ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ວັນຊາດອອສເຕຣເລັຍ (Australia Day) 2026.
ວັນອອສເຕຣເລັຍ ໄດ້ຮັບການສເລີມສລອງທົ່ວປະເທດ ດ້ວຍພິທີເປັນພົນລະເມືອງ ແລະລາງວັນອອສເຕຣເລັຍປະຈຳປີ.
ມື້ນັ້ນ ຍັງຖືກຫມາຍໂດຍຊາວ Aboriginal ແລະ Torres Strait Islander ທີ່ໄດ້ມາຊຸມນຸມກັນທົ່ວປະເທດ ໃນການເຂົ້າຮ່ວມກິດຈະກັມປະຈໍາປີ ໃນວັນທີ 26 ເດືອນມັງກອນ-ຮວມທັງການຊຸມນຸມກັນ ໃນວັນຮຸກຮານ (Invasion Day).
Briana Charles ລາຍງານ.
ນາຍົກຣັດຖະມົນຕີ, Anthony Albanese, ຕ້ອນຮັບພົນລະເມືອງໃຫມ່ ຂອງປະເທດ ໃນພິທີຍົກທຸງ ແລະການເປັນພົນລະເມືອງປະຈໍາປີ ໃນ Canberra ໃນວັນ Australia Day ນີ້.
ໃນການຮຽກຮ້ອງ ໃຫ້ມີຄວາມເປັນຫນຶ່ງດຽວກັນ, ລາວກ່າວວ່າ ວັນອອສເຕຣເລັຍ ເປັນໂອກາດທີ່ຈະຄິດໄຕ່ຕອງ ວ່າເປັນຫຍັງ "ພວກເຮົາທຸກຄົນ ຈຶ່ງໂຊກດີທີ່ໄດ້ເອີ້ນອອສເຕຣເລັຍ ວ່າບ້ານ."
"ເພາະຈຸດສໍາຄັນ ຂອງຄໍາປະຕິຍານທີ່ທ່ານກ່າວໃນມື້ນີ້ ຕໍ່ກົດຫມາຍຂອງເຮົາ, ຕໍ່ຄ່ານິຍົມຂອງເຮົາ, ແລະຕໍ່ຜູ້ຄົນຂອງເຮົາ ແມ່ນຄວາມເຄົາຣົບ ຕໍ່ຄວາມເປັນມະນຸດຮ່ວມກັນຂອງເຮົາ ທີ່ກໍານົດອອສເຕຣເລັຍ. ຄວາມຮັກ ບໍ່ແມ່ນຄວາມກຽດຊັງ. ຄວາມຫວັງ ບໍ່ແມ່ນຄວາມຢ້ານກົວ. ການເບິ່ງໂລກໃນແງ່ດີ ບໍ່ແມ່ນໃນທາງລົບ. ແລະແນ່ນອນ-ຄວາມເປັນຫນຶ່ງ ບໍ່ແມ່ນການແບ່ງແຍກ."
ຜູ້ຄົນກວ່າ 20,000 ຄົນຈາກຫລາຍກວ່າ 150 ປະເທດ-ໄດ້ກາຍເປັນພົນລະເມືອງ ຂອງອອສເຕຣເລັຍ ໃນປັດຈຸບັນ; ໃນພິທີການເປັນພົນລະເມືອງ 325 ແຫ່ງທີ່ຈັດຂຶ້ນທົ່ວປະເທດ.
ເກືອບຫນຶ່ງສ່ວນສາມ ຂອງຈໍານວນພົນລະເມືອງ ເກີດຢູ່ຕ່າງປະເທດ-ຫຼືປະມານ 8.6 ລ້ານຄົນ, ອີງຕາມສຳນັກງານ ສະຖິຕິອອສເຕຣເລັຍ-ອອສເຕຣເລັຍ ເປັນຫນຶ່ງໃນຫຼາຍປະເທດ ທີ່ມີວັດທະນະທັມທີ່ແຕກຕ່າງ ຫລາຍທີ່ສຸດຢູ່ໃນໂລກ.
ຫລັງຈາກໄດ້ຫນີຈາກ Afghanistan ໃນຖານະອົບພະຍົບ ຫລັງຈາກວິກິດໃນປີ 2021, Ferkhonda Ahmadi ໄດ້ກ່າວກັບ SBS Pashto ກ່ຽວກັບການສາບານ ເປັນພົນລະເມືອງອອສເຕຣເລັຍ.
"ສໍາລັບຂ້ອຍ, ວັນອອສເຕຣເລັຍ ເປັນມື້ແຫ່ງການຄິດໄຕ່ຕອງ ຫລາຍກວ່າການສເລີມສລອງ. ໃນຖານະທີ່ເປັນອົບພະຍົບ, ຂ້ອຍໄດ້ຮຽນຮູ້ວ່າ ມື້ນີ້ ເປັນມື້ທີ່ເຈັບປວດຫລາຍ ສໍາລັບຊາວ First Nations. ການເຂົ້າໃຈສິ່ງນັ້ນ ໄດ້ປ່ຽນທັດສະນະຂອງຂ້ອຍ. ມັນເຕືອນຂ້ອຍວ່າ ການເປັນສ່ວນໜຶ່ງ ຍັງຫມາຍເຖິງການຟັງ, ຮຽນຮູ້ ແລະນັບຖືຄວາມຈິງ ຂອງປວັດສາດຂອງແຜ່ນດິນນີ້. ສໍາລັບຂ້ອຍ, ວັນອອສເຕຣເລັຍ ແມ່ນກ່ຽວກັບຄວາມກະຕັນຍູ ແລະຫນ້າທີ່ຮັບຜິດຊອບ, ຄວາມກະຕັນຍູ ສໍາລັບໂອກາດທີ່ຂ້ອຍໄດ້ຮັບ, ແລະຫນ້າທີ່ຮັບຜິດຊອບ ທີ່ຈະຢືນຢູ່ແຫ່ງນີ້ ດ້ວຍຄວາມເຄົາລົບ ຕໍ່ເຈົ້າຂອງແຜ່ນດິນ."
ວັນຊາດອອສເຕຣເລັຍ ໄດ້ກາຍເປັນວັນພັກຂອງຊາດ ໃນປີ 1994, ແຕ່ໃນຫລາຍປີທີ່ຜ່ານມາ ໄດ້ມີການຮຽກຮ້ອງ ໃຫ້ປ່ຽນຈາກວັນທີ 26 ເດືອນມັງກອນ.
ມື້ນັ້ນ ໄດ້ເຮັດໃຫ້ມີການປະທ້ວງປະຈໍາປີ ນັບແຕ່ປີ 1938, ເມື່ອຊາວ First Nations ໄດ້ເປີດວັນແຫ່ງການໄວ້ທຸກ (Day of Mourning).
ມື້ນີ້, ມີຫລາຍພັນຄົນ ໄດ້ໄປຮ່ວມການຊຸມນຸມກັນທົ່ວປະເທດ ຮວມທັງການຊຸມນຸມ ໃນວັນຮຸກຮານ (Invasion Day).
ຢູ່ທີ່ສະຖານທີ່ປະທ້ວງຢູ່ Camp Sovereignty ໃນ Melbourne, Keiran Stewart-Assheton ໂຄສົກຂອງສະຫະພາບຄົນຜິວດໍາ (Black People's Union)-ໄດ້ບອກຜູ້ມາຊຸມນຸມວ່າ ການຮຽນຮູ້ ເປັນສິ່ງສໍາຄັນ ໃນການເຂົ້າໃຈປວັດສາດ ຂອງຊາວພື້ນເມືອງອອສເຕຣເລັຍ.
"ຂ້ອຍຢາກເນັ້ນຫນັກແທ້ໆວ່າ ທ່ານຕ້ອງຮູ້ໂຕຂອງທ່ານ ແລະວ່າທ່ານຢູ່ໃສ. ທ່ານຢູ່ໃນແຜ່ນດິນທີ່ຖືກລັກໄປ. ສະນັ້ນ, ທ່ານຮູ້ບໍ່ວ່າ ທ່ານຮູ້ຈັກປະເທດ Aboriginal ທີ່ທ່ານອາສັຍຢູ່ແທ້ໆ ແລະມີຫຍັງເກີດຂຶ້ນຢູ່ທີ່ນັ້ນ. ຖ້າບໍ່ດັ່ງນັ້ນ, ໃຫ້ໄປເຮັດການຄົ້ນຄວ້າ, ຮຽນຮູ້ຄວາມຈິງ ກ່ຽວກັບປວັດສາດທີ່ດຳມືດ ຂອງກຸ່ມລ່າອານານິຄົມນີ້, ແຕ່ຢ່າຢຸດພຽງເທົ່ານັ້ນ, ໃຫ້ມີສ່ວນຮ່ວມ ກັບການຣົນນະຣົງ ແລະໂຄງການ ຫລືກຸ່ມຕ່າງໆ ໃນທ້ອງຖິ່ນຂອງທ່ານ ແລະສນັບສນູນເຂົາເຈົ້າ."
ໃນ Sydney, ຕໍາຫລວດ 1,500 ຄົນໄດ້ຖືກສົ່ງໄປຕິດຕາມການປະທ້ວງ.
Ned Hargraves, ພໍ່ຕູ້ຂອງ Walker, ກໍໄດ້ກ່າວປາສັຍ ໃນການຊຸມນຸມຢູ່ Sydney ຄືກັນ.
Mr Walker ຖືກຍິງຕາຍໂດຍ Zachary Rolfe ຕໍາຫລວດໃນNorthern Territory ໃນເມືອງ Yuendumu ໃນວັນທີ 9 ເດືອນພະຈິກປີ 2019.
ໂດຍທີ່ມີສະມາຊິກໃນຄອບຄົວສອງຄົນ ໄດ້ຕາຍໄປໃນຂນະທີ່ຖືກກັກຂັງ, Mr Hargraves ກ່າວວ່າ ລາວຢາກໃຫ້ຜູ້ຄົນ ຄິດກ່ຽວກັບຄວາມທຸກທໍລະມານ ທີ່ຊາວພື້ນເມືອງອອສເຕຣເລັຍ ຍັງປະສົບຢູ່.
"ພວກເຮົາໄດ້ສູນເສັຍ. ພວກເຮົາໄດ້ທົນທຸກທໍຣະມານຫລາຍ, ຫລາຍຈົນວ່າ ທ່ານແລະຂ້າພະເຈົ້າ, ພວກເຮົາຕ້ອງທົນທຸກທໍຣະມານ ອີກດົນປານໃດ."
ການຊຸມນຸມ March for Australia ກໍໄດ້ເຫັນຜູ້ຄົນໄປຮ່ວມໃນຫຼາຍເມືອງໃຫຍ່ນໍາອີກ.
ຜູ້ທີ່ໄປຮ່ວມ March for Australia ເປັນຫ່ວງກ່ຽວກັບການຍ້າຍຖິ່ນຖານ, ຄວາມກົດດັນດ້ານຄ່າຄອງຊີບ, ແລະສິ່ງທີ່ເຂົາເຈົ້າເອີ້ນວ່າ "ການສະແດງຄວາມຮູ້ສຶກ ຕໍ່ຕ້ານອອສເຕຣເລັຍ ທີ່ເພີ່ມຂຶ້ນ."
ຜູ້ປະທ້ວງຄົນນີ້ເວົ້າວ່າ ລາວຮູ້ສຶກວ່າ ມັນສໍາຄັນທີ່ຈະໄປຮ່ວມການຊຸມນຸມ March for Australia ໃນ Melbourne.
"ແລ້ວພວກເຮົາ ຕ້ອງໄດ້ຂໍອະນຸຍາດຈາກຄົນອື່ນ ໃນການຈະເວົ້າສິ່ງທີ່ພວກເຮົາຕ້ອງເວົ້າ..... ນັ້ນບໍ່ແມ່ນອອສເຕຣເລັຍ. ຂ້າພະເຈົ້າຮັກປະເທດຂອງຂ້າພະເຈົ້າຫລາຍ ແລະຂ້າພະເຈົ້າເຫັນວ່າ ມັນຄ່ອຍໆຕາຍໄປ. ອິດສຣະພາບໃນການສະແດງອອກ ຊຶ່ງເປັນເລື່ອງຂອງອອສເຕຣເລັຍສໍາລັບຂ້າພະເຈົ້າ. ຂ້າພະເຈົ້າຮັກທຸກຄົນຈາກທົ່ວໂລກ-ແຕ່ຂໍໃຫ້ດູແລອອສເຕຣເລັຍກ່ອນ. ນັ້ນຄືສິ່ງທີ່ຂ້າພະເຈົ້າຢາກເວົ້າ. ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າຢູ່ທີ່ນີ້."
ວັນອອສເຕຣເລັຍ ປີນີ້ມີຂຶ້ນ ຫລັງຈາກການໂຈມຕີໃນ Bondi.
ນັກທ່ອງທ່ຽວ ແລະຜູ້ອາສັຍຢູ່ໃນທ້ອງຖິ່ນ ໄດ້ມາຊຸມນຸມກັນຢູ່ສະຖານທີ່ເກີດເຫດ, ຊຶ່ງເປັນສ່ວນຫນຶ່ງ ຂອງການໄວ້ອາລັຍຢ່າງແທ້ຈິງ ແຕ່ຍັງສເລີມສລອງນໍາອີກ, ສະແດງການໄວ້ອາລັຍ ແກ່ຜູ້ຮັບເຄາະ 15ຄົນ ທີ່ຖືກຂ້າ ໃນການໂຈມຕີໃນວັນທີ 14 ເດືອນທັນວາ.
ລາຍງານໂດຍ Briana Charles ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





