Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ຄື້ນຄວາມຮ້ອນກ່ອນລະດູ ໃນຢູໂຣບ.

FILE - People walk at Trocadero plaza near the Eiffel Tower during a heat wave July 2, 2025, in Paris. (AP Photo-Christophe Ena, File).jpg

ຜູ້ຄົນຍ່າງໃນ Trocadero plaza ໃກ້ກັບ the Eiffel Tower ໃນຊ່ວງຄື້ນຄວາມຮ້ອນ 2, ມີຖຸນາ 2025, ໃນ Paris.

ຢູໂຣບຕາເວັນຕົກສ່ວນໃຫຍ່ ກຳລັງປະເຊີນກັບຄື້ນຄວາມຮ້ອນ ກ່ອນລະດູ, ຊຶ່ງນໍາໄປສູ່ການເຕືອນ ເລື່ອງສຸຂະພາບທົ່ວທະວີບ. ຜູ້ຊ່ຽວຊານດ້ານສະພາບອາກາດກ່າວວ່າ ລະດູໃບໄມ້ປົ່ງ ທີ່ຮ້ອນອົບເອົ້າເຫລົ່ານີ້ ຈະກາຍເປັນເລື່ອງທັມມະດາຫລາຍຂຶ້ນ ໃນຫລາຍປີຂ້າງຫນ້າ, ຊຶ່ງເປັນຄວາມທ້າທາຍອັນໃຫຍ່ຫລວງ ສໍາລັບຣັດຖະບານ. ແຕ່ Stephen Dixon ຈາກຫນ່ວຍງານບໍຣິການສະພາບອາກາດ ຂອງປະເທດອັງກິດ, ທີ່ຮູ້ຈັກກັນໃນນາມ the Met Office, ກ່າວວ່າ ມັນໄວເກີນໄປ ທີ່ຈະບອກວ່າ ສະພາບການຈະຮ້າຍແຮງຂຶ້ນ ຫລືບໍ່ ກ່ອນທີ່ມັນຈະດີຂຶ້ນ.


Published

By Deborah Groarke

Presented by Sak Phoumirath

Source: SBS



Share this with family and friends


ຢູໂຣບຕາເວັນຕົກສ່ວນໃຫຍ່ ກຳລັງປະເຊີນກັບຄື້ນຄວາມຮ້ອນ ກ່ອນລະດູ, ຊຶ່ງນໍາໄປສູ່ການເຕືອນ ເລື່ອງສຸຂະພາບທົ່ວທະວີບ. ຜູ້ຊ່ຽວຊານດ້ານສະພາບອາກາດກ່າວວ່າ ລະດູໃບໄມ້ປົ່ງ ທີ່ຮ້ອນອົບເອົ້າເຫລົ່ານີ້ ຈະກາຍເປັນເລື່ອງທັມມະດາຫລາຍຂຶ້ນ ໃນຫລາຍປີຂ້າງຫນ້າ, ຊຶ່ງເປັນຄວາມທ້າທາຍອັນໃຫຍ່ຫລວງ ສໍາລັບຣັດຖະບານ. ແຕ່ Stephen Dixon ຈາກຫນ່ວຍງານບໍຣິການສະພາບອາກາດ ຂອງປະເທດອັງກິດ, ທີ່ຮູ້ຈັກກັນໃນນາມ the Met Office, ກ່າວວ່າ ມັນໄວເກີນໄປ ທີ່ຈະບອກວ່າ ສະພາບການຈະຮ້າຍແຮງຂຶ້ນ ຫລືບໍ່ ກ່ອນທີ່ມັນຈະດີຂຶ້ນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄື້ນຄວາມຮ້ອນກ່ອນລະດູ ໃນຢູໂຣບ.

ເຈົ້າຫນ້າທີ່ໃນປະເທດ France ກ່າວວ່າ ຢ່າງຫນ້ອຍເຈັດຄົນ ໄດ້ເສັຍຊີວິດ ເພາະອຸນຫະພູມທີ່ອົບເອົ້າ ຢ່າງຜິດລະດູ, ໃນຂນະທີ່ປະເທດອັງກິດ ໄດ້ບັນທຶກສະຖິຕິສູງສຸດໃໝ່ ໃນເດືອນພຶດສະພາ ເປັນມື້ທີສອງຕິດຕໍ່ກັນ.

