ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ໝາ ໄດ້ມາເປັນເພື່ອນຂອງມະນຸດແຕ່ສມັຍໃດ?
ພວກເຂົາມັກຖືກເອີ້ນວ່າ ເພື່ອນທີ່ດີທີ່ສຸດຂອງມະນຸດ-ແຕ່ປາກົດວ່າ ມິດຕະພາບ ຢ້ອນກັບໄປ ໄກກວ່າທີ່ເຮົາຄິດ.
ການຄົ້ນຄວ້າໃຫມ່ ສະແດງໃຫ້ເຫັນວ່າ ຫມາໄດ້ອາສັຍຢູ່ຄຽງຂ້າງມະນຸດຫລາຍພັນປີ ກ່ອນທີ່ອາຣິຍະທັມຈະເລີ່ມຂຶ້ນ.
Blake Quinn ລາຍງານ.
ຫມາ ໄດ້ເປັນສ່ວນໜຶ່ງຂອງຊີວິດຂອງມະນຸດ ເປັນເວລາຫລາຍພັນປີ.
ແຕ່ການຄົ້ນຄວ້າໃຫມ່ ສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ມີມາດົນກວ່າທີ່ເຮົາຄິດ.
ການຄົ້ນຄວ້າໃຫມ່ສອງຢ່າງ ທີ່ຖືກພິມໃນວາຣະສານ Nature ໄດ້ວິເຄາະDNA ຂອງຫມາທີ່ເກົ່າແກ່ທີ່ສຸດ ທີ່ເຄີຍຖືກກູ້ຄືນ, ແລະພົບວ່າ ຫມາໄດ້ອາສັຍຢູ່ຄຽງຂ້າງມະນຸດ ປະມານ 16,000 ປີກ່ອນ-ນັ້ນກໍແມ່ນ ກ່ອນການປູກຝັງ ແລະດົນນານ ກ່ອນຈະມີການສ້າງຕັ້ງເມືອງ.
William Marsh, ຈາກຫໍພິພິດທະພັນປວັດສາດທັມມະຊາດ ຂອງລອນດອນ (London's Natural History Museum), ອະທິບາຍ ເຖິງຄວາມສໍາຄັນຂອງການຄົ້ນພົບ.
"ພວກເຮົາຮູ້ວ່າ ຫມາມາຈາກປະຊາກອນຫມາປ່າ. ບັດນີ້ ພວກເຮົາບໍ່ຮູ້ວ່າ ປະຊາກອນຫມາປ່ານີ້ ມາຈາກໃສ, ແຕ່ສິ່ງທີ່ພວກເຮົາຮູ້ກໍຄື ຫມາປາກົດຂຶ້ນ ໄວກວ່າທີ່ພວກເຮົາຄິດ ປະມານ 6,000 - 7,000 ປີ"
ການຄົ້ນຄວ້າ ແມ່ນອີງໃສ່ຊາກບູຮານ ທີ່ພົບເຫັນທົ່ວຢູໂຣບ ແລະບາງພາກ ຂອງປະເທດ Turkiye ໃນປັດຈຸບັນ ເຊິ່ງລວມເຖິງ ກະດູກຄາງກະໄຕຫມາ ອາຍຸ 14,300 ປີ ທີ່ຄົ້ນພົບໃນຖໍ້າ ໃນປະເທດອັງກິດ.
ນັກວິທຍາສາດ ໄດ້ວິເຄາະ DNA ຂອງມັນ ແລະສົມທຽບກັບຫມາ ແລະຫມາປ່າ ໃນສມັຍປັດຈຸບັນ ແລະສມັຍບູຮານ ຫຼາຍກວ່າພັນໂຕ ຈາກທົ່ວໂລກ.
ສິ່ງທີ່ພວກເຂົາພົບຄື ຫມາໄດ້ແຜ່ຂຍາຍໄປທົ່ວຢູໂຣບ ພ້ອມກັບມະນຸດໃນຍຸກທໍາອິດ.
