ຈຸດສຳຄັນ:
- ການໃຊ້ຢາທາກັນແດດ ຮ່ວມກັບຂັ້ນຕອນຄວາມປອດພັຍ ຈາກແສງແດດອື່ນໆ ເປັນສິ່ງທີ່ຕ້ອງປະຕິບັດ ໃນອອສເຕຣເລັຍ
- ຢາທາກັນແດດ ໄດ້ຖືກພິສູດແລ້ວວ່າ ສາມາດປ້ອງກັນອັນຕະຣາຍຈາກລັງສີ UV ໄດ້
- ມັນບໍ່ຊ້າເກີນໄປ ທີ່ຈະເລີ່ມໃຊ້ຢາທາກັນແດດ, ແຕ່ວິທີ ທີ່ທ່ານໃຊ້ມັນນັ້ນ ມີຄວາມສໍາຄັນ.
- ຜູ້ຊ່ຽວຊານ ແນະນໍາໃຫ້ໃຊ້ SPF 30+ ຫຼື SPF 50+ ທີ່ກັນນໍ້າໄດ້ ແລະໄດຮັບການຮັບຮອງຈາກ TGA
- ໂຣກມະເລັງຜິວຫນັງ ແລະ Melanoma ໃນອອສເຕຣເລັຍ ເປັນເລື່ອງປົກກະຕິຫລາຍປານໃດ?
- ຂ້ອຍຈະເຮັດແນວໃດ ເພື່ອປ້ອງກັນມະເຮັງຜິວຫນັງ?
- ຢາທາກັນແດດ ສາມາດປົກປ້ອງຂ້ອຍ ຈາກໂລກມະເຮັງຜິວຫນັງໄດ້ບໍ່?
- SPF ແມ່ນຫຍັງ?
- ຂ້ອຍຈະໃຊ້ຢາທາກັນແດດ ຢ່າງຖືກຕ້ອງໄດ້ແນວໃດ?
- ຂ້ອຍຄວນຊອກຫາສິ່ງໃດ ເມື່ອເລືອກຊື້ຢາທາກັນແດດ?
- ຂ້ອຍຄວນກັງວົນ ກ່ຽວກັບການຂາດ Vitamin D ເມື່ອໃຊ້ຢາທາກັນແດດຫຼືບໍ່?
- ຄວາມຈິງກ່ຽວກັບສ່ວນປະກອບ ຂອງຢາທາກັນແດດ ແລະຢາທາກັນແດດ DIY ມີຫຍັງແດ່?
ອອສເຕຣເລັຍ ຢູ່ໃນຕໍາແຫນ່ງທີ່ບໍ່ໜ້າອິດສາ ຂອງໂລກວ່າເປັນ 'ເມືອງຫລວງຂອງໂຣກມະເລັງຜິວຫນັງ' ເພາະມີອັດຕາ ການເປັນໂຣກມະເລັງຜິວຫນັງ ທີ່ສູງສຸດ.
ໂຣກມະເລັງຜິວຫນັງ ເກືອບທັງຫມົດໃນອອສເຕຣເລັຍ ແມ່ນເກີດຈາກລັງສີ UV (ຫລື Ultraviolet) ຫລາຍເກີນໄປ, ຊຶ່ງເປັນສ່ວນໜຶ່ງ ຂອງແສງແດດ ທີ່ເຮັດໃຫ້ຜິວໜັງໄໝ້ ແລະຜິວຫນັງເສັຍຫາຍເ ມື່ອເວລາຜ່ານໄປ.
ໂຣກມະເລັງຜິວຫນັງ ແລະ Melanoma ໃນອອສເຕຣເລັຍ ເປັນເລື່ອງທັມມະດາ ຫລາຍປານໃດ?
"ສອງໃນສາມຄົນ ຂອງຊາວອອສເຕຣເລັຍ ຈະເປັນໂຣກມະເລັງ ຜິວຫນັງ ຕລອດຊີວິດຂອງເຂົາເຈົ້າ," Linda Martin ກ່າວ. ນາງເປັນຫມໍຜິວຫນັງ ຂອງເດັກນ້ອຍ ຢູ່ໂຮງຫມໍ Sydney Children's Hospital, ແລະເປັນທີ່ປຶກສາ ຂອງຄນະກັມມະການ ຢູ່ສະຖາບັນ Melanoma Australia.
ສໍາລັບ Melanoma, ຄວາມສ່ຽງຕລອດຊີວິດ ແມ່ນຫນຶ່ງໃນ 15 ຄົນສໍາລັບເດັກນ້ອຍຜູ້ຊາຍ ແລະເດັກນ້ອຍຜູ້ຍິງ.
"ນັ້ນຫມາຍຄວາມວ່າ ເດັກນ້ອຍ ໃນທຸກຫ້ອງຮຽນຂອງໂຮງຮຽນອະນຸບານ ທີ່ເລີ່ມຕົ້ນໃນປີນີ້, ສອງສ່ວນສາມ ຈະເປັນໂຣກມະເລັງຜິວຫນັງ ເມື່ອເຂົາເຕີບໂຕຂຶ້ນ, ແລະຫນຶ່ງ ຫລືສອງຄົນ ຕໍ່ຫ້ອງຮຽນ ຈະເປັນ Melanoma."

ຂ້ອຍຈະເຮັດແນວໃດ ເພື່ອປ້ອງກັນມະເຮັງຜິວຫນັງ?
ຂ່າວດີກໍຄື ເຮົາສາມາດຄວບຄຸມລະດັບການປ້ອງກັນແສງແດດ ໄດ້ດ້ວຍພຶດຕິກັມຂອງເຮົາ.
ແລະມັນເລີ່ມຕົ້ນ ໂດຍການຈໍາກັດວ່າ ເຮົາໃຊ້ເວລາຢູ່ນອກເຮືອນດົນປານໃດ, ແລະລະດັບ UV ທີ່ເຮົາເລືອກ ທີ່ຈະອອກໄປຂ້າງນອກ, Dr Martin ກ່າວ.
ຫລາຍຄົນ ທີ່ເຕີບໃຫຍ່ໃນອອສເຕຣເລັຍ, ໃນທົດສະວັດທີ 80 ກໍຄຸ້ນເຄີຍກັບຄໍາຂວັນທີ່ວ່າ 'Slip, Slop, Slap', ຊຶ່ງໄດ້ພັດທະນາຂຶ້ນ ໃນປະຈຸບັນນີ້ ເປັນວິທີທາງຫ້າຂັ້ນຕອນ ທີ່ອີງຕາມຫລັກຖານ ເພື່ອຄວາມປອດພັຍຈາກແສງແດດ:
- Slip on sun-protective clothing - ໃສ່ເຄື່ອງນຸ່ງປ້ອງກັນແດດ
- Slop on SPF 30 or above, broad-spectrum, water-resistant sunscreen - ທາ SPF 30 ຫຼື ສູງກວ່ານັ້ນ, ຢາທາກັນແດດທີ່ທົນທານນໍ້າ
- Slap on a broad-brimmed hat - ໃສ່ຫມວກຂອບກວ້າງ
- Seek shade - ຊອກຫາຮົ່ມ
- Slide on sunglasses - ໃສ່ແວ່ນຕາດຳ

ຢາທາກັນແດດ ສາມາດປົກປ້ອງຂ້ອຍ ຈາກໂລກມະເຮັງຜິວຫນັງໄດ້ຫຼືບໍ່?
ຢາທາກັນແດດ ເປັນພຽງສ່ວນຫນຶ່ງ ຂອງເຄື່ອງມືປ້ອງກັນແສງແດດຂອງເຮົາ.
ແຕ່ການໃຊ້ມັນເປັນສິ່ງສໍາຄັນ, ດັ່ງທີ່ນັກວິທະຍາສາດ ຂອງອອສເຕຣເລັຍ ໄດ້ພິສູດວ່າ ມັນມີປະສິດທິພາບ ໃນການປ້ອງກັນໂຣກມະເລັງຜິວຫນັງ ມານານແລ້ວ.
Dr Martin ຊີ້ບອກເຖິງ ‘Nambour Trial’ ທີ່ມີຊື່ສຽງ, ການສຸ່ມທົດລອງ ພາຍໃຕ້ການຄວບຄຸມ ໄດ້ຢືນຢັນວ່າ ການໃຊ້ຢາທາກັນແດດທຸກມື້ ຈະຫລຸດໂອກາດ ເປັນມະເລັງຜິວຫນັງ.
"ຫລັງຈາກຕິດຕາມຜົນ 10 ປີ, ອັດຕາ Melanoma ໃນກຸ່ມທີ່ໃຊ້ຢາທາກັນແດດປະຈໍາວັນ ແມ່ນເຄິ່ງຫນຶ່ງ.
"ມັນສະແດງໃຫ້ເຫັນວ່າ ຢາທາກັນແດດໄດ້ຜົນ, ການປ້ອງກັນ Melanoma, ນັ້ນມັນບໍ່ຊ້າເກີນໄປ. ເຖິງແມ່ນວ່າທ່ານເລີ່ມໃຊ້ຢາທາກັນແດດປະຈໍາວັນ ຕອນມີອາຍຸ 50 ປີ, ແຕ່ມັນກໍຍັງບໍ່ຊ້າເກີນໄປ," Dr Martin ກ່າວ.

SPF ແມ່ນຫຍັງ?
ຢາທາກັນແດດທຸກຊະນິດ ມີຕົວເລກ Sun Protection Factor (SPF) ທີ່ລະບຸໄວ້ຢູ່ເທິງກ່ອງ.
ຍິ່ງ SPF ສູງເທົ່າໃດ, ການປ້ອງກັນແດດ ກໍຍິ່ງຢູ່ໄດ້ນານຂຶ້ນເທົ່ານັ້ນ.
ອົງການຄວບຄຸມ ຢາທາກັນແດດ ອອສເຕຣເລັຍ, ອົງການຄວບຄຸມ ຜລິດຕະພັນການປິ່ນປົວ (TGA), ຖືວ່າຢາທາກັນແດດ ທີ່ສູງກວ່າ SPF 30 ຈະໃຫ້ 'ການປົກປ້ອງທີ່ມີປະສິດທິພາບ'.
ນັບແຕ່ວັນທີ 1 ສິງຫາ 2024, ສະພາມະເຮັງ ຊຶ່ງເປັນອົງກອນສຸຂະພາບທີ່ມີຊື່ສຽງແນະນໍາວ່າ SPF 50+ ເປັນລະດັບສູງທີ່ສຸດໃນຕລາດ.
ຂ້ອຍຈະໃຊ້ຢາທາກັນແດດຢ່າງຖືກຕ້ອງໄດ້ແນວໃດ?
ເພື່ອໃຫ້ຢາທາກັນແດດມີປະສິດທິພາບ ທ່ານຕ້ອງໃຊ້ໃນທາງທີ່ຖືກຕ້ອງ ນັກເຄມີທາງກາຍະພາບ Anna Wang ຮອງສາດສະດາຈານ ຂອງ UNSW ອະທິບາຍ.
ທາຊ້ຳ ທຸກໆສອງຊົ່ວໂມງ ແລະທາໃຫ້ພຽງພໍ, ທາມັນ ແລະລໍຖ້າ 20 ນາທີ ກ່ອນທ່ານຈະອອກໄປນອກເຮືອນ, ທັງຫມົດນີ້ ມີຄວາມສໍາຄັນ.Dr Anna Wang
ເຖິງແມ່ນ ຈະໃຊ້ຢາທາກັນແດດທີ່ຕ້ານທານຕໍ່ນ້ຳ, ແຕ່ຍັງຈໍາເປັນຕ້ອງທາໃຫມ່ ທຸກໆສອງຊົ່ວໂມງ, ແລະຫລັງຈາກລອຍນ້ຳ, ເຫື່ອອອກ ຫລືເຊັດໂຕ.
ຕັ້ງເປົ້າຫມາຍ ໃຫ້ມີຢາທາກັນແດດປະມານ 5 ມິລິລິດ (ປະມານຫນຶ່ງບ່ວງກາເຟ) ສໍາລັບແຕ່ລະສ່ວນຂອງຮ່າງກາຍ ທີ່ຖືກແສງແດດ.
ຂ້ອຍຄວນຊອກຫາຫຍັງ ເມື່ອເລືອກຢາທາກັນແດດ?
ມີລັງສີ UV ສອງຮູບແບບ ທີ່ເຮົາໄດ້ຮັບ ເມື່ອຢູ່ໃຕ້ແສງແດດ: UVA ແລະ UVB.
ທັງສອງລັງສີ ກ່ຽວຂ້ອງກັບໂຣກມະເລັງຜິວຫນັງ, ສະນັ້ນ ໃຫ້ແນ່ໃຈວ່າ ຢາທາກັນແດດຂອງທ່ານ ໃຫ້ການປົກປ້ອງຢ່າງກວ້າງຂວາງ (Broad-spectrum Protection), Dr Wang ກ່າວ.
"ເມື່ອຢາທາກັນແດດ ຖືກຈັດໄວ້ວ່າເປັນ Broad-spectrum Protection,ນັ້ນຫມາຍຄວາມວ່າ ມັນປົກປ້ອງທັງ UVA ແລະ UVB.
"UVB ເຮັດໃຫ້ການຖືກແດດໄໝ້ (Sunburn) ໃນຂນະທີ່ UVA[...]ທໍາລາຍDNA ເຊິ່ງອາດນໍາໄປສູ່ໂລກມະເຮັງໄດ້."

ຢາທາກັນແດດຂອງທ່ານ ຄວນມີເຄື່ອງຫມາຍອະນຸຍາດຈາກ TGA ນໍາອີກ.
"ຖ້າຫາກທ່ານ ຊື້ຢາທາກັນແດດຢູ່ໃນຮ້ານຄ້າ ຫລືຮ້ານຂາຍຢາ, ທ່ານຈະເຫັນຢູ່ຂ້າງລຸ່ມ ຈະມີບາງສິ່ງທີ່ຂຽນວ່າ AUST L ແລະຕົວເລກຍາວ," Ian Musgrave, Pharmacologist ແລະ Toxicologist ທີ່ the University of Adelaide, ອະທິບາຍ.
ຂ້ອຍຄວນກັງວົນ ກ່ຽວກັບການຂາດ Vitamin D ເມື່ອໃຊ້ຢາທາກັນແດດຫຼືບໍ່?
"ເພາະເຮົາມີລັງສີ UV ຫລາຍ, ເຮົາຈຶ່ງສາມາດສ້າງ Vitamin D ໄດ້ພຽງພໍ ພຽງແຕ່ຈາກແສງແດດ ພຽງເລັກນ້ອຍເທົ່ານັ້ນ.
ປະຣິມານ ຂອງຢາທາກັນແດດ ທີ່ເຮົາຕ້ອງການ ເພື່ອຢຸດການເຜົາໄຫມ້ຈາກແດດ ແລະມະເຮັງ ຈະບໍ່ຢຸດເຮົາ ໃຫ້ໄດ້ຮັບ UV ພຽງພໍທີ່ຈະສ້າງ Vitamin D.Dr Ian Musgrave
ຄວາມຈິງ ກ່ຽວກັບສ່ວນປະກອບ ຂອງຢາທາກັນແດດ ແລະຢາທາກັນແດດທີ່ເຮັດເອງ (DIY) ມີຫຍັງແດ່?
ຢາທາກັນແດດ ທີ່ໄດ້ຮັບອະນຸຍາດຈາກ TGA ມີສ່ວນປະກອບ ໃນປະຣິມານ ທີ່ມີປວັດສາດ ທີ່ພິສູດມາດົນນານແລ້ວວ່າ ໃຊ້ໄດ້ຢ່າງປອດພັຍ.
ຢາທາກັນແດດທັງຫມົດ ຖືກເຮັດຈາກສານເຄມີ, ຮວມທັງສິ່ງທີ່ຂາຍໃນຕລາດ ວ່າເປັນ 'ແຮ່ທາດເທົ່ານັ້ນ'.
ຢາທາກັນແດດ ທັງແຮ່ທາດ ແລະເຄມີ ກໍປອດພັຍ ແລະມີປະສິດທິພາບ, ແຕ່ມັນທໍາງານ ໃນວິທີທີ່ແຕກຕ່າງກັນ.
"ຖ້າໃຊ້ຢ່າງຖືກຕ້ອງ ທັງສອງຈະເຮັດວຽກແບບດຽວກັນ," Dr Musgrave ອະທິບາຍ.
"Physical/mineral sunscreens, ບ່ອນທີ່ທ່ານມີແຮ່ທາດເຊັ່ນ Zinc Oxide ທີ່ສະທ້ອນ ຫຼືດູດຊຶມແສງ Ultraviolet"

ເທັກໂນໂລຈີ ຂອງຢາທາກັນແດດ ເປັນໄປບໍ່ໄດ້ທີ່ຈະເອົາແບບຢ່າງໃນສູດ (Recipes) ທີ່ເຮັດເອງ, ສະນັ້ນ ຈົ່ງຫມັ້ນໃຈ ກັບຜລິດຕະພັນທີ່ມີຂາຍຢູ່ໃນຕລາດ.
"ຄືຜູ້ຄົນປະເມີນຕ່ຳເກີນໄປ ວ່າມັນເປັນເທັກໂນໂລຈີທີ່ສູງ ຂນາດໃດ," Dr Wang ກ່າວ.
"ຜູ້ສ້າງຢາທາກັນແດດ ໄດ້ໃຊ້ເວລາຫລາຍສິບປີ ເພື່ອພະຍາຍາມສ້າງສູດ (Formula) ເຫລົ່ານີ້ ທີ່ຮູ້ສຶກດີ ແລະປົກປ້ອງເຮົາ."
ສຸດທ້າຍ, ຢາທາກັນແດດ ລາຄາແພງ ບໍ່ໄດ້ຫມາຍຄວາມວ່າ ມັນດີກວ່າຢາທາກັນແດດ ທີ່ລາຄາຖືກກວ່າ.
ດີທີ່ສຸດ ທີ່ຈະເລືອກຢາທາກັນແດດ ທີ່ທ່ານມັກໃຊ້ເລື້ອຍໆ ແລະຖືກຕ້ອງ, Dr Wang ສະຫລຸບ
ບົດຄວາມນີ້ ມີພຽງແຕ່ຂໍ້ມູນທົ່ວໄປເທົ່ານັ້ນ. ສໍາລັບຄໍາແນະນໍາທີ່ກ່ຽວຂ້ອງ ກັບສະຖານະການສ່ວນຕົວຂອງທ່ານ, ໃຫ້ໄປຫາທ່ານຫມໍ ທີ່ມີຄຸນສົມບັດທີ່ເໝາະສົມ.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.
ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au
ລາຍງານໂດຍ Zoe Thomaidou ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao







