ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ວິກິດການດ້ານສຸຂະພາບຈິດໃນ NSW.
ຣັດຖະບານ New South Wales ກໍາລັງສືບສວນ ກ່ຽວກັບການຫຼົບຫນີຂອງຄົນໄຂ້ສອງຄົນ ຈາກໂຮງຫມໍດຽວກັນ, ຜູ້ຊຶ່ງຫລາຍມື້ຕໍ່ມາ ຖືກກ່າວຫາວ່າ ມີສ່ວນກ່ຽວຂ້ອງ ໃນເຫດການທີ່ແຕກຕ່າງກັນ ຊຶ່ງເຮັດໃຫ້ມີຜູ້ເສັຍຊີວິດສາມຄົນ.
ຜູ້ຊ່ຽວຊານເລື່ອງສຸຂະພາບຈິດກ່າວວ່າ ມັນໄດ້ເຮັດໃຫ້ວິກິດການດູແລສຸຂະພາບຈິດ ຂອງຣັດ ໄດ້ຮັບຄວາມຄວາມສົນໃຈອີກ.
Alexandra Jones ແລະ Haylena Krishnamoorthy ລາຍງານ.
ທ້າຍອາທິດທີ່ຜ່ານມາ, ຜູ້ຍິງສອງຄົນ ອາຍຸ 60 ແລະ 84 ປີໄດ້ເສັຍຊີວິດໃນອຸປະຕິເຫດທາງຣົດ ຢູ່ພາກຕາເວັນຕົກສຽງໃຕ້ຂອງ Sydney.
ຊາຍອາຍຸ 31 ປີຄົນຫນຶ່ງ ທີ່ຖືກກ່າວຫາວ່າ ຂັບຣົດທີ່ຖືກລັກ ໄດ້ຖືກຕັ້ງຂໍ້ຫາ ກ່ຽວກັບການຕາຍຂອງຜູ້ຍິງທັງສອງ-ແລະແຕ່ຫຼັງຈາກນັ້ນ, ມັນກໍໄດ້ຖືກເປີດເຜີຍວ່າ ລາວເປັນຄົນໄຂ້ທີ່ບໍ່ສມັກໃຈ ຂອງໂຮງຫມໍໂຣກຈິດ ທີ່ໃຫຍ່ທີ່ສຸດ ຂອງທີ່ Cumberland Hospital ຂອງSydney, ຜູ້ທີ່ໄດ້ຫຼົບຫນີ ໄປຫນຶ່ງອາທິດ ກ່ອນອຸປະຕິເຫດ ໃນເມືອງ Camden.
ແຕ່ໜຶ່ງມື້ກ່ອນນັ້ນ-ຄົນໄຂ້ອີກຄົນຫນຶ່ງ ໄດ້ຫຼົບຫນີຈາກໂຮງຫມໍດຽວກັນ ໃນລະຫວ່າງການຍ້າຍໄປໂຮງຫມໍ ອີກແຫ່ງຫນຶ່ງ.
Simon Glasser ຜູ້ກຳກັບການຕໍາຫລວດ New South Wales ກ່າວວ່າ ຊາຍຫນຸ່ມອາຍຸ 25 ປີ ຖືກກ່າວຫາວ່າ ໄດ້ແທງຄົນສາມຄົນ ໃນMerrylands ສິບມື້ ຫລັງຈາກລາວໄດ້ຫນີໄປ, ແລະຜູ້ເຄາະຮ້າຍຄົນຫນຶ່ງ ໄດ້ເສັຍຊີວິດ.
"ເບິ່ງຄືວ່າ ມັນເປັນການໂຈມຕີແບບບັງເອີນ... ຜູ້ຊາຍຄົນນັ້ນ ມີປວັດສາດອາດຊະຍາກັມໃນລະດັບຕ່ຳ, ແຕ່ປວັດສ່ວນຫລາຍຂອງລາວ ກັບພວກເຮົາ ແມ່ນກ່ຽວກັບສຸຂະພາບຈິດ."
ເຫດການສອງຢ່າງ ທີ່ເກີດຂຶ້ນເມື່ອມໍ່ໆນີ້ ໄດ້ກໍ່ໃຫ້ເກີດການວິພາກວິຈານ ກ່ຽວກັບວິກິດທາງສຸຂະພາບຈິດ ຂອງຣັດອີກເທື່ອໜຶ່ງ.
ຜູ້ສນັບສນູນກ່າວວ່າ ລະບົບສຸຂະພາບຈິດ ທີ່ຂາດເງິນທຶນຂອງຣັດ ແມ່ນເຈາະຈົງ ໃສ່ການລໍຖ້າວິກິດ ກ່ອນທີ່ຈະເລີ່ມການປິ່ນປົວ.
Nick Howson ເປັນຜູ້ແທນຂອງ Cumberland ສໍາລັບສະມາຄົມພະຍາບານ ແລະຜະດຸງຄັນ (Nurses and Midwives' Association) ຂອງ New South Wales.
ລາວເວົ້າວ່າ ລະບົບນັ້ນແຕກເພແລ້ວ, ແລະພະຍາບານ ທີ່ໂຮງຫມໍ Cumberland ກໍກໍາລັງດີ້ນລົນ ກັບຄວາມລົ້ມເຫລວຂອງລະບົບນັ້ນ.
"ຄວາມເປັນຈິງຂອງມັນຄື ທ່ານສາມາດເຫັນຜົນຮັບ ຂອງສິ່ງທີ່ເກີດຂຶ້ນ ເມື່ອບໍ່ມີຄົນພຽງພໍ ທີ່ຈະໃຫ້ການດູແລ ທີ່ເຮົາຄວນຈັດໃຫ້. ພວກເຮົາ ກໍາລັງເຮັດສິ່ງທີ່ພວກເຮົາສາມາດເຮັດໄດ້ ໂດຍມີຊັບພະຍາກອນພຽງເລັກນ້ອຍ, ທ່ານບໍ່ສາມາດຕິຕຽນແຕ່ລະໂຮງຫມໍ ຫລືແຕ່ລະສຸຂະພາບທ້ອງຖິ່ນ ເພາະເຂົາເຈົ້າ ຖືກກີດກັນໂດຍເງິນທຶນ ຈາກຣັດຖະບານ."
ປີກາຍນີ້, ຈິດຕະແພດ ຂອງໂຮງຫມໍຂອງຣັດຫລາຍສິບຄົນ ໄດ້ລາອອກຈາກຕໍາແຫນ່ງ ໃນການປະທ້ວງ ເນື່ອງຈາກການຂາດເງິນທຶນ.
ປະທານຂອງ New South Wales Royal Australian and New Zealand College of Psychiatrists ກ່າວວ່າ ການເພີ່ມຄ່າຈ້າງຊົ່ວຄາວ ເມື່ອບໍ່ດົນມານີ້ ບໍ່ພຽງພໍທີ່ຈະແກ້ໄຂ ການຂາດການດູແລໃນຊຸມຊົນ, ທີ່ພັກອາສັຍ ແລະຕຽງໃນໂຮງຫມໍ.
Dr Ian Korbel ກ່າວວ່າ ເງິນທຶນສໍາລັບສຸຂະພາບຈິດ ເປັນບັນຫາມາໂດຍຕລອດ.
"ມັນເປັນການຫລຸດຈໍານວນເງິນທຶນ ສໍາລັບສຸຂະພາບຈິດ ເປັນເວລານານແລ້ວ. ເຮົາໄດ້ເຫັນສິ່ງນັ້ນ ນັບຕັ້ງແຕ່ການປິ່ນປົວຜູ້ປ່ວຍ ຢູ່ນອກສະຖາບັນ (de-institutionalisations) ຊຶ່ງເກີດຂຶ້ນ ໃນຊ່ວງທ້າຍປີ 80 ເຖິງຊ່ວງຕົ້ນປີ 90. ເງິນທີ່ໄດ້ທ້ອນໄວ້ ຈາກການປິດສະຖາບັນເກົ່າເຫລົ່ານັ້ນ ບໍ່ໄດ້ຖືກສົ່ງຍ້າຍໄ ປຫາການດູແລຂອງຊຸມຊົນ ໃນບ່ອນທີ່ເຂົາເຈົ້າຕ້ອງການ. ສະນັ້ນ, ມັນຈຶ່ງຫມາຍຄວາມວ່າ ຄົນໄຂ້ໄດ້ເຂົ້າໂຮງຫມໍ ຫລາຍກວ່າທີ່ຄວນ. ພວກເຮົາ ມີຫລາຍກວ່າ 50,000 ຄົນ ໃນNew South Wales ທີ່ມີຄວາມເຈັບປ່ວຍທາງຈິດທີ່ຮ້າຍແຮງ ແລະບໍ່ໄດ້ຮັບການດູແລ. ນີ້ຄືການລະເລີຍຂອງຣັດ ຕໍ່ຄົນໄຂ້ທີ່ອ່ອນແອທີ່ສຸດ."
Giancarlo de Vera ເປັນຫົວຫນ້າຜູ້ອໍານວຍການໃຫຍ່ຂອງ BEING, ກຸ່ມຜູ້ບໍຣິໂພກດ້ານສຸຂະພາບຈິດ.
ລາວກ່າວວ່າ ຕ້ອງໃຫ້ຄວາມສຳຄັນ ຕໍ່ການສນັບສນູນຂອງຊຸມຊົນຫລາຍຂຶ້ນ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນ ຖືກປະຖິ້ມໃຫ້ຢູ່ໃນຕໍາແຫນ່ງທີ່ເຂົາເຈົ້າຖືກກັກຂັງ ເພື່ອຮັບການປິ່ນປົວ ທີ່ຂັດກັບຄວາມປະສົງຂອງເຂົາເຈົ້າ.
Dr Korbel ໄດ້ບອກ SBS ວ່າ ລາວຍອມຮັບວ່າ ຕ້ອງໄດ້ຮັບການສນັບ ສນູນຫລາຍກວ່າເກົ່າ.
"ເງິນທຶນໃນລະດັບເຫລົ່ານີ້ ຍັງບໍ່ພຽງພໍ. ເຮົາຕ້ອງການ ການເຂົ້າເຖິງສຸຂະພາບຈິດ ໃນຊຸມຊົນຫຼາຍຂຶ້ນ. ເຮົາຕ້ອງການບ່ອນພັກອາສັຍ ທີ່ໄດ້ຮັບການສນັບສນູນຫລາຍຂຶ້ນ ສໍາລັບຜູ້ຄົນທີ່ມີຄວາມເຈັບປ່ວຍທາງຈິດທີ່ຮ້າຍແຮງ ທັງໃນໄລຍະສັ້ນ ແລະໄລຍະຍາວ. ແລະໃນລະດັບຫນຶ່ງ ເຮົາຕ້ອງມີຕຽງຫລາຍຂຶ້ນເຊັ່ນກັນ. ພວກເຮົາ ກໍາລັງເຫັນຈຳນວນຕຽງທີ່ຕ່ຳທີ່ສຸດ ໃນໂລກຕາເວັນຕົກ. ພວກເຮົາ ມີຕຽງຫນ້ອຍກວ່າ 30 ຕຽງຕໍ່ 100,000 ຄົນໃນ New South Wales, ໂດຍສເລັ່ຍປະມານ 60 ຕຽງ."
ບາງຄົນ ກໍຮຽກຮ້ອງໃຫ້ມີການຮ່ວມມືລະດັບຊາດ.
Dr Rahul Khanna ເປັນຫົວຫນ້າຄລີນິກຈາກ SANE Australia.
ລາວກ່າວວ່າ ມັນຂຶ້ນຢູ່ກັບຫນ້າທີ່ຮັບຜິດຊອບດ້ານເງິນທຶນ ລະຫວ່າງຣັດຖະບານຂອງຣັດ ແລະຣັດຖະບານກາງ.
"ພວກເຮົາ ໄດ້ເຫັນຄວາມລົ້ມເຫລວທົ່ວປະເທດ, ແລະສ່ວນຫນຶ່ງແມ່ນມາຈາກຄວາມຮັບຜິດຊອບເລື່ອງການເງິນ ລະຫວ່າງຣັດ ແລະຣັດຖະບານກາງ ແລ້ວກາຍເປັນລະບົບທີ່ແຕກແຍກກັນ, ຍາກທີ່ຈະເຂົ້າໃຈ ແລະຍາກທີ່ຈະເຂົ້າເຖິງ."
ເຂດສຸຂະພາບທ້ອງຖິ່ນ ໃນພາກຕາເວັນຕົກ ຂອງ Sydney ກ່າວວ່າໃນຂນະທີ່ຊາຍສອງຄົນ ທີ່ຖືກກ່າວຫາວ່າ ມີສ່ວນຮ່ວມ ໃນເຫດການສອງຢ່າງທີ່ແຕກຕ່າງກັນໃນ Sydney ໃນເດືອນນີ້ຍັງຢູ່ໃນສານ, ມັນ ສນັບສນູນການສົນທະນາ ກ່ຽວກັບວິທີ ທີ່ຈະພັດທະນາຄວາມປອດພັຍຂອງຄົນໄຂ້, ພະນັກງານ ແລະປະຊາຊົນທົ່ວໄປ.
ມັນກໍາລັງດໍາເນີນການທົບທວນຢ່າງເປັນທາງການ, ຮວມທັງຈິດຕະແພດອາວຸໂສ ຈາກພາຍນອກ, ກ່ຽວກັບການດູແລ ແລະການປິ່ນປົວຄົນໄຂ້ ແລະລະບຽບຄວາມປອດພັຍ ທີ່ໂຮງຫມໍ.
ນາຍົກຣັດຖະມົນຕີ ຂອງຣັດກ່າວວ່າ ຣັດຖະບານຂອງລາວ ຍັງພິຈາຣະນາ ຜົນການສອບສວນ ກ່ຽວກັບການແທງກັນຢູ່ Bondi, ຊຶ່ງພົບວ່າJoel Cauchi ຜູ້ກະທຳຜິດ ໄດ້ຫຼົບຫນີຈາກລະບົບການດູແລສຸຂະພາບຈິດ.
"ມີຄໍາແນະນໍາ ທີ່ເປັນປໂຍດ ຈາກເຈົ້າໜ້າທີ່ພິສູດສົບ ກ່ຽວກັບການ ຂຍາຍອໍານາດຂອງ Wanding Powers** (ມີຄຳອະທິບາຍຢູ່ຂ້າງລຸ່ມ) ແກ່ຕໍາຫລວດໃນ New South Wales. ແຕ່ສິ່ງນີ້ ບໍ່ໄດ້ກ່ຽວຂ້ອງກັບສຸຂະພາບຈິດໂດຍກົງ, ແຕ່ມັນຈະເຮັດໃຫ້ ຄົນທົ່ວໄປປອດພັຍຫລາຍຂຶ້ນ. ນີ້ຄືສິ່ງທີ່ເຮົາຕ້ອງເບິ່ງ."
ລາວເວົ້າວ່າ ຈະມີການທົບທວນຢ່າງຮີບດ່ວນ ຂອງຣັດຖະບານນໍາອີກ ກ່ຽວກັບລະບຽບຮັກສາຄວາມປອດພັຍທີ່ Cumberland.
"ພວກເຮົາ ຕ້ອງຮັກສາສາທາຣະນະຊົນ ໃຫ້ປອດພັຍ ໃນສະຖານະການ ທີ່ບາງຄົນມີ ອາການທາງຈິດ ແລະເປັນອັນຕະຣາຍຕໍ່ຕົວເອງ ຫລືສະມາຊິກ ຂອງສາທາຣະນະຊົນ. ນີ້ເປັນສະຖານະການ ທີ່ໜ້າເສົ້າໃຈຫລາຍ ແລະຂ້າພະເຈົ້າຮູ້ສຶກບໍ່ດີ ສໍາລັບຄອບຄົວ ຂອງຜູ້ທີ່ໄດ້ຮັບຜົນກະທົບ."
ຖ້າຫາກທ່ານຕ້ອງການ ການສນັບສນູນ, ຕິດຕໍ່ Lifeline ທີ່ 131 114 ຫຼື beyondblue ທີ່ 1300 224 636.
**ອໍານາດ Wanding (Wanding Powers) ຫມາຍເຖິງຄວາມສາມາດຕາມກົດຫມາຍຂອງຕໍາຫລວດ ທີ່ຈະຢຸດ ແລະກວດຄົ້ນຜູ້ຄົນ ໃນເຂດທີ່ກໍານົດໄວ້ ດ້ວຍເຄື່ອງອີເລັກໂທຣນິກມືຖື. ເຄື່ອງກວດຄົ້ນໂລຫະມືຖືເຫລົ່ານີ້ ໄດ້ຖືກນໍາໃຊ້ຜ່ານກົດຫມາຍ Law Enforcement (Powers and Responsibilities) ແລະ Other Legislation Amendment (Knife Crime) Bill 2024
ລາຍງານໂດຍ Alexandra Jones ແລະ Haylena Krishnamoorthy ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





