ຄຳເຕືອນໃນຄວາມປອດພັຍທາງນ້ຳ.

ROCK FISHING SYDNEY

ການຕຶກປາຕາມໂງ່ນຫີນອາດຈະເປັນກິລາທີ່ຕື່ນເຕັ້ນ... ແຕ່ກໍເຕັມໄປດ້ວຍອັນຕະຣາຍ. Credit: AAPIMAGE

ເຈົ້າຫນ້າທີ່ ກໍາລັງໃຊ້ງານສະແດງເຮືອ Sydney ໃນອາທິດນີ້ ເພື່ອສະແດງໃຫ້ເຫັນ ເຖິງອັນຕະຣາຍ ຂອງການຂີ່ເຮືອ ແລະການຕຶກປາໃນໂງ່ນຫີນ. Marine Rescue New South Wales ກ່າວວ່າ ການຕຽມພ້ອມພຽງເລັກນ້ອຍ ກໍສາມາດຊ່ອຍໃຫ້ທ່ານປອດພັຍໄດ້ ໂດຍສະເພາະ ການກວດເບິ່ງສະພາບອາກາດ, ການມີອຸບປະກອນຄວາມປອດພັຍ ທີ່ຕຽມພ້ອມ ແລະພ້ອມໃຊ້ງານ, ແລະການຮູ້ວິທີໃຊ້ມັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄຳເຕືອນໃນຄວາມປອດພັຍທາງນ້ຳ.

ເຈົ້າຫນ້າທີ່ ກໍາລັງໃຊ້ງານສະແດງເຮືອ Sydney ໃນອາທິດນີ້ ເພື່ອສະແດງໃຫ້ເຫັນ ເຖິງອັນຕະຣາຍ ຂອງການຂີ່ເຮືອ ແລະການຕຶກປາໃນໂງ່ນຫີນ.

ຕາມທີ່ Georgia Maher ແລະ Sunil Awasthi ລາຍງານ, ສິ່ງເຫຼົ່ານີ້ ເປັນອັນຕະຣາຍ ທີ່ຕ້ອງໃຊ້ຄວາມລະມັດລະວັງຫນ້ອຍຫນຶ່ງ ໃນການຫລຸດຜ່ອນ.

ການຕຶກປາຕາມໂງ່ນຫີນ ສາມາດເປັນກິດຈະກັມທີ່ສວຍງາມ, ໂດຍສະເພາະ ຢູ່ແຄມຝັ່ງທະເລ ຂອງອອສເຕຣເລັຍ.

ແຕ່ມະຫາສມຸດ ຄາດເດົາບໍ່ໄດ້, ແລະນັ້ນເຮັດໃຫ້ການຕຶກປາ ຢູ່ຕາມໂງ່ນຫີນ ເປັນກິດຈະກັມ ທີ່ອັນຕະຣາຍຄືກັນ.

ເຈົ້າຫນ້າທີ່ ກໍາລັງພະຍາຍາມເຮັດໃຫ້ມັນປອດພັຍຫລາຍຂຶ້ນ ໂດຍການເຜີຍແພ່ຄວາມຮູ້ ກ່ຽວກັບຂັ້ນຕອນຄວາມປອດພັຍ ແລະອຸປະກອນຄວາມປອດພັຍ.

ເຖິງແມ່ນວ່າ ບາງສິ່ງອາດເບິ່ງຄືວ່າເຫັນໄດ້ຢ່າງຊັດແຈ້ງ, ແຕ່ສ່ວນຫລາຍແລ້ວ ມັນຈະຖືກມອງຂ້າມ ໂດຍຜູ້ຄົນທີ່ມີສ່ວນຮ່ວມ ໃນການຂີ່ເຮືອ ແລະຕຶກປາຕາມຫີນ.

Alex Barrell ເປັນຫົວຫນ້າຜູ້ອໍານວຍການໃຫຍ່ຂອງ Marine Rescue New South Wales.

ລາວໄດ້ເນັ້ນຫນັກ ເຖິງຄວາມສໍາຄັນ ຂອງອຸປະກອນ ເຊັ່ນເສື້ອຊູຊີບ(Life Jackets).

"ນີ້ແມ່ນເສື້ອຊູຊີບເກີບມ້າ (Horseshoe Life Jacket) ທົ່ວໄປຂອງທ່ານ.ແລະອີກເທື່ອຫນຶ່ງ, ເປັນອຸປະກອນທີ່ດີ ສໍາລັບການຕຶກປາຕາມໂງ່ນຫີນ ເພາະມັນບໍ່ຫຍຸ້ງຍາກ. ດັ່ງນັ້ນ, ທ່ານຍັງສາມາດຫາປາໄດ້ງ່າຍ. ທ່ານສາມາດເຂົ້າເຖິງອຸປະກອນຕຶກປາຂອງທ່ານ. ແຕ່ອີກເທື່ອຫນຶ່ງ, ຖ້າຫາກທ່ານລົງໄປໃນນ້ຳ, ມັນງ່າຍທີ່ຈະໃຊ້ງານ ແລະບາງຢ່າງກໍສາມາດໃຊ້ງານໂດຍອັດຕະໂນມັດ. ແລະແນ່ນອນວ່າ ເມື່ອມັນຖືກກະຕຸ້ນ, ຈະມີການຟູຢ່າງຫລວງຫລາຍ ທີ່ຈະຊ່ອຍໃຫ້ທ່ານ ແລະຫົວຂອງທ່ານ ຢູ່ເທິງນ້ຳ, ສໍາຄັນທີ່ສຸດ, ກ່ອນກຸ່ມກູ້ພັຍຈະໄປເຖິງທ່ານ."

ເສື້ອຊູຊີບ ຈະເພີ່ມໂອກາດ 50 ເປີເຊັນ ທີ່ຈະລອດຊີວິດ ຈາກອຸປະຕິເຫດໃດໆ ທີ່ເຮັດໃຫ້ທ່ານຈົມຢູ່ໃນນ້ຳ.

ລາວເວົ້າວ່າ ມັນສໍາຄັນ ທີ່ຈະພົກສັນຍານວິທະຍຸ ບົ່ງບອກຕໍາແຫນ່ງສຸກເສີນ (Emergency Positioning Indication Radio Beacon), ທີ່ຮູ້ຈັກກັນວ່າ EPIRB.

Mr Barrell ກ່າວວ່າ ນີ້ເປັນອຸປະກອນ ທີ່ບໍ່ພຽງແຕ່ຊ່ວຍປ້ອງກັນອຸປະຕິເຫດເທົ່ານັ້ນ, ແຕ່ຍັງຊ່ວຍທ່ານ ໃຫ້ລອດຊີວິດນໍາອີກ, ຖ້າຫາກທ່ານມີ.

"ນີ້ແມ່ນ EPIRB, ຊຶ່ງຈໍາເປັນເມື່ອຂີ່ເຮືອອອກຈາກຝັ່ງທະເລ ຫລາຍກວ່າສອງໄມລ໌ທະເລ (Nautical Miles). ແຕ່ເຖິງແມ່ນວ່າ ທ່ານຕຶກປາຕາມຫີນ, ອຸປະກອນລະບຸຕຳແໜ່ງຕົວຕົນ, ຊຶ່ງມີຂນາດນ້ອຍກວ່ານີ້ຫຼາຍ, ແຕ່ໃຊ້ເຕັກໂນໂລຈີແບບດຽວກັນ.... ຖ້າຫາກທ່ານເປີດໃຊ້ງານ, ສັນຍານນັ້ນ ຈະຖືກສົ່ງໄປຫາໜ່ວຍງານຄວາມປອດພັຍທາງທະເລ (Maritime Safety Authority), ຊຶ່ງຈະແຈ້ງເຕືອນບໍຣິການສຸກເສີນ."

ໜ່ວຍງານ ຍັງແນະນໍາໃຫ້ໃສ່ເກີບກັນມື່ນ ເມື່ອຂີ່ເຮືອ ຫລືຕຶກປາຕາມໂງ່ນຫີນ. ແລະໃນບາງເຂດຂອງປະເທດ, ບັດນີ້ມັນເປັນກົດບັງຄັບທາງກົດຫມາຍ.

ການຕຶກປາຕາມໂງ່ນຫີນ ຄຶດເປັນຈໍານວນສີ່ເປີເຊັນ ຂອງຈໍານວນຄົນທີ່ຕາຍ ຈາກການຈົມນ້ຳໃນອອສເຕຣເລັຍ ໃນແຕ່ລະປີ.

Alex Barrell ອີກເທື່ອຫນຶ່ງ:

"ການຕຶກປາຕາມໂງ່ນຫີນ ອາດເປັນກິລາທີ່ອັນຕະຣາຍ. ເຮົາຮູ້ວ່າ ໂດຍສເລັ່ຍແລ້ວ ແປດຄົນຕໍ່ປີ ໄດ້ເສັຍຊີວິດຈາກການຕຶກປາຕາມໂງ່ນຫີນ ໃນ New South Wales. ມັນສໍາຄັນຫລາຍ ທີ່ເຂົາເຈົ້າຈະກວດເບິ່ງສະພາບອາກາດ ກ່ອນທີ່ຈະໄປ, ວ່າເຂົາເຈົ້າ ມີອຸປະກອນຄວາມປອດພັຍ ທີ່ຖືກຕ້ອງຫຼືບໍ່, ແລະສໍາຄັນທີ່ສຸດ ແມ່ນບອກບາງຄົນໃຫ້ຮູ້ ວ່າເຂົາເຈົ້າຈະໄປຫາປາຢູ່ໃສ."

ຄົນທີ່ເກີດຢູ່ຕ່າງປະເທດ ຄິດເປັນ 60 ສ່ວນຮ້ອຍ ຂອງຈໍານວນຄົນທີ່ຈົມນໍ້າຕາຍໃນອອສເຕຣເລັຍ.

Mr Barrell ກ່າວວ່າ ການຕຽມພ້ອມພຽງເລັກນ້ອຍ ກໍສາມາດຊ່ອຍໃຫ້ທ່ານປອດພັຍໄດ້.


"ຫນ້າເສັຍໃຈ ທີ່ພວກເຮົາເຫັນຜູ້ຄົນ ທີ່ບໍ່ເວົ້າພາສາອັງກິດ ມີຈຳນວນສູງເກີນໄປ ໃນສະຖິຕິຂອງພວກເຮົາ-ແລະນັ້ນ ບໍ່ສໍາຄັນວ່າ ຈະເປັນການຕຶກປາ ຫລືຂີ່ເຮືອ. ສະນັ້ນ, ອີກເທື່ອຫນຶ່ງ, ມັນກ່ຽວກັບການເອົາໃຈໃສ່ຕໍ່ຄວາມປອດພັຍ... ໃຫ້ແນ່ໃຈວ່າ ເຂົາເຈົ້າກວດກາເບິ່ງສະພາບອາກາດ ກ່ອນເຂົາເຈົ້າຈະໄປຂີ່ເຮືອ ຫລືຕຶກປາຕາມໂງ່ນຫີນ, ແລະອີກເທື່ອຫນຶ່ງ, ມີອຸບປະກອນຄວາມປອດພັຍ ທີ່ຕຽມພ້ອມ ແລະພ້ອມໃຊ້ງານ, ແລະສໍາຄັນທີ່ສຸດ, ແມ່ນຮູ້ວິທີໃຊ້ມັນ."

ເນື້ອເລື່ອງໂດຍ  Sunil Awasthi ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service