ການກວດຈັບແຜ່ນດິນໄຫວ

Christchurch cathedral, a few days after the earthquake (SBS-Allan Lee().jpg

ຊາກຫັກພັງຂອງ Christchurch cathedral ຫລັງຈາກແຜ່ນດິນໄຫວ ໃນ ນິວຊີແລນ.

ນັກແຜ່ນດິນໄຫວ (Seismologists) ຂອງ New Zealand ໄດ້ວິເຄາະຂໍ້ມູນຢ່າງຕໍ່ເນື່ອງ ຈາກເຄືອຂ່າຍ ຂອງເຄື່ອງກວດຈັບ (Detectors) 700 ຫນ່ວຍ ເພື່ອຊອກຫາສັນຍານເຕືອນ ຂອງແຜ່ນດິນໄຫວ ທີ່ໃກ້ຈະເກີດຂຶ້ນ ຫຼັງຈາກເກີດເຫດແຜ່ນດິນໄຫວຄັງໃຫຍ່ ເດືອນກຸມພາ ປີ 2011. ຜູ້ຊ່ຽວຊານກ່າວວ່າ ການປ້ອງກັນຈະມີປະສິດທິພາບຫຼາຍກວ່າການຟື້ນຟູ ຫຼັງຈາກເກີດເຫດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການກວດຈັບແຜ່ນດິນໄຫວ.

ສິບຫ້າປີ ຫລັງຈາກແຜ່ນດິນໄຫວທີ່ຮ້າຍແຮງ ໃນປະເທດ New Zealand ຊຶ່ງໄດ້ເຮັດໃຫ້ມີຄົນເສັຍຊີວິດ 185 ຄົນ, ນັກວິທະຍາສາດ ໄດ້ເຝົ້າລະວັງ, ພ້ອມທີ່ຈະເຫັນ ພັຍພິບັດທີ່ກໍາລັງຈະເກີດຂຶ້ນ.

ຢູ່ໃນຫ້ອງຄວບຄຸມ ທີ່ສູນກາງໃຫຍ່ຂອງ Earth Sciences New Zealand, ໄຫວ (Seismologists) ໄດ້ວິເຄາະຂໍ້ມູນຢ່າງຕໍ່ເນື່ອງ ຈາກເຄືອຂ່າຍ ຂອງເຄື່ອງກວດຈັບ (Detectors) 700 ຫນ່ວຍ ເພື່ອຊອກຫາສັນຍານເຕືອນ ຂອງແຜ່ນດິນໄຫວ ທີ່ໃກ້ຈະເກີດຂຶ້ນ.

Deborah Groarke ລາຍງານ.

ບາງທີໃນສາຍຕາຂອງບາງຄົນ, Matt Gerstenberger ມີວຽກທີ່ກົດດັນ.

ລາວເປັນຜູ້ນໍາກຸ່ມ ນັກແຜ່ນດິນໄຫວ (Seismologists) ໃນຂນະທີ່ເຂົາເຈົ້າ ສ້າງແບບຈຳລອງຄອມພິວເຕີ ຂອງເຫດການແຜ່ນດິນໄຫວ ໃນປະເທດ New Zealand ຈາກເຄື່ອງເກົ່າ (Richter Scale 7 ແລະ 8) ແລະຕື່ມການວິເຄາະ ທີ່ໃກ້ກັບເວລາຈິງ (Near Real-time Analysis) ເພື່ອກໍານົດຮູບແບບ ຂອງແຜ່ນດິນໄຫວ ແລະພະຍາກອນໄດ້ດີກວ່າ ກ່ຽວກັບແຜ່ນດິນໄຫວ ຂນາດໃຫຍ່ໃນອະນາຄົດ.

ລາວແນ່ໃຈວ່າ ມັນບໍ່ແມ່ນຖ້າຫາກມັນຈະເກີດຂຶ້ນ, ແຕ່ແມ່ນ ເມື່ອໃດພັຍພິບັດຄັ້ງຕໍ່ໄປ ຈະເກີດຂຶ້ນ.

"ເບິ່ງຄືວ່າ ເຮົາຈະເຫັນບາງສິ່ງເຊັ່ນນັ້ນອີກ ໃນອະນາຄົດ; ທີ່ເຮົາຈະເຫັນໃນໄລຍະຫນຶ່ງຮ້ອຍປີຕໍ່ໄປ ບາງທີອາດມີແຮງກະທົບ ເຖິງເຈັດ ທີ່ເກີດຂຶ້ນ ຢູ່ໃນແຜ່ນດິນ New Zealand. ມັນເປັນໄປໄດ້ ທີ່ເຮົາຈະເຫັນບາງສິ່ງທີ່ໃຫຍ່ກວ່າ ຢູ່ນອກຝັ່ງທະເລ. ຄວາມເປັນໄປໄດ້ ຂອງສິ່ງນັ້ນ ແມ່ນຕ່ຳກວ່ານັ້ນຫຼາຍ."

ແຜ່ນດິນໄຫວໃຫຍ່ ຄັ້ງສຸດທ້າຍ ຂອງປະເທດ New Zealand ແມ່ນຢູ່ທີ່ Christchurch ໃນເດືອນກຸມພາ ປີ 2011, ທີ່ເຮັດໃຫ້ມີ 185 ຄົນເສັຍຊີວິດ.

ອາຄານຫລາຍແຫ່ງ, ຮວມທັງຕຶກໂບດ Anglican ຂອງເມືອງ ທີ່ຖືກອຸທິດ ໃນປີ 1881, ໄດ້ຮັບຄວາມເສັຍຫາຍຢ່າງຫຼາຍ ໃນແຜ່ນດິນໄຫວດ້ວຍຄວາມແຮງ (Magnitude) ຂນາດ 6.3, ແລະຫໍສູງ ແລະປ່ອງຢ້ຽມດອກກຸຫລາບ ທີ່ມີຊື່ສຽງກໍໄດ້ພັງລົງ.

ຜູ້ທີ່ເສັຍຊີວິດ ຈະຖືກລະນຶກເຖິງ-ຊື່ຂອງຜູ້ເຄາະຮ້າຍແຕ່ລະຄົນ ຖືກ ສລັກໄວ້ໃນຫີນ ເພື່ອໃຫ້ຜູ້ມາຢ້ຽມຢາມໄດ້ເຫັນ ແລະຄົນທີ່ເຂົາເຈົ້າຮັກຈະຈົດຈໍາ.

Peter Beck ເປັນຫົວຫນ້າຂອງຕຶກໂບດ ໃນເວລານັ້ນ, ລາວຢູ່ໃນຕຶກຫລັງນັ້ນ ໃນຂນະທີ່ກ້ອນຫີນ ພັງທະລາຍຢູ່ຮອບໂຕລາວ, ຊຶ່ງໄດ້ຝັງຜູ້ຍິງຄົນຫນຶ່ງ ແລະເຮັດໃຫ້ຄົນອື່ນໆ ໄດ້ຮັບບາດເຈັບ.

"ມັນຕ້ອງເປັນຄວາມໂສກເສົ້າ ແລະເຈັບປວດ. ມັນເປັນມື້ທີ່ເຈັບປວດ ແລະມັນໄດ້ປ່ຽນຊີວິດຂອງຂ້າພະເຈົ້າ ແລະຊີວິດຂອງພວກເຮົາ ຢູ່ໃນເມືອງນີ້ຕລອດໄປ. ຂ້າພະເຈົ້າ ເຄີຍລືມມັນໄດ້ບໍ່? ບໍ່, ຂ້າພະເຈົ້າຄຶດວ່າ ຂ້າພະເຈົ້າ ບໍ່ສາມາດລືມມັນໄດ້."

ຫລັງຈາກໄດ້ເອົາຊນະ ການຢຸດຊົ່ວຄາວ ຂອງເງິນຊ່ອຍເຫຼືອ ຈາກຣັດຖະບານ, ບັດນີ້ ກໍໄດ້ຕົກລົງແຜນການສ້ອມແປງ ຕຶກໂບດທີ່ສໍາຄັນຢ່າງເປັນຂັ້ນຕອນ, ໂດຍປີ 2030 ກຳໜົດໃຫ້ເປັນເປົ້າໝາຍ ທີ່ຈະເປີດປະຕູໃຫ້ຜູ້ນະມັດສະການ 700 ຄົນ.

Stephen Pennruscoe ໂຄສົກຂອງ Quake City ກ່າວວ່າ ເຂົາເຈົ້າກໍາລັງພິຈາລະນາວິທີ ທີ່ຈະໃຫ້ກຽດແກ່ຜູ້ທີ່ສູນເສັຍໄປ ໄດ້ແນວໃດ-ແລະຕຽມພ້ອມ ສໍາລັບອະນາຄົດ.

"ເລື່ອງສໍາຄັນຢ່າງຫນຶ່ງ ທີ່ເຮົາມອບໃຫ້ຜູ້ຄົນ ແມ່ນວິທີ ທີ່ຈະຕຽມພ້ອມຫລາຍກວ່າເກົ່າ ສໍາລັບແຜ່ນດິນໄຫວ ແລະຂ້າພະເຈົ້າຮູ້ສຶກວ່າ ນັ້ນກໍາລັງສ້າງເມືອງ ທີ່ມີຄວາມຍືດຍຸ່ນຫລາຍຂຶ້ນ."

ປະເທດນີ້ ກໍກໍາລັງຕຽມພ້ອມ ສໍາລັບສິ່ງທີ່ຮ້າຍແຮງທີ່ສຸດຄືກັນ.

ສິບຫ້າປີຜ່ານໄປ, ປະເທດ New Zealand ໄດ້ພັດທະນາ ລະບົບການຄວບຄຸມຢ່າງກວ້າງຂວາງ.

ທຸກໆນາທີໃນແຕ່ລະມື້ ເຄືອຂ່າຍເຄື່ອງກວດຈັບ (Detectors) 700 ຫນ່ວຍ ເຝົ້າລະວັງເບິ່ງຄວາມແຕກຕ່າງ ຂອງກິດຈະກັມແຜ່ນດິນໄຫວ ຂອງປະເທດ New Zealand.

ສະຖານີຟັງ ແມ່ນຕັ້ງຢູ່ເທິງຈອມພູ ທີ່ເຕັມໄປດ້ວຍພຸ່ມໄມ້ ແລະຕາມແຄມຝັ່ງທະເລສາບພູເຂົາໄຟ, ອຸປະກອນທີ່ຮູ້ສຶກໄວ ຊຶ່ງຖືກດັດແປງ ຢ່າງລະອຽດ ໂດຍນັກວິຊາການ ເພື່ອເຕືອນເຖິງອັນຕະຣາຍ ທີ່ໃກ້ເຂົ້າມາ.

ສັນຍານນັ້ນ ຖືກກວດສອບ ຢູ່ໃນສູນຄວບຄຸມສຸກເສີນ ຂອງ Earth Sciences New Zealand ຢູ່ນອກເມືອງ Wellington.

Mike Ross ເປັນຫົວຫນ້າ the Geohazard Analyst ທີ່ Earth Sciences New Zealand, ແລະກ່າວວ່າ ເຖິງແມ່ນວ່າ ມີແຜ່ນດິນໄຫວຫລາຍກວ່າ158,000 ເທື່ອ ໃນ New Zealand ຫລືຢູ່ແຄມຝັ່ງທະເລ ນັບແຕ່ປີ 2018, ເຖິງ 150 ເທື່ອຕໍ່ປີ ກໍໃຫຍ່ພໍທີ່ມະນຸດຈະຮູ້ສຶກໄດ້.

"ຖ້າມັນເປັນເຫດການໃຫຍ່, ນັ້ນເປັນການພັຍຄຸກຄາມ ແລະເຮົາຕ້ອງປະເມີນພັຍຄຸກຄາມນັ້ນ, ຕັດສິນໃຈວ່າ ມັນໃຫຍ່ປານໃດ, ຢູ່ໃສ, ຜົນສະທ້ອນທີ່ເປັນໄປໄດ້-ຖ້າຫາກມີພັຍຄຸກຄາມຈາກສຸນາມິ ແລະອື່ນໆ."

ສາດສະດາຈານ Tom Wilson ໄດ້ສຶກສາຜົນກະທົບ ຂອງແຜ່ນດິນໄຫວ ຕໍ່ປະຊາຊົນ ແລະກ່າວວ່າ ຈໍາເປັນຕ້ອງມີການສົນທະນາຢ່າງຈິງຈັງ ລະດັບຊາດ ກ່ຽວກັບຄວາມສ່ຽງ ໃນອະນາຄົດທີ່ຍອມຮັບໄດ້.

"ຄວາມເປັນຈິງທີ່ກົງໄປກົງມາ ຄືຈະມີການແລກປ່ຽນ ທີ່ເຮົາເຮັດ. ເຮົາບໍ່ສາມາດປອດພັຍ ໃນທຸກເລື້ອງ. ເຮົາຕ້ອງມີຄວາມສ່ຽງໃນລະດັບໜຶ່ງ ໃນຊີວິດຂອງເຮົາ ແລະການຈັດການ ກັບຄວາມສ່ຽງນັ້ນ ແລະການອົດທົນຕໍ່ມັນ ແລະຍອມຮັບມັນວ່າເປັນສ່ວນຫນຶ່ງ ຂອງສິ່ງທີ່ເຮັດໃຫ້ເຮົາ ເປັນມະນຸດ."

ກັບຄືນໄປ Christchurch, Brenden Winder ຍັງໃຫ້ຄຳເຕືອນຢູ່.

ລາວໄດ້ຊ່ອຍ ຈັດການເລື່ອງການຊ່ອຍເຫລືອ ຂອງເທດສະບານ ໃນການຖືກທໍາລາຍ ຂອງ Christchurch ເປັນເວລາຫລາຍກວ່າ 800 ມື້.

ແລະລາວຮູ້ສຶກວ່າ ນະໂຍບາຍໃນປະຈຸບັນ ເຈາະຈົງໃສ່ການຟື້ນຟູຫລາຍເກີນໄປ ແລະບໍ່ພຽງພໍ ໃນການຕຽມພ້ອມ ແລະຄວາມຍືດຍຸ່ນ.

"ແບບຢ່າງນັ້ນຕ້ອງປ່ຽນແປງ. ເຮົາໄດ້ຮັບຜົນຕອບແທນ ຈາກການລົງທຶນຫລາຍກວ່າເກົ່າ ໂດຍການໃຊ້ຈ່າຍເງິນ, ໂດຍການຫລຸດຜ່ອນຜົນກະທົບ ຂອງເຫດການເຫລົ່ານີ້, ໂດຍການຕຽມຊຸມຊົນສໍາລັບມັນ. ເງິນທີ່ເກັບທ້ອນໄດ້ໃນພາຍຫຼັງ ເປັນລະຫວ່າງຫົກເຖິງ 10 ຕໍ່ຫນຶ່ງ."

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now