Watch FIFA World Cup 2026™

LIVE, FREE and EXCLUSIVE

ງົບປະມານແຫ່ງຊາດປີ 2026

ANTHONY ALBANESE BUDGET MEETING

ຮູບຂອງ Katy Gallagher, ຣັດຖະມົນຕີການເງິນ, ນາຍົກຣັດຖະມົນຕີ Anthony Albanese ແລະ Jim Chalmers ຣັດຖະມົນຕີກະຊວງການຄັງ ກ່ອນການປະກາດງົບປະມານທີ່ຣັດຖະສະພາ. Source: AAP / LUKAS COCH/AAPIMAGE

ງົບປະມານປີນີ້ຖືກເອີ້ນວ່າ 'ເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ'. ງົບປະມານນີ້ ເປັນການຈໍາກັດການໃຊ້ຈ່າຍ, ຫລັງຈາກຄຳເຕືອນ ຈາກນັກເສດຖະກິດ ແລະຜູ້ອຳນວຍການ ຂອງທະນາຄານກາງ (Reserve Bank) Michele Bullock ວ່າ ການໃຊ້ຈ່າຍເງິນ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ແລະສ່ຽງຕໍ່ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ. ຣັດຖະມົນຕີກະຊວງການຄັງກ່າວວ່າ ທາງເລືອກໃນງົບປະມານປີນີ້ ມີຄວາມຈໍາເປັນ.


Published

By Deborah Groarke

Presented by Sak Phoumirath

Source: SBS


Share this with family and friends


ງົບປະມານປີນີ້ຖືກເອີ້ນວ່າ 'ເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ'. ງົບປະມານນີ້ ເປັນການຈໍາກັດການໃຊ້ຈ່າຍ, ຫລັງຈາກຄຳເຕືອນ ຈາກນັກເສດຖະກິດ ແລະຜູ້ອຳນວຍການ ຂອງທະນາຄານກາງ (Reserve Bank) Michele Bullock ວ່າ ການໃຊ້ຈ່າຍເງິນ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ແລະສ່ຽງຕໍ່ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ. ຣັດຖະມົນຕີກະຊວງການຄັງກ່າວວ່າ ທາງເລືອກໃນງົບປະມານປີນີ້ ມີຄວາມຈໍາເປັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ງົບປະມານແຫ່ງຊາດປີ 2026.

Jim Chalmers ຣັດຖະມົນຕີກະຊວງການຄັງ ໄດ້ສົ່ງມອບງົບປະມານປີ 2026, ຊຶ່ງລາວກ່າວວ່າ ເປັນສິ່ງທີ່ລາວເອີ້ນວ່າ 'ເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ'.

ຈຸດສໍາຄັນ ຂອງງົບປະມານ ແມ່ນການປ່ຽນແປງພາສີທີ່ຢູ່ອາສັຍ, ແລະການທ້ອນເງິນ 35 ພັນລ້ານໂດລາ ຈາກການປ່ຽນແປງ ໂຄງການປະກັນພັຍ ຄວາມພິການແຫ່ງຊາດ (National Disability Insurance Scheme) ທີ່ຄວບຄຸມຍາກ.

ຕາມລາຍງານຂອງ Deborah Groarke, ພັກ Labor ມີຄວາມກະຕືລືລົ້ນ ທີ່ຈະສະແດງໃຫ້ເຫັນວ່າ ງົບປະມານນີ້ ເປັນການຈໍາກັດການໃຊ້ຈ່າຍ, ຫລັງຈາກຄຳເຕືອນ ຈາກນັກເສດຖະກິດ ແລະຜູ້ອຳນວຍການ ຂອງທະນາຄານກາງ (Reserve Bank) Michele Bullock ວ່າ ການໃຊ້ຈ່າຍເງິນ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ແລະສ່ຽງຕໍ່ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ.

ໃນຂນະ ທີ່ຣັດຖະມົນຕີກະຊວງການຄັງ Jim Chalmers ຕຽມເປີດເຜີຍງົບປະມານສະບັບທີຫ້າຂອງລາວ, ລາວໄດ້ເຕືອນເຖິງ ເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ.