Dr Pontus Skoglund ຜູ້ຮ່ວມຂຽນການຄົ້ນຄວ້ານີ້ກ່າວວ່າ ເຖິງແມ່ນຈະມີຄວາມແຕກຕ່າງຫລາຍ ລະຫວ່າງຊີວິດໃນຕອນນັ້ນ ແລະຕອນນີ້, ແຕ່ຄວາມສໍາພັນນັ້ນ ອາດເບິ່ງຄືວ່າຄ້າຍໆກັນ.
"ບໍ່ພຽງແຕ່ເຮົາ ໄດ້ປ່ຽນຕົ້ນກໍາເນີດຂອງຫມາອອກໄປ 5 000 ປີເທົ່ານັ້ນ, ແຕ່ເຮົາພົບວ່າ ຄວາມສຳພັນລະຫວ່າງມະນຸດ ແລະຫມາເຫລົ່ານີ້ ເມື່ອ 16,000 ປີກ່ອນ ກໍຄ້າຍຄືກັນກັບວິທີ ທີ່ເຮົາອາດມີຄວາມສຳພັນກັບຫມາ ໃນປັດຈຸບັນ ທີ່ອາສັຍຢູ່ໃນບ້ານເຮືອນຂອງເຮົາ."
ສິ່ງທີ່ຍັງບໍ່ຊັດເຈນຄືວ່າ ມັນເລີ່ມຕົ້ນແນວໃດ.
ນັກວິທຍາສາດເຊື່ອວ່າ ຫມາວິວັດທະນາການ ມາຈາກຫມາປ່າສີຂີ້ເທົ່າ (Grey Wolves), ໃນບາງຈຸດ, ຫມາປ່າບາງຊະນິດ ເລີ່ມເຂົ້າມາຢູ່ຮອບໆຄ້າຍຂອງມະນຸດ, ຫມາປ່າທີ່ບໍ່ຮ້າຍ ກໍບໍ່ຖືກທຳຮ້າຍໂດຍມະນຸດ ແລະໄດ້ຮັບລາງວັນ ດ້ວຍເສດອາຫານ.
ເມື່ອເວລາຜ່ານໄປ, ພວກເຂົາກໍຮູ້ສຶກສະບາຍໃຈຫລາຍຂຶ້ນ ເມື່ອຢູ່ກັບຜູ້ຄົນ, ແລະໃນທີ່ສຸດ, ເລີ່ມອາສັຍຢູ່ຄຽງຂ້າງພວກເຂົາ.
ນັກຄົ້ນຄວ້າເຊື່ອວ່າ ຄວາມສໍາພັນນີ້ ອາດປ່ຽນແປງທັງມະນຸດ ແລະ ໝາ, ມະນຸດໄດ້ຮັບຄວາມຊ່ອຍເຫລືອ ໃນການລ່າສັດ ແລະການປ້ອງກັນ, ແລະຫມາໃນຍຸກຕົ້ນໆເຫລົ່ານີ້, ໄດ້ຮັບອາຫານ, ຄວາມປອດພັຍ-ແລະມີບ່ອນຢູ່ ໃນບັນດາກຸ່ມມະນຸດ.
ນັກຄົ້ນຄວ້າຄິດວ່າ ຫລັງຈາກຍຸກນ້ຳແຂງ (Ice Age) ຄັ້ງສຸດທ້າຍ, ເມື່ອອາກາດອົບອຸ່ນຂຶ້ນ ແລະຜູ້ລ່າສັດ ໄດ້ຍ້າຍໄປຢູ່ໃນເຂດໃຫມ່ທົ່ວຢູໂຣບ, ຫມາກໍໄດ້ຍ້າຍໄປພ້ອມກັບພວກເຂົາ-ໂດຍທີ່ Dr Skoglund ຄິດວ່າ ຫມາມີຄວາມແຕກຕ່າງຫລາຍ ກັບຫມາປ່າໃນຕອນນັ້ນ.
"ມັນເປັນສິ່ງທີ່ຫນ້າສົນໃຈແທ້ໆ ໃນຄວາມແຕກຕ່າງ ລະຫວ່າງຫມາແລະຫມາປ່າ ເມື່ອທ່ານມາເບິ່ງ Nuclear Genome ນີ້. ມັນບໍ່ມີຫຍັງເລີຍ ນອກຈາກການປະສົມລະຫວ່າງໝາ ແລະຫມາປ່າ ທີ່ຜູ້ຄົນໄດ້ສ້າງຂຶ້ນ ໃນຊ່ວງທົດສວັດ 1930 ແລະ 50."
ສິ່ງນີ້ບອກເຮົາວ່າການລ້ຽງດູ ບໍ່ໄດ້ເປັນຂັ້ນຕອນທີ່ຄ່ອຍໆເປັນຄ່ອຍໄປ, ໃນບາງຈຸດ ເສັ້ນບາງເສັ້ນ ໄດ້ຖືກຂ້າມໄປ.
ເຖິງແມ່ນວ່າ ປະຊາກອນມະນຸດໃຫມ່ ໄດ້ມາເຖິງພ້ອມກັບການແຜ່ ຂຍາຍຂອງການກະສິກັມ, ແຕ່ພັນທຸກັມ ຂອງຫມາໃນຢູໂຣບ ໃນຍຸກຕົ້ນໆ ກໍຍັງສມ່ຳສເມີ.
ການຄົ້ນພົບ ທີ່ສໍາຄັນອີກຢ່າງຫນຶ່ງ ແມ່ນຄວາມໄວຂອງການແພ່ຂອງໝາ.
ຊາກສົບທີ່ພົບເຫັນ ຊຶ່ງຢູ່ຫ່າງກັນຫລາຍພັນກິໂລແມັດ-ຈາກປະເທດອັງກິດ ຈົນເຖິງປະເທດ Türkiye-ສະແດງໃຫ້ເຫັນ ຄວາມຄ້າຍຄືກັນຢ່າງຫນ້າສັງເກດ.
"ພວກເຮົາຄິດວ່າ ມັນຈະມີພັນທຸກັມທີ່ແຕກຕ່າງກັນ ເພາະມັນກ່ຽວຂ້ອງ ກັບກຸ່ມມະນຸດທີ່ແຕກຕ່າງກັນ. ແລະກຸ່ມມະນຸດເຫລົ່ານີ້ ກໍບໍ່ມີສ່ວນກ່ຽວຂ້ອງກັນເລີຍ. ແຕ່ເມື່ອເຮົາມາເບິ່ງ DNA ຂອງມັນ, ແທ້ຈິງແລ້ວ ມັນມີພັນທຸກັມທີ່ຄ້າຍຄືກັນ ຢ່າງເຫລືອເຊື່ອ. ສະນັ້ນ, ສິ່ງທີ່ຊີ້ໃຫ້ເຫັນກໍຄື ເຮົາຕ້ອງການວິທີ ທີ່ຫມາເຫລົ່ານີ້ ຈະແພ່ຂຍາຍໄປທົ່ວທະວີບຢ່າງວ່ອງໄວ. ແລະສິ່ງທີ່ເຮົາຄິດກໍຄືວ່າ ມີກຸ່ມນັກລ່າສັດ ທີ່ຍ້າຍມາຈາກເຂດ Balkan Peninsula ຂອງອີຕາລີ ແລະຕັ້ງຖິ່ນຖານໃຫມ່ໃນຢູໂຣບຕາເວັນຕົກ ຫລັງຈາກຍຸກນ້ຳແຂງຄັ້ງສຸດທ້າຍ. ແລະພວກເຮົາຄິດວ່າ ພວກເຂົາກໍາລັງແພ່ຂຍາຍຫມາ ໄປຫາບ່ອນທີ່ຫ່າງໄກຂອງໂລກເຫຼົ່ານີ້."
ເນື້ອເລື້ອງໂດຍ Blake Quinn ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








