກ່ຽວກັບການເປີດໂຄງການສນັບສນູນຢູ່ທີ່ບ້ານ (Support at Home program) ໃຫມ່ທີ່ເລີ່ມຕົ້ນປີກາຍນີ້. ໂຄງການນີ້ ກໍາລັງເຮັດໃຫ້ລະບົບດີຂຶ້ນ ຢ່າງບໍ່ສາມາດປະຕິເສດໄດ້. ມັນກໍາລັງເຮັດໃຫ້ມີແພັກເກດຫລາຍຂຶ້ນ, ແພັກເກດທີ່ມີຄຸນນະພາບດີກວ່າ ແລະຫຼຸດເວລາຂອງການລໍຖ້າ."

ໃນຂນະດຽວກັນ, Mr Symondson ກ່າວວ່າ ມັນຈະສືບຕໍ່ ສົ່ງເສີມການປັບປຸງ ຂະບວນການດູແລຜູ້ສູງອາຍຸຢູ່ບ້ານ.

"ພວກເຮົາຈະຊຸກຍູ້ ເພື່ອໃຫ້ແນ່ໃຈວ່າ ຣັດຖະບານ ຈະສືບຕໍ່ທົບທວນວ່າ ມີສິ່ງອື່ນອີກຫຼືບໍ່ ທີ່ຜູ້ສູງອາຍຸບໍ່ໄດ້ເຮັດ ຊຶ່ງອາດເປັນຜົນປໂຍດຕໍ່ເຂົາເຈົ້າ ເພາະເຂົາເຈົ້າບໍ່ສາມາດຈ່າຍໄດ້. ສະນັ້ນ ພວກເຮົາຈະສືບຕໍ່ເບິ່ງວ່າ ມີສິ່ງອື່ນອີກທີ່ເຂົາເຈົ້າສາມາດຫັກຄ່າໃຊ້ຈ່າຍໄດ້ຫລືບໍ່, ເພື່ອໃຫ້ແນ່ໃຈວ່າ ຜູ້ສູງອາຍຸຈະໄດ້ຮັບຜົນປໂຍດສູງທີ່ສຸດ."

ສໍາລັບຂໍ້ມູນ ຫລືການສນັບສນູນ ກ່ຽວກັບການດູແລຜູ້ສູງອາຍຸ, ໃຫ້ໂທຣະສັບ ຫາ the Aged Care Advocacy Line ທີ່ 1800 700 600 ຫລືໄປທີ່ opan.org.au

** PRODUCTIVITY COMMISSION REPORT: https://assets.pc.gov.au/2026-01/rogs-2026-partf-overview-and-sections.pdf?VersionId=bWh24vhbLBJ9XSdufNrPLDyZyRLepb6H

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now