ໄຟປ່າຫລາຍຮ້ອຍຈຸດໃນ Canada ໄດ້ກໍ່ໃຫ້ເກີດລະດັບຄຸນນະພາບອາກາດ ທີ່ອັນຕະຣາຍທົ່ວປະເທດ ແລະສ່ວນໃຫຍ່ ຂອງສະຫະຣັດອາເມຣິກາ. ຄຸນນະພາບອາກາດ ໄດ້ຫລຸດລົງສູ່ລະດັບອັນຕະຣາຍ ໃນພາກຕ່າງໆຂອງອາເມຣິກາເຫນືອ, ໃນຂນະທີ່ເຈົ້າຫນ້າທີ່ ແລະຜູ້ຊ່ຽວຊານດ້ານສຸຂະພາບ ຊຸກຍູ້ຜູ້ອາສັຍ ໃຫ້ຫລີກເວັ້ນຈາກການອອກນອກເຮືອນ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຜົນກະທົບຂອງໄຟໄໝ້ປ່າໃນ Canada.
ປ່າຫລາຍຮ້ອຍຈຸດໃນ Canada ໄດ້ກໍ່ໃຫ້ເກີດລະດັບຄຸນນະພາບອາກາດ ທີ່ອັນຕະຣາຍທົ່ວປະເທດ ແລະສ່ວນໃຫຍ່ ຂອງສະຫະຣັດອາເມຣິກາ.
ຄຸນນະພາບອາກາດ ໄດ້ຫລຸດລົງສູ່ລະດັບອັນຕະຣາຍ ໃນພາກຕ່າງໆຂອງອາເມຣິກາເຫນືອ, ໃນຂນະທີ່ເຈົ້າຫນ້າທີ່ ແລະຜູ້ຊ່ຽວຊານດ້ານສຸຂະພາບ ຊຸກຍູ້ຜູ້ອາສັຍ ໃຫ້ຫລີກເວັ້ນຈາກການອອກນອກເຮືອນ.
Sydney Lang ລາຍງານ.
ພະນັກງານຣົດໄຟຊາວ Canada ໃນຣັດ Ontario ຫລຽວເບິ່ງຕົ້ນໄມ້ ທີ່ຢູ່ອ້ອມຮອບເຂົາເຈົ້າ ລົ້ມພັງລົງ.
ຮູບພາບທີ່ລົງຢູ່ໃນສື່ສານມວນຊົນ ເປັນພຽງເລັກນ້ອຍ ຈາກໄຟໄຫມ້ປ່າ ຫລາຍກວ່າ 800 ແຫ່ງ ທີ່ກໍາລັງເຜົາໄຫມ້ທົ່ວ Canada.
ໃນຂນະທີ່ພະນັກງານຣົດໄຟ ໄດ້ຮັບການຢືນຢັນວ່າປອດພັຍ, ໄຟຫລາຍກວ່າ 100 ແຫ່ງຍັງໄຫມ້ຢູ່ ເກີນກວ່າທີ່ຈະຄວບຄຸມໄດ້.
ນາຍົກຣັດຖະມົນຕີຂອງ Canada, Mark Carney, ກ່າວວ່ານີ້ ເປັນເວລາທີ່ຍາກລຳບາກສໍາລັບປະເທດ.
"ຊີວິດຂອງຊາວ Canada ຫລາຍພັນຄົນ ໄດ້ຖືກລົບກວນ ຫລືກຳລັງຖືກລົບກວນ ໂດຍໄຟປ່າທົ່ວປະເທດ. ນ້ຳກໍຖ້ວມໃນ Manitoba ອີກ. ແລະໃນນາມຂອງຊາວ Canada ທຸກຄົນ, ທຸກຄົນຢູ່ໃນຫ້ອງນີ້, ຊາວ Canadaທຸກຄົນທົ່ວປະເທດ, ຂ້າພະເຈົ້າຢາກຂອບໃຈ ຜູ້ດັບເພີງທີ່ກ້າຫານ. ຜູ້ຕອບຮັບຄົນທໍາອິດ, ຜູ້ນໍາຊາວພື້ນເມືອງ ແລະຜູ້ນຳທ້ອງຖິ່ນ ທີ່ທໍາງານຢ່າງບໍ່ຮູ້ເມື່ອຍ ເພື່ອຮັກສາຜູ້ປະຊາຊົນຂອງເຮົາ ໃຫ້ປອດພັຍ."
