Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ທາງເລືອກຂອງງົບປະມານຂອງຝ່າຍຄ້ານ.

Shadow treasurer Tim Wilson delivering his budget reply speech at the National Press Club in Canberra, Wednesday, May 20, 2026. (AAP Image-Lukas Coch).jpg

ຣັດຖະມົນຕີຄັງເງົາ (Shadow Treasurer) Tim Wilson ປາສັຍໃນຄໍາຕອບ ເລື່ອງງົບປະມານຂອງລາວ, ໂດຍກ່າວຫາພັກ Labor ວ່າ ໂຈມຕີຄວາມທະເຍີທະຍານ, ແລະໄດ້ແຈກແຈງ ວິສັຍທັດ (Vision) ຂອງພັກ Liberal.

ໃນຄໍາຕອບ ເລື່ອງງົບປະມານຂອງລາວ, Tim Wilson ໄດ້ກ່າວຫາ ພັກLabor ວ່າ ໂຈມຕີຄວາມທະເຍີທະຍານ, ແລະໄດ້ແຈກແຈງ ວິສັຍທັດ(Vision) ຂອງພັກ Liberal. ແຕ່ ອະດີດນາຍົກຣັດຖະມົນຕີ, Paul Keating, ໄດ້ສນັບສນູນການປ່ຽນແປງ ທີ່ສເນີໂດຍພັກ Labor. ສ່ວນ The Coalition ກໍາລັງສເນີໃຫ້ຕັດການຍ້າຍຖິ່ນຖານລົງຢ່າງຫລາຍ ໂດຍຜູກຈຳນວນຜູ້ຄົນ ທີ່ເຂົ້າມາໃນປະເທດ ນັ້ນຂຶ້ນຢູ່ກັບການສ້າງທີ່ຢູ່ອາສັຍໃຫມ່.


Published

By Tee Mitchell

Presented by Sak Phoumirath

Source: SBS



Share this with family and friends


ໃນຄໍາຕອບ ເລື່ອງງົບປະມານຂອງລາວ, Tim Wilson ໄດ້ກ່າວຫາ ພັກLabor ວ່າ ໂຈມຕີຄວາມທະເຍີທະຍານ, ແລະໄດ້ແຈກແຈງ ວິສັຍທັດ(Vision) ຂອງພັກ Liberal. ແຕ່ ອະດີດນາຍົກຣັດຖະມົນຕີ, Paul Keating, ໄດ້ສນັບສນູນການປ່ຽນແປງ ທີ່ສເນີໂດຍພັກ Labor. ສ່ວນ The Coalition ກໍາລັງສເນີໃຫ້ຕັດການຍ້າຍຖິ່ນຖານລົງຢ່າງຫລາຍ ໂດຍຜູກຈຳນວນຜູ້ຄົນ ທີ່ເຂົ້າມາໃນປະເທດ ນັ້ນຂຶ້ນຢູ່ກັບການສ້າງທີ່ຢູ່ອາສັຍໃຫມ່.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ທາງເລືອກຂອງງົບປະມານຂອງຝ່າຍຄ້ານ.

The Coalition ໄດ້ສັນຍາວ່າ ຈະສນັບສນູນພາກທຸຣະກິດຂນາດນ້ອຍ ໃນຂນະທີ່ ມີຄວາມກັງວົນຫລາຍຂຶ້ນ ກ່ຽວກັບການປ່ຽນແປງພາສີ ທີ່ກະທົບກະເທືອນ ຕໍ່ຜົນກຳໄລຈາກການລົງທຶນ (Capital Gains).

ໃນຄໍາຕອບ ເລື່ອງງົບປະມານຂອງລາວ, Tim Wilson ໄດ້ກ່າວຫາ ພັກLabor ວ່າ ໂຈມຕີຄວາມທະເຍີທະຍານ, ແລະໄດ້ແຈກແຈງ ວິສັຍທັດ (Vision) ຂອງພັກ Liberal.

Tee Mitchell ລາຍງານ.

