ການແຕກກັນຂອງ ພັນທະມິດ (The Coalition).

DAVID LITTLEPROUD COALITION AGREEMENT PRESSER

ຜູ້ນຳພັກ, National, David Littleproud, ກຳລັງຖແລງການຕໍ່ສື່ວ່າ ພັກ National ຈະບໍ່ແມ່ນສ່ວນນຶ່ງຂອງ ພັນທະມິດ ຂອງຣັຖບານກາງ (The Federal Coalition) ອີກຕໍ່ໄປ. Source: AAP / LUKAS COCH/AAPIMAGE

The Coalition, ຊຶ່ງປະກອບດ້ວຍພັກ Liberal ແລະພັກ National, ໄດ້ຍຸບໂຕເອງລົງ-ເປັນຜົນມາຈາກ ການເສັຍໄຊຢ່າງຫນັກ ໃນການເລືອກຕັ້ງໃນວັນທີ 3 ເດືອນພຶດສະພາ. ເຖິງແມ່ນວ່າ ມັນເປັນການຮ່ວມມື ທີ່ຍາວນານກວ່າແປດສິບປີ-ແຕ່ບັດນີ້ ມັນບໍ່ໄດ້ເປັນເຊັ່ນນັ້ນ ອີກຕໍ່ໄປ. ແຕ່ໃນສ່ວນເລິກໆແລ້ວ, ທັງສອງພັກນີ້ ມີຄວາມແຕກຕ່າງກັນຫຼາຍຢ່າງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ການແຕກກັນຂອງ ພັນທະມິດ (The Coalition).

The Federal Coalition) ໄດ້ແຕກກັນແລ້ວ-ໂດຍທີ່ພັກ National ແລະພັກ Liberal ບໍ່ສາມາດບັນລຸຂໍ້ຕົກລົງກັນໄດ້.

Rania Yallop ລາຍງານ.

ມັນເປັນການຮ່ວມມື ທີ່ຍາວນານກວ່າແປດສິບປີ-ແຕ່ບັດນີ້ ມັນບໍ່ໄດ້ເປັນເຊັ່ນນັ້ນ ອີກຕໍ່ໄປ.

The Coalition, ຊຶ່ງປະກອບດ້ວຍພັກ Liberal ແລະພັກ National, ໄດ້ຍຸບໂຕເອງລົງ-ເປັນຜົນມາຈາກ ການເສັຍໄຊຢ່າງຫນັກ ໃນການເລືອກຕັ້ງໃນວັນທີ 3 ເດືອນພຶດສະພາ.

ແມ່ນພັກ National ທີ່ເປັນຜູ້ແຍກໂຕ ອອກຈາກຂໍ້ຕົກລົງ, ດັ່ງທີ່ David Littleproud ຜູ້ນໍາຂອງພວກເຂົາອະທິບາຍ.

"ພັກຂອງພວກເຮົາ ໄດ້ໄປເຖິງຕໍາແຫນ່ງ ທີ່ພວກເຮົາ ຈະບໍ່ກັບຄືນໄປສູ່ຂໍ້ຕົກລົງ ຂອງພັນທະມິດ ກັບພັກ Liberal ຫລັງຈາກການເລືອກຕັ້ງຄັ້ງນີ້. ສິ່ງທີ່ພວກເຮົາ ໄດ້ຕັດສິນໃຈ ແມ່ນວ່າ ພັກ National ຍຶດຢູ່ໃນຫຼັກການຄົນດຽວ."

ມັນບໍ່ໄດ້ເປັນເທື່ອທໍາອິດ ທີ່ບໍ່ໄດ້ບັນລຸຂໍ້ຕົກລົງ ກ່ຽວກັບເລື່ອງພັນທະມິດ () - ເຂົາເຈົ້າໄດ້ແຍກທາງກັນ ໄລຍະສັ້ນໆ ໃນປີ 1972, ແລະອີກເທື່ອຫນຶ່ງ ກ່ອນການເລືອກຕັ້ງຂອງຣັຖບານກາງໃນປີ 1987.

ແລະ Kevin Hogan ຮອງຫົວໜ້າພັກ National ໄດ້ເປີດໂອກາດ ໃນການກັບຄືນມາຫາກັນອີກ.

"ບາງເທື່ອ, ຖ້າຫາກທ່ານມີການແຕກແຍກຂອງຄວາມສໍາພັນ, ເມື່ອທ່ານກັບຄືນມາ, ແລະຂ້າພະເຈົ້າຫວັງວ່າ ພວກເຮົາຈະກັບຄືນມາຫາກັນ. ແລະຄວາມຫວັງຂອງຂ້າພະເຈົ້າ ຄືພວກເຮົາຈະກັບຄືນມາຫາກັນ, ມັນຈະມີຄວາມຊັດແຈ້ງຫລາຍຂຶ້ນ ແລະເອົາໃຈໃສ່ຫລາຍກວ່າເກົ່າ ຈາກຊ່ວງເວລາທີ່ແຍກກັນ."

ສະນັ້ນ ເຂົາເຈົ້າໄດ້ຕົກ ຢູ່ໃນສະພາບການນີ້ ໄດ້ແນວໃດ ຕັ້ງແຕ່ຕອນຕົ້ນ?

ໃນຕອນເລີ່ມຕົ້ນ, ທ່ານຕ້ອງເຂົ້າໃຈຫນ້ອຍຫນຶ່ງ ກ່ຽວກັບທັງສອງພັກການເມືອງນີ້.

The National Party of Australia -ແຕ່ກ່ອນຊື່ວ່າ the Country Party -ໄດ້ມີມາດົນນານ ກວ່າພັກ Liberal-ຫລາຍກວ່າ 100 ປີ.

ແລະມັນມີນະໂຍບາຍງ່າຍໆ-ເປັນຕົວແທນ ໃຫ້ແກ່ເຂດຊົນນະບົດ, ເຂດຫ່າງໄກ ແລະພູມີພາກຂອງອອສເຕຣເລັຍ, ດັ່ງທີ່ Dr Jill Sheppard ຈາກມະຫາວິທະຍາໄລ ແຫ່ງຊາດ ອອສເຕຣເລັຍ (the Australian National University) ອະທິບາຍ.
ໃນສ່ວນເລິກແລ້ວ, ເຂົາເຈົ້າບໍ່ມັກກັນແທ້ໆ.
Dr Jill Sheppard ຈາກມະຫາວິທະຍາໄລ ແຫ່ງຊາດ ອອສເຕຣເລັຍ (the Australian National University)
"ເຂົາເຈົ້າ ມີຄວາມຮູ້ສຶກທີ່ຊັດເຈນ ກ່ຽວກັບຈຸດປະສົງຂອງເຂົາເຈົ້າ, ແລະໂດຍທົ່ວໄປແລ້ວ, ເຂົາເຈົ້າ ເປັນກຸ່ມທີ່ສາມັກຄີກັນ ຜູ້ມີຫລັກການຮ່ວມກັນ ແລະມີເອກະລັກທີ່ເຂັ້ມແຂງແທ້ໆ ກ່ຽວກັບການເປັນຕົວແທນ ໃຫ້ແກ່ຜົນປໂຍດ ທາງການກະສິກັມ ຂອງອອສເຕຣເລັຍ"

ໃນທາງກົງກັນຂ້າມ, ພັກ Liberal ກໍເປັນໜ້າໃຫມ່ໃນເກມ-ຊຶ່ງຖືກກໍ່ຕັ້ງຂຶ້ນ ໃນປີ 1944 ໂດຍ Sir Robert Menzies.

Dr Sheppard ອະທິບາຍວ່າ ການປະເມີນຂອງລາວໃນເວລານັ້ນ ແມ່ນວ່າ ບໍ່ມີໃຜກ່າວແທນ ຊົນຊັ້ນກາງ ຂອງອອສເຕຣເລັຍ, ສະນັ້ນ Liberal Party ຈຶ່ງເປັນຕົວແທນ.

"ສະນັ້ນພັກ Liberal ຈຶ່ງຖືກກໍ່ຕັ້ງຂຶ້ນ ເພື່ອຕອບຮັບຕໍ່ພັກ Labor. ຜູ້ນໍາ ມັກຈະພົບວ່າ ມັນເປັນສິ່ງຍາກ ທີ່ຈະຮັກສາຄວາມຮູ້ສຶກ ທີ່ຫມັ້ນຄົງ ວ່າເປັນຫຍັງ ເຮົາຈຶ່ງມາຢູ່ທີ່ນີ້? ເຊັ່ນວ່າ ພວກເຮົາກໍາລັງເຮັດຫຍັງຢູ່? ຍົກເວັ້ນພຽງແຕ່ ການຕໍ່ຕ້ານພັກ Labor."

ເມື່ອພັກ Liberal ມາເຖິງ, ພັກ National ບໍ່ໄດ້ເປັນຄົນແປກຫນ້າ ໃນການຮ່ວມມື.

ການຮ່ວມມືຄັ້ງທໍາອິດ ແມ່ນກັບພັກ Nationalist ທີ່ຍຸບໄປແລ້ວໃນປີ 1922.

ໃນປີ 1946, ພັກ Liberal ແລະພັກ National ໄດ້ລົງນາມ ໃນຂໍ້ຕົກລົງພັນທະມິດ ເປັນເທື່ອທໍາອິດ, ແລະໃນປີ 1949 ເຂົາເຈົ້າ ໄດ້ຈັດຕັ້ງຣັຖບານນໍາກັນ ເປັນເທື່ອທໍາອິດ, ໂດຍມີ Robert Menzies ເປັນນາຍົກຣັຖມົນຕີ.

ນັ້ນເປັນຣັຖບານ ທີ່ດຳຣົງຕຳແໜ່ງ ເປັນເວລາຍາວນານທີ່ສຸດ ໃນປວັດສາດ-ເປັນເວລາ 23 ປີ.

ເຖິງແມ່ນໄດ້ທໍາງານຮ່ວມກັນ ເປັນເວລາດົນນານ, Dr Sheppard ກ່າວວ່າ ເຂົາເຈົ້າ ເປັນພັກທີ່ແຕກຕ່າງກັນ ທາງອຸດົມການ. ສ່ວນຫລາຍແລ້ວ ມີຄວາມຄິດເຫັນ ທີ່ກົງກັນຂ້າມກັນ ໃນປະເດັນຕ່າງໆ.

"ໃນສ່ວນເລິກແລ້ວ, ເຂົາເຈົ້າບໍ່ມັກກັນແທ້ໆ."

ແຕ່ເພາະພັກ National ບໍ່ເຄີຍມີຈໍານວນຜູ້ແທນຫລາຍພໍ ທີ່ຈະຕັ້ງຣັຖບານດ້ວຍຕົນເອງ, ແລະພັກ Liberal ສາມາດຕັ້ງຣັຖບານ ດ້ວຍສຽງສ່ວນໃຫຍ່ ໄດ້ພຽງແຕ່ສອງເທື່ອເທົ່ານັ້ນ, ທັງສອງພັກ ກໍໄດ້ທໍາງານຮ່ວມກັນ ຢ່າງຕໍ່ເນື່ອງ.

ຂໍ້ຕົກລົງຂອງພັນທະມິດ (Coalition Agreement) ເປັນຄວາມລັບ, ສະນັ້ນ ເຮົາຈຶ່ງບໍ່ຮູ້ແນ່ນອນວ່າ ຂໍ້ຕົກລົງຫຼ້າສຸດຄືຫຍັງ.

ພັກ Liberal ອ້າງວ່າ ເຂົາເຈົ້າພຽງແຕ່ກ່ຽວກັບການປະຕິບັດງານ, ເຊັ່ນວ່າ ຜູ້ໃດຈະເປັນໂຄສົກຢ່າງເປັນທາງການ ໃນກະຊວງຕ່າງໆ.

ແຕ່ Nationals ກ່າວວ່າ ເຂົາເຈົ້າສາມາດຮວມຄໍາສັນຍາ ໃນນະໂຍບາຍໄດ້.

ໃນເທື່ອນີ້, Mr Littleproud ກ່າວວ່າ ຈຸດຕິດຂັດຂອງນະໂຍບາຍ ແມ່ນກ່ຽວກັບພະລັງງານ, ເງິນຊ່ອຍເຫຼືອລະດັບພູມີພາກ ແລະ Supermarkets.

"ເລື້ອງທີ່ເຮົາບໍ່ສະບາຍໃຈ ແມ່ນກ່ຽວກັບນິວເຄລັຍ ທີ່ເປັນສ່ວນນຶ່ງຂອງພະລັງງານ ໃນອະນາຄົດ. ກ່ຽວກັບທຶນເງິນທຶນອະນາຄົດ ຂອງເຂດພູມີພາກອອສເຕຣເລັຍ- ຈຳນວນ 20 ພັນລ້ານໂດລາ ທີ່ຈ່າຍເງິນປັນຜົນ 1 ພັນລ້ານໂດລາ ຕໍ່ປີ ເພື່ອປ່ຽນແປງຊີວິດ ຂອງຊາວອອສເຕຣເລັຍໃນເຂດນັ້ນ. ເພື່ອຝຶກຝົນທ່ານຫມໍ, ສ້ອມແຊມຖນົນຫົນທາງ, ໃຫ້ຄອບຄົວຄົນຫນຸ່ມ ມີຄວາມຫວັງໃນການດູແລລູກ. ສິ່ງທີ່ເຮົາຕໍ່ສູ້ໃນແຕ່ລະມື້, ນັ້ນຄືຈຸດຢືນໃນຫຼັກການ ທີ່ເຮົາມີ ທີ່ເຮົາຕ້ອງມີຄວາມສະບາຍໃຈ. ມັນກ່ຽວກັບອໍານາດການຂາຍ ຂອງ Supermarkets. ພວກເຮົາ ມີຫລັກການຢ່າງຫຼາຍ ກ່ຽວກັບເລື່ອງນີ້, ກ່ຽວກັບຜົນກະທົບ ທີ່ມັນມີຕໍ່ກະສິກອນ, ຜົນກະທົບ ທີ່ມັນມີຕໍ່ຜູ້ບໍຣິໂພກ ຂອງອອສເຕຣເລັຍ"

ບັນຫາອີກຢ່າງຫນຶ່ງ, ອີງຕາມ Ms Ley, ແມ່ນກ່ຽວກັບ ວິທີທີ່ເຂົາເຈົ້າ ຈະອອກສຽງ ໃນຣັຖສະພາແນວໃດ.

"The Liberal Party ຍັງໄດ້ຢືນຢັນວ່າ ຈະຮັກສາຄວາມສາມັກຄີ ຂອງ Shadow Cabinet ໃນຂໍ້ຕົກລົງຕ່າງໆ ຂອງພັນທະມິດ, ແລະນັ້ນບໍ່ສາມາດແກ້ໄຂໄດ້."

ໂດຍພື້ນຖານແລ້ວ, ພາຍໃຕ້ຂໍ້ຕົກລົງຂອງພັນທະມິດ, Nationals ແລະ Liberals ແບ່ງປັນຕໍາແຫນ່ງ ໃນສິ່ງທີ່ຮູ້ຈັກກັນວ່າ ຄນະຣັຖມົນຕີເງົາ (Shadow Cabinet).

ເມື່ອທ່ານມີຕໍາແຫນ່ງ ໃນຄນະຣັຖມົນຕີເງົາ (Shadow Cabinet) ແລ້ວ, ຕາມປົກກະຕິ ທ່ານຕ້ອງລົງຄະແນນສຽງ ຕາມຕໍາແຫນ່ງຂອງພັນທະມິດ.

ພັກ National ຢາກມີຕໍາແຫນ່ງ ໃນຄນະຣັຖບານເງົາ, ແຕ່ສາມາດອອກສຽງຕໍ່ຕ້ານ ຕໍາແຫນ່ງຂອງພັກ Liberal.

ການຍຸບພັນທະມິດ ຫມາຍຄວາມວ່າ ພັກ Liberal ເປັນຝ່າຍຄ້ານຢ່າງເປັນທາງການ.

ໂດຍທີ່ບໍ່ມີຣັຖມົນຕີເງົາ (Shadow Ministries), ພັກ National ໄດ້ສລະສິດ, ຮວມທັງພະນັກງານເພີ່ມເຕີມ, ແລະເງິນບໍາເຫນັດ 25 ເປີເຊັນ.

ຈໍານວນພະນັກງານຂອງພັກ National ຈະຖືກແບ່ງປັນແນວໃດນັ້ນ ແມ່ນຂຶ້ນກັບ ນາຍົກຣັຖມົນຕີ Anthony Albanese.

Ms Ley ເວົ້າວ່າ ນາງຢາກມີຄນະຣັຖມົນຕີເງົາ (Shadow Cabinet) ໃຫ້ໄວເທົ່າທີ່ຈະເປັນໄປໄດ້.

"ທັດສະນະຂອງພວກເຮົາ ບໍ່ແມ່ນກ່ຽວກັບ ແຕ່ລະນະໂຍບາຍ, ແຕ່ວິທີທີ່ພວກເຮົາໄດ້ກ່າວວ່າ ພວກເຮົາຈະນໍາໄປຫາກອງປະຊຸມຂອງພັກເຮົາກ່ຽວກັບນະໂຍບາຍ. ຂ້າພະເຈົ້າ ໄດ້ຂໍຮ້ອງໃຫ້ the Nationals ນັບຖືຂັ້ນຕອນຂອງພັກ, ແລະໃນຂນະດຽວກັນ, ຂ້າພະເຈົ້າ ຈະເຄົາຣົບຄວາມຍຶດໝັ້ນຂອງເຂົາເຈົ້າ ຕໍ່ນະໂຍບາຍ ທີ່ເຂົາເຈົ້າໄດ້ປະກາດວ່າ ສໍາຄັນຫລາຍ.ດ້ວຍຄວາມຈິງໃຈ, ຂ້າພະເຈົ້າ ໄດ້ສເນີໃຫ້ເຮົາຮ່ວມມືກັນ ໃນຣັຖມົນຕີເງົາ ແລະວ່າເຮົາ ຈະດໍາເນີນຕໍ່ໄປ ຢ່າງຫນຶ່ງດຽວກັນ ແລະແລ້ວເຮົາຈະທໍາງານແຍກກັນ ກ່ຽວກັບນະໂຍບາຍ. ແລະ Nationals ບໍ່ໄດ້ເຫັນພ້ອມກັບວິທີນັ້ນ."

ຜູ້ນໍາທັງສອງພັກກ່າວວ່າ ປະຕູຍັງເປີດຢູ່ ສໍາລັບການເຈຣະຈາ, ແລະຢາກໃຫ້ສອງຝ່າຍ ກັບຄືນມາຮ່ວມມືກັນ ໃນອະນາຄົດ.

ໃນລະຫວ່າງນີ້, ການແຍກທາງກັນ ຈະອະນຸຍາດໃຫ້ທັງສອງຝ່າຍ ມີໂອກາດທີ່ ຈະຄິດໄຕ່ຕອງ, ຟື້ນຟູຈາກຜົນການເລືອກຕັ້ງ ທີ່ຮ້າຍແຮງທີ່ສຸດ ໃນຮອບຫລາຍທົດສະວັດ.

ເນື້ອເລື່ອງໂດຍ RaniaYallop  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການແຕກກັນຂອງ ພັນທະມິດ (The Coalition). | SBS Lao