ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການຂູ່ວາງລະເບີດຕໍ່ ນາຍົກຣັດຖະມົນຕີ.
ການຍ້າຍສຸກເສີນ ຂອງນາຍົກຣັດຖະມົນຕີ ຈາກເຮືອນຂອງລາວ ໃນCanberra ເພາະການຂູ່ວາງລະເບີດ ໄດ້ກະຕຸ້ນໃຫ້ມີການເຕືອນ ກ່ຽວກັບຄວາມປອດພັຍໃຫ້ເພີ່ມຂຶ້ນ, ບ່ອນທີ່ ຄວາມບໍ່ເປັນມິດ ທາງອິນເຕີເນັດ ກຳລັງສະແດງອອກຫຼາຍຂຶ້ນເລື້ອຍໆ ວ່າເປັນພັຍຄຸກຄາມທາງຮ່າງກາຍ ທີ່ມີອັນຕະຣາຍສູງ.
ຫຼັງຈາກຄວາມຄິດເຫັນ ຂອງຜູ້ບັນຊາການຕຳຫຼວດ ຣັດຖະບານກາງ ໃນທ້າຍປີກາຍນີ້, ໂດຍຕັ້ງຂໍ້ສັງເກດວ່າ ມີແນວໂນ້ມຂອງຄວາມຮຸນແຮງທີ່ເພີ່ມຂຶ້ນ ຕໍ່ເຈົ້າຫນ້າທີ່ຂອງຣັດ.
Briana Charles reports.
ຫລັງຈາກການຂູ່ວາງລະເບີດ ເປັນພາສາຈີນຕໍ່ລາວ ແລະເຈົ້າຫນ້າທີ່ອາວຸໂສຄົນອື່ນໆ, ນາຍົກຣັດຖະມົນຕີ Anthony Albanese ໄດ້ຖືກຍ້າຍອອກຈາກບ້ານພັກ ໃນ Canberra ເປັນເວລາຫລາຍຊົ່ວໂມງ ໃນວັນອັງຄານ.
ມີການກ່າວອ້າງ ທີ່ບໍ່ແມ່ນຄວາມຈິງວ່າ ມີການວາງລະເບີດ ເພື່ອລະເບີດບ້ານພັກ ຂອງນາຍົກຣັດຖະມົນຕີໃຫ້ມຸ່ນ, ຫລາຍມື້ ກ່ອນການກໍານົດ ການສະແດງຂອງ Shen Yun Performing Arts.
ຄນະເຕັ້ນລໍາຈາກ New York ໄດ້ວິພາກວິຈານ ພັກປະຊາຊົນຈີນ, ແລະຖືກສັ່ງຫ້າມໃນປະເທດຈີນ ແລະປະເຊີນກັບຄວາມກົດດັນ ແລະການຮຽກຮ້ອງ ໃຫ້ຍົກເລີກການສະແດງ ໃນຕ່າງປະເທດ.
Katy Gallagher ຣັດຖະມົນຕີຝ່າຍການເງິນ ໄດ້ຢືນຢັນເຫດການນັ້ນ ໃນລະຫວ່າງການສໍາພາດ ກັບ ABC Radio National.
"ຂ້າພະເຈົ້າ ສາມາດຢືນຢັນໄດ້ວ່າ ມີການຂົ່ມຂູ່ດ້ານຄວາມປອດພັຍ, ແລະນາຍົກຣັດຖະມົນຕີ ໄດ້ເຮັດຕາມຄໍາແນະນໍາຂອງ AFP ເພື່ອຍ້າຍອອກຈາກບ້ານພັກ. ຕໍາຫລວດໄດ້ໃຊ້ເວລາສອງສາມຊົ່ວໂມງ ເພື່ອກວດ The Lodge, ແລະນາຍົກຣັດຖະມົນຕີ ກໍສາມາດກັບຄືນມາໄດ້ເມື່ອເຂົາເຈົ້າຢືນຢັນວ່າ ມັນປອດພັຍທີ່ຈະເຮັດເຊັ່ນນັ້ນ ແລະຂອບໃຈAFP ແລະທຸກຄົນ ທີ່ທໍາງານຢູ່ທີ່ The Lodge, ມັນເປັນເລື່ອງໜ້າເສົ້າ ແລະບໍ່ສະບາຍໃຈຫລາຍ ທີ່ໄດ້ເກີດຂຶ້ນ ໃນຂນະທີ່ທ່ານທໍາງານ. ແລະແມ່ນແລ້ວ, ທຸກຄົນສົມຄວນ ທີ່ຈະໄປເຮັດວຽກດ້ວຍຄວາມປອດພັຍ, ສະນັ້ນ AFP ໄດ້ປະຕິບັດງານໄດ້ຢ່າງຫນ້າອັດສະຈັນ, ແລະນາຍົກຣັດຖະມົນຕີກໍປອດພັຍ ແລະໄດ້ກັບຄືນໄປບ້ານພັກ ມື້ຄືນນີ້."
ເຫດການນັ້ນ ເປັນເຫດການຫຼ້າສຸດ ໃນການຂົ່ມຂູ່ ຕໍ່ຜູ້ແທນຣາດສະດອນ.
ຕໍາຫລວດຣັດຖະບານກາງ ຂອງອອສເຕຣເລັຍກ່າວວ່າ ເຫດການ 950ເທື່ອ ໄດ້ຖືກສອບສວນ ໃນປີງົບປະມານ 2024/25-ແລະຈໍານວນພັຍຄຸກຄາມ ແມ່ນ 63 ເປີເຊັນ ສູງກວ່າສີ່ປີງົບປະມານ ທີ່ຜ່ານມາລວມກັນ.
Michael Zekulin ເປັນອາຈານສອນດ້ານການເມືອງ ແລະຄວາມສໍາພັນລະຫວ່າງປະເທດ (Politics and International Relations) ທີ່ ANU.
ລາວບອກກັບ SBS ວ່າ ການຂົ່ມຂູ່ເລື່ອງຄວາມປອດພັຍ ຕໍ່ນັກການເມືອງໃນປະຈຸບັນນີ້ ເປັນສ່ວນໜຶ່ງ ຂອງບັນຫາທີ່ມີມາແຕ່ດົນນານແລ້ວ.
"ຫນ້າເສັຍໃຈ ທີ່ຄວາມເປັນຈິງແມ່ນວ່າ ນີ້ເປັນແນວໂນ້ມໃນຫລາຍປີທີ່ຜ່ານມາ, ສ່ວນຫລາຍແລ້ວ ຫລັງຈາກ Covid, ຊຶ່ງເຮົາໄດ້ເຫັນການຂົ່ມຂູ່ຫລາຍຂຶ້ນ ຕໍ່ນັກການເມືອງ, ຊຶ່ງຮວມທັງຄອບຄົວ ແລະອື່ນໆ. ຫນ້າເສັຍໃຈ ທີ່ມັນບໍ່ໄດ້ເປັນເລື້ອງແປກໃຈ, ແຕ່ມັນເປັນໄປໄດ້ຫລາຍຂຶ້ນ ທີ່ທ່ານຈະເລີ່ມເຫັນເຫດການແບບນີ້ ຫລາຍຂຶ້ນເລື້ອຍໆ ດັ່ງທີ່ເຮົາຫາກໍໄດ້ເຫັນ, ແລະມັນເປັນພຽງສະພາບແວດລ້ອມໃຫມ່ ທີ່ເຮົາອາສັຍຢູ່. ຜູ້ຄົນເວົ້າເລື້ອຍໆ ກ່ຽວກັບສິ່ງຕ່າງໆ ເຊັ່ນ ການຫລຸດອຸນຫະພູມ, ຄໍາເວົ້າດ້ານການເມືອງ, ການດູໝິ່ນ ວ່າມັນເປັນຝ່າຍການເມືອງ ຝ່າຍໃດຝ່າຍຫນຶ່ງ ເພາະຄວາມເປັນຈິງແມ່ນວ່າ ຜູ້ຄົນຟັງ ແລະຄິດວ່າ ນີ້ເປັນສິ່ງທີ່ທ່ານຮູ້ ວ່າເປັນທີ່ຍອມຮັບໄດ້."
Ms Gallagher ກ່າວວ່າ ນັກການເມືອງທຸກຄົນ ຮັບຮູ້ເຖິງການຂົ່ມຂູ່ທີ່ເພີ່ມຂຶ້ນ ຕໍ່ຄວາມປອດພັຍຂອງເຂົາເຈົ້າ, ຊຶ່ງນາງເຊື່ອວ່າ ຖືກກະຕຸ້ນໂດຍສື່ສານມວນຊົນ ວ່າເປັນບ່ອນທີ່ກໍ່ໃຫ້ເກີດຄວາມເປັນສັດຕູ.
ນາງເວົ້າວ່າ ສິ່ງນີ້ຊັດແຈ້ງຫລາຍຂຶ້ນ ຫລັງຈາກການກໍ່ກວນ ເມື່ອບໍ່ດົນມານີ້ ໃນກອງປະຊຸມດ້ານການທະຫານ ຢູ່ໂຮງແຮມ Canberra Hyatt, ບ່ອນທີ່ຊາຍຄົນຫນຶ່ງ ຖືກກ່າວຫາວ່າ ໄດ້ໂຍນກ້ອນຫີນ ແລະອຸບປະກອນລະເບີດປອມຜ່ານປ່ອງຢ້ຽມ.
"ຂ້າພະເຈົ້າ ໄດ້ເຫັນມັນຢູ່ໃນອິນເຕີເນັດ. ແລະຂ້າພະເຈົ້າຄິດວ່າ, ມັນໄດ້ປ່ຽນໄປ ໃນຕອນທີ່ຂ້າພະເຈົ້າຢູ່ໃນການເມືອງ, ແນ່ນອນວ່າ, ຂ້າພະເຈົ້າ ຄິດວ່າຜູ້ຄົນຮູ້ສຶກວ່າ ມີຄວາມສາມາດຫລາຍຂຶ້ນ ທີ່ຈະຂົ່ມຂູ່-ສ່ວນຫລາຍ ບໍ່ຢາກເປີດເຜີຍຕົວຕົນ. ແລະສະນັ້ນ ຈຶ່ງມີຫລາຍຢ່າງບໍ່ເປີດເຜີຍຕົວຕົນ. ແລະ AFP ຕ້ອງໃຊ້ເວລາດົນນານ ທີ່ຈະແກ້ໄຂການຂົ່ມຂູ່ ທີ່ເຂົາເຈົ້າເປັນຫ່ວງ ແລະສິ່ງທີ່ເຂົາເຈົ້າພຽງແຕ່ເຝົ້າເບິ່ງ ແລະນັ້ນເປັນຫນ້າເສັຍໃຈ. ມັນຈະເປັນສິ່ງດີ ຖ້າຫາກຜູ້ຄົນສາມາດ ມີຄວາມເຫັນແຕກຕ່າງກັນ ໂດຍບໍ່ຕ້ອງຂູ່ຂ້າ ຫລືຄຸກຄາມຊີວິດຂອງຄົນໃດຄົນຫນຶ່ງ ຢູ່ບ່ອນທໍາງານ."
ໃນການກ່າວຕໍ່ ສະໂມສອນນັກຂ່າວແຫ່ງຊາດ (the National Press Club) ໃນເດືອນຕຸລາທີ່ຜ່ານມາ, ເຈົ້າຫນ້າທີ່ AFP, Krissy Barrett, ໄດ້ສະແດງຄວາມເປັນຫ່ວງຢ່າງຈິງຈັງ ກ່ຽວກັບການປ່ຽນແປງ ໃນບໍ່ດົນມານີ້ ໃນເລື່ອງຄວາມໝັ້ນຄົງຂອງປະເທດ.
"ຂ້າພະເຈົ້າ ຈະອະທິບາຍເຖິງການຂົ່ມຂູ່ທີ່ໜ້າເປັນຫ່ວງ ຊຶ່ງເຮົາຍັງຮຽນຮູ້ ຢູ່ໃນ ແລະເປັນຫຍັງເຮົາທຸກຄົນ ຈຶ່ງຕ້ອງມີຄວາມຕື່ນໂຕ. ແລະອາດຊະຍາກັມທາງອິນເຕີເນັດ ທີ່ຢູ່ກະຈາຍກັນ ແລະບຸກຄົນໃນເຄືອຂ່າຍ ທີ່ມີສ່ວນຮ່ວມແບບຫຼວມໆ ໃນອອສເຕຣເລັຍ ແລະນອກປະເທດ ທີ່ເຊີດຊູອາດຊະຍາກັມ ທາງອິນເຕີເນັດ ເຊັ່ນການຫາຜົນປໂຍດ ດ້ວຍການຂົ່ມເຫັງ ທາງອິນເຕີເນັດ, ການໂຈມຕີທາງອິນເຕີເນັດ ແລະຄວາມຮຸນແຮງ. ອາດຊະຍາກັມເຫລົ່ານີ້ ກໍາລັງແຜ່ອອກໄປສູ່ໂລກທີ່ແທ້ຈິງ, ແລະມັນມີຜົນສະທ້ອນ ໃນໂລກທີ່ແທ້ຈິງ. ໃນຂນະທີ່ເຄືອຂ່າຍເຫຼົ່ານີ້ ບໍ່ມີລະບຽບການຈັດຕັ້ງ ເປັນສູນກາງ ຫຼືແນວຄິດດຽວ. ເຂົາເຈົ້າມີຫລາຍ ແລະຖືກດຶງດູດ ໃຫ້ເຂົ້າຮ່ວມກັບຄວາມຮຸນແຮງ, ລັດທິມັກການທຳລາຍ, ຄວາມໂຫດຮ້າຍ, Nazism ແລະ Satanism."
Ms Barrett ຕັ້ງຂໍ້ສັງເກດວ່າ ການສືບສວນສ່ວນຫລາຍ ຂອງເຂົາເຈົ້າ ແມ່ນກ່ຽວກັບຄວາມຮຸນແຮງ ທີ່ຖືກກະຕຸ້ນໂດຍສາສນາ.
ນາງໄດ້ເນັ້ນຫນັກ ເຖິງສະພາບແວດລ້ອມ ຂອງການດໍາເນີນງານ ທີ່ປ່ຽນແປງ, ຊຶ່ງປະພຶດກັມ ທີ່ອາດບໍ່ສອດຄ່ອງ ກັບຄຳຈຳກັດຄວາມຂອງກົດຫມາຍ (Legal Definition) ຂອງການກໍ່ການຮ້າຍ ແຕ່ຍັງເປັນຫ່ວງ ເລື່ອງຄວາມປອດພັຍທີ່ສໍາຄັນ.
ເດືອນແລ້ວນີ້ ສະພາຣັດຖະບານກາງ ໄດ້ຜ່ານກົດຫມາຍໃຫມ່ ເລື່ອງການໃຊ້ຄຳເວົ້າ ທີ່ສະແດງຄວາມກຽດຊັງຫລັງ ຈາກການໂຈມຕີ ກໍ່ການຮ້າຍ ທີ່ຮ້າຍແຮງໃນ Bondi, ຊຶ່ງເຮັດໃຫ້ມັນງ່າຍຂຶ້ນ ສໍາລັບຣັດຖະບານ ທີ່ຈະສັ່ງຫ້າມບາງກຸ່ມ ທີ່ເຜີຍແພ່ຂໍ້ຄວາມ ທີ່ສະແດງຄວາມກຽດຊັງ-ເຖິງແມ່ນວ່າ ເຂົາເຈົ້າບໍ່ຜ່ານເກນທີ່ກຳໜົດ ໃຫ້ເປັນກຸ່ມຜູ້ກໍ່ການຮ້າຍກໍຕາມ.
Ms Barrett ກ່າວວ່າ AFP ກໍາລັງຊອກຫານະໂຍບາຍໃຫມ່ ຢ່າງຕໍ່ເນື່ອງ ເພື່ອຮັບມືກັບພັຍຄຸກຄາມ ທີ່ກໍາລັງພັດທະນາຂຶ້ນ.
“ສ່ວນຫນຶ່ງ ຂອງວິທີທາງຂອງເຮົາ ຕໍ່ທີມສືບສວນ ຄວາມໝັ້ນຄົງແຫ່ງຊາດ ຄືການເບິ່ງ. ດັ່ງທີ່ຂ້າພະເຈົ້າໄດ້ອະທິບາຍ, ຍຸດທະສາດແຫ່ງຊາດ-ເບິ່ງວ່ານະໂຍບາຍຢູ່ໃສ, ບ່ອນທີ່ມີໂອກາດ ສໍາລັບກົດຫມາຍໃຫມ່ ແລະ ຫລືກົດຫມາຍທີ່ດັດແປງ. ກົດຫມາຍ ເປັນຜົນດີສໍາລັບເຮົາໃນເວລານີ້ ຫຼືບໍ່?"
ລາຍງານໂດຍ Briana Charles ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








