ລາຍງານກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ.

medications

ຢາຕ່າງໆ ທີ່ຜູ້ຄົນກິນ ໃນການຮັກສາອາການຕ່າງໆ. Source: AAP

ຢາຕ້ານອາການຊຶມເສົ້າ ເປັນຢາທີ່ໃຊ້ກັນຢ່າງກ້ວາງຂວາງທົ່ວໂລກ ແລະໃນອອສເຕຣເລັຍ. ປະມານຫນຶ່ງໃນເຈັດຄົນ ຂອງຊາວອອສເຕຣເລັຍ ກໍາລັງໃຊ້ຢາຕ້ານອາການຊຶມເສົ້າ (3.9ລ້ານຄົນ). ການທົບທວນ ທີ່ຖືກພິມໃນວາຣະສານ JAMA Psychiatry ຮວມການສຶກສາ 38 ເລື້ອງ ທີ່ມີໄລຍະສັງເກດຫລາຍກວ່າສອງອາທິດ, ຊຶ່ງເປັນໄລຍະເວລາທີ່ສໍາຄັນ ຊຶ່ງຄາດວ່າ ອາການຖອນຢາຈະເກີດຂືຶ້ນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ລາຍງານກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ.

ມີການເຜີຍແພ່ ການທົບທວນຢ່າງເປັນລະບົບ ກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ.

ການວິເຄາະແບບ Meta-analysis ໄດ້ກວດສອບ ການຄົ້ນພົບຂອງການທົດລອງ ທີ່ມີການຄວບຄຸມແບບສຸ່ມ 50 ລາຍການ ເຊິ່ງກ່ຽວຂ້ອງກັບຜູ້ເຂົ້າຮ່ວມ 17 828 ຄົນ.

ອາຍຸສເລັ່ຍ ຂອງຜູ້ເຂົ້າຮ່ວມແມ່ນ 44 ປີ ແລະ 70 ສ່ວນຮ້ອຍເປັນຜູ້ຍິງ.

ຜູ້ຊ່ຽວຊານດ້ານສຸຂະພາບ ໃນອອສເຕຣເລັຍກ່າວວ່າ ການທົບທວນນັ້ນ ໃຫ້ຄວາມຮູ້ທີ່ເປັນປໂຍດ ແລະຍັງມີບ່ອນ ສໍາລັບການຄົ້ນຄວ້າຕື່ມອີກ ໃນດ້ານນີ້.

Haylena Krishnamoorthy ລາຍງານ.

"ທໍາອິດ ຂ້າພະເຈົ້າຕໍ່ຕ້ານ ການໃຊ້ຢາທຸກຊະນິດ, ແຕ່ຂ້າພະເຈົ້າ ໄດ້ມາຮອດຈຸດຫນຶ່ງ ເມື່ອສອງສາມປີກ່ອນ, ຂ້າພະເຈົ້າ ໄດ້ມາເຖິງຈຸດທີ່ຂ້າພະເຈົ້າ ກໍາລັງດີ້ນລົນ ກັບຄວາມຄິດທີ່ຈະຂ້າຕົວຕາຍ ແລະພຽງແຕ່ສາມາດທໍາງານ ແລະເຮັດສິ່ງຕ່າງໆໄດ້; ເພາະອາລົມຂອງຂ້າພະເຈົ້າ ແລະຄວາມຮູ້ສຶກ ແລະຄວາມຄິດທີ່ຫນ້າຢ້ານກົວທັງຫມົດ ທີ່ຂ້າພະເຈົ້າມີ, ແລະໃນທີ່ສຸດ ກໍຖືກໂນ້ມນ້າວ ໃຫ້ລອງໃຊ້ຢາ Sertraline. ແລະແນ່ນອນວ່າ ທັນທີທີ່ໃຊ້ຢາ ຂ້າພະເຈົ້າໄດ້ສັງເກດເຫັນວ່າ ຂ້າພະເຈົ້າຮູ້ສຶກມຶນງົງ."

Kizzy, ຊຶ່ງເປັນຜູ້ຊ່ຽວຊານ ເລື່ອງສຸຂະພາບຈິດ ເປັນຄົນທີ່ມີສ່ວນຮ່ວມກັບ BEING Mental Health Consumers, ຊຶ່ງເປັນອົງກອນ ທີ່ສນັບສນູນຜູ້ທີ່ມີປະສົບການຊີວິດ ກ່ຽວກັບປັນຫາສຸຂະພາບຈິດ.

ນາງເວົ້າວ່າ ນາງບໍ່ຢາກເພິ່ງຢາຕ້ານທານຄວາມຊຶມເສົ້າ, ແລະເຄີຍໄດ້ເຊົາໃຊ້ຢາ ສອງເທື່ອໃນອະດີດ.

"ຄວາມຫວັງຂອງຂ້າພະເຈົ້າ ຄືມື້ຫນຶ່ງ ຂ້າພະເຈົ້າຈະບໍ່ຕ້ອງການຢາຕ້ານທານຄວາມຊຶມເສົ້າ ແລະຍັງຮັກສາລະດັບນີ້ ຂອງການທໍາງານ ແລະສຸຂະພາບຈິດ, ແລະດີຂຶ້ນເລື້ອຍໆ, ໂດຍສະເພາະເພາະ, ຍົກຕົວຢ່າງ, ມັນອາດມີຜົນກະທົບຕໍ່ຕັບຂອງຂ້າພະເຈົ້າ, ເຊັ່ນດຽວກັບຢາທີ່ກິນຢູ່ໃນປະຈຸບັນ, ຂ້າພະເຈົ້າ ບໍ່ສາມາດດື່ມເຫລົ້າໃດ້, ຊຶ່ງກໍເປັນສິ່ງດີຕໍ່ສຸຂະພາບ."

ການທົບທວນໃຫມ່ ໂດຍນັກວິຊາການ ທີ່ຖືກພິມໃນວາຣະສານ JAMA Psychiatry ສໍາຫລວດເບິ່ງອາການ ຖອນຢາຕ້ານອາການຊຶມເສົ້າ.

ທີມນັກຄົ້ນຄວ້ານາໆຊາດ (ຮວມເຖິງຄົນໜຶ່ງ ຈາກອອສເຕຣເລັຍ) ໄດ້ວິເຄາະຂໍ້ມູນຈໍານວນຫຼວງຫຼາຍ ຈາກການສຶກສາຫຼາຍກວ່າ 50 ເລື້ອງທີ່ກ່ຽວຂ້ອງ ກັບຜູ້ປ່ວຍຫຼາຍກວ່າ 17,000 ຄົນ (17,828).

(ຜູ້ຂຽນອາວຸໂສຫລາຍຄົນ ໄດ້ປະກາດໄດ້ຮັບການຈ່າຍເງິນ ຈາກບໍຣິສັດຢາ.)

ການທົບທວນພົບວ່າ ຜູ້ເຂົ້າຮ່ວມໃນການສຶກສາ ທີ່ເຊົາໃຊ້ຢາຕ້ານຄວາມຊຶມເສົ້າ ມີອາການຫລາຍກວ່າ-ເມື່ອປຽບທຽບໃສ່ກັບ ຜູ້ທີ່ເຊົາໃຊ້ຢາຫຼອກ (Placebo) ຫລືໃຊ້ຢາຕ້ານຄວາມຊຶມເສົ້າຕໍ່ໄປ.

Dr Ramya Raman ເປັນຮອງປະທານ ແລະເປັນປະທານຂອງ the Royal Australian College of GPs (RACGP) ທີ່ Western Australia.

ນາງເວົ້າວ່າ ການຕັດສິນໃຈ ທີ່ຈະເລີ່ມຕົ້ນແລະຢຸດຢາ ຕ້ານຄວາມຊຶມເສົ້າ ເປັນການຕັດສິນໃຈຮ່ວມກັນ ລະຫວ່າງຄົນໄຂ້ ແລະຜູ້ຊ່ຽວຊານດ້ານສຸຂະພາບ.

"ພວກເຮົາເບິ່ງວ່າ ຄົນໄຂ້ມີສຸຂະພາບດີດົນປານໃດ ແລະອາລົມຂອງເຂົາເຈົ້າເປັນແນວໃດ, ມີປັດຈັຍໃດແດ່ ທີ່ອາດສົ່ງຜົນຕໍ່ສະພາບການໃນປະຈຸບັນຂອງເຂົາເຈົ້າ? ລະບົບການສນັບສນູນຂອງເຂົາເຈົ້າ ມີຫຍັງແດ່? ເຂົາເຈົ້າໄດ້ໄປຫາຈິດຕະແພດບໍ່? ເຂົາເຈົ້າມີການບຳບັດຢ່າງອື່ນບໍ່, ຍົກຕົວຢ່າງ, ການບຳບັດພຶດຕິກັມທາງປັນຍາ ຫລືການຝຶກຝົນທັກສະ ທາງສັງຄົມ ກັບຈິດຕະແພດຂອງເຂົາເຈົ້າບໍ່? ແລະຖ້າຫາກເຂົາເຈົ້າເຮັດໄດ້ດີແທ້ໆ ກັບສິ່ງເຫລົ່ານີ້ ແລະຄົນໄຂ້ເວົ້າແທ້ໆວ່າ, ຂ້າພະເຈົ້າໄດ້ໃຊ້ຢາເຫລົ່ານີ້, ຂ້າພະເຈົ້າໄດ້ໄປຫາຈິດຕະແພດ, ຂ້າພະເຈົ້າ ຮູ້ສຶກດີຂຶ້ນຫລາຍ, ມີການພັດທະນາ, ຄອບຄົວຂອງຂ້າພະເຈົ້າ ບອກຂ້າພະເຈົ້າວ່າ ອາການດີຂຶ້ນ, ຂ້າພະເຈົ້າ ຮູ້ສຶກດີຂຶ້ນຫລາຍ. ວຽກງານຂອງຂ້າພະເຈົ້າ ກໍດີຂຶ້ນ, ສຸຂະພາບທາງຮ່າງກາຍ ຂອງຂ້າພະເຈົ້າກໍດີຂຶ້ນ."

ຢາຕ້ານອາການຊຶມເສົ້າ ເປັນຢາທີ່ໃຊ້ກັນຢ່າງກ້ວາງຂວາງທົ່ວໂລກ ແລະໃນ.

[(ຂໍ້ມູນ ຈາກສະຖາບັນສຸຂະພາບ ແລະສວັດດີການ ອອສເຕຣເລັຍ (the Australian Institute of Health and Welfare) ສະແດງໃຫ້ເຫັນວ່າ ປະມານຫນຶ່ງໃນເຈັດຄົນ ຂອງຊາວອອສເຕຣເລັຍ ກໍາລັງໃຊ້ຢາຕ້ານອາການຊຶມເສົ້າ (3.9ລ້ານຄົນ)]

ການໃຊ້ຢາໃນໄລຍະຍາວ-ທີ່ດົນກວ່າ 12 ເດືອນ-ກໍາລັງເພີ່ມຂຶ້ນ (ໃນອອສເຕຣເລັຍ), ແລະພ້ອມກັບຄວາມເຂົ້າໃຈ ເຖິງຄວາມສ່ຽງ ທີ່ຈະເກີດອັນຕະຣາຍ ຫລາຍຂຶ້ນ.

ມີການພັດທະນາຊັບພະຍາກອນໃໝ່ ເພື່ອສົ່ງເສີມການຢຸດການໃຊ້ຢາຕ້ານຄວາມຊຶມເສົ້າຢ່າງປອດພັຍ ເມື່ອເວລາຜ່ານໄປ... ໂດຍປົກກະຕິແລ້ວ ຫລາຍເດືອນ, ຜ່ານແຜນທີ່ເອີ້ນວ່າ ແຜນການຫລຸດຜ່ອນ (Tapering plan).

ການທົບທວນ ທີ່ຖືກພິມໃນວາຣະສານ JAMA Psychiatry ຮວມການສຶກສາ 38 ເລື້ອງ ທີ່ມີໄລຍະສັງເກດຫລາຍກວ່າສອງອາທິດ, ຊຶ່ງເປັນໄລຍະເວລາທີ່ສໍາຄັນ ຊຶ່ງຄາດວ່າ ອາການຖອນຢາຈະເກີດຂືຶ້ນ.

