ການຢ້ຽມຢາມຂອງ Trump ຄັ້ງນີ້ເປີດເຜີຍ ເຖິງການດຳເນີນການຢ່າງລະມັດລະວັງ ແລະລະອຽດອ່ອນ ທີ່ທັງສອງມະຫາອໍານາດຕ້ອງປະເຊີນ, ໂດຍທີ່ Taiwan, ຄວາມເຄັ່ງຕຶງທາງການຄ້າ ແລະທາງທະຫານ ຍັງມີທ່າທີ່ວ່າ ຈະທໍາລາຍຄວາມສໍາພັນ ລະຫວ່າງ Washington ແລະ Beijing. ເຖິງແມ່ນຈະມີຂັດແຍ່ງ, ທັງ Washington ແລະ Beijing ໄດ້ໃຊ້ເວລາຂອງການຢ້ຽມຢາມ ເພື່ອສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ຍັງສາມາດຈັດການໄດ້ ແລະການແຂ່ງຂັນ ລະຫວ່າງອາເມຣິກາ ແລະຈີນ ບໍ່ຈໍາເປັນ ຕ້ອງກາຍເປັນຄວາມຂັດແຍ້ງ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການປະຊຸມລະຫວ່າງ Trump ແລະ Xi.
ປະທານາທິບໍດີ ສະຫະຣັດອາເມຣິກາ Donald Trump ກ່າວວ່າ ປະເທດຈີນ ໄດ້ສເນີຈະຊ່ອຍສງົບຄວາມຂັດແຍ້ງ ລະຫວ່າງສະຫະຣັດອາເມຣິກາ ແລະ Iran, ຫລັງຈາກການເຈຣະຈາທີ່ສໍາຄັນ ກັບປະທານາທິບໍດີ Xi Jinping ໃນ Beijing ທີ່ເຈາະຈົງໃສ່ ສົງຄາມໃນຕາເວັນອອກກາງ, Strait of Hormuz ແລະຄວາມຢ້ານກົວທີ່ເພີ່ມຂຶ້ນ ກ່ຽວກັບຜົນກະທົບ ທາງເສດຖະກິດທົ່ວໂລກ.
ການຢ້ຽມຢາມຄັ້ງນີ້ ຍັງເປີດເຜີຍ ເຖິງການດຳເນີນການຢ່າງລະມັດລະວັງ ແລະລະອຽດອ່ອນ ທີ່ທັງສອງມະຫາອໍານາດຕ້ອງປະເຊີນ, ໂດຍທີ່ Taiwan, ຄວາມເຄັ່ງຕຶງທາງການຄ້າ ແລະທາງທະຫານ ຍັງມີທ່າທີ່ວ່າ ຈະທໍາລາຍຄວາມສໍາພັນ ລະຫວ່າງ Washington ແລະ Beijing.
Essam Al-Ghalib ລາຍງານ.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ມາເຖິງBeijing ໂດຍຕ້ອງການຄວາມຊ່ອຍເຫລືອຈາກຈີນ, ເຖິງແມ່ນວ່າ Trump ຈະບໍ່ຍອມຮັບຢ່າງເປີດເຜີຍກໍຕາມ.
ໂດຍທີ່ສົງຄາມກັບIran ດໍາເນີນຕໍ່ໄປ ພາຍໃຕ້ການຢຸດຍິງທີ່ອ່ອນແອ, ຕລາດນ້ຳມັນທີ່ຜັນຜວນ ແລະຄວາມເຄັ່ງຕຶງ ຍັງເກີດຂຶ້ນຢູ່ຮອບ Strait of Hormuz, White House ຮູ້ວ່າ Beijing ອາດເປັນຫນຶ່ງ ໃນສອງສາມເມືອງ ທີ່ມີອິດທິພົນຕໍ່ Tehran ຢ່າງແທ້ຈິງ.
ແລະຢູ່ຂ້າງໃນ ຂອງຫໍປະຊຸມໃຫຍ່ຂອງປະຊາຊົນ (the Great Hall of the People), Iran ໄດ້ກາຍເປັນຈຸດສໍາຄັນ ຂອງການເຈຣະຈາ ລະຫວ່າງຜູ້ນໍາທັງສອງ.
Donald Trump ກ່າວວ່າ ປະທານາທິບໍດີ Xi ໄດ້ສເນີວ່າ ຈະຊ່ວຍໃຫ້ວິກິດສງົບລົງ ແລະເປີດຊ່ອງແຄບ Hormuz ຄືນອີກ.
"ປະທານາທິບໍດີ Xi ຢາກເຫັນການຕົກລົງກັນ. ແລະລາວໄດ້ສເນີ, ລາວເວົ້າວ່າ, ຖ້າຫາກຂ້າພະເຈົ້າ ສາມາດຊ່ວຍເຫລືອໄດ້, ຂ້າພະເຈົ້າ ຢາກຊ່ອຍເຫລືອ. ແຕ່ລາວເວົ້າວ່າ, 'ຂ້າພະເຈົ້າ ຢາກຊ່ອຍເຫລືອ. ຖ້າຫາກ ສາມາດຊ່ອຍເຫລືອໄດ້,' ລາວຢາກເຫັນຊ່ອງແຄບ Hormuz ເປີດ."
The Strait of Hormuz ມີນ້ຳມັນ ປະມານຫນຶ່ງສ່ວນຫ້າຂອງໂລກ, ແລະການປິດຂອງມັນ ໄດ້ກະທົບກະເທືອນ ຕໍ່ຕລາດພະລັງງານທົ່ວໂລກ.
ຈີນ ເປັນປະເທດຫຼັກ ທີ່ມີສ່ວນໃນການຮັກສາ ການຂົນສົ່ງທາງນ້ຳນີ້ໃຫ້ເປີດຢູ່; ເນື່ອງຈາກວ່າ ມັນເປັນປະເທດທີ່ຊື້ນ້ຳມັນ ຫລາຍທີ່ສຸດ ຈາກIran.
ແຕ່ໃນຂນະທີ່ຈີນ ຢາກໃຫ້ຊ່ອງແຄບເປີດ ເພື່ອປົກປ້ອງຜົນປໂຍດດ້ານພະລັງງານຂອງຕົນ, Washington ກໍຍັງຕ້ອງການ ຫຼັກປະກັນວ່າ Beijing ຈະບໍ່ເພີ່ມຄວາມເຂັ້ມແຂງ ທາງດ້ານທະຫານໃຫ້ກັບ Iran.
ປະທານາທິບໍດີ Trump ກ່າວກັບ Fox News ວ່າ ຈີນໄດ້ໃຫ້ຄໍາຫມັ້ນສັນຍາ ທີ່ສໍາຄັນຢ່າງຫນຶ່ງ-ວ່າປະເທດຈີນ ຈະບໍ່ສົ່ງອຸປະກອນການທະຫານ ໄປໃຫ້ Iran.
"ລາວບອກວ່າ ລາວຈະບໍ່ໃຫ້ອຸປະກອນການທະຫານ. ນັ້ນເປັນຄໍາຖແລງທີ່ຍິ່ງໃຫຍ່. ລາວໄດ້ກ່າວໃນມື້ນີ້. ລາວໄດ້ກ່າວຢ່າງຫນັກແຫນ້ນ. ແຕ່ໃນເວລາດຽວກັນ, ລາວໄດ້ເວົ້າວ່າ, ເຂົາເຈົ້າຊື້ນ້ຳມັນຢ່າງຫລວງຫລາຍ ຈາກທີ່ນັ້ນ ແລະເຂົາເຈົ້າຢາກເຮັດສິ່ງນັ້ນຕໍ່ໄປ."
ຕໍ່ມາ Marco Rubio ຣັດຖະມົນຕີການຕ່າງປະເທດ ອາເມຣິກາ ໄດ້ແນະນໍາວ່າ ການເຈຣະຈານັ້ນ ໄດ້ກໍ່ໃຫ້ເກີດການຕົກລົງກັນ ທີ່ຫາໄດ້ຍາກຫນ້ອຍຫນຶ່ງ ລະຫວ່າງ Washington ແລະ Beijing: ວ່າ Iran ບໍ່ຄວນໃຊ້ Strait of Hormuz ເປັນອາວຸດ.
"ຝ່າຍຈີນກ່າວວ່າ ເຂົາເຈົ້າບໍ່ເຫັນພ້ອມ ກັບການທະຫານຢູ່ໃນຊ່ອງແຄບ Hormuz, ແລະເຂົາເຈົ້າບໍ່ສນັບສນູນ ລະບົບການຈ່າຍຄ່າຜ່ານຊ່ອງແຄບນັ້ນ. ແລະນັ້ນຄືຈຸດຢືນຂອງພວກເຮົາ. ພວກເຮົາບໍ່ສນັບ ສນູນ, ພວກເຮົາຈະບໍ່ສນັບສນູນ ລະບົບການເກັບຄ່າຜ່ານ Strait of Hormuz ຂອງ Iran ແລະພວກເຮົາບໍ່ຄິດວ່າ ພວກເຂົາມີສິດ ທີ່ຈະວາງລະເບີດ ຢູ່ໃນນ່ານນ້ຳສາກົນ. ສະນັ້ນ, ມັນຈຶ່ງເປັນສິ່ງດີທີ່ ພວກເຮົາມີພັນທະມິດ ຫລືຢ່າງຫນ້ອຍ ກໍມີຄວາມເຫັນດຽວກັນໃນເລື່ອງນີ້."
Mr Rubio ກ່າວວ່າ ຈີນຍັງໄດ້ກ່າວຢ້ຳອີກວ່າ Iran ບໍ່ຄວນມີອາວຸດNuclear.
"Iran ເປັນຜູ້ລົງນາມ ໃນສົນທິສັນຍາ ການບໍ່ແພ່ຂຍາຍອາວຸດ (Non Proliferation Treaty). ສະນັ້ນ, ເຂົາເຈົ້າຈຶ່ງບໍ່ຄວນມີອາວຸດ Nuclear. ແລະເຂົາເຈົ້າ ໄດ້ກ່າວຢ້ຳຈຸດນີ້ອີກ...ໃນມື້ນີ້."
ໃນຂນະທີ່ Mr Trump ແລະປະທານາທິບໍດີ Xi ໄດ້ພົບກັນໃນ Beijing, ຄວາມຂັດແຍ້ງໃນ Iran ຍັງບົດບັງກອງປະຊຸມສຸດຍອດ ຂອງຣັດຖະມົນຕີ ການຕ່າງປະເທດຂອງ BRICS ໃນ New Delhi, ປະເທດອິນເດັຍ,ຊຶ່ງລາຄານ້ຳມັນທີ່ສູງຂຶ້ນ ແລະຄວາມຢ້ານກົວ ກ່ຽວກັບຜົນກະທົບ ຕໍ່ເສດຖະກິດໃນວົງກວ້າງ ມີອິດທິພົນໃນການເຈຣະຈາ.
ຣັດຖະມົນຕີການຕ່າງປະເທດ Iran, Abbas Araghchi, ໄດ້ຫາລືກັບຣັດຖະມົນຕີ ການຕ່າງປະເທດຣັດເຊັຍ, Sergei Lavrov, ຢູ່ນອກກອງປະຊຸມ.
ແຕ່ໃນຂນະທີ່ປັນຫາກ່ຽວກັບ Iran ເປັນຫົວຂໍ້ສຳຄັນ ຂອງການປະຊຸມນັ້ນ, ບັນຫາອີກຢ່າງຫນຶ່ງ ຍັງຄົງຢູ່ເບື້ອງຫຼັງໃນ Beijing: ນັ້ນກໍແມ່ນເລື້ອງກ່ຽວກັບ Taiwan.
ບົດສລຸບ ຢ່າງເປັນທາງການຂອງຈີນກ່າວວ່າ ປະທານາທິບໍດີ Xi ໄດ້ເຕືອນ Mr Trump ວ່າ Taiwan ຍັງເປັນປະເດັນທີ່ລະອຽດອ່ອນທີ່ສຸດ ໃນຄວາມສໍາພັນ ລະຫວ່າງຈີນ ແລະສະຫະຣັດອາເມຣິກາ, ແລະວ່າ ການຈັດການກັບມັນ ໃນທາງທີ່ບໍ່ຖືກຕ້ອງ ອາດສ່ຽງຕໍ່ການປະເຊີນຫນ້າກັນ.
ເຖິງຢ່າງໃດກໍຕາມ, ຜູ້ນໍາຈີນ ໄດ້ກ່າວຢ່າງໜັກແໜ້ນ ແລະເປີດເຜີຍ.
ໃນງານລ້ຽງຂອງຣັດ ຢູ່ໃນຫໍປະຊຸມໃຫຍ່, ປະທານາທິບໍດີ Xi Jinping ໄດ້ກຳໜົດ ຂອບຄວາມສໍາພັນວ່າ ມີຄວາມສໍາຄັນເກີນກວ່າຈະລົ້ມເຫລວ.
"ພວກເຮົາທັງສອງ ເຫັນພ້ອມວ່າ ຄວາມສໍາພັນລະຫວ່າງຈີນ ແລະສະຫະຣັດອາເມຣິກາ ເປັນຄວາມສໍາພັນທີ່ສໍາຄັນທີ່ສຸດ ຂອງສອງຝ່າຍໃນໂລກໃນປັດຈຸບັນ. ເຮົາຕ້ອງເຮັດໃຫ້ມັນເປັນໄປໄດ້, ແລະຢ່າເຮັດໃຫ້ຜິດພາດ. ທັງຈີນ ແລະສະຫະຣັດອາເມຣິກາ ຈະໄດ້ຮັບຜົນປໂຍດ ຈາກການຮ່ວມມື ແລະຈະໄດ້ຮັບຄວາມສູນເສັຍ ຈາກການປະເຊີນຫນ້າ.ປະເທດທັງສອງຂອງເຮົາ ຄວນເປັນຫຸ້ນສ່ວນ ແທນທີ່ຈະເປັນຄູ່ແຂ່ງ. ພວກເຮົາ ໄດ້ຕົກລົງທີ່ສ້າງຈະຄວາມສໍາພັນທີ່ສ້າງສັນ, ສ້າງຄວາມຫມັ້ນຄົງທາງດ້ານຍຸດທະສາດ ເພື່ອສົ່ງເສີມການພັດທະນາທີ່ຫມັ້ນຄົງ, ແລະຍືນຍົງຂອງຈີນ-ສະຫະຣັດອາເມຣິກາ. ແລະນໍາມາຊຶ່ງສັນຕິພາບ, ຄວາມຈະເຣີນຮຸ່ງເຮືອງ ແລະຄວາມກ້າວຫນ້າມາສູ່ໂລກ."
ພາຍໃຕ້ການຈັດຕຽມຢ່າງລະມັດລະວັງ ແລະພາສາທາງການທູດ, ຄວາມເຄັ່ງຕຶງ ກໍຍັງສູງຢູ່.
ປະເທດຈີນ ຍັງເພີ່ມຄວາມກົດດັນທາງທະຫານ ຢູ່ອ້ອມຮອບ Taiwan, ໃນຂນະທີ່ Washington ຍັງຕັ້ງໃຈ ທີ່ຈະຊ່ອຍເຫລືອ Taiwan ໃນການປ້ອງກັນຕົນເອງ.
Mr Rubio ກ່າວວ່າ ສະຫະຣັດອາເມຣິກາ ບໍ່ໄດ້ປ່ຽນຈຸດຢືນຂອງຕົນ.
"ການບັງຄັບ ໃຫ້ປ່ຽນສະຖານະການທີ່ເປັນຢູ່ ແລະສະຖານະການທີ່ເກີດຂຶ້ນໃນຂນະນີ້ ຈະສົ່ງຜົນເສັຍຕໍ່ທັງສອງປະເທດ. ສິ່ງຫນຶ່ງທີ່ຈີນໄດ້ເນັ້ນຫນັກ, ຊຶ່ງພວກເຮົາກໍເຫັນພ້ອມ ແມ່ນຄວາມຫມັ້ນຄົງທາງຍຸດທະສາດ ໃນຄວາມສໍາພັນຂອງພວກເຮົາ, ມັນແມ່ນຄວາມສໍາພັນທີ່ສ້າງສັນ, ແຕ່ຍັງເປັນສິ່ງທີ່ສ້າງຄວາມຫມັ້ນຄົງທາງຍຸດທະສາດ ເພື່ອວ່າພວກເຮົາ ຈະບໍ່ມີຄວາມເຂົ້າໃຈຜິດ ທີ່ຈະນໍາໄປສູ່ຄວາມຂັດແຍ້ງ ໃນວົງກວ້າງ."
ເຖິງແມ່ນຈະມີຂັດແຍ່ງ, ທັງ Washington ແລະ Beijing ໄດ້ໃຊ້ເວລາຂອງການຢ້ຽມຢາມ ເພື່ອສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ຍັງສາມາດຈັດການໄດ້ ແລະການແຂ່ງຂັນ ລະຫວ່າງອາເມຣິກາ ແລະຈີນ ບໍ່ຈໍາເປັນ ຕ້ອງກາຍເປັນຄວາມຂັດແຍ້ງ.
ແລ ະຕໍ່ໄປເດ?
ຕໍ່ໄປ ກໍແມ່ນງານລ້ຽງນ້ຳຊາ ກ່ອນປະທານາທິບໍດີ ສະຫະຣັດອາເມຣິກາ ຈະກັບຄືນໄປ Washington.
ລາຍງານໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






