ວັນຄົບຮອບ 15 ປີຂອງເຫດການທີ່ Fukushima.

Junko Howe  nuclear complex, March 18, 2011. Military fire attempt to prevent fuel from overheating and emitting dangerous levels of radiation.

ຮູບຂອງ ໂຮງງານນິວເຄລັຍ Fukushima daiichi ໃນວັນທີ 18 ມີນາ 2011. ເຈົ້າໜ້າທີ່ກຳລັງສີດນ້ຳ ໃນການປ້ອງກັນ ການແພ່ຂອງລັງສີ. Source: AAP

ມັນເປັນເວລາ 15 ປີ ນັບຕັ້ງແຕ່ ພັຍທັມມະຊາດ ທີ່ຮ້າຍແຮງທີ່ສຸດຄັ້ງໜຶ່ງ ໃນປວັດສາດຊຶ່ງເກີດຂຶ້ນໃນ Fukushima ປະເທດຍີ່ປຸ່ນ. ໃນເຫດການແຜ່ນດິນໄຫວ ນັ້ນ ໄດ້ກໍ່ໃຫ້ເກີດ tsunami ແລະໂຮງງານພະລັງງານ ນິວເຄລັຍ ໄດ້ສົ່ງລັງສີອອກສູ່ອາກາດ. ມີຄົນເສັຍຊີວິດຢ່າງຫຼວງຫຼາຍດ ແຕ່ສິ່ງທີ່ເຮັດໃຫ້ຜູ້ຄົນບໍ່ພໍໃຈແມ່ນການປິດບັງຄວາມຈິງຈາກຣັດຖະບານ. ສະນັ້ນ, ບົດຮຽນໃດແດ່ ທີ່ສາມາດຮຽນຮູ້ ຈາກພັຍພິບັດ ແລະອຸປະຕິເຫດນິວເຄລັຍ ໃນບັນຍາກາດ ຂອງຄວາມວຸ້ນວາຍທົ່ວໂລກ ທີ່ເພີ່ມຂຶ້ນ?


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ວັນຄົບຮອບ 15 ປີຂອງເຫດການທີ່ Fukushima.

ມັນເປັນເວລາ 15 ປີ ນັບຕັ້ງແຕ່ ພັຍທັມມະຊາດ ທີ່ຮ້າຍແຮງທີ່ສຸດຄັ້ງໜຶ່ງ ໃນປວັດສາດ.

ແຜ່ນດິນໄຫວ ແລະ Tsunami ຢູ່ພາກຕາເວັນອອກ ຂອງຍີ່ປຸ່ນ ໃນປີ 2011 ໄດ້ເຮັດໃຫ້ຄົນຫລາຍກວ່າ 19,000 ຄົນ ຕ້ອງເສັຍຊີວິດ ແລະຫລາຍແສນຄົນ ຕ້ອງອົບພະຍົບ, ໂດຍສະເພາະຜູ້ທີ່ຖືກບັງຄັບ ໃຫ້ອົບພະຍົບ ຫລັງຈາກອຸປະຕິເຫດ ນິວເຄລັຍ ທີ່ Fukushima.

ສະນັ້ນ, ບົດຮຽນໃດແດ່ ທີ່ສາມາດຮຽນຮູ້ ຈາກພັຍພິບັດ ແລະອຸປະຕິເຫດນິວເຄລັຍ ໃນບັນຍາກາດ ຂອງຄວາມວຸ້ນວາຍທົ່ວໂລກ ທີ່ເພີ່ມຂຶ້ນ?

Catriona Stirrat ລາຍງາຍ ດ້ວຍຄວາມຮ່ວມມືກັບ Junko Howe ຈາກSBS ພາກພາສາຍີ່ປຸ່ນ.

ເມື່ອເວລາ 2:46 ຕອນກາງເວັນ ຕາມເວລາທ້ອງຖິ່ນ ໃນວັນທີ 11 ເດືອນມິນາ ປີ 2011, ແຜ່ນດິນໄຫວ ແຮງລະດັບ 9 ໄດ້ເກີດຂຶ້ນ ຢູ່ປະເທດຍີ່ປຸ່ນ ຢູ່ແຄມຝັ່ງທະເລພາກເຫນືອ ຂອງເກາະ Honshu -ເກາະໃຫຍ່ຂອງຍີ່ປຸ່ນ.

ຫລັງຈາກແຜ່ນດິນໄຫວທີ່ໃຫຍ່ທີ່ສຸດ ທີ່ເຄີຍຖືກບັນທຶກໄວ້, ແມ່ນຄື້ນ Tsunami ທີ່ທໍາລາຍເຂດແຄມຝັ່ງທະເລຫລາຍແຫ່ງ ຂອງປະເທດ, ມີຄວາມໄວເຖິງ 800 ກິໂລແມັດຕໍ່ຊົ່ວໂມງ, ແລະສູງເຖິງ 17 ແມັດ.

ປະມານ 19,500 ຄົນໄດ້ເສັຍຊີວິດ ແລະຫລາຍພັນຄົນ ໄດ້ຫາຍສາບສູນ ຈາກພັຍພິບັດ ແລະຜົນກະທົບຂອງມັນ.

"ເມື່ອແຜ່ນດິນໄຫວແລະ Tsunami ເກີດຂຶ້ນໃນປີ 2011, ຂ້າພະເຈົ້າອາສັຍຢູ່ Perth ແລະເພື່ອນຄົນຫນຶ່ງ ໄດ້ຕິດຕໍ່ຫາຂ້າພະເຈົ້າ ແລະເວົ້າວ່າ ມີບາງສິ່ງທີ່ຮ້າຍແຮງ ໄດ້ເກີດຂຶ້ນໃນເມືອງ Fukushima. ສະນັ້ນ,ຂ້າພະເຈົ້າ ຈຶ່ງຟ້າວກັບບ້ານ ແລະເປີດໂທຣະພາບເບິ່ງ ແລະພາບທີ່ຂ້າພະເຈົ້າໄດ້ເຫັນນັ້ນ ເປັນສິ່ງທີ່ຫນ້າຕົກໃຈຫລາຍ ຈົນຂ້າພະເຈົ້າເກືອບບໍ່ເຊື່ອວ່າ ມັນເປັນເລື້ອງຈິງ. ຂ້າພະເຈົ້າ ຮູ້ສຶກວ່າຂ້າພະເຈົ້າ ກຳລັງເບິ່ງຫນັງ, ແທນທີ່ຈະເບິ່ງຄວາມເປັນຈິງ."

Akiko Stockton ເປັນປະທານສະມາຄົມ Fukushima Society ໃນເມືອງPerth, ແລະເລົ່າເຖິງຄວາມຢ້ານກົວ ທີ່ໄດ້ເຫັນຂ່າວຈາກທາງໄກ, ແລະເປັນຫ່ວງ ຕໍ່ຄວາມປອດພັຍ ຂອງຄອບຄົວຂອງນາງ ໃນເມືອງFukushima.

"ໂອ້...ມັນຮ້າຍແຮງຫລາຍ ເພາະຂ້າພະເຈົ້າ ບໍ່ສາມາດຕິດຕໍ່ກັບຄອບຄົວຂອງຂ້າພະເຈົ້າໄດ້ ຕັ້ງຫຼາຍມື້, ຂ້າພະເຈົ້າ ໄດ້ພະຍາຍາມໂທຫາຫຼາຍເທື່ອ, ແຕ່ບໍ່ມີໃຜຕອບ. ແລະຕໍ່ມາ ຂ້າພະເຈົ້າຮູ້ວ່າ ຫລາຍຄົນໃນເມືອງ Fukushima ບໍ່ສາມາດເຫັນພາບເຫລົ່ານັ້ນ, ແລະບໍ່ຮູ້ວ່າ ມີຫຍັງເກີດຂຶ້ນ."

ໂຊກດີ ທີ່ຄອບຄົວຂອງ Akiko ປອດພັຍ, ແຕ່ມັນເປັນພຽງການເລີ່ມຕົ້ນ ຂອງສິ່ງທີ່ຈະເກີດຂຶ້ນ.

ພັຍທັມມະຊາດ ຍັງໄດ້ກໍ່ໃຫ້ເກີດອຸປະຕິເຫດ ນິວເຄລັຍ ໃນເມືອງ Fukushima, ຊຶ່ງຖືວ່າ ເປັນອຸປະຕິເຫດທີ່ຮ້າຍແຮງທີ່ສຸດ ໃນປວັດສາດ.

ໃນຂນະທີ່ Reactor ຢູ່ໂຮງງານນິວເຄລັຍສາມແຫ່ງ ທີ່ໃກ້ກັບຈຸດໃຈກາງ ຂອງພັຍພິບັດ ໄດ້ຖືກປິດໂດຍອັດຕະໂນມັດ, ຄື້ນ ໄດ້ທໍາລາຍເຄື່ອງຈັກປັ່ນໄຟຟ້າສໍາຮອງ ຢູ່ໂຮງງານບາງແຫ່ງ, ໂດຍສະເພາະຢູ່ໂຮງງານ Fukushima.

ໃນຂນະທີ່ບໍ່ມີພະລັງງານ, ລະບົບທຳຄວາມເຢັນກໍລົ້ມເຫລວ, ເຮັດໃຫ້ແກນຂອງມັນຮ້ອນເກີນໄປ ແລະຮາວເຊື້ອໄຟ ກໍເປື່ອຍລະລາຍບາງສ່ວນ.

ສິ່ງນີ້ ໄດ້ກໍ່ໃຫ້ເກີດການລະເບີດ ແລະການປ່ອຍລັງສີນິວເຄລັຍ ຢ່າງຫລວງຫລາຍ.

Akiko ເວົ້າວ່າ ມີຂໍ້ມູນທີ່ບໍ່ຊັດແຈ້ງຫລາຍຢ່າງ ຈາກຣັດຖະບານຍີ່ປຸ່ນ ແລະຊ່ອງທາງສື່ສານອື່ນໆ ໃນເວລານັ້ນ, ກ່ຽວກັບຄວາມເປັນຈິງ ຂອງສະຖານະການ.

"ມີຂໍ້ມູນທີ່ສັບສົນຫລາຍ ໃນເວລານັ້ນ, ແລະເຊັ່ນດຽວກັບຫລາຍຄົນ ທີ່ອາສັຍຢູ່ຕ່າງປະເທດ, ຂ້າພະເຈົ້າບໍ່ຮູ້ວ່າ ຈະເຊື່ອຂ່າວໃດ. ສະນັ້ນ, ເພາະຄວາມຢ້ານກົວນັ້ນ, ຂ້າພະເຈົ້າຈຶ່ງລັງເລໃຈ ທີ່ຈະກັບຄືນໄປປະເທດຍີ່ປຸ່ນຊົ່ວຄາວ ເພາະລູກສາວນ້ອຍຂອງຂ້າພະເຈົ້າຊຶ່ງມີອາຍຸສີ່ປີໃນເວລານັ້ນ. ເມື່ອຫວນຄິດຄືນຫລັງໃນຕອນນີ້, ຂ້າພະເຈົ້າຄິດວ່າ ມັນສະແດງໃຫ້ເຫັນວ່າ ການສື່ສານ ແລະຂໍ້ມູນທີ່ແຈ່ມແຈ້ງ ສໍາຄັນຫລາຍປານໃດ ໃນລະຫວ່າງວິກິດການນັ້ນ."

ມີຄວາມຕື່ນຕົກໃຈ ແລະຄວາມຢ້ານກົວ ທົ່ວເມືອງ Fukushima ກ່ຽວກັບຄວາມເປັນຫ່ວງ ດ້ານສຸຂະພາບ ທີ່ກ່ຽວກັບການໄດ້ຮັບລັງສີ, ໂດຍທີ່ຫລາຍຄົນຢ້ານວ່າ ຜົນສະທ້ອນທີ່ຄ້າຍຄືກັນນີ້ ໄດ້ເຫັນໃນພັຍພິບັດChernobyl ໃນປີ 1986.

ໃນຂນະທີ່ລັງສີປາກົດໃນນົມ, ຜັກ ແລະແຫຼ່ງອາຫານອື່ນໆ ລາຍງານຫຼາຍຢ່າງຊີ້ບອກວ່າ ລະດັບລັງສີໃນ Fukushima ຕ່ຳກວ່າ ໃນເມືອງ Chernobyl ຫຼາຍ.

ລາຍງານ ຂອງອົງການສະຫະປະຊາຊາດປີ 2021 ຢືນຢັນການຄົ້ນພົບ ຈາກລາຍງານກ່ອນຫນ້ານີ້ ໃນປີ 2013 ທີ່ພົບວ່າ ບໍ່ມີຜົນກະທົບ ໃນທາງບໍ່ດີຕໍ່ສຸຂະພາບ ໃນກຸ່ມຊາວເມືອງ Fukushima ທີ່ອາດເກີດຈາກລັງສີ ຈາກເຫດການດັ່ງກ່າວໂດຍກົງ.

ເຖິງຢ່າງໃດກໍຕາມ, ມີຄວາມເຈັບປວດທາງຈິດໃຈຫລາຍ ຫລັງຈາກແຜ່ນດິນໄຫວ, Tsunami ແລະການອົບພະຍົບຊຶ່ງເກີດຂຶ້ນຕໍ່ຢ່າງຫນ້ອຍ160,000 ຄົນ ຫລັງຈາກອຸປະຕິເຫດນິວເຄລັຍ.

ຣັດຖະບານແຂວງ Fukushima ຄາດວ່າ ມີຫຼາຍກວ່າ 2000 (2,313) ຄົນໄດ້ເສັຍຊີວິດໂດຍທາງອ້ອມ ເນື່ອງຈາກຄວາມເຄັ່ງຕຶງທາງຈິດໃຈ ແລະຮ່າງກາຍ ຈາກການຍົກຍ້າຍ.

Dr Trevor Findlay ເປັນສາດສະດາຈານກິດຕິມະສັກ ທີ່ມະຫາວິທະຍາ ລັຍ Melbourne, ທີ່ຊ່ຽວຊານ ເລື່ອງການຄວບຄຸມດູແລນິວເຄລັຍ, ແລະກ່າວວ່າ ລາຍງານເບື້ອງຕົ້ນ ບໍ່ໄດ້ພິຈາຣະນາເຖິງຄວາມເຈັບປວດທາງຈິດໃຈ ຫລັງຈາກພັຍພິບັດ.

"ຂ້າພະເຈົ້າຄິດວ່າ ສິ່ງທີ່ຫລາຍຄົນຮູ້ສຶກ ຄືວ່າ ມັນບໍ່ໄດ້ຄໍານຶງ ເຖິງຜົນກະທົບທາງຈິດໃຈ. ຂ້າພະເຈົ້າຄິດວ່າ ຜູ້ຄົນໜຶ່ງແສນຄົນ ທີ່ຖືກຍ້າຍຫລັງຈາກອຸປະຕິເຫດ Fukushima. ສະນັ້ນ, ມັນຈຶ່ງມີຜົນກະທົບອັນໃຫຍ່ຫລວງ. ແລະໃນປະເທດເຊັ່ນຍີ່ປຸ່ນ, ຊຶ່ງໄດ້ປະສົບກັບລະເບີດນິວ ເຄລັຍເທື່ອທໍາອິດ, ຜົນກະທົບນັ້ນ ແມ່ນເພີ່ມຂຶ້ນເປັນຫຼາຍເທົ່າ ເພາະເຖິງແມ່ນວ່າ ຈະມີການຜລິດພະລັງງານງານນິວເຄລັຍ ໃນປະເທດຍີ່ປຸ່ນ, ແຕ່ຍັງມີຄວາມຢ້ານກົວນິວເຄລັຍ ໃນບັນດາຜູ້ຄົນທົ່ວໄປ."

ລາວເວົ້າວ່າ ມີການສື່ສານທີ່ບໍ່ຊັດເຈນ ໃນຍີ່ປຸ່ນ ຫລັງຈາກອຸປະຕິເຫດນິວເຄລັຍ, ຊຶ່ງນໍາໄປສູ່ຄວາມສັບສົນ ແລະຄວາມຢ້ານກົວຫລາຍກວ່າເກົ່າ, ຮ້າຍແຮງຂຶ້ນ ຈາກຄວາມລົ້ມເຫລວ ຂອງຜູ້ຄວບຄຸມພະລັງງານ ທີ່ຈະແຍກຕົວອອກເອງ ຈາກຜົນປໂຍດຂອງອຸດສະຫະກັມ.

"ສ່ວນຫນຶ່ງຂອງບັນຫາໃນຍີ່ປຸ່ນ ແມ່ນສິ່ງທີ່ເຮົາເອີ້ນວ່າ ການຈັບກຸມຕາມກົດລະບຽບ. ສະນັ້ນ, ຈຶ່ງມີການແລກປ່ຽນລະຫວ່າງ TEPCO ແລະບໍຣິສັດນິວເຄລັຍອື່ນໆ ແລະຜູ້ຄວບຄຸມ ເພື່ອວ່າຫລັງຈາກຊົ່ວໄລຍະຫນຶ່ງ, ມັນເປັນສິ່ງຍາກ ທີ່ຈະບອກວ່າຜົນປໂຍດ ຂອງອຸດສະຫະກັມນັ້ນແມ່ນຫຍັງ ແລະຜົນປໂຍດຂອງໜ່ວຍງານ ກຳກັບດູແລຂອງຣັດຖະບານຄືຫຍັງ. ນັ້ນເປັນບັນຫາຕໍ່ເນື່ອງ ໃນທຸກປະເທດ ເພາະໜ່ວຍງານກຳກັບດູແລ ຕ້ອງເວົ້າລົມກັບອຸດສະຫະກັມ ແລະມີຄວາມສໍາພັນໃກ້ຊິດກັບເຂົາເຈົ້າ. ດັ່ງນັ້ນ, ອຸດສາຫະກັມທັງຫມົດ ຈຶ່ງຕົກຢູ່ໃນອັນຕະຣາຍ ຂອງການຈັບກຸມນີ້ ໃນດ້ານການຄວບຄຸມ."

Michiyo Miyake ຢູ່ໃນ Tokyo ຕອນເກີດແຜ່ນດິນໄຫວ.

"ຂ້ອຍຢູ່ໃນຫ້ອງໃຕ້ດິນຂອງຮ້ານຄ້າ ຢູ່ກາງເມືອງ Tokyo, ມັນຢູ່ໃນ Shinjuku, ແລະຂ້ອຍຢູ່ກັບແມ່ຂອງຂ້ອຍ, ແລະໃນທັນໃດນັ້ນ ກໍມີແຜ່ນດິນໄຫວໃຫຍ່ເກີດຂຶ້ນ ແລະນັ້ນຂ້ອຍກໍຮູ້ວ່າມີບາງຢ່າງຜິດປົກກະຕິ. ເພາະໃນຖານະຊາວເມືອງ Tokyo, ແຜ່ນດິນໄຫວ ເປັນເລື່ອງປົກກະຕິ, ແຕ່ເຫັນໄດ້ຢ່າງຊັດແຈ້ງວ່າ ນີ້ເປັນສິ່ງທີ່ແຕກຕ່າງຫຼາຍ. ມັນບໍ່ໄດ້ເປັນຄວາມກັງວົນ, ແຕ່ເປັນຄວາມສຸກເສີນ. ແລະຫລາຍຄົນ, ເມື່ອຂ້ອຍເລົ່າເລື່ອງນີ້, ຫລາຍຄົນສາມາດເຂົ້າໃຈຂ້ອຍ ທີ່ຄິດກ່ຽວກັບຊ່ວງCOVID, ເພາະທຸກສິ່ງບໍ່ເຄີຍມີມາກ່ອນ, ແລະບໍ່ມີໃຜເຄີຍປະສົບກັບສິ່ງນີ້ມາກ່ອນ, ມັນແມ່ນຄວາມຮູ້ສຶກແບບນີ້."

ໃນຂນະທີ່ເນັ້ນຫນັກ ເຖິງຄວາມແຕກຕ່າງຢ່າງຫຼາຍ ຂອງປະສົບການ ລະຫວ່າງຊາວເມືອງ Tokyo ແລະຜູ້ຄົນທີ່ໃກ້ຊິດທີ່ສຸດ ກັບຈຸດໃຈກາງຂອງແຜ່ນດິນໄຫວ, Michiyo ກ່າວວ່າ ນາງຍັງເຈັບປວດ ຢູ່ກັບເຫດການນັ້ນ, ໂດຍສະເພາະ ກ່ຽວກັບສິ່ງທີ່ນາງໄດ້ອະທິບາຍວ່າ ເປັນຂໍ້ມູນທີ່ບໍ່ຖືກຕ້ອງ ຂອງຣັດຖະບານ ກ່ຽວກັບຜົນກະທົບ ຂອງລັງສີນິວ ເຄລັຍ.

Michiyo ເວົ້າວ່າ ນາງມີປຶ້ມນ້ອຍ ທີ່ບັນທຶກເຫດການທີ່ເກີດຂຶ້ນທັນທີ ຫລັງຈາກເຫດການນັ້ນ, ເພາະນາງຮູ້ສຶກວ່າ ນາງບໍ່ສາມາດໄວ້ວາງໃຈຂໍ້ມູນ ຂອງຣັດຖະບານໄດ້.

"ຂ້າພະເຈົ້າຈຶ່ງຄິດວ່າ ຂ້າພະເຈົ້າຄວນບັນທຶກສິ່ງທີ່ຂ້າພະເຈົ້າໄດ້ເຫັນ ເພື່ອວ່າ ຂ້າພະເຈົ້າບໍ່ຢາກລືມ....ນັນແມ່ນຂໍ້ທີຫນຶ່ງ, ແລະທີສອງ ຂ້າພະເຈົ້າຄິດວ່າ ຜູ້ທີ່ຮັບຜິດຊອບຕໍ່ອຸປະຕິເຫດທີ່ຮ້າຍແຮງນີ້, ເຂົາເຈົ້າຢາກໃຫ້ພວກເຮົາລືມເລື່ອງນີ້. ແຕ່ເມື່ອຂ້າພະເຈົ້າມາທີ່ນີ້ ໃນປີ 2016, ຊຶ່ງກໍແມ່ນຫ້າປີ ຫລັງຈາກອຸປະຕິເຫດ, ຂ້າພະເຈົ້າຍັງມີຄວາມເຈັບປວດຫລາຍກັບເຫດການນີ້, ຂ້າພະເຈົ້າຄິດວ່າ ຫລັງຈາກພັຍພິບັດນິວເຄລັຍນີ້, ແລະໄດ້ເຫັນວ່າຣັດຖະບານຫລືສັງຄົມ ມີປະຕິກິຣິຍາແນວໃດຕໍ່ເລື່ອງນີ້."

Michiyo ຈື່ໄດ້ວ່າ ມີການປະທ້ວງຢູ່ຕາມຖນົນໃນ Tokyo ຫລັງຈາກເຫດການນັ້ນ, ໂດຍສະເພາະ ຕອນທີ່ໂຮງງານນິວເຄລັຍ ເລີ່ມເປີດຄືນອີກ.

ຄວາມເຈັບປວດທີ່ຍັງເຫລືອຢູ່, ແລະບັນທຶກທີ່ນາງໄດ້ຮວບຮວມໄວ້, ໄດ້ເປັນແຮງບັນດານໃຈ ໃນໜັງສື 'GreenMetal' ຂອງນາງ, ຊຶ່ງຖືກພິມໃນປີ 2024.

"ຂ້າພະເຈົ້າຄິດວ່າ ພາສານັ້ນມີບົດບາດສຳຄັນຫລາຍ ໃນວິທີທີ່ຄວາມສ່ຽງ ຖືກປະເມີນຄ່າຕ່ຳເກີນໄປ. ເຊັ່ນດຽວກັບພາສາຍີ່ປຸ່ນ, ພວກເຮົາໃຊ້ຄໍາເວົ້າທີ່ສວຍງາມ ແລະພາສາທາງອ້ອມ ແລະພວກເຮົາມີພອນ ສວັນໃນການເວົ້າສິ່ງຕ່າງໆ ໃນທາງອ້ອມແທ້ໆ. ມັນເຮັດໃຫ້ຂ້າພະເຈົ້າໃຈຮ້າຍ, ເນື່ອງຈາກການປະຕິເສດຄວາມສ່ຽງນັ້ນເປັນແນວໃດ ເມື່ອຊີວິດຂອງຜູ້ຄົນ ຕົກຢູ່ໃນຂັ້ນອັນຕະຣາຍ. ແລະຣັດຖະບານ, ຂ້າພະເຈົ້າຈະຍົກຕົວຢ່າງ, ມີຣັດຖະບານທີ່ກ່າວວ່າ 'ບໍ່ມີອັນຕະຣາຍຕໍ່ຮ່າງກາຍໃນທັນທີ'. ນັ້ນເປັນວິທີ ທີ່ຈະເວົ້າທາງອ້ອມວ່າ, ອັນຕະຣາຍໃນໄລຍະຍາວ ຕໍ່ຮ່າງກາຍຂອງເຮົາເດ ຈະເປັນແນວໃດ?"

ຄໍາຖາມໃນຕອນນີ້ແມ່ນວ່າ ໂລກຕຽມພ້ອມຫລາຍກວ່າເກົ່າ ສໍາລັບອຸປະຕິເຫດນິວເຄລັຍ ໃນອະນາຄົດຫລືບໍ່.

Dr Trevor Findlay ເຊື່ອວ່າ ປະເທດສ່ວນໃຫຍ່ ທີ່ມີພະລັງງານນິວເຄລັຍ ຈະມີຄວາມພ້ອມທີ່ດີກວ່າ ຫລັງຈາກເຫດການໃນ Fukushima, ແຕ່ກ່າວວ່າ ຄວາມເປັນຫ່ວງສ່ວນໃຫຍ່ ແມ່ນຂຶ້ນກັບປະເທດ ທີ່ຈະນໍາໃຊ້ພະລັງງານນິວເຄລັຍໃຫມ່.

ລາວອະທິບາຍວ່າ ມີຫລາຍກວ່າ 90 ຢ່າງຂອງພະລັງງານນິວເຄລັຍ ໃນຮູບແບບໃຫມ່, ໂດຍສະເພາະ Reactor ນ້ອຍໆ, ຊຶ່ງປະເທດໃນເອເຊັຍ, ອາຟຣິກາ ແລະລາຕິນອາເມຣິກາ ກຳລັງວາງແຜນທີ່ຈະນໍາໃຊ້-ເປັນການທ້າທາຍໃຫມ່ ສໍາລັບການຄວບຄຸມນິວເຄລັຍ.

"ຫລັງຈາກ Fukushima, ຫລາຍປະເທດ ໄດ້ເຮັດການທົດສອບຄວາມກົດດັນໃນ Reactors ນິວເຄລັຍຂອງເຂົາເຈົ້າ ເພື່ອຄໍານຶງເຖິງເຫດສຸກເສີນຫລາຍຢ່າງ ທີ່ໄດ້ເກີດຂຶ້ນ ໃນກໍຣະນີຂອງຍີ່ປຸ່ນ ແລະຫລາຍປະເທດ ກໍໄດ້ຮັບເອົາການປ່ຽນແປງ ທີ່ຈະຄໍານຶງເຖິງເລື່ອງນີ້. ສະນັ້ນ, ປະເທດທີ່ໃໝ່ຕໍ່ພະລັງງານນິວເຄລັຍ, ເຂົາເຈົ້າກຳລັງພິຈາຣະນານໍາໃຊ້ Reactors ນິວເຄລັຍຊະນິດໃຫມ່, ຊຶ່ງເອີ້ນວ່າ Small Modular Reactors. ສະນັ້ນ, ຄວາມຄິດທັງຫມົດ ກ່ຽວກັບຄວາມປອດພັຍ ກໍຈະປ່ຽນໄປ ເມື່ອທ່ານຄິດກ່ຽວກັບຫລາຍຫນ່ວຍ ແລະຄວາມຫ່າງໄກ ແລະຄວາມເປັນໄປໄດ້ ທີ່ຈະບໍ່ມີພະນັກງານຢູ່ໃນສະຖານທີ່ສໍາລັບ Reactors ນ້ອຍໆເຫລົ່ານີ້. ສະນັ້ນ, ເຮົາຕ້ອງພິຈາຣະນາຄວາມປອດພັຍ ແລະການປ້ອງກັນນິວເຄລັຍ ເພື່ອຢຸດການພັດທະນາອາວຸດ ໃນມຸມຂອງເທັກໂນໂລຈີໃຫມ່ນີ້, SMR ເຫລົ່ານີ້."

ຍັງມີຄວາມເປັນຫ່ວງ ກ່ຽວກັບການແພ່ຂຍາຍພະລັງງານນິວເຄລັຍ, ໂດຍສະເພາະ ໃນສະພາບການທາງດ້ານການເມືອງ ໃນປະຈຸບັນ.

ເຫດຜົນຫຼ້າສຸດ ທີ່ສະຫະຣັດອາເມຣິກາ ແລະອິດສະຣາເອລ ໄດ້ອ້າງໃນ ການໂຈມຕີປະເທດ Iran ນັ້ນ ແມ່ນກ່ຽວກັບການກີດກັນຣັດ ຈາກການຄອບຄອງອາວຸດ Nuclear.

ແຕ່ Dr Findlay ກ່າວວ່າ ສິ່ງນີ້ອາດມີຜົນກະທົບທີ່ກົງກັນຂ້າມ ເມື່ອກ່າວເຖິງການປົດອາວຸດ Nuclear.

“ແນ່ນອນວ່າ ອັນຕະຣາຍກໍຄື ປະເທດອື່ນອາດຈະຄິດວ່າ ຖ້າຫາກ Iran ມີອາວຸດ Nuclear ແລ້ວ, ການໂຈມຕີນີ້ ກໍຈະບໍ່ເກີດຂຶ້ນ, ແລະເຂົາເຈົ້າອາດຄິດວ່າ ເຂົາເຈົ້າຕ້ອງການອາວຸດ Nuclear ຄືກັນ ເພື່ອຢັບຢັ້ງການປະຕິບັດແບບນີ້. ຂ້າພະເຈົ້າແນ່ໃຈວ່າ ເກົາຫລີເຫນືອ ໄດ້ພິຈາຣະນາເລື່ອງນີ້ ແລະເພີ່ມຄວາມແນ່ໃຈ ໃນຄວາມຄິດເຫັນຂອງເຂົາເຈົ້າວ່າ ເຂົາເຈົ້າ ບໍ່ຄວນເລີກລົ້ມອາວຸດ Nuclear ເພາະສິ່ງທີ່ໄດ້ເກີດຂຶ້ນກັບIran."

ລາວຍັງເຕືອນວ່າ ອຸປະຕິເຫດນິວເຄລັຍ ທີ່ຄ້າຍຄືກັນນີ້ກັບ Fukushima ອາດເກີດຂຶ້ນໃນ Iran ຖ້າຫາກສະຫະຣັດອາເມຣິກາ ແລະອິດສະຣາເອລ ໂຈມຕີReactor ນິວເຄລັຍ ຫລືຄັງເກັບ Uranium ຂອງ Iran.

"ໃນກໍຣະນີຂອງ Iran, ມັນເປັນ Reactor ນິວເຄລັຍຢ່າງສັນຕິ ທີ່ເຂົາເຈົ້າໃຊ້ ເພື່ອສ້າງກະແສໄຟຟ້າ. ເຂົາເຈົ້າຍັງບໍ່ມີອາວຸດ Nuclear ເທື່ອ. ເຂົາເຈົ້າມີ Uranium ທີ່ມີຄຸນສົມບັດສູງ, ຊຶ່ງເປັນວັດຖຸນິວເຄລັຍ. ສະນັ້ນ, ແນ່ນອນວ່າ ທ່ານບໍ່ຢາກລະເບີດສິ່ງນັ້ນ ແລະຖືກປ່ອຍເຂົ້າໄປໃນບັນຍາກາດ. Reactor ນັ້ນ ເປັນອັນຕະຣາຍຫລາຍກວ່ານັ້ນ, ສະນັ້ນ ມັນຈຶ່ງສາມາດເກີດ Chernobyl Effect ໄດ້ ຖ້າຫາກຖືກໂຈມຕີ."

ສໍາລັບຜູ້ຄົນເຊັ່ນ Akiko ຜູ້ທີ່ຍັງເອີ້ນເມືອງ Fukushima ວ່າບ້ານ, ມີບົດຮຽນ ທີ່ຈະຮຽນຮູ້ ຈາກອຸປະຕິເຫດທີ່ໜ້າເສົ້ານັ້ນ.

"ຂ້າພະເຈົ້າພຽງແຕ່ຫວັງແທ້ໆວ່າ ຜູ້ຄົນຈະໄດ້ຟັງສຽງຂອງຜູ້ຄົນໃນທ້ອງຖິ່ນ ຫລືຜູ້ຄົນໃນເມືອງ Fukushima, ແທນທີ່ຈະພຽງແຕ່ ຟັງສຽງຂອງຣັດຖະບານ, ຜູ້ຄົນທີ່ໄດ້ຜ່ານຜ່າເວລາທີ່ຍາກລໍາບາກ ແລະແລ້ວກ້າວໄປຫນ້າ ແລະຟື້ນໂຕໄດ້ດີ. ແຕ່ຫລັງຈາກພັຍພິບັດ, ຂ້າພະເຈົ້າຫວັງແທ້ໆວ່າ ຜູ້ຄົນຂອງຣັດຖະບານ ຈະຟັງສຽງ ຂອງຜູ້ທີ່ໄດ້ຜ່ານຜ່າຄວາມຍາກລຳບາກມາແລ້ວ."

 

ແລະຮຽກຮ້ອງ ໃຫ້ທວງຄືນຄວາມງາມ ຂອງບ້ານຂອງນາງ.

"ບາງຄົນທົ່ວໂລກຍັງຄິດວ່າ Fukushima ເປັນພຽງແຕ່ບ່ອນທີ່ເກີດພັຍພິບັດເທົ່ານັ້ນ. ແຕ່ Fukushima ຍັງເປັນບ່ອນ ທີ່ມີທັມມະຊາດທີ່ສວຍງາມ, ວັດທະນະທັມທີ່ຮັ່ງມີ, ແລະຜູ້ຄົນທີ່ຍືດຍຸ່ນຢ່າງເຫລືອເຊື່ອ. ສະນັ້ນ, ແມ່ນແຕ່ຫລັງຈາກ 15 ປີ, ຜູ້ຄົນໃນເມືອງ Fukushima ກໍຍັງດໍາເນີນຕໍ່ໄປ ດ້ວຍຄວາມເຂັ້ມແຂງ ແລະຄວາມຫວັງ."

ລາຍງານໂດຍ Catriona Stirrat ຂ່າວ SBS News, ດ້ວຍຄວາມຮ່ວມມືກັບ Junko Howe ຈາກSBS ພາກພາສາຍີ່ປຸ່ນ.

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now