ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກ

Renata Reis and sons Gabriel and Luca (SBS).jpg

Renata Reis ພ້ອມດ້ວຍລູກທັງສອງ Gabriel ແລະ Luca.

ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກໃນຕອນຕົ້ນ ຂອງອອສເຕຣເລັຍ ກໍາລັງຖືກທົດລອງ ຢູ່ຕ່າງປະເທດ ເປັນເທື່ອທໍາອິດ. ການຮ່ວມມືລະຫວ່າງ The Shepherd Centre ທີ່ບໍ່ຫວັງຜົນກຳໄລ ແລະເຈົ້າຫນ້າທີ່ ສາທາຣະນະສຸກ ໃນປະເທດຍີ່ປຸ່ນ ເປັນເວລາສິບປີD ການປິ່ນປົວ ແມ່ນສໍາລັບເດັກນ້ອຍ ທີ່ຄອບຄົວໄດ້ເລືອກໃຫ້ເຂົາເຈົ້າໃສ່ອຸບປະກອນການຟັງ ເຊັ່ນປະສາດຫູທຽມ (ປອມ)- (Cochlear implant).


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກ

ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກໃນຕອນຕົ້ນ ຂອງອອສເຕຣເລັຍ ກໍາລັງຖືກທົດລອງ ຢູ່ຕ່າງປະເທດ ເປັນເທື່ອທໍາອິດ.

ການປິ່ນປົວ ແມ່ນສໍາລັບເດັກນ້ອຍ ທີ່ຄອບຄົວໄດ້ເລືອກໃຫ້ເຂົາເຈົ້າໃສ່ອຸບປະກອນການຟັງ ເຊັ່ນປະສາດຫູທຽມ (ປອມ)- (Cochlear implant).

ການຮ່ວມມືລະຫວ່າງ The Shepherd Centre ທີ່ບໍ່ຫວັງຜົນກຳໄລ ແລະເຈົ້າຫນ້າທີ່ ສາທາຣະນະສຸກ ໃນປະເທດຍີ່ປຸ່ນ ເປັນເວລາສິບປີ, ດັ່ງທີ່ Abbie O'Brien ລາຍງານ.

ແອນ້ອຍ Rafael ໄດ້ຍິນເປັນເທື່ອທໍາອິດ, ດ້ວຍປະສາດຫູທຽມ (ປອມ) ທີ່ເປີດໂລກໃຫມ່ຂອງສຽງ.

ອຸບປະກອນອີເລັກໂທຣນິກນ້ອຍໆ-ຊຶ່ງຖືກຝັງໄວ້ ດ້ວຍການຜ່າຕັດ-ຊ່ວຍຄົນຫູຫນວກ ໃຫ້ຮັບຮູ້ສຽງ.

Renata Reis ແມ່ຂອງ Rafael, ເວົ້າວ່າ ລູກຊາຍຂອງນາງ ອາຍຸໄດ້ຫົກເດືອນ ຕອນລາວໄດ້ຮັບການຕິດເຄື່ອງເທັກໂນໂລຈີ.

"ນັ້ນເປັນບ່ອນ ທີ່ຄວາມອັດສະຈັນເກີດຂຶ້ນ. ມີມື້ທີ່ສວຍງາມ ທີ່ພວກເຮົາໄດ້ລໍຖ້າ ຫົກເດືອນທໍາອິດ ໃນຊີວິດຂອງລາວ ຕອນທີ່ລາວໄດ້ຍິນພວກເຮົາເປັນເທື່ອທໍາອິດ. ນັ້ນເປັນສິ່ງທີ່ເຫລືອເຊື່ອ. ພວກເຮົາໄດ້ລໍຖ້າ ແລະຕື່ນເຕັ້ນຫລາຍ ສໍາລັບມື້ນີ້."

ນັ້ນແມ່ນ 12 ປີກ່ອນ.

Rafael, ຕອນນີ້ອາຍຸ 13 ປີ, ຖືກວິນິດສັຍວ່າ ສູນເສັຍການໄດ້ຍິນ ບໍ່ດົນຫລັງຈາກເກີດ.

ແລະນ້ອງຊາຍຂອງລາວ, Gabriel ອາຍຸ 10 ປີ ແລະ Luca ອາຍຸຫົກປີກໍຄືກັນ.

