ຊ່ອງວ່າງດ້ານການສຶກສາ ຂອງຊາວພື້ນເມືອງອອສເຕຣເລັຍ ແລະຫົນທາງຂ້າງຫນ້າ.

Australia Explained - Indigenous Education

First Nations-led education sees stronger engagement, outcomes and pathways for young people. Credit: courtneyk/Getty Images

ການສຶກສາ ເປັນເສັ້ນທາງສູ່ໂອກາດ, ແຕ່ເປັນເວລາດົນນານແລ້ວ, ນັກຮຽນຊາວພື້ນເມືອງ ໃນອອສເຕຣເລັຍ ໄດ້ປະເຊີນກັບອຸບປະສັກ ໃນການປະສົບຄວາມສໍາເລັດ. ໃນຂນະທີ່ ການທ້າທາຍຍັງຄົງມີຢູ່, ແຕ່ການປ່ຽນແປງໃນທາງບວກ ກໍກໍາລັງເກີດຂຶ້ນ. ໃນຕອນນີ້ ເຮົາຈະໄດ້ຍິນ ຈາກຜູ້ຊ່ຽວຊານດ້ານການສຶກສາ ແລະນັກຮຽນຊາວພື້ນເມືອງ ກ່ຽວກັບສິ່ງທີ່ໄດ້ຜົນ, ເປັນຫຍັງການສຶກສາທາງວັດທະນະທັມ ຈຶ່ງສໍາຄັນ ແລະວິທີ ທີ່ເອົາຄວາມຮູ້ຂອງຊາວພື້ນເມືອງ ແລະຕາເວັນຕົກມາຮວມກັນ ເພື່ອເປັນປໂຍດໃຫ້ແກ່ນັກຮຽນທຸກຄົນ.


ຈຸດສຳຄັນ:
  • ຊ່ອງວ່າງໃນຜົນການສຶກສາ ລະຫວ່າງນັກຮຽນຊາວພື້ນເມືອງ ແລະ ຜູ້ບໍ່ແມ່ນຊາວພື້ນເມືອງ ໄດ້ຫລຸດລົງໃນຫຼາຍປີທີ່ຜ່ານມາ, ແຕ່ກໍຍັງຄົງມີຢູ່.
  • ຜູ້ຊ່ຽວຊານບາງຄົນເຊື່ອວ່າ ການຮັບເອົາໂຄງການສຶກສາ ວັດທະນະທັມ ແລະການສຶກສາ ທີ່ນໍາພາໂດຍປະເທດທໍາອິດ (First Nations) ຈະພັດທະນາ ຜົນການສຶກສາ ໃຫ້ແກ່ເດັກນ້ອຍທຸກຄົນ.. 
  • ນັກຮຽນທີ່ຈົບປີ 12 ໄດ້ຍ້ອງຍໍ ການສນັບສນູນ ຂອງຄູສອນ ແລະການເຊື່ອມຕໍ່ ກັບວັດທະນະທັມ ຜ່ານໂຮງຮຽນ ໃນຄວາມສໍາເລັດຂອງການສຶກສາຂອງນາງ.
ກ່ອນການຕັ້ງຖິ່ນຖານຂອງຊາວຢູໂຣບ, ວັດທະນະທັມ ຂອງປະຊາຊາດທໍາອິດ (First Nations) ມີລະບົບການສຶກສາທີ່ຮັ່ງມີ-ເຊື່ອມໂຍງຢ່າງເລິກຊຶ້ງກັບແຜ່ນດິນ, ຄວາມຮູ້ ແລະຊຸມຊົນ. ປະເພນີເຫລົ່ານີ້ ຍັງໃຫ້ຄວາມຮູ້ ທີ່ມີຄຸນຄ່າຢູ່ໃນປັດຈຸບັນ.

ເຖິງຢ່າງໃດກໍຕາມ, ຄວາມບໍ່ສເມີພາບ ໃນຜົນການສຶກສາກໍຍັງມີຢູ່. ນັກຮຽນຊາວພື້ນເມືອງ ມີການຂາດໂຮງຮຽນທີ່ສູງກວ່າ, ອັດຕາການອ່ານ ແລະການຄິດໄລ່, ແລະການເປັນຕົວແທນ ໃນມະຫາວິທະຍາລັຍທີ່ຕ່ຳກວ່າ. ນີ້ເປັນເພາະປັດຈັຍທາງປວັດສາດ ແລະຕໍ່ເນື່ອງ ເຊັ່ນການເລືອກປະຕິບັດ, ການຂາດການສຶກສາ ທີ່ຮວມເອົາວັດທະນະທັມ ແລະຄວາມເສັຍປຽບທາງເສດຖະກິດ ແລະສັງຄົມ.

ມັນສໍາຄັນ ທີ່ຈະຮັບຮູ້ປວັດສາດ ຂອງການເລືອກປະຕິບັດ ທີ່ເດັກນ້ອຍຊາວພື້ນເມືອງ ຕ້ອງປະເຊີນ, ເມື່ອສົນທະນາ ກ່ຽວກັບວິທີທີ່ຈະປິດຊ່ອງວ່າງ ທາງການສຶກສາ Sharon Davis, ຊາວ Bardi ແລະ Kija, ເປັນ CEO ຂອງ the National Aboriginal and Torres Strait Islander Education Corporation (NATSIEC) ກ່າວ.

"ກົດຫມາຍ ແລະນະໂຍບາຍ ໄດ້ທໍາງານຢ່າງແຈ່ມແຈ້ງ ເພື່ອກີດກັນເດັກນ້ອຍຊາວ Aboriginal ບໍ່ໃຫ້ເຂົ້າໂຮງຮຽນຕັ້ງແຕ່ຕົ້ນ,"

Sharon Davis ຊີ້ບອກເຖິງການລາຍງານຫຼ້າສຸດ ທີ່ຖືກຈັດພິມໂດຍແນວຮ່ວມການສຶກສາ ຊາວຫນຸ່ມແຫ່ງຊາດ (Report issued by the National Indigenous Youth Education Coalition).  

"ມັນໄດ້ເນັ້ນຫນັກ ເຖິງນະໂຍບາຍຕ່າງໆ ເຊັ່ນນະໂຍບາຍທີ່ກີດກັນ ຕາມຄວາມຕ້ອງການ ຊຶ່ງໄດ້ຖືກນຳໃຊ້ ໃນຕົ້ນສັດຕະວັດທີ 20. ແທ້ຈິງແລ້ວ ເຂົາເຈົ້າໄດ້ຂຽນນະໂຍບາຍ ບ່ອນທີ່ຄອບຄົວ ທີ່ບໍ່ແມ່ນຊາວພື້ນເມືອງ ສາມາດຮຽກຮ້ອງ ໃຫ້ຍ້າຍເດັກນ້ອຍຊາວ Aboriginal ອອກຈາກຫ້ອງຮຽນໄດ້."
Sharon Davis.jpeg
Sharon Davis, CEO of NATSIEC Source: Supplied / Sharon Davis
ໃນປີ 2008, ຣັຖບານອອສເຕຣເລັຍ ໄດ້ຂໍໂທດເປັນທາງການ ຕໍ່ຊາວພື້ນເມືອງອອສເຕຣເລັຍ ສໍາລັບການປະຕິບັດທີ່ບໍ່ເໝາະສົມ ທີ່ເຂົາເຈົ້າຕ້ອງທົນ, ໂດຍສະເພາະ ການບັງຄັບໃຫ້ຍ້າຍເດັກນ້ອຍ ອອກຈາກຄອບຄົວ, ຊຸມຊົນ ແລະປະເທດຂອງເຂົາເຈົ້າ.

ໃນສ່ວນຫນຶ່ງຂອງການຂໍໂທດນີ້, ໄດ້ສັນຍາວ່າ ຈະປິດຊ່ອງວ່າງ ລະຫວ່າງຊາວອອສເຕຣເລັຍພື້ນເມືອງ ແລະຄົນທີ່ບໍ່ຊາວພື້ນເມືອງ ໃນດ້ານຕ່າງໆຂອງຊີວິດ, ຮວມທັງການສຶກສາ.

ເຖິງຢ່າງໃດກໍຕາມ, ເປົ້າໝາຍສໍາຄັນຂອງຂໍ້ຕົກລົງແຫ່ງຊາດ ເລື່ອງການປິດຊ່ອງວ່າງ (the National Agreement on Closing the Gap) ຄືການປະຕິຮູບ ວິທີທີ່ຣັຖບານ ທໍາງານຮ່ວມກັບຜູ້ຄົນ ແລະຊຸມຊົນຂອງປະເທດທໍາອິດ (First Nations) ເພື່ອເອົາຊນະຄວາມບໍ່ເທົ່າທຽມ, ເຊັ່ນຄໍາຫມັ້ນສັນຍາ ທີ່ຈະສ້າງພາກສ່ວນ ທີ່ຄວບຄຸມໂດຍຊຸມຊົນ.

"ພວກເຮົາຮູ້ວ່າ ອົງການທີ່ຄວບຄຸມໂດຍຊຸມຊົນຂອງຊາວ Aboriginal ເປັນວິທີ ທີ່ຫມັ້ນຄົງທີ່ສຸດ ໃນການຕອບສນອງຄວາມຕ້ອງການ ຂອງຊຸມຊົນ.” Sharon Davis ກ່າວ.. 

"ແລະເມື່ອຜູ້ຄົນຂອງເຮົາ ນໍາພາການສຶກສາ, ເຮົາເຫັນການມີສ່ວນຮ່ວມທີ່ດີກວ່າ, ຜົນຮັບທີ່ດີກວ່າ, ແລະເສັ້ນທາງທີ່ເຂັ້ມແຂງ ສໍາລັບຊາວຫນຸ່ມຂອງເຮົາ. "

ການສຶກສາທາງວັດທະນະທັມ ສາມາດເປັນເສັ້ນທາງ ໄປຂ້າງຫນ້າໄດ້ຫຼືບໍ່?

Dr Anthony McKnight ເປັນຊາວ Awabakal, Gameroi ແລະ Yuin,ທໍາງານຢູ່ສູນຊາວພື້ນເມືອງ Woolyungah Indigenous Centre ຂອງ ມະຫາວິທະຍາລັຍ Wollongong.

ລາວໄດ້ໃຊ້ເວລາຫລາຍປີ ໃນການສອນ ແລະຄົ້ນຄວ້າ ວິທີທີ່ຈະຝັງການສອນຂອງຊາວ Aboriginal ໃນຫລັກສູດ, ນະໂຍບາຍ ແລະການປະຕິບັດ.

Dr McKnight ເຊື່ອວ່າ ຄວາມຫມາຍຂອງການປິດຊ່ອງວ່າງນັ້ນ ຕ້ອງຖືກປ່ຽນແປງ ໃນການສຶກສາ ຂອງຊາວພື້ນເມືອງ. 

"ສໍາລັບຂ້າພະເຈົ້າ, ຖ້າຫາກທ່ານມີຄວາມແຕກຕ່າງ, ທ່ານຈະມີການສຶກສາ ຂອງຊາວ Aboriginal ແລະການສຶກສາທາງຕາເວັນຕົກ ແລະແລ້ວ ນັກສຶກສາຊາວ Aboriginal ຢູ່ໃນລະຫວ່າງກາງນັ້ນ." 

ລາວກ່າວວ່າ ໂຄງການປິດຊ່ອງວ່າງ ຕາມປົກກະຕິແລ້ວ ມີຈຸດປະສົງທີ່ຈະນໍານັກຮຽນ ເຂົ້າໃກ້ການສຶກສາຕາເວັນຕົກຫຼາຍຂຶ້ນ.

"ແຕ່ມັນເຮັດໃຫ້ມີຊ່ອງວ່າງອັນໃຫຍ່ຫລວງ ກັບລະບົບການສຶກສາຂອງເຂົາເຈົ້າເອງ"

"ສໍາລັບຂ້າພະເຈົ້າແລ້ວ ມັນຄວນກ່ຽວກັບເດັກນ້ອຍຊາວ Aboriginal ທີ່ຢູ່ທາງກາງ, ແລະແລ້ວຄວາມຮູ້ທັງສອງ ຈະມາຮວມກັນ ຢູ່ໃນຈຸດເຄິ່ງກາງນັ້ນ. ນັກຮຽນຂອງພວກເຮົາ ຕ້ອງມີທັກສະເພື່ອຈະສາມາດດໍາລົງຊີວິດຢູ່ໃນລະບົບຄວາມຮູ້ທັງສອງ."
UOW INDIGENOUS LITERACY DAY
Dr McKnight has spent years teaching and researching how to embed Aboriginal pedagogy in curriculum, policy, and practice. Source: Supplied / MichaelDavidGray
Dr McKnight ເຊື່ອວ່າ ມັນສໍາຄັນທີ່ຈະເຜີຍແພ່ການສຶກສາ ທີ່ນໍາລະບົບການສຶກສາທາງຕາເວັນຕົກ ແລະລະບົບຄວາມຮູ້ ຂອງຊາວພື້ນເມືອງ ມາຮວມກັນ ເພື່ອໃຫ້ເດັກນ້ອຍຮຽນຮູ້ ກ່ຽວກັບແຜ່ນດິນທີ່ເຂົາເຈົ້າອາສັຍຢູ່ ແລະວິທີທີ່ຈະດູແລມັນ.

"ການພະຍາຍາມດູແລ ບໍ່ພຽງແຕ່ເດັກນ້ອຍຊາວ Aboriginal ເທົ່ານັ້ນ, ແຕ່ເດັກນ້ອຍ ທີ່ບໍ່ໄດ້ແມ່ນຊາວ Aboriginal ໃນການດູແລສະຖານທີ່ນີ້... ມັນເປັນຫນ່ວຍງານ ທີ່ຈັດຫາທຸກສິ່ງທີ່ເຮົາຕ້ອງການ ແລະເຮົາທຸກຄົນ ຍ່າງໄປໃນແຜ່ນດິນດຽວກັນ, ດື່ມນ້ຳດຽວກັນ, ຫາຍໃຈອາກາດອັນດຽວກັນ."

ຄວາມເທົ່າທຽມຂອງຜົນການສຶກສາ—ແຜນງານທີ່ກໍາລັງດໍາເນີນການ

ອີງຕາມຂໍ້ມູນໃຫມ່ ຈາກຂໍ້ຕົກລົງແຫ່ງຊາດ ວ່າດ້ວຍການປິດຊ່ອງວ່າງ (the National Agreement on Closing the Gap), ຊ່ອງວ່າງໃນຜົນຂອງການສຶກສາ ລະຫວ່າງນັກຮຽນຊາວພື້ນເມືອງ ແລະນັກຮຽນ ທີ່ບໍ່ແມ່ນຊາວພື້ນເມືອງ ໄດ້ຫລຸດຫນ້ອຍລົງ ໃນຫລາຍປີຜ່ານມາ... ແຕ່ກໍຍັງຄົງຢູ່.

"ຍົກຕົວຢ່າງ, ອັດຕາການຮັກສານັກຮຽນຊາວພື້ນເມືອງ ໃນໂຮງຮຽນມັດທະຍົມ ໃນປະຈຸບັນ ແມ່ນປະມານ 59 ເປີເຊັນ ແລະເມື່ອປຽບທຽບ ໃສ່ກັບນັກຮຽນ ທີ່ບໍ່ແມ່ນຊາວພື້ນເມືອງ ແມ່ນປະມານ 85 ເປີເຊັນ," Sharon Davis ກ່າວ.

"ແລະເມື່ອເຮົາເຫັນຊ່ອງວ່າງໃນຜົນຮັບ, ນັ້ນກໍສະທ້ອນເຖິງວິທີ ທີ່ການສຶກສາ ບໍ່ໄດ້ຮັບໃຊ້ນັກຮຽນ ແລະຊາວຫນຸ່ມຊາວ Aboriginal and Torres Strait Islander, ມັນບໍ່ແມ່ນໃນທາງກັບກັນ."
Retori Lane.png
Retori Lane (L) with her mother, Jenadel Lane. Source: Supplied / Retori Lane
ປີກາຍນີ້, Retori Lane ຜູ້ ຍິງຊາວ Gamilaroi ໄດ້ສເລີມສລອງ ການສໍາເລັດການສຶກສາ HSC (Higher School Certificate) ຂອງນາງ ທີ່ ວິທະຍາລັຍ Dubbo Senior College.  

ນາງເປັນສ່ວນຫນຶ່ງ ຂອງກຸ່ມນັກຮຽນຊາວພື້ນເມືອງ ທີ່ໃຫຍ່ທີ່ສຸດ ທີ່ໄດ້ຮຽນຈົບປີທີ 12 ໃນ New South Wales.

Ms Lane ກ່າວວ່າ ສະພາບແວດລ້ອມການຮຽນຮູ້ ທີ່ໄດ້ຮັບການສົ່ງເສີມ ໄດ້ສ້າງຄວາມແຕກຕ່າງຢ່າງຫຼາຍ.

ເຄືອຂ່າຍການສນັບສນູນ ຂອງນາງ ແມ່ນຮວມເຖິງ ເຈົ້າໜ້າທີ່ຂອງໂຮງຮຽນ, ຄູສອນຊາວພື້ນເມືອງ ແລະພະນັກງານຈາກ the National Aboriginal Sports Corporation Australia (NASCA), ຊຶ່ງເປັນອົງການທີ່ດໍາເນີນໂຄງການທົ່ວ NSW ແລະ Northern Territory ເພື່ອຊ່ອຍເຫລືອນັກຮຽນຊາວພື້ນເມືອງ ໃຫ້ຕິດຕໍ່ກັບວັດທະນະທັມ ແລະປະສົບຄວາມສໍາເລັດໃນໂຮງຮຽນ.

"ແນ່ນອນວ່າ ຂ້າພະເຈົ້າໄດ້ຮັບການສນັບສນູນຢ່າງຫລວງຫລາຍ ຈາກພະນັກງານທຸກຄົນ ແລະພະນັກງານ NASCA, ເຊັ່ນວ່າເຂົາເຈົ້າໄດ້ ພາທ່ານໄປຮຽນ, ເຂົາເຈົ້າຈະຊ່ອຍເຫລືອທ່ານ ທຸກຂັ້ນຕອນ. ແລະແລ້ວ ຄູສອນ ກໍຢູ່ທີ່ນັ້ນ ເພື່ອຊ່ອຍເຫລືອທຸກສິ່ງທຸກຢ່າງ."

Jenadel ແມ່ຂອງ Retori, ເປັນຮອງທ່ານຄູໃຫຍ່ທີ່ Dubbo Senior College ບ່ອນທີ່ລູກສາວ ຂອງນາງ ຈົບການສຶກສາ ແລະ ນາງເປັນຄົນທໍາອິດໃນຄອບຄົວຂອງນາງ ທີ່ໄດ້ເຂົ້າມະຫາວິທະຍາລັຍ.

ນາງເຊື່ອວ່າ ການສນັບສນູນທີ່ເຫມາະສົມ ແລະສະພາບແວດລ້ອມ ທີ່ອ່ອນໄຫວທາງວັດທະນະທັມ ຈະຊ່ອຍໃຫ້ນັກຮຽນທຸກຄົນ ໄດ້ຮັບຜົນ ປໂຍດສູງສຸດ ຈາກການສຶກສາຂອງເຂົາເຈົ້າ.

"ຂ້າພະເຈົ້າກະຕືລືລົ້ນ ທີ່ຈະເຮັດໃຫ້ເດັກນ້ອຍຊາວ Aboriginal ຮຽນຈົບປີ 12, ເພາະນັ້ນເປັນສິ່ງເລັກນ້ອຍ ທີ່ຂ້າພະເຈົ້າສາມາດມີສ່ວນຮ່ວມ ໃນຊຸມຊົນຂອງຂ້າພະເຈົ້າ, ນັ້ນເປັນສາເຫດ ທີ່ຂ້າພະເຈົ້າໄດ້ກາຍເປັນຄູສອນ.

"ແລະແລ້ວ ຫວັງວ່າສິ່ງນັ້ນ ຈະເປີດປະຕູສຳລັບພວກເຂົາເຈົ້າຕລອດຊີວິດ ຫລັງຈາກອອກໂຮງຮຽນ."

Retori ຈະສຶກສາລະດັບປະຣິນຍາດ້ານສິນລະປະ (Bachelor of Arts)ສາຂາການສຶກສາຂອງຊາວພື້ນເມືອງ (Indigenous studies).

"ຂ້ອຍພະຍາຍາມ ເຮັດໃຫ້ຕົນເອງ ຢູ່ໃນຕໍາແຫນ່ງ ທີ່ຈະຄວາມຮູ້ແກ່ເດັກນ້ອຍຊາວພື້ນເມືອງຄົນອື່ນໆ ທີ່ໄດ້ສູນເສັຍມັນໄປ ຫລາຍຊົ່ວອາຍຸຄົນ. ສະນັ້ນ, ຂ້ອຍຫວັງວ່າ ຈະຊ່ອຍເຫລືອເປັນສ່ວນໜຶ່ງ ຂອງຂະບວນການຟື້ນຟູວັດທະນະທັມ, ເຮັດໃຫ້ມັນກັບຄືນມາ ມີຊີວິດອີກເທື່ອໜຶ່ງ."
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au

ເນື້ອເລື່ອງໂດຍ Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ຊ່ອງວ່າງດ້ານການສຶກສາ ຂອງຊາວພື້ນເມືອງອອສເຕຣເລັຍ ແລະຫົນທາງຂ້າງຫນ້າ. | SBS Lao