ອົງການອະນາມັຍໂລກ (The World Health Organisation) ໄດ້ປະກາດວ່າ ມີການລະບາດຄັ້ງໃໝ່ຂອງ Ebola ໃນປະເທດ Congo ແລະ Uganda ເປັນເລື່ອງສຸກເສີນ ດ້ານສາທາຣະນະສຸກ ທີ່ນາໆຊາດມີຄວາມວິຕົກກັງວົນ ເພາະນອກຈາກ3ຣກນີ້ແລ້ວ ກໍຍັງມີປັນຫາເລື້ອງຄວາມບໍ່ສງົບພານໃນນຳອີກ. ແຕ່ກຸ່ມແນວຮ່ວມກະບົດ AFC-M23 Congo River alliance ກ່າວວ່າ ທຸກສິ່ງທຸກຢ່າງຢູ່ພາຍໃຕ້ການຄວບຄຸມ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການລະບາດຂອງ Ebola ໃນ Africa.
ອົງການອະນາມັຍໂລກ (The World Health Organisation) ໄດ້ປະກາດວ່າ ການລະບາດຂອງ Ebola ໃນປະເທດ Congo ແລະ Uganda ເປັນເລື່ອງສຸກເສີນ ດ້ານສາທາຣະນະສຸກ ທີ່ນາໆຊາດມີຄວາມວິຕົກກັງວົນ.
WHO ກ່າວວ່າ ມັນບໍ່ເປັນໄປຕາມເກນ ຂອງພາວະສຸກເສີນ ດ້ານການລະບາດ, ແຕ່ປະເທດທີ່ມີຊາຍແດນທາງບົກ ກັບປະເທດ Congo ມີຄວາມສ່ຽງສູງ ຈາກການແພ່ຂອງໂຣກ.
Deborah Groarke ມີລາຍລະອຽດ.
ສໍາລັບຊາວເມືອງ Goma ໃນສາທາລະນະຣັດ ປະຊາທິປະໄຕ Congo (the Democratic Republic of Congo), ມີຄວາມຢ້ານກົວຫລາຍ ຈາກການສູ້ຮົບທີ່ເກີດຂຶ້ນ ລະຫວ່າງກອງທັບ ຂອງຣັດຖະບານ ແລະກຸ່ມກະບົດ.
ເມືອງນີ້ ເປັນສະຖານທີ່ ຂອງການໂຈມຕີຢ່າງວ່ອງໄວ ຂອງພວກກະບົດ ໃນຕົ້ນປີ 2025, ແລະການຂັດແຍ້ງ ລະຫວ່າງກອງກຳລັງຕິດອາວຸດ ຂອງ Congo ແລະກຸ່ມກະບົດ M23 ທີ່ສນັບສນູນໂດຍ Rwanda ໄດ້ເຮັດໃຫ້ຜູ້ຄົນຫລາຍແສນຄົນ ຕ້ອງພັດຖິ່ນ.
ບັດນີ້, Alain Bisimwa ຊາວເມືອງ Goma ເວົ້າວ່າມີ ສິ່ງອື່ນອີກ ທີ່ຕ້ອງຢ້ານກົວ.
"ຕາມຄວາມຈິງແລ້ວ, ເຮົາໄດ້ຍິນກ່ຽວກັບ Ebola ເປັນເວລາຫລາຍປີແລ້ວ. ທໍາອິດຢູ່ໃນແຂວງ Equateur, ແລ້ວຢູ່ North Kivu, ແລະຕອນນີ້ ຢູ່ເມືອງ Goma, ຊຶ່ງເປັນເລື່ອງທີ່ຫນ້າສະເທືອນໃຈແທ້ໆ. ພວກເຮົາຂໍຮ້ອງໃຫ້ຣັດຖະບານ ດໍາເນີນການ ເພາະພວກເຮົາ ບໍ່ຮູ້ວ່າຈະເຮັດແນວໃດ. ຄວາມບໍ່ປອດພັຍ ກໍເປັນບັນຫາຢູ່ແລ້ວ. ແລະຕອນນີ້ ຍັງເພີ່ມໂຣກນີ້ອີກ."
Alain ກໍາລັງເວົ້າເຖິງ ການຢືນຢັນຜູ້ຕິດ Ebola ກໍລະນີທໍາອິດ ຂອງເມືອງ Goma.
ການລະບາດຄັ້ງຫຼ້າສຸດ ຂອງໂຣກນີ້ ສ່ວນຫຼາຍແມ່ນຍ້ອນສາຍພັນ Bundibugyo ຂອງເຊື້ອໄວຣັສ Ebola ທີ່ຕິດຕໍ່ໄດ້ສູງ.
ໂດຍຮວມແລ້ວ, ມີຫລາຍກວ່າ 300 ກໍຣະນີ ທີ່ຕ້ອງສົງສັຍ ແລະມີການເສັຍຊີວິດ 88 ຄົນ ໃນເຂດສຸຂະພາບ ຢ່າງຫນ້ອຍສາມແຫ່ງ.
ແຕ່ Dr Misaki Wayengera ນັກວິທະຍາສາດ ຂອງກະຊວງສາທາຣະນະສຸກຂອງ Congo ກ່າວວ່າ ມາດຕະຖານ ການດູແລຜູ້ປ່ວຍທີ່ດີຂຶ້ນ ໄດ້ຊ່ອຍຫລຸດ ອັດຕາການຕາຍ ໃນການລະບາດຄັ້ງຫຼ້າສຸດ, ແລະເຂົາເຈົ້າ ຫມັ້ນໃຈທີ່ ຈະນໍາໃຊ້ສິ່ງທີ່ເຂົາເຈົ້າຮຽນຮູ້ ໄປໃຊ້ກັບກັບສະຖານະການນີ້.
"ເພາະໃນອະດີດ ພວກເຮົາຈະແລ່ນໜີຈາກຜູ້ປ່ວຍ Ebola. ພວກເຮົາ ປະຖິ້ມຜູ້ຄົນ, ພວກເຮົາ ບໍ່ສາມາດຊ່ອຍເຫລືອເຂົາເຈົ້າໄດ້. ຄົນເຫຼົ່ານີ້ ຕ້ອງການ ການຊ່ອຍເຫຼືອ ສຳລັບລະບົບໝູນວຽນຂອງເລືອດ ຂອງເຂົາເຈົ້າ. ເຂົາເຈົ້າ ກໍາລັງສູນເສັຍນ້ຳຈຳນວນຫລາຍ, ເຂົາເຈົ້າ ກໍາລັງສູນເສັຍເລືອດ, ເຂົາເຈົ້າ ຕ້ອງໄດ້ຮັບການສນັບສນູນ. ແຕ່ບັດນີ້ ເມື່ອການດູແລຂອງພວກເຮົາດີຂຶ້ນ, ພວກເຮົາກໍໄດ້ຮຽນຮູ້ວ່າ ພວກເຮົາສາມາດ ຫລຸດອັດຕາການຕາຍໄດ້."
ອົງການອະນາມັຍໂລກ ຍັງເຝົ້າລະວັງຢູ່.
ມັນໄດ້ປະກາດ ພາວະສຸກເສີນ ດ້ານສາທາຣະນະສຸກ ທີ່ສ້າງຄວາມກັງວົນລະດັບນາໆຊາດ. ຄໍາຖແລງທີ່ Jennifer Mbabazi ຈາກເມືອງ Kampala ຂອງປະເທດ Uganda ຊຶ່ງກ່າວວ່າ ໄດ້ກໍ່ໃຫ້ເກີດຄວາມວິຕົກຫລາຍ ກ່ຽວກັບຜົນກະທົບທາງເສດຖະກິດ ແລະສຸຂະພາບ ທີ່ອາດເກີດຂຶ້ນ.
"ມັນເຮັດໃຫ້ພວກເຮົາເປັນຫ່ວງ ເພາະຣັດຖະບານອາດປິດ ແລະຢຸດພວກເຮົາບໍ່ໃຫ້ທໍາງານ."
ແຕ່ WHO ກ່າວວ່າ ມັນບໍ່ຢາກໃຫ້ການເດີນທາງ ແລະການຄ້າຖືກຈໍາກັດ, ເພາະຢ້ານວ່າ ມັນຈະຊຸກຍູ້ ໃຫ້ມີການລັກລອບຂ້າມເຂດແດນທີ່ ບໍ່ມີການຄວບຄຸມ.
ມັນໄດ້ແນະນໍາປະເທດຕ່າງໆ ໃຫ້ເປີດໃຊ້ລະບົບການຈັດການ ເລື່ອງພັຍພິບັດ ແລະເຫດສຸກເສີນລະດັບຊາດ ແລະກວດສອບ ການຂ້າມຊາຍແດນ ແລະຕາມຖນົນຫົນທາງ ພາຍໃນປະເທດ.
ເຖິງຢ່າງໃດກໍຕາມ, ບັນຫາທີ່ໃຫຍ່ກວ່ານັ້ນ ຄືການເຂົ້າເຖິງການປິ່ນປົວ ທີ່ມີປະສິດທິພາບ, ເພາະໃນປະຈຸບັນນີ້ ບໍ່ມີຫຍັງທີ່ຈະຕໍ່ສູ້ກັບສາຍພັນBundibugyo, ແລະວັກຊີນ ແລະການປິ່ນປົວໄວຣັສ Ebola ອື່ນໆ ທີ່ມີຢູ່ ບໍ່ໄດ້ຜລິດໃນອາຟຣິກາ.
Dr Jean Kaseya-ຈາກສູນກາງ the Africa Centres for Disease Control and Prevention- ກ່າວວ່າ ມັນຈະເພີ່ມຄວາມຊັບຊ້ອນ ແລະຕົ້ນທຶນ ໃນສະພາບແວດລ້ອມທີ່ທ້າທາຍຢູ່ແລ້ວ ສໍາລັບການເຂົ້າເຖິງຊັບພະຍາກອນ ທີ່ຈໍາເປັນ.
"ນີ້ຄື ບັນຫາເລື່ອງຄວາມເທົ່າທຽມ. ແລະປະເທດຕາເວັນຕົກ, ເຂົາເຈົ້າບໍ່ເຂົ້າໃຈວ່າ ເມື່ອອາຟຣິກາໄດ້ຮັບຜົນກະທົບ, ເຂົາເຈົ້າກໍຕົກຢູ່ໃນອັນຕະຣາຍເຊັ່ນກັນ ເພາະຜູ້ຄົນເດີນທາງດ້ວຍຍົນທຸກມື້. ແລະມັນຫມາຍຄວາມວ່າ ການສ້າງລະບົບທີ່ເຂັ້ມແຂງ, ສນັບສນູນອາຟຣິກາ, ລົງທຶນໃນອາຟຣິກາ ເພື່ອໃຫ້ມີການຜລິດວັກຊີນ ແລະຢາໃນທ້ອງຖິ່ນ ກໍເປັນວິທີ ທີ່ຈະປົກປ້ອງປະເທດຕາເວັນຕົກອີກດ້ວຍ."
ເຖິງແມ່ນຈະມີຄວາມທ້າທາຍເຫລົ່ານີ້, ແຕ່ການຮັບມືພາຍໃນ Congo ກໍຍັງດໍາເນີນຕໍ່ໄປ.
Samuel Roger Kamba ຣັດຖະມົນຕີ ກະຊວງສາທາຣະນະສຸກ ຂອງ Congo ກ່າວວ່າ ເຈົ້າຫນ້າທີ່ຣັດຖະບານ ໄດ້ເລືອກສະຖານທີ່ ຢູ່ເມືອງRwampara ແລະ Mongwalu ເພື່ອສ້າງສູນການປິ່ນປົວໃຫມ່.
Anne Ancia ຜູ້ຕ່າງຫນ້າ ຂອງອົງການອະນາມັຍໂລກກ່າວວ່າ ອຸປະກອນການແພດເພີ່ມເຕີມ ກໍາລັງຖືກຂົນສົ່ງທາງອາກາດ ເຂົ້າໄປໃນປະເທດ ຫຼັງຈາກທີ່ຄັງສຸກເສີນ ໃນເມືອງ Kinshasa ຫມົດໄປ ໃນລະຫວ່າງການຕອບສນອງເບື້ອງຕົ້ນ.
ຜູ້ອໍານວຍການໃຫຍ່ຂອງ WHO, Tedros Adhanom Ghebreyesus, ກ່າວວ່າ ອົງການພ້ອມແລ້ວ ທີ່ຈະສນັບສນູນການຕອບສນອງຢ່າງເຕັມທີ່.
"ຂ້າພະເຈົ້າ ໄດ້ອະນຸມັດເງິນຈໍານວນ 500,000 ໂດລາຈາກກອງທຶນສຸກເສີນ ຂອງອົງການອະນາມັຍໂລກ ສໍາລັບເຫດສຸກເສີນ ເພື່ອສນັບສນູນການຕອບສນອງທັນທີ."
ປະຊາຊົນບາງຄົນ ເຊັ່ນ Naome Kayondo ຊາວ Uganda ເວົ້າວ່າ ການສຶກສາ ເປັນສິ່ງສໍາຄັນ ເມື່ອການລະບາດເກີດຂຶ້ນ ເພາະບາງຄົນບໍ່ເຂົ້າໃຈວ່າ ເຂົາເຈົ້າຈະໄດ້ຮັບຜົນກະທົບແນວໃດ.
"ຂ້າພະເຈົ້າ ຢາກໃຫ້ຣັດຖະບານເຜີຍແພ່ ຄວາມຮັບຮູ້ຢ່າງໄວ ກ່ຽວກັບ Ebola ແລະວິທີທີ່ມັນແພ່ຂຍາຍ, ເພື່ອແຈກແຈງຂໍ້ມູນນີ້ ແມ່ນແຕ່ສໍາລັບຜູ້ຄົນທົ່ວ ໄປຈະເຂົ້າໃຈໄດ້ງ່າຍ. ແຕ່ຍັງເລີ່ມ ຕັ້ງມາດຕະການ ເພື່ອຫຼີກລ່ຽງ ການແພ່ລະບາດຂອງ Ebola ໃນ Kampala ແລະ Uganda ໂດຍລວມ ເພື່ອໃຫ້ມີຄວາມຮູ້ສຶກປອດພັຍຕໍ່ໂຣກ Ebola ນີ້."
Dr Misaki Wayengera ກ່າວວ່າ ການກວດພົບໃນຕອນຕົ້ນ ກໍສໍາຄັນຄືກັນ.
ລາວໄດ້ຮຽກຮ້ອງ ໃຫ້ມີການທົດສອບທີ່ຈຸດຮັກສາ ແລະລະບົບອັດຕະໂນມັດ ທີ່ລາຄາບໍ່ແພງ ເພື່ອຊ່ອຍໃຫ້ທ່ານຫມໍ ລະບຸກໍລະນີທີ່ສົງສັຍໄດ້ໄວຂຶ້ນ.
ແຕ່ການຂັດແຍ້ງທີ່ຮຸນແຮງ ກັບກຸ່ມທະຫານ, ຊຶ່ງບາງຄົນໄດ້ຮັບການ ສນັບສນູນ ຈາກກຸ່ມ the Islamic State, ພ້ອມທັງການເຄື່ອນຍ້າຍ ຂອງປະຊາຊົນຢ່າງຕໍ່ເນື່ອງ ເພາະການຂຸດຄົ້ນເໝືອງ ໃນປະເທດ Congo ແລະຂ້າມຊາຍແດນ ໃນປະເທດ Uganda, ໄດ້ສ້າງຄວາມທ້າທາຍ ອັນໃຫຍ່ຫລວງ ຕໍ່ການຮັບມືກັບໂຣກ.
ເຖິງຢ່າງໃດກໍຕາມ, Benjamin Mbonimpa ຈາກກຸ່ມແນວຮ່ວມກະບົດ AFC-M23 Congo River alliance ກ່າວວ່າ ກຸ່ມນີ້ມີທຸກສິ່ງທຸກຢ່າງຢູ່ໃນມື.
"ມີການປະຊຸມສອງເທື່ອ ແລະໄດ້ມີການຈັດຫາວິທີການໄວ້ແລ້ວ. ມີພະນັກງານແພດ, ມີທິມເຕັກນິກ. ທຸກຢ່າງຢູ່ພາຍໃຕ້ການຄວບຄຸມແລ້ວ."
ລາຍງານໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






