ອອສເຕຣເລັຍ ຈະບໍ່ເພີ່ມງົບປະມານ ດ້ານທະຫານ.

NATO Summit In The Hague

Richard Marles ຣັຖມົນຕີປ້ອງກັນປະເທດ ອອສເຕຣເລັຍ ເດີນທາງມາຮອດງານລ້ຽງຂອງກອງປະຊຸມ NATO ທີ່ Palace Huis ten Bosch ທີ່ The Hague, Netherlandsວັນທີ 24 ມີຖຸນາ , 2025. Source: NurPhoto / NurPhoto/NurPhoto via Getty Images

ເຖິງແມ່ນວ່າ ກຸ່ມປະເທດ NATO ໄດ້ຕົກລົງ ຕາມຄໍາຂໍຮ້ອງ ຂອງສະຫະຣັດອາເມຣິກາ ທີ່ຈະເພີ່ມການໃຊ້ຈ່າຍ ເລື່ອງການທະຫານ. ແຕ່ອອສເຕຣເລັຍ ຢືນຢູ່ຢ່າງຫມັ້ນຄົງ ທີ່ຈະບໍ່ຍົກລະດັບການໃຊ້ຈ່າຍດ້ານທະຫານ ໃນລະດັບ ທີ່ຣັຖບານສະຫະຣັດອາເມຣິກາຮຽກຮ້ອງ, ແຕ່ອອສເຕຣເລັຍຈະໃຫ້ຄວາມຊ່ອຍເຫຼືອແກ່ Ukraine ໃນດ້ານອື່ນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ອອສເຕຣເລັຍ ຈະບໍ່ເພີ່ມງົບປະມານ ດ້ານທະຫານ.

ອອສເຕຣເລັຍ ຢືນຢູ່ຢ່າງຫມັ້ນຄົງ ທີ່ຈະບໍ່ຍົກລະດັບການໃຊ້ຈ່າຍດ້ານທະຫານ ໃນລະດັບ ທີ່ຣັຖບານສະຫະຣັດອາເມຣິກາຮຽກຮ້ອງ, ເຖິງແມ່ນວ່າ ປະເທດ NATO ໄດ້ຕົກລົງທີ່ຈະເຮັດເຊັ່ນນັ້ນໃນກອງປະຊຸມຂອງເຂົາເຈົ້າໃນ Netherlands ກໍຕາມ.

Sunil Awasthi ແລະ Naveen Razik ລາຍງານ.

ກຸ່ມປະເທດ NATO ໄດ້ຕົກລົງ ຕາມຄໍາຂໍຮ້ອງ ຂອງສະຫະຣັດອາເມຣິກາ ທີ່ຈະເພີ່ມການໃຊ້ຈ່າຍ ເລື່ອງການທະຫານ.

ມັນເປັນຄໍາຂໍຮ້ອງ ທີ່ອອສເຕຣເລັຍຄຸ້ນເຄີຍ, ຊຶ່ງໄດ້ຖືກບອກໃນຕົ້ນປີນີ້ ໂດຍເລຂາປ້ອງກັນປະເທດ ຂອງສະຫະຣັດອາເມຣິກາ Pete Hegsethຕໍ່ຂອງກອງປະຊຸມ, Richard Marles.

ແຕ່ Mr Marles ໄດ້ປະຕິເສດຄໍາຂໍຮ້ອງໃນເວລານັ້ນ ແລະກ່າວວ່າເຫດການທີ່ເກີດຂຶ້ນ ໃນກອງປະຊຸມ NATO ໃນ Netherlands ບໍ່ໄດ້ປ່ຽນຄວາມຄິດຂອງຣັຖບານ.

ລາວກ່າວວ່າ ຣັຖບານນີ້ ໄດ້ຍົກລະດັບການໃຊ້ຈ່າຍ ດ້ານທະຫານຢ່າງພຽງພໍແລ້ວ.

"ເຫັນໄດ້ຢ່າງຊັດແຈ້ງ ວ່າການຕັດສິນໃຈທີ່ສໍາຄັນ ກ່ຽວກັບການໃຊ້ຈ່າຍເລື່ອງການປ້ອງກັນຂອງຢູໂຣບ ແລະນັ້ນ ເປັນເລື່ອງພື້ນຖານຂອງNATO. ເຮົາໄດ້ຜ່ານຂັ້ນຕອນຂອງເຮົາເອງ ໃນການປະເມີນສະພາບການ ທາງຍຸດທະສາດຂອງເຮົາ, ປະເມີນການຄຸກຄາມໃນທີ່ນັ້ນ, ແລະກຳລັງປ້ອງກັນ ທີ່ເຮົາຕ້ອງສ້າງຂຶ້ນ ເພື່ອຮັບມືກັບການຄຸກຄາມເຫລົ່ານັ້ນ, ເພື່ອຕອບສນອງຊ່ວງເວລາທາງຍຸດທະສາດ, ແລະເພື່ອຊອກຫາຊັບພະຍາກອນນັ້ນ. ແລະສິ່ງທີ່ໄດ້ເຫັນ ແມ່ນການເພີ່ມຂຶ້ນຫລາຍທີ່ສຸດ ໃນເວລາສັນຕິພາບ ໃນການໃຊ້ຈ່າຍເລື່ອງການທະຫານ ຂອງອອສເຕຣເລັຍ ເທົ່າທີ່ເຮົາເຄີຍເຫັນ ໃນປວັດສາດຂອງເຮົາ. ບັດນີ້, ນັ້ນຄືເລື່ອງທີ່ເຂົ້າໃຈຢູ່ທີ່ນີ້."

ການເພີ່ມຂຶ້ນ ທີ່ Mr Marles ກໍາລັງກ່າວເຖິງ ແມ່ນກ່ຽວກັບອອສເຕຣເລັຍ ທີ່ຈະຍົກລະດັບການໃຊ້ຈ່າຍ ຂອງການປ້ອງກັນປະເທດ ຈາກສອງເປີເຊັນ ຂອງ GDP ເປັນ 2.3 ເປີເຊັນ ໃນປີງົບປະມານ 2033-2034.

ສະຫະຣັດອາເມຣິກາ ໄດ້ຂໍຮ້ອງໃຫ້ເພີ່ມງົບປະມານ ຂຶ້ນເປັນ 3.5 ເປີເຊັນ.

ຜູ້ຊ່ຽວຊານບາງຄົນ ໃນອອສເຕຣເລັຍ ກໍາລັງຮຽກຮ້ອງ ໃຫ້ເພີ່ມງົບປະມານ ຂຶ້ນເປັນ 3 ເປີເຊັນ.

ໂຄສົກ ກະຊວງປ້ອງກັນປະເທດ ຂອງຝ່າຍຄ້ານ, Angus Taylor, ບໍ່ໄດ້ລະບຸຈໍານວນ, ແຕ່ກ່າວວ່າ ການໃຊ້ຈ່າຍດ້ານການທະຫານ ຍັງບໍ່ພຽງພໍພາຍໃຕ້ຣັຖບານນີ້.

"ມີຫລາຍຢ່າງ ໃນ Defence Strategic Review ທີ່ເຫັນໄດ້ຢ່າງຊັດແຈ້ງວ່າ ງົບປະມານນັ້ນບໍ່ພໍ. ເທັກໂນໂລຈີ Drone ແລະ Counter-droneຂອງເຮົາ, ດັ່ງທີ່ຜູ້ນໍາຂອງຝ່າຍຄ້ານ, Sussan Ley, ໄດ້ອະທິບາຍມື້ວານນີ້. ໃຫ້ແນ່ໃຈວ່າ ທ່າເຮືອມຸດນ້ຳ Henderson ໄດ້ຮັບເງິນທຶນຢ່າງເຫມາະສົມ. ການເສີມຄວາມເຂັ້ມແຂງ ໃຫ້ໂຮງງານທາງເຫນືອໃນເວລາເຊັ່ນນີ້ ສໍາຄັນຫລາຍ. ໃຫ້ແນ່ໃຈວ່າ ເຮົາມີຄວາມສາມາດ ໃນການຜະລິດMissile ເອງ, ດັ່ງທີ່ຣັຖບານເຄີຍກ່າວໄວ້ ວ່າຈະເຮັດ, ແຕ່ບໍ່ມີສັນຍານວ່າ ຈະມີຄວາມຄືບຫນ້າໃນເລື່ອງນີ້. ທັງຫມົດນີ້ ເປັນສິ່ງທີ່ຕ້ອງໄດ້ຮັບເງິນທຶນຢ່າງເຫມາະສົມ, ຄວບຄູ່ໄປກັບ AUKUS- ເຮືອມຸດນ້ຳ- ແລະກໍາປັ່ນຣົບ. ມີຫລາຍສິ່ງ ທີ່ຈໍາເປັນຕ້ອງດໍາເນີນງານຢ່າງຖືກຕ້ອງ ແລະໃຫ້ທຶນເງິນຢ່າງເຫມາະສົມ, ແລະມັນບໍ່ໄດ້ເກີດຂຶ້ນໃນເວລານີ້.....ພາຍໃຕ້ຣັຖບານນີ້."

ລາວກ່າວວ່າ ເຫດການທີ່ເກີດຂຶ້ນ ໃນກອງປະຊຸມທີ່ The Hague ຈະສ້າງຄວາມກົດດັນຕື່ມອີກ ຕໍ່ຈຸດຢືນຂອງຣັຖບານ-ພ້ອມດ້ວຍຄໍາເຕືອນຢ່າງຫນຶ່ງ.

"ສິ່ງນີ້ ຍັງເພີ່ມຄວາມກົດດັນ ໃຫ້ແກ່ອອສເຕຣເລັຍ ທີ່ຈະເພີ່ມການໃຊ້ຈ່າຍເລື່ອງການທະຫານ. ບໍ່ວ່າມັນຈະເປັນເຊັ່ນນັ້ນຫລືບໍ່ ກໍເປັນບາງສິ່ງທີ່ຂ້າພະເຈົ້າຄິດວ່າ, ຍັງເປັນຄໍາຖາມທີ່ເປີດຢູ່ເລັກນ້ອຍ. ແລະແນ່ນອນວ່າ ຂ້າພະເຈົ້າຄິດວ່າ ບໍ່ມີອັນຕະຣາຍຫຍັງເລີຍ ທີ່ຈະລໍຖ້າຈົນກວ່າການທົບທວນຂອງສະຫະຣັດອາເມຣິກາ ໃນໂຄງການ AUKUS ວ່າແນວໃດ-ການທົບທວນ 30 ມື້ທີ່ຈະລາຍງານໃນບໍ່ຊ້ານີ້."

ໃນກອງປະຊຸມ NATO, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ບໍ່ໄດ້ມາປາກົດໂຕ ໃນກອງປະຊຸມຮ່ວມ ຂອງພັນທະມິດອິນໂດ-ປາຊີຟິກ ທີ່ໄດ້ເຂົ້າຮ່ວມການປະຊຸມ.

Mr Marles ກ່າວວ່າ ສິ່ງນັ້ນ ບໍ່ໄດ້ກະທົບກະເທືອນ ຕໍ່ຄຸນນະພາບຂອງການປະຊຸມນັ້ນ.

"ບໍ່, ມັນເປັນການປະຊຸມທີ່ສໍາຄັນແທ້ໆ ກັບເລຂາທິການໃຫຍ່. ແລະພວກເຮົາ ໄດ້ຢືນຢັນໃນກອງປະຊຸມອີກວ່າ ໂຮງລະຄອນທັງສອງມີຄວາມສໍາຄັນຕໍ່ກັນຫລາຍປານໃດ. ຈຸດສໍາຄັນກໍຄື ປະເທດຍີ່ປຸ່ນ, ເກົາຫລີ ແລະນິວຊີແລນ, ເຮົາມີສາມປະເທດ ທີ່ສໍາຄັນຫລາຍໃນຜົນ ປໂຍດທາງຍຸດທະສາດ ຂອງອອສເຕຣເລັຍ. ກ່ຽວກັບທັງສາມປະເທດ, ພວກເຮົາ ຢູ່ໃນຈຸດສູງສຸດ ຂອງຄວາມສໍາພັນລະຫວ່າງສອງຝ່າຍ, ແລະພວກເຮົາ ກໍາລັງເຮັດວຽກເປັນທີມຫລາຍຂຶ້ນ. ແຕ່ເຮົາທຸກຄົນເຫັນວ່າ ສິ່ງທີ່ກໍາລັງເກີດຂຶ້ນ ຢູ່ໃນເຂດຢູໂຣບ ມີອິດທິພົນຫລາຍຂນາດໃດ ຕໍ່ອິນໂດ-ປາຊີຟິກ."

ແຕ່ການບໍ່ປາກົດຕົວຂອງ Trump ກໍມີຜົນກະທົບ ຕໍ່ຄວາມຄຶດທີ່ວ່າ ຣັຖບານ ບໍ່ສາມາດພົບກັບ Trump, ໂດຍສະເພາະ ຫລັງຈາກການປະຊຸມ ຂອງນາຍົກຣັຖມົນຕີ Anthony Albanese ກັບ Trump ຢູ່ນອກກອງປະຊຸມ G-7 ໃນປະເທດ Canada ໄດ້ຖືກຍົກເລີກ.

ຫລາຍກວ່າຫ້າເດືອນ ໃນວາຣະທີສອງຂອງ Mr Trump ໃນຖານະເປັນປະທານາທິບໍດີອາເມຣິກາ, ບໍ່ມີຣັຖມົນຕີຄົນໃດ ຂອງອອສເຕຣເລັຍ ທີ່ໄດ້ພົບກັບ Trump ຫນ້າຕໍ່ຫນ້າ.

ບໍ່ວ່າສິ່ງນັ້ນ ຈະເຮັດໃຫ້ຣັດຖະບານເຈັບປວດ ໃນລະດັບການເມືອງພາຍໃນ ກໍເປັນເລື່ອງຂອງມັນເອງ, ແຕ່ມັນເປັນສິ່ງ ທີ່ຝ່າຍຄ້ານຢາກໃຊ້ໃຫ້ເປັນປໂຍດ.

Mr Taylor ກ່າວວ່າ ນາຍົກຣັຖມົນຕີອອສເຕຣເລັຍ ຕ້ອງໃຊ້ເວລາໃນການສ້າງຄວາມສໍາພັນສ່ວນຕົວ ກັບໃຜກໍຕາມ ທີ່ເປັນປະທານາທິບໍດີຂອງສະຫະຣັດອາເມຣິກາ.

"ໃນຕອນນີ້ ເບິ່ງຄືວ່າ ນາຍົກຣັຖມົນຕີ ຈະສາມາດ ພົບກັບປະທານປະເທດຈີນ ໄດ້ດີກວ່າປະທານາທິບໍດີສະຫະຣັດອາເມຣິກາ. ອາເມຣິກາ ໄດ້ສູ້ຮົບຮ່ວມກັບເຮົາໃນສົງຄາມໃຫຍ່ທຸກເທື່ອ, ແລະມິດຕະພາບນັ້ນ ສໍາຄັນຫລາຍຕໍ່ປະເທດນີ້, ບໍ່ວ່າຜູ້ໃດຈະເປັນຜູ້ນໍາຂອງສະຫະຣັດອາເມຣິກາກໍຕາມ. ພັນທະມິດນັ້ນສໍາຄັນແທ້ໆ. ນາຍົກຣັຖມົນຕີ ຕ້ອງຈິງຈັງ ກ່ຽວກັບຄວາມສໍາພັນສ່ວນຕົວ ທີ່ຈໍາເປັນເພື່ອຮັກສາມິດຕະພາບນັ້ນ."

ມີບາງສິ່ງ ທີ່ຖືກສເນີໃນກອງປະຊຸມ NATO ທີ່ອອສເຕຣເລັຍໄດ້ຕົກລົງປະຕິບັດ.

ອອສເຕຣເລັຍ ຈະສົ່ງຍົນລາດຕະເວນ ແລະບຸກຄະລາກອນ 100 ຄົນໄປປະເທດ Poland ເປັນເວລາສາມເດືອນ, ຊຶ່ງສິ້ນສຸດລົງ ໃນເດືອນພະຈິກ, ເພື່ອດູແລເສັ້ນທາງລຳລຽງທີ່ສໍາຄັນ ເຂົ້າໄປໃນ Ukraine.

ໃນດ້ານນັ້ນ, ຣັຖບານ ຍັງໄດ້ຂວ້ຳບາດອີກ 37 ຄົນ ແລະສະຖາບັນການເງິນເຈັດແຫ່ງ ທີ່ກ່ຽວຂ້ອງກັບອຸດສະຫະກັມສໍາຄັນຂອງ Russia, ພ້ອມທັງສິ່ງທີ່ເອີ້ນວ່າ ກະບອກສຽງ ການໂຄສະນາຂອງ Russia ນຳອີກ.

ແລະ Mr Marles ໄດ້ເຊັນຂໍ້ຕົກລົງ ກັບອົງການສນັບສນູນ ແລະການຈັດຫາ ຂອງ NATO (the NATO Support and Procurement Organisation), ຊຶ່ງຈະເພີ່ມການຮ່ວມມື ໃນກິດຈະກັມ ທີ່ບໍ່ແມ່ນການສູ້ຮົບ, ລວມທັງການຂົນສົ່ງ ແລະການເພີ່ມຂີດຄວາມສາມາດ.

ເນື້ອເລື່ອງໂດຍ  Sunil Awasthi ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service