ການທົບທວນພົບວ່າ ອາການຖອນຢາ-ເຊັ່ນວິ່ນຫົວ, ປຸ້ນທ້ອງ, ຍ່າງເຊ- ເກີດຂຶ້ນໃນບາງກໍຣະນີ, ແຕ່ໂດຍທົ່ວໄປແລ້ວ ບໍ່ຮ້າຍແຮງ ແລະຄວບຄຸມໄດ້, ໂດຍສະເພາະ ຖ້າຫາກມີການສນັບສນູນທາງຄລີນິກ ທີ່ເຫມາະສົມ.

Dr Raman ກ່າວວ່າ ເຖິງແມ່ນວ່າ ຍັງຄວນມີການຄົ້ນຄວ້າຕື່ມອີກ ກ່ຽວກັບອາການ ໃນໄລຍະຍາວຂຶ້ນ, ແຕ່ຂໍ້ມູນນັ້ນ ກໍເປັນປໂຍດສໍາລັບ GPs.

"ອີກຢ່າງຫນຶ່ງກໍຄື, ການເຊົາໃຊ້ຢາຢ່າງຊ້າໆ ແລະມີຄວາມສໍາພັນ ທີ່ໄວ້ວາງໃຈໄດ້ກັບ GP ໃນການຕິດຕາມຜົນກັບທ່ານຫມໍເປັນປະຈໍາ, ຄວາມສ່ຽງຂອງການມີອາການຢຸດຢານັ້ນ ໜ້າເປັນຫ່ວງໜ້ອຍກວ່າ ເຖິງແມ່ນວ່າ ເມື່ອຄົນໄຂ້ຢຸດມັນຢ່າງກະທັນຫັນ. ສະນັ້ນ, ອາການອາດຮວມມຶນສມອງ, ວິນຫົວ, ປຸ້ນທ້ອງ, ບາງເທື່ອເຈັບຫົວ ແລະການນອນບໍ່ຫຼັບແລະແນ່ນອນວ່າ ອາລົມປ່ຽນແປງ ແລະອາການຫງຸດຫງິດໃຈ ກໍສາມາດເກີດຂຶ້ນໄດ້."

Sonya Morrissey ເປັນທີ່ປຶກສາ GP ແຫ່ງຊາດທີ່ Headspace, ຊຶ່ງເປັນ Platform ທີ່ສົ່ງເສີມສຸຂະພາບຈິດ ແລະສວັດດີພາບຂອງຄົນຫນຸ່ມ.

ນາງເວົ້າວ່າມີ ຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບວິທີ ທີ່ຈະສົ່ງເສີມຄົນໄຂ້ ໃນແຜນການຫລຸດຈໍານວນລົງ (Tapering plan) ເມື່ອເຂົາເຈົ້າເລີກໃຊ້ຢາຕ້ານໂຣກຊຶມເສົ້າ.

"ໃນອະດີດ, ພວກເຮົາບໍ່ໄດ້ເວົ້າລົມກັບຄົນຫນຸ່ມ ວ່າພວກເຮົາໄດ້ສັ່ງຢາຕ້ານທານຄວາມຊຶມເສົ້າ ກ່ຽວກັບຄວາມເປັນໄປໄດ້ ຂອງອາການເມື່ອຢຸດຢາ. ແຕ່ມັນເປັນສິ່ງທີ່ເຮົາຮັບຮູ້ຫລາຍກວ່າເກົ່າ ແລະມີການຄົ້ນຄວ້າຫລາຍຢ່າງ ທີ່ກໍາລັງເຮັດຢູ່ໃນເວລານີ້, ຊຶ່ງເປັນສິ່ງດີຫຼາຍ, ເຖິງແມ່ນວ່າ ຍັງບໍ່ມີການຄົ້ນຄວ້າ ຈໍານວນຫລວງຫລາຍ ໃນກຸ່ມທີ່ເຮົາເຫັນ, ຊຶ່ງແມ່ນກຸ່ມອາຍຸ 12 ເຖິງ 25 ປີ. ສະນັ້ນ, ມັນຈຶ່ງເປັນຊ່ອງວ່າງຫນ້ອຍຫນຶ່ງ."

ນາງເວົ້າວ່າ ຢາຕ້ານຄວາມຊຶມເສົ້າ ບໍ່ໄດ້ເປັນການປິ່ນປົວທໍາອິດ ຂອງເຂົາເຈົ້າທີ່ Headspace, ແຕ່ຈະຖືກໃຊ້ເປັນບາງຄັ້ງ, ຖ້າຈໍາເປັນ.

"ໃນກຸ່ມທີ່ເຮົາເຫັນທີ່ Headspace, ຊຶ່ງເປັນຄົນຫນຸ່ມອາຍຸ 12 ເຖິງ 25 ປີ, ຢາຕ້ານຄວາມຊຶມເສົ້າ ບໍ່ໄດ້ຖືກຖືວ່າ ເປັນການປິ່ນປົວແຖວທໍາອິດ, ຍົກຕົວຢ່າງ, ສໍາລັບໂຣກວິຕົກກັງວົນ (Anxiety) ຫລືສໍາລັບຄວາມຊຶມເສົ້າ ເພາະມັນຈະເປັນການປິ່ນປົວທາງຈິດໃຈ ແລະການສນັບ ສນູນອື່ນໆ. ແຕ່ສໍາລັບຄົນຫນຸ່ມບາງຄົນ ທີ່ປະສົບກັບອາການ ທີ່ບໍ່ຕອບຮັບ ຕໍ່ການປິ່ນປົວເຫລົ່ານັ້ນ ຫລືຮ້າຍແຮງພໍ ທີ່ຈະກະທົບກະເທືອນ ຕໍ່ວຽກງານ, ບາງເທື່ອ ເຮົາຈະໃຊ້ຢາຕ້ານທານຄວາມຊຶມເສົ້າ (Antidepressant Medication)."

ສາດສະດາຈານ Paul Fitzgerald ເປັນຜູ້ອໍານວຍການ ຂອງໂຮງຮຽນການແພດ ແລະຈິດຕະວິທຍາ (the School of Medicine and Psychology) ທີ່ມະຫາວິທະຍາໄລ ແຫ່ງຊາດອອສເຕຣເລັຍ(Australian National University), ທີ່ເປັນສ່ວນໜຶ່ງຂອງ the Royal Australian and New Zealand College of Psychiatrists (RANZCP).

ລາວບໍ່ໄດ້ມີສ່ວນຮ່ວມໃນການທົບທວນ.

ລາວກ່າວວ່າ ມັນສໍາຄັນທີ່ຈະຮູ້ ເຖິງກໍຣະນີທີ່ຮ້າຍແຮງ ຂອງຜົນກະທົບຂ້າງຄຽງ.

"ມີອາການຜິດປົກກະຕິບາງຢ່າງ ທີ່ຜູ້ປ່ວຍປະສົບ. ສິ່ງທີ່ຫນ້າຕື່ນເຕັ້ນທີ່ສຸດ ທີ່ຄົນໄຂ້ພົບວ່າ ເປັນສິ່ງລົບກວນ ຄືປາກົດການ ທີ່ຄົນໄຂ້ມັກກ່າວວ່າສມອງຊັອດ (Brain zap). ເຂົາເຈົ້າ ມີຄວາມຮູ້ສຶກແປກໆ ຂອງໄຟຟ້າຊັອດ (Electrical zap) ໃນຫົວ ຫຼືລົງໄປໃນເສັ້ນໄຂສັນຫລັງ ແລະຖ້າເຂົາເຈົ້າບໍ່ໄດ້ຮັບການເຕືອນ ກ່ຽວກັບເລື່ອງນີ້ ມັນອາດເປັນເລື່ອງ ທີ່ຫນ້າກັງວົນຫຼາຍ. ເບິ່ງຄືວ່າແປກປລາດ."

ລາວກ່າວວ່າ ມັນບໍ່ຊັດແຈ້ງ ຈາກການທົບທວນເທື່ອສຸດທ້າຍນີ້ວ່າ ອາການນັ້ນ ມາຈາກອາການຂອງເຂົາເຈົ້າ-ຫລືຈາກການຢຸດຢາຕ້ານທານຄວາມຊຶມເສົ້າ.

"ຈະເກີດຫຍັງຂຶ້ນ ເມື່ອບາງຄົນເຊົາໃຊ້ຢາ ແລະອາການພື້ນຖານ ຂອງເຂົາເຈົ້າຮ້າຍແຮງຂຶ້ນ? ເຊັ່ນວ່າ, ເລີ່ມມີຄວາມຊຶມເສົ້າ ຫລືວິຕົກກັງວົນຫລາຍຂຶ້ນ, ແລະມັນອາດເປັນສິ່ງຍາກ ທີ່ຈະຮູ້ພາຍໃຕ້ສະພາບການເຫລົ່ານັ້ນ. ອາການເຫລົ່ານັ້ນ ເປັນອາການທີ່ເຂົາເຈົ້າກໍາລັງປະສົບ ກັບການຢຸດຊົ່ວຄາວ ຫລືເປັນພຽງອາການ ຂອງຄວາມເຈັບປ່ວຍ ທີ່ກັບຄືນມາ ເພາະການປິ່ນປົວ ໄດ້ຖືກຖອນອອກໄປ?"

ໃນຖານະທີ່ເປັນຄົນຫນຸ່ມ ໃນໄວສາມສິບກາງໆ, Kizzy ເວົ້າວ່າ ມັນອາດເປັນເລື່ອງທ້າທາຍ ໃນການໃຊ້ຢາຕ້ານຄວາມຊຶມເສົ້າ ແລະຂັ້ນຕອນການຖອນຢາ.

ແຕ່ນາງໄດ້ພົບວິທີ ທີ່ຈະໃຊ້ສຽງຂອງນາງ ແລະສນັບສນູນ ຜູ້ຄົນທີ່ອາດຕົກຢູ່ໃນສະພາບການ ທີ່ຄ້າຍຄືກັນກັບນາງ.

ນາງເວົ້າວ່າ ສິ່ງທີ່ສາມາດສ້າງຄວາມແຕກຕ່າງໄດ້ ກໍຄືການຊອກຫາ GP ທີ່ສົນໃຈເລື່ອງສຸຂະພາບຈິດ.

"ຂ້າພະເຈົ້າຄິດວ່າ ມັນສໍາຄັນທີ່ຈະຊອກຫາ GP ທີ່ມີຄວາມສົນໃຈແທ້ໆ ໃນເລື້ອງນັ້ນ ແທນທີ່ຈະໄປຫາ GP ທົ່ວໄປຂອງທ່ານ, ຊອກຫາ GP ປະຈໍາ ທີ່ທ່ານຮູ້ວ່າ ສາມາດເພິ່ງພາໄດ້, ຜູ້ທີ່ສາມາດສນັບສນູນທ່ານ ແລະເວົ້າລົມກັບທ່ານ ໃນວິທີທີ່ທ່ານຈະຮູ້ສຶກວ່າ ໄດ້ຮັບຄວາມເຄົາຣົບ ແລະເຂົ້າໃຈແທ້ໆ. ແລະຂ້າພະເຈົ້າຄິດວ່າ ນັ້ນເປັນພື້ນຖານ ຂອງການສນັບ ສນູນທີ່ສໍາຄັນ ທີ່ຈະມີ ເພາະເມື່ອທ່ານມີສິ່ງນັ້ນ, ແລ້ວທ່ານຈະຮູ້ສຶກປອດພັຍພໍ ທີ່ຈະໄປຫາເຂົາເຈົ້າ, ແບ່ງປັນຄວາມເປັນກັງວົນທັງຫມົດຂອງທ່ານ, ເວົ້າລົມ ກ່ຽວກັບການເຊົາໃຊ້ຢາ ຫລືປ່ຽນຢາ ແລະຍັງໂອເຄໃນການຜ່ານທຸກສິ່ງເຫລົ່ານັ້ນ."

ເນື້ອເລື່ອງໂດຍ Haylena Krishnamoorthy  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ລາຍງານກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ. | SBS Lao