ໄຟໄຫມ້ປ່າຄັ້ງໃຫຍ່ ກໍາລັງທໍາລາຍພາກໃຕ້ຂອງຢູໂຣບ. ໄຟໄດ້ເຜົາຜານ ຫລາຍກວ່າ 42,000 Acres ທົ່ວປະເທດ Portugal, Spain, France ແລະ Greece, ຊຶ່ງເປັນເຂດທີ່ໃຫຍ່ກວ່າສອງເທົ່າຂອງManhattan ໃນສະຫະຣັດອາເມຣິກາ ແມ່ນແຕ່ການແຂ່ງຂັນຣົດຖີບ Tour de France ກໍຍັງໄດ້ຮັບຜົນກະທົບ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ລາຍງາຍກ່ຽວກັບໄຟໄຫມ້ປ່າໃນ ຢູໂຣບ.
ຫລາຍພັນຄົນ ໄດ້ຖືກບັງຄັບໃຫ້ອົບພະຍົບ ໃນບາງເຂດ ໃນຂນະທີ່ໄຟໄຫມ້ ໃນບາງສ່ວນຂອງຢູໂຣບ.
ຜູ້ຊົມ ກໍຖືກຫ້າມບໍ່ໃຫ້ຢືນຢູ່ຕາມເສັ້ນທາງຂອງ Tour de France ກ່ອນການແຂ່ງຂັນ ຂັ້ນທີສາມ ຂອງການແຂ່ງຂັນທີ່ໂດ່ງດັງ.
ເຈົ້າຫນ້າທີ່ກ່າວວ່າ ຄື້ນຄວາມຮ້ອນທີ່ທໍາລາຍສະຖິຕິ ແລະຝົນຕົກຫນ້ອຍ ໄດ້ປ່ຽນປ່າໄມ້ ແລະທົ່ງນາ ໃຫ້ກາຍເປັນເຕົາໄຟ, ໂດຍນັກພະຍາກອນເຕືອນວ່າ ສະພາບການທີ່ຮ້າຍແຮງຫລາຍກວ່ານັ້ນ ກໍາລັງຈະເກີດຂຶ້ນ.
Sydney Lang ລາຍງານ.
ໄຟໄຫມ້ປ່າຄັ້ງໃຫຍ່ ກໍາລັງທໍາລາຍພາກໃຕ້ຂອງຢູໂຣບ.
ໄຟໄດ້ເຜົາຜານ ຫລາຍກວ່າ 42,000 Acres ທົ່ວປະເທດ Portugal, Spain, France ແລະ Greece, ຊຶ່ງເປັນເຂດທີ່ໃຫຍ່ກວ່າສອງເທົ່າຂອງManhattan ໃນສະຫະຣັດອາເມຣິກາ.
ໃນ Portugal, Accuncao Almeida ຜູ້ອາສັຍກ່າວວ່າ ຜູ້ຄົນກໍາລັງດີ້ນລົນຢູ່.
"ສະຖານະການ ທີ່ເຮົາອາສັຍຢູ່ໃນຕອນນີ້ ແມ່ນລຳບາກຫລາຍ. ໄຟ, ແປວໄຟ ແລະຄວັນໄຟ ເຮັດໃຫ້ສະພາບການທົນບໍ່ໄຫວ. ນອກເຫນືອໄປຈາກຄວາມຢ້ານກົວທີ່ເຮົາທຸກຄົນມີ ຄືການຕື່ນຂຶ້ນມາ ແລະພົບວ່າບ້ານເຮືອນຂອງເຮົາຖືກໄຟໄຫມ້, ຍັງມີເຮືອນຫລາຍຫລັງຢູ່ໃກ້ໆ. ເຮືອນຂອງຂ້ອຍຢູ່ໄກກວ່ານັ້ນ, ແຕ່ອ້ອມຮອບດ້ວຍປ່າໄມ້. ນັບແຕ່ເຊົ້າຂອງວັນພະຫັດ ພວກເຮົາຢູ່ໃນສະຖານະການ ທີ່ຍາກລຳບາກຫລາຍ."
ໜ່ວຍງານທ້ອງຖິ່ນກ່າວວ່າ ຄື້ນຄວາມຮ້ອນ ທີ່ທໍາລາຍສະຖິຕິ ແລະຝົນຕົກຫນ້ອຍ ໄດ້ປ່ຽນປ່າໄມ້ ແລະທົ່ງນາ ໃຫ້ກາຍເປັນເຕົາໄຟ, ໂດຍນັກພະຍາກອນເຕືອນວ່າ ສະພາບການທີ່ຮ້າຍແຮງຫລາຍກວ່ານັ້ນ ກໍາລັງຈະເກີດຂຶ້ນ.
ຫນ່ວຍທະຫານຂອງ Spain ທີ່ຢູ່ໃນປະເທດ Portugal ເພື່ອຊ່ອຍເຫລືອໃນການດັບເພີງ, ໂດຍພື້ນທີ່ປ່າໄມ້ ຫລາຍກວ່າ 32,000 Acres ຖືກທໍາລາຍຢູ່ທາງເຫນືອຂອງປະເທດ.
Ms Almeida ກ່າວວ່າ ສະມາຊິກຂອງຊຸມຊົນ ກໍາລັງເຮັດສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ເພື່ອຊ່ອຍເຫລືອ.
"ຢ່າງທີ່ທ່ານສາມາດວາດພາບໄດ້, ຊຸມຊົນທັງຫມົດ ກໍກັງວົນ ແລະລໍຖ້າໃຫ້ສະພາບການຖືກແກ້ໄຂ. ຜູ້ດັບເພີງ ໄດ້ຊ່ອຍເຫລືອຢ່າງຫລວງຫລາຍ. ພວກເຮົາມາທີ່ນີ້ ເພື່ອແຈກຢາຍນ້ຳດື່ມ ໃຫ້ຜູ້ດັບເພີງ, ສໍາລັບຜູ້ທີ່ຕ້ອງການ, ເພາະຫລັງຈາກໄດ້ທໍາງານຢູ່ທີ່ນີ້ ເປັນເວລາຫລາຍຊົ່ວໂມງ, ເຫັນໄດ້ຢ່າງຊັດເຈນວ່າ ເຂົາເຈົ້າຕ້ອງດື່ມນ້ຳ. ພວກເຮົາຕ້ອງການຄວາມເຂັ້ມແຂງ ເພື່ອຈະຕໍ່ສູ້ຕໍ່ໄປ."
ໃນບ່ອນອື່ນ, ໄຟໄດ້ໄຫມ້ສວນອະງຸ່ນ ແລະປ່າໄມ້ ຢູ່ເກາະ Hvar ຂອງປະເທດ Croatia ແລະທີ່ Tale ໃນປະເທດ Albania.
ໃນປະເທດ Greece, ແປວໄຟຈາກໄຟໄຫມ້ປ່າ ໄດ້ທໍາລາຍໂຮງງານສອງແຫ່ງ ຢູ່ທາງເຫນືອ.
ຜູ້ດັບເພີງ ໄດ້ໃຊ້ຍົນຖິ້ມນ້ຳ ເພື່ອຕໍ່ສູ້ກັບໄຟ ໃນເຂດກະສິກັມ ແລະປ່າໄມ້ ໃກ້ເມືອງ Oreokastro, ທາງເຫນືອຂອງເມືອງ Thessaloniki.
ເຈົ້າຫນ້າທີ່ ຖືກບັງຄັບໃຫ້ຫນີຈາກພື້ນທີ່ໂດຍຮອບ, ຊຶ່ງຮວມເຖິງ Anastasios Chortokonidis.
"ຢູ່ຂ້າງຫລັງຂອງເຮົາ ມີໂຮງງານຜລິດເຄື່ອງເຮືອນ ຊຶ່ງຖືກທໍາລາຍຈົນຫມົດ....ບໍ່ມີຫຍັງເຫລືອຢູ່. ແລະດັ່ງທີ່ທ່ານເຫັນ, ນັບແຕ່ຫົກໂມງເຊົ້າ, ທັງຍົນ ແລະຍົນເຮລິຄອບເຕີ ໄດ້ເທນ້ຳຢ່າງຕໍ່ເນື່ອງ ເພື່ອມອດໄຟໃນໂຮງງານ."
ໃນພາກຕ່າງໆທົ່ວປະເທດ Portugal, Spain ແລະພາກໃຕ້ ຂອງປະເທດຝຣັ່ງ ໄດ້ເພີ່ມຄຳເຕືອນ ເລື່ອງຄວາມຮ້ອນ ໃນຫລາຍມື້ຂ້າງ ໜ້າ, ໂດຍຄາດວ່າ ອຸນຫະພູມຈະສູງກວ່າ 40 ອົງສາ Celsius ສໍາລັບບາງເຂດ.
ໃນປະເທດຝຣັ່ງ, ເຈົ້າຫນ້າທີ່ ໄດ້ປະກາດວ່າ ຂັ້ນຕອນທີສາມ ຂອງການແຂ່ງຂັນຣົດຖີບ Tour de France ຊຶ່ງຜ່ານສາຍພູ Pyrenees ຈະຖືກຈັດຂຶ້ນ ໂດຍບໍ່ມີຜູ້ຊົມ ທີ່ຕາມປົກກະຕິແລ້ວ ຈະຢາຍໄປຕາມເສັ້ນທາງຂອງການແຂ່ງຂັນ.
Christian Prudhomme ຜູ້ອໍານວຍການຂອງ Tour de France ກ່າວວ່າ ນີ້ເປັນທາງເລືອກດຽວ ທີ່ເຫມາະສົມ.
"ກ່ອນອື່ນ ຂ້າພະເຈົ້າຄິດແບບດຽວ ກັບເຈົ້າເມືອງຂອງຜູ້ຄົນ ທີ່ກໍາລັງທົນທຸກຢູ່ໃນເວລານີ້, ເພາະນັ້ນເປັນສິ່ງສໍາຄັນທີ່ສຸດ, ມັນເປັນການປົກປ້ອງປະຊາຊົນ ແລະພູມປະເທດ. ແລະຈາກນັ້ນ ກ່ຽວກັບຜູ້ຄົນໃນ Les Angles ທີ່ໄດ້ຕຽມພ້ອມ ທີ່ຈະເປັນເຈົ້າພາບຂອງ Tour ເປັນເວລາຫນຶ່ງປີ, ແລະແຟນໆຂອງ Tour de France ທີ່ຢາກຊື່ນຊົມ ກັບເວທີທີ່ສວຍງາມ. ແຕ່ຂ້າພະເຈົ້າຍັງເຊື່ອວ່າ ເຂົາເຈົ້າຈະເຂົ້າໃຈ ແລະວ່າເຂົາເຈົ້າ ຈະມີຄວາມຄິດເຫັນທາງສັງຄົມ ພໍທີ່ຈະປົກປ້ອງພື້ນທີ່ນັ້ນນໍາອີກ. ສະຖານະການພິເສດ ຕ້ອງການ ການຕອບສນອງພິເສດ ຈາກອົງການ: ອົງການຂອງການແຂ່ງຂັນຂີ່ຣົດຖີບ ຕ້ອງປັບຕົວຕລອດເວລາ, ແລະອົງການຂອງ Tour de France ກໍບໍ່ມີຂໍ້ຍົກເວັ້ນ."
ແປວໄຟໄດ້ເກີດຂຶ້ນ ບໍ່ດົນຫລັງຈາກຄື້ນຄວາມຮ້ອນ ໃນເດືອນມິຖຸນາ, ຊຶ່ງເປັນໜຶ່ງຂອງຄື້ນຄວາມຮ້ອນ ທີ່ຮ້າຍແຮງທີ່ສຸດໃນຢູໂຣບ, ຊຶ່ງໃນລະຫວ່າງນັ້ນ ຫລາຍພັນຄົນໄດ້ເສັຍຊີວິດ ແລະກຸ່ມນັກວິທະຍາສາດ World Weather Attribution ກ່າວວ່າ "ເກືອບເປັນໄປບໍ່ໄດ້" ຖ້າຫາກບໍ່ມີການປ່ຽນແປງ ສະພາບອາກາດ.
ໂດຍທີ່ອຸນຫະພູມ ຈະເພີ່ມຂຶ້ນອີກໃນສອງສາມມື້ຂ້າງໜ້າ, ທາງການໄດ້ສະແດງຄວາມເປັນຫ່ວງວ່າ ລະດູໄຟປ່າໃນລະດູຮ້ອນ ໄດ້ເລີ່ມຕົ້ນໄວກວ່າ ເຄີຍເປັນມາຫນຶ່ງເດືອນ.
ລາຍງານໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






