Watch FIFA World Cup 2026™

LIVE, FREE and EXCLUSIVE

ການບໍຣິຈາກເລືອດໃນ ອອສເຕຣເລັຍ.

A Red Cross blood bank donation van - file photo (AAP Image-Paul Miller).jpg

ສູນຮັບບໍຣິຈາກເລືອດເຄື່ອນທີ່ຂອງ Red Cross.

ໃນວັນຜູ້ບໍຣິຈາກເລືອດສາກົນ ໃນວັນອາທິດ ທີ 4 ມີຖຸນາ, Lifeblood ກໍາລັງຊຸກຍູ້ຊາວອອສເຕຣເລັຍ ໃຫ້ບໍຣິຈາກເລືອດຫລາຍຂຶ້ນ, ໂດຍເຕືອນວ່າ ຄວາມຕ້ອງການແມ່ນບໍ່ປ່ຽນແປງ ແລະບໍ່ສາມາດສນອງໄດ້ ຖ້າປາດສະຈາກ ຜູ້ບໍຣິຈາກເປັນປະຈໍາ. ແຕ່ເມື່ອຈໍານວນພົນລະເມືອງຂອງອອສເຕຣເລັຍ ມີຄວາມແຕກຕ່າງຫລາຍຂຶ້ນ, ຜູ້ຊ່ຽວຊານກ່າວວ່າ ເລືອດຂອງປະເທດນີ້ ຕ້ອງສະທ້ອນເຖິງການປ່ຽນແປງນັ້ນ, ໂດຍທີ່ຄົນໄຂ້ບາງຄົນ ຕ້ອງການເລືອດທີ່ສອດຄ່ອງ ກັບພູມຫຼັງຂອງເຂົາເຈົ້າຫຼາຍຂຶ້ນ. ແຕ່ສໍາລັບບາງຄົນ, ການຕັດສິນໃຈທີ່ຈະບໍຣິຈາກ ແມ່ນຖືກຫລໍ່ຫລອມ ໂດຍວັດທະນະທັມ, ປະສົບການ ແລະຄວາມເຂົ້າໃຈຂອງລະບົບ.


Published

By Hannah Hodson

Presented by Sak Phoumirath

Source: SBS


Share this with family and friends


ໃນວັນຜູ້ບໍຣິຈາກເລືອດສາກົນ ໃນວັນອາທິດ ທີ 4 ມີຖຸນາ, Lifeblood ກໍາລັງຊຸກຍູ້ຊາວອອສເຕຣເລັຍ ໃຫ້ບໍຣິຈາກເລືອດຫລາຍຂຶ້ນ, ໂດຍເຕືອນວ່າ ຄວາມຕ້ອງການແມ່ນບໍ່ປ່ຽນແປງ ແລະບໍ່ສາມາດສນອງໄດ້ ຖ້າປາດສະຈາກ ຜູ້ບໍຣິຈາກເປັນປະຈໍາ. ແຕ່ເມື່ອຈໍານວນພົນລະເມືອງຂອງອອສເຕຣເລັຍ ມີຄວາມແຕກຕ່າງຫລາຍຂຶ້ນ, ຜູ້ຊ່ຽວຊານກ່າວວ່າ ເລືອດຂອງປະເທດນີ້ ຕ້ອງສະທ້ອນເຖິງການປ່ຽນແປງນັ້ນ, ໂດຍທີ່ຄົນໄຂ້ບາງຄົນ ຕ້ອງການເລືອດທີ່ສອດຄ່ອງ ກັບພູມຫຼັງຂອງເຂົາເຈົ້າຫຼາຍຂຶ້ນ. ແຕ່ສໍາລັບບາງຄົນ, ການຕັດສິນໃຈທີ່ຈະບໍຣິຈາກ ແມ່ນຖືກຫລໍ່ຫລອມ ໂດຍວັດທະນະທັມ, ປະສົບການ ແລະຄວາມເຂົ້າໃຈຂອງລະບົບ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການບໍຣິຈາກເລືອດໃນ ອອສເຕຣເລັຍ.

ສໍາລັບຄອບຄົວ ທີ່ຕ້ອງເພິ່ງພາການໃສ່ເລືອດ, ເລືອດທີ່ມາຈາກການບໍຣິຈາກ ອາດຫມາຍເຖິງ ຄວາມແຕກຕ່າງລະຫວ່າງຊີວິດ ແລະຄວາມຕາຍ.

ສໍາລັບບາງຄົນ, ການຕັດສິນໃຈທີ່ຈະບໍຣິຈາກ ແມ່ນຖືກຫລໍ່ຫລອມ ໂດຍວັດທະນະທັມ, ປະສົບການ ແລະຄວາມເຂົ້າໃຈຂອງລະບົບ.

Lifeblood ກໍາລັງຊຸກຍູ້ຊາວອອສເຕຣເລັຍ ໃຫ້ບໍຣິຈາກເລືອດຫລາຍຂຶ້ນ, ໂດຍເຕືອນວ່າ ຄວາມຕ້ອງການແມ່ນບໍ່ປ່ຽນແປງ ແລະບໍ່ສາມາດສນອງໄດ້ ຖ້າປາດສະຈາກ ຜູ້ບໍຣິຈາກເປັນປະຈໍາ.

ແຕ່ເມື່ອຈໍານວນພົນລະເມືອງຂອງອອສເຕຣເລັຍ ມີຄວາມແຕກຕ່າງຫລາຍຂຶ້ນ, ຜູ້ຊ່ຽວຊານກ່າວວ່າ ເລືອດຂອງປະເທດນີ້ ຕ້ອງສະທ້ອນເຖິງການປ່ຽນແປງນັ້ນ ,ໂດຍທີ່ຄົນໄຂ້ບາງຄົນ ຕ້ອງການເລືອດທີ່ສອດຄ່ອງ ກັບພູມຫຼັງຂອງເຂົາເຈົ້າຫຼາຍຂຶ້ນ.

Hannah Hodson ລາຍງານ.

ສໍາລັບ Christina Symons, ການບໍຣິຈາກເລືອດ ເປັນເລື່ອງສ່ວນຕົວຢ່າງຍິ່ງ.

Fotini ລູກສາວອາຍຸແປດປີຂອງນາງ ເປັນໂຣກ Beta-Thalassaemia ທີ່ຖ່າຍທອດທາງກັມມະພັນ ທີ່ບໍ່ຄ່ອຍພົບເລື້ອຍ.

ນັ້ນຫມາຍຄວາມວ່າ ລາວຕ້ອງໃສ່ເລືອດເປັນປະຈໍາ ທຸກໆສາມ ເຖິງສີ່ອາທິດ.

"ຖ້າຫາກບໍ່ມີການຖ່າຍເລືອດ, ຂ້ອຍກໍຈະຂົນລຸກໝົດໂຕ ເພາະພວກເຮົາຈະບໍ່ມີລູກສາວນ້ອຍຂອງເຮົາ. ນາງບໍ່ສາມາດ ສ້າງເມັດເລືອດແດງຂອງນາງເອງ. ສະນັ້ນ, ນາງຈຶ່ງບໍ່ສາມາດເຮັດຫຍັງໄດ້. ອະໄວຍະວະຂອງນາງ ຈະປິດໂຕລົງ. ສມອງຂອງນາງຈະບໍ່ທໍາງານ. ຫົວໃຈຂອງນາງ ກໍຈະບໍ່ເຕັ້ນ ແລະພວກເຮົາກໍຈະບໍ່ມີເດັກນ້ອຍຜູ້ຍິງດັ່ງທີ່ເຮົາມີ."

ສໍາລັບຄອບຄົວອື່ນໆ ເຊັ່ນຄອບຄົວຂອງ Christina ການບໍຣິຈາກເລືອດ ບໍ່ແມ່ນການປິ່ນປົວເປັນບາງຄັ້ງຄາວ.

ມັນເປັນສ່ວນໜຶ່ງຂອງຊີວິດຢ່າງຕໍ່ເນື່ອງ, ດ້ວຍການໃສ່ເລືອດທຸກເທື່ອ ຈະຊ່ອຍເຫລືອເດັກນ້ອຍເຊັ່ນ Fotini ໃຫ້ສາມາດໄປໂຮງຮຽນຕໍ່ໄປໄດ້, ໃຊ້ເວລາກັບຫມູ່ເພື່ອນ ແລະພຽງແຕ່ເປັນເດັກນ້ອຍທັມມະດາຄົນໜຶ່ງເທົ່ານັ້ນ.

ແຕ່ການບໍຣິຈາກເລືອດ ບໍ່ພຽງແຕ່ກ່ຽວກັບຜູ້ຄົນທີ່ໄດ້ຮັບເທົ່ານັ້ນ.

ສໍາລັບ Indhu Dhanasekar ຜູ້ບໍຣິຈາກໃນ Adelaide, ຄວາມສໍາຄັນຂອງການບໍຣິຈາກເລືອດ ໄດ້ຊັດແຈ້ງ ໃນຂນະທີ່ນາງເຕີບໂຕຂຶ້ນ ໃນປະເທດອິນເດັຍ.

ນາງເວົ້າວ່າ ຢູ່ທີ່ນັ້ນ ຄອບຄົວສ່ວນຫລາຍ ຈະຖືກຄາດຫວັງ ໃຫ້ຊອກຫາຜູ້ບໍຣິຈາກຂອງຕົນເອງ ກ່ອນການຈະມີການປິ່ນປົວ.

ຫລັງຈາກໄດ້ຕອບຮັບ ຕໍ່ຄໍາຂໍຮ້ອງທີ່ຮີບດ່ວນ ໃນຖານະໄວລຸ້ນ, ນາງໄດ້ເຫັນເຖິງຄວາມແຕກຕ່າງ ຂອງການບໍຣິຈາກດ້ວຍຕົວເອງ.

"ໂອ້, ແນ່ນອນ, ເພາະທ່ານຮູ້ວ່າ ເມື່ອແມ່ຜູ້ນັ້ນມາເວົ້າລົມກັບຂ້ອຍ, ມັນບໍ່ແມ່ນພຽງແຕ່ການສລະເວລາ, ແລະການບໍຣິຈາກຂອງຂ້ອຍເທົ່ານັ້ນ, ມັນແມ່ນກ່ຽວກັບການໃຫ້ຄວາມຫວັງຕໍ່ຄົນບາງຄົນ ແລະສໍາລັບບາງຄົນ ທີ່ຈະມີຊີວິດອີກແທ້ໆ, ສະນັ້ນ ມັນຈຶ່ງເປັນເລື່ອງສ່ວນຕົວສໍາລັບຂ້ອຍ"

ຕອນນີ້ອາສັຍຢູ່ໃນ Adelaide, Indhu ໄດ້ບໍຣິຈາກເປັນປະຈໍາ ແລະຊຸກຍູ້ຄົນອື່ນໃຫ້ເຮັດເຊັ່ນດຽວກັນ.

ນາງເວົ້າວ່າ ຄວາມເຊື່ອຖືທາງວັດທະນະທັມ ແລະຄວາມເຂົ້າໃຈຜິດ ບາງເທື່ອອາດເຮັດໃຫ້ຜູ້ຄົນ ບໍ່ກ້າບໍຣິຈາກເລືອດ.

"ຕອນຂ້ອຍເຕີບໂຕຂຶ້ນ ມີຄວາມເຂົ້າໃຈຜິດທາງວັດທະນະທັມສເມີ ວ່າເລືອດແມ່ນມີໄວ້ສຳລັບຄອບຄົວຂອງທ່ານເທົ່ານັ້ນ. ທ່ານຕ້ອງຮັກສາເລືອດໄວ້ ສໍາລັບຄອບຄົວ ໃນຕອນທີ່ອາດມີຄວາມຈໍາເປັນ. ຫລືວ່າຜູ້ຍິງ ບໍ່ໄດ້ຮັບອະນຸຍາດໃຫ້ບໍຣິຈາກເລືອດ ເພາະການຈະເຣີນພັນ ແລະການມີປະຈໍາເດືອນ ທຸກເດືອນ... ຂ້ອຍພຽງແຕ່ຄິດວ່າ ທັງຫມົດນັ້ນ ເປັນຄວາມເຂົ້າໃຈຜິດທາງວັດທະນະທັມ."

ເມື່ອປະຊາກອນຂອງອອສເຕຣເລັຍ ມີຄວາມຫຼາກຫຼາຍຂຶ້ນ, ການຊອກຫາເລືອດທີເຂົ້າກັນໄດ້ ອາດເປັນເລື່ອງທ້າທາຍຫຼາຍຂຶ້ນ.

Dr Rena Hirani ນັກຄົ້ນຄວ້າອາວຸໂສຂອງ Lifeblood ໄດ້ສຶກສາກ່ຽວກັບວ່າ ເລືອດຂອງປະເທດ ກໍາລັງປ່ຽນແປງແນວໃດແດ່.

"ສິ່ງທີ່ພວກເຮົາພົບ ໃນການຄົ້ນຄວ້າແມ່ນວ່າ ເລືອດໃນອອສເຕຣເລັຍ ກໍາລັງກາຍເປັນບວກຫລາຍຂຶ້ນໂດຍຮວມ ແລະກຸ່ມ B ແລະກຸ່ມ AB ກໍາລັງກາຍເປັນເລື່ອງທີ່ພົບເລື້ອຍຂຶ້ນ ໃນຊຸມຊົນຂອງເຮົາ ແລະນີ້ຄື ກຸ່ມເລືອດທີ່ພົບເຫັນທົ່ວໄປ ໃນເຂດເອເຊັຍ, ໃນອິນເດັຍ, Pakistan. ສະນັ້ນ, ອາດເປັນສາເຫດ ທີ່ເຮົາເຫັນການປ່ຽນແປງຂອງເລືອດ ໃນຊຸມຊົນອອສເຕຣເລັຍ."

ໃນຂນະທີ່ຄົນສ່ວນຫຼາຍ ຄຸ້ນເຄີຍກັບກຸ່ມເລືອດຕ່າງໆເຊັ່ນ A, B, AB ແລະ O ແຕ່ມີລັກສນະຂອງເລືອດຫຼາຍຮ້ອຍຊະນິດ ທີ່ສາມາດສົ່ງຜົນກະທົບ ຕໍ່ການໃສ່ເລືອດສອດຄ່ອງ ຫຼືບໍ່.

ດ້ວຍເຫດນີ້, Lifeblood ກ່າວວ່າ ມັນຕ້ອງການຜູ້ບໍຣິຈາກ ທີ່ສະທ້ອນເຖິງຄວາມແຕກຕ່າງ ຂອງອອສເຕຣເລັຍໃນປະຈຸບັນ.

Dr James Daly ຜູ້ອໍານວຍການ ດ້ານການແພດຂອງ Pathology Services ກ່າວວ່າ ການປ່ຽນແປງເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ຊາວອອສເຕຣເລັຍ ມີສິດບໍຣິຈາກເລືອດຫຼາຍຂຶ້ນ.

"ໃນຕົ້ນປີນີ້ ໃນເດືອນເມສາ ເຮົາໄດ້ຍ້າຍໄປສູ່ແບບສອບຖາມ ການປະເມີນທີ່ເປັນກາງ ເພື່ອວ່າຄໍາຖາມທີ່ຜູ້ບໍຣິຈາກຕອບໃນເວລາດຽວກັນ ໂດຍບໍ່ມີການແຍກເພດຂອງເຂົາເຈົ້າ, ແລະນັ້ນຫມາຍຄວາມວ່າ ຜູ້ຊາຍທີ່ມີເພດສຳພັນ ກັບຄົນເພດດຽວກັນເປັນເວລາດົນນານ ສາມາດມີສິດບໍຣິຈາກເລືອດແດງ ແລະເກັດເລືອດ (Platelets)."

Lifeblood ກ່າວວ່າ ຕ້ອງການການບໍຣິຈາກເລືອດ ປະມານ 3 ພັນຄັ້ງໃນທຸກອາທິດ ເພື່ອຕອບສນອງ ຄວາມຕ້ອງການທົ່ວປະເທດ.

ແລະສໍາລັບຄອບຄົວຢ່າງ Christina Symons, ຜົນກະທົບຂອງການຕັດສິນໃຈນັ້ນ ສາມາດປ່ຽນແປງຊີວິດໄດ້.

"ທຸກໆເຂັມ, ທຸກໆນັດຫມາຍທີ່ທ່ານເຮັດນັ້ນ ແມ່ນປະເມີນຄ່າບໍ່ໄດ້ສໍາລັບເຮົາ. ມັນເປັນຄວາມຫວັງສໍາລັບເດັກນ້ອຍ. ມັນແມ່ນເວລາອີກເປັນເດືອນ ອີກເປັນມື້ຫນຶ່ງ ທີ່ຈະສ້າງຄວາມສຸກ, ຄວາມຊົງຈໍາ ແລະບໍ່ມີຖ້ອຍຄໍາ ທີ່ຈະສາມາດບັນຍາຍໄດ້. ການກະທໍາທີ່ບໍ່ເຫັນແກ່ຕົວເລັກນ້ອຍ ທີ່ທ່ານເຮັດນັ້ນ ຍິ່ງໃຫຍ່ສໍາລັບພວກເຮົາ."

ລາຍງານໂດຍ Hannah Hodson ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao    

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now