ການປ້ອງກັນການຈົມນ້ຳຕາຍ

Some of the Indian and Australian delegates involved in the Drowning Prevention workshop (Supplied).jpg

ການຈົມນ້ຳ ເປັນເຫດໃຫ້ຫລາຍໝື່ນຄົນຕາຍຕໍ່ປີ ໃນປະເທດອິນເດັຍ, ແລະໃນອອສເຕຣເລັຍ. ຜູ້ຊ່ຽວຊານກ່າວວ່າ ຊາວອິນເດັຍ ເປັນຫນຶ່ງໃນກຸ່ມທີ່ມີຈໍານວນຫລາຍເກີນໄປ ໃນການຈົມນ້ຳຕາຍ ໃນປະເທດ. ຜ່ານການແລກປ່ຽນຄວາມຄິດເຫັນ ແລະສ້າງຄວາມຮູ້ ທາງວັດທະນະທັມທີ່ເຂັ້ມແຂງຂຶ້ນ, ລະຫວ່າງ ຜູ້ຊ່ຽວຊານ ຂອງອອສເຕຣເລັຍ ແລະອິນເດັຍ ໃນທີ່ປະຊຸມ ໄດ້ຄົ້ນຄວ້າຫາວິທີໃຫມ່ທີ່ຍືນຍົງ ເພື່ອພັດທະນາຄວາມປອດພັຍທາງນ້ຳ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການປ້ອງກັນການຈົມນ້ຳຕາຍ.

ຜູ້ຊ່ຽວຊານ ດ້ານການປ້ອງກັນການຈົມນ້ຳຕາຍ ຂອງອອສເຕຣເລັຍ ແລະອິນເດັຍ ໄດ້ມາເຕົ້າໂຮມກັນ ເປັນເວລາສອງມື້ ເພື່ອຄົ້ນຄວ້າຫາວິທີໃຫມ່ ທີ່ຈະຫລຸດຜ່ອນການຕາຍ ຈາກການຈົມນ້ຳ ໃນທັງສອງປະເທດ.

ການຈົມນ້ຳ ເປັນເຫດໃຫ້ຫລາຍໝື່ນຄົນຕາຍຕໍ່ປີ ໃນປະເທດອິນເດັຍ, ແລະໃນອອສເຕຣເລັຍ. ຜູ້ຊ່ຽວຊານກ່າວວ່າ ຊາວອິນເດັຍ ເປັນຫນຶ່ງໃນກຸ່ມທີ່ມີຈໍານວນຫລາຍເກີນໄປ ໃນການຈົມນ້ຳຕາຍ ໃນປະເທດ.

ດັ່ງທີ່ Angelica Waite ລາຍງານ, ຜ່ານການແລກປ່ຽນຄວາມຄິດເຫັນ ແລະສ້າງຄວາມຮູ້ ທາງວັດທະນະທັມທີ່ເຂັ້ມແຂງຂຶ້ນ, ຜູ້ມີສ່ວນຮ່ວມໃນທີ່ປະຊຸມ ໄດ້ຄົ້ນຄວ້າຫາວິທີໃຫມ່ທີ່ຍືນຍົງ ເພື່ອພັດທະນາຄວາມປອດພັຍທາງນ້ຳ.

ເປັນເວລາຫລາຍສິບປີ ນັບຕັ້ງແຕ່ Harpreet Singh Kandra ເກືອບຈົມນ້ຳຕາຍ ຕອນຍັງນ້ອຍ ໃນປະເທດອິນເດັຍ.

ລາວໄດ້ເດີນທາງປະມານ 200 ກິໂລແມັດ ກັບພໍ່ແມ່ຂອງລາວ ເພື່ອໄປແຊ່ໃນສະນ້ຳສັກສິດ ທີ່ວັດ Sikh ໃນເມືອງ Patiala Punjab.

"ຂ້ອຍຢູ່ໃນສະນ້ຳສັກສິດ ແລະຂ້ອຍໄດ້ສະດຸດ ແລະເສັຍການຊົງໂຕ ແລະຂ້ອຍກໍາລັງຈະຈົມນ້ຳ. ແລະແມ່ຂອງຂ້ອຍທີ່ນັ່ງຢູ່ໄກ 50 ແມັດ, ຄິດວ່າມີຫຍັງຜິດປົກກະຕິເກີດຂຶ້ນ ແລະລາວຮູ້ວ່າ ຂ້ອຍກໍາລັງຈະຈົມນ້ຳ. ສະນັ້ນ ນາງຈຶ່ງໄດ້ໂຕນລົງໄປໃນສະນ້ຳສັກສິດທັນທີ ເພື່ອຊ່ວຍຊີວິດຂອງຂ້ອຍ. ບໍ່ມີໃຜລອຍນ້ຳເປັນ, ແລະພວກເຮົາທັງສອງ ກໍາລັງຈະຈົມນ້ຳ ແລະມີຄົນມາຈາກບ່ອນໃດບ່ອນຫນຶ່ງ, ດຶງພວກເຮົາຂຶ້ນມາ ແລະກໍຫາຍໂຕໄປ."

ນັບຕັ້ງແຕ່ ໄດ້ຍ້າຍມາຢູ່ອອສເຕຣເລັຍ ໃນປີ 2007, ຄວາມຊົງຈໍານີ້ ຍັງເຮັດໃຫ້ລາວ ມີຄວາມຢ້ານກົວນ້ຳ.

"ທຸກເທື່ອທີ່ຂ້ອຍລົງໄປໃນສະນ້ຳ ເພື່ອຝຶກຊ້ອມ ຫລືລອຍນ້ຳກັບຄອບຄົວຂອງຂ້ອຍ, ຂ້ອຍຈະມີເຫດການນັ້ນ ເກີດຂຶ້ນຢູ່ຕໍ່ຫນ້າຕໍ່ຕາຂອງຂ້ອຍ ແລະມັນເຮັດໃຫ້ຂ້ອຍ ຢ້ານກົວຕລອດເວລາ."

ລາວທໍາງານ ເປັນຜູ້ນໍາຊຸມຊົນຊາວຊິກ ໃນເມືອງ Officer ຢູ່ນອກເມືອງ Melbourne, Mr Kandra ກ່າວວ່າ ລາວຮູ້ວ່າ ມີຫລາຍຄົນຈາກຊຸມຊົນຂອງລາວເອງ, ແລະຊຸມຊົນອົບພະຍົບອື່ນໆ, ມີຄວາມຢ້ານກົວນ້ຳຄືກັນກັບລາວ.

ລາວເວົ້າວ່າ ການຈົມນ້ຳຕາຍຂອງຜູ້ອົບພະຍົບຫລາຍຄົນ, ຮວມທັງການຕາຍ ຂອງນັກຮຽນຕ່າງຊາດສອງຄົນ ຈາກມະຫາວິທະຍາລັຍ ທີ່ລາວທໍາງານ, ໄດ້ເຮັດລາວ ໃຫ້ຈັດໂຄງການສອນຜູ້ອົບພະຍົບ ທີ່ເປັນຜູ້ໃຫຍ່ ໃຫ້ລອຍນ້ຳ ແລະມ່ວນຊື່ນກັບນ້ຳ ຢ່າງປອດພັຍ.

"ພວກເຮົາ ຢາກສ້າງຄວາມຜູກພັນ ລະຫວ່າງຊຸມຊົນ ແລະນ້ຳ. ພວກເຮົາ ບໍ່ພຽງແຕ່ເວົ້າເຖິງຄວາມປອດພັຍໃນນ້ຳເທົ່ານັ້ນ. ພວກເຮົາໄດ້ເວົ້າວ່າ ການຫຼິ້ນນ້ຳນັ້ນ ພາໃຫ້ມ່ວນຊື່ນ. ຖ້າທ່ານຢູ່ໃນສະນໍ້າ ອາທິດລະເທື່ອ ມັນສາມາດຟື້ນຟູຮ່າງກາຍຂອງທ່ານໄດ້. ນ້ຳເປັນຢາທີ່ດີ. ພວກເຮົາໄດ້ບອກຜູ້ຄົນວ່າ ຖ້າຫາກທ່ານຢູ່ໃນສະນ້ຳ ກັບຄອບຄົວຂອງທ່ານເປັນເວລາຫນຶ່ງ ຫລືສອງຊົ່ວໂມງຕໍ່ອາທິດ, ນັ້ນເປັນເວລາທີ່ດີທີ່ສຸດ ສໍາລັບຄອບຄົວ ທີ່ຈະຢູ່ຫ່າງໄກຈາກອຸບປະກອນມືຖື ແລະເຊື່ອມຕໍ່ກັນ."

ບັດນີ້ Mr Kandra ເປັນຫນຶ່ງໃນ 40 ຄົນ ທີ່ຊ່ຽວຊານ ເລື່ອງຄວາມປອດພັຍທາງນ້ຳ ຈາກທົ່ວອອສເຕຣເລັຍ ແລະປະເທດອິນເດັຍ ທີ່ໄດ້ມາເຕົ້າໂຮມກັນຢູ່ Sydney ສໍາລັບການອົບຮົມ ການປ້ອງກັນ ການຈົມນ້ຳເປັນເວລາສອງມື້ ຊຶ່ງອຳນວຍຄວາມສະດວກໂດຍ Royal Life Saving Australia.

ການອົບຮົມ ໄດ້ນໍາເອົາບຸກຄົນຂອງຣັດຖະບານ, ຜູ້ຊ່ຽວຊານດ້ານຄວາມປອດພັຍທາງນໍ້າ, ຜູ້ຊ່ຽວຊານດ້ານການແພດ ແລະສະພາບອາກາດ ແລະຄົນອື່ນໆ ຈາກທັງສອງປະເທດ ມາເຕົ້າໂຮມກັນ ເພື່ອສຳຫຼວດວິທີໃຫມ່ໆ ເພື່ອຫລຸດການເສັຍຊີວິດ ຈາກການຈົມນໍ້າ ໃນທັງສອງປະເທດ.

ໃນປະເທດອິນເດັຍ, ການຈົມນໍ້າ ເຮັດໃຫ້ມີຄົນເສັຍຊີວິດຈຳນວນຫຼາຍ ໃນແຕ່ລະປີ, ໂດຍຂໍ້ມູນທາງການຫຼ້າສຸດ ຈາກຫ້ອງການບັນທຶກ ອາດຊະຍາກັມ ແຫ່ງຊາດອິນເດັຍ (India's National Crime Records Bureau) ສະແດງໃຫ້ເຫັນວ່າ ມີຫຼາຍກວ່າ 38,000 ຄົນເສັຍຊີວິດ ຍ້ອນການຈົມນໍ້າ ໃນປະເທດອິນເດັຍ ໃນປີ 2022.

Manas Pratim Roy ຈາກ Ministry of Health and Family Welfare, ຊຶ່ງເປັນຜູ້ມີສ່ວນຮ່ວມ ການອົບຮົມ, ກ່າວວ່າ ຈໍານວນຄົນຕາຍຈາກການຈົມນ້ຳ ປະຈໍາປີ ອາດສູງກວ່ານັ້ນ, ເພາະການລາຍງານບໍ່ຖືກຕ້ອງ.

 

"ການຈົມນໍ້າຈຶ່ງຍັງເປັນສາເຫດຫຼັກຢ່າງຫນຶ່ງ ຂອງການຕາຍຈາກອຸບັດຕິເຫດໃນອິນເດັຍ. ສະນັ້ນ, ບັນທຶກປະຈໍາປີ ທີ່ສ່ວນຫລາຍຖືກຮວບຮວມຈາກແຟ້ມຂອງຕໍາຫລວດ, ມັນກ່າວວ່າ ຈໍານວນຂອງການຕາຍ ແມ່ນເຖິງ 37,000 ຄົນຕໍ່ປີ. ແຕ່ຍັງມີຄວາມວິຕົກບາງຢ່າງ ວ່ານີ້ ເປັນພຽງສ່ວນຫນຶ່ງ ຂອງຄວາມເປັນຈິງເທົ່ານັ້ນ ເພາະວ່າ ຫຼາຍຄັ້ງການຕາຍ ບໍ່ໄດ້ຖືກລາຍງານຕໍ່ຕໍາຫຼວດ."

ລາວກ່າວວ່າ ການຮັບມືກັບອັດຕາຂອງການເສັຍຊີວິດ ຈາກການຈົມນ້ຳ ທີ່ສູງນີ້ ຈຳເປັນຕ້ອງມີນະໂຍບາຍ ແລະການປະຕິບັດໃຫມ່ ທີ່ແນໃສ່ການຮ່ວມມື ແລະຄວາມຄິດເຫັນ ຈາກຫລາຍໆພາກສ່ວນ.

"ການຈົມນ້ຳ ບໍ່ພຽງແຕ່ເປັນສິ່ງທີ່ກະຊວງສາທາຣະນະສຸກ ຫລືກະຊວງອຸຕຸນິຍົມເທົ່ານັ້ນ ທີ່ຕ້ອງຮັບມື, ມັນຍັງມີກະຊວງສຶກສານໍາອີກ. ສະນັ້ນພວກເຮົາຕ້ອງໂນ້ມນ້າວເດັກນ້ອຍ ວ່າມັນເປັນອັນຕະຣາຍແທ້ໆ ແລະພວກເຮົາຕ້ອງ ໂນ້ມນ້າວພໍ່ແມ່ຂອງພວກເຂົາ ແລະພວກເຮົາ ຕ້ອງມີຜແນກປະກັນສັງຄົມ (Department of Social Security) ຂອງພວກເຮົາເຂົ້າຮ່ວມນໍາອີກ."

Mr Roy ກ່າວວ່າ ການອົບຮົມ ໄດ້ໃຫ້ໂອກາດທີ່ມີຄ່າ ສໍາລັບຜູ້ກຳໜົດນະໂຍບາຍ ຈາກທັງສອງປະເທດ ເພື່ອແບ່ງປັນຄວາມຮູ້ ແລະປະສົບການ ໃນວິທີທີ່ຈະພັດທະນາ ຄວາມປອດພັຍທາງນ້ຳ ໃນວິທີທີ່ສົມບູນ.

"ທັງສອງປະເທດ ມີຫລາຍຢ່າງທີ່ຍັງບໍ່ທັນໄດ້ຮຽນຮູ້ ແລະດ້ວຍການແລກປ່ຽນຄວາມຄິດ ແລະປະສົບການຂອງເຮົາ, ເຮົາທັງສອງ ສາມາດບັນລຸຄວາມສໍາເລັດ ໄດ້ດີກວ່າບ່ອນທີ່ເຮົາຢູ່ ໃນເວລານີ້."

ຄວາມປອດພັຍທາງນ້ຳ ກໍເປັນປັນຫາສຳຄັນຫລາຍ ໃນອອສເຕຣເລັຍເຊັ່ນກັນ, ໂດຍທີ່ ລາຍງານການຈົມນ້ຳຕາຍ ເທື່ອສຸດທ້າຍ ຈາກ Royal Life Saving Australia ເປີດເຜີຍວ່າ ມີຄົນຕາຍຈາກການຈົມນ້ຳ 357 ຄົນໃນອອສເຕຣເລັຍ ໃນປີ 2025-ເປັນຈໍານວນທີ່ສູງທີ່ສຸດ ນັບແຕ່ເລີ່ມຕົ້ນການບັນທຶກ.

ຂໍ້ມູນສຸດທ້າຍເປີດເຜີຍວ່າ ຜູ້ຄົນທີ່ເກີດຢູ່ຕ່າງປະເທດ ມີຈໍານວນຫລາຍກວ່າ 30 ເປີເຊັນຂອງການຕາຍເຫລົ່ານີ້.