ຢູໂຣບຕາເວັນຕົກສ່ວນໃຫຍ່ ຍັງຄົງປະເຊີນກັບຄື້ນຄວາມຮ້ອນ ກ່ອນລະດູ, ຊຶ່ງນໍາໄປສູ່ການເຕືອນ ເລື່ອງສຸຂະພາບທົ່ວທະວີບ.

Deborah Groarke ລາຍງານ.

ໃນປະເທດ France, ເມື່ອລະດູຮ້ອນມາເຖິງ, ຕາມປົກກະຕິແລ້ວຊາວ Parisians ຈະເດີນທາງໄປແຄມທະເລ ເພາະເມືອງຫລວງຂອງ France ອາດເປັນບ່ອນເກັບຮ້ອນ.

ຕາມປົກກະຕິແລ້ວ ຄວາມຮ້ອນໃນເດືອນພຶດສະພາ ຈະພໍທົນໄດ້-ແມ່ນແຕ່ເດືອນມິຖຸນາ-ແຕ່ບໍ່ແມ່ນປີນີ້, ອີງຕາມ Phonsie Oshea ນັກທ່ອງທ່ຽວຈາກ Isle of Man.

"ມັນຍັງເປັນເດືອນພຶດສະພາ, ແລະຂ້າພະເຈົ້າຄິດວ່າ ມັນຕ້ອງເປັນແນວນັ້ນ, 34 ອົງສາໃນ Paris, ຂ້າພະເຈົ້າຄາດວ່າ ຈະເປັນເດືອນສິງຫາ ຫລືເດືອນກໍລະກົດ. ແຕ່ເມື່ອຂ້າພະເຈົ້າມາທີ່ນີ້ ໃນເດືອນພຶດສະພາ, ຂ້າພະເຈົ້າຄິດວ່າ ມັນຈະເຢັນກວ່ານີ້ຫນ້ອຍຫນຶ່ງ, ບາງທີຢູ່ລະຫວ່າງ 20 ປາຍອົງສາ."

ລະບົບຄວາມກົດອາກາດສູງ ຫລື 'ໂດມຄວາມຮ້ອນ (Heat Dome)' ກໍາລັງເຮັດໃຫ້ ທ້າຍລະດູໃບໄມ້ປົ່ງ ຮູ້ສຶກວ່າເປັນລະດູຮ້ອນທົ່ວຢູໂຣບ.

ໃນປະເທດ Italy, ເດືອນພຶດສະພາ ເປັນຊ່ວງເວລາທີ່ ນັກທ່ອງທ່ຽວນິຍົມ, ແລະຕາມປົກກະຕິແລ້ວ, ມັນຈະມີແດດ…ແຕ່ບໍ່ຮ້ອນປານໃດ.

ແຕ່ມື້ນີ້, ຜູ້ມາຢ້ຽມຢາມຄົນນີ້ເວົ້າວ່າ ມັນຮ້ອນຫຼາຍ.

"ຮ້ອນຫລາຍ. ຂ້ອຍຮູ້ສຶກວ່າ ບໍ່ວ່າຂ້ອຍຈະໄປໃສກໍຕາມ ກໍຈະຮູ້ສຶກເຖິງຄວາມຮ້ອນນັ້ນ."

ແມ່ນແຕ່ໃນເຂດທີ່ຮູ້ດີວ່າ ບໍ່ຮ້ອນຫລາຍເກີນໄປ ກໍຍັງຮູ້ສຶກເຖິງການເຜົາໄໝ້ ຈາກຄວາມຮ້ອນ.

ທີ່ເມືອງ Bratislava ເມືອງຫລວງຂອງປະເທດ Slovakia, ອຸນຫະພູມໄດ້ຂຶ້ນສູງເຖິງ 30 ອົງສາ, ຊຶ່ງແມ່ນ 8 ອົງສາ ສູງກວ່າອຸນຫະພູມສເລັ່ຍ ຂອງທ້າຍເດືອນພຶດສະພາ.

Veronika ຊາວເມືອງເວົ້າວ່າ ນາງໄດ້ສັງເກດເຫັນສິ່ງຕ່າງໆໄດ້ປ່ຽນໄປ.

"ແທ້ຈິງແລ້ວ, ສະພາບອາກາດກໍາລັງປ່ຽນແປງ ເປັນເວລາຫລາຍປີແລ້ວ. ມັນບໍ່ໄດ້ເກີດຂຶ້ນພຽງໃນປັດຈຸບັນ. ມັນເປັນມານານແລ້ວ."

ສໍາລັບບາງຄົນ, ຄວາມຮ້ອນນັ້ນ ເປັນອັນຕະຣາຍຫລາຍ.

Maud Bregeon ໂຄສົກຂອງຣັດຖະບານ France ໄດ້ເນັ້ນເຖິງລາຍງານວ່າ ຢ່າງຫນ້ອຍມີເຈັດຄົນ ໄດ້ເສັຍຊີວິດ ທີ່ອາດກ່ຽວຂ້ອງກັບອຸນຫະພູມສູງ, ຮວມເຖິງຫ້າຄົນ ທີ່ຈົມນ້ຳຕາຍ ແລະສອງຄົນ ຕາຍໃນການແຂ່ງຂັນກິລາ.

ກະຊວງສາທາຣະນະສຸກຂອງປະເທດ Italy ໄດ້ໄດ້ກຳໜົດໃຫ້ 15 ເມືອງ ຢູ່ພາຍໃຕ້ການເຕືອນລະດັບ 'Orange' (ລະດັບກາງ), ໃນຂນະທີ່ຫນ່ວຍຄວາມປອດພັຍດ້ານສຸຂະພາບ ຂອງປະເທດອັງກິດ ກໍໄດ້ອອກຄໍາເຕືອນເລື່ອງສຸຂະພາບລະດັບ Amber ສໍາລັບພື້ນທີ່ສ່ວນໃຫຍ່ຂອງປະເທດ, ເຕືອນເຖິງຄວາມສ່ຽງຕໍ່ສຸຂະພາບ, ໂດຍສະເພາະ ໃນບັນດາຜູ້ສູງອາຍຸ.

ທົ່ວປະເທດອັງກິດ, ສະພາບການໄດ້ຊ່ອຍກະຕຸ້ນໄຟໄຫມ້ປ່າ, ຮວມທັງ Arthur's Seat, ຊຶ່ງຕັ້ງຢູ່ເໜືອເມືອງ Edinburgh.

ວັນຈັນ ເປັນມື້ທີ່ຮ້ອນທີ່ສຸດຂອງເດືອນພຶດສະພາ ທີ່ເຄີຍບັນທຶກໄວ້ໃນປະເທດອັງກິດ-ຈົນເຖິງວັນອັງຄານ ເມື່ອອຸນຫະພູມສູງກວ່າ 35 ອົງສາ.

ບາງຄົນ ກໍຮັບມືກັບເລື່ອງນີ້ດ້ວຍຕົນເອງ.

Simon Griffiths ເປັນຜູ້ສ້າງຕັ້ງ ແລະຜູ້ຈັດພິມວາຣະສານ Outdoor Swimmer, ແລະເປັນຜູ້ນໍາຜູ້ຄົນກຸ່ມຫນຶ່ງ ທີ່ສວຍໂອກາດໃຊ້ບ່ອນອາບນ້ຳ ທີ່ຫາກໍຖືກຈັດໄວ້ໃໝ່ໃນແມ່ນ້ຳ Thames.

"ຂ້ອຍໄດ້ອາສັຍຢູ່ທີ່ນີ້ ເປັນເວລາ 25 ປີແລ້ວ. ສະນັ້ນ, ຂ້ອຍໄດ້ອາບນ້ຳຢູ່ທີ່ນີ້ເລື້້ອຍໆ. ແຕ່ໃນໄລຍະທີ່ໂຣກລະບາດ, ຫລາຍຄົນໄດ້ມາທີ່ນີ້. ແລະພວກເຮົາໄດ້ຈັດກຸ່ມຂຶ້ນ ທັນທີທີ່ພວກເຮົາໄດ້ຮັບອະນຸຍາດ ໃຫ້ມີສັງຄົມຫລາຍຂຶ້ນ. ພວກເຮົາລົງຫຼິ້ນນ້ຳຢູ່ທີ່ນີ້, ບາງເທື່ອລອຍຂື້ນໄປຮອດເມືອງ Kingston ແລະແລ້ວ ກໍມີອີກກຸ່ມຫນຶ່ງທີ່ມາທີ່ນີ້. ແລະບາງຄົນກໍລອຍນ້ຳໄລຍະໄກ. ບາງຄົນພຽງແຕ່ລົງນ້ຳ ແລະລອຍຫຼິ້ນຊື່ໆ."

ຜູ້ຊ່ຽວຊານດ້ານສະພາບອາກາດກ່າວວ່າ ລະດູໃບໄມ້ປົ່ງ ທີ່ຮ້ອນອົບເອົ້າເຫລົ່ານີ້ ຈະກາຍເປັນເລື່ອງທັມມະດາຫລາຍຂຶ້ນ ໃນຫລາຍປີຂ້າງຫນ້າ, ຊຶ່ງເປັນຄວາມທ້າທາຍອັນໃຫຍ່ຫລວງ ສໍາລັບຣັດຖະບານ.

ນັ້ນເປັນເພາະ ເມືອງຢ່າງ London ບໍ່ໄດ້ຖືກອອກແບບ ໃຫ້ຮັບມືກັບຄວາມຮ້ອນ ທີ່ເກີດຂຶ້ນເລື້ອຍແບບນີ້.

ຜູ້ຢູ່ອາສັຍເຫລົ່ານີ້ເວົ້າວ່າ ບ້ານເຮືອນໄດ້ຖືກອອກແບບ ສໍາລັບອາກາດທີ່ບໍ່ມີຢູ່ອີກຕໍ່ໄປ.

WOMAN: "ມັນຢູ່ບໍ່ໄດ້. ຂ້ອຍຕ້ອງຕິດຕັ້ງເຄື່ອງປັບອາກາດ ຢູ່ໃນຫ້ອງນອນຂອງຂ້ອຍ."

MAN: "ຢູ່ທີ່ນີ້ມັນຮ້ອນຫລາຍ. ຫລາຍຄົນມີເຄື່ອງປັບອາກາດ...ມັນກໍໄຄແດ່. ແຕ່ຢູ່ທີ່ບ້ານບໍ່ມີເຄື່ອງປັບອາກາດ. ດັ່ງນັ້ນ ມັນຈຶ່ງຢູ່ຍາກຫຼາຍ.ມັນເປັນການດີ້ນລົນ."

ໃນທີ່ສຸດ ອຸນຫະພູມຄາດວ່າ ຈະເຢັນລົງຫນ້ອຍຫນຶ່ງ ໃນທ້າຍອາທິດ.

ນັ້ນເປັນເວລາ ທີ່ລະດູຮ້ອນຈະເລີ່ມຂຶ້ນ ຢ່າງເປັນທາງການ.

ແຕ່ Stephen Dixon ຈາກຫນ່ວຍງານບໍຣິການສະພາບອາກາດ ຂອງປະເທດອັງກິດ, ທີ່ຮູ້ຈັກກັນໃນນາມ the Met Office, ກ່າວວ່າ ມັນໄວເກີນໄປ ທີ່ຈະບອກວ່າ ສະພາບການຈະຮ້າຍແຮງຂຶ້ນ ຫລືບໍ່ ກ່ອນທີ່ມັນຈະດີຂຶ້ນ.

"ຊ່ວງເວລາທີ່ອົບອຸ່ນໃນລະດູໃບໄມ້ປົ່ງ ບໍ່ໄດ້ເປັນສິ່ງບົ່ງບອກເຖິງສະພາບ ທີ່ທ່ານຈະເຫັນຕລອດລະດູຮ້ອນ. ເຖິງແມ່ນວ່າ El Niño ກໍາລັງກໍ່ໂຕຂຶ້ນ, ແຕ່ມັນບໍ່ມີອິດທິພົນ ຕໍ່ຄວາມຮ້ອນໃນປະຈຸບັນ ທີ່ເຮົາກໍາລັງປະສົບຢູ່ໃນເວລານີ້ ແລະແນ່ນອນວ່າ ອິດທິພົນໃດໆ ຕໍ່ສະພາບອາກາດຂອງປະເທດອັງກິດ... ມັນເປັນຫນຶ່ງໃນຫລາຍປັດຈັຍ ທີ່ສາມາດມີອິດທິພົນ ຕໍ່ສະພາບອາກາດຂອງປະເທດອັງກິດ. ສະນັ້ນ, ເຮົາຕ້ອງເຂົ້າໃກ້ເວລານັ້ນຫຼາຍຂຶ້ນ ເພື່ອທຳຄວາມເຂົ້າໃຈ ກັບອິດທິພົນທີ່ອາດເກີດຂຶ້ນຈາກສິ່ງນັ້ນ."

ລາຍງານໂດຍ  Ben Lewis ໃນ London ແລະ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now