ການກວດເລືອດທີ່ອາດຊ່ວຍລະບຸ ຄວາມສ່ຽງຕໍ່ Alzheimer

Illustration showing how tau and amyloid-β linked to dementia, form tangled sticky plaques in the brain (AP).jpg
ຮູບທີ່ສະແດງໃຫ້ເຫັນ ວ່າ tau ແລະ amyloid-β ກ່ຽວຂ້ອງກັບໂຮກຄວາມຈຳເສື່ອມແນວໃດດ ໂດຍທັງສອງຕິກພັນກັນແລະກໍ່ໃຫ້ເກີດ plaques ໃນສມອງ. Credit: Credit: AP

ອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ. ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ. ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ່ມີສຸຂະພາບດີຈະມີອາການ.


Published

By Sydney Lang

Presented by Sak Phoumirath

Source: SBS



Share this with family and friends


ອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ. ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ. ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ່ມີສຸຂະພາບດີຈະມີອາການ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການກວດເລືອດທີ່ອາດຊ່ວຍລະບຸ ຄວາມສ່ຽງຕໍ່ Alzheimer.

ການກວດເລືອດ ອາດບອກ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງໜ້າຫລາຍປີ ແລະທ່ານຫມໍກ່າວວ່າ ມັນອາດກາຍເປັນໂຕປ່ຽນເກມໄດ້.

ການສຶກສາສະແດງໃຫ້ເຫັນວ່າ ການກວດເລືອດ ສາມາດຊ່ວຍລະບຸຄົນທີ່ມີສຸຂະພາບດີ ທີ່ມີຄວາມສ່ຽງສູງ ຕໍ່ການເປັນໂຣກ Alzheimer ແລະໂຣກຂອງເຂົາເຈົ້າ ກ້າວຫນ້າຫຼາຍປານໃດ.

Sydney Lang ລາຍງານ.

ທ່ານຫມໍກ່າວວ່າ ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ.

ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ່ມີສຸຂະພາບດີຈະມີອາການ.

Dr Reisa Sperling ຈາກສະຖາບັນ Mass General Brigham Neuroscience ກ່າວວ່າ ການທົດສອບນີ້ ໃຊ້ພຽງແຕ່ກັບຜູ້ທີ່ມີອາການເທົ່ານັ້ນ.

"ຕອນນີ້ ມັນກໍາລັງຖືກນໍາໃຊ້ແທ້ໆ ໃນຜູ້ທີ່ມີອາການຂອງໂຣກ Alzheimer ຢູ່ແລ້ວ ແລະຜູ້ທີ່ຄິດວ່າມີ ຄວາມບົກພ່ອງທາງສະຕິບັນຍາ ເນື່ອງຈາກໂຣກ Alzheimer. ໃນການສຶກສານີ້ ພວກເຮົາກໍາລັງເບິ່ງ ຜູ້ທີ່ຍັງບໍ່ທັນມີອາການຂອງໂຣກ Alzheimer."

ປະຈຸບັນ ຍັງບໍ່ມີຢາທີ່ມີປະສິດທິພາບ ທີ່ຈະປ່ຽນຜົນກະທົບຂອງໂຣກ Alzheimer.

ແຕ່ການຄົ້ນພົບ ຈາກການຄົ້ນຄວ້າ ເມື່ອບໍ່ດົນມານີ້ຂອງ Dr Sperling, ຊຶ່ງຜູ້ເຂົ້າຮ່ວມ ທີ່ມີອາຍຸຕັ້ງແຕ່ 40 ເຖິງ 85 ປີ, ສາມາດຊ່ວຍນັກວິທະຍາສາດ ພັດທະນາຢາ ທີ່ອາດປ້ອງກັນ ຫລືຊັກຊ້າ Alzheimer ໄດ້.

"ຜູ້ທີ່ມີຄວາມຜິດປົກກະຕິ ຂອງການກວດເລືອດໃນລະດັບສູງຫຼາຍ, p-tau217, ມີໂອກາດ ທີ່ຈະພັດທະນາ ເມື່ອເວລາຜ່ານໄປ. ສະນັ້ນ, 38 ເປີເຊັນຂອງເຂົາເຈົ້າ ພັດທະນາໄປສູ່ຄວາມບົກພ່ອງພາຍໃນຫ້າປີ, ແລະຕາມຈິງແລ້ວ ສູງເຖິງ 78 ເປີເຊັນພາຍໃນ10ປີ. ນອກຈາກນີ້ ພວກເຮົາຍັງພົບວ່າ ຜູ້ທີ່ມີການກວດເລືອດໃນລະດັບຕ່ຳ, p-tau217, ສ່ວນຫລາຍ ຈະບໍ່ພັດທະນາ ໄປສູ່ຄວາມບົກພ່ອງ ເມື່ອເວລາຜ່ານໄປ ແລະມີລະດັບດຽວກັນກັບຄົນທົ່ວໄປ. ເມື່ອເຂົາເຈົ້າມີອາຍຸສູງຂຶ້ນ 10 ປີ ອາດສ່ຽງຕໍ່ການພັດທະນາ ຄວາມບົກພ່ອງ."

ການທົດລອງທາງຄະລິກຂນາດໃຫຍ່ ກໍາລັງດໍາເນີນຢູ່ ເພື່ອທົດສອບວ່າ ຢາບາງຊະນິດ ສາມາດປ້ອງກັນ ຫຼືຊັກຊ້າໂຣກໄດ້ຫຼືບໍ່.

ຖ້າຫາກການພິສູດເຫລົ່ານີ້ ປະສົບຄວາມສໍາເລັດ, ການທົດສອບເຫລົ່ານີ້ ສາມາດຊ່ອຍທ່ານຫມໍ ໃນການຕັດສິນໃຈໄດ້ງ່າຍ ວ່າຜູ້ໃດຕ້ອງລອງໃຊ້ຍາ.

Dr Sperling ກ່າວວ່າ ມັນໄວເກີນໄປ ສໍາລັບຜູ້ທີ່ມີສຸຂະພາບດີ ທີ່ຈະທຳການກວດ, ແຕ່ຈະແນະນໍາໃຫ້ເຂົາເຈົ້າຍຶດຫມັ້ນ ໃນວິທີການຫລຸດຜ່ອນຄວາມສ່ຽງ ທີ່ໄດ້ຮັບການພິສູດແລ້ວ.

"ໃນຈຸດນີ້, ມັນຈະບໍ່ປ່ຽນສິ່ງທີ່ຂ້າພະເຈົ້າຈະບອກໃຫ້ຜູ້ໃດເຮັດ. ຂ້າພະເຈົ້າ ຍັງບອກເຂົາເຈົ້າໃຫ້ກິນດີ, ນອນຫລັບສະບາຍ, ອອກກໍາລັງກາຍຫລາຍໆ ແລະມີສ່ວນຮ່ວມ. ແຕ່ສິ່ງນັ້ນ ຈະປ່ຽນໄປຢ່າງຫລວງຫລາຍ ຖ້າຫາກການທົດລອງການປ້ອງກັນໃນປະຈຸບັນ ສະແດງໃຫ້ເຫັນ ຜົນປໂຍດທາງຄະລີນິກ."

Jessica Langbaum ຈາກສະຖາບັນ Banner Alzheimer ກ່າວວ່າ ການພັດທະນານີ້ ສາມາດເປັນໂຕປ່ຽນເກມໄດ້.

"ສິ່ງນີ້ສໍາຄັນຫລາຍສໍາລັບຜູ້ຄົນ, ໂດຍສະເພາະ ຖ້າຫາກເຮົາໄປເຖິງເວ ລາທີ່ມີການປິ່ນປົວຢ່າງໃດຢ່າງຫນຶ່ງ ທີ່ກໍາລັງທົດສອບ ສໍາລັບການປິ່ນປົວປ້ອງກັນໂຣກ Alzheimer. ຖ້າຫາກການປິ່ນປົວຢ່າງຫນຶ່ງ ອ່ານການກວດເລືອດ ທີ່ສາມາດລະບຸຢ່າງຖືກຕ້ອງວ່າ ຜູ້ໃດຄວນທົດສອບແລະເວົ້າວ່າ, ແມ່ນແລ້ວ, ຄົນນີ້ອາດມີສິດຈະໄດ້ຮັບການປິ່ນປົວ, ຂ້າພະເຈົ້າຄິດວ່າ ນັ້ນເປັນໂຕປ່ຽນເກມທີ່ແທ້ຈິງ ເພາະ PET scan ເຫລົ່ານັ້ນບໍ່ມີຢູ່ທົ່ວໄປ, ຄ່າໃຊ້ຈ່າຍແພງ, ມັນເປັນການຮຸກຮານ, ແລະອື່ນໆ. ແລະສະນັ້ນ ການກວດເລືອດ ຈຶ່ງເປັນໂຕປ່ຽນເກມແທ້ໆ."

ອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ.

ຖ້າພົບຢາປ້ອງກັນໃຫມ່ ສໍາລັບໂຣກ Alzheimer, ການທົດສອບແບບນີ້ ອາດມີຄວາມສໍາຄັນຢາງຍິ່ງ.

"ນີ້ເປັນຂະບວນການ ທີ່ຄ່ອຍໆຄືບໜ້າ ຊຶ່ງເປັນການກໍ່ໂຕຂຶ້ນຂອງamyloid ແລະ tau ໃນສມອງ. ແລະເຄື່ອງຫມາຍທາງຊີວະພາບ ຈາກເລືອດ (Blood-based Biomarker) ນີ້ ກໍາລັງບອກທ່ານວ່າ ທ່ານຢູ່ໃນຂະບວນການນັ້ນໄກປານໃດ. ແລະນັ້ນອາດສໍາຄັນຫລາຍກວ່າ ການເວົ້າວ່າ ມັນເປັນບວກ ຫຼືເປັນລົບ."

ລາຍງານໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now