ເຂດ Hunter ຂອງ New South Wales ມີຄວາມກ່ຽວພັນ ກັບການຂຸດຖ່ານຫີນ ແລະການຜລິດພະລັງງານ ເປັນເວລາດົນນານ. ເມື່ອການປ່ຽນແປງ ໄປສູ່ພະລັງງານໃຫມ່ ກໍາລັງເພີ່ມຂຶ້ນ, ຜູ້ມີສ່ວນຮ່ວມສໍາຄັນ ກໍພະຍາຍາມໃຫ້ແນ່ໃຈວ່າ ມີວຽກເຮັດພຽງພໍ ສໍາລັບຄົນງານທີ່ຈະຖືກຍົກຍ້າຍ. ແຕ່ສຳລັບຜູ້ທີ່ເຮັດວຽກກ່ຽວກັບຖ່ານຫີນ ແລະເຄີຍໄດ້ຮັບຄ່າຈ້າງດີ ຈະເຮັດແນວໃດກັບອະນາຄົດຂອງເຂົາເຈົ້າ?
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການປ່ຽນຜ່ານດ້ານພະລັງງານ.
ເຂດ Hunter ຂອງ New South Wales ມີຄວາມກ່ຽວພັນ ກັບການຂຸດຖ່ານຫີນ ແລະການຜລິດພະລັງງານ ເປັນເວລາດົນນານ.
ເມື່ອການປ່ຽນແປງ ໄປສູ່ພະລັງງານໃຫມ່ ກໍາລັງເພີ່ມຂຶ້ນ, ຜູ້ມີສ່ວນຮ່ວມສໍາຄັນ ກໍພະຍາຍາມໃຫ້ແນ່ໃຈວ່າ ມີວຽກເຮັດພຽງພໍ ສໍາລັບຄົນງານທີ່ຈະຖືກຍົກຍ້າຍ.
ແລະການໃຊ້ປໂຍດ ຈາກສະຖານທີ່ ທີ່ເຄີຍມີບົດບາດສໍາຄັນ ໃນການ ຜລິດພະລັງງານຖ່ານຫີນ, ມາຫາພະລັງງານໝູນໃຊ້ໃຫມ່ ໃນອະນາຄົດ.
Kerrin Thomas ລາຍງານ.
ນັ້ນຄືສຽງຂອງປ່ອງໄຟ ທີ່ສູງເກືອບ 170 ແມັດສອງປ່ອງ ທີ່ກຳລັງພັງລົງ ມາໃນການລະເບີດ ພາຍໃຕ້ການຄວບຄຸມ ທີ່ອະດີດໂຮງງານ Liddell Power Station, ໃນເຂດ Hunter ຂອງ New South Wales.
ໂຮງງານໄຟຟ້າ, ທີ່ຮູ້ຈັກກັນໃນຊື່ 'Old Lady Liddell' ໄດ້ໃຫ້ພະລັງງານ ແກ່ບ້ານເຮືອນ ປະມານຫນຶ່ງລ້ານຫລັງ, ເປັນເວລາຫລາຍກວ່າ 50 ປີ.
ເມື່ອໂຮງງານໄຟຟ້າພັງລົງ, ຫມໍ້ແປງໄຟຟ້າ ກໍຖືກເປີດເຄື່ອງ.
ບໍຣິສັດພະລັງງານງານ AGL ເປັນເຈົ້າຂອງສະຖານທີ່ ແລະ Liz Perrone ຜູ້ຈັດການທົ່ວໄປຂອງ Energy Hubs ກ່າວວ່າ ເມື່ອມັນຖືກເປີດຕາມສາຍສົ່ງ, ມັນຈະສາມາດໃຫ້ພະລັງງານງານ ແກ່ບ້ານເຮືອນ 200 ພັນຫລັງໄດ້ເຖິງສອງຊົ່ວໂມງ.
