ການຂ້າລ້າງເຜົ່າພັນໃນ Sudan

CORRECTION Sudan

ເດັກນ້ອຍພັດຖິ່ນກຳລັງຫຼິ້ນໃນສູນ el-Fasher. ພວກເຂົາກຳລັງຫຼົບໜີຈາກການູ້ຮົບລະຫວ່າງກອງກຳລັງ ຂອງຣັດຖະບານ ແລະ RSF. Credit: Sarah Vuylsteke/NRC/AP

ພາລະກິດຄົ້ນຫາຄວາມຈິງ (Fact-finding Mission) ຂອງສະຫະປະຊາຊາດ ໃນ Sudan ໄດ້ພົບວ່າ ການປິດລ້ອມເປັນເວລາ 18 ເດືອນ ແລະການຍຶດ El-Fasher ໃນເຂດ Darfur ໃນເດືອນຕຸລາທີ່ຜ່ານມາ ເປັນຫລັກຖານ ເຖິງການຂ້າລ້າງເຜົ່າພັນ (Genocide). ຜູ້ຊ່ຽວຊານ ໄດ້ຮຽກຮ້ອງໃຫ້ມີການຕອບຮັບທົ່ວໂລກ ທີ່ເຂັ້ມແຂງກວ່າເກົ່າ, ເພື່ອຢຸດຄວາມຮຸນແຮງ ຈາກການດໍາເນີນຕໍ່ໄປ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຂ້າລ້າງເຜົ່າພັນໃນ Sudan.

(Fact-finding Mission) ຂອງສະຫະປະຊາຊາດ ໃນ Sudan ໄດ້ພົບວ່າ ການປິດລ້ອມເປັນເວລາ 18 ເດືອນ ແລະການຍຶດ El-Fasher ໃນເຂດ Darfur ໃນເດືອນຕຸລາທີ່ຜ່ານມາ ເປັນຫລັກຖານ ເຖິງການຂ້າລ້າງເຜົ່າພັນ (Genocide).

ໃນການຕອບໂຕ້, ສະຫະຣັດອາເມຣິກາ ໄດ້ຂວ້ຳບາດ ຜູ້ບັງຄັບບັນຊາກອງທັບທະຫານ.

ແຕ່ຕາມທີ່ Edwina Guinan ລາຍງານ, ຜູ້ຊ່ຽວຊານ ໄດ້ຮຽກຮ້ອງໃຫ້ມີການຕອບຮັບທົ່ວໂລກ ທີ່ເຂັ້ມແຂງກວ່າເກົ່າ, ເພື່ອຢຸດຄວາມຮຸນແຮງ ຈາກການດໍາເນີນຕໍ່ໄປ.

ແລະຄໍາເຕືອນ-ລາຍງານນີ້ ມີຄໍາອະທິບາຍ ທີ່ຫນ້າໂສກໃຈ ກ່ຽວກັບຄວາມຮຸນແຮງທາງເພດ ແລະທາງຮ່າງກາຍ.

ພາຍໃນຄ້າຍທີ່ຖືກທໍາລາຍ, ຜູ້ຍິງຄົນຫນຶ່ງຮ້ອງໄຫ້ ເປັນພາສາອາຣັບວ່າ: "ຄົນເຫລົ່ານີ້ຕາຍ ຫລືໄດ້ຮັບບາດເຈັບ, ຫລາຍກວ່າສາມສິບຄົນ. RSF ໄດ້ໂຈມຕີທີ່ນີ້ໃນເຊົ້າມື້ນີ້."

ວິດີໂອນັ້ນ ໄດ້ຖືກຖ່າຍຢູ່ຄ້າຍອົບພະຍົບ Dar Al-Aquam ໃນເມືອງ El-Fasher ໃນພາກເຫນືອຂອງ Darfur ໃນວັນທີ 11 ເດືອນທັນວາປີແລ້ວນີ້ ຫລັງຈາກການໂຈມຕີດ້ວຍ Drone ໄດ້ຂ້າພົນລະເຮືອນ ຫລາຍສິບຄົນ ຮວມທັງເດັກນ້ອຍ.

ຊາຍທີ່ທຳການບັນທຶກ-Mohamed Khamis Douda-ໄດ້ເສັຍຊີວິດ ໃນອີກສາມອາທິດຕໍ່ມາ, ຫລັງຈາກເມືອງຖືກປິດລ້ອມ ເປັນເວລາ 18 ເດືອນ, ໂດຍກຸ່ມທະຫານ Rapid  Support Forces ໄດ້ຍຶດເອົາເມືອງນັ້ນ.

ທັງການປິດລ້ອມ ແລະການຍຶດເອົານັ້ນ ເປັນຫົວຂໍ້ຂອງພາລະກິດຄົ້ນຫາຄວາມຈິງ ທີ່ເປັນອິດສຣະ (Independent Fact-finding Mission) ໂດຍສະຫະປະຊາຊາດ, ຊຶ່ງບັດນີ້ ໄດ້ສົ່ງມອບການຄົ້ນພົບຂອງຕົນ.

Mona Rishmawi ເປັນສະມາຊິກຜູ້ຊ່ຽວຊານ ຂອງພາລະກິດນັ້ນ.

"ອີງຕາມຮູບແບບ, ການຮວບຮວມ, ຂນາດ, ລັກສນະທີ່ເປັນລະບົບ ແລະຜົນກະທົບສະສົມ ຂອງອາດຊະຍາກັມເຫລົ່ານີ້, ມີການສລຸບ ທີ່ເປັນໄປໄດ້ພຽງຢ່າງດຽວ: ມັນເປັນສິ່ງບົ່ງບອກເຖິງ ເສັ້ນທາງຂອງການຂ້າລ້າງເຜົ່າພັນ (Genocide)."

ເຈົ້າໜ້າທີ່ສືບສວນ ໄດ້ເລີ່ມຮວບຮວມຫລັກຖານ ໃນເດືອນຕຸລາປີ 2023.

ເຂົາເຈົ້າ ບໍ່ສາມາດໄປຢ້ຽມຢາມ El-Fasher ໄດ້ ແຕ່ອີງຕາມການສໍາພາດ ຜູ້ລອດຊີວິດ ຫລາຍກວ່າ 320 ເທື່ອ, ຄໍາຖແລງ ຈາກຜູ້ບັງຄັບບັນຊາ RSF ແລະວິດີໂອ ແລະຮູບຖ່າຍຈາກດາວທຽມ.

"ເຮົາບໍ່ໄດ້ທຳການສລຸບແບບງ່າຍໆ. ມັນຖືກສລຸບ ຈາກຫລັກຖານທັງຫມົດ, ຈາກຂນາດ ແລະລໍາດັບຂອງການໂຈມຕີ, ຈາກການຂ້າຟັນ ແລະການປະຫານຊີວິດ ຢ່າງເປັນລະບົບ, ຈາກການຂົ່ມຂືນທີ່ມີຢູ່ທົ່ວໄປ, ຈາກຄວາມອຶດຢາກ, ການປິດລ້ອມ, ຈາກແບບແຜນ ຂອງການກຳ ໜົດເປົ້າຫມາຍຊົນເຜົ່າ ແລະຈາກຄໍາຖແລງ ຂອງຜູ້ກະທຳຄວາມຜິດ ທີ່ສະແດງເຈດຕະນາ ທີ່ຈະກໍາຈັດ ແລະທໍາລາຍຊຸມຊົນເຫລົ່ານີ້."

ຕັ້ງແຕ່ເດືອນເມສາ ປີ 2023, ການຂັດແຍ້ງ ລະຫວ່າງກອງທັບຂອງ Sudan ແລະ RSF ເຮັດໃຫ້ມີຄົນຕາຍຫລາຍໝື່ນຄົນ ແລະເຮັດໃຫ້ 11 ລ້ານ ຄົນໄດ້ກາຍເປັນຜູ້ພັດຖິ່ນ.

ໃນເມືອງ Darfur, ກຸ່ມທະຫານອາຣັບ ທີ່ຮ່ວມມືກັບ RSF ໄດ້ແນເປົ້າຫມາຍໃສ່ ຄົນທີ່ບໍ່ແມ່ນຊາວອາຣັບ.

ລາຍງານສລຸບວ່າ ຫລາຍພັນຄົນ "ຖືກຂ້າ, ຖືກຂົ່ມຂືນ ຫລືຫາຍໂຕໄປ".

ມັນຍັງມີລາຍລະອຽດ ເຖິງຄວາມຮຸນແຮງທາງເພດ ທີ່ແຜ່ໄປທົ່ວ ໂດຍແນໃສ່ຜູ້ຍິງ ທີ່ມີອາຍຸ 7 ເຖິງ 70 ປີ (ຮວມທັງການຂົ່ມຂືນເດັກຍິງຕໍ່ຫນ້າສະມາຊິກໃນຄອບຄົວ ຫຼືຍາດພີ່ນ້ອງທີ່ຕາຍແລ້ວ ແລະກຳໜົດເປົ້າຫມາຍຜູ້ຍິງທີ່ຖືພາ).

Edem Wosornu ເປັນຜູ້ອໍານວຍການຂອງ Crisis Response ຂອງສະຫະປະຊາຊາດ ຂອງ the Co-ordination of Humanitarian Affairs.

"ຄວາມຮຸນແຮງທາງເພດ ຕໍ່ຜູ້ຍິງ ແລະເດັກນ້ອຍຜູ້ຍິງ ມາເຖິງລະດັບທີ່ຫນ້າຢ້ານກົວ. ກໍຣະນີທີ່ຖືກບັນທຶກໄວ້ ເກືອບເຖິງສາມເທົ່າ, ແລະເຮົາຮູ້ວ່າ ນີ້ເປັນພຽງສ້ຽວຫນຶ່ງຂອງຄວາມເປັນຈິງ, ເນື່ອງຈາກອຸບປະສັກໃນການລາຍງານ. ຄູ່ຄອງກໍໄດ້ເຫັນການຕັດອາໄວຍະວະເພດຂອງຜູ້ຍິງ, ຄວາມຮຸນແຮງໃນຄອບຄົວ, ການສແວງຫາຜົນປໂຍດ ແລະການບັງຄັບແຕ່ງງານໃນເດັກນ້ອຍ ກໍເພີ່ມຂຶ້ນຢ່າງໄວ. IPC (Integrated Food Security Phase Classification) ເຕືອນຕື່ມວ່າ ຈໍານວນເດັກນ້ອຍ ແລະແມ່ຍິງຖືພາ ແລະລ້ຽງລູກດ້ວຍນົມແມ່ ທີ່ຄາດວ່າ ຈະປະເຊີນກັບການຂາດສານອາຫານຢ່າງຮຸນແຮງ ຊຶ່ງໃນປັດຈຸບັນ ມີຈໍານວນ 4.2 ລ້ານຄົນ."

RSF ຍັງບໍ່ທັນໄດ້ຕອບສນອງ ຕໍ່ລາຍງານ ແຕ່ເຄີຍໄດ້ປະຕິເສດການລະເມີດເຊັ່ນນັ້ນ ໃນອະດີດ.

ທັງສອງຝ່າຍ ຖືກກ່າວຫາວ່າ ລະເມີດສິດທິມະນຸດ ແລະອາດຊະຍາກັມສົງຄາມ.

ພາລະກິດ (Mission) ຂອງສະຫະປະຊາຊາດພົບວ່າ ຜູ້ເຮັດຜິດໃນການຂັດແຍ້ງນັ້ນ ໄດ້ກະທໍາໂດຍບໍ່ໄດ້ຮັບໂທດ, ຊຶ່ງເຮັດໃຫ້ ເກີດຄວາມໂຫດຮ້າຍຫລາຍຂຶ້ນ.

ເລຂາການຕ່າງປະເທດຂອງອັງກິດ, Yvette Cooper, ໄດ້ສເນີລາຍງານ ທີ່ສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ, ຮຽກຮ້ອງໃຫ້ປະຕິບັດຕາມຂໍ້ແນະນໍາຂອງມັນ.

"ມັນເປັນວິກິດ ທາງດ້ານມະນຸດສະທັມ ທີ່ຍິ່ງໃຫຍ່ທີ່ສຸດໃນສັດຕະວັດທີ 21 ແລະໂລກບໍ່ຄວນຫລຽວໜ້າໄປທາງອື່ນ."

ລາຍງານ ຮຽກຮ້ອງໃຫ້ມີການບັງຄັບຢ່າງເຕັມທີ່ ຂອງການສັ່ງຫ້າມອາວຸດ ທີ່ມີຢູ່ໃນ Darfur ແລະການຂຍາຍອອກໄປສູ່ເຂດອື່ນໆ ຂອງSudan, ແລະຢຸດການສນັບສນູນທຸກຝ່າຍ ໃນການຂັດແຍ້ງຈາກຕ່າງປະເທດ.

"ພວກເຮົາ ຕ້ອງການການກະທໍາຈາກປະຊາຄົມນາໆຊາດ: ການສອບສວນເລື່ອງອາດຊະຍາກັມລະຫວ່າງປະເທດ, ຄວາມຮັບຜິດຊອບຕໍ່ຜູ້ເຮັດຜິດທີ່ຊົ່ວຮ້າຍ ແລະຄວາມຍຸດຕິທັມ ສໍາລັບຜູ້ຮັບເຄາະ. ເຮົາຕ້ອງ ຂຍາຍການລົງໂທດ, ເຮົາຕ້ອງການຄວາມກົດດັນນາໆຊາດ ສໍາລັບການສງົບເສິກດ້ານມະນຸດສະທັມ ແລະການຢຸດຍິງ. ແລະເຮົາຕ້ອງການຍຸດຕິການໄຫລວຽນຂອງອາວຸດ ທີ່ກໍ່ໃຫ້ເກີດການຂັດແຍ້ງນີ້."

ສະຫະຣັດອາເມຣິກາ ໄດ້ປະກາດການຂວ້ຳບາດ ຜູ້ບັງຄັບບັນຊາຂອງ RSF ສາມຄົນ.

ອັກຄະທູດ ປະຈຳສະຫະປະຊາຊາດ ຂອງ Sudan, Al-Haarith Idriss Al-Harith Mohammed ບອກຕໍ່ສະພາຄວາມໝັ້ນຄົງວ່າ ຣັດຖະບານຂອງຕົນ ມີສ່ວນຮ່ວມ ກັບກຸ່ມຮັກສາຄວາມສງົບໃນພູມີພາກ ແລະປະຊາຄົມນາໆຊາດ ເພື່ອຢຸດຕິຄວາມຮຸນແຮງ.

"Sudan ໃນວັນນີ້ ກໍາລັງມີສ່ວນຮ່ວມ ໃນສົງຄາມທີ່ຮຸນແຮງ ຊຶ່ງຕໍ່ສູ້ໂດຍກອງກຳລັງຕິດອາວຸດ. ພວກເຮົາ ຍັງກະຕືລືລົ້ນ ທີ່ຈະເລີ່ມຕົ້ນການເຈຣະຈາລະດັບຊາດ ກັບກອງກຳລັງທາງການເມືອງ ແລະສັງຄົມທັງຫມົດ".

ແຕ່ມີຄຳເຕືອນວ່າ, ຖ້າປາດສະຈາກການດຳເນີນການ, ຄວາມຮຸນແຮງອາດເກີດຂຶ້ນອີກ ໃນພາກອື່ນໆຂອງປະເທດ.

Rosemary DiCarlo ຮອງເລຂາໃຫຍ່ ຝ່າຍການເມືອງ ແລະການສ້າງສັນຕິພາບ (Political and Peacebuilding Affairs) ຂອງສະຫະປະຊາຊາດ ໄດ້ບອກສະພາຄວາມໝັ້ນຄົງວ່າ:

"ເຫດການທີ່ຫນ້າຢ້ານກົວໃນ El-Fasher ໃນເດືອນຕຸລາປີ 2025 ສາມາດປ້ອງກັນໄດ້. ໃນຂນະທີ່ El-Fasher ຖືກປິດລ້ອມເປັນເວລາຫລາຍກວ່າໜຶ່ງປີ, ສຳນັກງານຂ້າຫຼວງໃຫຍ່ ເພື່ອສິດທິມະນຸດ ໄດ້ເຕືອນຊ້ໍາແລ້ວຊ້ໍາອີກ ກ່ຽວກັບຄວາມສ່ຽງ ຂອງຄວາມຮຸນແຮງຂອງອາດຊະຍາກັມ. ແຕ່ຄໍາເຕືອນນັ້ນ ບໍ່ໄດ້ຖືກເອົາໃຈໃສ່. ບັດນີ້ ຂ້າຫຼວງໃຫຍ່ Türk ໄດ້ເຕືອນຊຸມຊົນທົ່ວໂລກ ເຖິງຄວາມເປັນໄປໄດ້ ຂອງອາດຊະຍາກັມ ທີ່ຄ້າຍຄືກັນນີ້ ໃນເມືອງ Kordofan. ພົນລະເຮືອນ ກໍສ່ຽງຕໍ່ການຖືກປະຫານຊີວິດ, ຄວາມຮຸນແຮງທາງເພດ, ການກັກຂັງໂດຍພລະການ ແລະການແຍກຄອບຄົວອີກ. ເຖິງເວລາແລ້ວ ທີ່ຈະລົງມືເຮັດ ເພື່ອປ້ອງກັນຄວາມໂຫດຮ້າຍ ອີກໃນບ່ອນອື່ນໃນປະເທດ."

ລາຍງານໂດຍ Edwina Guinan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now