ການກຽມຮັບມືກັບລະດູໄຟປ່າ.

BUSHFIRES VICTORIA

ໜ່ວຍດັບເພີງກຳລັງຈູດຫຍ້າເພື່ອປ້ອງກັນໄຟປ່າ. Source: AAP / DIEGO FEDELE/AAPIMAGE

ອົງກອນ ແລະເຈົ້າໜ້າທີ່ຂອງຣັດຕ່າງໆ ກຳລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ຕຽມໂຕສຳລັບລະດູຮ້ອນທີ່ຈະມາເຖິງ ໂດຍສະເພາະ ການຕຽມໂຕ ສຳລັບໄຟປ່າ ຊຶ່ງຄາດວ່າຈະຮ້າຍແຮງເປັນພິເສດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການກຽມຮັບມືກັບລະດູໄຟປ່າ.

ແນວໂນ້ມໄຟປ່າຫຼ້າສຸດຄາດວ່າ ຈະມີຄວາມສ່ຽງຕໍ່ໄຟໄຫມ້ຫລາຍຂຶ້ນ ທົ່ວພາກຕ່າງໆ ຂອງອອສເຕຣເລັຍ ໃນລະດູຮ້ອນນີ້.

ເຖິງແມ່ນຈະມີຝົນຕົກ ຢູ່ພາກຕາເວັນອອກສຽງໃຕ້ຂອງປະເທດ ເມື່ອບໍ່ດົນມານີ້, ແຕ່ເຈົ້າຫນ້າທີ່ກ່າວວ່າ ມັນຈະບໍ່ໃຊ້ເວລາດົນ ສໍາລັບໄຟທີ່ຈະລຸກລາມ.

Asha Abdi ແລະ Sam Dover ລາຍງານ.

ໃນຂນະທີ່ລະດູຮ້ອນໃກ້ເຂົ້າມາ, ຊາວອອສເຕຣເລັຍ ກໍາລັງຖືກຊຸກຍູ້ ບໍ່ໃຫ້ນິ່ງນອນໃຈ ກັບຄວາມປອດພັຍຂອງເຂົາເຈົ້າ.

Kristy McBain, ຣັດຖະມົນຕີ ກະຊວງພັດທະນາພູມີພາກ (Minister for Regional Development), ກ່າວວ່າ ລະດູໄຟປ່ານີ້ ສາມາດທົດສອບຄວາມຕຽມພ້ອມຂອງຫລາຍໆຄົນ.

"ພວກເຮົາຢາກໃຫ້ແນ່ໃຈວ່າ ທຸກຄົນຕຽມພ້ອມ ໃນລະດູສະພາບອາກາດ ທີ່ມີຄວາມສ່ຽງສູງທີ່ຈະມາເຖິງ. ມັນສໍາຄັນຫລາຍທີ່ສຸດ ໃນເວລານີ້ ທີ່ຈະກ້າວໄປສູ່ແຜນທີ່ຕຽມພ້ອມສໍາລັບໄຟປ່າ, ເພື່ອຈະເຂົ້າໃຈວ່າ ສູນຫຼົບພັຍຈະຕັ້ງຢູ່ບ່ອນໃດ ແລະໃຫ້ແນ່ໃຈວ່າ ພວກເຮົາກໍາລັງດູແລກຸ່ມທີ່ອ່ອນແອ ໃນຊຸມຊົນທ້ອງຖິ່ນຂອງທ່ານ."

Tim Wiebusch ເຈົ້າຫນ້າທີ່ຈັດການເຫດສຸກເສີນຂອງ Victoria, ເຕືອນວ່າ ບາງສ່ວນຂອງປະເທດ ອາດຕົກຢູ່ໃຕ້ພັຍຄຸກຄາມຢ່າງໄວ.
ສະພາບແຫ້ງແລ້ງເປັນເວລາດົນນານໃນຣັດ ກໍາລັງເຮັດໃຫ້ເກີດຄວາມເປັນຫ່ວງເປັນພິເສດກ່ວກັບໄຟປ່າ.
Chris Hardman ຫົວຫນ້າເຈົ້າໜ້າທີ່ Forest Fire Management Victoria
"ພວກເຮົາ ອາດຈະເຫັນອຸນຫະພູມທີ່ອົບອຸ່ນຫລາຍກວ່າປົກກະຕິ ໃນລະດູຮ້ອນ, ທັງກາງເວັນແລະກາງຄືນ. ນັ້ນຫມາຍຄວາມວ່າ ເຖິງແມ່ນວ່າ ຈະມີຝົນຕົກໃນລະດູໃບໄມ້ປົ່ງທີ່ດີ, ແຕ່ເຮົາຈະເຫັນສະພາບຂອງເຮົາແຫ້ງແລ້ງອີກຄັ້ງ. ແລະນັ້ນຈະເປັນເຊື້ອໄຟຕື່ມອີກ ໃນສິ່ງແວດລ້ອມຂອງເຮົາ, ທັງຫຍ້າ ແລະໃນເຂດປ່າໄມ້ຂອງເຮົາ."

ໃນທ່າອຽງຂອງໄຟໄຫມ້ປ່າ ຕາມລະດູການຫຼ້າສຸດ, ສະພາບໍຣິການໄຟ ໄໝ້ ແລະສຸກເສີນ ຂອງອອສເຕຣເລັຍ ແລະນິວຊີແລນ ໄດ້ລະບຸຄວາມສ່ຽງທີ່ເພີ່ມຂຶ້ນ ຂອງໄຟໄຫມ້ທົ່ວບາງພາກ ຂອງ Western Australia, New South Wales ແລະ Victoria.

Rob Webb, CEO, ກ່າວວ່າ ເຂົາເຈົ້າບໍ່ໄດ້ເຫັນຝົນຕົກຫລາຍ ເທົ່າທີ່ເຂົາເຈົ້າໄດ້ຄາດຫວັງ ທົ່ວຣັດທາງຕາເວັນອອກຂອງອອສເຕຣເລັຍ.

"ເຮົາຫວັງວ່າ ພວກເຮົາຈະໄດ້ຮັບຝົນຕົກພໍສົມຄວນ ໃນລະດູໃບໄມ້ປົ່ງ ແຕ່ພວກເຮົາ ອາດບໍ່ໄດ້ຮັບຝົນຕົກທົ່ວພາກຕາເວັນອອກຂອງອອສເຕຣເລັຍ. ສະນັ້ນ ພວກເຮົາຈຶ່ງໄດ້ເຫັນໄຟໄຫມ້ເລັກນ້ອຍ ທົ່ວ New South Wales ແລະແນ່ນອນໃນ Queensland ແລະ the Northern Territory ກໍມີໄຟໄຫມ້ຄືກັນ ໃນຊ່ວງຕົ້ນປີ. ແຕ່ມັນຈະໃຊ້ເວລາບໍ່ດົນ ເມື່ອອຸນຫະພູມທີ່ຮ້ອນອົບເອົ້າເຫລົ່ານີ້ ເຂົ້າໄປໃນພື້ນທີ່ ທີ່ຈະເຮັດໃຫ້ພືດຕ່າງໆແຫ້ງ. ແນ່ນອນ, ເຂດທີ່ຂ້າພະເຈົ້າແນໃສ່ ບໍ່ໄດ້ເປັນພຽງບ່ອນດຽວ ທີ່ຄວນຕຽມພ້ອມສໍາລັບໄຟ. ແມ່ນແຕ່ໃນປີທັມມະດາ, ຍັງມີຫລາຍສ່ວນຂອງ South Australia ທີ່ສາມາດປະສົບກັບໄຟປ່າໄດ້."

Chris Hardman ຫົວຫນ້າເຈົ້າໜ້າທີ່ Forest Fire Management Victoria, ກ່າວວ່າ ສະພາບແຫ້ງແລ້ງເປັນເວລາດົນນານໃນຣັດ ກໍາລັງເຮັດໃຫ້ເກີດຄວາມເປັນຫ່ວງເປັນພິເສດ.

"ພວກເຮົາໄດ້ມີຄວາມແຫ້ງແລ້ງເປັນເວລາດົນນານ ໂດຍສະເພາະໃນພື້ນທີ່ປ່າໄມ້ ແລະຫລາຍຄົນໃນເຂດພາກພື້ນ ແລະເຂດຊົນນະບົດ ຂອງVictoria ຮູ້ວ່າ ການຂາດຝົນນັ້ນ ກໍາລັງກໍ່ໃຫ້ເກີດບັນຫາ."
ບາງສ່ວນຂອງປະເທດ ອາດຕົກຢູ່ໃຕ້ພັຍຄຸກຄາມຢ່າງໄວ ຈາກໄຟປ່າ.
Tim Wiebusch ເຈົ້າຫນ້າທີ່ຈັດການເຫດສຸກເສີນຂອງ Victoria
Mr Webb ກ່າວວ່າ ຄວາມແຫ້ງແລ້ງ ໄດ້ປ່ຽນພື້ນທີ່ປ່າໄມ້ສ່ວນຫລາຍຂອງອອສເຕຣເລັຍ ໃຫ້ກາຍເປັນເຊື້ອໄຟຫຼັກ.

"ມັນເປັນໂຕບົ່ງຊີ້ ຂອງໄຟໄຫມ້ທີ່ຮ້າຍແຮງເປັນພິເສດ ເມື່ອທ່ານມີຄວາມແຫ້ງແລ້ງທີ່ເລິກເຊິ່ງ. ສະນັ້ນ ບໍ່ພຽງແຕ່ເຊື້ອໄຟຫຍ້າເທົ່ານັ້ນທີ່ແຫ້ງ, ແຕ່ຕົ້ນໄມ້ກໍເລີ່ມແຫ້ງຄືກັນ. ໃນລະດູຮ້ອນ, ເມື່ອຄວາມຮ້ອນເຂົ້າມາ ມັນຈະເຮັດໃຫ້ແຫ້ງໄວ ແລະໄຟຈະແຜ່ລາມໄດ້ງ່າຍຂຶ້ນຫຼາຍ."

ໃນຂນະທີ່ຊາວອອສເຕຣເລັຍເຂົ້າສູ່ລະດູຮ້ອນ, the Council for Fire and Emergency Services ກໍໄດ້ເຕືອນຜູ້ຄົນ ທີ່ອາສັຍຢູ່ນອກເຂດ ທີ່ມີຄວາມສ່ຽງສູງ ໃຫ້ລະວັງໄຟປ່າ ແລະໄປຢ້ຽມຢາມເວບໄຊ້ ຂອງໜ່ວຍງານດັບເພີງທ້ອງຖິ່ນຂອງທ່ານ ເພື່ອເຮັດແຜນການເອົາຊີວິດລອດ ຈາກໄຟປ່າຖ້າຫາກທ່ານຍັງບໍ່ທັນໄດ້ເຮັດເທື່ອ.

ລາຍງານໂດຍ  Asha Abdi and Sam Dover ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service