"ຫມໍ້ໄຟ (Batteries) ມີບົດບາດທີ່ສໍາຄັນຫລາຍ ໃນການປ່ຽນແປງພະລັງງານ ເພາະມັນສາມາດ Charge ໄດ້ໃນຕອນກາງເວັນ ເມື່ອມີແສງຕາເວັນ-ດັ່ງທີ່ມັນເປັນຢູ່ໃນເວລານີ້-ແລະລົມກໍພັດ. ແລະແລ້ວ ຫມໍ້ໄຟກໍສາມາດສົ່ງພະລັງງານອອກໄດ້ ໃນຕອນແລງ ເມື່ອຄວາມຕ້ອງການສູງສຸດ. ສະນັ້ນ, ຖ້າຫາກທ່ານຄິດກ່ຽວກັບຜູ້ຄົນ ທີ່ກັບບ້ານຈາກບ່ອນທໍາງານ ຫລືຈາກໂຮງຮຽນ ແລະເຂົາເຈົ້າເປີດໄຟ ແລະເປີດເຄື່ອງທຳຄວາມຮ້ອນ ແລະເຄື່ອງປັບອາກາດ ເພື່ອເຮັດໃຫ້ບ້ານເຮືອນເຢັນລົງ."
Ms Perrone ກ່າວວ່າ ສະຖານທີ່ນັ້ນ ມີຂໍ້ໄດ້ປຽບທີ່ສໍາຄັນ ເມື່ອກ່າວເຖິງການສ້າງຫມໍ້ໄຟ.
"ຈາກທັດສະນະຂອງຫມໍ້ໄຟຢ່າງດຽວ, ມີການເຊື່ອມຕໍ່ ກັບເຄື່ອງສົ່ງພະລັງງານ, ໝໍ້ແປງໄຟ. ສະນັ້ນ, ພວກເຮົາຈຶ່ງສາມາດ ຕໍ່ກັບສາຍໄຟ ແລະສົ່ງຕໍ່ເຂົ້າໄປໃນຕລາດ."
Energy Corporation of New South Wales, ຫລື Energy Co, ກໍາລັງເປັນຜູ້ນຳ ການສົ່ງມອບເຂດພະລັງງານໝູນໃຊ້ໃໝ່ (Renewable energy) ທົ່ວ New South Wales, ຮວມທັງເຂດທີ່ຄອບຄຸມ Hunter ແລະ Central Coast.
Phil Bratby ຜູ້ອໍານວຍການ ບໍຣິຫານໂຄງການກ່າວວ່າ ໂຮງງານໄຟຟ້າເກົ່າ ເປັນສະຖານທີ່ ທີ່ສໍາຄັນສໍາລັບຫມໍ້ໄຟ, ຮວມເຖິງ Waratah Super Battery.
"ມັນຢູ່ຕິດກັບໂຄງສ້າງພື້ນຖານດ້ານໄຟຟ້າ. ສະນັ້ນ, ບ່ອນທີ່ພວກເຮົາຢືນຢູ່ໃນຕອນນີ້ ເຄີຍເປັນບ່ອນເກັບຖ່ານຫີນ ສໍາລັບໂຮງງານໄຟຟ້າຖ່ານຫີນ ແລະໂດຍພື້ນຖານແລ້ວ ຫມໍ້ໄຟຈະເຊື່ອມຕໍ່ກັບຈຸດດຽວກັນ ໃນເຄືອຂ່າຍໄຟຟ້າແຮງສູງ ທີ່ໂຮງງານໄຟຟ້າເກົ່າເຄີຍເຊື່ອມຕໍ່ກັນ. ແລະນັ້ນ ອາດເປັນວຽກທີ່ມີຄ່າໃຊ້ຈ່າຍສູງຫລາຍ ທີ່ຈະເຮັດການເຊື່ອມຕໍ່ນັ້ນ. ສະນັ້ນ ຄວາມໃກ້ຊິດກັບໂຄງສ້າງເຫລົ່ານັ້ນ ເຮັດໃຫ້ມັນເປັນສະຖານທີ່ ທີ່ໜ້າສົນໃຈໃຈແທ້ໆ."
ການໃຊ້ສ່ວນຫນຶ່ງ ຂອງໂຮງງານໄຟຟ້າ Munmorah Power Station ເກົ່າ ຢູ່ Central Coast ຂອງ New South Wales, Waratah Super Battery ໄດ້ຖືກອອກແບບໃຫ້ລົງມືຢ່າງໄວ ໃນກໍຣະນີທີ່ລະບົບລົ້ມເຫລວ, ເຊັ່ນຟ້າຜ່າ, ເພື່ອໃຫ້ພະລັງງານ ແກ່ເຂດທີ່ມີປະຊາກອນຈໍານວຫລາຍ ທີ່ສຸດຂອງຣັດ.
"ວິທີ ທີ່ມັນທໍາງານ ແມ່ນມີການເກັບພະລັງງານສອງຊົ່ວໂມງ ໃນຄວາມຈຸທີ່ຕ້ອງການ ແລະນັ້ນເປັນເວລາຫລາຍສໍາລັບຕລາດ ໃນການຕອບ ສນອງ ຕໍ່ເຫດການສຸກເສີນໃດໆທີ່ເກີດຂຶ້ນໃນເຄືອຂ່າຍ. ດັ່ງນັ້ນ, ເຄື່ອງກຳເນີດໄຟຟ້າ (Generator) ອື່ນໆ ຈຶ່ງສາມາດເລີ່ມສົ່ງ ຫຼືເລີ່ມກຳໜົດຄ່າເຄືອຂ່າຍໃຫມ່ໄດ້ ແລະສອງຊົ່ວໂມງ ເຮັດໃຫ້ລະບົບມີເວລາຫຼາຍພໍ ທີ່ຈະກັບຄືນໄປສູ່ສະພາບ ທີ່ບໍ່ຈໍາເປັນຕ້ອງສົ່ງໄຟຟ້າອີກຕໍ່ໄປ."
Mr Bratby ກ່າວວ່າ ພະລັງງານໝູນໃຊ້ໃຫມ່ ສາມາດອັດຊ່ອງວ່າງບາງຢ່າງ ຂອງພະລັງງານຈາກຖ່ານຫີນ, ແຕ່ບໍ່ແມ່ນທັງຫມົດ.
"ຈາກທັດສະນະ ຂອງການຈັດຫາພະລັງງານ, ພະລັງງານໝູນໃຊ້ໃຫມ່ ສາມາດຍົກລະດັບໄດ້. ຈາກທັດສະນະຂອງວຽກງານ, ຂ້າພະເຈົ້າຄິດວ່າ ມັນຈະເປັນສ່ວນຫນຶ່ງ ຂອງການຍົກລະດັບ. ແລະຂ້າພະເຈົ້າຮູ້ວ່າ ພວກເຮົາໄດ້ທໍາງານຢ່າງໃກ້ຊິດ ກັບເທດສະບານບາງແຫ່ງ, ໂດຍສະເພາະຢູ່ໃນເຂດ Hunter ທາງເຫນືອ ກ່ຽວກັບການປ່ຽນຜ່ານຂອງເຂົາເຈົ້າ, ແລະໂອກາດສໍາລັບເຂົາເຈົ້າ ທີ່ຈະເຂົ້າຮ່ວມ ໃນຂນະທີ່ເຮົາປ່ຽນຜ່ານ ຈາກພະລັງງານຖ່ານຫີນ ໄປສູ່ພື້ນທີ່ໝູນໃຊ້ໃໝ່."
ໂດຍທີ່ ບໍ່ຖ່ານຫີນໃຫຍ່ສອງແຫ່ງ ຈະປິດໃນປີຕໍ່ໄປ, Jeff Drayton ເຈົ້າເມືອງ Muswellbrook ຮູ້ດີ ເຖິງຄວາມທ້າທາຍ ທີ່ຈະມາເຖິງ.
Mt Arthur ແລະ Glencore's Mangoola ຂອງ MHP ຈະຖືກປິດໃນປີ 2030 ແລະອີກຫລາຍບ່ອນ ກໍກໍາລັງລໍຖ້າຜົນ ຂອງຂັ້ນຕອນການຍື່ນ ສມັກ.
"ສູນເສັຍວຽກງານ 12,000 ຕຳແໜ່ງ; ຕອນນີ້ເຮົາຮູ້ວ່າ ຈະມີຄົນຕົກວຽກ 12,000 ຄົນ. ພາຍໃນສອງສາມເດືອນ, ນັ້ນອາດກາຍສະຖານະການວິກິດ. ໃນສອງສາມເດືອນ ຖ້າຫາກໂຮງງານສອງແຫ່ງນັ້ນ ບໍ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນງານຕໍ່ໄປ, ອີກບໍ່ດົນ ຈາກວຽກງານ 12,000 ຕຳແໜ່ງ ຈະກາຍເປັນ 20,000 ຕຳແໜ່ງ ຖ້າຫາກບໍ່ມີການອະນຸມັດ ສໍາລັບບໍ່ຖ່ານຫີນເຫລົ່ານັ້ນ. ສະນັ້ນ, ມັນຈຶ່ງເປັນເລື່ອງໃຫຍ່. ພວກເຮົາກໍາລັງຈະພົບກັບ ການສູນເສັຍວຽກງານທີ່ໃຫຍ່ທີ່ສຸດ ບໍ່ພຽງແຕ່ໃນຣັດ New South Wales ເທົ່ານັ້ນ, ແຕ່ໃນປະເທດອີກດ້ວຍ."
ລາວຮູ້ຈັກອຸດສະຫະກັມນີ້ດີ-ລາວໄດ້ຕິດຕາມພໍ່ຂອງລາວ ເຂົ້າໄປໃນບໍ່ຖ່ານຫີນ, ພ້ອມດ້ວຍລູກໆຂອງລາວເອງ ກໍໃຊ້ເວລາຢູ່ໃນບໍ່ຖ່ານຫີນຄືກັນ.
ນັ້ນເປັນຄົນສາມລຸ້ນ ໃນປວັດສາດ 100 ປີ ຂອງການຂຸດຄົ້ນໃນເຂດນັ້ນ.
"ພວກເຮົາສ່ວນຫລາຍ ໃນຊີວິດທໍາງານຂອງເຮົາ ໄດ້ໃຊ້ເວລາເຮັດວຽກໃນບໍ່ຖ່ານຫີນ ຫລືແນ່ນອນວ່າ ສໍາລັບບໍ່ຖ່ານຫີນ ຫລືບາງສິ່ງທີ່ກ່ຽວພັນກັບຖ່ານຫີນ. ສະນັ້ນ, ເຫັນໄດ້ຢ່າງແຈ່ມແຈ້ງວ່າ ບໍ່ເຫລົ່ານັ້ນໃຫ້ຈ້າງຄ່າຈ້າງທີ່ດີແທ້ໆ, ແລະຜູ້ຄົນເຊັ່ນຂ້າພະເຈົ້າ ທີ່ລ້ຽງດູຄອບຄົວ ໄດ້ເລືອກທີ່ຈະເຮັດວຽກກ່ຽວກັບຖ່ານຫີນ ເພື່ອລ້ຽງດູຄອບຄົວຂອງພວກເຮົາ ແລະເຮັດໃຫ້ມີຊີວິດທີ່ດີກວ່າ ສໍາລັບພວກເຮົາ."
ຕາມຖນົນໃນເມືອງ Muswellbrook, ຜູ້ອາສັຍ ມີຄວາມກັງວົນ ແຕ່ຍັງເບິ່ງໂລກໃນແງ່ດີ.
ຜູ້ຍິງຄົນທີໜຶ່ງ: "ເມືອງຊົນນະບົດສ່ວນຫລາຍຢູ່ອ້ອມຮອບນີ້ ມີຄວາມຍືດຍຸ່ນ. ເຂົາເຈົ້າ ຈະຊອກຫາວິທີເດີນໜ້າຕໍ່ໄປ. ມັນເປັນຄວາມກັງວົນ, ແຕ່ທ່ານບໍ່ສາມາດຢຸດມັນໄດ້ ຖ້າຫາກມັນເກີດຂຶ້ນ."
ຜູ້ຊາຍຄົນທີໜຶ່ງ: "ທ່ານໄປທີ່ນັ້ນ ແລະຄ່າຈ້າງກໍດີ ແລະບັດນີ້ ມັນຮູ້ສຶກວ່າມີເວລາຈຳກັດ, ທ່ານຮູ້ວ່າ ຂ້ອຍຫມາຍຄວາມວ່າແນວໃດ ແລະເມື່ອມັນໄປເຖິງປີ 2030 ແລ້ວ, ຂ້ອຍຈະເຮັດແນວໃດ?"
ຜູ້ຍິງຄົນທີສອງ: "ຫວັງວ່າຈະມີທາງອື່ນ ເພາະເມື່ອບໍ່ຖ່ານຫີນທັງຫມົດຖືກປິດ, ຄົນງານຈະໄປໃສ? ແລະຕອນນີ້ ເຂົາເຈົ້າທຸກຄົນ ກໍໄດ້ຮັບຄ່າຈ້າງດີ."
ຜູ້ຊາຍຄົນທີໜຶ່ງ: “ຂ້ອຍຍິນດີ ທີ່ຈະເຮັດວຽກກັບພະລັງງານໝູນໃຊ້ໃຫມ່, ບໍ່ວ່າຈະເປັນຢູ່ໃນໂຮງງານໝໍ້ໄຟຫລືວ່າ... ຂ້ອຍບໍ່ຮູ້. ຂ້ອຍຄິດວ່າ ຂ້ອຍຈະລໍຖ້າເບິ່ງວ່າ ຈະມີຫຍັງເກີດຂຶ້ນ ແລະເບິ່ງວ່າມັນຈະໄປທາງໃດ."
Jeff Drayton ຜູ້ເປັນເຈົ້າເມືອງກ່າວວ່າ ມີຄວາມສົນໃຈຈາກໂຄງການພະລັງງານໝູນໃຊ້ໃຫມ່ ປະມານ 20 ແຫ່ງໃນ Muswellbrook Shire, ໃນພະລັງງານໝູນໃຊ້ໃຫມ່ທຸກປະເພດ, ຕັ້ງແຕ່ພະລັງງານແສງອາທິດ ແລະລົມ, ໄປຈົນເຖິງພະລັງງານນ້ຳ ແລະໝໍ້ໄຟ.
ເຂດນີ້ ຍັງດຶງດູດອຸດສະຫະກັມອື່ນໆນໍາອີກ.
"ໃນ 12 ເດືອນຜ່ານມານີ້ ພວກເຮົາໄດ້ຮັບຄວາມສົນໃຈ ຈາກທຸຣະກິດຫລາຍກວ່າ 40 ແຫ່ງ ແລະເມື່ອຂ້າພະເຈົ້າກ່າວວ່າ 40 ທຸຣະກິດ, ນີ້ຄື 40 ທຸຣະກິດ ທີ່ບໍ່ເປັນໂຄງການພະລັງງານມູນໃຊ້ໃຫມ່. ເຂົາເຈົ້າ ເປັນການຜລິດຂນາດນ້ອຍ ໄປຈົນເຖິງການຜລິດຂນາດໃຫຍ່, ການຜລິດສ່ວນປະກອບອື່ນໆ ແລະສ່ວນປະກອບຂອງພະລັງງານທົດແທນ, ທຸຣະກິດກະສິກັມ, ທຸຣະກິດກະສິກໍາ ທີ່ເຂັ້ມຂຸ້ນ."
ໃນການລະດົມເງິນທຶນ ແກ່ວຽກງານພັດທະນາເສດຖະກິດທັງຫມົດນີ້, ເທດສະບານ ໄດ້ສແວງຫາ ແລະໄດ້ຮັບອະນຸຍາດ ໃຫ້ເພີ່ມອັດຕາພາສີສຳລັບບໍ່ແຮ່.
"ພວກເຮົາຮູ້ວ່າ ຈະມີຫຍັງຢູ່ຂ້າງຫນ້າ. ຂ້າພະເຈົ້າຫມາຍຄວາມວ່າ, ບໍ່ຖ່ານຫີນໃນເຂດເມືອງຂອງເຮົາ ໃຫ້ 56% ຂອງລາຍໄດ້ທັງຫມົດ. ສະນັ້ນ, 56% ຂອງລາຍໄດ້ ທີ່ເຮົາສາມາດເກັບພາສີໄດ້ ໃນເທດສະບານ (shire) ຂອງເຮົາ ແມ່ນມາຈາກຖ່ານຫີນ. ບັດນີ້ເຮົາຮູ້ວ່າ ເຮົາຈະສູນເສັຍສິ່ງນັ້ນຫລາຍກວ່າເຄິ່ງຫນຶ່ງ ພາຍໃນສາມປີ, ສາມປີເຄິ່ງ ພາຍໃນປີ 2030. ພວກເຮົາຮູ້ວ່າ ພວກເຮົາຈະສູນເສັຍສິ່ງນັ້ນ. ສະນັ້ນບໍ່ມີເທດສະບານ (shire) ໃດ ທີ່ສາມາດສູນເສັຍລາຍໄດ້ ຫລາຍກວ່າເຄິ່ງຫນຶ່ງຈາກພາສີ...ເງື່ອນໄຂຫລາຍຢ່າງ ກ່ຽວກັບ SRV ນັ້ນ ພ້ອມດ້ວຍລາຍໄດ້ເພີ່ມເຕີມຈາກບໍ່ເຫລົ່ານັ້ນ ຈະນໍາໄປສູ່ການພັດທະນາເສດຖະກິດ, ເພື່ອໃຫ້ແນ່ໃຈວ່າ ເຮົາຮັກສາຊຸມຊົນຂອງເຮົາ ໃຫ້ມີຊີວິດຢູ່ລອດ."
ເທດສະບານ ກໍໄດ້ຈັດການແບ່ງເຂດແດນໃຫມ່ນໍາອີກ, ແລະສົ່ງເສີມການຈັດເຂດໃຫມ່ ຢູ່ທີ່ສະຖານທີ່ Liddell ຂອງ AGL ແລະໂຮງງານໄຟຟ້າ Bayswater ທີ່ຢູ່ໃກ້ຄຽງ-ຊຶ່ງຈະປິດໃນປີ 2033.
"ແນ່ນອນວ່າ ຄວາມສໍາຄັນຂອງການເຮັດວຽກໃນຕອນນີ້ ແລະຍ້າຍທຸຣະກິດເຂົ້າມາ ກ່ອນເຮົາຈະໄປເຖິງປີ 2030 ຄືເຮົາບໍ່ສາມາດຮັກສາໄວ້ໄດ້, ຫລືຊຸມຊົນໃດໆ ກໍບໍ່ສາມາດສູນເສັຍວຽກງານ 12,000 ຕຳແໜ່ງ ແລະແລ້ວນັ່ງລໍຖ້າສອງສາມປີ, ບໍ່ວ່າຣັດ ຫລືຣັດຖະບານກາງ ກໍຕາມຈະເຂົ້າມາໃຫ້ຄວາມຊ່ອຍເຫຼືອ, ຜູ້ຄົນບໍ່ສາມາດນັ່ງຢູ່ຊື່ໆ ໂດຍບໍ່ມີວຽກເຮັດເປັນເວລາສອງສາມປີ."
Liz Perrone ຈາກ AGL ກ່າວວ່າ ສະຖານທີ່ເຊັ່ນ Liddell ໄດ້ຮັບໃຊ້ຊຸມຊົນຂອງເຂົາເຈົ້າເປັນຢ່າງດີ ແລະຈະມີຄວາມສໍາຄັນຢູ່ຕໍ່ໄປ.
"ນີ້ເປັນໂອກາດ ທີ່ຈະມີເທື່ອດຽວ ໃນໜຶ່ງຊົ່ວອາຍຸຄົນ. ສັກກະຍະພາບຂອງສະຖານທີ່ນີ້ ແມ່ນໃຫຍ່ຫລວງ."
ລາຍງານໂດຍ Kerrin Thomas ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao





