Watch FIFA World Cup 2026™

LIVE, FREE and EXCLUSIVE

ຄື້ນຄວາມຮ້ອນ ໃນຢູໂຣບ.

Poland scorches under level 3 extreme heat warnings
ຜູ້ຄົນພະຍາຍາມໜີຄວາມຮ້ອນ ໃນ Lake Piaseczno, ໃນ Poland. Credit: Wojtek Jargilo/EPA

ອົງການອະນາມັຍໂລກ (The World Health Organisation) ກ່າວວ່າ ມີຜູ້ເສັຍຊີວິດຫລາຍກວ່າ 1 300 ຄົນ ທີ່ອາດກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ໃນລະດູຮ້ອນ ທີ່ບໍ່ເຄີຍເປັນມາກ່ອນໃນຢູໂຣບ. ຜູ້ຊ່ຽວຊານກ່າວວ່າ ດ້ວຍພາວະໂລກຮ້ອນ ເຮັດໃຫ້ຄື້ນຄວາມຮ້ອນ ເກີດຂຶ້ນເລື້ອຍໆ, ຮຸນແຮງ ແລະເປັນອັນຕະລາຍເຖິງແກ່ຊີວິດຫຼາຍຂຶ້ນ, ຢູໂຣບ ຈຶງມີຄວາມສ່ຽງຫລາຍເປັນພິເສດ ເມື່ອກ່າວເຖິງ ອຸນຫະພູມທີ່ເພີ່ມສູງຂຶ້ນ.


Published

By Angelica Waite

Presented by Sak Phoumirath

Source: SBS



Share this with family and friends


ອົງການອະນາມັຍໂລກ (The World Health Organisation) ກ່າວວ່າ ມີຜູ້ເສັຍຊີວິດຫລາຍກວ່າ 1 300 ຄົນ ທີ່ອາດກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ໃນລະດູຮ້ອນ ທີ່ບໍ່ເຄີຍເປັນມາກ່ອນໃນຢູໂຣບ. ຜູ້ຊ່ຽວຊານກ່າວວ່າ ດ້ວຍພາວະໂລກຮ້ອນ ເຮັດໃຫ້ຄື້ນຄວາມຮ້ອນ ເກີດຂຶ້ນເລື້ອຍໆ, ຮຸນແຮງ ແລະເປັນອັນຕະລາຍເຖິງແກ່ຊີວິດຫຼາຍຂຶ້ນ, ຢູໂຣບ ຈຶງມີຄວາມສ່ຽງຫລາຍເປັນພິເສດ ເມື່ອກ່າວເຖິງ ອຸນຫະພູມທີ່ເພີ່ມສູງຂຶ້ນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄື້ນຄວາມຮ້ອນ ໃນຢູໂຣບ.

ອົງການອະນາມັຍໂລກ (The World Health Organisation) ກ່າວວ່າ ມີຜູ້ເສັຍຊີວິດຫລາຍກວ່າ 1 300 ຄົນ ທີ່ອາດກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ໃນລະດູຮ້ອນ ທີ່ບໍ່ເຄີຍເປັນມາກ່ອນໃນຢູໂຣບ.

ໃນຂນະທີ່ຄວາມຮ້ອນ ເຄື່ອນໂຕໄປທາງຕາເວັນອອກ, ສະຖິຕິອຸນຫະພູມຕລອດການ ໄດ້ຖືກທໍາລາຍໃນປະເທດ Germany, Poland ແລະ the Czech Republic.

ຜູ້ຊ່ຽວຊານກ່າວວ່າ ດ້ວຍພາວະໂລກຮ້ອນ ເຮັດໃຫ້ຄື້ນຄວາມຮ້ອນ ເກີດຂຶ້ນເລື້ອຍໆ, ຮຸນແຮງ ແລະເປັນອັນຕະລາຍເຖິງແກ່ຊີວິດຫຼາຍຂຶ້ນ, ຢູໂຣບ ຈຶງມີຄວາມສ່ຽງຫລາຍເປັນພິເສດ ເມື່ອກ່າວເຖິງ ອຸນຫະພູມທີ່ເພີ່ມສູງຂຶ້ນ.

Angelica Waite ລາຍງານ

ໃນເມືອງ Berlin, ນີ້ຄືສຽງຂອງຕໍາຫລວດ ທີ່ສີດປືນນ້ຳ ໃສ່ຝູງຊົນທີ່ຊອກຫາການບັນເທົາ ຈາກຄວາມຮ້ອນອົບເອົ້າ.

ວິທີການເຮັດໃຫ້ເຢັນ ທີ່ບໍ່ທັມມະດາ ໄດ້ໃຫ້ການບັນເທົາຊົ່ວຄາວ, ເພາະ Germany ໄດ້ປະສົບກັບມື້ທີ່ຮ້ອນທີ່ສຸດ ເປັນປວັດການ, ໂດຍສ້າງສະຖິຕິສູງສຸດໃໝ່ຂອງປະເທດ ເຖິງ 41 ຈຸດ 7 ອົງສາ ໃນທ້າຍອາທິດ.

ສະຖິຕິຄວາມຮ້ອນ ກໍໄດ້ຖືກທໍາລາຍໃນ the Czech Republic ເຊັ່ນກັນ, ໂດຍບັນທຶກອຸນຫະພູມ ສູງທີ່ສຸດເປັນປວັດການ ທີ່ 41 ຈຸດ 1 ອົງສາ ໃນເມືອງ Doksany, ທາງເຫນືອຂອງ Prague ໃນວັນອາທິດ.

Raquel Sequeira ນັກສຶກສາຄົນຫນຶ່ງທີ່ ອາສັຍຢູ່ເມືອງ Prague ເວົ້າວ່າ ເປັນເລື່ອງຍາກ ທີ່ຈະຊອກຫາຄວາມບັນເທົາໃດໆ.

"ມີເຄື່ອງປັບອາກາດຫນ້ອຍຫລາຍ. ຢູ່ໃນ flat ຂອງຂ້ອຍ ບໍ່ມີເຄື່ອງທຳຄວາມເຢັນ, ສະນັ້ນ ຂ້ອຍຈຶ່ງປິດຜ້າກັ້ງຫມົດມື້ ແລະເປີດປ່ອງຢ້ຽມ ໃນຕອນກາງຄືນ ເພື່ອໃຫ້ເຢັນລົງຈັກໜ່ອຍ. ແຕ່ຂ້ອຍພຽງແຕ່ຍອມຮັບວ່າ ເຫື່ອຂ້ອຍຈະອອກຫຼາຍ ໃນເດືອນຫນ້າ."

ຂ້າມຊາຍແດນໄປທີ່ Poland, ອຸນຫະພູມສູງ ຂອງປະເທດຢູ່ທີ່ 40 ຈຸດ 5 ອົງສາ ໄດ້ຖືກບັນທຶກໄວ້ໃນເມືອງ Slubice ຢູ່ພາກຕາເວັນຕົກຂອງປະເທດ ໃນວັນອາທິດ.

Lee Hunter, ຜູ້ເດີນທາງຈາກປະເທດອັງກິດ ຢູ່ໃນເມືອງຫລວງ Warsaw, ຊຶ່ງອຸນຫະພູມສູງເຖິງ 37 ຈຸດ 6 ອົງສາ ໃນທ້າຍອາທິດ, ທໍາລາຍສະຖິຕິຂອງເມືອງ.

"ຂ້ອຍຄາດບໍ່ເຖິງວ່າ ອາກາດຈະຮ້າຍແຮງປານນີ້. ຂ້ອຍຄິດວ່າ ປະເທດ Poland ຈະ okay, ຄຶດວ່າ ຈະປະມານ 20 ອົງສາ, ແຕ່ນີ້ມັນຮ້ອນເກີນໄປ."

ໃນຂນະທີ່ຄວາມຮ້ອນ ຍັງເຄື່ອນໂຕໄປທາງຕາເວັນອອກທົ່ວທະວີບ, ອົງການອະນາມັຍໂລກ (WHO) ເຕືອນວ່າ ອຸນຫະພູມທີ່ສູງຂຶ້ນ ກໍາລັງກໍ່ໃຫ້ເກີດຄວາມສ່ຽງອັນໃຫຍ່ຫລວງ ຕໍ່ສຸຂະພາບ.

ໃນຖແລງການ, Tedros Adhanom Ghebreyesus, ຫົວຫນ້າຂອງ WHO,ກ່າວວ່າ ມີຫລາຍກວ່າ 1,300 ຄົນ ໄດ້ເສັຍຊີວິດໃນຢູໂຣບ ນັບແຕ່ວັນທີ 21 ມິຖຸນາ.

ໃນປະເທດຝຣັ່ງ, ບ່ອນທີ່ອຸນຫະພູມສູງສຸດ ໃນອາທິດຜ່ານມານີ້, ຫນ່ວຍງານດ້ານສຸຂະພາບແຫ່ງຊາດກ່າວວ່າ ມີຫລາຍກວ່າ 1,000 ຄົນ ທີ່ເສັຍຊີວິດ ໃນປະເທດນີ້ ແມ່ນກ່ຽວຂ້ອງກັບຄື້ນຄວາມຮ້ອນທີ່ຮຸນແຮງ.

Dr Ghebreyesus ກ່າວວ່າ ອຸນຫະພູມສູງ ຈົນເປັນອັນຕະລາຍເຫລົ່ານີ້ ກໍາລັງກາຍເປັນເລື່ອງທັມມະດາ ທົ່ວທະວີບ.

"ຢູໂຣບ ເປັນທະວີບທີ່ຮ້ອນໄວທີ່ສຸດຢູ່ໃນໂລກ, ມີຄວາມຮ້ອນສອງເທົ່າຂອງຄ່າສະເລັ່ຍຂອງໂລກ. ຕອນນີ້ 150 ລ້ານຄົນ ກຳລັງອາສັຍຢູ່ພາຍໃຕ້ຄວາມຮ້ອນສູງ, ມີຫລາຍຮ້ອຍຄົນ ໄດ້ເສັຍຊີວິດ, ໂຮງຮຽນຖືກປິດ, ການຈ່າຍໄຟຟ້າ ກໍທຳງານໜັກ. ປາກົດການຂອງຄື້ນຄວາມຮ້ອນ "ເທື່ອດຽວໃນຊົ່ວອາຍຸຄົນ (Once-in-a-Generation)" ກໍາລັງເກີດຂຶ້ນເກືອບທຸກປີ ໂດຍທີ່ຖືກກະຕຸ້ນໂດຍ ການປ່ຽນແປງສະພາບອາກາດ ແລະພາວະໂລກຮ້ອນ. ພວກເຮົາໄດ້ຮັບຄຳເຕືອນແລ້ວ."

ນັກວິທະຍາສາດຈາກກຸ່ມ World Weather Attribution ກ່າວວ່າ ຄື້ນຄວາມຮ້ອນນີ້ ເປັນຄື້ນທີ່ຮຸນແຮງທີ່ສຸດ ໃນທະວີບຢູໂຣບທີ່ ເຄີຍບັນທຶກໄວ້.

Dr. Andrew Watkins ເປັນຜູ້ຊ່ວຍສາດສະດາຈານ ທີ່ the School of Earth Atmosphere and Environment ທີ່ ມະຫາວິທະຍາລັຍ Monash, ແລະເປັນສະມາຊິກຂອງ the Australian Climate Council.

ລາວກ່າວວ່າ ຊ່ວງເວລາຂອງການເກີດຂຶ້ນຂອງຄື້ນຄວາມຮ້ອນໃນຢູໂຣບ ໜ້າເປັນຫ່ວງເປັນພິເສດ.

"ໃນຢູໂຣບ, ມັນຍັງບໍ່ແມ່ນຈຸດສູງສຸດ ຂອງລະດູຮ້ອນຂອງເຂົາເຈົ້າເທື່ອ.ຖ້າແມ່ນອອສເຕຣເລັຍ ກໍເທົ່າກັບເດືອນທັນວາ. ເຮົາບໍ່ຄາດວ່າ ຈະທໍາລາຍ ໃນຕອນຕົ້ນຂອງລະດູຮ້ອນ. ເຮົາຄາດວ່າ ສະຖິຕິຈະຖືກທໍາລາຍໃນຫນຶ່ງເດືອນ, 6 ອາທິດ ຫລັງຈາກວັນທີ່ຍາວທີ່ສຸດຂອງປີ (the Summer Solstice). ສະນັ້ນ, ສະຖິຕິຄວນຖືກທໍາລາຍໃນເດືອນກໍລະກົດ ຫລືເດືອນສິງຫາ, ແລະໃນອະດີດ, ນັ້ນຄືຕອນທີ່ສິ່ງເຫລົ່ານັ້ນເກີດຂຶ້ນ."

ຄື້ນຄວາມຮ້ອນ ເກີດຂຶ້ນເມື່ອອຸນຫະພູມສເລັ່ຍຮ້ອນເກີນໄປ ເປັນເວລາຢ່າງໜ້ອຍ ສາມມື້ຕິດຕໍ່ກັນ.

Mr Watkins ກ່າວວ່າ ຄວາມຮ້ອນທີ່ທໍາລາຍສະຖິຕິນັ້ນ ກໍເປັນຫນ້າເປັນຫ່ວງນໍາອີກ ເພາະໄລຍະຄວາມຍາວນານຂອງມັນ, ຍົກຕົວຢ່າງ, ກຸງ Paris ໄດ້ບັນທຶກ 36 ອົງສາ ຫລືຮ້ອນກວ່າເປັນເວລາ 10 ມື້ຕິດຕໍ່ກັນ.

ລາວກ່າວວ່າ ຫລັກຖານໃນປະຈຸບັນ ສະແດງໃຫ້ເຫັນວ່າ ຄວາມຮ້າຍແຮງຂອງເຫດການນີ້ ເກືອບຈະເປັນໄປບໍ່ໄດ້ ໃນຕອນຕົ້ນຂອງລະດູຮ້ອນ ຖ້າຫາກບໍ່ມີການປ່ຽນແປງ ສະພາບອາກາດ.

"ນິ້ວມື ຊີ້ໄປຫາການປ່ຽນແປງສະພາບອາກາດ. ການຄົ້ນຄວ້າກ່ຽວກັບການປ່ຽນແປງອາກາດ ເມື່ອບໍ່ດົນມານີ້ ຊີ້ບອກວ່າ ລະດັບຂອງຄື້ນຄວາມຮ້ອນ ທີ່ເກີດຂຶ້ນໃນເດືອນມິຖຸນາຢ່າງໄວນັ້ນ ເກືອບຈະເປັນໄປບໍ່ໄດ້. 50 ປີກ່ອນ, ມັນເປັນເລື່ອງທີ່ບໍ່ດົນມານີ້, ໂດຍພື້ນຖານແລ້ວ ມັນບໍ່ສາມາດເກີດຂຶ້ນ. ສະນັ້ນ, ເຂົາເຈົ້າຈຶ່ງຊີ້ນິ້ວມື ໃສ່ການປ່ຽນແປງສະພາບອາກາດ ແລະການເຜົາໄໝ້ນ້ຳມັນ, ຖ່ານຫີນ ແລະແກັສ."

Mr Watkins ກ່າວວ່າ ໃນ 50 ປີ ກ່ອນປີ 2000, ຢູໂຣບໄດ້ປະສົບກັບຄື້ນຄວາມຮ້ອນ 5 ເທື່ອ, ໃນຂນະທີ່ 26 ປີທີ່ຜ່ານມາ, ມັນເກີດຂຶ້ນ 22 ເທື່ອ.

ແລະມັນເປັນປະເພດຂອງຄວາມຮ້ອນ ທີ່ຢູໂຣບປະສົບ ທີ່ເຮັດໃຫ້ຄື້ນຄວາມຮ້ອນ ທີ່ນັບມື້ນັບມີເລື້ອຍຂຶ້ນເຫຼົ່ານີ້ ເປັນອັນຕະລາຍຫລາຍ.

"ຕາມທັມມະດາແລ້ວ, ຢູໂຣບບໍ່ແມ່ນເຂດທີ່ມີຄວາມຮ້ອນສູງ. ເຮົາຄິດກ່ຽວກັບທະເລຊາຍ Sahara. ເຮົາຄິດກ່ຽວກັບອອສເຕຣເລັຍ. ເຮົາຄິດກ່ຽວກັບ Death Valley ໃນສະຫະຣັດອາເມຣິກາ. ແຕ່ເຖິງແມ່ນວ່າ ຄວາມຮ້ອນອາດປຽບທຽບບໍ່ໄດ້ກັບອຸນຫະພູມ, ແຕ່ບັນຫາທີ່ທ່ານມີ ຢູ່ໃນຢູໂຣບ ກໍຄືອາກາດຈະມີຄວາມຫຼາຍກວ່າ. ແລະຄວາມອົບເອົ້ານັ້ນ ຫມາຍຄວາມວ່າ ຮ່າງກາຍຂອງເຮົາ ບໍ່ສາມາດເຢັນລົງ ຄືກັນກັບໃນຄວາມຮ້ອນທີ່ແຫ້ງກວ່າ. ສະນັ້ນ, ເວົ້າອີກຢ່າງຫນຶ່ງ, ທ່ານບໍ່ມີການລະເຫີຍຂອງເຫື່ອ ອອກຈາກຜິວຫນັງ. ສະນັ້ນ, ມັນຈຶ່ງຍາກສໍາລັບຮ່າງກາຍຂອງທ່ານ ທີ່ຈະເຢັນລົງ."

Mr Watkins ກ່າວວ່າ ຜູ້ສູງອາຍຸ ແລະເດັກນ້ອຍ ມີຄວາມສ່ຽງເປັນພິເສດ ຕໍ່ຄວາມເຄັ່ງຕຶງ ຈາກຄວາມຮ້ອນ, ຊຶ່ງລະບົບລະບາຍຄວາມຮ້ອນ ຕາມທັມມະຊາດຂອງຕົນເອງ ທໍາງານບໍ່ໄດ້ດີ.

ລາວເວົ້າວ່າ ອາຄານທີ່ຜູ້ຄົນອາສັຍ ແລະທໍາງານ ກໍບໍ່ພ້ອມທີ່ຈະປົກປ້ອງຜູ້ຄົນ ຈາກຄວາມຮ້ອນເຊັ່ນກັນ.

"ພຽງແຕ່ 10 ເປີເຊັນຂອງສະຖານທີ່ເທົ່ານັ້ນ ທີ່ມີເຄື່ອງປັບອາກາດ. ເປີເຊັນຂອງເຄື່ອງປັບອາກາດຕ່ຳຫລາຍ. ສະຖານທີ່ສ່ວນຫລາຍ ຖືກອອກແບບ ເພື່ອເກັບຄວາມຮ້ອນ ແທນທີ່ຈະປ່ອຍຄວາມຮ້ອນອອກໄປ. ແລະສະນັ້ນ ມັນຈຶ່ງເປັນການປະສົມກັນ ທີ່ອັນຕະລາຍຫລາຍ ທີ່ເຮົາມີຢູ່ໃນຢູໂຣບ, ຫນ້າເສັຍໃຈ ທີ່ມັນເປັນການປ່ຽນແປງສະພາບອາກາດ ທີ່ປ່ຽນແປງອາກາດ ຂອງເຂົາເຈົ້າຢ່າງໄວ ຈົນເຂົາເຈົ້າບໍ່ມີເວລາພໍ ທີ່ຈະປັບຕົວ ເຂົ້າກັບສະພາບອາກາດໃຫມ່ ທີ່ເຂົາເຈົ້າກໍາລັງປະສົບຢູ່ໃນເວລານີ້."

ພາຍໃຕ້ຂໍ້ຕົກລົງ Paris (the Paris Agreement), ປະເທດຕ່າງໆ ໄດ້ຕົກລົງ ທີ່ຈະຫລຸດຜ່ອນ ການປ່ອຍອາຍເຮືອນແກ້ວ (Greenhouse Gas Emissions) ທົ່ວໂລກຢ່າງຫລາຍ ແລະພະຍາຍາມ ຈໍາກັດພາວະໂລກຮ້ອນໃຫ້ເຫຼືອ 1 ຈຸດ 5 ອົງສາ ສູງກວ່າລະດັບກ່ອນອຸດສະຫະກັມ (Pre-industrial Levels).

ໃນຕົ້ນປີນີ້, ສຳນັກງານສະພາບພູມອາກາດ ຂອງສະຫະປະຊາຊາດ (the UN Climate Agency) ຄາດການວ່າ ອຸນຫະພູມສະເລັ່ຍຂອງໂລກ ລະຫວ່າງປີ 2026 ແລະ 2030 ຈະເກີນກວ່າມາດຕະຖານນີ້ ເຖິງ 75 ເປີເຊັນ.

Mr Watkins ກ່າວວ່າ ຖ້າຫາກເຮົາບໍ່ຢຸດພາວະໂລກຮ້ອນ, ຄື້ນຄວາມຮ້ອນທີ່ຮ້າຍແຮງ ດັ່ງທີ່ຢູໂຣບກໍາລັງປະສົບຢູ່ ຈະເກີດຂຶ້ນເລື້ອຍໆ ແລະເປັນອັນຕະລາຍຫລາຍຂຶ້ນ.

"ພາວະໂລກຮ້ອນ ບໍ່ພຽງແຕ່ຫມາຍຄວາມວ່າ ການປ່ຽນແປງເລັກນ້ອຍ ໃນອຸນຫະພູມຂອງໂລກເທົ່ານັ້ນ. ນັ້ນບໍ່ໄດ້ແມ່ນສິ່ງທີ່ຈະສົ່ງຜົນກະທົບຕໍ່ເຮົາ, ແຕ່ສິ່ງທີ່ຈະສົ່ງຜົນກະທົບຕໍ່ເຮົາ ໃນຖານະມະນຸດ ຄືຄວາມຮຸນແຮງ ທີ່ເຮົາໄດ້ເຫັນເກີດຂຶ້ນເລື້ອຍໆເຫລົ່ານີ້. ຂ້າພະເຈົ້າມັກເວົ້າກັບຜູ້ຄົນວ່າ, ຖ້າຫາກທ່ານຢູ່ແຄມທະເລ, ທ່ານກໍມີຜາສາດດິນຊາຍ (Sandcastle). ແມ່ນຫຍັງທີ່ທໍາລາຍຜາສາດດິນຊາຍ? ມັນເປັນນ້ຳທະເລທີ່ສູງຂຶ້ນຢ່າງຊ້າໆ ຫລືຄື້ນຟອງທະເລ? ແລະເຮົາທຸກຄົນກໍຮູ້ວ່າ ຜາສາດດິນຊາຍ(Sandcastle) ຖືກຄື້ນທະເລພັດຈົນລົ້ມ ດ້ວຍຄວາມຮຸນແຮງ, ດົນນານ ກ່ອນທີ່ມັນຈະຖືກນ້ຳຖ້ວມ. ສະນັ້ນ, ຄວາມຮຸນແຮງເຫລົ່ານີ້ ຈຶ່ງເປັນສິ່ງທີ່ເຮົາເປັນຫ່ວງຫລາຍ, ໂດຍສະເພາະຖ້າຫາກມັນເພີ່ມຂຶ້ນເລື້ອຍໆ."

ລາຍງານໂດຍ Angelica Waite ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now