Justin Scarr, CEO ຂອງ Royal Life Saving Australia ກໍາລັງອໍານວຍຄວາມສະດວກ ໃນການຝຶກອົບຮົມ ປ້ອງກັນການຈົມນໍ້າໃນປະເທດອິນເດັຍ-ອອສເຕຣເລັຍ.

ລາວເວົ້າວ່າ ຊາວອິນເດັຍໃນອອສເຕຣເລັຍ ເປັນກຸ່ມຫນຶ່ງ ທີ່ມີຈໍານວນຫລາຍເກີນໄປ ເມື່ອກ່າວເຖິງການຕາຍຈາກການຈົມນ້ຳ.

"ພວກເຮົາເປັນຫ່ວງຫຼາຍຂຶ້ນ ກ່ຽວກັບຊາວອິນເດັຍ ໃນອອສເຕຣເລັຍ ທີ່ຫຼິ້ນນ້ຳ, ຮຽນລອຍນ້ຳ. ແຕ່ຫນ້າເສັຍໃຈ ທີ່ການຈົມນ້ຳຕາຍ ກໍາລັງເກີດຂຶ້ນໃນຊຸມຊົນນັ້ນ. ສະນັ້ນ, ຜູ້ແທນຊາວອິນເດັຍ ຢູ່ທີ່ນີ້ກໍາລັງຊ່ອຍເຮົາໃຫ້ເຂົ້າໃຈ ວັດທະນະທັມທາງສັງຄົມ ຂອງຄວາມປອດພັຍທາງນ້ຳ. ແລະພວກເຮົາ ຍັງຮຽນຮູ້ຢ່າງໃກ້ຊິດ ກັບຜູ້ຄົນໃນຫ້ອງ ກ່ຽວກັບວິທີທີ່ເຂົາເຈົ້າ ຈະສເນີຄວາມປອດພັຍທາງນ້ຳ ວ່າເປັນທາງເລືອກ, ເປັນໂອກາດ ສໍາລັບຜູ້ຄົນທີ່ອາໄສຢູ່ໃນອອສເຕຣເລັຍ ທີ່ມາຈາກຊຸມຊົນຊາວອິນເດັຍ."

ໃນຂນະທີ່ອິນເດັຍ ແລະອອສເຕຣເລັຍ ມີຄວາມສົນໃຈດຽວກັນ ໃນການຫລຸດການເສັຍຊີວິດ ຈາກການຈົມນ້ຳ, Mr Scarr ກ່າວວ່າ ບໍຣິບົດ (Context) ທາງວັດທະນະທັມ ທີ່ເກີດຈາກການຈົມນ້ຳນັ້ນ ແຕກຕ່າງກັນຫຼາຍໃນທັງສອງປະເທດ.

"ຊາວອອສເຕຣເລັຍ ກໍຄຸ້ນເຄີຍກັບຄວາມຄິດທີ່ວ່າ ການຈົມນ້ຳຕາຍມັກຈະເກີດຂຶ້ນໃນການພັກຜ່ອນ, ໃນຂນະທີ່ເຮົາລອຍນ້ຳ ຫລືຕົກຈາກເຮືອ ໃນຂນະທີ່ເຮົາໄປຫຼິ້ນທະເລ, ຫລືບາງທີ ເຮົາຈະໄປລອຍນ້ຳໃນແມ່ນ້ຳໃນທ້ອງຖິ່ນ. ບໍຣິບົດ (Context) ຂອງການຈົມນ້ຳຕາຍ ໃນປະເທດອິນເດັຍ ມັກຈະເປັນຊີວິດປະຈໍາວັນ. ມັນແມ່ນຄົນທີ່ອາບນ້ຳຢູ່ໃນສະນ້ຳ ຫລືແມ່ນ້ຳໃນທ້ອງຖິ່ນ ເພາະເຂົາເຈົ້າຍັງບໍ່ມີນ້ຳປະປາຢູ່ໃນເຮືອນ. ມັນແມ່ນຜູ້ຄົນທີ່ຈົມນ້ຳຕາຍ ໃນຕອນໄປໂຮງຮຽນ ຫລືຕອນໄປເຮັດວຽກ ເພາະລະບົບການຂົນສົ່ງຂອງເຂົາເຈົ້າ ຢູ່ໃນແມ່ນ້ຳ ໃນທ້ອງຖິ່ນທີ່ຕ້ອງໃຊ້ເຮືອ."

ດ້ວຍການການສ້າງຄວາມເຂົ້າໃຈທີ່ເຂັ້ມແຂງຂຶ້ນ ກ່ຽວກັບບໍຣິບົດ (Context) ວັດທະນະທັມ ທີ່ຢູ່ເບື້ອງຫລັງຂອງການໃຊ້ນ້ຳ, Mr Scarr ກ່າວວ່າ ເຮົາສາມາດພັດທະນາ ແນວທາງທີ່ມີຂໍ້ມູນ ແລະຍືນຍົງຫລາຍຂຶ້ນ ໃນການປ້ອງກັນການຈົມນ້ຳ.

"ສະນັ້ນ ຂ້າພະເຈົ້າຄິດວ່າ ນັ້ນເປັນສິ່ງທີ່ເຮົາມອງຂ້າມເລື້ອຍໆ ໃນອອສເຕຣເລັຍ ຄືສິ່ງທີ່ນໍາຜູ້ຄົນມາສູ່ນ້ຳ. ເຮົາມັກເວົ້າທົ່ວໄປວ່າ ເຮົາທຸກຄົນຮັກຫາດຊາຍ, ເຮົາທຸກຄົນມັກສະນ້ຳໃນທ້ອງຖິ່ນ, ແຕ່ໃນປະເທດອິນເດັຍ ເບິ່ງຄືວ່າ ວັດທະນະທັມສໍາຄັນຫລາຍ ຕໍ່ການເຂົ້າເຖິງນ້ຳ ແລະມັນສໍາຄັນແທ້ໆ ໃນວິທີທີ່ຊຸມຊົນທໍາງານຮ່ວມກັນ. ແລະຂ້າພະເຈົ້າຄິດວ່າ ມີການຮຽນຮູ້ ແລະບົດຮຽນບາງຢ່າງ ສໍາລັບຊາວອອສເຕຣເລັຍ."

ລາວກ່າວວ່າ ໃນການແລກປ່ຽນຄວາມຄິດເຫັນ ທີ່ໄດ້ເກີດຂຶ້ນໃນລະຫວ່າງການອົບຮົມສອງມື້, ພ້ອມດ້ວຍຂໍ້ມູນທີ່ສໍາຄັນ ກ່ຽວກັບຄວາມແຕກຕ່າງທາງວັດທະນະທັມ, ກໍມີຄວາມຄ້າຍຄືກັນຢ່າງຫນຶ່ງ ທີ່ເຫັນໄດ້ຢ່າງແຈ່ມແຈ້ງ.

"ພວກເຮົາທຸກຄົນ ເຫັນພ້ອມວ່າ ຜົນກະທົບຂອງການຈົມນ້ຳຕາຍ ແມ່ນຮູ້ສຶກໄດ້ຊັດເຈນທີ່ສຸດ ໂດຍຄອບຄົວ, ໂດຍຊຸມຊົນທ້ອງຖິ່ນ. ແລະມັນສໍາຄັນຫຼາຍ ໃນການຮ່ວມກັນ, ບໍ່ວ່າຈະເປັນອອສເຕຣເລັຍ ຫລືອິນເດັຍ, ທີ່ເຮົາຈະຮັບຮູ້ພາລະ ແລະໂອກາດນັ້ນ. ຈາກທັດສະນະຂອງການປ້ອງກັນ,ນີ້ ບໍ່ແມ່ນຕົວເລກ, ນີ້ຄືຜູ້ຄົນທີ່ແທ້ຈິງ, ຊຸມຊົນໃນທ້ອງຖິ່ນ ຈະເປັນຜູ້ທີ່ຂັບເຄື່ອນ ການແກ້ໄຂປັນຫາ."

ລາຍງານໂດຍ Angelica Waite ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now