ຜົນກະທົບຈາກ ການເລືອກຕັ້ງຣັຖບານກາງ

ANTHONY ALBANESE ELECTION REACTION

Australian Prime Minister Anthony Albanese ກຳລັງຍື່ນ ice cream ໃຫ້ລູກຄ້າຫຼັງຈາກຊນະການເລືອກຕັ້ງ. Source: AAP / LUKAS COCH/AAPIMAGE

ພັກຮ່ວມ (The Coalition) ກໍາລັງຈະພົບຜົນສະທ້ອນ ທີ່ຮ້າຍແຮງທີ່ສຸດ ໃນການເລືອກຕັ້ງຣັຖບານກາງ ຫລັງຈາກການສູນເສັຍຢ່າງຫນັກ ຕໍ່ Labor ໃນຄືນທີ່ຜ່ານມາ. Peter Dutton ໄດ້ສູນເສັຍທີ່ນັ່ງຂອງລາວ ແລະເຮັດໃຫ້ພັກ Liberal ຕ້ອງເລືອກຫາຜູ້ມາແທນຕຳແໜ່ງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ຜົນກະທົບ ການເລືອກຕັ້ງຣັຖບານກາງ.

ພັກຮ່ວມ (The Coalition) ກໍາລັງຈະພົບຜົນສະທ້ອນ ທີ່ຮ້າຍແຮງທີ່ສຸດ ໃນການເລືອກຕັ້ງຣັຖບານກາງ ຫລັງຈາກການສູນເສັຍຢ່າງຫນັກ ຕໍ່ Labor ໃນຄືນທີ່ຜ່ານມາ.

Peter Dutton ໄດ້ສູນເສັຍທີ່ນັ່ງຂອງລາວ ແລະເຮັດໃຫ້ພັກ Liberal ຕ້ອງເລືອກຫາຜູ້ມາແທນຕຳແໜ່ງ.

ແລະດັ່ງທີ່ Rania Yallop ລາຍງານ, ພັກ Greens ກໍຢູ່ໃນຕໍາແຫນ່ງທີ່ບໍ່ແນ່ນອນ.

ມັນເປັນໄຊຊນະ ທີ່ເກີນຄວາມຄາດຝັນ ຂອງພັກ Labor.

Anthony Albanese ໄດ້ຮັບຕໍາແຫນ່ງເປັນນາຍົກຣັຖມົນຕີ ເປັນສມັຍທີສອງ, ໂດຍທີ່ພັກຂອງລາວ ໄດ້ຮັບບ່ອນນັ່ງຕື່ມ ຢ່າງຫນ້ອຍສິບກວ່າບ່ອນ ເພື່ອເປັນສຽງສ່ວນໃຫຍ່ທີ່ສຸດໃນສະພາ ໃນຫລາຍກວ່າສິບປີ.

ໄຊຊນະ ຂອງນາຍົກຣັຖມົນຕີ ເລີ່ມຕົ້ນຢູ່ເຂດເລືອກຕັ້ງ Grayndler ຂອງລາວເອງ, ດ້ວຍການທັກທາຍ ຜູ້ສນັບສນູນຂອງ Labor ຢູ່ທີ່ຮ້ານກາເຟ.

ພັກ Labor ໄດ້ຮັບບ່ອນນັ່ງ ຢ່າງຫນ້ອຍ 88 ບ່ອນ, ໂດຍທີ່ the Coalition ຍັງສາມາດ ຮັກສາບ່ອນນັ່ງໄວ້ ຢ່າງຫນ້ອຍ 33 ບ່ອນ-ແລະຍັງບໍ່ໄດ້ຮັບບ່ອນນັ່ງຕື່ມຈັກບ່ອນ ທົ່ວປະເທດ.

ການສູນເສັຍ ທີ່ໂດດເດັ່ນທີ່ສຸດ ແມ່ນບ່ອນນັ່ງຂອງຜູ້ນໍາຝ່າຍຄ້ານ ໃນເຂດ Dickson, ຊຶ່ງຖືກຍາດຊິງ ໄປຢ່າງສະບາຍ ໂດຍ Ali France ຂອງພັກ Labor.

"ໃຫ້ໝັ້ນໃຈວ່າ ຂ້າພະເຈົ້າ ຈະເປັນຜູ້ແທນຂອງທຸກຄົນໃນຊຸມຊົນ, ບໍ່ວ່າທ່ານຈະເລືອກເອົາຂ້າພະເຈົ້າຫລືບໍ່. ປະຕູຂອງຂ້າພະເຈົ້າ ຈະເປີດຢູ່ ຕລອດເວລາ. ແລະຂ້າພະເຈົ້າ ຈະເຮັດວຽກເພື່ອທ່ານທຸກໆມື້."

ຍັງມີຢູ່ປະມານ 20 ບ່ອນນັ່ງ ທີ່ມີຄະແນນໃກ້ເກີນໄປ ທີ່ຈະລະບຸຜູ້ຊນະໄດ້.

The Greens ຍອມຮັບຄວາມພ່າຍແພ້ ໃນ Brisbane ແລະ Griffith, ແລະສ່ຽງ ທີ່ຈະສູນເສັຍ ເຂດເລື້ອກຕັ້ງ Ryan, ພ້ອມທັງບ່ອນນັ່ງ ຂອງ Adam Bandt ໃນເຂດ Melbourne, ເຖິງແມ່ນວ່າ ມັນຈະສາມາດຊິງເອົາບ່ອນນັ່ງ ໃກ້ຄຽງຂອງ Wills ກໍຕາມ.

Sarah Hanson-Young, ສະມາຊິກສະພາສູງ (Senator) ຂອງພັກ Greens ໄດ້ໃຫ້ເຫດຜົນວ່າ ກຸ່ມນ້ອຍໆກໍ ຍັງມີສະຖານະທີ່ເຂັ້ມແຂງ ໃນສະພາສູງ (the Senate).

"ບັດນີ້ ພວກເຮົາມີສະພາ ທີ່ກ້າວຫນ້າທີ່ສຸດ ທີ່ເຄີຍເຫັນມາ, ແລະມີໂອກາດ ສໍາລັບການປະຕິຮູບ ແລະກ້າວຫນ້າ ຢ່າງແທ້ຈິງ."

ພັກ Labor ຊນະ South Australia ຢ່າງຖ້ວມທົ້ນ, ພ້ອມທັງ Tasmaniaດ້ວຍ, ໂດຍທີ່ພັກຣັຖບານ ໄດ້ຮັກສາບ່ອນນັ່ງທັງຫມົດ ຢູ່ Western Australia ແລະຍັງໄດ້ຮັບບ່ອນນັ່ງຕື່ມອີກ.

The Liberal ໄດ້ຖືກກວາດລ້າງ ອອກຈາກເມືອງ ແລະລົ້ມເຫຼວ ໃນເຂດຮອບເມືອງ ທີ່ເປັນເປົ້າຫມາຍ.

Keith Wolahan ສະມາຊິກພັກ Liberal ຂອງເຂດ Menzies ຜູ້ເສັຍບ່ອນນັ່ງກ່າວກັບ ABC.

"ພັກຂອງພວກເຮົາ ມີບັນຫາຢູ່ໃນໂຕເມືອງ ໃນອອສເຕຣເລັຍ, ຊຶ່ງເປັນບ່ອນ ທີ່ຄົນສ່ວນຫລາຍອາສັຍຢູ່, ຄົນສ່ວນຫລາຍ ອາສັຍຢູ່ໃນເມືອງ. ສະນັ້ນ, ເຮົາຕ້ອງຫັນປ່ຽນ ຄວາມຄິດຂອງເຮົາ ໄປຫາສິ່ງນັ້ນ ດັ່ງທີ່ເຮົາບໍ່ເຄີຍເຮັດມາກ່ອນ."

ຜູ້ນໍາທົ່ວໂລກ ໄດ້ສະແດງຄວາມຍິນດີ ຕໍ່ Anthony Albanese, ຮວມທັງຈາກ PNG, ການາດາ, ປະເທດອັງກິດ, Ukraine, India, France, Indonesia.

ສະຫະຣັດອາເມຣິກາ ໄດ້ສົ່ງຄວາມປາຖນາດີ ຜ່ານຣັຖມົນຕີ ກະຊວງຕ່າງປະເທດ, Marco Rubio.

Anthony Albanese ຈະພະຍາຍາມສ້າງວາຣະ ໃນໄລຍະທໍາອິດຂອງລາວ.

"ໂຄງການທາງບວກ ທີ່ພວກເຮົາໄດ້ນໍາໄປສູ່ການເລືອກຄັ້ງນີ້ ໄດ້ຖືກຫລໍ່ຫລອມ ໂດຍລໍາດັບຄວາມສໍາຄັນ ຂອງຊາວອອສເຕຣເລັຍ ແລະຣັຖບານຂອງພວກ ເຮົາຈະອຸທິດຕົນ ໃນສາມປີຕໍ່ໄປ ເພື່ອສ້າງຄວາມແຕກຕ່າງ ໃນທາງບວກ ໃຫ້ແກ່ຊີວິດ ແລະອະນາຄົດຂອງທ່ານ. ພວກເຮົາ ຮັບເອົາວຽກງານນີ້ ດ້ວຍຄວາມຫມັ້ນໃຈໃຫມ່, ຄວາມຫວັງໃຫມ່ ແລະຄວາມມຸ່ງໝັ້ນໃຫມ່."

ໃນຂນະທີ່ພັກຮ່ວມ (The Coalition) ກຳລັງຕັ້ງໂຕໃໝ່, ຕາມທີ່ David Littleproud ຜູ້ນໍາຂອງ Nationals ບອກ SkyNews.

"ພວກເຮົາ ຕ້ອງລຸກຢືນຂຶ້ນໃໝ່ຈາກເລື່ອງນີ້. ມີບົດຮຽນ ທີ່ຈະຮຽນຮູ້ຈາກເລື່ອງນີ້, ທ່ານບໍ່ສາມາດຈະເມີນເສີຍຕໍ່ມັນໄດ້."

ບັດນີ້ The Liberal ຈະຊອກຫາຜູ້ນໍາຄົນໃຫມ່, ເຖິງແມ່ນວ່າ Mr Littleproud ໄດ້ບອກ SkyNews ວ່າ ຂັ້ນຕອນນັ້ນຫາກໍເລີ່ມຕົ້ນ.

"ເຫັນໄດ້ຢ່າງຊັດແຈ້ງວ່າ ມີຄວາມເຈັບປວດບາງຢ່າງ ແລະມັນກໍຍັງ ໃໝ່ໆຢູ່. ບໍ່ພຽງແຕ່ສໍາລັບເຂົາເຈົ້າເທົ່ານັ້ນ, ແຕ່ສໍາລັບເຮົາທຸກຄົນ ທີ່ເຂົາເຈົ້າຕ້ອງຜ່ານໄປໃຫ້ໄດ້. ແລະຂ້າພະເຈົ້າ ບໍ່ຄິດວ່າ ການອອກຄວາມຄິດເຫັນ ແລະການເພີ່ມຄວາມຄິດເຫັນ ເມື່ອຜູ້ຄົນຍັງມີຄວາມເຈັບປວດຢູ່ ຈະມີປໂຍດຕໍ່ສິ່ງນັ້ນ. ແຕ່ພັກ Liberals ຈະທໍາງານຜ່ານຂັ້ນຕອນນັ້ນ."]]

ເນື້ອເລື່ອງໂດຍ Rania  Yallop  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ຜົນກະທົບຈາກ ການເລືອກຕັ້ງຣັຖບານກາງ | SBS Lao