ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄວາມຫວັງການປ່ຽນລະບອບປົກຄອງ ໃນອີຣານ.
ຜູ້ຊ່ຽວຊານເຕືອນວ່າ ການປ່ຽນແປງລະບອບການປົກຄອງ ໃນອີຣານ ຈະບໍ່ແມ່ນເລື່ອງງ່າຍ, ເຖິງແມ່ນວ່າ ຜູ້ນໍາສູງສຸດ Ali Khamenei ໄດ້ຖືກລອບສັງຫານ ໃນການໂຈມຕີ ໃນທ້າຍອາທິດຜ່ານມາ.
ຕາມລາຍງານຂອງ Sunil Awasthi, ການຕາຍຂອງ Khamenei ຍັງຢູ່ໄກຈາກຈຸດຈົບຂອງບັນຫາ ໃນປະຊາຄົມນາໆຊາດ ທີ່ຢູ່ອ້ອມຮອບປະເທດອີຣານ.
ສາທາລະນະຣັດ Islam (The Islamic Republic) ຂອງອີຣານ ໄດ້ເປັນຫນາມທາງດ້ານການເມືອງພູມີພາກ ຂອງສະຫະຣັດອາເມຣິກາ ນັບຕັ້ງແຕ່ ການສະຖາປະນາ ດ້ວຍການໂຄ່ນລົ້ມ Shah ຂອງອີຣານ ໃນປີ 1979.
ຫລາຍຄົນເປັນຜູ້ບໍຣິຫານ ຂອງສະຫະຣັດອາເມຣິກາ ທີ່ຢາກກໍາຈັດAyatollah ຂອງອີຣານ-ແລະບັດນີ້ ຫລາຍຄົນຈະເຫັນໂອກາດ ທີ່ຈະເຮັດເຊັ່ນນັ້ນ ຫລັງຈາກການໂຈມຕີ ທີ່ສັງຫານຜູ້ນໍາສູງສຸດ ຂອງອີຣານ ນັບແຕ່ປີ 1989, Ayatollah Ali Khamenei.
ແຕ່ຖ້າຫາກ Ayatollah ຕາຍໄປ... ໃຜຈະມາແທນເຂົາເຈົ້າ, ແລະດ້ວຍວິທີໃດ?
ມັນເປັນຄໍາຖາມ ທີ່ຊັບຊ້ອນກວ່າທີ່ຄິດ ໃນຕອນທຳອິດຫຼາຍ.
ໃນຄໍາປາສັຍຂອງລາວ ຫລັງຈາກການໂຈມຕີ ເທື່ອທໍາອິດ, ປະທານາທິບໍດີ Donald Trump ໄດ້ຮຽກຮ້ອງ ໃຫ້ປະຊາຊົນອີຣານ ລຸກຂຶ້ນ ແລະຂັບໄລ່ຣັດຖະບານ ທັງຫມົດອອກໄປ.
ມັນອາດ ເປັນສະຖານະການທີ່ດີທີ່ສຸດ ສໍາລັບ Mr Trump, ບາງທີອາດຖືກກະຕຸ້ນ ໂດຍພາບຂອງການຂັດແຍ້ງພາຍໃນອີຣານ ກ່ອນການໂຈມຕີ.
ຢ່າງໃດກໍຕາມ, Ali Vaez, ຜູ້ອໍານວຍການໂຄງການ ຂອງ the International Crisis Group ໃນ Geneva, ເຕືອນວ່າ ມັນເປັນເປົ້າໝາຍທີ່ມາຈາກຈິນຕະນາການ ຫລາຍກວ່າຄວາມເປັນຈິງ.
"ບັດນີ້, ສໍາລັບປະທານາທິບໍດີ Trump, ຂ້າພະເຈົ້າ ບໍ່ຄິດວ່າ ລາວມີທາງອອກ ໃນການປ່ຽນແປງລະບອບການປົກຄອງ ຫລືຍຸດທະວິທີ ຫຼັງຈາກການໂຈມຕີ, ລາວມີຄວາມປາຖນາ ຫລືຄວາມຫວັງ ວ່າໂດຍການຫລຸດຄຸນຄ່າ ຂອງຄວາມສາມາດ ໃນການປາບປາມຂອງຣັດອີຣານ, ປະຊາຊົນອີຣານ ຈະສາມາດອອກມາຕາມຖນົນ ແລະຮັບມືກັບບັນຫາດ້ວຍຕົວເອງໄດ້. ແຕ່ນີ້ ເປັນຄວາມປາຖນາ, ເພາະລະບອບການປົກຄອງຂອງອີຣານ ໄດ້ຝັງຮາກເລິກ, ແລະຖືກຍຶດໝັ້ນຢ່າງເລິກເຊິ່ງ ແລະໃນທາງກົງກັນຂ້າມ, ປະຊາຊົນອີຣານ ບໍ່ມີອາວຸດ, ບໍ່ມີລະບຽບ, ແຕກແຍກກັນ ແລະບໍ່ມີຜູ້ນໍາທີ່ຈໍາເປັນ ເພື່ອຈະສາມາດທ້ອນໂຮມປະເທດຊາດ ໄວ້ນໍາກັນໄດ້."
ການໂຈມຕີ ເທື່ອສຸດທ້າຍໃນອີຣານ ແມ່ນການຮ່ວມມື ຂອງສະຫະຣັດອາເມຣິກາ ແລະພັນທະມິດໃກ້ຊິດຂອງມັນ, ຊຶ່ງກໍແມ່ນ ອິດສະຣາເອລ.
ບາງທີປະເທດດຽວ ທີ່ມີຄວາມສໍາພັນທີ່ບໍ່ດີກັບອີຣານ-ຫລັງຈາກປີ 1979-ຫລາຍກວ່າສະຫະຣັດອາເມຣິກາ, ແມ່ນອິດສະຣາເອລ.
ຈຸດປະສົງ ຂອງສາທາຣະນະຣັດ Islam (the Islamic Republic) ແມ່ນທີ່ຈະລຶບ ອິດສະຣາເອລ ອອກຈາກແຜນທີ່ ແລະອິດສະຣາເອລ ຍັງຢືນຢັນວ່າ ໂຄງການ nuclear ຂອງອີຣານ ເປັນພັຍຕໍ່ການເປັນຢູ່ຂອງເຂົາເຈົ້າ, ເຖິງແມ່ນວ່າ ອີຣານຍັງປະຕິເສດວ່າ ມັນກໍາລັງສ້າງອາວຸດ nuclear ກໍຕາມ.
Mr Vaez ເຕືອນວ່າ ສະຫະຣັດອາເມຣິກາ ແລະອິດສະຣາເອລ, ເຖິງແມ່ນຈະຮ່ວມມືກັນ, ແຕ່ອາດບໍ່ເຫັນພ້ອມ ກັບສິ່ງທີ່ເຂົາເຈົ້າ ຕ້ອງການໃຫ້ເກີດຂຶ້ນ ໃນປະເທດອີຣານ.
"ຣັດຖະບານ Trump ສ່ວນຫລາຍ ຢາກໃຫ້ມີການປ່ຽນແປງ ລະບອບການປົກຄອງຢູ່ທີ່ນີ້, ຊຶ່ງນີ້ ຫຼັງຈາກການກໍາຈັດຜູ້ນໍາສູງສຸດ, ຜູ້ໃດກໍຕາມ ທີ່ຂຶ້ນມາແທນ, ຈະເຮັດແບບ Venezuela, ການຈັດຕຽມຂອງDelcy Rodriguez ກັບຣັດຖະບານ Trump ຊຶ່ງເຂົາເຈົ້າຈະຍອມຮັບເງື່ອນໄຂ ຂອງສະຫະຣັດອາເມຣິກາ, ຍອມຈຳນົນ, ແລະເລີ່ມເຮັດຕາມຄໍາສັ່ງ ຂອງສະຫະຣັດອາເມຣິກາ ໂດຍບໍ່ຈໍາເປັນຕ້ອງປ່ຽນແປງລະບອບການປົກຄອງ. ແຕ່ເບິ່ງຄືວ່າ ຈຸດປະສົງ ຂອງອິດສະຣາເອລ ແມ່ນຢ່າງຫນ້ອຍທີ່ສຸດ ກໍແມ່ນການປ່ຽນແປງລະບອບການປົກຄອງ, ທີ່ດີທີ່ສຸດ ຄືການລົ້ມລະລາຍ ຂອງລະບອບການປົກຄອງ ຫລືຄວາມບໍ່ຫມັ້ນຄົງຂອງປະເທດ ເພື່ອວ່າອີຣານ ຈະເອົາໃຈໃສ່ເລື້ອງພາຍໃນປະເທດ ແລະບໍ່ສາມາດ ທ້າທາຍອິດສະຣາເອລ ໃນພູມີພາກໄດ້."
ຕາມທາງການແລ້ວ, Khamanei ບໍ່ມີທາຍາດ.
ພາຍໃຕ້ລະບົບ ຂອງສາທາຣະນະຣັດ Islam (the Islamic Republic), ກອງປະຊຸມຜູ້ຊ່ຽວຊານ ຈະເລືອກເອົາຜູ້ນໍາສູງສຸດຄົນຕໍ່ໄປ.
Mr Vaez ເຕືອນວ່າ ລະບົບຂອງສາທາຣະນະຣັດ Islam (the Islamic Republic) ບໍ່ພຽງແຕ່ ກ່ຽວກັບຜູ້ຄົນ ທີ່ຢູ່ໃນຈຸດສູງສຸດເທົ່ານັ້ນ, ເຊັ່ນດຽວກັບ Ali Khamenei ຜູ້ເສັຍຊີວິດ.
"ສະນັ້ນ ສາທາຣະນະຣັດ Islam (the Islamic Republic) ຈຶ່ງເປັນລະບົບ, ມັນບໍ່ເຄີຍ ເປັນການສະແດງຂອງຄົນດຽວ. ແລະ Ayatollah Khamenei ກໍເປັນຕົວແທນ ຂອງຄວາມຄິດເຫັນ ທີ່ເຫັນພ້ອມກັນ ພາຍໃນລະບົບນັ້ນ. ມັນເປັນຄວາມຈິງທີ່ວ່າ ລາວເປັນຜູ້ຕັດສິນໃຈຄົນສຸດທ້າຍ, ແຕ່ຂ້າພະເຈົ້າຄິດວ່າ ທັດສະນະທາງໂລກຂອງລາວ ໄດ້ມີຊີວິດຍືນກວ່າລາວ."
ຫລັງຈາກ Khamenei ໄດ້ເສັຍຊີວິດ, ຜູ້ຄັດຄ້ານຊາວອີຣານບາງຄົນທົ່ວໂລກ ໄດ້ຮຽກຮ້ອງໃຫ້ Reza Pahlavi, ລູກຊາຍຂອງ Shah ຄົນສຸດທ້າຍຂອງອີຣານ, ກັບຄືນມາ ແລະຄອງປະເທດອີກ.
Alex Vatanka ເປັນນັກຄົ້ນຄວ້າອາວຸໂສ ຂອງໂຄງການອີຣານ (Iran Program) ທີ່ສະຖາບັນຕາເວັນອອກກາງ (the Middle East Institute) ໃນ Washington.
ລາວກ່າວວ່າ ຣັດຖະບານໃຫມ່ຂອງອີຣານ ອາດເປັນການຮ່ວມມື ລະຫວ່າງຊາວອີຣານຈາກຕ່າງປະເທດ, ແລະຜູ້ທີ່ຍັງຢູ່ໃນປະເທດ.
"ສະຖານະການທີ່ດີທີ່ສຸດ ຄືຍຸດທະວິທີການຕັດຫົວ ທີ່ສະຫະຣັດອາເມຣິກາ ແລະອິດສະຣາເອລ ກໍາລັງປະຕິບັດ ຈະສ້າງຄວາມວ່າງ ໃນລະດັບສູງທາງການເມືອງ ຈົນວ່າທ່ານຕ້ອງມີຜູ້ນໍາກຸ່ມໃຫມ່ເຂົ້າມາ, ເປັນຜູ້ນໍາກຸ່ມທີ່ແຕກຕ່າງຫລາຍ ທີ່ຈະເຂົ້າມາ. ບາງຄົນ ອາດອອກມາຈາກສິ່ງທີ່ເຫລືອຢູ່ ຂອງລະບອບການປົກຄອງເກົ່າ. ເຂົາເຈົ້າ ຕ້ອງຕິດຕໍ່ກັບຝ່າຍຄ້ານນອກປະເທດ ທີ່ເບິ່ງຄືວ່າ ມີວິສັຍທັດທີ່ຊັດເຈນຫລາຍກວ່າ ກ່ຽວກັບວ່າ ປະເທດອີຣານໃໝ່ ໃນອະນາຄົດ ຈະເປັນແນວໃດ."
Dr Dara Conduit ເປັນອາຈານສອນອາວຸໂສ ຝ່າຍວິທະຍາສາດການເມືອງ ທີ່ມະຫາວິທະຍາລັຍ Melbourne.
ນາງເຕືອນວ່າ ສະຫະຣັດອາເມຣິກາ ແລະອິດສະຣາເອລ, ເຖິງແມ່ນວ່າ ເຂົາເຈົ້າມີອໍານາດ, ອາດບໍ່ມີການສນັບສນູນດ້ານການທະຫານ ຫລືດ້ານການເມືອງ ເພື່ອໃຫ້ໄດ້ ສິ່ງທີ່ເຂົາເຈົ້າຕ້ອງການໃນອີຣານ.
"ການປ່ຽນແປງລະບອບການປົກຄອງ ບໍ່ສາມາດເກີດຂຶ້ນໄດ້ ຈາກອາກາດ. ນັ້ນຊັດແຈ້ງດີ. ແລະໃນເວລານີ້, ສະຫະຣັດອາເມຣິກາ ແລະອິດສະຣາເອລ ບໍ່ມີຄວາມສາມາດ ໃນການຈະເຮັດສິ່ງນັ້ນ, ເພື່ອເຮັດສົງຄາມຢູ່ເທິງພື້ນດິນ. ນັ້ນຕ້ອງໃຊ້ການຕຽມພ້ອມຢ່າງຫລວງຫລາຍ, ການສ້າງກອງກຳລັງທະຫານ. ແລະຂ້າພະເຈົ້າ ບໍ່ຄິດວ່າປະທານາທິບໍດີ Trump ມີຄວາມສນັບສນູນທາງການເມືອງ ສໍາລັບສົງຄາມແບບນັ້ນຄືກັນ."
ລາຍງານໂດຍ Sunil Awasthi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








