ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ປະຕິກິຣິຍາຫຼັງຈາກ ອີຣານຖືກໂຈມຕີ.
ໃນຂນະທີ່ການໂຈມຕີທາງອາກາດ ຂອງສະຫະຣັດອາເມຣິກາ-ອິດສະຣາເອລ ເລີ່ມຕົກລົງມາ ໃນປະເທດອີຣານ, Fariba Willison ຊາວອີຣານ-ອອສເຕຣເລັຍ ໄດ້ຮັບໂທຣະສັບ ຈາກນ້ອງສາວຂອງນາງຈາກ Tehran.
"ມື້ວານນີ້, ນ້ອງສາວຂອງຂ້ອຍ ໄດ້ໂທມາບອກວ່າ ສາມີຂອງຂ້ອຍ ກໍາລັງຟອກໝາກໄຂ່ຫຼັງ, ແລະຂ້ອຍບໍ່ຮູ້ວ່າ ລາວຈະສາມາດກັບບ້ານໄດ້ຫລືບໍ່. ລູກສາວຂອງຂ້ອຍ ກໍາລັງເດີນທາງກັບຈາກໂຮງຮຽນ. ຂ້ອຍບໍ່ຮູ້ວ່ານາງຈະປອດພັຍຫລືບໍ່. ແລ້ວນ້ອງສາວໄດ້ເວົ້າວ່າ, ໃຫ້ຂ້ອຍດູແລລູກສາວຄົນຫນຶ່ງ ທີ່ຢູ່ໃນອອສເຕຣເລັຍຈະໄດ້ບໍ່, ຖ້າຫາກມີຫຍັງເກີດຂຶ້ນກັບນາງ."
ທ່ານຫມໍຜ່າຕັດໃນ Adelaide ເປັນຄົນຫນຶ່ງໃນຈໍານວນ 80,000 ຄົນໃນອອສເຕຣເລັຍ ທີ່ເກີດໃນປະເທດອີຣານ.
ເມື່ອຂ່າວ ກ່ຽວກັບການໂຈມຕີທົ່ວປະເທດ ແລະການຂ້າຜູ້ນໍາສູງສຸດ ຂອງອີຣານ, Ayatollah Ali Khamenei, ຄວາມຮູ້ສຶກໃນຊຸມຊົນ ກໍແຕກຕ່າງກັນ.
ໂດຍທີ່ມີການໂຈມຕີ ໄດ້ຂ້າພົນລະເຮືອນ ແລະກະຕຸ້ນໃຫ້ມີການຕອບໂຕ້ ທົ່ວເຂດພູມີພາກ, Fariba Willison ໄດ້ບອກກັບ SBS ວ່ານາງຢ້ານກົວ ຕໍ່ຄວາມປອດພັຍຂອງຜູ້ຄົນ.
"ມັນເປັນຄວາມຮູ້ສຶກທີ່ສັບສົນ. ຂ້ອຍບໍ່ດີໃຈ ສໍາລັບຜູ້ຄົນຂອງຂ້ອຍ ທີ່ເຂົາເຈົ້າ ຕ້ອງຜ່ານຜ່າເວລາ ທີ່ຍາກລຳບາກເຊັ່ນນັ້ນ. ແຕ່ໃນເວລາດຽວກັນ, ຂ້ອຍກໍດີໃຈຫລາຍ ແລະສເລີມສລອງ ເພາະມັນກໍາລັງເກີດຂຶ້ນ ແລະມັນເປັນຄືກັນ ກັບຂັ້ນຕອນການຜ່າຕັດ. ທ່ານຮູ້ວ່າ ທ່ານບໍ່ມັກທີ່ຄົນໄຂ້ ຕ້ອງຖືກໃຊ້ຢາສລົບ, ມີການໃຊ້ມີດ, ທ່ານຕ້ອງຕັດໂຣກມະເລັງ ແລະທຸກຢ່າງອອກ ກ່ອນທີ່ຄົນໄຂ້ຈະດີຂຶ້ນ. ສະນັ້ນ, ຂ້ອຍຈຶ່ງຮູ້ສຶກວ່າປະເທດຂອງຂ້ອຍ ກໍາລັງຮັບການຜ່າຕັດຄັ້ງໃຫຍ່."
ທົ່ວອອສເຕຣເລັຍ, ສະມາຊິກຫລາຍຄົນ ຂອງຊາວອີຣານ ໄດ້ເດີນທາງໄປຕາມຖນົນ ເພື່ອສເລີມສລອງຂ່າວນີ້.
ຫລັງຈາກການປະຕິວັດອີຣານ ໃນປີ 1979, ລະບອບການປົກຄອງ ອິສລາມ (the Islamic Regime) ໄດ້ຄວບຄຸມປະເທດ, ຈໍານວນຊາວພັດຖິ່ນອີຣານ ໃນຕ່າງປະເທດ ກໍໄດ້ເພີ່ມຂຶ້ນ.
ໂດຍທີ່ມີຊາວອີຣານ ຫລາຍກວ່າ 4 ລ້ານຄົນທີ່ ອາສັຍຢູ່ຕ່າງປະເທດ, ຫລາຍຄົນ ໄດ້ຖືກບັງຄັບໃຫ້ຫນີ ທ່າມກາງຄວາມຍາກລຳບາກ ທາງເສດຖະກິດ ແລະການປາບປາມ ດ້ານການເມືອງ ແລະສາສນາ.
ໃນ Canberra, ຊາວອອສເຕຣເລັຍ-ອີຣານ ເວົ້າວ່າ ການໂຈມຕີນັ້ນ ເປັນການເລີ່ມຕົ້ນ ຂອງການສິ້ນສຸດ ຂອງລະບອບການປົກຄອງ.
ໃນການຊຸມນຸມ ຢູ່ນອກສະຖານທູດເກົ່າຂອງ Iran, ບາງຄົນເວົ້າວ່າ ເຂົາເຈົ້າ ຫວັງທີ່ຈະເຫັນ Reza Pahlavi ເປັນຜູ້ນຳຂອງ Iran ຜູ້ຊຶ່ງເປັນລູກຊາຍຂອງ Shah ທີ່ຖືກຂັບໄລ່.
"ຂ້ອຍບໍ່ສາມາດລໍຖ້າ ທີ່ຈະເຂົ້າໄປໃນປະເທດອີຣານ ທີ່ເປັນອິດສຣະ, ພາຍໃຕ້ການນໍາຂອງກະສັດ Reza Pahlavi, ຈົນກວ່າຈະມີປະຊາທິປະໄຕ, ວ່າເຮົາຈະສາມາດເລືອກຕັ້ງ ແລະປະຊາຊົນຂອງອີຣານ ມີເສຣີພາບ ທີ່ຈະເລືອກຕັ້ງ. ລາວຫາກໍເຂົ້າໄປ ໃນໄລຍະທີ່ປ່ຽນຜ່ານ... ມັນເປັນເລື້ອງຫນ້າເສົ້າຫລາຍ ທີ່ເຫັນຜູ້ຄົນຂອງອີຣານ ກໍາລັງສເລີມສລອງສົງຄາມ ທີ່ກໍາລັງເກີດຂຶ້ນໃນປະເທດຂອງເຂົາເຈົ້າ ແຕ່ນີ້ຄື ຄວາມຮູ້ສຶກຂອງເຂົາເຈົ້າ. ເຂົາເຈົ້າພຽງແຕ່ພໍໃຈ ທີ່ຫວັງວ່າລະບົບການປົກຄອງ ຈະປ່ຽນແປງ."
ໂດຍທີ່ Donald Trump ກ່າວວ່າ ການໂຈມຕີ Iran ຈະດໍາເນີນຕໍ່ໄປ ຈົນກວ່າເປົ້າຫມາຍທັງຫມົດ ຂອງສະຫະຣັດອາເມຣິກາ ຈະບັນລຸຜົນສໍາເລັດ, ແຕ່ຄົນອື່ນໃນ Canberra ເວົ້າວ່າ ເຂົາເຈົ້າເປັນຫ່ວງ ຄອບຄົວທີ່ບ້ານເກີດ.
"ແມ່ນແລ້ວ, ຂ້ອຍມີປ້າ ອາ ລຸງ ແລະລູກພີ່ນ້ອງ ແລະຂ້ອຍຄິດວ່າ ເຂົາເຈົ້າບໍ່ເປັນຫຍັງ. ຕາມປົກກະຕິແລ້ວ ຈະມີການປິດຂ່າວ ຢູ່ໃນອີຣານ, ແລະເຫດການເຊັ່ນນີ້ ຈະເກີດຂຶ້ນ. ສະນັ້ນ, ທ່ານຈຶ່ງບໍ່ຮູ້ວ່າມີຫຍັງເກີດຂຶ້ນຢູ່ທີ່ນັ້ນ, ແຕ່ວ່າ ຈະມີບາງສິ່ງຢູ່ໃນໃຈຂອງທ່ານ ວ່າມັນບໍ່ເປັນຫຍັງ. ແຕ່ຫວັງວ່າ ດັ່ງທີ່ຂ້ອຍເວົ້າ, ທຸກສິ່ງຈະເປັນໄປດ້ວຍດີ."
ຍັງບໍ່ຊັດແຈ້ງວ່າ ການຕາຍຂອງ Khamenei, ຜູ້ນໍາຂອງລະບອບປົກຄອງ ນັບແຕ່ປີ 1989, ຈະຫມາຍເຖິງ ການເລີ່ມຕົ້ນຂອງສິ່ງໃຫມ່, ຫລືຈະເປັນແບບເກົ່າ ສໍາລັບຊາວອີຣານ.
ຂ້າພະເຈົ້າ ຢາກເຫັນການກະທຳບາງຢ່າງ ກ່ຽວກັບລະບອບການປົກຄອງ ຂອງອີຣານ, ແຕ່ບໍ່ແມ່ນ ກະທຳໂດຍ Netanyahu ແລະ Trump.
ຢູ່ຕາມຖນົນໃນ Sydney, ຊຶ່ງເປັນບ່ອນອາສັຍ ຂອງຊາວອີຣານ ທີ່ໃຫຍ່ທີ່ສຸດໃນອອສເຕຣເລັຍ, ສະມາຊິກຂອງຊຸມຊົນເວົ້າວ່າ ປະຊາຊົນອີຣານສົມຄວນໄດ້ຮັບປະຊາທິປະໄຕ.
"ຂ້າພະເຈົ້າຫວັງວ່າ ພວກເຮົາຈະມີຣັດຖະບານ ທີ່ຖືກເລືອກໂດຍຜູ້ຄົນ, ຈາກຜູ້ຄົນ, ແລະເຂົາເຈົ້າ ສາມາດຈັດການປະເທດ ໃຫ້ເປັນປະເທດປະຊາທິປະໄຕ ຄືກັນກັບບ່ອນອື່ນໆ, ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ຈະມີຫຍັງເກີດຂຶ້ນ."
ເຖິງແມ່ນວ່າ ມີການຊຸກຍູ້ຢ່າງແຮງກ້າ ໃຫ້ມີການປ່ຽນແປງລະບອບປົກຄອງ ຈາກຊາວອີຣານ ທັງພາຍໃນ ແລະນອກປະເທດ, ແຕ່ສະມາຊິກບາງຄົນໃນຊຸມຊົນເວົ້າວ່າ ບໍ່ແມ່ນເລື້ອງ ຂອງສະຫະຣັດອາເມຣິກາ ແລະອິດສະຣາເອລ ທີ່ຈະເຮັດ.
ຫລັງຈາກ Donald Trump ໄດ້ຕັດຫົວ ລະບອບການປົກຄອງຂອງ Nicolas Maduro ໃນ Venezuela, ຫລາຍຄົນກໍຜິດຫວັງ ເມື່ອສະຫະຣັດອາເມຣິກາ ປ່ອຍໃຫ້ພັກຂອງ Maduro ຢູ່ໃນອໍານາດ.
ດ້ວຍເຫດນີ້ ຈຶ່ງມີຄໍາຖາມ ກ່ຽວກັບຄວາມສາມາດ ຫລືຄວາມສົນໃຈທີ່ແທ້ຈິງ ຂອງ Donald Trump ໃນການຟື້ນຟູ ລະບອບປະຊາທິປະໄຕ.
ໃນ Sydney, ຜູ້ປະທ້ວງຄົນນີ້ກ່າວວ່າ ການໂຈມຕີ ຂອງສະຫະຣັດອາເມຣິກາ ແລະອິດສະຣາເອລ ບໍ່ໄດ້ເປັນວິທີ ທີ່ຈະປົດປ່ອຍ Iran.
"ຂ້າພະເຈົ້າ ຢາກເຫັນການກະທຳບາງຢ່າງ ກ່ຽວກັບລະບອບການປົກຄອງ ຂອງອີຣານ, ແຕ່ບໍ່ແມ່ນ ກະທຳໂດຍ Netanyahu ແລະ Trump. ປະຊາຊົນອີຣານ ຈະຕັດສິນໃຈຊາຕາກັມຂອງເຂົາເຈົ້າ ຄືກັນກັບຫລັງຈາກເຂົາເຈົ້າ ໄດ້ຖືກສັງຫານໝູ່. ຫລາຍພັນຄົນ ໄດ້ຖືກຂ້າຕາຍໂດຍສາທາຣະນະຣັດ Islam (the Islamic Republic) ຕາມຖນົນ. ມີການກະທໍາຫຼາຍຢ່າງ, ມີການປະທ້ວງ, ຜູ້ຄົນໄດ້ມາຊຸມນຸມກັນຢູ່ຕາມ ຖນົນ, ໂຮງຮຽນ ແລະອື່ນໆ, ແລະລະເບີດຂອງຊາວອາເມຣິກາ ກຳລັງຍຸຕິສິ່ງນັ້ນ."
ເຖິງຢ່າງໃດກໍຕາມ, ຄົນອື່ນໆ ເວົ້າວ່າປະຊາຊົນອີຣານບໍ່ ສາມາດຂັບໄລ່ Khamenei ໄດ້ ຖ້າປາດສະຈາກ ການສນັບສນູນຈາກພາຍນອກ.
"ພວກເຮົາ ຕ້ອງການຄວາມຊ່ອຍເຫລືອທາງທະຫານ ຈາກພາຍນອກ,ພວກເຮົາ ບໍ່ສາມາດເຮັດໄດ້ຈາກພາຍໃນ. ພຽງແຕ່ພາຍໃນຫນຶ່ງເດືອນຜ່ານມານີ້, ເຂົາເຈົ້າ ໄດ້ຂ້າຄົນ 100,000ຄົນ. ຄົນບໍຣິສຸດຖືກຂ້າ. ເຂົາເຈົ້າໄປຕາມຖນົນ ໂດຍທີ່ເຂົາເຈົ້າຄິດວ່າ ເຂົາເຈົ້າສາມາດປ່ຽນແປງລະບອບການປົກຄອງນີ້, ແຕ່ເຂົາເຈົ້າບໍ່ສາມາດເຮັດໄດ້."
Siamak Ghahreman ປະທານອົງການ the Australian Iranian Community Organisation ກ່າວວ່າ ໃນຂນະທີ່ຊຸມຊົນສ່ວນໃຫຍ່ ຍິນດີກັບການຕາຍຂອງ Ayatollah, ບາງຄົນ ຢາກໃຫ້ລາວປະເຊີນກັບການພິຈາຣະນາຄະດີໃນສານ.
"ນີ້ເປັນສິ່ງທີ່ດີທີ່ສຸດອັນດັບສອງ ທີ່ສາມາດເກີດຂຶ້ນ. ພວກເຮົາຫວັງວ່າ ໂດຍການກໍາຈັດ Khamenei, ພວກເຮົາ ໃກ້ຈະກໍາຈັດ ລະບອບການປົກຄອງທັງຫມົດ."
ທ່ານຫມໍ Ali Zahedi ໂຄສົກຂອງຊຸມຊົນກ່າວວ່າ ລາວຫວັງວ່າ ຈະມີແຮງຊຸກຍູ້ພໍ ທີ່ຈະໃຫ້ແນ່ໃຈວ່າ ອິດສຣະພາບໃນອີຣານ ຈະສາມາດກັບຄືນມາໄດ້.
"ຂໍ້ມູນທີ່ກຳລັງຈະມາ ສະແດງໃຫ້ເຫັນວ່າ ຜູ້ຄົນມີຄວາມສຸກຫລາຍ ທີ່ເຂົາເຈົ້າສາມາດເວົ້າລົມກັນ, ເຂົາເຈົ້າສາມາດເຄື່ອນຍ້າຍໄດ້, ແລະເຂົາເຈົ້າສາມາດຖາມ ສິ່ງທີ່ເຂົາເຈົ້າຕ້ອງການຢ່າງເປີດເຜີຍ. ເຂົາເຈົ້າ ໄດ້ອອກມາຕາມຖນົນ. ເຂົາເຈົ້າກໍາລັງສເລີມສລອງ ໃນທາງໃດທາງຫນຶ່ງ, ແລະເຂົາເຈົ້າຫວັງວ່າ ຕົວແທນຂອງ IRGC ແລະກອງກຳລັງຄວາມໝັ້ນຄົງ ຂອງລະບອບປົກຄອງ ຈະບໍ່ມີຄວາມສາມາດ ຫລືຈະຖືກທໍາລາຍໃນບໍ່ຊ້ານີ້, ຈະບໍ່ສາມາດ ທໍາຮ້າຍເຂົາເຈົ້າອີກຕໍ່ໄປ."
ຫລັງຈາກ 47 ປີຂອງການປົກຄອງ ຂອງນັກບວດ, ທະນາຍຄວາມສິດທິມະນຸດ ແລະສະມາຊິກ ຂອງຜູ້ພັດຖິ່ນ ກໍາລັງຮຽກຮ້ອງໃຫ້ນາໆຊາດ ກົດດັນຢ່າງຕໍ່ເນື່ອງ ເພື່ອຊ່ອຍທໍາລາຍ ລະບອບການປົກຄອງ.
ບັດນີ້ປະຊາຊົນອີຣານ ຕ້ອງໄດ້ຮັບໂອກາດ ທີ່ຈະກໍາໜົດອະນາຄົດຂອງຕົນເອງ.
ໃນຂນະທີ່ ຄວາມຫວັງທີ່ຈະກັບຄືນໄປຫາ Iran ທີ່ເປັນອິດສຣະ ທີ່ເບິ່ງຄືວ່າ ເປັນໄປບໍ່ໄດ້ເປັນເວລາດົນນານ, Dr Zahedi ກ່າວວ່າ ບັດນີ້ປະຊາຊົນອີຣານ ຕ້ອງໄດ້ຮັບໂອກາດ ທີ່ຈະກໍາໜົດອະນາຄົດຂອງຕົນເອງ.
"ຄວາມຮູ໊ສຶກ ເປັນໄປໃນທາງບວກຫລາຍ. ມັນເປັນການປ່ຽນແປງ ທີ່ຍິ່ງໃຫຍ່ທີ່ສຸດ ໃນໄລຍະສີ່ສິບເຈັດປີທີ່ຜ່ານມາ ທີ່ລະບອບການປົກຄອງນີ້ ຢູ່ໃນອໍານາດ, ແລະພວກເຮົາຄິດວ່າ ການປ່ຽນແປງນັ້ນ ຈະເປັນສິ່ງດີ. ພວກເຮົາຫວັງວ່າ ກອງກຳລັງນາໆຊາດ ຈະເຄົາຣົບສິດທິມະນຸດ ໃນອີຣານ, ຈະເຄົາຣົບການຫລຸດຜ່ອນອັນຕະຣາຍ ຕໍ່ປະຊາຊົນ ແລະສິດທິຂອງປະຊາຊົນ ທີ່ຈະກໍານົດອະນາຄົດຂອງເຂົາເຈົ້າເອງ."
ລາຍງານໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