ອະດີດນາຍົກຣັດຖະມົນຕີ, Paul Keating, ໄດ້ສນັບສນູນການປ່ຽນແປງ ທີ່ສເນີໂດຍພັກ Labor ທີ່ຈະເກັບພາສີຈາກຜົນກຳໄລ, ໂດຍກ່າວວ່າ ການປ່ຽນແປງນັ້ນ ມີໂຄງຮ່າງທີ່ຖືກຕ້ອງ ແລະຈະເພີ່ມຄວາມເທົ່າທຽມ ໃນຕລາດທີ່ຢູ່ອາສັຍ.

ໃນຄໍາຖແລງການທີ່ຮຸນແຮງ, ລາວກ່າວວ່າ ການຮຽກຮ້ອງໃຫ້ແຍກຜົນກຳໄລຈາກຕົ້ນທຶນ ແລະຫຸ້ນ ຈະເຮັດໃຫ້ການບິດເບືອນທາງເສດຖະກິດ ດໍາເນີນຕໍ່ໄປ ທີ່ໃຫ້ຄວາມສຳຄັນກັບເງິນທຶນ (Capital) ຫລາຍກວ່າລາຍໄດ້ ຈາກຄ່າຈ້າງ ແລະເງິນເດືອນ.

Angus Taylor ຜູ້ນໍາຝ່າຍຄ້ານກ່າວວ່າ ຄວາມຄິດເຫັນຂອງ Mr Keating ເປັນເລື່ອງທີ່ບໍ່ມີເຫດຜົນ.

"ຂ້າພະເຈົ້າ ຈະບໍ່ຖືກສັ່ງສອນ ໂດຍຜູ້ທີ່ຄິດວ່າ ການໃຫ້ຄ່ານິຍົມຂອງອອສເຕຣເລັຍ ເປັນສູນກາງຂອງນະໂຍບາຍ ເລື່ອງການຍ້າຍຖິ່ນຖານຂອງເຮົາ ເປັນເລື່ອງຢຽດເຊື້ອຊາດ."

ຄວາມຄິດເຫັນຂອງ Mr Keating ມີຂຶ້ນຫນຶ່ງມື້ ຫລັງຈາກ Tim Wilson ໂຈມຕີງົບປະມານຂອງພັກ Labor ວ່າ ເປັນການໂຈມຕີ ຄວາມທະເຍີທະຍານ ທີ່ດຶງເອົາຂັ້ນໄດຂອງໂອກາດໄປ ໃນລະຫວ່າງການກ່າວປາສັຍ ກ່ຽວກັບງົບປະມານຂອງລາວ ທີ່ສະໂມສອນສື່ມວນຊົນແຫ່ງຊາດ (National Press Club).

"ຄືນວັນອັງຄານຜ່ານມານີ້, ອອສເຕຣເລັຍ ໄດ້ມີແຜ່ນດິນໄຫວທາງເສດຖະກິດ, ແລະສູນກາງຂອງມັນແມ່ນ Canberra. ມີການເຕືອນລ່ວງໜ້າຫລາຍອາທິດ ແຕ່ຊາວອອສເຕຣເລັຍຫລາຍຄົນ ບໍ່ເຊື່ອວ່າແຜ່ນດິນໄຫວນັ້ນ ຈະສັ່ນສະເທືອນຮອດເຂົາເຈົ້າ, ແລະວັນອັງຄານຕໍ່ມາ, ເຂົາເຈົ້າ ໄດ້ຮັບແຮງສະເທືອນຈາກແຜ່ນດິນໄຫວ ຊຶ່ງສົ່ງຜົນກະທົບຕໍ່ຄວາມຫມັ້ນໃຈ ຂອງພວກເຂົາ."

ບາງຄົນໃນພາກທຸຣະກິດຂນາດນ້ອຍ ແລະທຸຣະກິດໃຫມ່ ໄດ້ສະແດງຄວາມເປັນຫ່ວງ ແລະຄຽດແຄ້ນ ຕໍ່ການປ່ຽນແປງ ຂອງການຫລຸດພາສີ ຈາກກຳໄລຈາກການລົງທຶນ (Capital Gains) ຊຶ່ງ Labor ກ່າວໃນງົບປະມານ ຂອງຣັດຖະບານສະບັບທີຫ້າ.

The Coalition ໄດ້ພະຍາຍາມ ໃຊ້ປໂຍດຈາກຄວາມຮູ້ສຶກນີ້, ຮວມເຖິງການສັນຍາ ວ່າຈະປະຕິຮູບທຸຣະກິດຂນາດນ້ອຍ.

"ຣັດຖະບານ The Coalition ຈະປຶກສາຫາລື ກ່ຽວກັບກົດຫມາຍທຸຣະກິດຂນາດນ້ອຍ, ແລະພວກເຮົາ ກໍາລັງສເນີຢ່າງຫນ້ອຍສີ່ເສົາຫລັກ: ຄໍາອະທິບາຍດຽວ ທີ່ກົດຫມາຍຂອງ Commonwealth ຈະອ້າງເຖິງຄໍາຈຳກັດຄວາມດຽວ ຂອງທຸຣະກິດຂນາດນ້ອຍ; ສິດທິທີ່ຈະໄດ້ຮັບຄ່າຈ້າງ, ເພາະກະແສເງິນສົດນັ້ນສຳຄັນ; ແລະພວກເຮົາ ຈະມີເງື່ອນໄຂທີ່ຈະຈ່າຍຄ່າເງິນສູງສຸດ ໃຫ້ແກ່ທຸຣະກິດຂນາດນ້ອຍ ຈາກຣັດຖະບານ ແລະທຸຣະກິດຂນາດໃຫຍ່; ສິດທິທີ່ຈະມີປາກສຽງ, ແລະສິ່ງນີ້ ເຫມາະສົມຢ່າງຍິ່ງ ໂດຍສະເພາະໃນເວລານີ້."

Mr Wilson ກ່າວວ່າ ໂທຣະສັບຂອງລາວ ເຕັມໄປດ້ວຍຂໍ້ຄວາມຈາກຜູ້ປ່ອນບັດທີ່ກ່ຽວຂ້ອງ.

"ນັກປະດິດ, ຜູ້ກໍ່ກວນ, ຜູ້ທີ່ສ່ຽງ ແລະຜູ້ກໍ່ສ້າງຂອງປະເທດນີ້ ໄດ້ເຂົ້າໃຈນາຍົກຣັດຖະມົນຕີຄົນນີ້. ລາວແມ່ນຄົນທີ່ຖືກມອບຫມາຍ ໃຫ້ເຮັດວຽກໃນກຸ່ມ ທີ່ບໍ່ເຮັດຫຍັງເລີຍ ແຕ່ຍັງຢາກໄດ້ຄະແນນ."

ອິນເຕີນັດ ໄດ້ເຕັມໄປດ້ວຍ Memes ທີ່ສ້າງຂຶ້ນໂດຍ AI ກ່າວຫານາຍົກວ່າ ກາຍເປັນ "ຫຸ້ນສ່ວນງຽບ 47 ເປີເຊັນ" ໃນທຸຣະກິດ ເພາະການປ່ຽນແປງພາສີ ທີ່ສເນີໂດຍຣັດຖະບານ.

Labor ໄດ້ສເນີໃຫ້ປ່ຽນການເກັບພາສີ ຈາກຜົນກຳໄລ ຈາກການລົງທຶນ (Capital Gains) ໂດຍການປ່ຽນແປງ 50 ເປີເຊັນ ສໍາລັບຊັບສິນທີ່ເປັນເຈົ້າຂອງ ຫລາຍກວ່າຫນຶ່ງປີ ໃຫ້ເປັນໄປຕາມອັດຕາເງິນເຟີ້, ພ້ອມດ້ວຍການເສັຍພາສີຢ່າງຫນ້ອຍ 30 ເປີເຊັນ ສໍາລັບຜົນກຳໄລທີ່ແທ້ຈິງ.

ການປ່ຽນແປງເຫລົ່ານັ້ນ ຈະເລີ່ມຕັ້ງແຕ່ເດືອນກໍລະກົດປີໜ້າ, ແລະຜູ້ຊ່ຽວຊານກ່າວວ່າ ປະຕິກິຣິຍາທາງອິນເຕີເນັດ ມີແນວໂນ້ມ ທີ່ຈະເວົ້າເກີນຄວາມຈິງ ເຖິງຜົນກະທົບຂອງການປ່ຽນແປງ.

ແຕ່ຣັດຖະມົນຕີກະຊວງການຄັງ, Jim Chalmers, ເຫັນພ້ອມວ່າ ນະໂຍບາຍ ອາດຈໍາເປັນຕ້ອງຖືກດັດແປງ ເພື່ອສົ່ງເສີມການເລີ່ມຕົ້ນແຕ່ບໍ່ແມ່ນພາກສ່ວນ.

"ພວກເຮົາ ໄດ້ຊີ້ແຈງຢ່າງຊັດເຈນແລ້ວວ່າ ພວກເຮົາກໍາລັງປຶກສາຫາລື ກັບພາກສ່ວນທີ່ເລີ້ມໃໝ່. ພວກເຮົາ ໄດ້ຢ່າງຊັດເຈນ ເປັນການສ່ວນຕົວ, ກ່ອນງົບປະມານ ແລະໃນເອກະສານງົບປະມານ, ແລະຊີ້ແຈງຢ່າງເປີດເຜີຍ ຕໍ່ສາທາຣະນະ ຫລັງຈາກງົບປະມານ, ວ່າມີບັນຫາບາງຢ່າງ ໂດຍສະເພາະສໍາລັບພາກສ່ວນທີ່ເລີ້ມໃໝ່ (Sector Start-up), ຊຶ່ງເປັນຈຸດສໍາຄັນ ຂອງການປຶກສາຫາລືຂອງພວກເຮົາ. ສະນັ້ນ, ພວກເຮົາຈຶ່ງປຶກສາຫາລືກັບພາກສ່ວນ ດ້ວຍຄວາມສຸດຈະຣິດໃຈ ເພື່ອເບິ່ງວ່າ ມີທາງອອກຫລືບໍ່ ທີ່ພວກເຮົາທັງສອງ ສາມາດເຫັນດີນໍາກັນ."

ລາວກ່າວວ່າ ທາງເລືອກຂອງງົບປະມານຂອງ the Coalition ຈະນໍາໄປສູ່ການຂາດດຸນທີ່ໃຫຍ່ກວ່າ, ມີຫນີ້ສິນ ແລະເງິນເຟີ້ຫລາຍຂຶ້ນ.

"ນີ້ເປັນມື້ ທີ່ຣັດຖະມົນຕີຄັງເງົາ (Shadow Treasurer) ມີຄວາມສອດຄ່ອງ ແລະໜ້າເຊື່ອຖືຫນ້ອຍທີ່ສຸດ ທີ່ໂຈມຕີຫຼັງຈາກງົບປະມານທີ່ຜູ້ຄົນຈື່ໄດ້. ບັດນີ້, ຂໍ້ມູນທີ່ຜິດແລະຄໍາຕົວະຂອງ Tim Wilson ຢູ່ໄດ້ບໍ່ຮອດ 30 ນາທີ ໃນການຖືກສໍ້ທີ່ National Press Club."

The Coalition ໄດ້ສັນຍາວ່າ ຈະລົບລ້າງການປ່ຽນແປງຜົນກຳໄລ ຈາກການລົງທຶນ (Capital Gains), Negative Gearing ແລະ Discretionary Trusts, ຊຶ່ງຈະຕ້ອງເສັຍພາສີຢ່າງຫນ້ອຍ 30 ເປີເຊັນ ຕັ້ງແຕ່ເດືອນກໍລະກົດປີ 2028.

ເຂົາເຈົ້າສັນຍາວ່າ ຈະຍຸດຕິການເພີ່ມຂຶ້ນ ໂດຍການຈັດດັດຊະນີ ອັດຕາການເກັບພາສີລາຍໄດ້ ເຂົ້າກັບອັດຕາເງິນເຟີ້, ຊຶ່ງເຂົາເຈົ້າກ່າວວ່າ ຈະຄືນເງິນ $250 ໃຫ້ແກ່ຜູ້ເສັຍພາສີ ໃນປີທໍາອິດ, ເພີ່ມຂຶ້ນເປັນ $1000 ພາຍໃນປີທີສີ່.

Tim Wilson ບໍ່ໄດ້ບອກວ່າ the Coalition ຈະຄອບຄຸມຄ່າໃຊ້ຈ່າຍແນວໃດ-ຊຶ່ງຄາດວ່າ ຈະເກີນກວ່າ 22 ພັນລ້ານໂດລາ.

"ສິ່ງທີ່ຂ້າພະເຈົ້າໄດ້ກ່າວ ໃນຄໍາປາສັຍຂອງຂ້າພະເຈົ້າແມ່ນວ່າ ພວກເຮົາຈະຕ້ອງແກ້ໄຂຫຼາຍຢ່າງ ຫລັງຈາກຣັດຖະບານນີ້. ພວກເຮົາບໍ່ມີຄວາມຫມັ້ນໃຈ ໃນການໃຊ້ຈ່າຍ ແລະງົບປະມານໃນປະຈຸບັນຂອງເຂົາເຈົ້າຫລາຍເທົ່າໃດ. ເບິ່ງຄືວ່າ ມີພາສີທີ່ເຂົາເຈົ້າຍັງບໍ່ໄດ້ເປີດເຜີຍ. ນາຍົກຣັດຖະມົນຕີ ຍັງໄດ້ກ່າວເຖິງການເພີ່ມພາສີລາຍໄດ້ຕື່ມອີກ ທີ່ບໍ່ໄດ້ຢູ່ໃນງົບປະມານນີ້. ສະນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ ທີ່ຈະເວົ້າດ້ວຍຄວາມຫມັ້ນໃຈ ວ່າເຮົາຈະຢູ່ໃນຈຸດໃດໃນສອງປີຂ້າງໜ້າ."

ລາວກ່າວວ່າthe Coalition ຈະແນໃສ່ກັບການເຮັດໃຫ້ ກັບຄືນສູ່ຕໍາແຫນ່ງທີ່ຫມັ້ນຄົງ, ໂດຍທີ່ຍອມຮັບວ່າ ຈໍາເປັນຕ້ອງຕັດການໃຊ້ຈ່າຍ ເພື່ອຊົດເຊີຍຕົ້ນທຶນ ຂອງນະໂຍບາຍພາສີຂອງ the Coalition.

"ຈະມີການຊົດເຊີຍ, ຫມາຍຄວາມວ່າ ຈະມີການຕັດ ເພາະຈະມີສ່ວນຕ່າງໆ ຂອງໂຄງການທີ່ຣັດຖະບານ ກໍາລັງເສັຍເງິນໄປ. ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປແລ້ວ, ຣັດຖະບານ ກໍາລັງພະຍາຍາມຕັດງົບປະມານຂອງຕົນເອງ ໃນຕອນນີ້ ໃນພາກສ່ວນຕ່າງໆ, ເພາະເຂົາເຈົ້າ ໄດ້ສ້າງຫມໍ້ນ້ຳເຜິ້ງ, ໂດຍສະເພາະ ໃນໂຄງການສາທາຣະນະ ທີ່ງ່າຍຕໍ່ການຖືກສໍ້ໂກງ, ເສັຍເງິນ ແລະທຸດຈະຣິດ. ເຂົາເຈົ້າໄດ້ຖືກດຶງໄປທີ່ນັ້ນ ດ້ວຍຄວາມບໍ່ຍິນຍອມ ເພື່ອໃຫ້ແນ່ໃຈວ່າ ເງິນສາທາຣະນະ ຖືກໃຊ້ເພື່ອຈຸດປະສົງທີ່ເຫມາະສົມ, ພວກເຮົາຢາກໃຫ້ງົບປະມານ ກັບຄືນມາສົມດຸນຄືນ ເພື່ອຊ່ອຍເຫລືອຊາວອອສເຕຣເລັຍ ໃຫ້ຫລີກເວັ້ນຈາກການສໍ້ໂກງ ແລະອົງກອນອາດຊະຍາກັມ."

ໃນລະຫວ່າງການກ່າວປາສັຍ, Mr Wilson ໄດ້ກ່າວເຖິງຄວາມຈໍາເປັນ ທີ່ຈະປົກປ້ອງຄຸນຄ່າຂອງອອສເຕຣເລັຍ ຂອງ 'ຄວາມຍຸດຕິທັມ', ແຕ່ບໍ່ຄືກັບ Angus Taylor, ລາວບໍ່ໄດ້ກ່າວເຖິງການຍ້າຍຖິ່ນຖານ.

The Coalition ກໍາລັງສເນີໃຫ້ຕັດການຍ້າຍຖິ່ນຖານລົງຢ່າງຫລາຍ ແຕ່ຍັງບໍ່ທັນລະບຸຢ່າງແນ່ນອນ ໂດຍຜູກຈຳນວນຜູ້ຄົນ ທີ່ເຂົ້າມາໃນປະເທດ ນັ້ນຂຶ້ນຢູ່ກັບການສ້າງທີ່ຢູ່ອາສັຍໃຫມ່.

Mr Wilson ຍັງບໍ່ໄດ້ກ່າວເຖິງໂຄງການ ທີ່ຈະກີດກັນຜູ້ອາສັຍຢ່າງຖາວອນໃຫມ່ ໃນການເຂົ້າເຖິງ NDIS ແລະໂຄງການສວັດດີການຕ່າງໆ, ຮວມເຖິງການຊ່ອຍເຫລືອຄອບຄົວ ແລະເງິນຊ່ອຍເຫຼືອ ຕອນລາວຽກເມື່ອໄດ້ລູກໃໝ່ສໍາລັບພໍ່ແມ່.

ໃນລະຫວ່າງການຖາມ ຫລັງຈາກການກ່າວປາສັຍ, Naveen Razik ນັກຂ່າວການເມືອງຂອງ SBS ໄດ້ຖາມ Mr Wilson ວ່າ ມັນສອດຄ່ອງກັບຄວາມຍຸດຕິທັມແນວໃດ.

"ແນ່ນອນວ່າ ພວກເຮົາໄດ້ຮວມມາດຕະການ ໃນການຮັກສາກົດເກນເກົ່າ ໃນຂໍ້ສເນີຂອງພວກເຮົາ. ພວກເຮົາໄດ້ຍົກເວັ້ນສິ່ງຕ່າງໆເຊັ່ນ ສຸຂະພາບ ແລະການສຶກສາ, ແຕ່ຂໍໃຫ້ເຂົ້າໃຈຢ່າງຊັດເຈນ ກ່ຽວກັບເລື່ອງນີ້. ຖ້າຫາກທ່ານ ຢາກໃຫ້ປະເທດຊາດມີຄວາມຍຸດຕິທັມ, ຂ້າພະເຈົ້າບໍ່ເຊື່ອວ່າ ພວກເຮົາກໍາລັງຕຽມຊາວອອສເຕຣເລັຍໃຫມ່ ໃຫ້ມີຄວາມພ້ອມ ໃນຄວາມສໍາເຣັດ ຖ້າຫາກພວກເຮົາກຳລັງເວົ້າເຖິງ ວິທີແກ້ບັນຫາ ຫລືຄວາມທ້າທາຍຂອງທ່ານ ທີ່ຈະເພິ່ງພາສວັດດີການ."

ໃນຄຳຖແລງການ, Federation of Ethnic Communities Councils of Australia ກ່າວວ່າ ກຸ່ມຜູ້ອົບພະຍົບ ທີ່ຈ່າຍພາສີແບບດຽວກັນ ຄວນມີສິດໄດ້ຮັບຜົນປໂຍດດຽວກັນ.

ລາຍງານໂດຍ Tee Mitchell ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now