ອ້າຍນ້ອງທີ່ Sydney ທຸກຄົນ ໄດ້ຮັບການຜ່າຕັດ ຝັງອຸບປະກອນ ຕອນອາຍຸໄດ້ຫົກເດືອນ ແຕ່ມັນເປັນພຽງຈຸດເລີ່ມຕົ້ນ ຂອງການເດີນທາງ ສູ່ການໄດ້ຍິນ ແລະການເວົ້າ.

ເຖິງແມ່ນວ່າປະສາດຫູທຽມ (ປອມ) (Cochlear implant) ສາມາດປ່ຽນແປງຊີວິດໄດ້, ແຕ່ເທັກໂນໂລຈີຢ່າງດຽວຍັງບໍ່ພຽງພໍ, Dr Aleisha Davis, CEO ຂອງ the Shepherd Centre ທີ່ບໍ່ຫວັງຜົນກຳໄລ ຊຶ່ງຊ່ອຍເຫລືອເດັກນ້ອຍ ທີ່ສູນເສັຍການໄດ້ຍິນ ໃຫ້ຮຽນຮູ້ ທີ່ຈະຟັງ ແລະເວົ້າ.

"ມີຄວາມເຂົ້າໃຈຜິດ ວ່າເຄື່ອງຊ່ວຍຟັງປະສາດຫູທຽມ (ປອມ) ຊ່ວຍເດັກນ້ອຍໃຫ້ໄດ້ຍິນ, ແຕ່ມັນບໍ່ແມ່ນເຊັ່ນນັ້ນ. ມັນໃຫ້ການເຂົ້າເຖິງ ແລະເທັກໂນໂລຈີ ຊ່ວຍເຂົາເຈົ້າ ໃຫ້ໄດ້ຍິນສຽງ, ແຕ່ສມອງ ບໍ່ສາມາດເຂົ້າໃຈສຽງ ຕັ້ງແຕ່ອາຍຸຍັງນ້ອຍ. ສະນັ້ນ, ພວກເຮົາຈຶ່ງຈັດຫາ ການປິ່ນປົວ ທີ່ຊ່ອຍໃຫ້ເດັກນ້ອຍເຂົ້າໃຈວ່າ ສັນຍານເຫລົ່ານັ້ນ ແມ່ນຫຍັງ ແລະຮຽນຮູ້ ທີ່ຈະໃຊ້ມັນ ໃນສະພາບແວດລ້ອມ ປະຈໍາວັນຂອງເຂົາເຈົ້າ."

ອ້າຍນ້ອງຂອງຄອບຄົວນີ້ ກໍໄດ້ມີສ່ວນຮ່ວມ ໃນໂຄງການແຊກແຊງ ໃນຕອນຕົ້ນ ຂອງ the Shepherd Centre ນໍາອີກ.

ຊີວິດຕອນນີ້ ເດັກນ້ອຍກໍາລັງດຳເນີນໄປດ້ວຍດີ, Renata ແມ່ຂອງເຂົາເຈົ້າ, ຜູ້ໄດ້ຍ້າຍມາຢູ່ອອສເຕຣເລັຍ ຈາກປະເທດ Brazil ເມື່ອ 17 ປີກ່ອນ.

ດົນຕີ ເປັນສ່ວນສໍາຄັນ ຂອງເອກະລັກທາງວັດທະນະທັມ ຂອງຄອບຄົວ ແລະລູກຊາຍໃຫຍ່ສອງຄົນ ກໍເປັນສະມາຊິກ ຂອງວົງດົນຕີຂອງໂຮງຮຽນ.

"ໂຄງການນີ້ ເປັນສິ່ງສໍາຄັນ ສໍາລັບເຂົາເຈົ້າ ທີ່ຈະເລີນເຕີບໂຕ. ທ່ານມາທີ່ນີ້ ບາງທີຫນຶ່ງມື້ຕໍ່ອາທິດ, ແຕ່ມັນກ່ຽວກັບສິ່ງທີ່ທ່ານເຮັດທຸກມື້, ເພື່ອໃຫ້ເຂົາເຈົ້າຮູ້ຈັກພາສາ, ສຽງ ແລະດົນຕີ. ເຂົາເຈົ້າເຮັດໄດ້ດີ ຢູ່ໂຮງຮຽນ. ເຂົາເຈົ້າເປັນຄົນ ທີ່ມັກສັງຄົມຫລາຍ."

ເມື່ອສິບປີກ່ອນ Doctor Akira Takagi ຜູ້ຊ່ຽວຊານດ້ານສຸຂະພາບ ການໄດ້ຍິນ ທີ່ໂດ່ງດັງຂອງຍີ່ປຸ່ນ ໄດ້ຮຽນຮູ້ກ່ຽວກັບງານທີ່ the Shepherd Centre ເປັນເທື່ອທຳອິດ.

ລາວກ່າວວ່າ ໃນປະເທດຍີ່ປຸ່ນ, ເດັກນ້ອຍທີ່ຖືກກວດພົບວ່າ ສູນເສັຍການໄດ້ຍິນ ແລະຕ້ອງການປະສາດຫູທຽມ (ປອມ) ຕາມປົກກະຕິແລ້ວ ຈະບໍ່ໄດ້ຮັບການຜ່າຕັດ ຈົນກວ່າຈະອາຍຸຫນຶ່ງ ຫລືສອງປີ.

ໃນອອສເຕຣເລັຍ, ແມ່ນອາຍຸປະມານຫົກເດືອນ.

"ຍິ່ງມີການຜ່າຕັດໄວເທົ່າໃດ ກໍຍິ່ງມີຜົນດີຂຶ້ນເທົ່ານັ້ນ."

ແລະ Doctor Akira Takagi ໄດ້ກ່າວຕື່ມວ່າ ຍັງຂາດບໍຣິການຢູ່ປະເທດຍີ່ປຸ່ນ ໃນການສອນເດັກນ້ອຍ ເຖິງວິທີໃຊ້ອຸບປະກອນນັ້ນ.

ລາວເວົ້າວ່າ ລາວ'ປະຫລາດໃຈ' ກັບໂຄງການທີ່ສເນີໂດຍ the Shepherd Centre.

"ນີ້ຄືລະບົບ ທີ່ຂ້າພະເຈົ້າພະຍາຍາມສ້າງໃນຍີ່ປຸ່ນ ໂດຍການຮ່ວມມືກັບ The Shepherd Centre."

ເດືອນນີ້ ມັນໄດ້ກາຍເປັນຄວາມຈິງ ດ້ວຍການເລີ່ມຕົ້ນໂຄງການ ທົດລອງແຊກແຊງ ໃນຕອນຕົ້ນ.

Aleisha Davis ກ່າວວ່າ ຄວາມຮ່ວມມືນີ້ ໄດ້ໃຊ້ເວລາກວ່າສິບປີ ໃນການສ້າງ.

"ຂ້າພະເຈົ້າຕື່ນເຕັ້ນຫລາຍ ທີ່ມັນກໍາລັງເກີດຂຶ້ນ ແລະພວກເຮົາສາມາດ ຊ່ອຍເຫລືອເດັກນ້ອຍ ໄດ້ຫລາຍກວ່າຄົນໃນທ້ອງຖິ່ນ ໃນອອສເຕຣເລັຍ. ມັນຈະປ່ຽນວິທີ ທີ່ເດັກນ້ອຍເຕີບໂຕຂຶ້ນ ທີ່ຈະຟັງດ້ວຍປະສາດຫູທຽມ (ປອມ) ໃນປະເທດຍີ່ປຸ່ນ."

ບໍ່ແມ່ນເດັກນ້ອຍທຸກຄົນ ທີ່ເກີດມາພ້ອມກັບຄວາມບົກພ່ອງ ທາງດ້ານການໄດ້ຍິນ ທີ່ໃຊ້ປະສາດຫູທຽມ (ປອມ).

ບາງຄອບຄົວ ເລືອກເອົາພາສາ Auslan, ໃນຂນະທີ່ບາງຄອບຄົວ ໃຊ້ສອງພາສາ ໂດຍໃຊ້ທັງພາສາມື ແລະພາສາເວົ້າ.

Shirley Liu, CEO ຂອງ Deaf Australia-ສະມາຄົມຫຼັກ ທີ່ເປັນຕົວແທນຂອງຄົນຫູຫນວກ ໃນອອສເຕຣເລັຍ-ກ່າວວ່າ ມີປະສົບການທີ່ແຕກຕ່າງກັນຫຼາຍຢ່າງ.

ເມື່ອກ່າວຕໍ່ SBS ໃນພາສາ Auslan, ຊຶ່ງພວກເຮົາໄດ້ແປ ເປັນພາສາເວົ້າ, ນາງໄດ້ເນັ້ນຫນັກ ເຖິງຄວາມຈໍາເປັນ ທີ່ຈະເຂົ້າເຖິງພາສາມື ນັບຕັ້ງແຕ່ເກີດ.

"ມັນບໍ່ແມ່ນລະບົບໃດໜຶ່ງ, ດໍາຫລືຂາວ, ທີ່ທ່ານສາມາດເຂົ້າເຖິງສຽງ ຫລືເຂົ້າເຖິງ Auslan ແລະມັນສາມາດໃຊ້ຮ່ວມກັນໄດ້. ຄວາມຄຶດຂອງພວກເຮົາແມ່ນວ່າ Auslan ເປັນພາສາສໍາຄັນ ແລະມັນເປັນພາສາ ທີ່ມີຄຸນຄ່າ ແລະສໍາຄັນສໍາລັບເດັກນ້ອຍ ຫູຫນວກທີ່ຈະເຂົ້າເຖິງ."

ປະມານ 90 ເປີເຊັນ ຂອງເດັກນ້ອຍທີ່ຫູຫນວກ ເກີດມາຈາກພໍ່ແມ່ ທີ່ໄດ້ຍິນຕາມປົກກະຕິ.

ນີ້ຫມາຍຄວາມວ່າ ຫລາຍຄອບຄົວ ບໍ່ຄຸ້ນເຄີຍກັບຄວາມຫູຫນວກ.

ນັ້ນເປັນກໍຣະນີຂອງ Liz Speilman, ຜູ້ຊຶ່ງລູກຊາຍອາຍຸສອງປີເຄິ່ງ Louis ໄດ້ຮັບການວິນິດສັຍວ່າ ສູນເສັຍການໄດ້ຍິນ ບໍ່ດົນຫລັງຈາກເກີດ.

"ພວກເຮົາບໍ່ຮູ້ຫຍັງເລີຍ ກ່ຽວກັບການສູນເສັຍການໄດ້ຍິນ. ພວກເຮົາ ບໍ່ມີຄົນຫູຫນວກ ໃນຄອບຄົວຂອງພວກເຮົາ. ສະນັ້ນ, ມັນຈຶ່ງເປັນເລື້ອງໃຫມ່ ສໍາລັບພວກເຮົາຄືກັນ."

Louis, ຜູ້ໄດ້ຮັບການໃສ່ປະສາດຫູທຽມ (ປອມ), ໄດ້ມີສ່ວນຮ່ວມ ໃນການບຳບັດທີ່ the Shepherd Centre ທຸກອາທິດ ໃນເວລາສອງປີ ທີ່ຜ່ານມາ.

"ມັນຫນ້າເຫລືອເຊື່ອ. ຂ້າພະເຈົ້າ ຍັງປະທັບໃຈຫລາຍ. ໃນການປະເມີນການເວົ້າຕອນອາຍຸສອງປີ. ລາວໄດ້ຖືກຈັດ ໃຫ້ຢູ່ໃນກຸ່ມທີ່ກ້າວໜ້າ ສໍາລັບເດັກນ້ອຍ ໃນວັຍຂອງລາວ. ນັ້ນບໍ່ແມ່ນພຽງແຕ່ເດັກນ້ອຍ ທີ່ຫູຫນວກເທົ່ານັ້ນ, ແຕ່ຍັງເປັນເດັກນ້ອຍ ທີ່ໄດ້ຍິນຕາມປົກກະຕິນໍາອີກ. ສະນັ້ນ, ລາວບໍ່ພຽງແຕ່ເຮັດໄດ້ດີເທົ່ານັ້ນ, ລາວເຮັດໄດ້ດີຫຼາຍ"

ເນື້ອເລື່ອງໂດຍ  Abbie O'Brien ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service