ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄວາມປອດພັຍໃນທາງຖນົນຂອງອອສເຕຣເລັຍ.
ຈໍານວນຄົນຕາຍ ໃນທາງຖນົນຂອງອອສເຕຣເລັຍ ກໍາລັງເພີ່ມຂຶ້ນ, ແລະຄໍາເຕືອນໃຫມ່ແນະນໍາວ່າ ປະເທດນີ້ ກໍາລັງຫ່າງໄກຈາກເປົ້າຫມາຍ ທີ່ຈະຫລຸດຈໍານວນຜູ້ເສັຍຊີວິດ ລົງເຄິ່ງຫນຶ່ງໃນປີ 2030.
ຫລາຍກວ່າ ພັນສາມຮ້ອຍຄົນ ໄດ້ເສັຍຊີວິດໃນຖນົນ ຂອງອອສເຕຣເລັຍ ໃນປີກາຍ, ໃນຕົ້ນປີ 2026 ບໍ່ໄດ້ສະແດງໃຫ້ເຫັນວ່າຈະດີຂຶ້ນ.
ຜູ້ນໍາອຸດສະຫະກັມ ແລະຜູ້ສນັບສນູນຜູ້ເຄາະຮ້າຍ ໄດ້ຮຽກຮ້ອງ ໃຫ້ມີການກະທໍາຢ່າງຮີບດ່ວນ, ຈາກການອອກແບບຖນົນທີ່ປອດພັຍ ຈົນເຖິງການປ່ຽນແປງພຶດຕິກັມຂອງຜູ້ຂັບຣົດ, ໃນຂນະທີ່ຄອບຄົວຍັງດໍາລົງຊີວິດ ຢູ່ກັບຜົນສະທ້ອນ ຂອງຄວາມເຈັບປວດ ໃນເສັ້ນທາງທຸກໆມື້.
Essam Al-Ghalib ລາຍງານ.
"ລູກສາວທີ່ຫນ້າຮັກຂອງຂ້າພະເຈົ້າ, ຊີວິດຂອງນາງ ໄດ້ຖືກເອົາໄປເພາະການກະທໍາ ຂອງບາງຄົນ ທີ່ປະພຶດແບບບໍ່ມີຄວາມຮັບຜິດຊອບ, ເພາະເຂົາເຈົ້າ ເປັນຄົນຂັບຣົດກະບະ ທີ່ຂາດສະມາທິ ຄວາມໂສກເສົ້າຈະເລິກຊຶ້ງ, ມັນຈະຢູ່ກັບທ່ານຕລອດຊີວິດຂອງທ່ານ. ສໍາລັບຫລາຍຄົນ, ເຂົາເຈົ້າຮູ້ສຶກຍາກ ທີ່ຈະຕື່ນຂຶ້ນໃນຕອນເຊົ້າ, ບໍ່ຕ້ອງເວົ້າເຖິງ ການກັບຄືນໄປ ເຮັດກິດຈະກັມປົກກະຕິຂອງເຂົາເຈົ້າ ແລະ ອື່ນໆ."
ເບື້ອງຫລັງຂອງຄວາມຕາຍຕາມຖນົນ ແມ່ນຄອບຄົວ ຄືກັນກັບຂອງ Mr Peter Frazer.
ສິບສີ່ປີກ່ອນ, ໃນວັນທີ 15 ເດືອນກຸມພາ ປີ 2012, Sarah ລູກສາວອາຍຸ 23 ປີ ຂອງລາວ ໄດ້ເສັຍຊີວິດຢູ່ທາງຫລວງ Hume Highway ເມື່ອຣົດກະບະຄັນຫນຶ່ງ ໄດ້ແລ່ນເຂົ້າໄປຕຳຣົດ ທີ່ຂັດຂ້ອງຂອງນາງ.
ນັບແຕ່ນັ້ນມາ ລາວໄດ້ສ້າງຕັ້ງກຸ່ມ the Safer Australian Roads and Highways Group, ທີ່ຮູ້ຈັກກັນໃນນາມ SARAH Group ເພື່ອລະນຶກເຖິງລູກສາວຂອງລາວ, ຊຶ່ງມີຈຸດປະສົງ ທີ່ຈະເພີ່ມຄວາມປອດພັຍ ໃນທາງ ຖນົນໃນອອສເຕຣເລັຍ.
ເຖິງແມ່ນ ຈະມີຄວາມກ້າວຫນ້າ ໃນເທັກໂນໂລຈີ ແລະການບັງຄັບຣົດ, ແຕ່ຈໍານວນຄົນເສັຍຊີວິດ ໃນຖນົນຂອງອອສເຕຣເລັຍ ກໍກໍາລັງເພີ່ມສູງຂຶ້ນອີກ.
ສະຖິຕິທາງການ ສະແດງໃຫ້ເຫັນວ່າ ຈໍານວນຄົນຕາຍປະຈໍາປີ ໄດ້ເພີ່ມຂຶ້ນເລື້ອຍໆ ນັບແຕ່ປີ 2020, ພ້ອມດ້ວຍການຕາຍຂອງຄົນຍ່າງ ເພີ່ມຂຶ້ນຫລາຍກວ່າ 13 ເປີເຊັນ, ແລະການຕາຍຂອງຄົນຂີ່ຣົດຖີບ ກໍເພີ່ມຂຶ້ນຄືກັນ.
Ehssan Veiszadeh ເປັນຫົວຫນ້າຜູ້ອໍານວຍການຂອງ Roads Australia.
"ໃນປີ 2025 ພວກເຮົາມີຜູ້ເສັຍຊີວິດ 1 314 ຄົນຢູ່ຕາມທາງຖນົນຂອງພວກເຮົາ. ຫນ້າເສັຍໃຈ ທີ່ມັນໄດ້ເພີ່ມຂຶ້ນຈາກ 1 292 ໃນປີ 2024 ແລະອັດຕາສູງຂຶ້ນຢ່າງຕໍ່ເນື່ອງ ໃນຫ້າປີທີ່ຜ່ານມາ. ແລະແນ່ນອນວ່າ ນີ້ບໍ່ແມ່ນໂຕເລກ ແລະສະຖິຕິ. ນີ້ຄືຜູ້ຄົນ, ແມ່ນບໍ່? ຫມູ່ເພື່ອນ, ສະມາຊິກໃນຄອບຄົວ, ເດັກນ້ອຍທີ່ບໍ່ເຄີຍກັບບ້ານ ຈາກການເດີນທາງໄປຮ້ານຄ້າ, ຢູ່ໂຮງຮຽນ ຫລືບ່ອນທໍາງານ."
ລາຍງານໃຫມ່ຈາກ Roads Australia ພົບວ່າ ຈໍານວນຄົນຕາຍທີ່ເພີ່ມຂຶ້ນໃນຕອນນີ້ ເກີດຂຶ້ນໃນຖນົນໃນເມືອງ ແລະຖນົນໃນທ້ອງຖິ່ນ-ບ່ອນທີ່ຊຸມຊົນຄາດຫວັງວ່າ ຈະມີຄວາມໄວຈະຕ່ຳກວ່າ ແລະປອດພັຍຫລາຍກວ່າທາງຫລວງ.
Mr Veiszadeh ກ່າວວ່າ ເມື່ອເມືອງມີຄວາມຫນາແຫນ້ນ ແລະຣົດມີ ຂນາດໃຫຍ່ຂຶ້ນ, ການອອກແບບຖນົນ ກໍມີບົດບາດສໍາຄັນຫລາຍຂຶ້ນ, ແລະມາດຕະການທີ່ກຸ້ມຄ່າງ່າຍໆ ກໍຊ່ອຍຊີວິດຜູ້ຄົນໄດ້.
"ທາງຂ້າມ wombat ທັມມະດາທີ່ມີຢູ່ທົ່ວໄປ. ດັ່ງທີ່ທ່ານຮູ້, ທາງຂ້າມທີ່ຍົກສູງນີ້ ມີປະສິດທິພາບ, ແມ່ນການຂ້າມທາງມ້າລາຍ ມາດຕະຖານເທິງພື້ນທີ່ສູງ, ຊຶ່ງຕາມປົກກະຕິແລ້ວ ຈະສູງເທົ່າກັບທາງຍ່າງ ຫລືຂອບທາງທີ່ມີຢູ່. ສິ່ງນັ້ນ ຈະຍົກລະດັບຄວາມເບິ່ງເຫັນຂອງຜູ້ຄົນ ທີ່ກຳລັງຍ່າງ, ບໍ່ວ່າຈະເປັນເດັກນ້ອຍ ຫລືຜູ້ມີອາຍຸຫລືຄົນອື່ນໆ, ແລະພວກມັນໄດ້ພິສູດວ່າ ໄດ້ຜົນດີ. ພວກມັນ ໄດ້ຫລຸດຈໍານວນອຸປະຕິເຫດທີ່ຮ້າຍແຮງ 67% ແລະຫລຸດຈໍານວນອຸປະຕິເຫດທັງຫມົດລົງ 61% ໃນບ່ອນທີ່ມັນໄດ້ຖືກນໍາໃຊ້."
ພຶດຕິກັມຢູ່ຫລັງພວງມາໄລຣົດ ກໍຍັງຄົງເປັນປັດຈັຍສໍາຄັນ.
ຂໍ້ມູນຄວາມປອດພັຍທາງຖນົນແຫ່ງຊາດ ສະແດງໃຫ້ເຫັນຢ່າງສມ່ຳ ສເມີວ່າ ຄວາມໄວ, ການຂາດສະມາທິ ແລະຄວາມບົກພ່ອງ ແມ່ນສາເຫດ ໃນບັນດາຜູ້ກໍ່ໃຫ້ເກີດອຸປະຕິເຫດ ທີ່ຮ້າຍແຮງ.
ການຄົ້ນຄວ້າ ຍັງເນັ້ນຫນັກວ່າ ການຫລຸດຄວາມໄວເລັກນ້ອຍ ຈະຊ່ອຍໃຫ້ຜົນຂອງການລອດຊີວິດ ຂອງຄົນຍ່າງໄດ້ຢ່າງຫຼາຍ.
Mr Veiszzadeh ອະທິບາຍ.
"ຖ້າຄົນຍ່າງຖືກຕໍາ ໃນຄວາມໄວ 50 ກິໂລແມັດຕໍ່ຊົ່ວໂມງ, ມີໂອກາດ90% ທີ່ຈະເສັຍຊີວິດ. ຖ້າຖືກຕໍາດ້ວຍຄວາມໄວ 40 ກິໂລແມັດຕໍ່ຊົ່ວໂມງ, ມີໂອກາດເສັຍຊີວິດ 40%, ແລະຖ້າແມ່ນ 30 ກິໂລແມັດຕໍ່ຊົ່ວໂມງ, ໂອກາດເສັຍຊີວິດມີພຽງ 10% ເທົ່ານັ້ນ. ແລະນັ້ນຄືເຫດຜົນ ທີ່ທ່ານເຫັນໃນສະພາບແວດລ້ອມໃນເມືອງເຫລົ່ານັ້ນ ທີ່ເຮົາຄິດວ່າ ຄວນໃຫ້ຄວາມສຳຄັນ ກັບສະຖານທີ່ ແລະຜູ້ຄົນ ແລະຄົນຍ່າງຫລາຍກວ່າ ການເຄື່ອນຍ້າຍຂອງຣົດ, ວ່າການຫລຸດຄວາມໄວ ໃນບ່ອນທີ່ສົມເຫດສົມເຫດຜົນ ນັ້ນ ເປັນສິ່ງຈໍາເປັນຢ່າງຍິ່ງ."
ສໍາລັບ Peter Frazer, ຄວາມປອດພັຍໃນທາງຖນົນ ບໍ່ໄດ້ເປັນການໂຕ້ຖຽງເລື່ອງນະໂຍບາຍ ແຕ່ເປັນຄວາມເປັນຈິງຂອງຊີວິດ-ເປັນຝັນຮ້າຍສໍາລັບພໍ່ແມ່ທຸກຄົນ ທີ່ຈະຜ່ານຜ່າ.
"ສິ່ງທີ່ກໍາລັງເກີດຂຶ້ນ ຄືຄວາມເຫັນແກ່ຕົວ ທີ່ເຮົາເຫັນໃນວິທີ ທີ່ຜູ້ຄົນຂັບຣົດ, ຂັບຣົດໄວ, ຂັບຣົດດ້ວຍຄວາມເມົາ, ບໍ່ສົນໃຈກັບຄົນທີ່ຢູ່ຂ້າງຫນ້າ, ເຮັດໃຫ້ຊີວິດຂອງເຂົາເຈົ້າ ຕົກຢູ່ໃນອັນຕະຣາຍ ເພາະການກະທໍາເຫລົ່ານັ້ນ. ເຮົາໄດ້ເຫັນການເພີ່ມຫລາຍຂຶ້ນ ໃນເລື່ອງນີ້ ແລະແນ່ນອນວ່າ, ໃນຫ້າປີທີ່ຜ່ານມາ, ສະຖິຕິເອງ ກໍສະແດງໃຫ້ເຫັນວ່າ ແຕ່ລະປີ, ຈໍານວນຄົນທີ່ເສັຍຊີວິດ ກໍເພີ່ມຂຶ້ນ."
Sarah, ລູກສາວຂອງ Mr Frazer, ບໍ່ໄດ້ຕາຍພຽງຄົນດຽວ ເມື່ອ 14 ປີກ່ອນ.
Geoffrey Clark, ຜູ້ຂັບຣົດ tow-truck ອາຍຸ 40 ປີ ຜູ້ໄດ້ຢຸດເພື່ອຊ່ອຍເຫລືອ Sarah ກໍເສັຍຊີວິດເຊັ່ນກັນ ເມື່ອຜູ້ຂັບຣົດທີ່ຂາດສະມາທິ ໄດ້ຕໍາເຂົາເຈົ້າ.
ເສັ້ນບ່າທາງສຸກເສີນ ທີ່ເຂົາເຈົ້າຢູ່ນັ້ນ ແມ່ນກວ້າງພຽງແຕ່ຫນຶ່ງແມັດເຄິ່ງ.
Peter Khoury ເປັນໂຄສົກຂອງ NRMA.
"ເຫດການທີ່ຫນ້າໂສກເສົ້ານີ້ ໄດ້ເກີດຂຶ້ນຢູ່ທາງຫລວງ Hume Highway, ບ່ອນທີ່ Sarah ເສັຍຊີວິດ, ບ່ອນທີ່ຜູ້ຮັບເໝົາຄົນຫນຶ່ງຂອງພວກເຮົາ ໄດ້ເສັຍຊີວິດໄປເຊັ່ນກັນ, ເຂົາເຈົ້າພຽງແຕ່ເພີ່ມຄວາມສຳຄັນ ໃຫ້ແກ່ຄວາມສ່ຽງ ທີ່ກ່ຽວກັບຄວາມປອດພັຍໃນທາງຖນົນ, ແລະໂດຍສະເພາະ ຄວາມປອດພັຍ ຕອນຣົດຂັດຂ້ອງ. ບໍ່ມີເຫດຜົນເລີຍ ສໍາລັບຊີວິດທີ່ສູນເສັຍໄປໃນມື້ນັ້ນ, ແລະແນ່ນອນວ່າ, ບໍ່ມີເຫດຜົນວ່າ ເປັນຫຍັງຜູ້ໃດກໍຕາມ ຕ້ອງເສັຍຊີວິດ ເມື່ອເຂົາເຈົ້າຢູ່ຂ້າງທາງ ແລະນັ້ນເປັນຄວາມທ້າທາຍຢ່າງຫນຶ່ງ ທີ່ເຮົາປະເຊີນທົ່ວທັງເຄືອຂ່າຍຖນົນຫົນທາງ ໃນປັດຈຸບັນ, ແລະພະຍາຍາມຫລຸດຜ່ອນ ການເສັຍຊີວິດໃນທາງຖນົນ."
Mr Khoury ເຊື່ອວ່າ ການເພີ່ມຂຶ້ນຂອງການເສັຍຊີວິດໃນຖນົນ ໃນອອສເຕຣເລັຍ ບໍ່ສາມາດແກ້ໄຂໄດ້ ດ້ວຍມາດຕະການດຽວ, ແລະຮຽກຮ້ອງໃຫ້ມີການສອບສວນ ກ່ຽວກັບອຸປະຕິເຫດຢ່າງເລິກເຊິ່ງ, ເຊິ່ງການເຂົ້າໃຈທຸກສາເຫດ ສາມາດຊ່ອຍຣັດຖະບານ ໃນການລົງທຶນໃນແນວທາງແກ້ໄຂທີ່ຖືກຕ້ອງ.
ລາວເວົ້າວ່າ ການຫລຸດຂີດຄວາມໄວ ແລະຕິດຕັ້ງກ້ອງຕື່ມອີກ ຈະບໍ່ສາມາດແກ້ໄຂບັນຫາໄດ້.
"ຖ້າຫາກການແກ້ໄຂຄື, ໃຫ້ເຮົາຫລຸດຂີດຄວາມໄວໃນທຸກບ່ອນ ແລະຕິດຕັ້ງກ້ອງ, ແລ້ວນັ້ນຄືສິ່ງທີ່ເຮົາຄວນເຮັດ. ແຕ່ພວກເຮົາ ໄດ້ເຫັນເຂດຕ່າງໆ ພະຍາຍາມເຮັດສິ່ງນັ້ນ. ມັນບໍ່ໄດ້ຜົນ, ແລະນັ້ນເປັນສິ່ງທີ່ຫນ້າຫງຸດຫງິດໃຈ ສໍາລັບຜູ້ກຳໜົດນະໂຍບາຍ ແລະອົງການຕ່າງໆ ທີ່ສົນໃຈເລື່ອງຄວາມປອດພັຍໃນທາງຖນົນ, ເຊັ່ນ NRMA. ແລ້ວເຮົາຈະເຮັດແນວໃດ? ນັ້ນຫມາຍຄວາມວ່າ ເຮົາຕ້ອງເຮັດທຸກຢ່າງຫລາຍກວ່າເກົ່າ ແລະໂດຍສະເພາະ ເອົາໃຈໃສ່ກັບສິ່ງທີ່ເຮົາຮູ້ວ່າໄດ້ຜົນ."
ແລະໃນບັນດາຜູ້ເສັຍຊີວິດເຫຼົ່ານັ້ນ ແມ່ນຜູ້ຂັບຂີ່ຣົດອີເລັກໂທຣນິກ (e-bike)
"ຣົດອີເລັກໂທຣນິກ (e-bike) ເຫຼົ່ານັ້ນ ຖືກໃຊ້ຢ່າງຜິດກົດຫມາຍ. ພວກມັນຖືກໃຊ້ຢ່າງບໍ່ປອດພັຍ. ພວກມັນຖືກໃຊ້ ໂດຍເດັກນ້ອຍ ທີ່ມີຄວາມເຂົ້າໃຈຈໍາກັດ ກ່ຽວກັບກົດຈະຣາຈອນ ແລະຄວາມປອດພັຍທາງຖນົນ.ສະນັ້ນ ຈຶ່ງບໍ່ແປກໃຈເລີຍ ທີ່ເຮົາເຫັນການຕາຍ ແລະບາດເຈັບເພີ່ມຂຶ້ນທົ່ວປະເທດ. ພວກເຮົາ ຕ້ອງເຮັດຫລາຍກວ່ານັ້ນ."
ໂດຍທີ່ມີຄົນເສັຍຊີວິດເພີ່ມຂຶ້ນ ແທນທີ່ຈະຫຼຸດລົງ, ຜູ້ສນັບສນູນເຕືອນວ່າ ຄວາມກ້າວຫນ້າ ຈະບໍ່ພຽງແຕ່ຂຶ້ນຢູ່ກັບນະໂຍບາຍຂອງຣັດຖະບານເທົ່ານັ້ນ, ແຕ່ການເລືອກໃນຊີວິດປະຈໍາວັນ ທີ່ເຮົາທຸກຄົນເຮັດຢູ່ຫລັງພວງມາໄລຣົດ.
ສໍາລັບ Mr Frazer, ຂໍ້ຄວາມນັ້ນ ເປັນເລື່ອງສ່ວນຕົວຢ່າງເລິກເຊິ່ງ.
"ທຸກຄົນ ມີສິດທີ່ຈະກັບບ້ານ ໄປຫາຄົນທີ່ເຂົາເຈົ້າຮັກ ດ້ວຍຄວາມປອດພັຍທຸກໆມື້ ໂດຍບໍ່ມີຂໍ້ຍົກເວັ້ນ ແລະນັ້ນຂຶ້ນຢູ່ກັບເຮົາທຸກຄົນ ທີ່ຈະດູແລຜູ້ຄົນທີ່ຢູ່ຂ້າງຫນ້າ ດ້ວຍຄວາມຕັ້ງໃຈ."
ລາຍງານໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





