Watch FIFA World Cup 2026™

LIVE, FREE and EXCLUSIVE

ເຕະບານໂລກ ມື້ທີ 21

FIFA World Cup 2026 - England vs Croatia - WC Daily
Harry Kane ຫົວໜ້າທີມ ອັງກິດ ກຳລັງດີໃຈໃນໄຊຊນະ. Source: SIPA USA / Fotoarena/Richard Callis/Fotoarena/Sipa USA/AAP Image

ມື້ທີ 21 ຂອງການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ.


Published

Presented by Sak Phoumirath

Source: SBS



Share this with family and friends


ມື້ທີ 21 ຂອງການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ເຕະບານໂລກ ມື້ທີ 21

ອັງກິດ ແລະ Belgium ລອດຕາຍຈາກຄວາມຢ້ານກົວອັນໃຫຍ່ຫລວງ ໃນ ຂນະທີ່ ສະຫະລັດອາເມຣິກາ ເດີນໜ້າຕໍ່ໄປ

ລາຍງານໂດຍ: Gonzalo Aguirregomezcorta

ພະເອກໃນເຄິ່ງທີສອງ Harry Kane ແລະ Youri Tielemans ໄດ້ຊ່ອຍໃຫ້ອັງກິດ ແລະ Belgium ເຂົ້າຮອບ 16 ທີມ, ໃນຂນະທີ່ ສະຫະລັດອາເມຣິກາ ໄດ້ໄຊຊະນະເໜືອ Bosnia ແລະ Herzegovina. ຂ້າພະເຈົ້າສັກ ພູມີຣັຕນ໌, ແລະນີ້ຄືຂ່າວຫຍໍ້ ປະຈຳອາທິດຂອງທ່ານ ໃນມື້ທີ 21 ຂອງການແຂ່ງຂັນ FIFA World Cup 2026.

ມື້ທີ 21 ຂອງການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ ໄດ້ເລີ່ມຕົ້ນໃນເມືອງ Atlanta, ບ່ອນທີ່ປະເທດອັງກິດ ໄດ້ມາຈາກການຕາມຫລັງ ແລະເອົາຊນະ Congo 2 ປະຕູຕໍ່ 1 ຫລັງຈາກເສັຍປະຕູທຳອິດ ໃນນາທີ ທີເຈັດ.

ທີມອັງກິດດີ້ນລົນທີ່ຈະຊອກຫາຈັງຫວະຂອງຕົນ ໃນການແຂ່ງຂັນສ່ວນໃຫຍ່ ແລະການຍິງ ກໍຖືກຜູ້ຮັກສາປະຕູປ້ອງກັນໄດ້ ຊ້ໍາແລ້ວຊ້ໍາອີກ.

ທີມສິງສາມໂຕ ຫຼື The 'Three Lions' ກໍຜິດຫວັງເຊັ່ນກັນ ເມື່ອຜູ້ຕັດສິນແລະ VAR ໄດ້ປະຕິເສດ ການອຸທອນຈຸດໂທດ ຫລັງຈາກ Harry Kane ທີ່ລົ້ມລົງ ໃນເຂດໂທດ ກ່ອນໝົດເຄິ່ງເວລາທຳອິດ.

Harry Kane ຍິງໄດ້ສອງປະຕູໃນທ້າຍເກມ ແລະຊ່ອຍໃຫ້ທີມອັງກິດ ເຂົ້າໄປເຖິງຮອບ 16 ທີມ, ບ່ອນທີ່ຈະປະເຊີນຫນ້າກັບ Mexico ຢູ່ສນາມ Azteca Stadium ທີ່ເກົ່າແກ່

ໃນ Seattle, Belgium ໄດ້ກັບຄືນມາເອົາຊນະ Senegal 3 ປະຕູຕໍ່ 2, ໂດຍທີ່ຫົວໜ້າທີມ Youri Tielemans ຍິງໄດ້ສອງປະຕູ.

Senegal ນໍາຢູ່ 2-0 ໃນນາທີ 86 ກ່ອນທີ່ Belgium ຈະໂຕ້ກັບຄືນ ເພື່ອບັງຄັບໃຫ້ຕໍ່ເວລາພິເສດ.

ໂດຍການຍິງຈຸດໂທດທີ່ໃກ້ເຂົ້າມາ, Tielemans ໄດ້ຈຸດໂທດຫລັງຈາກການທົບທວນຂອງ VAR ເປັນເວລານານ ແລະຍິງຢ່າງໃຈເຢັນ ໃນນາທີທີ 125 ໃນການເກັບໄຊຊະນະໃຫ້ທີມ.

ບັດນີ້ Belgium ຈະປະເຊີນຫນ້າກັບ ສະຫະລັດອາເມຣິກາ ໃນຮອບ 16ທີມ.

ສະຫະລັດອາເມຣິກາ ໄດ້ເຂົາໄປໃນຮອບ 16 ທີມດ້ວຍໄຊຊະນະ 2 ປະຕູຕໍ່ 0 ເຫນືອ Bosnia ແລະ Herzegovina, ຊຶ່ງເປັນໄຊຊະນະ ໃນຮອບKnockout ຂອງແຊ້ມປ້ຽນໂລກເ ປັນເທື່ອທໍາອິດ ນັບແຕ່ປີ 2002.

Folarin Balogun ຍິງປະຕູທຳອິດ ໃນນາທີສຸດທ້າຍ ຂອງເຄິ່ງເວລາ ກ່ອນທີ່ Malik Tillman ເຮັດໃຫ້ຜົນແໜ້ນແກ່ນຂຶ້ນ ດ້ວຍ free-kick ໃນນາທີ ທີ 82.

Balogun ຖືກໄລ່ອອກຫລັງຈາກການທົບທວນຂອງ VAR ແລະຈະພາດການແຂ່ງຂັນ ລະຫວ່າງສະຫະລັດອາເມຣິກາ ແລະ Belgium

ແລະບັດນີ້, ຂ່າວຫຼ້າສຸດຈາກ Socceroos.

The Socceroos ໄດ້ມີການຝຶກຊ້ອມເປັນເທື່ອທໍາອິດ ຢູ່ເມືອງ Dallasກ່ອນການແຂ່ງຂັນກັບ Egypt ໃນຮອບ 32 ທີມ ໃນວັນເສົາ, ໂດຍທີ່ຜູ້ຊ່ອຍ Coach, Mile Jedinak ກ່າວວ່າ ທີມນັ້ນຕັ້ງໃຈ ໃສ່ກັບນັກເຕະຂອງທຸກຄົນ ແທນທີ່ຈະເອົາໃຈໃສ່ກັບ Mohamed Salah ນັກເຕະກອງໜ້າທີ່ບໍ່ຮູ້ວ່າ ຈະຫາຍດີຈາກອາການບາດເຈັບ Hamstring ຂອງລາວໄດ້ທັນເວລາຫລືບໍ່.

ເຂົາເຈົ້າທຸກຄົນ ເປັນອັນຕະຣາຍທົ່ວເດີ່ນ, ນັ້ນຄືສິ່ງທີ່ເຂົາເຈົ້າເຮັດ. ເຂົາເຈົ້າມີຜູ້ຫລິ້ນໃນລະດັບສູງ. ແລະທ່ານໄດ້ກ່າວເຖິງຄົນຫນຶ່ງ (Moh Salah) ຜູ້ທີ່ໄດ້ເຮັດມັນເປັນເວລາດົນນານ, ຍັງມີຄົນອື່ນໆ ຢູ່ໃນນັ້ນ ທີ່ກໍາລັງເຕະໃນລະດັບສະໂມສອນ ແລະໃນທີມຊາດນໍາອີກ, ສະນັ້ນມັນອາດເປັນວິທີຫຼິ້ນຮ່ວມກັນ, ໃນທັດສະນະຂອງພວກເຮົາ.]]

Socceroos ຈະປະເຊີນຫນ້າກັບ Egypt ໃນວັນເສົາຕອນເຊົ້າ ດ້ວຍການຖ່າຍທອດຈາກເວລາ 3 ໂມງເຊົ້າທີ່ SBS ແລະ SBS On Demand.

ໃນວັນສຸກ, ມື້ທີ 22 ຂອງການແຂ່ງຂັນເຕະບານ ແຊ້ມປ້ຽນໂລກ ຈະມາເຖິງ,

Switzerland ຈະປະເຊີນກັບ Austria,

Portugal ຈະປະເຊີນກັບ Croatia

ແລະ Switzerland ພົບກັບ Algeria.

ທ່ານກຳລັງຟັງ World Cup Daily Update ສໍາລັບມື້ທີ 21 ຂອງການແຂ່ງຂັນ. ຂ້າພະເຈົ້າ ສັກ ພູມີຣັດ ຜູ້ຈັດລາຍການ

ທ່ານສາມາດເບິ່ງການຖ່າຍທອດສົດ ແລະຟຣີ ທຸກໆນາທີ ຂອງ FIFA World Cup 2026™ ໄດ້ທີ່ SBS ແລະ SBS On Demand.

ລາຍງານໂດຍ Gonzalo Aguirregomezcorta ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now