"ງົບປະມານນີ້ ເຮັດໃຫ້ການຕັດສິນໃຈຫຍຸ້ງຍາກຫລາຍ ທັງຢ່າງໃນໄລຍະໃກ້ ແລະໃນໄລຍະຍາວ, ເພື່ອເຮັດໃຫ້ງົບປະມານຂອງເຮົາ ມີປະສິດທິພາບດີຂຶ້ນ ແລະຮັບມືກັບບັນຫາບາງຢ່າງ ທີ່ຖືກລະເລີຍ ເປັນເວລາດົນນານ."

Katy Gallagher, ຣັດຖະມົນຕີການເງິນ ກໍມີຂໍ້ຄວາມທີ່ຄ້າຍຄືກັນ ໃນລາຍການ Sunrise ທີ່ Channel 7.

"ຜູ້ຄົນຄາດຫວັງ ໃຫ້ຣັດຖະບານຕັດສິນໃຈຢ່າງຖືກຕ້ອງ ໃນເວລາທີ່ເຫມາະສົມ... ຣັດຖະບານກໍຕ້ອງໃຫ້ແນ່ໃຈວ່າ ເຮົາກໍາລັງຮັບມືກັບບັນຫາທີ່ຫຍຸ້ງຍາກທັງຫມົດນີ້. ພວກເຮົາບໍ່ສາມາດ ບໍ່ໃສ່ໃຈໄດ້."

ບັດນີ້ ງົບປະມານໄດ້ຖືກສົ່ງມອບແລ້ວ, ແລະເຮົາຮູ້ວ່າ ການປະຕິຮູບເຫລົ່ານີ້ ມີລັກສນະແນວໃດ.

ຣັດຖະມົນຕີ ກະຊວງການຄັງ ໄດ້ບອກຕໍ່ຣັດຖະສະພາວ່າ ສົງຄາມໃນຕາເວັນອອກກາງ ໄດ້ຊຸກຍູ້ໃຫ້ລາຄາສູງຂຶ້ນ, ການເຕີບໂຕຫຼຸດລົງ ແລະລົງໂທດຊາວອອສເຕຣເລັຍ.

"ພວກເຮົາ ໄດ້ປະເຊີນກັບຄວາມກົດດັນດ້ານລາຄາ ໃນເສດຖະກິດຂອງພວກເຮົາຢູ່ແລ້ວ, ແຕ່ບັດນີ້ ກະຊວງການຄັງ ກໍາລັງຄາດການວ່າ ອັດຕາເງິນເຟີ້ ຈະສູງຂຶ້ນປະມານ 5 ເປີເຊັນ ໃນກາງປີ ເພາະຄວາມຂັດແຍ້ງນັ້ນ. ດ້ວຍເຫດຜົນດຽວກັນ, ຄາດວ່າ ການເຕີບໂຕ ຈະຫລຸດລົງເຄິ່ງເປີເຊັນ ໃນສົກປີການເງິນຕໍ່ໄປ, ເປັນໜຶ່ງ ກັບສາມສ່ວນສີ່ (1¾) ເປີເຊັນ ໂດຍຮວມ."

ລາວກ່າວວ່າ ງົບປະມານ ແມ່ນກ່ຽວກັບການຊ່ອຍເຫລືອ ອອສເຕຣເລັຍ ໃຫ້ຜ່ານຜ່າວິກິດນ້ຳມັນທົ່ວໂລກ ແລະສ້າງເສດຖະກິດ ທີ່ເໝາະສົມ ກັບຜູ້ຄົນຫລາຍຂຶ້ນ.

"ຈຸດສໍາຄັນ ຂອງງົບປະມານນີ້ ແມ່ນຍຸດທະວິທີ ທາງເສດຖະກິດ ທີ່ມີຫ້າສ່ວນຫຼັກ: ຜ່ານຜ່າວິກິດນ້ຳມັນທົ່ວໂລກ ແລະສ້າງຄວາມຍືດຍຸ່ນ; ການເອົາຄວາມກົດດັນ ອອກຈາກຜູ້ຄົນ ເທົ່າທີ່ເຮົາສາມາດເຮັດໄດ້; ເຮັດໃຫ້ເສດຖະກິດ ມີປະສິດທິຜົນຫລາຍຂຶ້ນ ເພື່ອຍົກລະດັບມາດຕະຖານ ການຄອງຊີບ ເມື່ອເວລາຜ່ານໄປ; ປະຕິຮູບ ລະບົບພາສີສໍາລັບຄົນງານ, ທຸຣະກິດ ແລະຄົນລຸ້ນໃຫມ່, ຮວມທັງການຫລຸດພາສີໃຫມ່ ສໍາລັບຜູ້ເສັຍພາສີທຸກຄົນ ໃນອອສເຕຣເລັຍທີ່ທໍາງານ; ແລະເຮັດໃຫ້ງົບປະມານເຂັ້ມແຂງຂຶ້ນ, ຍືນຍົງຫຼາຍຂຶ້ນ ແລະຊ່ອຍຫລຸດຜ່ອນຄວາມກົດດັນ ຈາກການອັດຕາເງິນເຟີ້ ໂດຍການອອມເງິນ ຫລາຍກວ່າທີ່ເຮົາໃຊ້ຈ່າຍ."

ສ່ວນຫນຶ່ງຂອງແຜນການ ທີ່ຈະຊ່ອຍເຫລືອຊາວອອສເຕຣເລັຍ ໃຫ້ຮັບມືກັບຜົນກະທົບຂອງສົງຄາມ ແມ່ນແພັກເກດຄວາມຫມັ້ນຄົງ ດ້ານນ້ຳມັນ ທີ່ນາຍົກຣັດຖະມົນຕີ Anthony Albanese ໄດ້ປະກາດກ່ອນໜ້ານີ້.

"ແພັກເກດ ທີ່ເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມຫມັ້ນຄົງ ຂອງນ້ຳມັນອອສເຕຣເລັຍ ຊຶ່ງຈະຈັດສົ່ງນ້ຳມັນຫຼາຍຂຶ້ນ ໃຫ້ແກ່ຜູ້ຂັບຣົດ ແລະອຸດສະຫະກັມ, ຈັດສົ່ງປຸ໋ຍຫລາຍຂຶ້ນ ສໍາລັບກະສິກອນ ແລະຄວາມຫມັ້ນຄົງຂອງນ້ຳມັນ ຫລາຍກວ່າເກົ່າ ສໍາລັບເສດຖະກິດຂອງເຮົາ. ຈຸດສໍາຄັນຂອງມັນ ແມ່ນການລົງທຶນ $10 ພັນລ້ານ ໃນການຈັດຫານ້ຳມັນທັນທີ ແລະສຳຮອງນ້ຳມັນຖາວອນ ຂອງອອສເຕຣເລັຍ ເພື່ອໄດ້ມາຊຶ່ງນ້ຳມັນ ແລະປຸ໋ຍທີ່ເຮົາຕ້ອງການ."

ສໍາລັບຊາວອອສເຕຣເລັຍ, ຍັງມີການຫລຸດພາສີຫລາຍກວ່າເກົ່າ ເພື່ອຊ່ອຍເຫລືອ ດ້ານຄ່າຄອງຊີບ.

"ຣັດຖະບານນີ້ ໄດ້ຕັດພາສີເມື່ອສອງປີກ່ອນ, ພວກເຮົາຕັດພາສີອີກໃນປີນີ້, ແລະປີຫນ້າກໍຄືກັນ... ພວກເຮົາຈະເອົາເງິນ $250 ຕື່ມເຂົ້າໄປໃນຖົງຂອງຄົນງານ 13.3 ລ້ານຄົນ ດ້ວຍການຊົດເຊີຍພາສີ ຂອງຊາວອອສເຕຣເລັຍ ທີ່ທໍາງານ... ການຫລຸດພາສີສາມເທື່ອ, ການຕັດທັນທີ ແລະການຊົດເຊີຍໃຫມ່ຂອງເຮົາ ແມ່ນທຽບເທົ່າກັບເງິນ $54 ໃນຖົງຂອງຜູ້ມີລາຍໄດ້ໂດຍສເລັ່ຍ ໃນແຕ່ລະອາທິດ."

ແລະຕາມທີ່ໄດ້ສັນຍາໄວ້, ຫລັງຈາກຫລາຍອາທິດຂອງຄວາມຄາດຫວັງ, ຣັດຖະມົນຕີກະຊວງການຄັງ ໄດ້ຢືນຢັນການປ່ຽນແປງລະບົບພາສີ ທີ່ລາວກ່າວວ່າ ຈະເຮັດໃຫ້ລະບົບທີ່ຢູ່ອາສັຍ ຍຸດຕິທັມຫລາຍຂຶ້ນ ສໍາລັບທຸກຄົນ.

"ລາຄາຂອງບ້ານເຮືອນ ໄດ້ແຍກອອກຈາກລາຍໄດ້. ນັບຕັ້ງແຕ່ປີ 1999, ລາຄາຂອງບ້ານເຮືອນ ໄດ້ເຕີບໂຕຂຶ້ນຫລາຍກວ່າ 400 ເປີເຊັນ, ໄວກວ່າສອງເທົ່າ ຂອງລາຍໄດ້ທົ່ວໄປ. ການປ່ຽນແປງພາສີຂອງເຮົາ ຈະຊ່ອຍເຫລືອຊາວອອສເຕຣເລັຍ ປະມານ 75,000 ຄົນ ໃຫ້ບັນລຸຄວາມຝັນ ຂອງການເປັນເຈົ້າຂອງເຮືອນ. ພວກເຮົາ ຈະຈໍາກັດດອກເບັ້ຍຕິດລົບ (Negative Gearing) ສໍາລັບຊັບສິນດ້ານທີ່ຢູ່ອາສັຍ ສຳລັບການສ້າງໃຫມ່ ຈາກເດືອນກໍລະກົດປີຫນ້າ. ແລະພວກເຮົາ ກໍາລັງປ່ຽນການຫລຸດພາສີກຳໄລ ຈາກການລົງທຶນ (Capital Gains Tax) 50 ເປີເຊັນ ດ້ວຍການຈັດດັດຊະນີ (Indexation) ຕາມອັດຕາເງິນເຟີ້ (Inflation), ເພື່ອຟື້ນຟູການເກັບພາສີຂອງກຳໄລທີ່ແທ້ຈິງ. ນອກຈາກນີ້, ພວກເຮົາຍັງຈະນໍາໃຊ້ ອັດຕາການເກັບພາສີ ຢ່າງຫນ້ອຍ 30 ເປີເຊັນ ສໍາລັບກຳໄລຈາກການລົງທຶນ ຕັ້ງແຕ່ເດືອນກໍລະກົດປີໜ້າ, ແລະສໍາລັບ Discretionary Trusts ຈາກເດືອນກໍລະກົດປີຕໍ່ໄປ."

ມີການປະກາດ ມາດຕະການການໃຊ້ຈ່າຍໃຫຍ່ບາງຢ່າງ, ລວມທັງດ້ານການປ້ອງກັນປະເທດ, ໂຄງສ້າງພື້ນຖານທາງຣົດໄຟ ແລະສຸຂະພາບ.

"ງົບປະມານນີ້ ລວມເຖິງອີກ 250 ພັນລ້ານໂດລາ ສໍາລັບໂຮງຫມໍສາທາຣະນະ. ພວກເຮົາຍັງລົງທຶນ 5.9 ພັນລ້ານໂດລາ ເພື່ອໃຫ້ຢາເພີ່ມຂຶ້ນໃນໂຄງການສວັດດີການທາງຢາ (Pharmaceutical Benefits Scheme), ເພື່ອວ່າຊາວອອສເຕຣເລັຍ ຈະສາມາດເຂົ້າເຖິງຢາ ທີ່ຊ່ວຍຊີວິດ ໃນລາຄາທີ່ຕ່ຳກວ່າ...ໄດ້ຕໍ່ໄປ."

ຣັດຖະມົນຕີກະຊວງການຄັງກ່າວວ່າ ແພັກເກດໃຫມ່ ຖືກອອກແບບເພື່ອດຶງດູດ ແລະດູດຊຶມ ການລົງທຶນຫຼາຍຂຶ້ນ, ດ້ວຍຄວາມຫວັງວ່າ ຈະຍົກລະດັບມາດຕະຖານ ການຄອງຊີບ ແລະຄ່າແຮງງານ ໃຫ້ແກ່ຜູ້ຄົນຫຼາຍຂຶ້ນ.

ແລະຄົນງານຊ່າງອົບພະຍົບ ເພີ່ມເຕີມ 4,000 ຄົນ ຈະສາມາດເຂົ້າເຮັດວຽກໄດ້ ໃນແຕ່ລະປີ ເນື່ອງຈາກຣັດຖະບານ ເລັ່ງການປະເມີນຄວາມຊໍານານ ແລະໃບອະນຸຍາດດ້ານອາຊີບ.

ແຕ່ພັກ Labor ມີຄວາມກະຕືລືລົ້ນ ທີ່ຈະສະແດງໃຫ້ເຫັນວ່າ ງົບປະມານນີ້ ເປັນການຈໍາກັດການໃຊ້ຈ່າຍ, ຫລັງຈາກນັກເສດຖະກິດ ແລະຜູ້ອຳນວຍການ ຂອງທະນາຄານກາງ (Reserve Bank) Michele Bullock  ເຕືອນວ່າ ການໃຊ້ຈ່າຍເງິນ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ແລະສ່ຽງຕໍ່ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ.

ຣັດຖະມົນຕີກະຊວງການຄັງກ່າວວ່າ ມີເງິນຈໍານວນ 63.8 ພັນລ້ານໂດລາ ຢູ່ໃນງົບປະມານ-ຊຶ່ງສ່ວນໃຫຍ່ແລ້ວ ແມ່ນມາຈາກການປ່ຽນແປງ ການໃຊ້ຈ່າຍ ພາຍໃນໂຄງການປະກັນພັຍ ຄວາມພິການແຫ່ງຊາດ (the National Disability Insurance Scheme).

"ສ່ວນໃຫຍ່ຂອງແພັກເກດ ການທ້ອນເງິນຂອງເຮົາຈະຟື້ນຟູ NDIS ໃຫ້ກັບຄືນສູ່ຈຸດປະສົງເດີມ ແລະຮັກສາອະນາຄົດຂອງມັນ. ສະນັ້ນ, ມັນຈຶ່ງເຕີບໂຕຢ່າງໝັ້ນຄົງ ເຊັ່ນດຽວກັບໂຄງການ Medicare. ການປະຕິຮູບທີ່ຫຍຸ້ງຍາກ ແຕ່ຈໍາເປັນນີ້ ຈະທ້ອນເງິນ 37.8 ພັນລ້ານໂດລາ ຈາກການຄາດຄະເນລ່ວງໜ້າ."

ຣັດຖະມົນຕີກະຊວງການຄັງກ່າວວ່າ ທາງເລືອກໃນງົບປະມານປີນີ້ ມີຄວາມຈໍາເປັນ.

"ເມື່ອປະເຊີນກັບທາງເລືອກ ລະຫວ່າງຄວາມຍືດຍຸ່ນ ຫລືການປະຕິຮູບ, ງົບປະມານນີ້ ສະແດງໃຫ້ເຫັນວ່າ ຣັດຖະບານ ແລະປະເທດຂອງເຮົາ ສາມາດເຮັດໄດ້ທັງສອງຢ່າງ... ພວກເຮົາເລືອກເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ, ບໍ່ແມ່ນເສັ້ນທາງ ທີ່ມີຄວາມຕ້ານທານຫນ້ອຍທີ່ສຸດ, ໂດຍການຮັບມື ກັບຄວາມກົດດັນ ທີ່ຊາວອອສເຕຣເລັຍ ປະເຊີນຢູ່ໃນທຸກວັນນີ້ ແລະບັນລຸພັນທະ ແລະຫນ້າທີ່ຮັບຜິດຊອບຂອງເຮົາ ຕໍ່ຄົນລຸ້ນຕໍ່ໆໄປ."

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now