ຄວັນໜາຈາກໄຟໄຫມ້ປ່າ ໄດ້ແພ່ໄປທົ່ວ ແລະພື້ນທີ່ສ່ວນໃຫຍ່ຂອງສະຫະຣັດອາເມຣິກາ, ຊຶ່ງກະຕຸ້ນໃຫ້ເຈົ້າຫນ້າທີ່ ຊຸກຍູ້ຜູ້ຄົນໃຫ້ຢູ່ໃນເຮືອນ ແລະຫລີກເວັ້ນຈາກອາກາດທີ່ເປັນພິດ.
ດ້ວຍຄວັນໄຟທີ່ຫນາແຫນ້ນ ທີ່ປົກຄຸມ Toronto, Mat Neir ຜູ້ອາສັຍເວົ້າວ່າ ທ່ານເກືອບຈະສາມາດຊີມຣົດຊາດຂອງມັນໄດ້.
"ຂ້ອຍຄິດວ່າ ພວກເຮົາໄດ້ເຫັນມັນເພີ່ມຂຶ້ນແທ້ໆ ໃນເວລາກາງຄືນ. ສະນັ້ນ, ທ່ານບໍ່ສາມາດເຫັນເມືອງອີກຕໍ່ໄປ. ທ່ານເກືອບຈະສາມາດຊີມຣົດຊາດຂອງຄວັນໃນມື້ນີ້. ຂ້ອຍຄິດວ່າມື້ວານນີ້ ຄວັນຍັງບາງຫລາຍກວ່ານີ້. ສະນັ້ນ, ພວກເຮົາຈຶ່ງເຫັນວ່າ ມັນຮ້າຍແຮງກວ່າເກົ່າ ຢ່າງແນ່ນອນ. ຂ້ອຍຫວັງວ່າ ມັນຈະຜ່ານພົ້ນໄປຢ່າງໄວ."
ເຈົ້າຫນ້າທີ່ໃນຫລາຍເມືອງ ຂອງສະຫະຣັດອາເມຣິກາ ກໍາລັງປະເຊີນກັບລະດັບຄຸນນະພາບອາກາດ ທີ່ເປັນອັນຕະຣາຍ, ໂດຍທີ່ທ້ອງຟ້າເກືອບບໍ່ສາມາດຫລຽວເຫັນໄດ້ ຜ່ານຫມອກຄວັນ.
ຄວັນໄຟປ່າ ເປັນພິດຫລາຍກວ່າມົນລະພິດ ໃນອາກາດທົ່ວໄປ ແລະການສຶກສາ ໄດ້ເຊື່ອມໂຍງມັນ ກັບອັດຕາທີ່ສູງກວ່າ ຂອງໂຣກຫົວໃຈ, ໂຣກເສັ້ນເລືອດໃນສມອງ, ໂຣກມະເລັງ, ພາວະແຊກຊ້ອນ ໃນການຖືພາ ແລະລະບົບພູມຕ້ານທານ ທີ່ອ່ອນແອລົງ.Dr Vin Gupta ຈາກສະມາຄົມປອດອາເມຣິກາ (the American Lung Association)
ໃນເມືອງ Toledo, ຣັດ Ohio, ດັດຊະນີຄຸນນະພາບອາກາດແມ່ນ 805, ຫລາຍກວ່າສອງເທົ່າເຄິ່ງ ຂອງລະດັບທີ່ຖືວ່າ ເປັນອັນຕະຣາຍ.
Dr Vin Gupta ຈາກສະມາຄົມປອດອາເມຣິກາ (the American Lung Association) ກ່າວວ່າ ແມ່ນແຕ່ຄົນຫນຸ່ມທີ່ມີສຸຂະພາບດີ ກໍຈະໄດ້ຮັບຜົນກະທົບຈາກສິ່ງນີ້.
"ທຸກໆລະດູຮ້ອນ, ໃນຄວາມເຫັນຂອງຂ້າພະເຈົ້າ, ຮູ້ສຶກວ່າມັນຮ້າຍແຮງກວ່າລະດູຮ້ອນທີ່ຜ່ານມາ. ສິບ, 15 ປີກ່ອນ, ພວກເຮົາບໍ່ເຄີຍເວົ້າລົມກັນກ່ຽວກັບເລື້ອງແບບນີ້. ບັດນີ້ ພວກເຮົາມີມັນຫລາຍເທື່ອຕໍ່ປີ, ໄປຈົນເຖິງລະດູໃບໄມ້ຫລົ່ນ. ແລະສິ່ງນັ້ນ ເຮັດໃຫ້ຂ້າພະເຈົ້າເປັນຫ່ວງວ່າ ມີຄວາມສ່ຽງຫລາຍກວ່າສິບປີກ່ອນ. ແລະເຮົາກໍາລັງເຫັນຜົນກະທົບທີ່ເພີ່ມຂຶ້ນ ເມື່ອປັດຈັຍອັນຕະຣາຍຫລາຍຢ່າງ ປະສົມເຂົ້າກັນ ທີ່ທຳລາຍສຸຂະພາບຂອງມະນຸດ."
ຄວັນໄຟປ່າ ເປັນພິດຫລາຍກວ່າມົນລະພິດ ໃນອາກາດທົ່ວໄປ ແລະການສຶກສາ ໄດ້ເຊື່ອມໂຍງມັນ ກັບອັດຕາທີ່ສູງກວ່າ ຂອງໂຣກຫົວໃຈ, ໂຣກເສັ້ນເລືອດໃນສມອງ, ໂຣກມະເລັງ, ພາວະແຊກຊ້ອນ ໃນການຖືພາ ແລະລະບົບພູມຕ້ານທານ ທີ່ອ່ອນແອລົງ.
Dr Gupta ກ່າວວ່າ ຖ້າຫາກຜູ້ຄົນຕ້ອງອອກໄປຂ້າງນອກ, ເຂົາເຈົ້າຄວນໃສ່ຫນ້າກາກ.
"ຂ້າພະເຈົ້າຂໍແນະນໍາ ໃຫ້ທຸກຄົນລົງທຶນໃນອຸປະກອນ, ແລະຫວັງວ່າ ນາຍຈ້າງຂອງທ່ານ ຈະສາມາດຈັດຫາຫນ້າກາກ N95 ນີ້, ຊຶ່ງບໍ່ສົມບູນແບບ. ແນ່ນອນວ່າ ເຮົາຮູ້ຈັກຫນ້າກາກເຫລົ່ານີ້ ຈາກຕອນທີ່ໂຣກລະບາດ, ແຕ່ມັນສາມາດຊ່ອຍເຫລືອ ໃນການຕອງອົງປະກອບທີ່ບໍ່ດີຕ່າງໆ ຂອງອາກາດ. ອີກເທື່ອຫນຶ່ງ, ມັນບໍ່ດີພ້ອມທຸກຢ່າງ ເມື່ອກ່າວເຖິງຄວັນຢູ່ນອກເຮືອນ, ແຕ່ມັນດີກວ່າບໍ່ໃສ່ຫຍັງເລີຍ."
ໃນ New York, ບ່ອນທີ່ຄຸນນະພາບອາກາດ ຖືກຈັດອັນດັບວ່າ 'ບໍ່ດີຕໍ່ສຸຂະພາບ', Zohran Mamdani ຜູ້ເປັນເຈົ້າເມືອງ ໄດ້ຂໍຮ້ອງໃຫ້ຊາວ New York ຈັດລໍາດັບຄວາມສໍາຄັນ ດ້ານສຸຂະພາບຂອງເຂົາເຈົ້າ.
"ມື້ນີ້, ຊາວ New York ທຸກຄົນ ຄວນໃຊ້ຄວາມລະມັດລະວັງ. ຈໍາກັດເວລາຢູ່ນອກເຮືອນ ໂດຍສະເພາະກິດຈະກັມທີ່ຕ້ອງອອກແຮງ. ພວກເຮົາໄດ້ຈັດຫາຫນ້າກາກ KN95 ຟຣີ ຢູ່ຫລາຍຮ້ອຍບ່ອນທົ່ວເມືອງ, ຮວມທັງຫໍສມຸດ, ສະຖານີຕໍາຫລວດ ແລະສະຖານີດັບເພີງຫລາຍບ່ອນ. ແລະໃຫ້ພະຍາຍາມກວດກາເບິ່ງທຸກຢ່າງ ກັບເພື່ອນບ້ານຂອງທ່ານ. ພວກເຮົາຈະແຈ້ງໃຫ້ທ່ານຮູ້ຕລອດມື້. ນີ້ຄືສະພາບການ ທີ່ເຮົາຮູ້ວ່າ ຈະເກີດຂຶ້ນໃນເວລາດຽວກັນ ກັບເຫດສຸກເສີນດ້ານຄວາມຮ້ອນ ສໍາລັບຊາວ New York. ສະນັ້ນ, ມັນຈຶ່ງສໍາຄັນຫລາຍ ທີ່ຈະຕິດຕາມຂໍ້ມູນ, ຕຽມພ້ອມ ແລະຮັບມືກັບຄວາມປອດພັຍຂອງທ່ານ ວ່າເປັນສິ່ງສໍາຄັນທີ່ສຸດ ເພາະວ່າ ນັ້ນຄືສິ່ງທີ່ຣັດຖະບານຂອງເມືອງ ກຳລັງປະຕິບັດຄືກັນ."
ການແຂ່ງຂັນເຕະບານແຊ້ມປ້ຽນໂລກ ຈະຖືກຈັດຂຶ້ນໃນຣັດ New Jersey ໃນວັນອາທິດ 19 ເດືອນກໍລະກົດ, ຕໍ່ຫນ້າແຟນກິລາ ຫລາຍກວ່າ80,000 ຄົນ.
ໃນຂນະທີ່ ຄາດການວ່າ ການປ່ຽນທິດທາງຂອງລົມ ຈະເຫັນຄວັນທີ່ຮ້າຍແຮງທີ່ສຸດ ນັ້ນຫາຍໄປ, Dr Gupta ກ່າວວ່າ ລາວຫວັງວ່າ FIFA ຈະມີແຜນຢ່າງອື່ນ.
"ຂ້າພະເຈົ້າແນ່ໃຈວ່າ FIFA ກໍາລັງເບິ່ງເລື່ອງນີ້ຢູ່. ຂ້າພະເຈົ້າຫວັງວ່າ ເຂົາເຈົ້າຈະໃຫ້ຄວາມສຳຄັນ ກັບເຫດການສຸກເສີນ ຖ້າຫາກຄຸນນະພາບຂອງອາກາດ ຢູ່ໃນລະດັບທີ່ຮ້າຍແຮງ, ຊຶ່ງອາດເປັນໄປໄດ້. ເມື່ອມັນມາພ້ອມກັບຄວາມຮ້ອນ, ນັ້ນເປັນເຫດການທີ່ຮຸນແຮງ ແລະອັນຕະຣາຍຕໍ່ຮ່າງກາຍຂອງມະນຸດ. ຄວາມຮ້ອນ ແລະຄວາມອົບເອົ້າ ທີ່ບໍ່ຢຸດຢັ້ງ, ພ້ອມດ້ວຍຄຸນນະພາບອາກາດທີ່ບໍ່ດີ, ສາມາດສົ່ງຜົນກະທົບ ຕໍ່ຄົນທີ່ມີອາຍຸ 80 ປີ, ແນ່ນອນ, ແຕ່ມັນສາມາດກະທົບກະເທືອນ ຕໍ່ເດັກນ້ອຍອາຍຸ 20 ປີທີ່ເປັນນັກກິລາເຕະບານແຊ້ມປ້ຽນໂລກນໍາອີກ. ມັນສາມາດສົ່ງຜົນກະທົບ ຕໍ່ທັງສອງກຸ່ມຂອງອາຍຸ, ແລະສິ່ງສໍາຄັນຄືຕ້ອງຈິງຈັງກັບເລື້ອງນີ້."
ຢ່າບອກ Trump, ເພາະລາວບໍ່ເຊື່ອວ່າ ມັນແມ່ນສະພາບພູມອາກາດ. ຢ່າບອກລາວ, ເພາະສໍາລັບລາວ, ນີ້ເປັນສິ່ງທີ່ດີຫຼາຍ.Raul Villanova, ຊາວເມືອງ Chicago
ພ້ອມກັບຄື້ນຄວາມຮ້ອນ ແລະໄຟປ່າໃນຢູໂຣບ, ຜູ້ຊ່ຽວຊານດ້ານສະພາບອາກາດກ່າວວ່າ ອຸນຫະພູມຂອງໂລກທີ່ສູງຂຶ້ນ ກໍາລັງຊຸກຍູ້ການເພີ່ມຂຶ້ນ ທັງໃນຄວາມຖີ່ ແລະຄວາມຮຸນແຮງຂອງໄຟປ່າທົ່ວໂລກ.
Raul Villanova, ຊາວເມືອງ Chicago ກຳລັງອອກໄປສເລີມສລອງວັນເກີດຄົບຮອບ 68 ປີຂອງລາວ, ກ່າວວ່າ ຣັດຖະບານຂອງສະຫະຣັດອາເມຣິກາ ກໍາລັງພະຍາຍາມເມີນເສີຍ ຕໍ່ສິ່ງທີ່ກໍາລັງເກີດຂຶ້ນ.
"ທ່ານຕ້ອງດູແລຕົວເອງ, ເຖິງແມ່ນວ່າ ທ່ານບໍ່ມີຄວາມສ່ຽງສູງ. ຢ່າບອກ Trump, ເພາະລາວບໍ່ເຊື່ອວ່າ ມັນແມ່ນສະພາບພູມອາກາດ. ຢ່າບອກລາວ, ເພາະສໍາລັບລາວ, ນີ້ເປັນສິ່ງທີ່ດີຫຼາຍ. ຂ້າພະເຈົ້າພຽງແຕ່ເວົ້າວ່າ, ລາວເປັນປະທານາທິບໍດີຂອງພວກເຮົາ."
ໂດຍທີ່ ມີລະບົບສະພາບອາກາດ El Nino ທີ່ທະວີຄວາມຮຸນແຮງຂຶ້ນ, ນັກອຸຕຸນິຍົມເຕືອນວ່າ ປີ 2027 ອາດເປັນປີທີ່ຮ້ອນທີ່ສຸດ ເປັນປວັດການ.
Kim Difranza ຊາວເມືອງ Toronto, ກ່າວວ່າ ມັນມີແຕ່ຈະຮ້າຍແຮງຂຶ້ນເທົ່ານັ້ນ.
"ໂດຍຮວມ ໃນຖານະອາຣະຍະທັມ (Civilization), ຂ້າພະເຈົ້າຄິດວ່າ ເຮົາຕ້ອງເຮັດຫລາຍກວ່ານັ້ນ, ສະແດງໃຫ້ເຫັນຫລາຍຂຶ້ນ ໃນດ້ານການປົກປ້ອງສະພາບແວດລ້ອມ. ສະນັ້ນ, ສິ່ງນີ້ຈະເກີດຂຶ້ນ ແຕ່ມັນເກີດຂຶ້ນເລື້ອຍເກີນໄປ. ທຸກໆລະດູຮ້ອນ, ເບິ່ງຄືວ່າຈະມີຊ່ວງເວລາໃນເດືອນກໍລະກົດ ແລະເດືອນສິງຫາ ທີ່ເຮົາໄດ້ຮັບຜົນກະທົບ ຕໍ່ສະພາບແວດລ້ອມ ຈາກຄວັນ ແລະໄຟເຫລົ່ານີ້."
ລາຍງານໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






