ຄວາມເປັນຫ່ວງກ່ຽວກັບ ການຕຽມພ້ອມສໍາລັບໂຣກລະບາດ.

Respiratory syncytial virus RSV vaccine vial with syringe and stethoscope

ຫຼອດຢາວັກຊີນ Source: iStockphoto / Manjurul/Getty Images

ໃນມື້ນີ ຂອງປີ 2020, ໄວຣັສ ໄດ້ຖືກປະກາດວ່າ ເປັນໂຣກລະບາດທົ່ວໂລກ ໂດຍອົງການອະນາມັຍໂລກ (World Health Organisation). ຫ້າປີຜ່ານໄປ, Professor Paul Kelly-ອະດີດນາຍແພດຊັ້ນນຳ ຂອງອອສເຕຣເລັຍ-ເຊື່ອວ່າ ການໝົດຄວາມໄວ້ວາງໃຈຂອງສັງຄົມ ຈະເປັນ "ບັນຫາໃຫຍ່" ຖ້າຫາກມີການລະບາດ ຂອງໂຣກອີກເທື່ອຫນຶ່ງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ ://www.sbs.com.au/language/lao/lo/podcast/sbs-lao

ຄວາມເປັນຫ່ວງກ່ຽວກັບ ການຕຽມພ້ອມສໍາລັບໂຣກລະບາດ.

ຜູ້ທີ່ ເປັນຜູ້ນຳ ໃນການຊ່ອຍຮັບມື ດ້ານສຸຂະພາບສາທາຣະນະ ຂອງອອສເຕຣເລັຍ ກ່າວວ່າ ລາວເປັນຫ່ວງກ່ຽວກັບ "ການຕຽມພ້ອມທົ່ວໂລກ" ສໍາລັບໂຣກລະບາດຄັ້ງຕໍ່ໄປ.

ໃນມື້ ນີຂອງປີ 2020, ໄວຣັສ ໄດ້ຖືກປະກາດວ່າ ເປັນໂຣກລະບາດທົ່ວໂລກ ໂດຍອົງການອະນາມັຍໂລກ (World Health Organisation).

ຫ້າປີຜ່ານໄປ, Professor Paul Kelly-ອະດີດນາຍແພດຊັ້ນນຳ ຂອງອອສເຕຣເລັຍ-ເຊື່ອວ່າ ການໝົດຄວາມໄວ້ວາງໃຈຂອງສັງຄົມ ຈະເປັນ "ບັນຫາໃຫຍ່" ຖ້າຫາກມີການລະບາດ ຂອງໂຣກອີກເທື່ອຫນຶ່ງ.

Abbie O’Brien ມີເພີ່ມຕື່ມ:

ສໍາລັບບາງຄົນມັນອາດຮູ້ສຶກເຫມືອນມື້ວານນີ້, ແຕ່ສໍາລັບອີກບາງຄົນ, ມັນເປັນເວລາດົນນານແລ້ວ.

ຢ່າງເປັນທາງການແລ້ວ, ມັນເປັນເວລາຫ້າປີ. ໃນວັນທີ 11 ມີນາ 2020, COVID-19 ຖືກປະກາດວ່າ ເປັນໂຣກລະບາດທົ່ວໂລກ.

ມີລາຍງານ ຜູ້ເສັຍຊີວິດ ເຈັດລ້ານຄົນ ຕໍ່ WHO, ແຕ່ຄາດວ່າ ຢ່າງຫນ້ອຍມີ 20 ລ້ານຄົນ ທີ່ເສັຍຊີວິດ.

ໃນຂນະທີ່ virus ຍັງຄົງແຜ່ລະບາດຢູ່, vaccines ພ້ອມທັງ ພູມຕ້ານທານ ຈາກການຕິດເຊື້ອ ໄດ້ເຮັດໃຫ້ຈໍານວນຄົນເຂົ້າໂຮງຫມໍ ແລະການຕາຍ ຫລຸດຈໍານວນລົງຢ່າງຫຼາຍ.

ໃນຫ້າປີນັ້ນ, COVID-19 ໄດ້ກາຍເປັນໂຣກລະບາດ ໃນທຸກທະວີບ.

ໃນປະຈຸບັນ, ຜູ້ຊ່ຽວຊານດ້ານສຸຂະພາບ ກໍາລັງປ່ຽນຄວາມສົນໃຈ ຂອງເຂົາເຈົ້າ ໄປຫາຄວາມເປັນໄປໄດ້ ຂອງໂຣກລະບາດຄັ້ງໃຫມ່.

Professor Paul Kelly-ອະດີດນາຍແພດຊັ້ນນຳ ຂອງອອສເຕຣເລັຍ-ໄດ້ຊ່ອຍຂັບເຄື່ອນ ດ້ານສຸຂະພາບສາທາຣະນະ ຂອງອອສເຕຣເລັຍ ໃນການຮັບມືກັບ COVID-19.

"ຂ້າພະເຈົ້າເປັນຫ່ວງ ກ່ຽວກັບການຕຽມພ້ອມທົ່ວໂລກ, ແລະຂ້າພະເຈົ້າຄິດວ່າ ບົດຮຽນສໍາຄັນຢ່າງຫນຶ່ງ ຈາກການລະບາດຂອງCovid ແມ່ນວ່າ ພວກເຮົາບໍ່ໄດ້ຕຽມພ້ອມຫລາຍ ເທົ່າທີ່ພວກເຮົາຄິດ. ມີແນວໂນ້ມ ທີ່ພວກເຮົາຈະຫຼົບຕົວ ຢູ່ຂ້າງຫລັງຂອງເຂດແດນ ແລະບໍ່ສົນໃຈກັບໂລກພາຍນອກອື່ນໆ. ແລະອອສເຕຣເລັຍ ກໍເປັນສ່ວນນຶ່ງຂອງສະຖິຕິ ທີ່ຫນ້າເສັຍໃຈນັ້ນຄືກັນ."

ລາວເຊື່ອວ່າ ການລະບາດອີກເທືອຫນຶ່ງນັ້ນ "ຫຼີກລ່ຽງບໍ່ໄດ້" ເຊັ່ນດຽວກັບ ຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອຄົນອື່ນໆ ທີ່ກໍາລັງຕິດຕາມ ການລະບາດຂອງໄວຣັສທີ່ລຶກລັບ ໃນສາທາຣະນະຣັດປະຊາທິປະໄຕ Congo.

Associate Professor Sanjaya Senanayake, ຜູ້ຊ່ຽວຊານ ເລື່ອງໂຣກຕິດເຊື້ອ ທີ່ the Australian National University ກ່າວວ່າ ຍັງມີຄວາມເປັນຫ່ວງນໍາອີກ ກ່ຽວກັບໄຂ້ນົກສາຍພັນຫນຶ່ງ, ທີ່ເອີ້ນວ່າໄຂ້ຫວັດນົກ (the bird flu), ຊຶ່ງໄດ້ແພ່ໄປສູ່ມະນຸດ.

"ພວກເຮົາ ກໍາລັງເຫັນທີ່ປາກົດຂຶ້ນໃຫມ່ ຢ່າງຫລວງຫລາຍ, ແລະຕອນນີ້ ໃນສະຫະຣັດອາເມຣິກາ ເຂົາເຈົ້າມີໄຂ້ນົກສາຍພັນໜຶ່ງ ທີ່ພວກເຮົາກໍາລັງຕິດຕາມສັງເກດຢ່າງໃກ້ຊິດ, ຊຶ່ງມີຄວາມສາມາດ ທີ່ຈະກາຍເປັນໂຣກລະບາດໄດ້. ແມ່ນແລ້ວ, ມີການຕິດເຊື້ອຢ່າງຫລວງຫລາຍ, ມີການຕິດເຊື້ອໃຫມ່ ຫລາຍຢ່າງທີ່ເກີດຂຶ້ນ ຈາກໂລກສັດ ໄປສູ່ໂລກມະນຸດ. ແລະມັນກໍເປັນໄປໄດ້ວ່າ ຫນຶ່ງໃນນັ້ນ ຈະເປັນການຕິດເຊື້ອ, ເປັນການຕິດເຊື້ອ ທີ່ມີໂອກາດຫລາຍທີ່ສຸດ ສໍາລັບ ການຈະກາຍເປັນໂຣກລະບາດ ໃຫຍ່ຕໍ່ໄປ."

ຄໍາແນະນໍາຢ່າງຫນຶ່ງ ຈາກການທົບທວນຢ່າງອິດສຣະ ໃນປີ 2024 ກ່ຽວກັບການຕອບຮັບຕໍ່ COVID ຂອງອອສເຕຣເລັຍ ແມ່ນໃຫ້ຈັດຕັ້ງສູນຄວບຄຸມໂຣກ.

ສະຖານທີ່ ອຳນວຍຄວາມສະດວກຖາວອນ ຍັງບໍ່ໄດ້ຖືກຈັດຕັ້ງຂຶ້ນ.

"ຂ້າພະເຈົ້າ ຍັງຮູ້ສຶກວ່າ ມັນຍັງອີກໄກຫຼາຍ ໃນການຈະບັນລຸ ຕາມຄໍາມອບໝາຍ ແຕ່ຄໍາສັ່ງນັ້ນມີຢູ່ແລ້ວ ແລະມັນໄດ້ຮັບເງິນງົບປະມານ ແລະເຮັດໃຫ້ຂໍ້ມູນ ຂອງປະເທດດີຂຶ້ນ, ເຮັດໃຫ້ເຄືອຂ່າຍ ທັງໃນແລະນອກປະເທດດີຂຶ້ນ, ແລະມີວິທີທາງທີ່ດີກວ່າເກົ່າ ໃນການສື່ສານກ່ຽວກັບບັນຫາເຫລົ່ານີ້ ໃນເວລານີ້ ແທນທີ່ຈະຕ້ອງສ້າງມັນຂຶ້ນໃໝ່ ຢ່າງຮີບດ່ວນ. ດັ່ງທີ່ພວກເຮົາໄດ້ເຮັດເທື່ອແລ້ວນີ້. ສະນັ້ນ, ຂ້າພະເຈົ້າຄິດວ່າ ມັນມີສັກກະຍະພາບຫລາຍ ແລະເຮົາຕ້ອງສນັບສນູນ ແນວຄິດນັ້ນແທ້ໆ."

Professor Kelly ກໍຍັງເປັນຫ່ວງ ກ່ຽວກັບການໝົດຄວາມໄວ້ວາງໃຈ ຂອງສາທາຣະນະຊົນ. ລາວເປັນຫ່ວງວ່າ ຜູ້ຄົນອາດບໍ່ຍອມຮັບໂຄງການvaccine ອື່ນ.

"ຄວາມໄວ້ວາງໃຈ ເປັນສິ່ງຍາກທີ່ຈະໄດ້ມາ ແລະງ່າຍທີ່ຈະສູນເສັຍໄປ. ແລະຂ້າພະເຈົ້າຄິດວ່າ ນັ້ນຈະເປັນບັນຫາສໍາຄັນສໍາລັບເຮົາ ຖ້າຫາກມີໂຣກລະບາດຄັ້ງຕໍ່ໄປ. ສາທາຣະນະຊົນຂອງອອສເຕຣເລັຍ ມີຄວາມໄວ້ວາງໃຈຢ່າງໃຫຍ່ຫລວງ ຕໍ່ຄໍາແນະນໍາທາງການແພດ ແລະນັກການເມືອງ ທັງໃນລະດັບຊາດ ແລະລະດັບຣັດແລະເຂດປົກຄອງ. ແຕ່ຂ້າພະເຈົ້າບໍ່ແນ່ໃຈວ່າ ມັນເປັນເຊັ່ນນັ້ນຫຼືບໍ່ ໃນຕອນນີ້."

ເນື້ອເລື່ອງໂດຍ  Abbie O'Brien ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service