ຄວາມເຈັບປວດຊໍາເຮື້ອຂອງເດັກນ້ອຍອອສເຕຣເລັຍ.
ຫນຶ່ງໃນຫ້າຄົນ ຂອງເດັກນ້ອຍອອສເຕຣເລັຍ ຕ້ອງທົນທຸກທໍຣະມານຈາກຄວາມເຈັບປວດຊໍາເຮື້ອ.
ແຕ່ການວິຈັຍໃຫມ່ ສະແດງໃຫ້ເຫັນວ່າ ບັນຫາສ່ວນຫລາຍ ບໍ່ຖືກເອົາໃຈໃສ່, ຊຶ່ງນໍາໄປສູ່ການຊັກຊ້າ ໃນການວິນິສັຍ ແລະການປິ່ນປົວ.
ຕາມທີ່ Mahnaz Angury, Sue Lannin ແລະ Deborah Groarke ລາຍງານ, ສິ່ງນີ້ ສາມາດກະທົບກະເທືອນ ຕໍ່ການພັດທະນາທາງຮ່າງກາຍ ແລະຈິດໃຈ ຂອງເຂົາເຈົ້າ.
ຄວາມຮັກຂອງ Sienna ໃນການຂີ່ມ້າ ໄດ້ເລີ່ມຕົ້ນ ເມື່ອນາງຮຽນຂີ່ມ້າທີ່ເປັນຂອງຂວັນວັນເກີດ ຄົບຮອບ 7 ປີຂອງນາງ.
"ເປົ້າຫມາຍ ໃນຊີວິດຂອງຂ້ອຍ ຄືການເປັນນັກກິລາໂອລິມປິກ, ນັ້ນຄື ສິ່ງທີ່ຂ້ອຍຢາກເຮັດ. ສະນັ້ນ, ມັນຈຶ່ງເປັນເລື່ອງໜ້າເສົ້າໃຈຫຼາຍ ທີ່ບໍ່ສາມາດເຮັດສິ່ງນັ້ນໄດ້, ແມ່ນແຕ່ເລື່ອງເລັກນ້ອຍ, ບໍ່ຕ້ອງເວົ້າເຖິງ ການແຂ່ງຂັນກິລາໂອລິມປິກ."
ເຫດຜົນທີ່ Sienna ຊຶ່ງຕອນນີ້ອາຍຸ 19 ປີແລ້ວ ຕ້ອງເລີກລົ້ມ ຈາກຄວາມຮັກຂອງນາງຕໍ່ມ້າ-ໂດຍສະເພາະ ການຂີ່ມ້າສະແດງ (Showjumping)-ແມ່ນຄວາມເຈັບປວດຊໍາເຮື້ອ.
ນາງເວົ້າວ່າ ມັນໄດ້ເລີ່ມຕົ້ນ ຕອນນາງມີອາຍຸໄດ້ 5 ປີ-ແຕ່ເມື່ອບໍ່ດົນມານີ້ ມັນແຮງເກີນກວ່າຈະທົນໄດ້, ເຮັດໃຫ້ Sienna ຂາຍມ້າຂອງນາງທີ່ຊື່ Tinkerbell.
"ມັນຍາກຫລາຍ ທີ່ຈະແຍກຈາກມ້າໂຕນັ້ນ. ແມ່ນແຕ່ ໃນເວລານີ້ ຫຼາຍຄົນ, ທ່ານຫມໍ ກໍບອກຂ້ອຍວ່າ, "ໃຫ້ຮັບມືກັບຄວາມເຈັບປວດຂາ." ທ່ານບໍ່ເຂົ້າໃຈວ່າ ມັນຮ້າຍແຮງປານໃດ. ທີ່ຮ້າຍແຮງກວ່ານັ້ນ ແມ່ນການບໍ່ຮູ້ສາເຫດ ຂອງຄວາມເຈັບປວດນັ້ນ. ເຊັນຄວາມເຈັບຄໍຂອງຂ້ອຍ ຂ້ອຍຮູ້ວ່າມີສາເຫດ, ຂ້ອຍຮູ້ວ່າ ມີວິທີແກ້ໄຂ ແລະຂ້ອຍຮູ້ວ່າ ຈະເຮັດແນວໃດ ເພື່ອບັນເທົາມັນ. ຂ້ອຍບໍ່ຮູ້ວ່າ ຈະເຮັດແນວໃດ ເພື່ອບັນເທົາຄວາມເຈັບ ທີ່ຂາຂອງຂ້ອຍ."
ການຄົ້ນຄວ້າໃຫມ່ ໄດ້ເປີດເຜີຍວ່າ ມີຄົນຫນຸ່ມຫລາຍຄົນ ຄືກັນກັບ Sienna.
ຫນຶ່ງໃນ 5 ຄົນຂອງເດັກນ້ອຍ ໃຊ້ຊີວິດ ຢູ່ກັບຄວາມເຈັບປວດຊໍາເຮື້ອ.
ການຄົ້ນຄວ້າອື່ນໆ ໄດ້ຢືນຢັນແລ້ວວ່າ ຜົນສະທ້ອນຈາກສະພາບການຂອງເຂົາເຈົ້າ ແມ່ນໃຫຍ່ຫລວງ.
ຄົນຫນຸ່ມ ທີ່ມີຄວາມເຈັບປວດຊໍາເຮື້ອ ທີ່ບໍ່ໄດ້ຮັບການປິ່ນປົວ ຫລືໄດ້ຮັບການປິ່ນປົວບໍ່ພຽງພໍ ມັກຈະອອກຈາກໂຮງຮຽນ ແລະສາມາດແຍກຕົວ ແລະໂດດດ່ຽວທາງສັງຄົມ.
Nicolette Ellis ຈາກກຸ່ມສນັບສນູນ Chronic Pain Australia ກ່າວວ່າ ເຂົາເຈົ້າ ມີຄວາມສ່ຽງຫລາຍ ຕໍ່ບັນຫາເລື່ອງສຸຂະພາບທາງຈິດໃຈ ເຊັ່ນຄວາມວິຕົກກັງວົນ ແລະພາວະຊຶມເສົ້າ.
ແລະນາງເວົ້າວ່າ ຄອບຄົວຂອງເຂົາເຈົ້າ ກໍໄດ້ຮັບຜົນກະທົບຄືກັນ, ພໍ່ແມ່ ຂາດວຽກ, ແລະອ້າຍເອື້ອຍນ້ອງ ກໍຖືກກີດກັນ.
"ມີການຂາດໂຮງຮຽນ 22 ເປີເຊັນ. ສະນັ້ນ, ເທົ່າກັບຫນຶ່ງມື້ຕໍ່ອາທິດ.ເຮົາຮູ້ວ່າ ຈາກມຸມມອງດ້ານພັດທະນາ, ສິ່ງໃດກໍຕາມ ທີ່ຫລາຍກວ່າ 10ເປີເຊັນ ຂອງການຂາດໂຮງຮຽນ ຈະມີຜົນກະທົບ ຕໍ່ການພັດທະນາ ແລະວິທີ ທີ່ເຂົາເຈົ້າຈະເຕີບໂຕໃນຊີວິດ."
ການຂໍຄວາມຊ່ວຍເຫຼືອ ກໍບໍ່ແມ່ນເລື່ອງງ່າຍ.
ຜູ້ຊ່ຽວຊານເຊັ່ນ Professor Manuela Ferreira ນັກຄົ້ນຄວ້າເລື່ອງສຸຂະພາບ ທີ່ຮູ້ຈັກກັນທົ່ວໂລກກ່າວວ່າ ສ່ວນຫນຶ່ງຂອງບັນຫາ ແມ່ນຄວາມເຈັບປວດຊໍາເຮື້ອ ສ່ວນຫລາຍມັກຖືກເບິ່ງວ່າ ເປັນສິ່ງທີ່ເກີດຂຶ້ນກັບຜູ້ສູງອາຍຸ ຊາວ ເທົ່ານັ້ນ.
ນາງຢາກໃຫ້ ມີການດຳເນີນການຫລາຍກວ່າເກົ່າ ກ່ຽວກັບຄວາມເຈັບປວດຊໍາເຮື້ອ ໃນຄົນຫນຸ່ມ.
"ຄວາມເຈັບປວດຫລັງ ແລະຄໍ ບໍ່ຈໍາແນກອາຍຸ. ເຮົາຈຳເປັນຕ້ອງຮູ້ ຜ່ານການຄົ້ນຄວ້າ ວ່າການດູແລທີ່ດີທີ່ສຸດ ສໍາລັບກຸ່ມອາຍຸນັ້ນ ແມ່ນຫຍັງ."
Professor Manuela Ferreira ກ່າວວ່າ ຍັງມີບ່ອນ ທີ່ວິທີລະບົບສຸຂະພາບ ຮັບມືກັບຄວາມເຈັບປວດຊໍາເຮື້ອໂດຍຮວມ ໃຫ້ດີຂຶ້ນ.
ອອສເຕຣເລັຍ ມີຄະລີນິກສໍາລັບເດັກນ້ອຍ ພຽງແຕ່ຫົກບ່ອນທົ່ວປະເທດ, ແລະສ່ວນຫລາຍແລ້ວ ຈະຮັບຜູ້ປ່ວຍ ຈາກການແນະນຳຂອງນາຍໝໍ ພຽງແຕ່ປະມານ 250 ຄົນຕໍ່ປີ.
ນີ້ຫມາຍຄວາມວ່າ ເວລາລໍຖ້າໂດຍສເລັ່ຍ ສໍາລັບເດັກນ້ອຍ ທີ່ຈະໄດ້ນັດຫມາຍກັບນາຍໝໍ ແມ່ນລະຫວ່າງ ຫນຶ່ງເຖິງສາມປີ.
"ຕົວຢ່າງ, ຖ້າທ່ານພິຈາຣະນາ ຄວາມເຈັບປວດຫຼັງ, ບໍ່ພຽງແຕ່ໃນອອສເຕຣເລັຍເທົ່ານັ້ນ ແຕ່ທົ່ວໂລກ, ຈໍານວນກໍຣະນີ ກໍາລັງເພີ່ມຂຶ້ນ ໃນຊ່ວງຫຼາຍປີທີ່ຜ່ານມາ. ຖ້າຫາກທ່ານຄິດວ່າ ມີຈັກຄົນໃນຈໍານວນຄົນເຫລົ່ານັ້ນ ທີ່ຈະມາຫາທ່ານຫມໍ, ກາຍບຳບັດ, ຜົນກະທົບຕໍ່ລະບົບ ກໍຈະເພີ່ມຂຶ້ນ. ເຮົາຕຽມພ້ອມສໍາລັບສິ່ງນັ້ນຫຼືບໍ?"
ສໍາລັບ Sienna, ນາງພຽງແຕ່ຢາກໃຫ້ຜູ້ຄົນຄຶດວ່າ ຄວາມເຈັບປວດຂອງນາງ ແມ່ນເລື້ອງຈິງ.
"ຜູ້ຄົນບໍ່ເຊື່ອເຈົ້າເລີຍ. ໂດຍສະເພາະຜູ້ຍິງທີ່ຍັງເປັນສາວ. ເຂົາເຈົ້າມັກຈະຄິດວ່າ ທ່ານເປັນຄົນມັກສະແດງລະຄອນ ແລະນັ້ນບໍ່ດີເລີຍ. ແລະບໍ່ມີໃຜຟັງທ່ານແທ້ໆ-ແລະຜູ້ຄົນກໍຍັງບໍ່ຟັງຂ້ອຍຢູ່"
ເນື້ອເລື່ອງໂດຍ Mahnaz Angury, Sue Lannin ແລະ Deborah Groarkeຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດ ຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao