David Farley ຜູ້ລົງສມັກຂອງ One Nation ໄດ້ຮັບໄຊຊນະໃນການເລືອກຕັ້ງສ້ອມ (By-election) ໃນເຂດ Farrer ຊຶ່ງຜູ້ຊ່ຽວຊານກ່າວວ່າ ພັກທີ່ປະຊາຊົນນິຍົມ ເປັນພະລັງທີ່ແຂງແຮງ, ໂດຍສະເພາະໃນເຂດພູມີພາກ. Pauline Hanson ຜູ້ນໍາຂອງ One Nation ໄດ້ບອກ Channel 9 ວ່າການເລືອກຕັ້ງຄັ້ງນີ້ ຈະເປັນຈຸດປ່ຽນສໍາລັບອອສເຕຣເລັຍ, ເພາະນີ້ຈະເປັນບ່ອນນັ່ງທຳອິດຂອງ One Nation ທີ່ໄດ້ຮັບໄຊຊະນະ ໃນສະພາຕ່ຳ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເລືອກຕັ້ງສ້ອມ (By-election)ໃນເຂດ Farrer.
ຜູ້ບ່ອນບັດເລືອກຕັ້ງ ໃນເຂດ Farrer ພາກໃຕ້ຂອງ New South Wales ໄດ້ມຸ້ງຫນ້າ ໄປບ່ອນເລືອກຕັ້ງ ເພື່ອເລືອກຜູ້ແທນຄົນໃຫມ່ ຫລັງຈາກ Sussan Ley ອະດີດຜູ້ແທນຂອງເຂົາ ໄດ້ລາອອກຈາກຣັດຖະບານ.
ນັກວິເຄາະກ່າວວ່າ ການລົງຄະແນນສຽງ ອາດມີຜົນກະທົບອັນຍາວນານສໍາລັບ The Coalition.
Deborah Groarke ລາຍງານ.
ເຊັ່ນດຽວກັບໄສ້ອົ່ວປະຊາທິປະໄຕ (Democracy Sausages) ທີ່ອາສາ ສມັກປີ້ງ ໃນການເລືອກຕັ້ງທຸກເທື່ອ, the Coalition ກໍເປັນສະຖາບັນຫນຶ່ງ ຢູ່ໃນໃນເຂດ Farrer ຄືກັນ.
Farrer ເປັນເຂດເລືອກຕັ້ງຣັດຖະບານກາງ ທີ່ໃຫຍ່ທີ່ສຸດອັນດັບ 10 ໃນອອສເຕຣເລັຍ, ຊຶ່ງມີພື້ນທີ່ຫລາຍກວ່າ 126, 000 ກິໂລແມັດມົນທົນ ທີ່ເຮັດໃຫ້ມັນໃຫຍ່ກວ່າຫຼາຍ ປະເທດເຊັ່ນ ປະເທດ Iceland, South Korea ແລະ Austria.
ແລະແມ່ນພັກ Liberal ຫລືພັກ Nationals ທີ່ຖືກເລືອກໃນເຂດນີ້ ຫລາຍກວ່າເຈັດສິບປີ ໃນຖານະຜູ້ແທນໃນສະພາ.
ແຕ່ມັນບໍ່ໄດ້ເປັນເຊັ່ນນັ້ນອີກຕໍ່ໄປ.
ຜູ້ປ່ອນບັດເລືອກຕັ້ງໃນ Farrer ໄດ້ລົງຄະແນນສຽງ ໃນການເລືອກຕັ້ງສ້ອມ (By-election) ເພື່ອຕັດສິນວ່າ ຜູ້ໃດຈະມາແທນ Sussan Ley ອະດີດຜູ້ນໍາພັກ Liberal ໃນຣັດຖະສະພາ.
ແລະການຕັດສິນຂອງເຂົາເຈົ້າ ແມ່ນຕໍ່ຕ້ານ the Coalition ຢ່າງຊັດເຈນ.
ພາຍໃນສອງຊົ່ວໂມງ ຫລັງຈາກການປິດການເລືອກຕັ້ງໃນວັນເສົາ, ຜົນການເລືອກຕັ້ງ ໃນເຂດທີ່ກວ້າງຂວາງ ໄດ້ສະແດງໃຫ້ເຫັນວ່າ ພັກLiberal ໄດ້ຮັບຜົນກະທົບ ຈາກການຕໍ່ຕ້ານເຂົາເຈົ້າ ຫລາຍກວ່າ 30 ເປີເຊັນ.
ເຖິງຢ່າງນັ້ນກໍຕາມ, Raissa Butkowski ຜູ້ລົງສມັກຂອງພັກ Liberal ກ່າວວ່າ ນາງບໍ່ກິນແຫນງ.
"ເຫັນໄດ້ຢ່າງຊັດເຈນວ່າ ຜົນຂອງການເລືອກຕັ້ງສ້ອມຄັ້ງນີ້ ບໍ່ໄດ້ເປັນໄປຕາມ ທີ່ພວກເຮົາທຸກຄົນຫວັງໄວ້. ແຕ່ຂ້າພະເຈົ້າ ຍັງຮູ້ສຶກຂອບໃຈຢ່າງຫລາຍ ສໍາລັບປະສົບການນັ້ນ. ມັນເປັນປະສົບການ ທີ່ດີທີ່ສຸດໃນຊີວິດຂອງຂ້າພະເຈົ້າແທ້ໆ, ແລະຂ້າພະເຈົ້າ ຈະບໍ່ປ່ຽນແປງຫຍັງເລີຍ."
ນັກວິເຄາະ ໄດ້ຄາດການໄວ້ ກ່ອນການປ່ອນບັດວ່າ ການເລືອກຕັ້ງອາດເຮັດໃຫ້ພັກ One Nation ທີ່ນິຍົມຊົມຊອບ ໄດ້ຮັບໄຊຊນະ.
ແຕ່ການອອກສຽງເບື້ອງຕົ້ນ ສ່ວນຫລາຍເບິ່ງຄືວ່າ ສນັບສນູນ David Farley ຜູ້ລົງສມັກຂອງ One Nation, ຜູ້ທີ່ໄດ້ຮັບ 42 ເປີເຊັນ ຂອງການເລືອກຕັ້ງ ໂດຍທີ່ຄະແນນຂອງ 63 ໃນ 94 ຂອງສະຖານທີ່ເລືອກຕັ້ງ ໄດ້ຖືກນັບໃນຄືນວັນເສົາ.
ລາວໄດ້ຂອບໃຈຜູ້ສນັບສນູນ ໃນຄໍາປາສັຍທີ່ເຕັມໄປດ້ວຍຄວາມຮູ້ສຶກ ໃນເມືອງ Albury.
"ນີ້ແມ່ນຄວາມສໍາເຣັດ ທີ່ຍິ່ງໃຫຍ່ທີ່ສຸດ ທີ່ຂ້າພະເຈົ້າຄິດວ່າ ອາຊີບຂອງຂ້າພະເຈົ້າ ໄດ້ມອບໃຫ້ຂ້າພະເຈົ້າ, ແຕ່ມັນຍັງເປັນປະສົບການ ທີ່ກະຕືລືລົ້ນ ແລະຕື່ນເຕັ້ນທີ່ສຸດ ທີ່ຂ້າພະເຈົ້າເຄີຍມີ. ມັນເປັນວຽກງານທີ່ຂ້າພະເຈົ້າມີ, ແລະວຽກນັ້ນແມ່ນສໍາລັບທ່ານທຸກຄົນ ຈົນຮອດ Pooncarrie, ຈົນຮອດ Hillston, ຂ້າມໄປຫາ Holbrook, ລົງໄປຈົນເຖິງ Gol Gol, ຈົນເຖິງເມືອງ Balranald ແລະ Hay, ແລະຮອດແຄມແມ່ນ້ຳ Murray River, ແລະແລ້ວກັບຄືນມາທີ່ Albury ນີ້."
ທາງເລືອກທີ່ເປັນໄປໄດ້ຫລາຍທີ່ສຸດ ນອກຈາກ One Nation ແລ້ວກໍແມ່ນ Michelle Milthorpe ຜູ້ລົງສມັກອິດສຣະ, ແຕ່ 25 ເປີເຊັນຂອງຄະແນນທີ່ນາງໄດ້ຮັບນັ້ນ ຍັງບໍ່ພຽງພໍ.
ພັກ Labor ບໍ່ໄດ້ສົ່ງຜູ້ລົງສມັກ.
ຄວາມຮູ້ສຶກຂອງຜູ້ເລືອກຕັ້ງ ກໍເຫັນໄດ້ຢ່າງແຈ່ມແຈ້ງ ໃນການສຸ່ມສໍາພາດຂອງສື່ຕລອດມື້, ເຖິງແມ່ນວ່າ ສໍາລັບຊາຍຄົນນີ້ ການເລືອກDavid Farley ຂອງລາວ ແມ່ນກ່ຽວກັບໂຕຜູ້ຄົນຫລາຍກວ່າພັກ.
"ເພາະຂ້ອຍຮູ້ຈັກລາວ ເປັນເວລາ45ປີ... ລາວເປັນຄົນກ້າຫານ. ລາວຈະແກ້ໄຂເຂດນີ້."]]
ແຕ່ແລ້ວ ກໍມີຜູ້ປ່ອນບັດຄົນອື່ນເຊັ່ນຜູ້ຍິງຄົນນີ້ ຜູ້ທີ່ກ່າວວ່າ ນາງໄດ້ເລືອກຕາມຄວາມເຊື່ອຂອງນາງ ວ່າພັກການເມືອງໃຫຍ່ ພຽງແຕ່ຄິດກ່ຽວກັບຜູ້ເລືອກຕັ້ງໃນເມືອງເທົ່ານັ້ນ, ແລະເພາະວ່າ ນາງຢາກມີທາງເລືອກອື່ນ.
ເມື່ອຖືກຖາມວ່າ ນາງໄດ້ລົງຄະແນນສຽງໃຫ້ໃຜ, ນາງຕອບວ່ານາງລົງໃຫ້ One Nation.
ແລະເມື່ອຖືກຖາມວ່າເປັນຫຍັງ, ນາງຕອບວ່າ ນາງຕ້ອງການຄວາມປ່ຽນແປງ.
Matt Canavan, ສະມາຊິກສະພາສູງ ຜູ້ນໍາຂອງພັກ Nationals-ຜູ້ທີ່ໄດ້ໃຊ້ເວລາ 23 ມື້ ໃນການຣົນນະຣົງຫາສຽງ-ຢືນຢັນວ່າ ບ່ອນນັ່ງອື່ນໆຂອງຣັດຖະບານໃນເຂດນັ້ນ ບໍ່ໄດ້ຕົກຢູ່ໃນຄວາມສ່ຽງ ຕໍ່ຄວາມນິຍົມທີ່ເພີ່ມຂຶ້ນຂອງ One Nation, ໂດຍກ່າວວ່າ ມີສະພາບການພິເສດຢູ່ໃນ Farrer.
ແຕ່ລາວກ່າວວ່າ ລາວໄດ້ຕຽມພ້ອມເປັນຢ່າງດີ ສໍາລັບການຕັດສິນຂອງຜູ້ເລືອກຕັ້ງ.
"ຂ້ອຍຍອມຮັບມັນໂດຍດີ, ບໍ່ວ່າຜົນຈະເປັນແນວໃດກໍຕາມ, ເພາະພວກເຮົາຕ້ອງຍອມຮັບຜົນນັ້ນ. ແລະຂ້າພະເຈົ້າ ກໍເຂົ້າໃຈວ່າ ຜູ້ຄົນຢາກປ່ຽນແປງ."
ໃນຂນະດຽວກັນ Tony Barry ນັກສຳຫຼວດຄວາມຄິດເຫັນຂອງ RedBridge ແລະອະດີດນັກນະໂຍບາຍຂອງພັກ Liberal ກ່າວວ່າ ໄຊຊນະຂອງ One Nation ສະແດງໃຫ້ເຫັນວ່າ ພັກທີ່ປະຊາຊົນນິຍົມ ເປັນພະລັງທີ່ແຂງແຮງ, ໂດຍສະເພາະໃນເຂດພູມີພາກ.
Pauline Hanson ຜູ້ນໍາຂອງ One Nation ໄດ້ບອກ Channel 9 ວ່ານາງກໍເຫັນພ້ອມ.
"ການເລືອກຕັ້ງຄັ້ງນີ້ ຈະເປັນຈຸດປ່ຽນສໍາລັບອອສເຕຣເລັຍ, ເພາະນີ້ຈະເປັນບ່ອນນັ່ງທຳອິດຂອງ One Nation ທີ່ໄດ້ຮັບໄຊຊະນະ ໃນສະພາຕ່ຳ."
ລາຍງານໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao






