ອີງຕາມແນວໂນ້ມ ຕາມລະດູ ຂອງສະຫະປະຊາຊາດ, El Niño ໄດ້ມາເຖິງທີ່ນີ້ ແລະຈະເພີ່ມຄວາມຮຸນແຮງຂຶ້ນ ລະຫວ່າງເດືອນກໍລະກົດ ແລະເດືອນກັນຍາ. El Niño ນີ້ ກິນເວລາປະມານ 9 ເຖິງ 12 ເດືອນ, ຊຶ່ງຈັດວ່າສູງ ຢູ່ໃນລະດັບທີສາມ ຈາກສີ່ລະດັບ ພາຍໃຕ້ລະບົບການຈໍາແນກປະເພດ ຂອງສະຫະປະຊາຊາດ. ໂດຍທີ່ມີຫລາຍທະວີບ ກໍາລັງຕໍ່ສູ້ກັບເຫດການທີ່ຮຸນແຮງ ແລະ El Niño ກໍາລັງທະວີຄວາມຮຸນແຮງຂຶ້ນຢ່າງວ່ອງໄວ, ຜູ້ຊ່ຽວຊານເຕືອນວ່າ ບໍ່ມີພາກພື້ນໃດ ທີ່ຈະບໍ່ຖືກກະທົບ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຜົນກະທົບຂອງ El Niño.
ຈາກຢູໂຣບ ໄປຈົນເຖິງປາຊີຟິກ, ເຫດການອາກາດທີ່ຮ້າຍແຮງ ໄດ້ສ້າງຄວາມເສັຍຫາຍ ໃຫ້ແກ່ຊຸມຊົນ ແລະສັດປ່າທົ່ວໂລກ ໃນຂນະທີ່ນັກວິທະຍາສາດ ເຕືອນເຖິງ El Niño ທີ່ທະວີຄວາມຮຸນແຮງຂຶ້ນ.
ໂດຍທີ່ລະບົບສະພາບອາກາດ ທີ່ຖືກຄາດການວ່າ ຈະເກີດຂຶ້ນຢ່າງວ່ອງໄວ ໃນຫລາຍເດືອນຂ້າງຫນ້າ, ຜູ້ຊ່ຽວຊານກ່າວວ່າ ບໍ່ມີພູມີພາກໃດ ທີ່ສາມາດຫຼີກເວັ້ນ ຈາກວິກິດທີ່ກຳລັງທະວີຄວາມຮຸນແຮງຂຶ້ນນີ້.
Sydney Lang ລາຍງານ.
ໃນຂນະທີ່ຜູ້ຄົນທົ່ວໂລກ ປະເຊີນກັບລົມພະຍຸຮ້າຍແຮງ, ໄຟໄຫມ້, ນ້ຳຖ້ວມ, ຄື້ນຄວາມຮ້ອນທີ່ຮ້າຍແຮງ ແລະແຜ່ນດິນໄຫວທີ່ຮຸນແຮງ, Antonio Guterres ເລຂາທິການສະຫະປະຊາຊາດກ່າວວ່າ El Niño ໄດ້ມາເຖິງແລ້ວ ຢ່າງແທ້ຈິງ.
"El Niño ບໍ່ພຽງແຕ່ເປັນການເຄາະປະຕູເທົ່ານັ້ນ. ມັນສ່ຽງທີ່ຈະທໍາລາຍເຮືອນ. ມັນເພີ່ມຄວາມຮ້ອນ, ທໍາລາຍລະບົບອາຫານ ແລະນ້ຳ. ແລະມັນໂຈມຕີຄົນທີ່ອ່ອນແອ ຢ່າງໜັກທີ່ສຸດ."
ອີງຕາມແນວໂນ້ມ ຕາມລະດູ ຂອງສະຫະປະຊາຊາດ, El Niño ໄດ້ມາເຖິງທີ່ນີ້ ແລະຈະເພີ່ມຄວາມຮຸນແຮງຂຶ້ນ ລະຫວ່າງເດືອນກໍລະກົດ ແລະເດືອນກັນຍາ.
El Niño ນີ້ ກິນເວລາປະມານ 9 ເຖິງ 12 ເດືອນ, ຊຶ່ງຈັດວ່າສູງ ຢູ່ໃນລະດັບທີສາມ ຈາກສີ່ລະດັບ ພາຍໃຕ້ລະບົບການຈໍາແນກປະເພດ ຂອງສະຫະປະຊາຊາດ.
ສາດສະດາຈານ Liz Stephens ທີ່ເປັນສາດສະດາຈານ ດ້ານຄວາມສ່ຽງ ແລະຄວາມຍືດຍຸ່ນ ຂອງສະພາບອາກາດ (Climate Risks and Resilience) ທີ່ the University of Reading, ກ່າວວ່າ ເຫດການ El Niño ນີ້ ສາມາດເຮັດໃຫ້ອາກາດຮ້າຍແຮງຫລາຍຂຶ້ນໄດ້.
"ການຄາດການ ໄດ້ສະແດງໃຫ້ເຫັນວ່າ ນີ້ອາດເປັນເຫດການ El Niño ທີ່ຮ້າຍແຮງໃນປີນີ້, ຄໍາວ່າ Super El Niño ໄດ້ຖືກໃຊ້ ແຕ່ນີ້ບໍ່ໄດ້ແມ່ນຄໍາສັບທາງເຕັກນິກ ທີ່ຊຸມຊົນວິທະຍາສາດໃຊ້. ມັນຫມາຍຄວາມວ່າ ຄວາມຜິດປົກກະຕິ ໃນດ້ານອຸນຫະພູມ ຂອງຜິວນ້ຳທະເລ ແມ່ນສູງກວ່າເຫດການ El Niño ທັມມະດາ, ແລະເຮົາຍັງບໍ່ແນ່ໃຈວ່າ ນັ້ນຫມາຍຄວາມວ່າແນວໃດ ໃນດ້ານຜົນກະທົບ ແລະເຮົາຈະເຫັນອິດທິພົນ ຂອງມະຫາສມຸດປາຊີຟິກ ມີຕໍ່ສະພາບອາກາດໃນປີນີ້ ຫລາຍກວ່າປີທີ່ຜ່ານມາຫລືບໍ່."
El Niño ເກີດຂຶ້ນ ທຸກໆສອງ ເຖິງເຈັດປີ, ເຮັດໃຫ້ອຸນຫະພູມ ຂອງຜິວນ້ຳ ໃນມະຫາສມຸດປາຊີຟິກ ອຸ່ນຫຼາຍຂຶ້ນ.
ສາດສະດາຈານ Stephens ກ່າວວ່າ ຄວາມອຸ່ນນີ້ ນໍາມາຊຶ່ງການປ່ຽນແປງຂອງລົມ, ຄວາມກົດດັນຂອງອາກາດ ແລະຮູບແບບຂອງປະຣິມານນ້ຳຝົນທົ່ວໂລກ.
"ເມື່ອເຮົາ ເບິ່ງຜົນກະທົບຂອງ El Niño, ຕາມປົກກະຕິແລ້ວ ເຮົາຈະເບິ່ງລະດູຝົນທັມມະດາໃນປະເທດ ແລະວ່າ ມັນຈະໄດ້ຮັບຜົນກະທົບແນວໃດ. ສະນັ້ນ, ມັນຈຶ່ງເກີດຂຶ້ນລະດູຝົນ ໃນປະເທດອິນເດັຍ ແມ່ນເດືອນມິຖຸນາ ຈົນເຖິງເດືອນກັນຍາ ຊຶ່ງເປັນເຫດຜົນວ່າ ເປັນຫຍັງເຮົາຈຶ່ງເລີ່ມເຫັນຜົນກະທົບນັ້ນ. ໂດຍທົ່ວໄປແລ້ວ, ເຮົາຄາດວ່າ ຈະເຫັນສະພາບແຫ້ງແລ້ງ ຢູ່ອ້ອມຮອບປາຊີຟິກຕາເວັນຕົກ. ນັ້ນຮວມເຖິງອອສເຕຣເລັຍ, ອິນໂດເນເຊັຍ, ຟີລິບປິນສ໌. ແລະສິ່ງເຫລົ່ານີ້ ສາມາດເກີດຂຶ້ນໄດ້ແທ້ໆ. ດັ່ງນັ້ນ, ຈຶ່ງບໍ່ແມ່ນພຽງແຕ່ສະພາບທີ່ແຫ້ງແລ້ງເທົ່ານັ້ນ ທີ່ເຮົາອາດຈະເຫັນໄຟໄຫມ້ປ່າ ທີ່ກ່ຽວຂ້ອງກັບສິ່ງນັ້ນ."
ໂດຍທີ່ມີຫລາຍທະວີບ ກໍາລັງຕໍ່ສູ້ກັບເຫດການທີ່ຮຸນແຮງ ແລະ El Niño ກໍາລັງທະວີຄວາມຮຸນແຮງຂຶ້ນຢ່າງວ່ອງໄວ, ຜູ້ຊ່ຽວຊານເຕືອນວ່າ ບໍ່ມີພາກພື້ນໃດ ທີ່ຈະບໍ່ຖືກກະທົບ.
ຄື້ນຄວາມຮ້ອນ ທີ່ສູງເປັນປວັດການໃນຢູໂຣບ ແລະສະຫະຣັດອາເມຣິກາ ໄດ້ເກີດຂຶ້ນພ້ອມກັບລົມພະຍຸຮ້າຍແຮງ ແລະລົມພະຍຸ ໃນເຂດຮ້ອນ ທົ່ວເອເຊັຍ ແລະປາຊີຟິກ.
ໃນຂນະດຽວກັນ, ນ້ຳຖ້ວມທີ່ຮ້າຍແຮງ ໄດ້ເກີດຂຶ້ນໃນອາຟຣິກາຕາເວັນຕົກ ໃນຂນະທີ່ Venezuela ພະຍາຍາມຟື້ນຟູ ຈາກແຜ່ນດິນໄຫວທີ່ຮຸນແຮງ.
Alvaro Silva ນັກວິທະຍາສາດ ຂອງອົງການອຸຕຸນິຍົມໂລກ (World Meteorological Organisation) ກ່າວວ່າ ການຕຽມພ້ອມເປັນສິ່ງສໍາຄັນ.
"ພວກເຮົາມີໂອກາດ ທີ່ຈະລົງມືເຮັດເພື່ອຕຽມພ້ອມ ສໍາລັບການດຳເນີນການໃນຕອນຕົ້ນ, ແລະໂອກາດນີ້ ກໍາລັງແຄບລົງ ໃນບາງພູມີພາກ ເພາະ El Niño ຈະນໍາໄປສູ່ຜົນກະທົບ ໃນບາງພູມີພາກເຫລົ່ານີ້."
ແຕ່ເຖິງແມ່ນຈະມີການຕຽມພ້ອມ, ສາດສະດາຈານ Stephens ກ່າວວ່າຜົນກະທົບຕໍ່ຊຸມຊົນ ກໍຍັງຮ້າຍແຮງຢູ່.
"ຂຶ້ນກັບວ່າ El Niño ຈະເກີດຂຶ້ນແນວໃດໃນປີນີ້, ມັນສາມາດສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ຊຸມຊົນ. ຖ້າຫາກມີນ້ຳຖ້ວມທີ່ຮ້າຍແຮງ, ແລ້ວທ່ານຈະຕ້ອງຄຶດວ່າ ຊຸມຊົນຈະຖືກຍົກຍ້າຍເພາະນ້ຳຖ້ວມເຫລົ່ານັ້ນ ແລະການດໍາລົງຊີວິດຂອງເຂົາເຈົ້າ ຖືກລົບກວນເປັນເວລາດົນນານ. ແລະໃນດ້ານຄວາມແຫ້ງແລ້ງ, ຖ້າຫາກຜູ້ຄົນອາສັຍ ທີ່ດິນຂອງເຂົາເຈົ້າ ແລະມັນບໍ່ສາມາດຜລິດອາຫານໄດ້ໃນປີນີ້, ແນ່ນອນວ່າ ມັນຈະມີຜົນກະທົບຢ່າງຮຸນແຮງ ຕໍ່ເຂົາເຈົ້າເຊັ່ນກັນ."
ໃນປີ 2026, ມະຫາສມຸດຂອງໂລກ ໄດ້ປະສົບກັບເດືອນມິຖຸນາ ທີ່ຮ້ອນທີ່ສຸດເປັນປວັດການ.
ມະຫາສມຸດ ເປັນໂຕຄວບຄຸມພູມອາກາດທີ່ສໍາຄັນ, ໂດຍດູດຊຶມຄວາມຮ້ອນ ປະມານ 90 ເປີເຊັນ ທີ່ເກີດຈາກແກັສເຮືອນແກ້ວ (Greenhouse Gases).
ຜົນສະທ້ອນ ຂອງຄື້ນຄວາມຮ້ອນໃນທະເລ ກໍສາມາດທໍາລາຍລະບົບນິເວດ ໃນທະເລໄດ້ເຊັ່ນກັນ.
Dr Samantha Burgess ຮອງຜູ້ອຳນວຍການ ຝ່າຍບໍຣິການ ການປ່ຽນແປງສະພາບພູມອາກາດຂອງ Copernicus (the Copernicus Climate Change Service) ກ່າວວ່າ ຄື້ນຄວາມຮ້ອນໃນທະເລ ໄດ້ເພີ່ມຫລາຍຂຶ້ນ ແມ່ນແຕ່ກ່ອນການເກີດຂຶ້ນຂອງ El Niño.
"ຄື້ນຄວາມຮ້ອນໃນທະເລ ເປັນສິ່ງທີ່ເຮັດໃຫ້ການທຳລາຍສັດນ້ຳໂດຍສະເພາະ ແລະເຮົາໄດ້ເຫັນ ການເກີດຂຶ້ນຂອງຄື້ນຄວາມຮ້ອນໃນທະເລຫລາຍເທື່ອ ເມື່ອບໍ່ດົນມານີ້, ໂດຍສະເພາະ ຢູ່ໃນທະເລ Mediterranean, ແລະໃນເຂດປາຊີຟິກເຫນືອ (the North Pacific) ນໍາອີກ. ສະນັ້ນ, ມັນຈຶ່ງບໍ່ກ່ຽວຂ້ອງກັບ El Niño. ແຕ່ເມື່ອເຫດການ El Niño ພັດທະນາຂຶ້ນ, ອຸນຫະພູມຂອງຜິວນ້ຳທະເລຈະສູງຂຶ້ນເລື້ອຍໆ. ດັ່ງນັ້ນ, ເຮົາຈຶ່ງມີໂອກາດ ທີ່ຈະເຫັນເຫດການຄື້ນຄວາມຮ້ອນໃນທະເລຫຼາຍຂຶ້ນ ຊຶ່ງນໍາໄປສູ່ ຜົນກະທົບທີ່ຮ້າຍແຮງ ຕໍ່ລະບົບນິເວດທີ່ສໍາຄັນ ເຊັ່ນໂງ່ນຫີນ (Coral reefs) ແລະຫຍ້າທະເລ. ມັນຍັງມີຜົນກະທົບ ຕໍ່ສຸຂະພາບ ແລະຄຸນນະພາບ ຂອງການປະມົງ ແລະການລ້ຽງສັດນ້ຳເຊັ່ນກັນ."
ສິ່ງນັ້ນ-ພ້ອມດ້ວຍຜົນກະທົບຂອງ El Nino-ໄດ້ກໍ່ໃຫ້ເກີດ ຄວາມເປັນຫ່ວງ ສໍາລັບຜູ້ທີ່ເຝົ້າເບິ່ງ Coral reefs ທີ່ມີຄວາມກົດດັນຫລາຍຂຶ້ນ ໃນ Great Barrier Reef ຂອງອອສເຕຣເລັຍ, ຊຶ່ງເປັນທີ່ຢູ່ອາສັຍ ຂອງສັດທະເລເກືອບ 9,000 ຊະນິດ.
Richard Leck ເປັນຫົວຫນ້າ ຝ່າຍມະຫາສມຸດ ທີ່ມູນນິທິ World Wildlife Foundation.
"ຄວາມຈິງທີ່ວ່າ ລະບົບກໍາລັງປ່ຽນ ເປັນປະເພດ El Niño, ຊຶ່ງຕາມປົກກະຕິແລ້ວ ຈະຮ້ອນກວ່າ ແລະມີຝົນຕົກຫນ້ອຍກວ່າ, ໂດຍທີ່ມີການປະສົມຂອງນ້ຳທະເລຫນ້ອຍຫນຶ່ງ ຊຶ່ງຫມາຍຄວາມວ່າ Coral reefs ຈະຕົກຢູ່ໃນຄວາມກົດດັນທີ່ເພີ່ມຂຶ້ນ ຈາກຄວາມຮ້ອນ."
ໃນຂນະທີ່ El Niño ເຮັດໃຫ້ມະຫາສມຸດປາຊີຟິກອຸ່ນຂຶ້ນ, ຄື້ນຄວາມຮ້ອນໃນທະເລທີ່ຕໍ່ເນື່ອງ ຢູ່ນອກຝັ່ງທະເລຂອງ California ກໍໄດ້ສ້າງຄວາມເສັຍຫາຍ ໃຫ້ແກ່ສັດປ່າອີກກຸ່ມຫນຶ່ງ.
"ນົກເຈັບປ່ວຍ ຫລືຕາຍຢູ່ແຄມຝັ່ງທະເລ. ນົກຕາຍເປັນຈໍານວນຫລວງຫລາຍ, ແລະມັນບໍ່ແມ່ນເລື່ອງຜິດປົກກະຕິ ທີ່ຈະເຫັນນົກຕາຍຢູ່ແຄມຝັ່ງທະເລ, ແຕ່ຈໍານວນນົກທີ່ຕາຍ ຫຼາຍກວ່າປົກກະຕິ. ພວກເຮົາປຽບທຽບໃສ່ກັບຄວາມເປັນຫ່ວງ ກ່ຽວກັບຄື້ນຄວາມຮ້ອນໃນທະເລ, ພວກເຮົາຄິດວ່າ ນົກເຫລົ່ານີ້ ບໍ່ສາມາດເຂົ້າເຖິງອາຫານທີ່ສໍາຄັນ ສໍາລັບການດໍາລົງຊີວິດ ຂອງພວກມັນໄດ້."
J. D. Bergeron, CEO ຂອງ International Bird Rescue ກ່າວວ່າ ຄື້ນຄວາມຮ້ອນ ໄດ້ເຮັດໃຫ້ສາຍນ້ຳເຢັນ ທີ່ເຕັມໄປດ້ວຍທາດອາຫານຫນ້ອຍລົງ ບ່ອນທີ່ Krill, Anchovies ແລະ Sardines ຈະເລີນເຕີບໂຕໃກ້ຊາຍຝັ່ງ.
"ນ້ຳອຸ່ນ ຈະຂັບໄລ່ປາອອກໄປ. ປາບໍ່ມັກນ້ຳອຸ່ນ. ສະນັ້ນ, ພວກມັນຈະລົງໄປຫານ້ຳເລິກ ຫລືໄປຫານ້ຳເຢັນຢູ່ບ່ອນອື່ນ. ຖ້າຫາກນົກລ່າສັດ ໃນບໍຣິເວນນັ້ນ, ປາຂອງພວກມັນ ກໍບໍ່ໄດ້ຢູ່ທີ່ນັ້ນ."
ລາວເວົ້າ ວ່າສະຖານທີ່ພັກຟື້ນສັດປ່າໃນ California ໄດ້ເຫັນນົກທະເລຫລາຍຮ້ອຍໂຕ ທີ່ອ່ອນເພັຍ ໃນລະດູໃບໄມ້ປົ່ງ, ແລະສິ່ງທີ່ຮ້າຍແຮງທີ່ສຸດ ຍັງອາດຈະມາບໍ່ເຖິງເທື່ອ.
"ພວກເຮົາ ຄວນເປັນຫ່ວງ. ສະພາບແວດລ້ອມ ບໍ່ເປັນໄປຢ່າງປົກກະຕິ. ໃນບາງຈຸດ ນັ້ນກໍເປັນເລື້ອງໜ້າຫ່ວງ ສໍາລັບພວກເຮົາເຊັ່ນກັນ. ບໍ່ພຽງແຕ່ສໍາລັບຄົນຮັກນົກເທົ່ານັ້ນ, ແຕ່ສໍາລັບຜູ້ຄົນທີ່ຮັກມະຫາສມຸດ, ທັມມະຊາດ, Coral reefs ແລະອື່ນໆ. ສິ່ງເຫລົ່ານີ້ ໜ້າເປັນຫ່ວງຫລາຍ."
ລາຍງານໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






