ອົງການອະນາມັຍໂລກກ່າວວ່າ ການລະບາດຂອງອີໂບລາ (Ebola) ທີ່ແພ່ລະບາດ ໄປທົ່ວພາກຕາເວັນອອກຂອງ Congo ໄປຫາປະເທດ Uganda ທີ່ໃກ້ຄຽງ ອາດຮ້າຍແຮງກວ່າ ທີ່ລາຍງານຢ່າງເປັນທາງການ. ແຕ່ປະຊາຊົນກໍຍັງພະຍາຍາມດໍາເນີນຊີວິດປະຈໍາວັນຕໍ່ໄປ ທ່າມກາງຄວາມຢ້ານກົວທີ່ເພີ່ມຂຶ້ນ ວ່າການລະບາດ ກໍາລັງແພ່ລາມອອກໄປ ເກີນກວ່າທີ່ຈະຄວບຄຸມໄດ້.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂຣກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄວາມຮ້າຍແຮງຂອງການລະບາດຂອງ Ebola.
ເຈົ້າໜ້າທີ່ສາທາຣະນະສຸກ ກໍາລັງແຂ່ງຂັນ ໃນການຄວບຄຸມໄວຣັສ ສາຍພັນ Bundibugyo ໃນສາທາຣະນະປະຊາທິປະໄຕ Congo, ຊຶ່ງໃນຂນະນີ້ ຍັງບໍ່ມີວັກຊີນ ຫລືການປິ່ນປົວ ທີ່ໄດ້ຮັບການອະນຸມັດ.
ອົງການອະນາມັຍໂລກກ່າວວ່າ ການລະບາດຂອງອີໂບລາ (Ebola) ທີ່ແພ່ລະບາດ ໄປທົ່ວພາກຕາເວັນອອກຂອງ Congo ໄປຫາປະເທດ Uganda ທີ່ໃກ້ຄຽງ ອາດຮ້າຍແຮງກວ່າ ທີ່ລາຍງານຢ່າງເປັນທາງການ.
ດັ່ງທີ່ Hannah Hodson ລາຍງານ, ໃນເມືອງຕ່າງໆເຊັ່ນ Goma ແລະ Bunia, ຫຼາຍຄອບຄົວ ຍັງພະຍາຍາມດໍາເນີນຊີວິດປະຈໍາວັນຕໍ່ໄປ ທ່າມກາງຄວາມຢ້ານກົວທີ່ເພີ່ມຂຶ້ນ ວ່າການລະບາດ ກໍາລັງແພ່ລາມອອກໄປ ເກີນກວ່າທີ່ຈະຄວບຄຸມໄດ້.
ທີ່ເມືອງ Goma, ໃນພາກຕາເວັນອອກຂອງ Congo, ຣົດກໍາລັງຖືກຢຸດທີ່ຈຸດກວດ ບ່ອນທີ່ຜູ້ໂດຍສານ ຖືກສັ່ງໃຫ້ລ້າງມື, ໃສ່ຫນ້າກາກ ແລະກວດອຸນຫະພູມ.
ສູນກາງການຄ້າ ທີ່ມີປະຊາກອນຫຼາຍກວ່າສອງລ້ານຄົນ ໄດ້ມີການຢືນຢັນ ກໍຣະນີອີໂບລາ (Ebola) ເຊິ່ງກະຕຸ້ນໃຫ້ເຈົ້າຫນ້າທີ່ ເຄັ່ງຄັດດ້ານສຸຂະພາບທີ່ໂຮງຮຽນ, ຫ້ອງການ ແລະອາຄານສາທາຣະນະ.
Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ ຂອງອົງການອະນາມັຍໂລກກ່າວວ່າ ການລະບາດນີ້ ຖືວ່າເປັນພັຍຄຸກຄາມທີ່ຮ້າຍແຮງ.
"WHO ປະເມີນຄວາມສ່ຽງ ຂອງໂຣກລະບາດວ່າ ສູງໃນລະດັບຊາດ ແລະພູມີພາກ, ແລະຕ່ຳໃນລະດັບໂລກ."
ໃນພາກຕາເວັນອອກຂອງ Congo, ການລະບາດນັ້ນ ໄດ້ເປີດເຜີຍ ຄວາມເຄັ່ງຕຶງ ລະຫວ່າງຄອບຄົວທີ່ໂສກເສົ້າ ແລະໜ່ວຍງານດ້ານສາທາຣະນະສຸກ ທີ່ພະຍາຍາມຢຸດການແພ່ຂອງໄວຣັສ.
ໃນເມືອງ Rwampara, ຕໍາຫລວດໄດ້ຍິງປືນເຕືອນ ແລະແກັສນ້ຳຕາ ຫລັງຈາກຍາດພີ່ນ້ອງ ຂອງນັກກິລາຟຸດບານທີ່ໂດ່ງດັງຄົນຫນຶ່ງ ໃນທ້ອງຖິ່ນ ໄດ້ປະຕິເສດການຝັງສົບທີ່ປອດພັຍ ຊຶ່ງຈັດໂດຍພະນັກງານສາທາຣະນະສຸກ, ໂດຍຢືນຢັນວ່າ ລາວໄດ້ຕາຍຈາກໂຣກ Typhoid ແທນທີ່ຈະເປັນອີໂບລາ (Ebola).
ເຈົ້າຫນ້າທີ່ສາທາຣະນະສຸກກ່າວວ່າ ການຝັງສົບທີ່ບໍ່ປອດພັຍ ຍັງເປັນໂຕຂັບເຄື່ອນທີ່ສໍາຄັນ ຂອງການແພ່ຂອງໂຣກ ເພາະສົບສາມາດແພ່ເຊື້ອໄດ້ສູງ ຫລັງຈາກເສັຍຊີວິດ.
ຢ່າງໃດກໍຕາມ, ປະຊາຊົນບາງຄົນເວົ້າວ່າ ເຂົາເຈົ້າພະຍາຍາມປົກປ້ອງຄອບຄົວຂອງເຂົາເຈົ້າ.
"ຂ້ອຍໃຊ້ຄວາມລະມັດລະວັງ ເພື່ອປົກປ້ອງຕົວເອງ ແລະຄອບຄົວຂອງຂ້ອຍ. ຂ້ອຍໄດ້ຊື້ຫນ້າກາກໃຫ້ເຂົາເຈົ້າ ແລະຂ້ອຍໄດ້ເວົ້າລົມກັບເຂົາເຈົ້າ ກ່ຽວກັບມາດຕະການ ທີ່ຕ້ອງປະຕິບັດ ເພື່ອປົກປ້ອງຕົວເອງ ຈາກໂຣກນີ້."
ບັດນີ້ ໂຣກລະບາດໄດ້ແພ່ອອກໄປ ເປັນຫລາຍຮ້ອຍກິໂລແມັດ ຈາກຈຸດກາງເດີມຂອງມັນ ໃນແຂວງ Ituri, ໄປຫາ South Kivu.
ທາງການໃນ Uganda ປະເທດຂ້າງຄຽງ ກໍາລັງທຳການຄວບຄຸມຢ່າງເຄັ່ງຄັດ, ໂດຍການຂົນສົ່ງຜູ້ໂດຍສານສາທາຣະນະ ຈາກ Congo ຖືກລະງັບເປັນເວລາສີ່ອາທິດ.
ເລຂາຖາວອນ ຂອງກະຊວງສາທາຣະນະສຸກ ຂອງ Uganda, Diana Atwine, ກ່າວວ່າ ການເຄື່ອນຍ້າຍຂ້າມເຂດແດນ ຫມາຍຄວາມວ່າ ພັຍຄຸກຄາມນັ້ນ ຍັງຄົງສູງຢູ່.
"ເນື່ອງຈາກ Uganda ໃກ້ຊິດກັບຈຸດໃຈກາງຂອງຈຸດເກີດເຫດ ແລະການເຊື່ອມໂຍງ ຂ້າມຊາຍແດນທີ່ເຂັ້ມແຂງ ເຊິ່ງລວມເຖິງການເຄື່ອນໄຫວທາງການຄ້າ ສໍາລັບກິດຈະກັມທາງເສດຖະກິດອື່ນໆ ແລະການບິນໂດຍກົງ, ຄວາມສ່ຽງຕໍ່ການນໍາເຂົ້າຍັງສູງຢູ່."
ອົງການອະນາມັຍໂລກກ່າວວ່າ ເກືອບ 600 ກໍຣະນີທີ່ສົງສັຍ ແລະຜູ້ເສັຍຊີວິດທີ່ຕ້ອງສົງສັຍ ຫຼາຍກວ່າ 130 ຄົນ ບັດນີ້ມີການຢືນຢັນວ່າ ກ່ຽວຂ້ອງ ກັບການລະບາດໃນປະເທດ Congo ແລະ Uganda.
ຊຶ່ງແຕກຕ່າງຈາກອີໂບລາ (Ebola) ສາຍພັນ Zaire ທີ່ພົບເລື້ອຍ, ໃນ ຂນະນີ້ ຍັງບໍ່ມີວັກຊີນ ຫລືການປິ່ນປົວ ທີ່ໄດ້ຮັບການອະນຸມັດ ສໍາລັບສາຍພັນ Bundibugyo ທີ່ຂັບເຄື່ອນການລະບາດ.
ນັກວິທະຍາສາດ ກໍາລັງແຂ່ງຂັນກັນ ເພື່ອທົດລອງວັກຊີນ ໃນຂນະທີ່ຫນ່ວຍຄວາມຊ່ວຍເຫຼືອ ຂົນສົ່ງອຸປະກອນທາງອາກາດ ແລະສ້າງຫ້ອງພັກແຍກ ໃນເຂດທີ່ໄດ້ຮັບຜົນກະທົບ.
ແຕ່ Coalition for Epidemic Preparedness Innovations ກ່າວວ່າ ຂນາດທີ່ແທ້ຈິງ ຂອງການລະບາດຂອງໂຣກ ອາດໃຫຍ່ກວ່າທີ່ໂຕເລກໃນປະຈຸບັນລະບຸ.
"ເຮົາບໍ່ຮູ້ຄວາມເປັນຈິງ ຂອງການລະບາດນີ້. ພວກເຮົາໄດ້ເຫັນແຕ່ພຽງສ່ວນນຶ່ງຂອງມັນເທົ່ານັ້ນ ໃນເມື່ອຕາມຈິງແລ້ວ ມັນອາດໃຫຍ່ຫລາຍ. ສະນັ້ນ, ຂ້າພະເຈົ້າຄິດວ່າ WHO ມີໂຕເລກຂອງຫລາຍຮ້ອຍກໍຣະນີ ແລະການຕາຍຂອງຫລາຍຮ້ອຍຄົນ ແຕ່ຄວາມຈິງແລ້ວ ແມ່ນວ່າຈໍານວນທີ່ແທ້ຈິງ ຈະໃຫຍ່ກວ່ານັ້ນ."
ໃນຂນະດຽວກັນ, ປະຊາຊົນຫລາຍຄົນເວົ້າວ່າ ຊີວິດຕ້ອງດໍາເນີນຕໍ່ໄປ.
"ເຮົາຕ້ອງເຂົ້າໃຈວ່າ ໂຣກນີ້ມີຢູ່ ແລະເປັນຈິງ. ມັນເປັນອັນຕະຣາຍ ເພາະມັນບໍ່ມີວັກຊີນ ຫລືຢາ. ການປ້ອງກັນທີ່ດີທີ່ສຸດ ແມ່ນການລ້າງມືດ້ວຍນໍ້າ ແລະສະບູ ຫຼືໃຊ້ສານລະລາຍທີ່ມີທາດເຫຼົ້າ (Hydroalcoholic solutions). ຂໍ້ຄວາມທີ່ສຳຄັນທີ່ສຸດ ຂອງຂ້າພະເຈົ້າຕໍ່ປະຊາຊົນ ແມ່ນວ່າ ທຸກຄົນຍອມຮັບວ່າ ໂຣກລະບາດນີ້ມີແທ້."
ລາຍງານໂດຍ Hannah Hodson ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂຣກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






