ທຸກໆ 5 ປີ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ຈະນັບທຸກຄົນ ແລະທຸກຄົວເຮືອນໃນປະເທດ ຊຶ່ງເປັນສ່ວນຫນຶ່ງ ຂອງການສໍາຫຼວດສຳມະໂນປະຊາກອນ. ພາບລວມທີ່ຄົບຖ້ວນ ຂອງອອສເຕຣເລັຍນີ້ ຄອບຄຸມທຸກຄົນໃນປະເທດ ພ້ອມທັງນັກທ່ອງທ່ຽວ, ນັກສຶກສາຕ່າງຊາດ ແລະຜູ້ຖືວີຊາຊົ່ວຄາວ. ປີນີ້, ການສໍາຫຼວດສຳມະໂນປະຊາກອນ ຈະມີຂຶ້ນໃນວັນອັງຄານ, ວັນທີ 11 ເດືອນສິງຫາ. ກ່ອນຄືນສໍາຫຼວດສຳມະໂນປະຊາກອນ, SBS ຈະຕອບຄໍາຖາມສໍາຄັນກ່ຽວກັບເວລາ, ເຫດຜົນ, ແລະວິທີການສໍາຫຼວດແຫ່ງຊາດ. ໃນຂນະທີ່ຂໍ້ມູນກ່ຽວກັບສຳມະໂນປະຊາກອນ ມີໃຫ້ໃນ 26 ພາສາຕ່າງໆ ໃນເວັບໄຊ ABS, ແຕ່ໃບສໍາຫຼວດ ຕ້ອງຖືກຂຽນເປັນພາສາອັງກິດ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການສໍາຫຼວດສຳມະໂນປະຊາກອນ.
ໃນວັນທີ 11 ສິງຫາ, ທຸກຄົວເຮືອນໃນອອສເຕຣເລັຍ ຈະຕ້ອງເຂົ້າຮ່ວມ ປະຊາກອນ.
ກ່ອນຄືນສໍາຫຼວດສຳມະໂນປະຊາກອນ, SBS ຈະຕອບຄໍາຖາມສໍາຄັນກ່ຽວກັບເວລາ, ເຫດຜົນ, ແລະວິທີການສໍາຫຼວດແຫ່ງຊາດ.
Sydney Lang ລາຍງານ.
ທຸກໆ 5 ປີ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ຈະນັບທຸກຄົນ ແລະທຸກຄົວເຮືອນໃນປະເທດ ຊຶ່ງເປັນສ່ວນຫນຶ່ງ ຂອງການສໍາຫຼວດສຳມະໂນປະຊາກອນ.
ພາບລວມທີ່ຄົບຖ້ວນ ຂອງອອສເຕຣເລັຍນີ້ ຄອບຄຸມທຸກຄົນໃນປະເທດ ພ້ອມທັງນັກທ່ອງທ່ຽວ, ນັກສຶກສາຕ່າງຊາດ ແລະຜູ້ຖືວີຊາຊົ່ວຄາວ.
ປີນີ້, ການສໍາຫຼວດສຳມະໂນປະຊາກອນ ຈະມີຂຶ້ນໃນວັນອັງຄານ, ວັນທີ 11 ເດືອນສິງຫາ.
Dr Liz Allen ແມ່ນນັກວິເຄາະດ້ານປະຊາກອນ ທີ່ສູນການຄົ້ນຄວ້ານະໂຍບາຍສັງຄົມ ANU.
"ສຳມະໂນປະຊາກອນ ເປັນຄືກັບຮູບຖ່າຍຄອບຄົວ ໃນເວລາໃດຫນຶ່ງ. ມັນຈັບຮູບພາບຂອງພວກເຮົາ, ວິທີທີ່ພວກເຮົາໃຊ້ຊີວິດ ໃນຊ່ວງເວລາຫນຶ່ງ ໃນປວັດສາດອອສເຕຣເລັຍ. ການສໍາຫຼວດປະຊາກອນ ມີຄວາມສໍາຄັນຫຼາຍ ສໍາລັບຫຼາຍດ້ານ ຈາກບໍຣິການຈໍາເປັນເຊັ່ນ ການດູແລສຸຂະພາບ ແລະການສຶກສາ ຈົນເຖິງຖນົນ ແລະລະບົບນ້ຳເສັຍ ໄປຈົນຮອດຂໍ້ມູນກ່ຽວກັບພວກເຮົາ. ການສໍາຫຼວດປະຊາກອນ ແມ່ນວິທີດຽວ ທີ່ພວກເຮົາສາມາດເຂົ້າໃຈ ສະພາບສັງຄົມເສດຖະກິດຂອງຊີວິດເຮົາ ໃນເມືອງ, ໃນພູມີພາກ, ຈົນເຖິງຊານເມືອງຂອງພວກເຮົາ."
ຕັ້ງແຕ່ທ້າຍເດືອນກໍລະກົດ, ຄົວເຮືອນທົ່ວປະເທດ ຈະໄດ້ຮັບຄໍາແນະນໍາ ທາງໄປສະນີ ກ່ຽວກັບວິທີການຕອບຄຳຖາມ ຂອງສຳມະໂນປະຊາກອນ.
ຖ້າພວກເຂົາຮູ້ວ່າຈະຢູ່ໃສ ໃນຄືນສຳຫຼວດສຳມະໂນປະຊາກອນ, ພວກເຂົາສາມາດຂຽນແບບຟອມໄດ້ທັນທີ.
ສໍາລັບຜູ້ທີ່ພັກໃນໂຮງແຮມ, Bed and Breakfasts ຫຼືໂມເຕລ, ທ່ານສາມາດຮັບແບບຟອມ ສໍາຫຼວດສຳມະໂນປະຊາກອນເປັນເຈັ້ຍ ຈາກພະນັກງານທີ່ພັກໄດ້ ແລະຜູ້ທີ່ຢູ່ໃນບ້ານເຊົ່າລະຍະສັ້ນເຊັ່ນ Airbnbສາມາດຂຽນແບບຟອມອອນໄລນ໌ໄດ້ ຖ້າສາມາດເຂົ້າເຖິງອິນເຕີເນັດ.
Dr Allen ກ່າວວ່າ ເຖິງແມ່ນອາດຈະເບິ່ງຄືວ່າ ຜູ້ຄົນຖືກກີດກັນ, ແຕ່ການເກັບຂໍ້ມູນໃນຄືນດຽວ ແມ່ນສິ່ງສໍາຄັນ.
"ຈຸດຍຶດນັ້ນ ເຮັດໃຫ້ພວກເຮົາຮູ້ວ່າ ຈະຮວມຜູ້ໃດ ແລະບໍ່ຮວມເອົາຜູ້ໃດໃນຂນະນັ້ນ. ແລະນັ້ນແມ່ນສິ່ງສໍາຄັນ ເນື່ອງຈາກມັນອາດຈະເບິ່ງຄືວ່າ ພວກເຮົາກໍາລັງຍົກເວັ້ນຄົນ ໃນເວລາທີ່ພວກເຂົາໄປຕ່າງປະເທດ ຫຼືພວກເຮົາລວມຄົນຫຼາຍເກີນໄປ ໃນຄືນສໍາຫຼວດ ທີ່ອາດຈະຢູ່ນີ້ພຽງຊົ່ວຄາວເທົ່ານັ້ນ. ແຕ່ສິ່ງທີ່ເກີດຂຶ້ນໃນເວລານັ້ນ ແມ່ນມັນໃຫ້ຈຸດອ້າງອີງສໍາຄັນ ວ່າໃຜຢູ່ໃນປະເທດໃນເວລານັ້ນ."
ປີນີ້, ການສໍາຫຼວດຈະຮວມການປ່ຽນແປງໃນບາງຄໍາຖາມ, ເຊັ່ນຄໍາຖາມກ່ຽວກັບເພດ, ແລະຄວາມສໍາພັນໃນຄອບຄົວ.
ນອກເຫນືອຈາກຄໍາຖາມໃຫມ່ ກ່ຽວກັບເພດ ແລະຣົດນິຍົມທາງເພດແລ້ວ, ຄໍາຖາມຈະປ່ຽນແປງໃນຫົວຂໍ້ທີ່ມີຢູ່ 10 ຂໍ້ນຳອີກ.
Nicky Bath, ຜູ້ອໍານວຍການ LGBTQ+ Health Australia, ກ່າວວ່າ ຜູ້ຄົນໄດ້ຮ້ອງຂໍ ໃຫ້ມີຄໍາຖາມເຫຼົ່ານີ້ມານານແລ້ວ.
"ມີຄວາມຕ້ອງການຂໍ້ມູນຢ່າງຫຼາຍ ສໍາລັບພວກເຮົາ ຈະສາມາດສະຫຼຸບຂໍ້ມູນ ຈາກການສໍາຫຼວດ ໃນກໍຣະນີຂອງຄົນທີ່ມີຣົດນິຍົມທາງເພດ ແລະເພດ. ການສໍາຫຼວດນີ້ ໃຊ້ເປັນເຄື່ອງມື ໃນການເກັບຂໍ້ມູນ ເພື່ອ ສນັບສນູນການວາງແຜນ ບໍຣິການສາທາຣະນະ, ບໍຣິການສຸຂະພາບ, ນັກກໍານົດນະໂຍບາຍ, ແລະຊ່ວຍເຫຼືອການຄົ້ນຄວ້າ."
ເຖິງແມ່ນວ່າ ການເພີ່ມເຂົ້າເຫຼົ່ານີ້ ຈະໄດ້ຮັບການຕ້ອນຮັບ, ຜູ້ແຕ່ ສນັບສນູນກ່າວວ່າ ຍັງມີອີກຫຼາຍຢ່າງທີ່ຕ້ອງເຮັດ, ດ້ວຍຄໍາຖາມກ່ຽວກັບຄວາມແຕກຕ່າງໂດຍກຳເນີດ ຂອງລັກສະນະທາງເພດ, ເຊັ່ນIntersex, ທີ່ຍັງຖືກຕັດອອກ.
Nicky Bath ກ່າວວ່າ ຍັງມີການດໍາເນີນງານ ເພື່ອສົ່ງເສີມໃຫ້ມີການຕັ້ງຄໍາຖາມເຊັ່ນນີ້.
"ມີຄວາມເຫຼື່ອມລ້ຳດ້ານສຸຂະພາບຢ່າງຫຼາຍ ທີ່ຄົນ LGBTQ+ ແລະຜູ້ທີ່ມີຄວາມແຕກຕ່າງທາງເພດໂດຍກຳເນີດ. ແລະບໍ່ມີຄໍາຖາມ ໃນການສໍາຫຼວດສຳມະໂນປະຊາກອນ ສໍາລັບຄົນທີ່ມີຄວາມແຕກຕ່າງທາງເພດແຕ່ກຳເນີດ. ແລະຫຼາຍຄົນໃນພວກເຮົາ ໄດ້ເຮັດວຽກ ແລະຮຽກຮ້ອງໃຫ້ຮວມຄໍາຖາມເຫຼົ່ານີ້ມາຫຼາຍປີ, ຄໍາຖາມເລື້ອງເພດທີ່ດີຂຶ້ນ, ຄໍາຖາມໃຫມ່ກ່ຽວກັບຣົດນິຍົມທາງເພດ. ພວກເຮົາຍັງໄດ້ສນັບສນູນ ຄໍາຖາມກ່ຽວກັບຄວາມແຕກຕ່າງ ຂອງລັກສນະເພດແຕ່ກຳເນີດ ແລະພວກເຮົາ ບໍ່ປະສົບຄວາມສໍາເລັດໃນເລື່ອງນັ້ນ."
ຂໍ້ມູນສຳມະໂນປະຊາກອນ ຍັງຖືກນໍາໃຊ້ ເພື່ອຊ່ວຍໃນການຕັດສິນໃຈ ກ່ຽວກັບບໍຣິການດ້ານພາສາ, ການສນັບສນູນການຕັ້ງຖິ່ນຖານ, ໂຄງສ້າງພື້ນຖານ, ການຂົນສົ່ງ ແລະອື່ນໆ.
ຕົວຢ່າງເຊັ່ນ SBS ໃຊ້ຂໍ້ມູນສຳມະໂນປະຊາກອນ ເພື່ອແນ່ໃຈວ່າ ເນື້ອຫາສະທ້ອນເຖິງການປ່ຽນແປງ ຂອງປະຊາກອນໃນປະເທດ.
ໃນຂນະທີ່ຂໍ້ມູນກ່ຽວກັບສຳມະໂນປະຊາກອນ ມີໃຫ້ໃນ 26 ພາສາຕ່າງໆ ໃນເວັບໄຊ ABS, ແຕ່ໃບສໍາຫຼວດ ຕ້ອງຖືກຂຽນເປັນພາສາອັງກິດ.
ຜູ້ທີ່ເວົ້າພາສາອື່ນ ນອກຈາກພາສາອັງກິດ ສາມາດຕິດຕໍ່ບໍຣິການແປພາສາ, ທີ່ໃຫ້ການເຂົ້າເຖິງນັກແປພາສາ ທີ່ເວົ້າໄດ້ຫຼາຍກວ່າ 150 ພາສາ.
Peter Doukas ເປັນປະທານຂອງ the Federation of Ethnic Communities Councils of Australia-FECCA.
ລາວກ່າວວ່າ ມັນສໍາຄັນທີ່ທຸກຄົນຈະໄດ້ເຂົ້າເຖິງການສໍາຫຼວດຢ່າງເທົ່າທຽມກັນ.
"ມັນຊັດເຈນວ່າ ອຸບປະສັກດ້ານພາສາມີມາໂດຍຕລອດ. ຜູ້ຄົນບໍ່ເຂົ້າໃຈວ່າ ການສໍາຫຼວດສຳມະໂນປະຊາກອນແມ່ນຫຍັງ. ແລະໃນສອງ-ສາມໂຄງການ ທີ່ພວກເຮົາໄດ້ເຮັດກັບ ABS, ສ່ວນຫຼາຍແມ່ນເພື່ອໃຫ້ການສໍາຫຼວດສຳມະໂນປະຊາກອນ ເຂົ້າເຖິງໄດ້ງ່າຍຂຶ້ນ, ທັງໃນດ້ານຂອງພາສາ ແລະໃນວິທີທີ່ເຫມາະສົມ ກັບວັດທະນະທັມ ເພື່ອໃຫ້ຄົນເຂົ້າໃຈວ່າ ພວກເຂົາບໍ່ໄດ້ໃຫ້ຂໍ້ມູນສ່ວນຕົວ ໃນວິທີທີ່ຈະຖືກນໍາໃຊ້ຕໍ່ຕ້ານພວກເຂົາ. ບາງຄັ້ງມີຄວາມອ່ອນໄຫວ ໃນການຕິດຕໍ່ກັບຣັດຖະບານດ້ວຍ. ດັ່ງນັ້ນ ການອະທິບາຍໃຫ້ສະມາຊິກຊຸມຊົນຮູ້ວ່າ ການສໍາຫຼວດສຳມະໂນປະຊາກອນ ແມ່ນຂະບວນການທີ່ຣັດຖະບານກາງ (Commonwealth Government) ເຮັດທຸກໆ 5 ປີ. ມັນບໍ່ເປັນອັນຕະຣາຍຕໍ່ພວກເຂົາ, ບໍ່ມີຄ່າໃຊ້ຈ່າຍໃດໆ, ແລະມັນໃຊ້ເພື່ອການເກັບຂໍ້ມູນປະຊາກອນທີ່ຖືກຕ້ອງ ເພື່ອຊ່ວຍທຸກຄົນ."
ທຸກຄົນໃນອົດສະເຕຣເລັຍຄາດວ່າ ຈະຕ້ອງເຮັດການສໍາຫຼວດປະຊາກອນ ແລະຈະໄດ້ຮັບຄໍາແນະນໍາຢ່າງເປັນທາງການ ຖ້າບໍ່ເຮັດໃນຄືນນັ້ນ.
ຖ້າພວກເຂົາປະຕິເສດ, ພວກເຂົາອາດຖືກດຳເນີນຄະດີ ແລະຖືກປັບ ໃໝເປັນເງິນສູງເຖິງ $364 ຕໍ່ມື້.
ເມື່ອຄືນນັ້ນໃກ້ເຂົ້າມາ, ຜູ້ຄົນຄວນລະວັງການຫລອກລວງ ທີ່ກ່ຽວກັບສຳມະໂນປະຊາກອນ.
ສໍານັກງານສະຖິຕິອອສເຕຣເລັຍ ຍັງເຕືອນຊາວອອສເຕຣເລັຍວ່າ ຈະບໍ່ຂໍຂໍ້ມູນຕ່າງໆ ເຊັ່ນ ລາຍລະອຽດທະນາຄານ, ເງິນ ຫຼືເງິນບໍຣິຈາກ, ລະຫັດຜ່ານ, ເອກກະສານປະຈໍາຕົວ, ຫຼືຫມາຍເລກແຟ້ມພາສີ (Tax File Number).
Hassan Hawatmeh, ໂຄສົກ ABS ໄດ້ສົນທະນາກັບ SBS Arabic ກ່ຽວກັບສິ່ງທີ່ປະຊາຊົນຄວນສັງເກດ ເພື່ອໃຫ້ແນ່ໃຈວ່າ ພວກເຂົາກໍາລັງຈັດການ ກັບເອກກະສານສຳມະໂນປະຊາກອນ ຢ່າງເປັນທາງການ.
"ຄອບຄົວຈະໄດ້ຮັບຈົດຫມາຍ ສໍາຫຼວດສຳມະໂນປະຊາກອນ. ຈົດຫມາຍຈະມີຄໍາແນະນໍາທັງຫມົດ, ຮວມທັງລະຫັດ 16 ໂຕອັກສອນ ແລະລະຫັດຜ່ານຊົ່ວຄາວ ເພື່ອໃຫ້ພວກເຂົາເຂົ້າລະບົບ ແລະຂຽນແບບຟອມສຳມະໂນປະຊາກອນ. ແບບຟອມສໍາຫຼວດ ມີພຽງແຕ່ຜ່ານເວັບໄຊ ABSເທົ່ານັ້ນ. ດັ່ງນັ້ນ ນີ້ແມ່ນສິ່ງທໍາອິດ. ຢ່າງທີສອງ, ພະນັກງານທຸກຄົນ ມີບັດປະຈໍາຕົວ. ພວກເຂົາຕ້ອງໃສ່ມັນຕລອດເວລາ. ດັ່ງນັ້ນ ນີ້ຄືການລະບຸວ່າ ພວກເຂົາມາຈາກ ABS ແລະມັນຈະມີຮູບຂອງພວກເຂົາ ພ້ອມຊື່ ແລະເລກພະນັກງານຂອງພວກເຂົາດ້ວຍ."
ລາຍງານໂດຍ Sydney Lang ແລະ Yasmine Alwakal ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






