ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່.

ELECTION25 ANTHONY ALBANESE CAMPAIGN

ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton ໄດ້ປະເຊີນຫນ້າກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສີ່ ແລະກໍແມ່ນຄັ້ງສຸດທ້າຍ ທີ່ຈັດຂຶ້ນໂດຍ Chanel 7 ໃນວັນອາທິດ ທີ 27 ເມສາ. Source: AAP / LUKAS COCH/AAPIMAGE

ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຊຶ່ງກຸ່ມຜູ້ເຂົ້າຮ່ວມຕັດສິນໄດ້ຍົກໃຫ້ ນາຍົກຣັຖມົນຕີເປັນຜູ້ຊນະ... ແຕ່ໃຜຈະເປັນຜູ້ຊນະແທ້ ກໍຕ້ອງແມ່ນຫຼັງຈາກມື້ເລືອກຕັ້ງ ໃນວັນທີ 3 ພຶດສະພານີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່.

ຄນະຜູ້ອອກສຽງເລືອກຕັ້ງ ທີ່ບໍ່ທັນໄດ້ຕັດສິນໃຈ (Undecided Voters) ໄດ້ມອບໄຊຊນະ ແກ່ນາຍົກຣັຖມົນຕີ Anthony Albanese ໃນຕອນທ້າຍຂອງການໂຕ້ວາທີ ຂອງຜູ້ນໍາຄັ້ງທີສີ່ ແລະກໍແມ່ນຄັ້ງສຸດທ້າຍ.

ໂດຍການຫາສຽງ ທີ່ຍັງເຫລືອຢູ່ພຽງຫນຶ່ງອາທິດ, ການຕັດສິນ ຂອງຜູ້ເລືອກຕັ້ງທົ່ວອອສເຕຣເລັຍ ຈະຖືກບົ່ງບອກໃນວັນທີ 3 ເດືອນພຶດສະພາ.

Tee Mitchell ລາຍງານ.

ນາຍົກຣັຖມົນຕີ ແລະຜູ້ນໍາຝ່າຍຄ້ານ ໄດ້ປະເຊີນຫນ້າກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສີ່ ແລະກໍແມ່ນຄັ້ງສຸດທ້າຍ ທີ່ຈັດຂຶ້ນໂດຍ Chanel 7.

Anthony Albanese ກ່າວວ່າ ການສເນີຂອງລາວ ເປັນການເລືອກລະຫວ່າງ ການສ້າງອະນາຄົດ ຂອງອອສເຕຣເລັຍຕໍ່ໄປ, ຫລືກັບຄືນໄປຫາອະດີດ, ໂດຍໃຫ້ເຫດຜົນວ່າ Labor ຈະໃຫ້ຄວາມແນ່ນອນ ໃນເວລາທີ່ບໍ່ແນ່ນອນ.

ລາວກ່າວວ່າພັກຮ່ວມ (the Coalition) ໄດ້ສັບປ່ຽນ ນະໂຍບາຍຂອງເຂົາເຈົ້າ ຕລອດໄລຍະ ຊ່ວງການຫາສຽງ.

"Labor ມີແຜນທີ່ແທ້ຈິງ ສໍາລັບການສນັບສນູນ ຄ່າຄອງຊີບໃນມື້ນີ້, ໃນຂນະທີ່ ສ້າງດ້ວຍການລົງທຶນ ສຳລັບອະນາຄົດ-ການຫລຸດພາສີ ສໍາລັບຜູ້ເສັຍພາສີທຸກຄົນ ຂອງອອສເຕຣເລັຍ; ການເພີ່ມຄວາມເຂັ້ມແຂງ ໃຫ້ແກ່ Medicare, ຮວມທັງສາຍ 1800Medicare; ເຮັດສິ່ງຕ່າງໆຫລາຍຢ່າງ ຢູ່ໃນອອສເຕຣເລັຍ; ຕັດຫນີ້ສິນ ຂອງນັກຮຽນ 20ເປີເຊັນ, ແລະເງິນຝາກ 5 ເປີເຊັນ ສໍາລັບເຈົ້າຂອງເຮືອນຫຼັງທໍາອິດ."

Peter Dutton ໄດ້ພະຍາຍາມຕິຕຽນ ນາຍົກຣັຖມົນຕີ ກ່ຽວກັບຄ່າຄອງຊີບທີ່ສູງ, ໂດຍກ່າວວ່າ ຊາວອອສເຕຣເລັຍ ຮູ້ສຶກບໍ່ດີຂຶ້ນ ພາຍໃຕ້ພັກLabor.

ລາວໂຕ້ຖຽງວ່າ ພັກຮ່ວມ (the Coalition) ຂອງລາວ ຈະນໍາມາ ຊຶ່ງຜູ້ນໍາທີ່ເຂັ້ມແຂງ ໃນຊ່ວງເວລາທີ່ບໍ່ແນ່ນອນ, ແລະເປັນຕົວແທນຂອງການປ່ຽນແປງ.

"ການເລືອກຕັ້ງຄັ້ງນີ້ ແມ່ນກ່ຽວກັບ ຜູ້ທີ່ສາມາດຈັດການກັບເສດຖະກິດ ຂອງອອສເຕຣເລັຍ ໄດ້ດີທີ່ສຸດ, ແລະຖ້າຫາກ ເຮົາສາມາດຈັດການເລື່ອງເສດຖະກິດໄດ້ດີ, ນັ້ນຫມາຍຄວາມວ່າ ເຮົາສາມາດເຮັດໃຫ້ອັດຕາເງິນເຟີ້ ຫລຸດລົງ. ນັ້ນຫມາຍຄວາມວ່າ ເຮົາສາມາດຊ່ອຍເຫລືອຄອບຄົວ ທີ່ມີວິກິດທາງດ້ານຄ່າຄອງຊີບ ທີ່ຣັຖບານນີ້ໄດ້ສ້າງຂຶ້ນ. ພວກເຮົາ ອາສັຍຢູ່ໃນປະເທດທີ່ດີທີ່ສຸດໃນໂລກ, ແຕ່ພວກເຮົາ ຮູ້ວ່າ ຫລາຍຄອບຄົວ ກໍາລັງປະເຊີນ ກັບຄວາມຫຍຸ້ງຍາກ, ແລະເມື່ອພວກເຮົາໄປທົ່ວປະເທດ, ພວກເຮົາໄດ້ເວົ້າລົມກັບຄອບຄົວ ທີ່ເວົ້າດ້ວຍນ້ຳຕາ ວ່າເຂົາເຈົ້າ ບໍ່ສາມາດມີອາຫານຢູ່ເທິງໂຕະໄດ້ພຽງພໍ, ເຂົາເຈົ້າ ໄດ້ຢຸດການຕໍ່ອາຍຸຂອງຣົດ ຫລືປະກັນພັຍເຮືອນຂອງເຂົາເຈົ້າ. ເຂົາເຈົ້າໄດ້ມີສາມປີ ຂອງຄວາມລຳບາກ ພາຍໃຕ້ຣັຖບານນີ້."

ມີຫຼາຍເທື່ອ ທີ່ການໂຕ້ວາທີ ກາຍເປັນສ່ວນຕົວ, ໂດຍທີ່ Peter Dutton ໄດ້ກ່າວຫາ Anthony Albanese ວ່າເປັນຄົນຂີ້ຕົວະ, ແລະກ່າວວ່າ ລາວຄວນມີຄວາມອັບອາຍ.

"Peter ສາມາດໂຈມຕີໄດ້, ແຕ່ຂ້າພະເຈົ້າ ຢາກບອກວ່າຂ້າພະເຈົ້າ ຈະບໍ່ປ່ອຍໃຫ້ລາວເຮັດ, ຂ້າພະເຈົ້າ ຈະບໍ່ປ່ອຍໃຫ້ລາວ ໂຈມຕີຄ່າຈ້າງຂອງຄົນງານ. ຂ້າພະເຈົ້າຈະບໍ່ປ່ອຍໃຫ້ລາວ ໂຈມຕີການປ່ຽນແປງ ເລື້ອງການດູແລລູກ ທີ່ລາຄາບໍ່ແພງ. ຂ້າພະເຈົ້າ ຈະບໍ່ປ່ອຍໃຫ້ລາວປະຖິ້ມຟຣີ TAFE ເພື່ອວ່າ ຜູ້ຄົນຈະໄດ້ຮັບໂອກາດໃນຊີວິດ. ຂ້າພະເຈົ້າ ຈະບໍ່ປ່ອຍໃຫ້ລາວ ເວົ້າແບບບໍ່ມີເຫດຜົນ ກ່ຽວກັບການຈັດການເລື່ອງເສດຖະກິດ."

Mr Albanese ໄດ້ຊີ້ບອກ ເຖິງງົບປະມານທີ່ສູງກວ່າດຸນ (Budget Surpluses) ສອງຄັ້ງ ທີ່ Labor ໄດ້ມອບໃຫ້, ແລະອັດຕາເງິນເຟີ້ ກໍກັບຄືນໄປຫາເປົ້າຫມາຍ ຂອງ Reserve Bank ເພື່ອປົກປ້ອງບັນທຶກ ການບໍຣິຫານ ເລື່ອງເສດຖະກິດ ຂອງຣັຖບານຂອງລາວ.

Peter Dutton ໄດ້ໂຕ້ຕອບໂດຍກ່າວວ່າ ຄ່າແຮງງານທີ່ແທ້ຈິງ ທີ່ເພີ່ມຂຶ້ນ ບໍ່ໄດ້ທົດແທນ ການເພີ່ມຂຶ້ນ ຂອງລາຄາສິນຄ້າ ຊຶ່ງບົ່ງຊີ້ວ່າ ຕາມຈິງແລ້ວ, ອັດຕາເງິນເຟີ້ນັ້ນຍັງສູງຢູ່.

ເຖິງຢ່າງໃດກໍຕາມ, ມີບາງຫົວຂໍ້ທີ່ ມີຄວາມຄິດເຫັນທີ່ຄ້າຍຄືກັນ, ຮວມທັງຕອນທີ່ພິທີກອນ, Mark Riley, ໄດ້ຖາມເລື່ອງນີ້.

RILEY ຖາມວ່າ: Australia Day ເຮົາຄວນປ່ຽນວັນທີຫຼືບໍ່?

ALBANESE: ຕອບວ່າ"No."

Dutton: ກໍຕອບວ່າ "No."

ນອກເຫນືອຈາກນັ້ນ, ຜູ້ນໍາທັງສອງ ກໍບໍ່ຄ່ອຍສອດຄ່ອງ ໃນຄໍາຖາມທີ່ກ່ຽວກັບຊາວພື້ນເມືອງ.

RILEY ຖາມ: "Mr Dutton, ໃນຖານະທີ່ເປັນນາຍົກຣັຖມົນຕີ, ພວກເຮົາຮູ້ວ່າ ທ່ານຈະບໍ່ຢືນຢູ່ຕໍ່ຫນ້າທຸງຂອງຊາວພື້ນເມືອງ, ທ່ານຈະມີພິທີຕ້ອນຮັບສູ່ປະເທດ (Welcome to Country) ຫຼືບໍ່? ທ່ານຈະມີພິທີຮົມຄວັນ ຫຼືບໍ່? ທ່ານຈະຮັບຮູ້ ເຈົ້າຂອງດັ້ງເດີມ ໃນພິທີທາງການຂອງທ່ານຫຼືບໍ່?

DUTTON ຕອບ: ຈຸດທີ່ຂ້າພະເຈົ້າໄດ້ກ່າວ ກ່ຽວກັບທຸງແມ່ນວ່າ ຂ້າພະເຈົ້າ ບໍ່ເຊື່ອວ່າ ເຮົາສາມາດເປັນປະເທດທີ່ດີທີ່ສຸດທີ່ເຮົາສາມາດເປັນໄດ້ ຖ້າຫາກເຮົາຂໍໃຫ້ຜູ້ຄົນ ລະບຸຕົວຕົນຢູ່ໃຕ້ທຸງທີ່ແຕກຕ່າງກັນ. ບໍ່ມີປະເທດໃດ ທີ່ເຮັດແບບນັ້ນ. ຂ້າພະເຈົ້າ ຢາກເຮັດໃຫ້ປະເທດຂອງເຮົາ ເປັນອັນຫນຶ່ງດຽວກັນ, ຂ້າພະເຈົ້າ ຢາກໃຫ້ຊາວອອສເຕຣເລັຍທຸກຄົນ ເທົ່າທຽມກັນ."

Peter Dutton ກ່າວວ່າ ມັນ "ເໝາະສົມພໍ" ທີ່ຈະມີພິທີຕ້ອນຮັບສູ່ປະເທດ (Welcome to Country) ສໍາລັບການເປີດສະພາ ເພື່ອສະແດງຄວາມເຄົາຣົບ, ແຕ່ຊາວອອສເຕຣເລັຍ ໄດ້ບອກລາວວ່າ ເຂົາເຈົ້າເຮັດໂພດເກີນໄປ, ແລະສິ່ງນີ້ ສາມາດເຮັດໃຫ້ຄວາມສໍາຄັນ ຂອງພິທີນັ້ນຫຼຸດລົງ.

ຜູ້ນໍາຝ່າຍຄ້ານກ່າວວ່າ ພິທີຕ້ອນຮັບສູ່ປະເທດ(Welcome to Country) ມີຄວາມສາມາດ ທີ່ຈະແບ່ງແຍກປະເທດ, ພ້ອມທັງກ່າວວ່າ Anthony Albanese ໄດ້ແບ່ງແຍກອອສເຕຣເລັຍ ດ້ວຍການລົງປະຊາມະຕິ(Referendum) ທີ່ລົ້ມເຫລວ ກ່ຽວກັບສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament).

Mr Albanese ກ່າວວ່າ ລາວຍອມຮັບ ຜົນຂອງການລົງປະຊາມະຕິ(Referendum) ຂອງ the Voice. ໂດຍກ່າວວ່າ ລາວໄດ້ເດີນໜ້າຕໍ່ໄປ,ແລະເລືອກ ທີ່ຈະຈັດໂຄງຮ່າງ ຂອງການຕ້ອນຮັບສູ່ປະເທດ (Welcome to Country) ວ່າເປັນເລື່ອງຂອງທາງເລືອກ.

"ຈາກມຸມມອງຂອງຂ້າພະເຈົ້າ, ມັນເປັນເລື່ອງຂອງຄວາມເຄົາຣົບ, ແຕ່ແນ່ນອນວ່າ ມັນຂຶ້ນກັບອົງການ ທີ່ຈັດພິທີ ວ່າເຂົາເຈົ້າຈະມີການຕ້ອນຮັບສູ່ປະເທດ (Welcome to Country) ຫລືບໍ່. ມັນຂຶ້ນກັບເຂົາເຈົ້າ, ແລະຜູ້ຄົນ ຈະມີຄວາມຄິດເຫັນທີ່ແຕກຕ່າງ, ແລະຜູ້ຄົນ ກໍມີສິດ ທີ່ຈະມີຄວາມຄິດເຫັນຂອງເຂົາເຈົ້າ, ແຕ່ເຮົາມີສິດທິພິເສດ ທີ່ຈະແບ່ງປັນທະວີບນີ້ ກັບວັດທະນະທັມ ທີ່ເກົ່າແກ່ທີ່ສຸດໃນໂລກ."

ຜູ້ນໍາທັງສອງກໍໄດ້ຖືກ ຖາມຄໍາຖາມທີ່ເບົາກວ່າ, ຮວມທັງລາຄາຂອງໄຂ່ໜຶ່ງໂຫຼ.

DUTTON ຕອບ: ປະມານ 4.20 ໂດລາ.

RILEY ກ່າວວ່າ "ບໍ່ແມ່ນ, ທ່ານອາດໄດ້ພຽງແຕ່ເຄິ່ງໂຫຼ."

BARR ຖາມ: "Mr. Albanese ເດ?"

ALBANESE ຕອບວ່າ: "$7 ຖ້າຫາກທ່ານ ສາມາດຊອກຫາມັນໄດ້, ເພາະມັນຍາກ ທີ່ຈະຊອກຫາມັນໃນເວລານີ້."

RILEY ກ່າວວ່າ: ແມ່ນແລ້ວ, ຂ້າພະເຈົ້າຄິດວ່າ ລາຄາກໍຄົງແມ່ນປະມານແປດໂດລາກວ່າ. ແນັດ?"

BARR ເວົ້າວ່າ: "ແມ່ນແລ້ວ. ມັນແມ່ນໄຂ່ Sunny Queen 12 ຫນ່ວຍຈາກ Woolies, ມັນມີລາຄາ 8 ໂດລາ 80. ຖ້າຊື້ຈາກ Coles, ມັນມີລາຄາຖືກກວ່າຫນ້ອຍຫນຶ່ງ, ປະມານ 8 ໂດລາ 50."

ແລະສິ່ງທໍາອິດ ທີ່ເຂົາເຈົ້າຄິດ ເມື່ອເຫັນຮູບຂອງມະຫາເສດຖີ ອາເມຣິກັນ, Elon Musk, ຜູ້ທີ່ປະທານາທິບໍດີ Donald Trump ໄດ້ມອບຫມາຍໃຫ້ຕັດ ການໃຊ້ຈ່າຍຂອງຣັຖບານ:

ALBANESE ຕອບ "Tesla, ແລະມະຫາເສດຖີ"

RILEY ຖາມ: "Mr Dutton ເດ?"

DUTTON ຕອບວ່າ: "ຂ້າພະເຈົ້າຄິດວ່າ ຜູ້ມີພອນສວັນ ທີ່ຊົ່ວຮ້າຍ."

ໃນຄໍາຖາມຕໍ່ໄປ, Peter Dutton ໄດ້ຖືກຖາມວ່າ ລາວໄດ້ເຮັດພຽງພໍຫລືບໍ່ ທີ່ເຮັດໂຕໃຫ້ຫ່າງໄກ ຈາກ Style ຂອງຣັຖບານ Trump, ເພາະ Laborໄດ້ພະຍາຍາມກ່າວຫາວ່າ the Coalition ກໍາລັງຮັບເອົານະໂຍບາຍທີ່ຄ້າຍຄືກັນນີ້.

"ຂ້າພະເຈົ້າ ບໍ່ໄດ້ພະຍາຍາມທີ່ຈະເປັນຄົນອື່ນ ນອກຈາກຕົວເອງ. ແລະຂ້າພະເຈົ້າເຊື່ອຢ່າງແຮງກ້າວ່າ ອີງຕາມປະສົບການຂອງຂ້າພະເຈົ້າທີ່ ໄດ້ເຮັດວຽກກັບ John Howard ຢ່າງໃກ້ຊິດ. ລາວເປັນຄູສອນເລື່ອງການເມືອງ ຂອງຂ້າພະເຈົ້າ ແລະຂ້າພະເຈົ້າ ຢາກໃຫ້ແນ່ໃຈວ່າ ພວກເຮົາ ຈັດການເລື່ອງເສດຖະກິດ, ດັ່ງທີ່ລາວໄດ້ເຮັດ."

ດ້ວຍການເລືອກຕັ້ງ ຖືກກຳໜົດໄວ້ໃນວັນທີ 3 ເດືອນພຶດສະພາ, ເຮົາຈະຮູ້ວ່າຮູບແບບ (Style) ແລະຂໍ້ຄວາມຂອງທັງສອງພັກການເມືອງໃຫຍ່ ມີຜົນກະທົບ ຕໍ່ຜູ້ອອກສຽງຂອງອອສເຕຣເລັຍແນວໃດ.

ບັດລົງຄະແນນ ຫລາຍກວ່າ 13 ເປີເຊັນໄດ້ຖືກປ່ອນ ໂດຍຜ່ານການເລືອກຕັ້ງລ່ວງໜ້າ, ແລະອີກຫລາຍລ້ານບັດ ຈະຖືກປ່ອນໃນບໍ່ຊ້ານີ້, ເວລາກໍໃກ້ຈະຫມົດໄປ ສໍາລັບຜູ້ນໍາ ທີ່ຈະເອົາໂນ້ມນ້າວຜູ້ອອກສຽງ.

ຄນະຜູ້ອອກສຽງ 60 ຄົນທີ່ ບໍ່ທັນໄດ້ຕັດສິນໃຈ ຂອງ Chanel 7 ໄດ້ໃຫ້ Mr Albanese ຊນະການໂຕ້ວາທີຄັ້ງນີ້, ໂດຍທີ່ເຄິ່ງຫນຶ່ງ ສນັບສນູນລາວ,ໃນຂນະທີ່ 25 ເປີເຊັນ ໄດ້ເລືອກເອົາ Peter Dutton, ແລະສ່ວນສຸດທ້າຍໄດ້ກ່າວວ່າ ເຂົາເຈົ້າຍັງບໍ່ໄດ້ຕັດສິນໃຈ.

ມັນແມ່ນຜູ້ອອກສຽງ ທີ່ຜູ້ນໍາທັງສອງ ຍັງຫວັງທີ່ຈະເອົາຊນະໃຫ້ໄດ້.

ແລະແນ່ນອນ, ສໍາລັບລາຍງານ ຂ່າວການເລືອກຕັ້ງເພີ່ມເຕີມ, ໃຫ້ໄປທີ່ sbs.com.au/news

ເນື້ອເລື່ອງໂດຍ Tee Mitchell  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່. | SBS Lao