ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການສືບຕໍາແຫນ່ງຂອງ Dalai Lama
ໃນຂນະທີ່ Dalai Lama ໃກ້ເຖິງວັນເກີດຄົບຮອບ 90 ປີຂອງເພິ່ນ, ຜູ້ອົບພະຍົບຊາວ Tibet ໃນອອສເຕຣເລັຍ ກໍາລັງຕຽມການໃຫ້ກຽດແກ່ວັດທະນະທັມ ທີ່ນັບວ່າເປັນການຕໍ່ຕ້ານ.
ໃນຂນະທີ່ນັກຮຽນ ຢູ່ທີ່ນີ້ ຊື່ນຊົມກັບເສຣີພາບ ຊຶ່ງຖືກປະຕິເສດໃນTibet, ອະນາຄົດຂອງການເປັນຜູ້ນໍາທາງວິນຍານ ສໍາລັບຊາວພຸດ Tibetຍັງບໍ່ແນ່ນອນ.
ປະເທດຈີນ ຢືນຢັນວ່າ Dalai Lama ຄົນຕໍ່ໄປ ຕ້ອງເປັນຄົນຈີນ, ແຕ່ເພິ່ນກ່າວວ່າ ຜູ້ສືບຕໍ່ຂອງເພິ່ນ ຈະມາຈາກໂລກເສຣີ, ແລະອາດເປັນຜູ້ຍິງດ້ວຍຊ້ຳ.
Essam al-Ghalib ແລະ Hannah Kwon ລາຍງານ.
ມັນເປັນເຊົ້າວັນອາທິດທີ່ແຈ່ມໃສ ຢູ່ແຄມຝັ່ງທະເລທາງເຫນືອ ຂອງ Sydney.
ຢູ່ທີ່ໂຮງຮຽນພາສາ ແລະວັດທະນະທັມ Tibet ທີ່ Mackellar Girls' Campus ໃນ Manly Vale, ສຽງສູດມົນ, ສຽງກອງ ແລະສຽງເວົ້າລົມຂອງນັກຮຽນ ທີ່ຝຶກຊ້ອມການເຕັ້ນລໍາພື້ນບ້ານ ດັງຢູ່ໃນອາກາດ.
ນັກຮຽນ ກໍາລັງຕຽມພ້ອມ ສໍາລັບການສະແດງພິເສດ ຢູ່ທີ່ຣັຖສະພາຂອງ New South Wales, ເພື່ອສເລີມສລອງ ວັນເກີດຄົບຮອບ 90 ປີຂອງ Dalai Lama ໃນວັນທີ 6 ເດືອນກໍລະກົດ.
ນັກຮຽນ Phuntsok Dolma Tentso, ອະທິບາຍວ່າ ຫມູ່ເພື່ອນໃນຫ້ອງຮຽນຂອງນາງ ຢູ່ອອສເຕຣເລັຍ ມີຄວາມສຸກກັບເສຣີພາບ ທາງວັດທະນະທັມ ທີ່ຫມູ່ເພື່ອນຂອງນາງ ຖືກປະຕິເສດຢູ່ Tibet.
"ເດັກນ້ອຍໃນ Tibet ບໍ່ມີໂອກາດໄປໂຮງຮຽນ Tibet ຄືກັນກັບພວກເຮົາ, ພວກເຂົາ ຖືກບັງຄັບໃຫ້ເຂົ້າໂຮງຮຽນອານານິຄົມ ແລະເຂົ້າກັບວິຖີຊີວິດຂອງຊາວຈີນ. ແຕ່ຢູ່ໃນອອສເຕຣເລັຍ, ພວກເຮົາມີໂອກາດຮຽນຮູ້ວັດທະນະທັມ, ສາສນາ ແລະພາສາຂອງພວກເຮົາ, ຊຶ່ງຂ້ອຍຄິດວ່າ ມັນສໍາຄັນຫລາຍ ເພື່ອວ່າພວກເຮົາ ຈະສາມາດສືບຕໍ່ອຸດົມການຂອງTibet."
ສໍາລັບນັກຮຽນ, ມັນເກີນກວ່າການເຕັ້ນລໍາ.
ມັນເປັນການຕິດຕໍ່ ກັບເອກະລັກ ທີ່ຢູ່ພາຍໃຕ້ການຂົ່ມຂູ່
"ວັນເກີດຄົບຮອບ 90 ປີ ກໍາລັງຈະມາເຖິງສໍາລັບພຣະອົງ. ສະນັ້ນ, ພວກເຮົາຈຶ່ງຝຶກຊ້ອມ ກ່ອນປະມານສອງເດືອນ ເພື່ອວ່າພວກເຮົາ ຈະສາມາດເຮັດໃຫ້ມັນດີພ້ອມທຸກຢ່າງ. ພວກເຮົາກໍາລັງສເນີການເຕັ້ນລໍາ ແລະເພງຂອງພວກເຮົາ ໃຫ້ແກ່ພຣະອົງ, ແລະນັ້ນ ເປັນສິ່ງທີ່ຍິ່ງໃຫຍ່ສໍາລັບພວກເຮົາ. ມັນຍັງກ່ຽວກັບການຕິດຕໍ່ກັບຄົນຫນຸ່ມ, ຄືກັນກັບໂຕຂ້ອຍ, ແລະຮຽນຮູ້ວັດທະນະທັມນໍາກັນ. ມັນເປັນປະສົບການ ທີ່ແຕກຕ່າງ."
ແຕ່ໃນຂນະ ທີ່ເຂົາເຈົ້າສເລີມສລອງ, ອະນາຄົດຂອງຜູ້ນໍາທາງຈິດວິນຍານ ຂອງ Tibet ຍັງບໍ່ແນ່ນອນ.
ໂດຍທີ່ Dalai Lama ກໍາລັງຈະສລອງວັນເກີດ ຄົບຮອບ 90 ປີຂອງເພິ່ນ, ຜູ້ນໍາທາງຈິດວິນຍານ ຂອງ Tibet ກ່າວວ່າ ໃນບໍ່ຊ້ານີ້ ເພິ່ນຈະປະກາດລາຍລະອຽດ ຂອງການກັບຊາດມາເກີດຂອງເພິ່ນ, ຊຶ່ງເປັນບຸກຄົນ ທີ່ມີນ້ຳໜັກທາງການເມືອງ ແລະວັດທະນະທັມ ຢ່າງມະຫາສານ ໃນພູມີພາກ.
ແຕ່ສິ່ງຈະເກີດຂຶ້ນຕໍ່ໄປນີ້ ຈະເຮັດໃຫ້ຄວາມເຄັ່ງຕຶງເລິກຊຶ້ງຍິ່ງຂຶ້ນ.
ໃນຂນະທີ່ Dalai Lama ຢືນຢັນວ່າ ການກັບຊາດມາເກີດຂອງເພິ່ນ ຈະເກີດຢູ່ໃນໂລກເສຣີ, Beijing ຍັງຢືນຢັນອໍານາດຂອງຕົນຕໍ່ໄປ, ໂດຍອ້າງວ່າຕົ ນເອງມີອໍານາດ ທີ່ຈະເລືອກຜູ້ສືບຕໍາແຫນ່ງຂອງ Dalai Lama.
Zoe Bedford ຈາກສະພາ Tibet ອອສເຕຣເລັຍ ເຕືອນວ່າ ຄວາມພະຍາຍາມຂອງຈີນ ທີ່ຈະຄວບຄຸມຂັ້ນຕອນການສືບຕໍາແຫນ່ງ ກໍາລັງກໍ່ໃຫ້ເກີດຄວາມກັງວົນ ທີ່ແຜ່ຂຍາຍໄປທົ່ວ.
"ເຫດຜົນຂອງຄວາມວິຕົກກັງວົນຫລາຍເຊັ່ນນີ້ ເປັນເພາະເຮົາຮູ້ວ່າ ຣັຖບານຈີນ ກໍາລັງພະຍາຍາມແຊກແຊງຂັ້ນຕອນ ການກັບຊາດເກີດສໍາລັບ Dalai Lama ອົງຕໍ່ໄປ."
ໃນບັນທຶກຄວາມຄວາມຊົງຈໍາຂອງເພິ່ນ, Dalai Lama ໄດ້ກ່າວວ່າ ຜູ້ສືບຕໍາແຫນ່ງຂອງເພິ່ນ ຈະເກີດຢູ່ໃນໂລກເສຣີ, ຊຶ່ງເປັນສັນຍານ ເຖິງການເກີດໃຫມ່ ຢູ່ນອກການຄວບຄຸມຂອງຈີນ.
ແຕ່ Beijing ຢືນຢັນວ່າ ການກັບຊາດມາເກີດໃຫມ່ ທາງສາສນາ ຕ້ອງເປັນໄປຕາມກົດຫມາຍຂອງຈີນ.
Kevin Carrico, ອາຈານສອນອາວຸໂສ ຝ່າຍການສຶກສາພາສາຈີນຢູ່ Monash University, ໄດ້ເຕືອນວ່າ ສິ່ງນີ້ອາດສົ່ງຜົນ ໃຫ້ເກີດການສືບຕໍາແຫນ່ງສອງຢ່າງ: ຫນຶ່ງ ໄດ້ຮັບການສນັບສນູນຈາກຊາວ Tibet,ອີກຢ່າງຫນຶ່ງ ຖືກບັງຄັບໂດຍປະເທດຈີນ, ຊຶ່ງເປັນພັຍຕໍ່ຄວາມສາມັກຄີຂອງຊາວ Tibet.
"ເມື່ອ Dalai Lama ໃນປະຈຸບັນໄດ້ເສັຍຊີວິດ, ເຮົາກໍາລັງເບິ່ງເຖິງຄວາມເປັນໄປໄດ້ທີ່ແທ້ຈິງ ຂອງການຂັດແຍ້ງ ລະຫວ່າງຜູ້ສືບທອດ ທີ່ຖືກເລືອກໂດຍຊາວ Tibet ແລະຜູ້ສືບຕໍາແຫນ່ງ ທີ່ຖືກແຕ່ງຕັ້ງຈາກປະເທດຈີນ. ເຫັນໄດ້ຢ່າງຊັດແຈ້ງວ່າ ນັ້ນຈະສ້າງຄວາມເຄັ່ງຕຶງຫລາຍທີ່ສຸດ ໃນ Tibet ແລະໃນສັງຄົມທົ່ວໂລກ."
ລາວເວົ້າວ່າ ກ່ອນທີ່ປະເທດຈີນ ໄດ້ເຂົ້າແຊກແຊງ, ຊາວ Tibet ໄດ້ຈັດການ ເລື່ອງການກັບຊາດມາເກີດ ແລະການສືບທອດຕໍາແຫນ່ງ ຢ່າງອິດສຣະ.
"ນັບຕັ້ງແຕ່ການລວມ Tibet ເຂົ້າກັບສາທາຣະນະຣັດປະຊາຊົນຈີນ ໃນປີ 1950 ເຖິງແມ່ນຈະມີການຮັບຮອງຫລາຍຢ່າງ ວ່າຈະບໍ່ມີການແຊກແຊງ ໃນລະບົບການເມືອງ ຫລືສາສນາຂອງ Tibet, ແຕ່ມັນບໍ່ເປັນຕາມທີ່ເວົ້າ ເພາະມີການແຊກແຊງ ທັງໃນລະບົບການເມືອງ ແລະສາສນາຂອງ Tibet ຢ່າງບໍ່ເຄີຍມີມາກ່ອນ."
ໃນປີ 1995, ຫລັງຈາກ Panchen Lama ໄດ້ເສັຍຊີວິດໄປ, Dalai Lama ຊຶ່ງເປັນບຸກຄົນທີສູງເປັນທີສອງ ໃນພຸທະສາສນາ Tibet, ໄດ້ຮັບຮູ້ເດັກນ້ອຍ ອາຍຸຫົກປີ ວ່າເປັນການກັບຊາດມາເກີດຂອງລາວ.
ເດັກນ້ອຍຜູ້ນັ້ນ ໄດ້ຖືກກັກຂັງຢ່າງໄວ ໂດຍເຈົ້າຫນ້າທີ່ຈີນ ແລະບໍ່ໄດ້ເຫັນລາວເລີຍ ນັບແຕ່ນັ້ນມາ.
Ms Bedford ເປັນຫ່ວງ ກ່ຽວກັບຄວາມປອດພັຍ ຂອງຜູ້ສືບທອດ ໃນອະນາຄົດ ທີ່ບໍ່ສອດຄ່ອງ ກັບຄວາມຕ້ອງການຂອງ Beijing.
"ແນ່ນອນ, ຈະມີຄວາມກັງວັນຢ່າງຫລາຍ. ຖ້າຫາກຄົນອື່ນ ຫລືຜູ້ໃຫຍ່ຖືກເລືອກ ໃຫ້ເປັນຜູ້ສືບທອດຕໍາແຫນ່ງ ຂອງ Dalai Lama, ກໍຈະມີຄວາມເປັນຫ່ວງ ກ່ຽວກັບສວັດດີພາບ ຂອງເຂົາເຈົ້າ. ຈະມີຄວາມເປັນຫ່ວງ ກ່ຽວກັບການກະທໍາຂອງປະເທດຈີນ- ແລະແນ່ນອນວ່າ ຄວາມຢ້ານກົວ ທີ່ວ່າປະເທດຈີນຈະເຮັດຊ້້ຳອີກ ກັບ Panchen Lama ແລະພະຍາຍາມແຕ່ງຕັ້ງ Dalai Lama ປອມ. ຈຸດປະສົງຂອງສິ່ງນີ້ ແມ່ນເພື່ອພະຍາຍາມ ແບ່ງແຍກຊາວ Tibet, ແບ່ງແຍກຄວາມຈົງຮັກພັກດີ ຂອງເຂົາເຈົ້າ, ເຮັດໃຫ້ບົດບາດຂອງ Dalai Lama ບໍ່ຊອບທັມ ໃນຊີວິດຂອງເຂົາເຈົ້າ, ແລະເຮັດໃຫ້ຜູ້ຄົນສັບສົນ—ຮວມທັງ ການເຄື່ອນໄຫວ ຂອງຜູ້ສນັບສນູນທົ່ວໂລກ."
ຕາມປະເພນີແລ້ວ, Dalai Lama ຖືກລະບຸຕົວ ຫລັງຈາກການຕາຍ, ໂດຍທີ່ພຣະສົງ ຊອກຫາເດັກນ້ອຍ ທີ່ເຊື່ອວ່າ ເປັນການກັບຊາດມາເກີດຂອງເພິ່ນ, ໂດຍການແນະນໍາໂດຍຄວາມຝັນ, ພາບນິມິດ ແລະການທົດສອບພິທີກັມ.
Tenzin Gyatso, Dalai Lama ອົງປະຈຸບັນ, ເກີດໃນປີ 1935 ແລະຖືກຮັບຮູ້ຕອນມີອາຍຸໄດ້ສອງປີ.
ລາວໄດ້ຫນີຈາກ Tibet ໃນປີ 1959 ຫລັງຈາກການຕໍ່ຕ້ານ ການປົກຄອງຂອງຊາວຈີນ ທີ່ລົ້ມເຫລວ.
ໃນປະຈຸບັນ, ແມ່ນແຕ່ຂັ້ນຕອນ ການສືບທອດຕໍາແຫນ່ງ ກໍຍັງຢູ່ໃຕ້ການກວດສອບ.
ນີ້ຄື Dalai Lama ໃນປີ 2019, ກຳລັງເວົ້າຕລົກ ທີ່ໂຕ້ຖຽງກັນກ່ຽວກັບໂອກາດຂອງຜູ້ຍິງ ທີ່ຈະສືບຕໍາແຫນ່ງ.
"ຖ້າຫາກ Dalai Lama ເປັນຜູ້ຍິງ, ນາງຄວນເປັນຄົນທີ່ຫນ້າຮັກຫລາຍກວ່ານີ້."
ຕໍ່ມາ ເພິ່ນໄດ້ອະທິບາຍຄຳເວົ້ານັ້ນ, ແຕ່ຂໍ້ຄວາມທົ່ວໄປກໍແມ່ນວ່າ, ເພິ່ນເປີດໃຈ ທີ່ຈະແຍກອອກຈາກປະເພນີ.
ນັ້ນຮວມເຖິງ ຄວາມເປັນໄປໄດ້ ທີ່ຈະສິ້ນສຸດການສືບທອດທັງຫມົດ.
Kyinzom Dhongdue, ນັກຣົນນະຣົງສິດທິມະນຸດຊາວ Tibet, ກ່າວວ່າ ຄວາມກົດດັນທາງການເມືອງ ໄດ້ບັງຄັບໃຫ້ທົບທວນ ກ່ຽວກັບປະເພນີໃຫມ່.
ນາງອະທິບາຍວ່າ ເຖິງແມ່ນວ່າ ຫລັກການພື້ນຖານ ບໍ່ໄດ້ປ່ຽນແປງ, ແຕ່ສະພາບການຮອບຂ້າງໄດ້ປ່ຽນແປງ.
"ໃນທາງຫນຶ່ງ, ມັນເປັນການແຍກຈາກພື້ນຖານຈາກອາດີດ. ແຕ່ມັນບໍ່ແມ່ນພຽງແຕ່ເທົ່ານັ້ນ, ມັນບໍ່ໄດ້ເປັນພຽງແຕ່ຂັ້ນຕອນທີ່ປ່ຽນແປງເທົ່ານັ້ນ. ມັນເປັນຄວາມເປັນຈິງ ທາງການເມືອງ ທີ່ບັງຄັບເຮົາໃຫ້ປົກປ້ອງສະຖາບັນ."
Penpa Tsering ປະທານາທິບໍດີ ຂອງຣັຖບານລີ້ພັຍ Tibet, ຄາດວ່າ ຈະເດີນທາງຢ້ຽມຢາມ ອອສເຕຣເລັຍໃນເດືອນຫນ້າ.
ຂໍ້ຄວາມຂອງເພິ່ນ, ເຊັ່ນດຽວກັບຜູ້ຄົນຂອງເພິ່ນ ທີ່ຖືກເນຣະເທດນັ້ນ, ກໍຊັດແຈ້ງ-ອະນາຄົດຂອງ Tibet ບໍ່ພຽງແຕ່ຢູ່ໃນປະເພນີເທົ່ານັ້ນ, ແຕ່ຢູ່ໃນເສຣີພາບ.
ເນື້ອເລື່ອງໂດຍ Hannah Kwon and Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao