ວັນພົນລະເມືອງອອສເຕຣເລັຍ

Allan Lee (2nd left) joined the group of Australia's newest citizens in a ceremony in the City of Coffs Harbour in New South Wales_SBS.jpg

Allan Lee ນັກຂ່າວ ຂອງ SBS News (ທີສອງຈາກຊ້າຍ) ໄດ້ກາຍເປັນພົນລະເມືອງ ອອສເຕຣເລັຍ ແລ້ວ.

ວັນທີ 17 ເດືອນກັນຍາ ໄດ້ຖືກເລືອກໃຫ້ເປັນມື້ ທີ່ຮັບຮູ້ກົດຫມາຍ ທີ່ກໍ່ໃຫ້ເກີດຄວາມຄິດ ເລື່ອງການເປັນພົນລະເມືອງ ຂອງອອສເຕຣເລັຍ ພາຍໃຕ້ກົດຫມາຍ ເລື່ອງສັນຊາດ ແລະພົນລະເມືອງ (Nationality and Citizenship Act) ໃນປີ 1948. ແນວຄິດນັ້ນ ໄດ້ຖືກນໍາໃຊ້ໃນປີ 2001, ຊຶ່ງເປັນປີຄົບຮອບ 100 ປີຂອງສະຫະພັນ (the Centenary of Federation), ຕາມຄໍາແນະນໍາ ສໍາລັບວັນພິເສດ ເພື່ອສເລີມສລອງ ການເປັນພົນລະເມືອງ ຂອງອອສເຕຣເລັຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ວັນພົນລະເມືອງອອສເຕຣເລັຍ.

ຫລາຍພັນຄົນ ກໍາລັງສເລີມສລອງ ການເປັນຊາວອອສເຕຣເລັຍໃຫມ່, ໃນຂນະທີ່ ສະພາທ້ອງຖິ່ນ ໄດ້ຈັດພິທີທົ່ວປະເທດ ສໍາລັບວັນພົນລະເມືອງ ອອສເຕຣເລັຍ (17 Sept).

SBS ໄດ້ລົມກັບພົນລະເມືອງໃຫມ່ບາງຄົນ.

Wing Kuang ແລະ Naveen Razik ລາຍງານ.

Evie Wong ຜູ້ທີ່ເກີດຢູ່ Taiwan, ເວົ້າວ່າ ນາງຕື່ນເຕັ້ນ ທີ່ຈະກາຍເປັນພົນລະເມືອງອອສເຕຣເລັຍ.

ທັງໝົດນີ້ ໄດ້ຖືກປະກາດຢ່າງເປັນທາງການ ໃນພິທີໃນເມືອງ Canberra.

"ອອສເຕຣເລັຍ ເປັນປະເທດທີ່ດີເລີດ. ສະພາບແວດລ້ອມກໍດີຫຼາຍ, ທຸກຄົນກໍເປັນມິດ, ແລະໂອກາດທີ່ນີ້ກໍຍິ່ງໃຫຍ່-ເຊັ່ນເລື້ອງການທໍາງານ, ຫລືລ້ຽງດູຄອບຄົວ, ມັນເປັນບ່ອນທີ່ດີຫລາຍ."

ນອກຈາກນັ້ນ ໃນພິທີມອບສັນຊາດ ຍັງມີ Chin Mun Lim ອາຍຸ 29 ປີທີ່ເກີດຢູ່ປະເທດມາເລເຊັຍ.

"ຂ້ອຍພົບວ່າ (ອອສເຕຣເລັຍ) ເປັນປະເທດທີ່ ສະບາຍ, ສະບາຍ ແລະຜ່ອນຄາຍຫຼາຍ ຕອນຂ້ອຍມາສຶກສາເທື່ອທໍາອິດ. ຂ້ອຍມັກກາເຟ, ກາເຟດີຫຼາຍ ເມື່ອປຽບທຽບກັບປະເທດມາເລເຊັຍ."

ຜູ້ຄົນຈາກຫຼາຍກວ່າ 140 ປະເທດ ໄດ້ເຂົ້າຮ່ວມພິທີ ທີ່ຈັດຂຶ້ນເປັນເວລາ24 ຊົ່ວໂມງ ສໍາລັບວັນສັນຊາດອອສເຕຣເລັຍ (17 ກັນຍາ).

ແນວຄິດນັ້ນ ໄດ້ຖືກນໍາໃຊ້ໃນປີ 2001, ຊຶ່ງເປັນປີຄົບຮອບ 100 ປີຂອງສະຫະພັນ (the Centenary of Federation), ຕາມຄໍາແນະນໍາ ສໍາລັບວັນພິເສດ ເພື່ອສເລີມສລອງ ການເປັນພົນລະເມືອງ ຂອງອອສເຕຣເລັຍ.

ວັນທີ 17 ເດືອນກັນຍາ ໄດ້ຖືກເລືອກໃຫ້ເປັນມື້ ທີ່ຮັບຮູ້ກົດຫມາຍ ທີ່ກໍ່ໃຫ້ເກີດຄວາມຄິດ ເລື່ອງການເປັນພົນລະເມືອງ ຂອງອອສເຕຣເລັຍ ພາຍໃຕ້ກົດຫມາຍ ເລື່ອງສັນຊາດ ແລະພົນລະເມືອງ (Nationality and  Citizenship Act) ໃນປີ 1948.

ໃນວັນທີ 17 ເດືອນກັນຍາ ຂອງປີ 1973, ມັນໄດ້ຖືກປ່ຽນຊື່ວ່າ ກົດຫມາຍ ການເປັນພົນລະເມືອງອອສເຕຣເລັຍ (the Australian Citizenship Act).

ໃນປີທໍາອິດຂອງກົດຫມາຍ, ເກືອບ 2,500 ຄົນໄດ້ກາຍເປັນພົນລະເມືອງ (2,493ຄົນ) ຈາກຫຼາຍກວ່າ 35 ສັນຊາດທີ່ແຕກຕ່າງກັນ.

ຫ້າສັນຊາດທຳອິດ ໃນເວລານັ້ນໄດ້ແກ່: Italian, Polish, Greek, Germanແລະ Yugoslav.

ນັບແຕ່ນັ້ນມາ, ຫລາຍກວ່າ 6.2 ລ້ານຄົນ ໄດ້ກາຍເປັນພົນລະເມືອງ ອອສເຕຣເລັຍ ໂດຍການມອບໃຫ້-ຮວມທັງ 165,000 ຄົນໃນ 12 ເດືອນ ເຖິງເດືອນມິຖຸນາ, ຊຶ່ງມາຈາກຫລາຍກວ່າ 190 ສັນຊາດທີ່ແຕກຕ່າງກັນ.

ປະເທດເກີດຫ້າອັນດັບທຳອິດ ໃນປັດຈຸບັນ ໄດ້ແກ່ New Zealand, India, the U-K, Philippines ແລະ Vietnam.

(ຊາວອັງກິດ ທີ່ອາສັຍຢູ່ໃນອອສເຕຣເລັຍເປັນເວລາຫ້າປີ ກ່ອນວັນທີ 26 ມັງກອນ ປີ 1949 ຈະກາຍເປັນພົນລະເມືອງ ອອສເຕຣເລັຍ ໂດຍອັດຕະໂນມັດ. ຊາວ Aboriginal ແລະ Torres Strait Islanders ກໍໄດ້ຮັບການເປັນພົນລະເມືອງ ອອສເຕຣເລັຍຄືກັນ ໃນເວລານັ້ນ, ແຕ່ກົດຫມາຍເລື່ອງພົນລະເມືອງ ໄດ້ກີດກັນເຂົາເຈົ້າ ຈາກການລົງຄະແນນເລືອກຕັ້ງ, ຈົນເຖິງປີ 1962).

ກ່ອນໜ້ານີ້, ກົດຫມາຍພົນລະເມືອງ ບໍ່ໄດ້ຮວມຜູ້ອົບພະຍົບ ຈາກປະເທດ ທີ່ຢູ່ນອກເຂດຢູໂຣບ ເນື່ອງຈາກນະໂຍບາຍ ອອສເຕຣເລັຍຂາວ (the White Australia Policy).

ໃນປີ 1957, ກົດຫມາຍໄດ້ຖືກແກ້ໄຂ ເພື່ອຮວມເອົາຜູ້ອົບພະຍົບ ທີ່ບໍ່ແມ່ນຊາວຢູໂຣບ, ແຕ່ຖ້າຫາກເຂົາເຈົ້າ ເປັນຜູ້ອາສັຍຢູ່ໃນອອສເຕຣເລັຍ ເປັນເວລາ 15 ປີ.

ນັບຕັ້ງແຕ່ ການຜ່ານກົດຫມາຍສັນຊາດ ແລະພົນລະເມືອງ ປີ 1948,ມັນໄດ້ຖືກແກ້ໄຂ ຫລາຍກວ່າ 30 ເທື່ອ, ສະທ້ອນເຖິງທັດສະນະຄະຕິ ທີ່ປ່ຽນໄປ ຕໍ່ການຍ້າຍຖິ່ນຖານ.

Allan Lee ຊາວ New Zealander ເປັນຄົນຫນຶ່ງ ໃນບັນດາຊາວອອສເຕຣເລັຍໃຫມ່ 50 ຄົນທີ່ໄດ້ໄປຮ່ວມພິທີ ໃນເມືອງ Coffs Harbour ໃນ New South Wales.

ໃນຖານະນັກຂ່າວ ຂອງ SBS News ລາວໄດ້ລາຍງານ ວັນພົນລະເມືອງ (the Citizenship Day) ໃນສອງສາມປີທີ່ຜ່ານມາ, ແຕ່ Mr Lee ກ່າວວ່າລາວຍັງພົບວ່າ ພິທີນັ້ນເປັນສິ່ງທີ່ປະທັບໃຈຫລາຍ.

"ມັນໄດ້ຖືກຈັດຂຶ້ນຢ່າງສວຍງາມ ໃນເມືອງ Coffs Harbour. ເຈົ້າເມືອງກໍຢູ່ທີ່ນັ້ນ, ແລະຜູ້ແທນທ້ອງຖິ່ນຂອງພວກເຮົາ. ເຈົ້າເມືອງ ໄດ້ຈັດການເລື່ອງນີ້. ມັນເປັນມິດຫລາຍ, ແຕ່ພວກເຮົາໄດ້ເຮັດພິທີການທັງໝົດຢ່າງຖືກຕ້ອງ. ພວກເຮົາ ຮູ້ສຶກໄດ້ຮັບການຕ້ອນຮັບຢ່າງດີ. ພວກເຮົາຮູ້ສຶກວ່າ ມັນເປັນມື້ທີ່ພິເສດຫລາຍ."

ເພື່ອເປັນການສເລີມສລອງວັນພິເສດນີ້, Mr Lee ໄດ້ໃສ່ສາຍຄໍ ທີ່ມີຫີນທີ່ມີຄ່າ ຊຶ່ງຊາວ Māori ແລະນິວຊີແລນ ເຄົາຣົບນັບຖື ທີ່ເອີ້ນວ່າ Pounamu ຫລືຫີນຂຽວ.

ລາວເວົ້າວ່າ ລາວຖືເປັນກຽດ ໃນການເປັນພົນລະເມືອງ ດ້ວຍຄວາມເຄົາຣົບຢ່າງຍິ່ງ.

"ນີ້ຄືກຸ່ມຄົນ ທີ່ພວກເຮົາທຸກຄົນ ກໍາລັງສມັກເປັນພົນລະເມືອງອອສເຕຣເລັຍ. ແລະແມ່ນແລ້ວ, ນັ້ນຈະນໍາມາຊຶ່ງປໂຍດອັນມະຫາສານ, ເພາະວ່າ ເຮົາເປັນພົນລະເມືອງອອສເຕຣເລັຍ. ແຕ່ມັນຍັງນໍາຄວາມຮັບຜິດຊອບ ມາສູ່ປະເທດຊາດ, ເພື່ອນບ້ານ, ສະພາບແວດລ້ອມຂອງເຮົານໍາອີກ."

Mr Lee ກ່າວວ່າ ລາວມີພາຣະກິດທຳອິດ ລໍຖ້າລາວແລ້ວໃນຕອນນີ້ ເພາະລາວເປັນພົນລະເມືອງອອສເຕຣເລັຍ.

"ສິ່ງທໍາອິດ ທີ່ຂ້າພະເຈົ້າຈະເຮັດ ຄືການລົງທະບຽນ ເພື່ອລົງຄະແນນສຽງເລືອກຕັ້ງ. ຂ້າພະເຈົ້າ ໄດ້ຢູ່ທີ່ນີ້ເປັນເວລາ 11 ປີແລ້ວ ແລະບໍ່ສາມາດມີສ່ວນຮ່ວມ ໃນຂະບວນການປະຊາທິປະໄຕໄດ້, ແລະຂ້າພະເຈົ້າ ຈະລົງທະບຽນ ເພື່ອລົງຄະແນນສຽງເລືອກຕັ້ງ ໃນມື້ຕໍ່ມາ ຫລືປະມານນັ້ນ."

ພິທີເປັນພົນລະເມືອງ ໄດ້ເກີດຂຶ້ນ ທ່າມກາງການປະທ້ວງຄັ້ງໃຫຍ່ ທີ່ເຂົ້າຮ່ວມໂດຍກຸ່ມ neo-Nazis ຊຶ່ງຜູ້ປາສັຍ ແລະຜູ້ຈັດຊຸມນຸມໄດ້ໃຊ້ພາສາ ທີ່ສົ່ງເສີມຄວາມກຽດຊັງ ຕໍ່ກຸ່ມໃດກຸ່ມຫນຶ່ງ, ໃນຂນະດຽວກັນ ກໍແພ່ຂໍ້ມູນ ທີ່ບໍ່ຖືກຕ້ອງ ກ່ຽວກັບລະດັບການຍ້າຍຖິ່ນຖານ.

ຫລັງຈາກການປະທ້ວງ, ຄໍາປາສັຍຂອງຜູ້ແທນສະພາສູງ ຂອງພັກLiberal, Jacinta Nampijinpa Price, ກ່ຽວກັບຜູ້ອົບພະຍົບຊາວອິນເດັຍ ໄດ້ເຮັດໃຫ້ນາງ ຖືກຫຼຸດລະດັບຕໍາແຫນ່ງໃນພັກ, ຫນຶ່ງອາທິດຫລັງຈາກນາງໄດ້ອ້າງວ່າ Labour ໄດ້ນໍາຜູ້ອົບພະຍົບຊາວອິນເດັຍ ເຂົ້າມາໃນອອສເຕຣເລັຍ ເພື່ອເພີ່ມໂອກາດໃນການເລືອກຕັ້ງ.

(ຕໍ່ມາ ນາງໄດ້ອອກຫ່າງຈາກຄວາມຄິດເຫັນນັ້ນ, ແຕ່ໄດ້ຢືນຢັນວ່າ ນາງຈະສືບຕໍ່ ກ່າວເຖິງສິ່ງທີ່ນາງເອີ້ນວ່າ ບັນຫາເລື່ອງການຍ້າຍຖິ່ນຖານຈຳນວນຫຼາຍ.)

ອາທິດແລ້ວນີ້, Aftab Malik ທູດພິເສດຂອງອອສເຕຣເລັຍ ເພື່ອຕໍ່ຕ້ານ ກັບຄວາມກຽດຊັງອິສລາມ (Islamophobia), ກໍໄດ້ສົ່ງລາຍງານ ທີ່ລໍຖ້າເປັນເວລານານ ຊຶ່ງພົບວ່າ ຄວາມກຽດຊັງອິສລາມ (Islamophobia) ເປັນບັນຫາທີ່ຕໍ່ເນືອງ ໃນອອສເຕຣເລັຍ ທີ່ບໍ່ເຄີຍໄດ້ຮັບການແກ້ໄຂຢ່າງເຕັມທີ່.

Tony Burke, ຣັຖມົນຕີກະຊວງ Immigration ແລະ Citizenship ກ່າວຕໍ່ SBS Arabic ໃນງານທີ່ຈັດຂຶ້ນໂດຍ Australian Syrian Business Network (16 Sept), ວ່າຄວາມແຕກຕ່າງທາງວັດທະນະທັມ ເປັນສິ່ງທີ່ຄວນໄດ້ຮັບການສເລີມສລອງ.

"ແລະຂ້າພະເຈົ້າ ຈະມີຄຳເວົ້າຫນຶ່ງ ສໍາລັບພົນລະເມືອງໃຫມ່ທຸກຄົນ, ແລະນັ້ນຄື ການກ່າວວ່າ ຍິນດີຕ້ອນຮັບກັບບ້ານ, ພວກເຮົາຮູ້ສຶກເປັນບຸນຄຸນ ທີ່ເຂົາເຈົ້າໄດ້ເລືອກອອສເຕຣເລັຍ ແລະຍິນດີຕ້ອນຮັບກັບບ້ານ".

Sam Mostyn, Governor-General ບອກກັບ SBS Chinese ວ່ານາງມີຄຳເວົ້າ ສໍາລັບພົນລະເມືອງໃຫມ່ ຂອງອອສເຕຣເລັຍນໍາອີກ.

"ຈົ່ງຮັກເວລານັ້ນ, ຢູ່ກັບປະຈຸບັນ ແລະຮູ້ວ່າ ສິ່ງທີ່ທ່ານກໍາລັງເຮັດຢູ່ນັ້ນ ເປັນກ້າວທີ່ບໍ່ທັມມະດາ ແລະຄໍາຫມັ້ນສັນຍາ ທີ່ຍິ່ງໃຫຍ່ຕໍ່ປະເທດນີ້. ແລະໃນຖານະ ທີ່ເປັນຊາວອອສເຕຣເລັຍ ຜູ້ທີ່ໄດ້ຮັບກຽດສູງສຸດ ໃນການມອບສັນຊາດ, ມັນເຮັດໃຫ້ຂ້າພະເຈົ້າ ຮູ້ສຶກວ່າ ເປັນຄົນອອສເຕຣເລັຍຫລາຍຂຶ້ນ ເມື່ອພວກເຮົາຕ້ອນຮັບຜູ້ຄົນ ຈາກທົ່ວໂລກໃນເວລາເຊັ່ນນີ້."

ເນື້ອເລື່ອງໂດຍ  Wing Kuang and Naveen Razik ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service