ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ວິກິດນ້ຳມັນຍ້ອນສົງຄາມໃນຕາເວັນອອກກາງ.
ຄວາມບໍ່ແນ່ນອນ ຂອງສົງຄາມ ລະຫວ່າງສະຫະຣັດອາເມຣິກາ ແລະອິດສະຣາເອລ ກັບ Iran ໄດ້ສົ່ງຄື້ນທີ່ໜ້າຕົກໃຈ ໄປທົ່ວເສດຖະກິດໂລກ ເນື່ອງຈາກ ມັນໄດ້ສົ່ງຜົນກະທົບ ຕໍ່ການຜລິດ ແລະຂົນສົ່ງນ້ຳມັນ ໃນຕາເວັນອອກກາງ.
ລາຄານ້ຳມັນ ໄດ້ເພີ່ມຂຶ້ນເກືອບເຖິງ 120 ໂດລາຕໍ່ Barrel ໃນວັນຈັນ, ແລະໄດ້ຫລຸດລົງຢ່າງໄວ ອີກໃນເຊົ້າວັນອັງຄານ (10/03) ເນື່ອງຈາກປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ແນະນໍາວ່າ ສົງຄາມອາດສິ້ນສຸດລົງ ໃນບໍ່ຊ້ານີ້.
"ດ້ວຍຄວາມຊ່ອຍເຫລືອ ແລະການທຳງານຫນັກຂອງພວກທ່ານ, ພວກເຮົາ ກໍາລັງເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກ, ແລະພວກເຮົາກໍາລັງເຮັດມັນໄວກວ່າ ທີ່ພວກເຮົາຄິດໄວ້ຫຼາຍ. ແລະມັນດີກວ່າ, ເຂັ້ມແຂງກວ່າ.... ແລະປະເທດຂອງເຮົາ ກໍເຮັດໄດ້ດີແທ້ໆ ໃນລະດັບທີ່ບໍ່ມີໃຜຄິດ. ພວກເຮົາໄດ້ໄປທ່ຽວຫນ້ອຍຫນຶ່ງ ເພາະພວກເຮົາຮູ້ສຶກວ່າ ພວກເຮົາຕ້ອງເຮັດສິ່ງນັ້ນ ເພື່ອກໍາຈັດຄວາມຊົ່ວຮ້າຍບາງຢ່າງ. ແລະຂ້າພະເຈົ້າຄິດວ່າ ທ່ານຈະເຫັນວ່າ ມັນຈະເປັນການເດີນທາງ ໃນເວລາສັ້ນໆ."
ໃນອາທິດທີສອງ, ສົງຄາມໄດ້ເຫັນອິດສະຣາເອລ, ສະຫະຣັດອາເມຣິກາ ແລະ Iran ໂຈມຕີໂຮງງານນ້ຳມັນ ແລະແກັສໃນພູມີພາກ.
ຄວາມວິຕົກກັງວົນ ກ່ຽວກັບການໂຈມຕີ ໄດ້ຢຸດການຂົນສົ່ງໃນ Strait of Hormuz, ບ່ອນທີ່ ຫນຶ່ງສ່ວນຫ້າຂອງນ້ຳມັນຂອງໂລກ ຜ່ານທຸກໆມື້.
Marquee Saul Kavonic, ຫົວຫນ້າຝ່າຍຄົ້ນຄວ້າພະລັງງານ ທີ່ MST ກ່າວວ່າ ສະຖານະການໃນປະຈຸບັນ ອາດມີຜົນສະທ້ອນໄລຍະຍາວ.
"ມັນເປັນສັນຍານ ເຖິງການຂາດແຄນ ທີ່ຍິ່ງໃຫຍ່ທີ່ສຸດ ຕໍ່ຕລາດນ້ຳມັນ ແລະແກັສ ທີ່ກ່າວວ່າ ອາດມີຂອບເຂດ ທີ່ກວ້າງກວ່າສົງຄາມUkraine ໃນປີ 2022, ເມື່ອຣັສເຊັຍ ໄດ້ປິດແກັສໄປຫາຢູໂຣບ. ແລະເຮົາບໍ່ເຄີຍ ເຫັນການເພີ່ມຂຶ້ນໃນລະດັບນີ້ ຈົນກວ່າຈະຢ້ອນໄປເຖິງຊ່ວງປີ 1970. ເຖິງວ່າເຊັ່ນນັ້ນ, ຖ້າຫາກທ່ານເບິ່ງຂອບເຂດ ຂອງການຂົນສົ່ງ ແລະຄວາມສໍາຄັນ ຂອງການຜ່ານຊ່ອງແຄບ Strait of Hormuz, ການລົບກວນຕໍ່ໄປ ຂອງການໄຫລທີ່ນີ້ ຈະກ່ຽວຂ້ອງກັບ ຜົນກະທົບຕໍ່ຕລາດນ້ຳມັນ ແລະແກັສ ສາມເທົ່າ ທີ່ເຮົາໄດ້ເຫັນ ໃນໄລຍະໃນວິກິດນ້ຳມັນ ໃນປີ 1970."
ເພື່ອຕອບສນອງຕໍ່ລາຄາທີ່ສູງຂຶ້ນ, ບາງປະເທດ ໄດ້ໃຊ້ມາດຕະການເຄັ່ງຄັດ ເພື່ອຫລຸດຜ່ອນການໃຊ້ພະລັງງານ.
ໃນ Pakistan, ຣັດຖະບານ ໄດ້ປະກາດວ່າ ໂຮງຮຽນຈະປິດເປັນເວລາສອງອາທິດ ແລະປະມານເຄິ່ງຫນຶ່ງ ຂອງພະນັກງານຫ້ອງການ ໃນດ້ານບໍຣິການທີ່ບໍ່ຈໍາເປັນ ຈະທໍາງານຈາກບ້ານ.
ໃນ Bangladesh, ຊຶ່ງນໍາເຂົ້າ 95 ສ່ວນຮ້ອຍ ຂອງຄວາມຕ້ອງການນໍ້າມັນ ແລະແກັສ, ຣັດຖະບານ ໄດ້ເລີ່ມຕົ້ນມາດຕະການ ແບ່ງສ່ວນນໍ້າມັນ.
Al Magruf bin Ataur ເປັນນັກສຶກສາ ຢູ່ມະຫາວິທະຍາລັຍ Dhaka, ຊຶ່ງຖືກປິດ ເພາະເປັນສ່ວນຫນຶ່ງ ຂອງຄວາມພະຍາຍາມ ຂອງຣັດຖະບານ.
"ເນື່ອງຈາກວິກິດນ້ຳມັນ, ຣົດໂດຍສານ ມະຫາວິທະຍາລັຍຂອງພວກເຮົາ ກໍຖືກປິດຄືກັນ ນັບແຕ່ມື້ນີ້. ມື້ນີ້ ຈະເປັນມື້ສຸດທ້າຍ ທີ່ຣົດໂດຍສານ ຈະບໍຣິການ. ຫລັງຈາກມື້ນີ້, ຂ້າພະເຈົ້າບໍ່ຄິດວ່າ ຣົດໂດຍສານ ຈະແລ່ນ ເພາະວິກິດນ້ຳມັນ ທີ່ກໍາລັງເກີດຂຶ້ນໃນປະເທດເຮົາ. ສະນັ້ນ, ຂ້າພະເຈົ້າຈຶ່ງຄິດວ່າ ປັດຈັຍທັງຫມົດນີ້ ມີສ່ວນເຮັດໃຫ້ ມະຫາວິທະຍາລັຍຂອງພວກເຮົາ ກໍາລັງປິດຕັ້ງແຕ່ມື້ນີ້."
ໃນ Vietnam, ຣັດຖະບານໄດ້ປະກາດວ່າ ຈະຍົກເລີກພາສີການນໍາເຂົ້ານໍ້າມັນ, ເຮັດໃຫ້ການເກັບພາສີຈາກ 10 ເປີເຊັນ ຫລຸດລົງເປັນສູນ ຈົນເຖິງທ້າຍເດືອນເມສາ.
ໃນຂນະດຽວກັນ, ທາງການໃນ Philippines ໄດ້ເຕືອນເຖິງການກັກຕຸນນ້ຳມັນ ໃນຂນະທີ່ມີແຖວຍາວ ຢູ່ນອກສະຖານີຂາຍນ້ຳມັນ.
Ric Perez ອາຍຸ 65 ປີຂັບຣົດຂົນສົ່ງສາທາຣະນະ ຫຼື Jeepney ທີ່ມີຢູ່ທົ່ວໄປໃນ Philippines, ຊຶ່ງໃຊ້ນ້ຳມັນ Diesel ຫຼືນ້ຳມັນກາຊວນ.
ໂດຍທີ່ລາຄາຂອງນ້ຳມັນ Diesel ຫຼືນ້ຳມັນກາຊວນ ຈະເພີ່ມຂຶ້ນ ໃນສອງສາມມື້ຂ້າງໜ້າ, ລາວເວົ້າວ່າ ຜູ້ຄົນກໍຢາກຊື້ນ້ຳມັນເພື່ອກັກຕຸນ.
"ໃນເວລານີ້ ພວກເຮົາມີບັນຫາ ໃນການຕື່ມນ້ຳມັນ ເພາະລາຄາແພງຂຶ້ນ ແລະມີຜູ້ຄົນຈຳນວນຫຼາຍ ຕື່ມນ້ຳມັນ. ພວກເຮົາໄດ້ຍິນວ່າ ລາຄາຈະເພີ່ມຂຶ້ນໃນມື້ອື່ນ ດັ່ງນັ້ນ ພວກເຮົາກຳລັງຈະມີບັນຫາ. ຂ້າພະເຈົ້າ ຍັງໄດ້ເອົາກະປ່ອງຂອງຂ້າພະເຈົ້າມາເອງນໍາອີກ ເພື່ອວ່າຂ້າພະເຈົ້າ ຈະສາມາດບຽດເຂົ້າໄປ ແລະຊື້ນ້ຳມັນຕື່ມອີກ, ເພາະແຖວນັ້ນຍາວຫລາຍ ແລະຂ້າພະເຈົ້າ ບໍ່ສາມາດເອົາ Jeep ຂອງຂ້າພະເຈົ້າໄປທີ່ນັ້ນໄດ້."
ໂດຍນ້ຳມັນລາຄາຖືກ ທີ່ມີຄວາມຕ້ອງການສູງ ເນື່ອງຈາກການສນອງ ຈາກຕາເວັນອອກກາງ ຫຼຸດໜ້ອຍລົງ, ການຂວ້ຳບາດ (Sanctions) ຂອງຢູໂຣບ ຕໍ່ນ້ຳມັນຣັສເຊັຍ ກໍກັບຄືນມາສູ່ ຄວາມສົນໃຈ ອີກເທື່ອ ໜຶ່ງ.
ຫລັງຈາກສະຫະຣັດອາເມຣິກາ ໄດ້ປະກາດການຍົກເວັ້ນຊົ່ວຄາວ ທີ່ອະນຸຍາດໃຫ້ນ້ຳມັນຂອງຣັສເຊັຍ ທີ່ຄ້າງຢູ່ໃນຕລາດ ອາທິດຜ່ານມານີ້, ທ່ານ Donald Trump ກ່າວວ່າ ການຂວ້ຳບາດ (Sanctions) ຫລາຍຢ່າງ ທີ່ກ່ຽວຂ້ອງກັບນ້ຳມັນ ກໍຈະຖືກຍົກເລີກເຊັ່ນກັນ.
"ພວກເຮົາ ຍັງຍົກເວັ້ນການຂວ້ຳບາດ (Sanctions) ບາງຢ່າງ ທີ່ກ່ຽວກັບນ້ຳມັນ ເພື່ອຫລຸດລາຄາ. ສະນັ້ນ, ພວກເຮົາຈຶ່ງມີການຂວ້ຳບາດ(Sanctions) ຕໍ່ບາງປະເທດ, ພວກເຮົາ ຈະຍົກເລີກການຂວ້ຳບາດ ເຫລົ່ານັ້ນ ຈົນກວ່າເລື່ອງນີ້ຈະແກ້ໄຂໄດ້. ແລ້ວໃຜຈະຮູ້, ບາງທີພວກເຮົາບໍ່ຈໍາເປັນຕ້ອງຂວ້ຳບາດ (Sanctions) ແລ້ວກໍຈະມີຄວາມສງົບສຸກຫລາຍປານນີ້."
ຄວາມກົດດັນ ດ້ານພະລັງງານຄັ້ງໃຫມ່ ເກີດຂຶ້ນໃນຂນະທີ່ ສະຫະພາບຢູໂຣບ (the European Union) ພະຍາຍາມ ຜ່ານແພັກເກດການຂວ້ຳບາດ (Sanctions) ໃຫມ່ ທີ່ເຄັ່ງຄັດຕໍ່ກອງກໍາປັ່ນເງົາ ຂອງຣັສເຊັຍ, ແຕ່ການສເນີນັ້ນ ໄດ້ຖືກຍັບຍັ້ງ ຫລັງຈາກປະເທດ Hungary ໄດ້ຄັດຄ້ານແຜນດັງກ່າວ.
ໂດຍທີ່ລາຄານ້ຳມັນສູງຂຶ້ນ ເຖິງລະດັບທີ່ບໍ່ເຄີຍເຫັນມາກ່ອນ ນັບຕັ້ງແຕ່ຣັສເຊັຍຮຸກຮານ Ukraine ໃນປີ 2022, ປະທານາທິບໍດີ Vladimir Putin ຂອງຣັສເຊັຍກ່າວວ່າ ຍິນດີທີ່ຈະເຈຣະຈາ ກັບຜູ້ນໍາຢູໂຣບ.
"ຂ້າພະເຈົ້າຂໍຢ້ຳວ່າ ຣັສເຊັຍເປັນຜູ້ຈັດຫາພະລັງງານທີ່ໄວ້ໃຈໄດ້. ມັນເປັນເຊັ່ນນັ້ນໂດຍຕລອດ. ແນ່ນອນວ່າ ເຮົາຈະສືບຕໍ່ ຈັດຫານ້ຳມັນ ແລະແກັສ ໃຫ້ແກ່ປະເທດ ທີ່ເປັນຄູ່ສັນຍາທີ່ເຊື່ອຖືໄດ້. ຂ້າພະເຈົ້າ ຫມາຍຄວາມວ່າ ບໍ່ພຽງແຕ່ພັນທະມິດຂອງເຮົາ ໃນເຂດເອເຊັຍປາຊີຟິກເທົ່ານັ້ນ, ແຕ່ຍັງມີຣັດຕ່າງໆ ໃນຢູໂຣບຕາເວັນອອກ ເຊັ່ນ Slovakia ແລະ Hungary ອີກດ້ວຍ. ແມ່ນແຕ່ໃນເວລານີ້, ເພື່ອນຮ່ວມງານບາງຄົນ ໄດ້ບອກຂ້າພະເຈົ້າກ່ອນກອງປະຊຸມນີ້, ພວກເຮົາກໍາລັງເພີ່ມການຈັດຫາ ໃຫ້ພັນທະມິດທີ່ເຊື່ອຖືໄດ້ ຂອງພວກເຮົາ."
ນາຍົກຣັດຖະມົນຕີ, Viktor Orbán, ຖືວ່າ ເປັນໜຶ່ງໃນພັນທະມິດ ທີ່ໃກ້ຊິດທີ່ສຸດ ຂອງຣັສເຊັຍໃນຢູໂຣບ, ໄດ້ຮຽກຮ້ອງ ໃຫ້ສະຫະພາບຢູໂຣບ (the European Union) ໃຫ້ຍົກເລີກ ການຂວ້ຳບາດເຊື້ອໄຟຟອສຊິນ ຂອງຣັສເຊັຍ.
ແຕ່ຜູ້ອໍານວຍການເສດຖະກິດຢູໂຣບ Valdis Dombrovskis ກ່າວວ່າ EU ຍັງບໍ່ທັນ ປະເຊີນກັບການຂາດແຄນເຊື້ອໄຟເທື່ອ.
"ມັນສໍາຄັນ ທີ່ເຮົາຈະບໍ່ຫລຸດຜ່ອນ ຄວາມກົດດັນຕໍ່ຣັສເຊັຍ ແລະບໍ່ຊ່ອຍເຫລືອຣັສເຊັຍ ດ້ວຍຊັບພະຍາກອນສົງຄາມ ຂອງຕົນໂດຍໃຊ້ສະຖານະການລາຄານ້ຳມັນ ແລະແກັສ ທີ່ສູງຂຶ້ນໃນເວລານີ້. ສະນັ້ນ, ມັນຈຶ່ງສໍາຄັນ ທີ່ເຮົາຈະຍຶດຫມັ້ນ ກັບການຂວ້ຳບາດ G7 ຂອງເຮົາ,ການຈໍາກັດລາຄາ ທີ່ກ້າວໄປສູ່ການສັ່ງຫ້າມ ບໍຣິການທາງທະເລ."
ຕົວແທນຈາກກຸ່ມ 7 ປະເທດ ກໍໄດ້ພົບກັນ ເພື່ອຫາລື ກ່ຽວກັບຄວາມເປັນຫ່ວງ ກ່ຽວກັບລາຄານ້ຳມັນ, ໂດຍກ່າວວ່າ ເຂົາເຈົ້າພ້ອມແລ້ວ ທີ່ຈະໃຊ້ມາດຕະການໃດໆກໍຕາມ ທີ່ຈໍາເປັນ.
ເຖິງແມ່ນວ່າ ກອງປະຊຸມໄດ້ປິດລົງ ໂດຍບໍ່ມີຂໍ້ຕົກລົງ ທີ່ຈະປົດປ່ອຍນ້ຳມັນດິບສຳຮອງ, Roland Lescure ຣັດຖະມົນຕີການເງິນ ຂອງປະເທດຝຣັ່ງ ກ່າວວ່າ ມັນໄດ້ຮັບການພິຈາຣະນາແລ້ວ.
"ຂ້າພະເຈົ້າຢາກບອກຢ່າງຊັດແຈ້ງ ກ່ຽວກັບຄວາມຈິງທີ່ວ່າ ພວກເຮົາພ້ອມແລ້ວ ທີ່ຈະເຮັດຕາມຂັ້ນຕອນທີ່ຈໍາເປັນ ແລະປະສານງານ ເພື່ອເຮັດໃຫ້ຕລາດ ມີຄວາມຫມັ້ນຄົງ ເຊັ່ນການເກັບກັກຕຸນ."
ໃນອອສເຕຣເລັຍ, ຣັດຖະມົນຕີກະຊວງພະລັງງານ, Chris Bowen, ໄດ້ກ່າວຢ້ຳຄໍາຂໍຮ້ອງຂອງລາວ ຕໍ່ຊາວອອສເຕຣເລັຍວ່າ ຢ່າຕື່ນຕົກໃຈໃນການຊື້ນ້ຳມັນ ແລະກ່າວວ່າ ອອສເຕຣເລັຍມີນ້ຳມັນສຳຮອງ ເປັນເວລາ 32 ມື້.
ບໍຣິສັດນ້ຳມັນ ຖືກກ່າວຫາວ່າ ໄດ້ຂຶ້ນລາຄານ້ຳມັນ ເນື່ອງຈາກລາຄາ ສເລັ່ຍຂອງນ້ຳມັນໄຮ້ກົ່ວ (Unleaded Petrol) ໄດ້ຂຶ້ນສູງກວ່າ 2 ໂດລາຕໍ່ລິດ ໃນ Sydney, Melbourne ແລະ Brisbane ໃນວັນຈັນ.
Mr Bowen ກ່າວວ່າ ໃນຂນະທີ່ປ້ຳນ້ຳມັນ ກໍາລັງເຫັນຄວາມຕ້ອງການເພີ່ມຂຶ້ນ, ລະດັບການສນອງກໍບໍ່ໄດ້ຫລຸດລົງ.
"ພວກເຮົາ ກໍາລັງເຫັນຄວາມຕ້ອງການເພີ່ມຂຶ້ນຢ່າງຫຼາຍ, ໂດຍສະເພາະສໍາລັບ Diesel ຫຼືນ້ຳມັນກາຊວນ, ແລະຂ້າພະເຈົ້າ ກໍເຂົ້າໃຈວ່າ ເປັນຫຍັງຊາວອອສເຕຣເລັຍຈຶ່ງເປັນຫ່ວງ. ແຕ່ຂໍ້ຄວາມສໍາຄັນຂອງຂ້າພະເຈົ້າແມ່ນວ່າ ການມາເຖິງຂອງນ້ຳມັນ Diesel ຫຼືນ້ຳມັນກາຊວນ ໃນສອງສາມມື້ຜ່ານມານີ້ ແລະທີ່ຄາດວ່າ ອີກບໍ່ເທົ່າໃດມື້ ແລະອາທິດຕໍ່ໄປ ນ້ຳມັນກໍມາເຖິງຕາມກຳໜົດທີ່ໄດ້ຄາດໄວ້."
ລາຍງານໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





