ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການປ້ອງກັນການລົ້ມ ໃນຜູ້ສູງອາຍຸ.
ໃນອອສເຕຣເລັຍ, ປະມານ ຫນຶ່ງໃນສີ່ຄົນ ທີ່ມີອາຍຸສູງກວ່າ 65 ປີ ປະສົບກັບການລົ້ມ ຢ່າງຫນ້ອຍຫນຶ່ງເທື່ອໃນແຕ່ລະປີ ແລະມັນເປັນສາເຫດສໍາຄັນ ຂອງການບາດເຈັບ, ການເຂົ້າໂຮງຫມໍ ແລະການຕາຍ ໃນບັນດາຜູ້ສູງອາຍຸ ຊາວອອສເຕຣເລັຍ.
ການປ້ອງກັນການລົ້ມ ບໍ່ໄດ້ເປັນເລື່ອງງ່າຍ, ໂດຍສະເພາະຢ່າງຍິ່ງ ເມື່ອພາສາ ຂັດຂວາງການຮັບຮູ້.
ແຕ່ໃນເມືອງ Perth, ນັກສຶກສາມະຫາວິທະຍາລັຍ ຊາວຈີນສອງຄົນ ກໍາລັງປ່ຽນການທ້າທາຍນັ້ນໃຫ້ເປັນການປ່ຽນແປງ, ໃຊ້ວັດທະນະທັມ ແລະຄວາມເຫັນອົກເຫັນໃຈຂອງເຂົາເຈົ້າ ເພື່ອປົກປ້ອງຜູ້ຄົນທີ່ອ່ອນແອທີ່ສຸດ, ດັ່ງທີ່ Christopher Tan ລາຍງານ.
ນັກຮຽນ Zhang Shijie ແລະ Zhou Yuening ຍ່າງຄຽງຂ້າງກັນ ໄປຕາມທາງເຂົ້າມະຫາວິທະຍາລັຍ.
ຫ້ອງຮຽນຂອງເຂົາເຈົ້າ ບໍ່ພຽງແຕ່ຢູ່ໃນມະຫາວິທະຍາລັຍເທົ່ານັ້ນ, ແຕ່ຢູ່ໃນຊຸມຊົນນຳອີກ.
ເຂົາເຈົ້າເປັນສ່ວນຫນຶ່ງຂອງ University of Western Australia ຊຶ່ງນໍາໂດຍນັກຄົ້ນຄວ້າ DrLoo Cheng Yen, ທີ່ທໍາງານເພື່ອຫລຸດຜ່ອນການລົ້ມ ໃນຊຸມຊົນຊາວຈີນ ທີ່ສູງອາຍຸ ໃນເມືອງ Perth ໃນລະຫວ່າງທີ່ຢູ່ໃນໂຮງຫມໍ.
ສໍາລັບ Zhang, ການລິເລີ່ມນີ້ ເປັນເລື່ອງສ່ວນຕົວຢ່າງເລິກເຊິ່ງ.
"ປີກາຍນີ້, ແມ່ຕູ້ຂອງຂ້າພະເຈົ້າ ໄດ້ລົ້ມຢູ່ປະເທດຈີນ, ແລະມັນຮ້າຍແຮງຫລາຍ. ນາງໄດ້ຮັບບາດເຈັບຫລັງຢ່າງຮຸນແຮງ, ແລະເພາະອາຍຸຂອງນາງ, ນາງຈະບໍ່ຫາຍດີເລີຍ."
ໃນອອສເຕຣເລັຍ, ໂຄງການ the Safe Recovery Program ໄດ້ຍົກລະດັບຄວາມຮັບຮູ້ ກ່ຽວກັບການປ້ອງກັນ ການລົ້ມຢູ່ໂຮງຫມໍ.
ມັນຖືກອອກແບບ ສໍາລັບຄົນໄຂ້ແລະພະນັກງານ ເພື່ອເພີ່ມຄວາມຮູ້ ກ່ຽວກັບຄວາມສ່ຽງຂອງການລົ້ມ, ແລະຖືກຈັດສົ່ງໃນຮູບແບບຂອງວິດີໂອ ແລະແຜ່ນພັບ (Pamphlets).
ແຕ່ມັນຂຽນ ແລະນຳສເນີເປັນພາສາອັງກິດ, ຊຶ່ງເປັນການທ້າທາຍ ສໍາລັບຊຸມຊົນອົບພະຍົບ.
ສະນັ້ນ Ms Zhang, Mr Zhou ແລະ Dr Loo ຈຶ່ງໄດ້ຕັດສິນໃຈ ແປໂຄງການທັງຫມົດ ເປັນພາສາຈີນກາງ.
"ການແປຊ່ອຍໃຫ້ຄົນໄຂ້ແຕ່ລະຄົນ ມີສ່ວນຮ່ວມ ກັບຂໍ້ມູນໂດຍກົງ. ມີຄວາມແຕກຕ່າງ ທາງວັດທະນະທັມຫລາຍຢ່າງ ທີ່ບອກເຖິງວິທີ ທີ່ຜູ້ຄົນເຕັມໃຈ ທີ່ຈະຮັບເອົາ ແລະເຂົ້າເຖິງຂໍ້ມູນນັ້ນແນວໃດ."
ການລົ້ມ ເປັນສາເຫດສໍາຄັນ ຂອງການບາດເຈັບ ທີ່ຕ້ອງເຂົ້າໂຮງຫມໍທົ່ວປະເທດ ແລະມີຄ່າໃຊ້ຈ່າຍ ປະມານ 5 ພັນລ້ານໂດລາ ໃນປີທີ່ຜ່ານມາ.
ສ່ວນຫຼາຍ ກ່ຽວຂ້ອງກັບຄົນທີ່ມີອາຍຸ 85 ປີຂຶ້ນໄປ.
ມັນແມ່ນຕອນເຊົ້າທີ່ມ່ວນຊື່ນ ທີ່ສູນຊຸມຊົນ Chung Wah Community ໃນເມືອງ Perth, ກຸ່ມຜູ້ອາວຸໂສຊາວຈີນ ໄດ້ມາເຕົ້າໂຮມກັນ.
ບາງຄົນກຳລັງຟ້ອນTaichi...
...ບາງຄົນກໍກຳລັງຫຼິ້ນ Mahjong,ໃນຂນະທີ່ບາງຄົນ ມ່ວນຊື່ນກັບຄາຣາໂອເກະ.
ຫລັງຈາກກິນເຂົ້າທ່ຽງແລ້ວ ເຂົາເຈົ້າກໍໄດ້ທຳກິດຈະກັມ ໃນຂນະທີ່ນັກຮຽນສອງຄົນ ກໍທຳຫນ້າທີ່...
ເຂົາເຈົ້າກໍາລັງນຳສເນີໂຄງການ Safe Recovery Program ໃນພາສາຈີນກາງ.
ຮູບພາບຢູ່ໃນໜ້າຈໍ ສະແດງໃຫ້ເຫັນຈຸດສໍາຄັນ ໃນການປ້ອງກັນການລົ້ມໃນໂຮງຫມໍແມ່ນງ່າຍໆ: ຂໍຄວາມຊ່ອຍເຫລືອ ໃນການເຄື່ອນໄຫວ, ລໍຖ້າຄວາມຊ່ອຍເຫລືອ, ແລະຢ່າຮີບຮ້ອນ ຫລືໄປຄົນດຽວ.
ໃນບັນດາຜູ້ທີ່ຟັງ ແມ່ນ Liu Xuxiang, ອາຍຸ 80 ປີທີ່ອອກກິນເບັ້ຍບໍານານຈາກມົນທົນ Jiangsu ປະເທດຈີນ.
ລາວເວົ້າວ່າ ບົດຮຽນເຫລົ່ານີ້ ໄດ້ເປີດຕາໃຫ້ລາວເຫັນ ຄວາມສ່ຽງທີ່ລາວບໍ່ເຄີຍຄິດມາກ່ອນ ແລະຮັບຮູ້ເຖິງຄວາມສ່ຽງ ແລະລົງມືເຮັດດົນນານກ່ອນເຂົ້າໂຮງຫມໍ.
"ບາງຄົນຄິດວ່າ ໂຮງຫມໍເປັນບ່ອນປອດພັຍ ແລະຄິດວ່າ ເຂົາເຈົ້າຈະບໍ່ລົ້ມ. ໃນຄວາມເປັນຈິງແລ້ວ, ການລົ້ມ ຍັງເກີດຂຶ້ນຢູ່ທີ່ນັ້ນເລື້ອຍໆ. ຕົວຢ່າງເຊັ່ນ ເມື່ອທ່ານໄປຫ້ອງນໍ້າ ແມ່ນແຕ່ພື້ນ ທີ່ປຽກນ້ອຍໆ ກໍສາມາດເຮັດໃຫ້ທ່ານລົ້ມໄດ້. ການລົ້ມເທື່ອຫນຶ່ງ ອາດນໍາໄປສູ່ຜົນເສັຍຫາຍທີ່ຮ້າຍແຮງ. ນັບຕັ້ງແຕ່ໄດ້ມາປະເທດອອສເຕຣເລັຍ, ຂ້າພະເຈົ້າ ໄດ້ເຫັນວ່າ ຜູ້ຄົນໃຫ້ຄວາມສຳຄັນ ຕໍ່ການລົ້ມຂອງຜູ້ສູງອາຍຸຢ່າງຈິງຈັງ ແລະຂ້າພະເຈົ້າຄິດວ່າ ມັນເປັນສິ່ງດີ, ເພາະການຮັບຮູ້ ເປັນຂັ້ນຕອນທໍາອິດໃນການປ້ອງກັນ."
ສໍາລັບ Fang Linkun, ຜູ້ຊ່ວຍຈັດໂຄງການທີ່ສູນຊຸມຊົນ, ຄຳແນະນຳ ບໍ່ພຽງແຕ່ທັບມ້າງອຸບປະສັກເທົ່ານັ້ນ-ມັນຍັງປ່ຽນແປງທັດສະນະຄະຕິ ນໍາອີກ.
"ເຂົາເຈົ້າ ໃຫ້ປະສົບການທີ່ແຕກຕ່າງ ແກ່ຜູ້ສູງອາຍຸ, ບໍ່ແມ່ນການສອນຢ່າງເປັນທາງການ, ມັນຄ້າຍກັບການແບ່ງປັນປະສົບການຂອງເຂົາເຈົ້າ. ສິ່ງນີ້ ຊ່ອຍໃຫ້ຜູ້ສູງອາຍຸຮູ້ສຶກວ່າ, ໂອ້… ຖ້າຫາກເຮົາເຮັດແບບນີ້, ເຮົາອາດຫລຸດໂອກາດທີ່ຈະລົ້ມ. ຖ້າຫາກເຮົາເຮັດແນວນັ້ນ, ເຮົາອາດຫລີກເວັ້ນຈາກການລົ້ມ, ແລະເຮົາອາດບໍ່ລົບກວນລູກໆຂອງເຮົາຫລາຍປານໃດ. ນີ້ເປັນເພາະພື້ນຖານ ທາງວັດທະນະທັມ ຂອງຊາວເອເຊັຍ, ເມື່ອຜູ້ຄົນມີອາຍຸສູງຂຶ້ນ, ເຂົາເຈົ້າພະຍາຍາມ ທີ່ຈະບໍ່ລົບກວນລູກໆຂອງເຂົາເຈົ້າ."
ນັກຄົ້ນຄວ້າ Dr Loo ກ່າວວ່າ ມັນກ່ຽວກັບການມີສ່ວນຮ່ວມ, ໃຫ້ແນ່ໃຈວ່າທຸກຄົນ, ບໍ່ວ່າພູມຫລັງຈະເປັນແນວໃດກໍຕາມ, ມີຄວາມຮູ້ທີ່ຈະຢູ່ຢ່າງປອດພັຍ.
"ສິ່ງຫນຶ່ງ ທີ່ເຂົາເຈົ້າໄດ້ເວົ້າກັບພວກເຮົາແມ່ນວ່າ ເຂົາເຈົ້າຮູ້ສຶກວ່າ ຂໍ້ມູນນີ້ ໄດ້ຖືກສ້າງຂຶ້ນສໍາລັບເຂົາເຈົ້າ. ແລະມັນເປັນຄວາມຮູ້ສຶກ ຂອງຄວາມຈິງໃຈ ແລະຄວາມເປັນບຸນຄຸນ ທີ່ເຮົາໄດ້ມອງເຫັນພວກເຂົາ. ມັນເປັນການສແດງຄວາມເຄົາຣົບ ຕໍ່ຄວາມຈິງທີ່ວ່າ ອອສເຕຣເລັຍເປັນປະເທດທີ່ມີຄວາມແຕກຕ່າງ. ແລະພວກເຮົາມີຜູ້ສູງອາຍຸ ທີ່ເຂົ້າໂຮງຫມໍ ທີ່ອາດຈະບໍ່ສາມາດເວົ້າພາສາອັງກິດໄດ້."
ເນືອງຈາກຄວາມສໍາເລັດຂອງມັນ, ບັດນີ້ໂຄງການນີ້ ກໍາລັງເຕີບໂຕຂຶ້ນ.
ຂໍ້ມູນ ໄດ້ຖືກແປເປັນພາສາຫວຽດນາມ ແລະພາສາອາຣັບ, ພ້ອມດ້ວຍພາສາກຣີກ ແລະພາສາອີຕາລີ ເປັນພາສາຕໍ່ໄປ.
ສໍາລັບນັກຮຽນຊາວຈີນ ທີ່ສຶກສາຢູ່ອອສເຕຣເລັຍ, ພາສາຂອງເຂົາເຈົ້າ ໄດ້ປ່ຽນຈາກຄວາມທ້າທາຍ ໄປສູ່ຄວາມເຂັ້ມແຂງ.
Christopher Tan ຂ່າວ SBS News, ລາຍງານຈາກ W.A.
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao