Watch FIFA World Cup 2026™

LIVE, FREE and EXCLUSIVE

ການສລຸບເຫດການຕ່າງໆ ຂອງ FIFA World Cup 2026 EP 3

EP 3 - KEY PLAYERS (SBS).jpg

ດາວເຕະຂອງ FIFA World Cup 2026™ ປີນີ້.

SBS News 'World Cup Daily, ທີ່ມີຫຼາຍກວ່າ 90 Podcast, ທີ່ພວກເຮົານໍາສເນີເລື່ອງລາວ ທັງໃນແລະນອກສນາມ, ແລະຂ້າພະເຈົ້າ ສັກ ພູມີຣັຕນ໌ ເປັນພິທີກອນຂອງທ່ານ. ຈາກເຫດການທີ່ລືມບໍ່ໄດ້, ຜູ້ຫຼິ້ນຄົນສໍາຄັນ ແລະໜ້າໃຫມ່, ພ້ອມທັງການໂຕ້ຖຽງໃນການແຂ່ງຂັນ, ເຮົາຈະນໍາເອົາປະເດັນຄໍາເວົ້າທີ່ຍິ່ງໃຫຍ່ທີ່ສຸດ ໃນແຕ່ລະມື້ ຂອງ FIFA World Cup 2026 ມາສເນີຕໍ່ທ່ານ.


Published

By Haylena Krishnamoorthy

Presented by Sak Phoumirath

Source: SBS



Share this with family and friends


SBS News 'World Cup Daily, ທີ່ມີຫຼາຍກວ່າ 90 Podcast, ທີ່ພວກເຮົານໍາສເນີເລື່ອງລາວ ທັງໃນແລະນອກສນາມ, ແລະຂ້າພະເຈົ້າ ສັກ ພູມີຣັຕນ໌ ເປັນພິທີກອນຂອງທ່ານ. ຈາກເຫດການທີ່ລືມບໍ່ໄດ້, ຜູ້ຫຼິ້ນຄົນສໍາຄັນ ແລະໜ້າໃຫມ່, ພ້ອມທັງການໂຕ້ຖຽງໃນການແຂ່ງຂັນ, ເຮົາຈະນໍາເອົາປະເດັນຄໍາເວົ້າທີ່ຍິ່ງໃຫຍ່ທີ່ສຸດ ໃນແຕ່ລະມື້ ຂອງ FIFA World Cup 2026 ມາສເນີຕໍ່ທ່ານ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄອຍຕິດຕາມຂ່າວຫຼ້າສຸດຢູ່ທີ່ World Cup Daily|ແລະຫຼາຍກວ່າ 90 Podcast.

ສໍາລັບຂ່າວ World Cup, ໃຫ້ໄປທີ່ SBS News Headlines, ບໍ່ວ່າທ່ານຈະຮັບ podcast ຢູ່ໃສກໍຕາມ.

ການສລຸບເຫດການຕ່າງໆ ຂອງ FIFA World Cup 2026.

ນີ້ແມ່ນ SBS News 'World Cup Daily, ທີ່ມີຫຼາຍກວ່າ 90 Podcast, ທີ່ພວກເຮົານໍາສເນີເລື່ອງລາວ ທັງໃນແລະນອກສນາມ, ແລະຂ້າພະເຈົ້າ ສັກ ພູມີຣັຕນ໌ ເປັນພິທີກອນຂອງທ່ານ.

ຈາກເຫດການທີ່ລືມບໍ່ໄດ້, ຜູ້ຫຼິ້ນຄົນສໍາຄັນ ແລະໜ້າໃຫມ່, ພ້ອມທັງການໂຕ້ຖຽງໃນການແຂ່ງຂັນ, ເຮົາຈະນໍາເອົາປະເດັນຄໍາເວົ້າທີ່ຍິ່ງໃຫຍ່ທີ່ສຸດ ໃນແຕ່ລະມື້ ຂອງ FIFA World Cup 2026 ມາສເນີຕໍ່ທ່ານ.

ຕລອດການແຂ່ງຂັນ, ທ່ານຈະໄດ້ຍິນຄວາມຄຶດຄວາມເຫັນ ຈາກຜູ້ຊ່ຽວຊານ ແລະແຟນກິລາ ແລະເຮົາຈະເຈາະເລິກ ກ່ຽວກັບການແຂ່ງຂັນ ທີ່ມີຜູ້ຊົມຫລາຍພັນລ້ານຄົນ.

ມື້ນີ້ ເຮົາຈະເບິ່ງການໂຕ້ຖຽງບາງຢ່າງ ກ່ຽວກັບການແຂ່ງຂັນ-ຄວາມກ້າວຫນ້າ ຂອງ V-A-R, ລາຄາປີ້ທີ່ສູງຂຶ້ນ ຈະເຮັດໃຫ້ Fans ບໍ່ເຂົ້າໄປຮ່ວມຫຼືບໍ່; ແລະຄວາມເປັນຫ່ວງບາງຢ່າງ ທີ່ເກີດຂຶ້ນກ່ຽວກັບສິດທິມະນຸດ ທີ່ອາດເກີດຂຶ້ນ ໃນລະຫວ່າງການແຂ່ງຂັນ.

ເຮົາມາເລີ່ມຕົ້ນ ຈາກເກມກັນເສັຍກ່ອນ.

World Cup ປີນີ້ກໍາລັງຖືກອະທິບາຍວ່າ ເປັນການແຂ່ງຂັນ ທີ່ມີເທັກໂນໂລຈີທີ່ກ້າວຫນ້າທີ່ສຸດ ເທົ່າທີ່ເຄີຍຈັດຂຶ້ນ.

ແລະສູນກາງຂອງວິວັດທະນາການນັ້ນ ແມ່ນປັນຍາປະດິດ-ຫລື AI-ແລະການໂຕ້ຖຽງກັນ ກ່ຽວກັບຜູ້ຊ່ອຍຜູ້ຕັດສິນ ດ້ວຍວິດີໂອ, ເອີ້ນກັນວ່າລະບົບ V-A-R.

ເຮົາກໍາລັງເວົ້າເຖິງ ລະບົບການຕັດສິນທີ່ສລາດກວ່າ, ຟຸດບານທີ່ມີ Sensor ແລະການວິເຄາະຂໍ້ມູນທີ່ໃຊ້ AI ທີ່ອອກແບບ ເພື່ອປ່ຽນວິທີການຫລິ້ນ, ຄວບຄຸມ ແລະຮັບຊົມເກມ.

ຕາມທີ່ເຮົາຮູ້ຢູ່ແລ້ວວ່າ ຈະມີການສນັບສນູນ ດ້ວຍກ້ອງຈັບການລ້ຳ ໜ້າ (Offside) ເຄິ່ງອັດຕະໂນມັດ; ແລະມີ Chip ຢູ່ໃນຫມາກບານ ເພື່ອຕິດຕາມທຸກການສໍາຜັດ, ທຸກການເຄື່ອນໄຫວ. ແລະນັ້ນ ຈະເຮັດໃຫ້ການວິໄຈທັງຫມົດ ກ່ຽວກັບປະສົບການຂອງການເບິ່ງ ສໍາລັບ Fans ແລະສໍາລັບຜູ້ຖ່າຍທອດ ເພາະວ່າຈະມີການໃຊ້ກ້ອງຫລາຍກວ່າ 45 ຫນ່ວຍ."

ແຕ່ນີ້ ຫມາຍຄວາມວ່າແນວໃດ?

FIFA ກໍາລັງຈະນໍາໃຊ້ ການປັບປຸງເຄິ່ງອັດຕະໂນມັດ..

..ເທັກໂນໂລຈີລ້ຳໜ້າ (Offside Technology), ຊຶ່ງຈະຊ່ອຍຜູ້ຕັດສິນຕັດສິນວ່າ ຜູ້ຫລິ້ນລ້ຳໜ້າ (Offside) ຫລືບໍ່ ໃນເວລາທີ່ຫມາກບານນັ້ນຖືກເຕະ.

ໃນ World Cup ຄັ້ງນີ້, ລະບົບເຫລົ່ານີ້ ຈະທໍາງານຄຽງຂ້າງກັບ Sensor ທີ່ຕິດຢູ່ໃນຫມາກບານ ທີ່ເປັນທາງການ.

Sensor ນັ້ນສາມາດຮູ້ເຖິງເວລາທີ່ຫມາກບານນັ້ນຖືກສຳຜັດ, ໃຫ້ເຈົ້າຫນ້າທີ່ມີຂໍ້ມູນອີກຂັ້ນຫນຶ່ງ ເມື່ອຕັດສິນການລ້ຳໜ້າ ຫຼືOffside.

ເວົ້າງ່າຍໆກໍຄື, ຜູ້ຕັດສິນຈະມີຂໍ້ມູນ ຫລາຍກວ່າທີ່ຜ່ານມາ.

ແລະແມ່ນແລ້ວ-ມັນຍັງຫມາຍຄວາມວ່າ ຫມາກບານຂອງການແຂ່ງຂັນ ຈະບໍ່ພຽງແຕ່ຕ້ອງມີລົມ ກ່ອນການເລີ່ມຕົ້ນເທົ່ານັ້ນ.

ມັນຈະຕ້ອງໃຊ້ພະລັງງານ Battery ນຳອີກ.

ບໍ່ວ່າ Fans ຈະເຫັນພ້ອມຫລືບໍ່ ກໍເປັນອີກຄໍາຖາມຫນຶ່ງ.

V-A-R ຍັງເປັນຫົວຂໍ້ ທີ່ສ້າງຄວາມຄຶດເຫັນທີ່ແຕກຕ່າງຫລາຍທີ່ສຸດ ຂອງກິລາຟຸດບານ ນັບຕັ້ງແຕ່ການນໍາໃຊ້ຂອງມັນ.

ຜູ້ສນັບສນູນບາງຄົນ ຍິນດີກັບຄວາມຖືກຕ້ອງທີ່ເພີ່ມຂຶ້ນ-ແລະບາງຄົນ ກໍໂຕ້ຖຽງວ່າ ຂັດຈັງຫວະຂອງເກມ.

ແລະໃນຂນະທີ່ເທັກໂນໂລຈີພັດທະນາຕໍ່ໄປ, ການໂຕ້ຖຽງ ກ່ຽວກັບມັນອາດຈະບໍ່ໄປຮອດໃສ.

ປ່ຽນມາສູ່ຫົວຂໍ້ອື່ນ ທີ່ເນັ້ນເຖິງສິດທິການຖ່າຍທອດ...

SBS ໄດ້ຖ່າຍທອດສົດ World Cup ໃນອອສເຕຣເລັຍ-ເປັນເວລາສີ່ສິບປີແລ້ວ-ນັບແຕ່ປີ 1986.

ແຕ່ສຳລັບບ່ອນອື່ນ ມັນເປັນເລື່ອງທີ່ແຕກຕ່າງຫຼາຍ ສໍາລັບ Fans ໃນສອງປະເທດ ທີ່ມີປະຊາກອນຫລາຍທີ່ສຸດ-ປະເທດອິນເດັຍ ແລະປະເທດຈີນ.

ຈົນເຖິງຫນຶ່ງອາທິດກ່ອນນີ້ (ແລະສອງອາທິດ ກ່ອນການແຂ່ງຂັນ) Fans ໃນປະເທດອິນເດັຍ ບໍ່ຮູ້ເລີຍວ່າ ເຂົາເຈົ້າຈະສາມາດເບິ່ງເກມໄດ້ຫລືບໍ່.

ການປະຈັນໜ້າເປັນເວລາຫລາຍເດືອນ ໃນການເຈຣະຈາ ເລື່ອງສິດທິການຖ່າຍທອດ ກໍໄດ້ຂໍ້ສຣຸບ, ໂດຍທີ່ Zee Entertainment ຂອງປະເທດອິນເດັຍ ໄດ້ຮັບສິດທິໃນການຖ່າຍທອດ ການແຂ່ງຂັນ 39 ເທື່ອຂອງFIFA ເປັນເວລາແປດປີ.

ແລະປະເທດຈີນ ກໍຕົກຢູ່ໃນສະຖານະການທີ່ຄ້າຍຄືກັນ.

..China Media Group ໄດ້ຊື້ສິດ ໃນການຖ່າຍທອດ World Cup ສີ່ເທື່ອຕໍ່ໄປ ຈົນເຖິງປີ 2031-ໃນລາຄາຫນຶ່ງສ່ວນຫ້າ ຂອງລາຄາທີ່ FIFA ໄດ້ສເນີໃນຕອນຕົ້ນ.

ນັ້ນກໍເປັນຂ່າວດີ ສໍາລັບແຟນກິລາຟຸດບານຫລາຍລ້ານຄົນ.

ແຕ່ປີ້ເຕະບານ World Cup ປີນີ້ມີລາຄາແພງ ຫລາຍກວ່າການແຂ່ງຂັນ World Cup ໃນປີ 2022 ໃນປະເທດ Qatar.

ນັ້ນເປັນເພາະການແຂ່ງຂັນຄັ້ງນີ້ ເປັນການແຂ່ງຂັນເຕະບານແຊ້ມປ້ຽນໂລກຂອງຜູ້ຊາຍຄັ້ງທໍາອິດ ທີ່ໃຊ້ລະບົບ Dynamic Pricing ໃນການຂາຍປີ້.

ສະນັ້ນ, Dynamic Pricing ແມ່ນຫຍັງ?

ມັນເປັນລະບົບທີ່ລາຄາປີ້ ທີ່ຂຶ້ນແລະລົງ ຕາມຄວາມຕ້ອງການ, ແລະມັນໄດ້ກາຍເປັນປັດຈັຍທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຮັດໃຫ້ລາຄາປີ້ແພງຂຶ້ນແກ່ Fans.

ໃນເດືອນມິຖຸນາ, ປີ້ລາຄາຖືກທີ່ສຸດ ສໍາລັບການແຂ່ງຂັນລະຫວ່າງ Socceroos ກັບປະເທດ Türkiye ແມ່ນປະມານ 529 ໂດລາອອສເຕຣເລັຍ, ໃນຂນະທີ່ລາຄາປີ້ລະຫວ່າງ Socceroos ກັບສະຫະລັດອາເມຣິກາຈະແພງກວ່າ 1,000 ໂດລາ.

ນັ້ນເປັນການເພີ່ມຂຶ້ນ ຈາກລາຄາປີ້ FIFA ຂອງ Qatar ໃນປີ 2022, ບ່ອນທີ່ ລາຄາຂອງປີ້ໃນກຸ່ມ ເພື່ອເບິ່ງ Socceroos ໂດຍທົ່ວໄປ ແມ່ນປະມານ 100 ເຖິງ 320 ໂດລາອອສເຕຣເລັຍ.

ວິທີການກຳໜົດລາຄາ ກໍາລັງປະເຊີນກັບການກວດສອບຢ່າງໃກ້ຊິດ ໃນສະຫະຣັດອາເມຣິກາ.

ໂດຍທີ່ການແຂ່ງຂັນໃກ້ເຂົ້າມາ, ຄາດວ່າລາຄາຈະປ່ຽນແປງຕໍ່ໄປ-ແລະໃນບາງກໍລະນີ, ລາຄາກໍເລີ່ມຫຼຸດລົງແລ້ວ.

FIFA ໄດ້ຕອບຕໍ່ການໂຕ້ຕອບຂອງລະບົບການຂາຍປີ້ ໂດຍແນະນໍາບ່ອນນັ່ງ ທີ່ມີລາຄາຖືກກວ່າ ໃນຈຳນວນຈຳກັດ-ແຕ່ບ່ອນນັ່ງເຫລົ່ານັ້ນ ແມ່ນຢູ່ໃນສົ້ນເບື້ອງເທິງຂອງສນາມ....ຊຶ່ງເຮົາທຸກຄົນກໍພໍຈະເຂົ້າໃຈໄດ້.

...ແຕ່ລາຄາປີ້ທີ່ສູງຂຶ້ນ, ຄ່າເດີນທາງ ແລະຄ່າທີ່ພັກ ອາດເປັນອຸປະສັກຕໍ່ຫຼາຍຄົນ.

ນອກເຫນືອໄປຈາກການແຂ່ງຂັນ, ຍັງມີການສົນທະນາອີກຢ່າງຫນຶ່ງ ທີ່ກໍາລັງເກີດຂຶ້ນ.

ອົງການສິດທິມະນຸດ ຢາກໃຊ້ the World Cup ເພື່ອເນັ້ນຫນັກ ເຖິງບັນຫາອື່ນໆ ທີ່ເກີດຂຶ້ນໃນປະເທດເຈົ້າພາບ.

ນັກຣົນນະຣົງຂອງ Amnesty International Australia ກ່າວວ່າ ການບຸກກວດຄົນເຂົ້າເມືອງຂນາດໃຫຍ່ທົ່ວ ສະຫະຣັດອາເມຣິກາ ແລະການຈັບກຸມຜູ້ຄົນຢ່າງຫລວງຫລາຍ, ຮວມທັງພົນລະເມືອງ ແລະຜູ້ອາສັຍຢູ່ຢ່າງຖືກກົດຫມາຍ, ໄດ້ສ້າງຄວາມສ່ຽງເລື່ອງຄວາມປອດພັຍ ທີ່ຈໍາເປັນຕ້ອງມີການແກ້ໄຂ.

ຍັງມີການເວົ້າເຖິງ ຄວາມເປັນຫ່ວງ ກ່ຽວກັບຄວາມປອດພັຍ ຂອງກຸ່ມສິດທິມະນຸດ ແລະນັກຂ່າວທີ່ໄປຮ່ວມ World Cup ໃນສະຫະຣັດອາເມຣິກາເຊັ່ນກັນ.

ຕັ້ງແຕ່ຜົນກະທົບຂອງ V-A-R ຈົນເຖິງສິດທິຂອງຜູ້ທີ່ອາສັຍ ຢູ່ໃນປະເທດເຈົ້າພາບ, World Cup 2026 ກໍາລັງຈະກາຍເປັນຫລາຍກວ່າ ກິລາຟຸດບານ.

ບັດນີ້ມາເວົ້າເຖິງນັກເຕະບານຂອງ World Cup ຄັ້ງນີ້ ແລະຜູ້ທີ່ແບກຄວາມຫວັງຂອງປະເທດ ຢູ່ເທິງບ່າໄຫລ່ຂອງເຂົາເຈົ້າ.

World Cup ຄັ້ງນີ້ ຈະເປັນບົດສຸດທ້າຍຂອງດາວເຕະ ຂອງປະເທດ Argentina- ນັ້ນກໍແມ່ນ Lionel Messi.

...ຫຼືອາດເປັນໂອກາດຂອງນັກເຕະຝຣັ່ງ Kylian Mbappe ທີ່ຈະກາຍເປັນຣາຊາຟຸດບານ ຢ່າງບໍ່ມີຂໍ້ສົງສັຍ.

...ແລະ Lamine Yamal ນັກເຕະໄວລຸ້ນ ຂອງສເປນ ອາດຈະເປັນນັກກິລາຟຸດບານທີ່ໂດ່ງດັງທີ່ສຸດ ຫຼັງຈາກການແຂ່ງຂັນຄັ້ງນີ້.

ນັ້ນແມ່ນອະດີດ Head Coach ຂອງ Central Coast Mariners ແລະຜູ້ຊ່ວຍ Coach ຂອງ Sydney FC, PhilMoss, ພ້ອມດ້ວຍການຄາດທຳນາຍຮອບສຸດທ້າຍຂອງລາວ ສໍາລັບ World Cup ຄັ້ງນີ້.

"ປະເທດຝຣັ່ງ ເປັນທີມທີ່ໜັກແໜ້ນຫລາຍ. ເຂົາເຈົ້າມີປະສົບການ. Didier Deschamps ໃນ World Cup ຄັ້ງສຸດທ້າຍຂອງລາວ ໃນຖານະຜູ້ຈັດການທີມຝຣັ່ງ. ລາວຈະລາອອກຈາກຕໍາແຫນ່ງ ຫລັງຈາກການແຂ່ງຂັນເທື່ອນີ້. ສະນັ້ນ ຂ້າພະເຈົ້າຄິດວ່າ ມີແຮງກະຕຸ້ນທີ່ແທ້ຈິງຢູ່ ທີ່ນັ້ນຄືກັນ. ແຕ່ສະເປນ, ຜູ້ທີ່ຈະເປັນຄູ່ແຂ່ງເຂົາເຈົ້າ."

ຂ້າພະເຈົ້າຍັງໄດ້ເວົ້າລົມກັບ Christophe Mallet ຜູ້ຈັດລາຍການຂອງ SBS French, ຜູ້ຊຶ່ງເປັນນັກຂ່າວຂອງ SBS Sport ນໍາອີກ.

ຂ້າພະເຈົ້າໄດ້ຖາມລາວວ່າ ຖ້າຫາກປະເທດຝຣັ່ງຊນະ World Cup ຄັ້ງນີ້,ແລ້ວມັນຈະກາຍເປັນການແຂ່ງຂັນຂອງ Mbappé ໃນລັກສນະດຽວກັນຫຼືບໍ່?

..ເມື່ອຄາຖາຂອງ Diego Maradona ທີ່ເຮັດໃຫ້ເກີດ 'Hand of God' ໄດ້ກໍານົດແຊ້ມປ້ຽນໂລກປີ 1986 ໃນປະເທດ Mexico..

..ຫລືໃນການແຂ່ງຂັນ ທີ່ເກົາຫລີ-ຍີ່ປຸ່ນ ໃນປີ 2002 ທີ່ຕອນມັນເປັນໂອກາດຂອງ Ronaldo ຂອງປະເທດບຣາຊິນ?

ແລະຖ້າຫາກ Lionel Messi ເປັນອາດີດ ແລະປະຈຸບັນຂອງຟຸດບານ, ແລ້ວ Kylian Mbappé ຈະເປັນອະນາຄົດຢ່າງບໍ່ຕ້ອງສົງສັຍຫຼືບໍ່?

ລາວເວົ້າວ່າ ສິ່ງໃດກໍຕາມທີ່ຕ່ຳກວ່າການແຂ່ງຂັນຮອບຊິງຊນະເລີດ ກໍຈະເປັນຜົນເສັຍ ສຳລັບປະເທດຝຣັ່ງ.

ລາວເວົ້າວ່າ ນີ້ຄືຄວາມຫວັງທີ່ສູງສໍາລັບຊາວຝຣັ່ງ, ສໍາລັບທີມຊາດຝຣັ່ງ, ສໍາລັບເກືອບທຸກຄົນ ທີ່ກ່ຽວຂ້ອງກັບທີມຝຣັ່ງ, ແລະທ່ານເວົ້າຖືກແລ້ວ, Mbappé ເປັນດາວຂອງທີມນີ້. ເມື່ອທ່ານມາເບິ່ງສະຖິຕິ, ລາວເສັຍພຽງເກມດຽວ ໃນປວັດສາດຂອງລາວໃນ World Cup. ລາວບໍ່ ຊນະການແຂ່ງຂັນເທື່ອສຸດທ້າຍ ກັບປະເທດ Argentina ເຖິງແມ່ນວ່າລາວຍິງໄດ້ສາມປະຕູ. ແລະຕອນນີ້ ກໍຢູ່ໃນສະໂມສອນເຊັ່ນ Real Madrid ທີຫລິ້ນໄດ້ດີຫລາຍ ເພາະເຮົາຮູ້ປວັດຂອງ Real Madrid ແລະນັກຫລິ້ນບາງຄົນເຊັ່ນ Cristiano Ronaldo ແລະວິທີທີ່ເຂົາເຈົ້າຫລິ້ນ ໃນWorld Cup, ມີຄວາມຄາດຫວັງສູງຫລາຍ.

ໃນຂນະທີ່ປະເທດຝຣັ່ງ ໄດ້ກາຍເປັນປະເທດມາດຕະຖານ ຂອງຍຸກ ສມັຍໃຫມ່ຢ່າງປະຕິເສດບໍ່ໄດ້, ໃນຖານະທີ່ເປັນຜູ້ຊນະໃນປີ 2018 ແລະ ສຸດທ້າຍ ໃນປີ 2022, ປະເທດ Argentina ກໍເປັນຜູ້ປ້ອງກັນ Champ ແລະຍັງຢູ່ໃນບັນດາທີ່ມີຫວັງຫຼາຍ.

Carlos Colina ຜູ້ຈັດລາຍການ Spanish ຂອງ SBS ບອກຂ້າພະເຈົ້າວ່າ ການວິເຄາະສໍາລັບການແຂ່ງຂັນເທື່ອສຸດທ້າຍ ຊີ້ວ່າຢ່າງຫນ້ອຍ ປະເທດ Argentina ຈະເຂົ້າເຖິງຮອບຮອງຊນະເລີດ.

ແລະວ່າປະເທດ Argentina, ຊຶ່ງມີ Messi ທີ່ເຕັມໄປດ້ວຍຄວາມສົມດຸນ,ວິນັຍທາງຍຸດທະວິທີ ແລະຄວາມເຊື່ອໝັ້ນ.

ແຕ່ Phil Moss ກ່າວວ່າ ປວັດສາດບົ່ງວ່າ ການຈະຊນະສອງເທື່ອຊ້ອນ ເປັນເລື້ອງຍາກທີ່ສຸດ ໃນໂລກຂອງກິລາຟຸດບານ. ແລະລາວເຫັນວ່າ ມັນຈະເປັນໄປໄດ້ຍາກ ສຳລັບ World Cup ຄັ້ງນີ້.

ແລະວ່າ ມັນເກືອບເປັນການປ່ຽນຈາກຜູ້ຫລິ້ນລຸ້ນເກົ່າ ໄປສູ່ສິ່ງທີ່ຈະເກີດຂຶ້ນຕໍ່ໄປ ໃນແຜນທີ່ໂລກ.

"ຖ້າທ່ານຄິດກ່ຽວກັບຊື່ທີ່ຢູູ່ຮອບໂຕ Lionel Messi, ກໍຈະມີຫຼາຍຊື່ ເຊັ່ນ Vinícius Júnior, (Ousmane) Dembélé ຂອງຝຣັ່ງ, ແນ່ນອນ, MoSalah ຈາກ Egypt, Cristiano Ronaldo, ຂອງທີມ Portugal. ເຂົາເຈົ້າເຫຼົ່ານີ້ ເປັນນັກຫລິ້ນເກົ່າບາງຄົນ ທີ່ໄດ້ເຮັດໃຫ້ໂລກຟຸດບານນາໆຊາດລຸກໄຫມ້ ເປັນເວລາຫລາຍປີແລ້ວ. ແຕ່ເຂົາເຈົ້າຢູ່ໃນຈຸດສຸດທ້າຍ ຂອງອາຊີບຂອງເຂົາເຈົ້າ."

ບາດນີ້ມາເວົ້າເຖິງດາວເຕະດວງໃໝ່.

ເຮົາຮູ້ວ່າໃນ World Cup ທຸກຄັ້ງຈະມີດາວເຕະດວງໃຫມ່.

ປີນີ້, ສາຍຕາທັງຫມົດເບິ່ງໄປທີ່ Lamine Yamal.

"ແລະແລ້ວທ່ານຈະຈັບຕາເບິ່ງຄົນເຊັ່ນ Lamine Yamal ຂອງສະເປນ. ທ່ານມີ, (Yan) Diomande ຈາກປະເທດ Ivory Coast, (Jérémy) Doku ຈາກ Belgium, ແລະ (Yaya) Toure ຈາກປະເທດ Ivory Coast. ເຂົາເຈົ້າເປັນນັກເຕະຫນຸ່ມບາງຄົນ ທີ່ເລີ່ມມີຄວາມໂດ່ງດັງໃນໂລກ, ແລະຂ້າພະເຈົ້າຄິດວ່າ ນີ້ເປັນ World Cup ຂອງເຂົາເຈົ້າ."

ແຕ່ພວກນັ້ນ ບໍ່ໄດ້ເປັນພຽງຄົນດຽວ-ທ່ານຍັງຕ້ອງມາເບິ່ງ Jude Bellingham ຂອງປະເທດອັງກິດ, Florian Wirtz ຂອງ Germany ແລະ João Neves ຂອງ Portugal.

ນັກເຕະທີ່ໂດ່ງດັງຈະນໍາມາຊຶ່ງມໍລະດົກ..

..ແຕ່ການແຂ່ງຂັນສ່ວນຫລາຍ ຈະຖືກຕັດສິນໂດຍດາວເຕະດວງໃໝ່.

ລາວກຳລັງກ່າວເຖິງ ທີມຊາດອອສເຕຣເລັຍ.

ໃນຂນະທີ່ລາວວິເຄາະທີມ..

ລາວກ່າວວ່າ ປະສົບການຈະມາຈາກຄົນເຊັ່ນ Matthew Ryan,  Harry Souttar, Cammy (Cameron) Devlin, ຜູ້ທີ່ເຄີຍຜ່ານການແຂ່ງຂັນ World Cup ຄັ້ງກ່ອນ. ເຖິງແມ່ນວ່າບໍ່ໄດ້ຫລິ້ນຫລາຍປານໃດ, ແຕ່ແນ່ນອນວ່າ ມີປະສົບການໃນ World Cup ຄັ້ງຫຼັງສຸດ. ແນ່ນອນວ່າ, ມີການບາດເຈັບຕໍ່ Riley McGree ແລະ, (Lewis) Miller, ຜູ້ຫລິ້ນກອງຫຼັງຂວາ, ມັນເປັນການສູນເສັຍອັນໃຫຍ່ຫລວງ, ແຕ່ຂ້າພະເຈົ້າຄິດວ່າ ເຮົາສາມາດຫາຄົນມາແທນເຂົາເຈົ້າໄດ້, ຕາບໃດທີ່ຄົນເຊັ່ນ Cristian Volpato, ສາມາດອັດຊ່ອງວ່າງນັ້ນ, ຈາກການສູນເສັຍ Riley McGree.

ລາວເວົ້າວ່າ Volpato ໄດ້ຫລິ້ນຢູ່ໃນ Serie A, ສະນັ້ນ ລາວຈຶ່ງນໍາຄຸນນະພາບທີ່ແທ້ຈິງມາໃຫ້ທີມ, ແລະມັນຈະເປັນທີ່ຫນ້າສົນໃຈ ທີ່ຈະເຫັນວ່າ Tony Popovic ໃຊ້ລາວໃນການແຂ່ງຂັນແນວໃດ.

ລາວບອກຂ້າພະເຈົ້າວ່າ ເກມທີ່ສູ້ປະເທດ Türkiye, ສະຫະຣັດອາເມຣິກາ, ແລະ Paraguay ເປັນເກມທີ່ອອສເຕຣເລັຍ ສາມາດເອົາຊນະໄດ້.

ລາວວ່າໃຫ້ລະວັງ (Ousmane ) Dembélé, ແນ່ນອນລາວ ເປັນຜູ້ໄດ້ຮັບລາງວັນວ່າ Ballon d'Or ປີກາຍນີ້. ລາວຫາກໍໄດ້ຊະນະ Champions League ເປັນເທື່ອທີສອງຕິດຕໍ່ກັນ ກັບ Paris Saint-Germain. ລາວເປັນຜູ້ຫຼິ້ນຄົນສໍາຄັນຂອງທີມຝຣັ່ງ. ແລະແລ້ວຍັງມີ Michael Olise ທີ່ຫາກໍຍິງໄດ້ສາມປະຕູ, ຂ້າພະເຈົ້າຄິດວ່າເມື່ອບໍ່ດົນມານີ້,ໃນການຊນະສາມເກມຕິດຕໍ່ກັນໃນປະເທດຝຣັ່ງ, ແມ່ນການແຂ່ງຂັນເທື່ອສຸດທ້າຍ ກ່ອນຈະເດີນທາງໄປສະຫະລັດອາເມຣິກາ."

ຄວາມຄາດຫວັງໃນ World Cup ຄັ້ງນີ້

ແລະນີ້ເປັນເທື່ອທໍາອິດ ໃນການຄຸມທີມຊາດໃນ World Cup ສໍາລັບ Mauricio Pochettino, Coach ຂອງສະຫະລັດອາເມຣິກາ. ສະນັ້ນ ມັນຫນ້າສົນໃຈ ທີ່ຈະເຫັນວ່າອາດີດຜູ້ຈັດການທີມ Tottenham Hotspur ຈະເປັນແນວໃດ.

"ທ່ານມີທັງ Pochettino ທີ່ເປັນCoach ທີມຊາດຂອງອາເມຣິກາ ແລະJesse Marsch ທີ່ເປັນ Coach ທີມຊາດການາດາ, ຜູ້ທີ່ເຄີຍເປັນ Coach ໃນ English Premier League. ແນ່ນອນ, ທັງສອງເວົ້າວ່າ ນີ້ເປັນທີມຊາດທີ່ດີທີ່ສຸດ ທີ່ເຂົາເຈົ້າເຄີຍເຕົ້າໂຮມກັນ. ສະນັ້ນ ມັນຈຶ່ງຖືກອອກແບບຢ່າງຊັດແຈ້ງ ທີ່ຈະໃຫ້ທີມມີຄວາມຫມັ້ນໃຈ. ຖ້າຫາກເຂົາເຈົ້າ ເປັນທີມທີ່ດີທີ່ສຸດທີ່ເຄີຍມີ ຂອງສະຫະຣັດອາເມຣິກາ ແລະການາດາ ແລະເຂົາເຈົ້າ ຫຼິ້ນຢູ່ໃນບ້ານໂຕເອງໃນຖານະເຈົ້າພາບ, ນັ້ນຈະນໍາຄວາມກົດດັນໃຫມ່ມາໃຫ້ທີມ. ແລະເຂົາເຈົ້າທຸກຄົນຈະຮູ້ວ່າ ນີ້ເປັນໂອກາດທີ່ຈະເຮັດໄດ້ດີໃນ World Cup ໃນບ້ານໂຕເອງ. ຄົນເຊັ່ນ Pulisic, (Weston) McKennie, (Folarin) Balogun, ຂອງທີມສະຫະຣັດອາເມຣິກາ ຂ້າພະເຈົ້າຄິດວ່າເປັນນັກຫລິ້ນກິລາທີ່ຕ້ອງຈັບຕາເບິ່ງແທ້ໆ."

ປະເທດ Mexico ເປັນເຈົ້າພາບ World Cup ຫລັງຈາກຜ່ານໄປ 40 ປີ.

"ສໍາລັບ Mexico, ມີຄວາມເຊື່ອໝັ້ນຢ່າງແຮງກ້າກັບທີມນີ້. ແລະເຂົາເຈົ້າໂຊກຮ້າຍໃນຮອບ 16 ທີມແທ້ໆ, ເຈັດເທື່ອຕິດຕໍ່ກັນໃນຮອບ 16 ທີມ. ສະນັ້ນ ຄົນເຊັ່ນ (Raúl) Jiménez,  (Guillermo) Ochoa, ມັນເປັນWorld Cup ຄັ້ງທີຫົກຂອງລາວ ຕອນມີອາຍຸ 40 ປີ. ເຂົາເຈົ້າເປັນນັກຫລິ້ນທີ່ຕ້ອງສູ້ເພື່ອ Mexico ແລະປວັດສາດເວົ້າວ່າ ແມ່ນການຕໍ່ສູ້. ການເຕະຢູ່ໃນບ້ານຖ້າເວົ້າເຖິງໂອກາດ. ສະນັ້ນ ມັນຈະເປັນສິ່ງທີ່ຫນ້າສົນໃຈແທ້ໆ ທີ່ຈະເຫັນວ່າເຂົາເຈົ້າຮັບມືກັບສິ່ງນັ້ນແນວໃດ."

Phil Moss ໃຫ້ຄຳທຳນາຍຂອງລາວສໍາລັບ Canada....

"ແລະສໍາລັບ Canada, Jesse Marsch ມີສິ່ງທີ່ລາວເຊື່ອວ່າ ເປັນທີມທີ່ດີທີ່ສຸດທີ່ລາວເຄີຍມີ, ໃນຖານະ Coach ແຫ່ງຊາດຂອງການາດາ. ແລະຂ້າພະເຈົ້າຄິດວ່າ ຄົນເຊັ່ນ (Alphonso) Davies ຈະມີຄວາມສໍາຄັນ ໃນການໃຫ້ແນ່ໃຈວ່າ ປະເທດການາດາຈະກ້າວຫນ້າ."

ເນື່ອງຈາກ Phil Moss ເກີດຢູ່ປະເທດອັງກິດ, ລາວເວົ້າວ່າລາວໄດ້ ສນັບສນູນ Harry Kane ຫົວໜ້າທີມຂອງປະເທດອັງກິດຢ່າງສຸດໃຈ.

ແຕ່ລາວຄິດວ່າ ປະເທດອັງກິດຈະສາມາດຍົກຖ້ວຍລາງວັນໄດ້ ຫຼືບໍ່?

"ປວັດສາດຈະເວົ້າວ່າ...ບໍ່. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ເຂົາເຈົ້າບໍ່ໄດ້ຊນະຕັ້ງແຕ່ປີ 1966. ເຂົາເຈົ້າເກືອບຊນະການແຂ່ງຂັນ European Championships. ມີບາງຢ່າງ ກ່ຽວກັບກັບປະເທດອັງກິດ ທີ່ເຮັດໃຫ້ຂ້າພະເຈົ້າລະມັດລະວັງສເມີ ເມື່ອກ່າວເຖິງການແຂ່ງຂັນລະດັບໃຫຍ່ເຫລົ່ານີ້. ແລະແນ່ນອນວ່າ ປວັດສາດຈະບອກທ່ານວ່າ ປະເທດGermany ອາດຈະເຮັດໃຫ້ເຂົາເຈົ້າສະດຸດ ໃນຈຸດໃດຈຸດຫນຶ່ງຂອງການແຂ່ງຂັນ. ແຕ່ປະເທດອັງກິດມີ Thomas Tuchel ທີ່ເປັນ Coach ຊາວເຢັຍລະມັນໃນຕອນນີ້. ສະນັ້ນ, ມັນຈະເປັນເລື່ອງຕລົກຫຼືບໍ່ ຖ້າຫາກ Coach ຊາວເຢັຍລະມັນ ພາປະເທດອັງກິດໄປເຖິງ World Cup ແລະຍົກຖ້ວຍລາງວັນ?"

ລາວເວົ້າວ່າ ເຖິງແມ່ນຈະເປັນໄປບໍ່ໄດ້, ແຕ່ລາວຮູ້ສຶກວ່າ Harry Kaneອາດຈະໄດ້ຮັບ Golden Boot ໃນຂນະທີ່ລາວເຫັນທີມເຂົ້າໄປຮອດຮອບເລິກໆ ໃນການແຂ່ງຂັນເທື່ອນີ້.

ແລະຂ້າພະເຈົ້າ ຈະນໍາຂໍ້ມູນຫຼ້າສຸດມາສເນີຕໍ່ທ່ານໃນມື້ໜ້າ, ບ່ອນທີ່ເຮົາຈະສລຸບຜົນການແຂ່ງຂັນ ແລະເຫດການສຳຄັນອື່ນໆ.

ຄອຍຕິດຕາມຂ່າວຫຼ້າສຸດຢູ່ທີ່ World Cup Daily|ແລະຫຼາຍກວ່າ 90 Podcast.

ສໍາລັບຂ່າວ World Cup, ໃຫ້ໄປທີ່ SBS News Headlines, ບໍ່ວ່າທ່ານຈະຮັບ podcast ຢູ່ໃສກໍຕາມ.

ຮວບຮວມໂດຍ Haylena Krishnamoorthy ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao

ການສລຸບເຫດການຕ່າງໆ ຂອງ FIFA World Cup 2026.


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now