Live

Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ວັກຊີນປ້ອງກັນໄຂ້ຫວັດໃຫຍ່ subclade K ຫລື Super-K

Winter Viruses

ຜູ້ຄົນກຳລັງຮັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່. Source: AP / Daniel Kozin/AP

ຜູ້ຊ່ຽວຊານເລື່ອງໂຣກຕິດເຊື້ອ ກໍາລັງຊຸກຍູ້ທຸກຄົນ ໃຫ້ໄປສັກວັກຊີນ ປ້ອງກັນໄຂ້ຫວັດໃຫຍ່ ເພື່ອພະຍາຍາມປ້ອງກັນ ບໍ່ໃຫ້ເກີດຊ້ຳ ຄືກັບປີກາຍນີ້ອີກ ຊຶ່ງເຮັດໃຫ້ອອສເຕຣເລັຍ ມີຄົນຕາຍຈາກໄຂ້ຫວັດໃຫຍ່ ເປັນຈໍານວນຫລວງຫລາຍ. ມີຫລາຍກວ່າ 1,700 ຄົນ ໄດ້ເສັຍຊີວິດ ແລະມີການຢືນຢັນ ຫລາຍກວ່າເຄິ່ງລ້ານກໍຣະນີ. ຜູ້ຊ່ຽວຊານ ເຕືອນວ່າ ປີນີ້ອາດຮ້າຍແຮງກວ່ານັ້ນ ເນື່ອງຈາກແພ່ລະບາດຂອງ ໄຂ້ຫວັດໃຫຍ່ K ຫລື Super-K.


Published

By Greg Dyett

Presented by Sak Phoumirath

Source: SBS



Share this with family and friends


ຜູ້ຊ່ຽວຊານເລື່ອງໂຣກຕິດເຊື້ອ ກໍາລັງຊຸກຍູ້ທຸກຄົນ ໃຫ້ໄປສັກວັກຊີນ ປ້ອງກັນໄຂ້ຫວັດໃຫຍ່ ເພື່ອພະຍາຍາມປ້ອງກັນ ບໍ່ໃຫ້ເກີດຊ້ຳ ຄືກັບປີກາຍນີ້ອີກ ຊຶ່ງເຮັດໃຫ້ອອສເຕຣເລັຍ ມີຄົນຕາຍຈາກໄຂ້ຫວັດໃຫຍ່ ເປັນຈໍານວນຫລວງຫລາຍ. ມີຫລາຍກວ່າ 1,700 ຄົນ ໄດ້ເສັຍຊີວິດ ແລະມີການຢືນຢັນ ຫລາຍກວ່າເຄິ່ງລ້ານກໍຣະນີ. ຜູ້ຊ່ຽວຊານ ເຕືອນວ່າ ປີນີ້ອາດຮ້າຍແຮງກວ່ານັ້ນ ເນື່ອງຈາກແພ່ລະບາດຂອງ ໄຂ້ຫວັດໃຫຍ່ K ຫລື Super-K.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ວັກຊີນປ້ອງກັນໄຂ້ຫວັດໃຫຍ່ subclade K ຫລື Super-K.

ຜູ້ຊ່ຽວຊານເລື່ອງໂຣກຕິດເຊື້ອ ກໍາລັງຊຸກຍູ້ທຸກຄົນ ໃຫ້ໄປສັກວັກຊີນ ປ້ອງກັນໄຂ້ຫວັດໃຫຍ່ ເພື່ອພະຍາຍາມປ້ອງກັນ ບໍ່ໃຫ້ເກີດຊ້ຳ ຄືກັບປີກາຍນີ້ອີກ ຊຶ່ງເຮັດໃຫ້ອອສເຕຣເລັຍ ມີຄົນຕາຍຈາກໄຂ້ຫວັດໃຫຍ່ ເປັນຈໍານວນຫລວງຫລາຍ.

ມີຫລາຍກວ່າ 1,700 ຄົນ ໄດ້ເສັຍຊີວິດ ແລະມີການຢືນຢັນ ຫລາຍກວ່າເຄິ່ງລ້ານກໍຣະນີ.

ຜູ້ຊ່ຽວຊານ ດ້ານສຸຂະພາບກ່າວວ່າ ອັດຕາການສັກວັກຊີນທີ່ຕ່ຳ ມີສ່ວນເຮັດໃຫ້ຈໍານວນຄົນໄຂ້ສູງຂຶ້ນ.

ແລະດັ່ງທີ່ Greg Dyett ລາຍງານ, ເຂົາເຈົ້າໄດ້ເຕືອນວ່າ ປີນີ້ອາດຮ້າຍແຮງກວ່ານັ້ນ ເນື່ອງຈາກແພ່ລະບາດຂອງ ໄຂ້ຫວັດໃຫຍ່ K ຫລື Super-K.

ອອສເຕຣເລັຍ ໄດ້ເລີ່ມຕົ້ນໄວກວ່າປົກກະຕິ ໃນລະດູການໄຂ້ຫວັດໃຫຍ່ ເພາະໄຂ້ຫວັດໃຫຍ່ ຊະນິດທີ່ແພ່ຂຍາຍໄປຢ່າງໄວ ຊຶ່ງເອີ້ນວ່າ subclade K ຂອງໄຂ້ຫວັດໃຫຍ່ Super-K.

ປີກາຍນີ້, ອອສເຕຣເລັຍ ມີຜູ້ປ່ວຍໄຂ້ຫວັດໃຫຍ່ ຫລາຍກວ່າ 500,000 ຄົນ ແລະມີຫລາຍກວ່າ 24,000 ກໍລະນີ ໃນປີນີ້, ກ່ອນລະດູການໄຂ້ຫວັດໃຫຍ່ ຈະເຖິງຈຸດສູງສຸດ.

ສາດສະດາຈານ Paul Griffin ຜູ້ອໍານວຍການ ໂຣກຕິດເຊື້ອ ທີ່ໂຮງໝໍ Mater ໃນ Brisbane, ກ່າວວ່າ ທຸກຄົນຄວນໄດ້ຮັບ ວັກຊີນປ້ອງກັນໄຂ້ຫວັດໃຫຍ່.

ລາວເວົ້າວ່າ ວັກຊີນໄຂ້ຫວັດໃຫຍ່ ໃນປີນີ້ ຊ່ອຍປ້ອງກັນ Super-K.

"ພວກເຮົາຮູ້ວ່າ ບັນຫາຢ່າງຫນຶ່ງກັບ subclade K ຫລື Super-K ແມ່ນວ່າ ມັນໄດ້ປ່ຽນແປງພໍ ທີ່ວັກຊີນຂອງພວກເຮົາ ບໍ່ສາມາດຄຸ້ມກັນໄດ້ ໃນປີທີ່ຜ່ານມາ. ດັ່ງທີ່ເຮົາເຮັດທຸກໆປີ, ເຮົາໄດ້ປັບປຸງວັກຊີນນັ້ນ, ເຮົາໄດ້ຮວມເອົາ ໄຂ້ຫວັດໃຫຍ່ຊະນິດຕ່າງໆ ທີ່ຄວນໃຫ້ການຄຸ້ມກັນ ທີ່ດີທີ່ສຸດ ຕໍ່ສິ່ງທີ່ເຮົາຄາດວ່າຈະເຫັນ. ສະນັ້ນ, ບາງທີ ປີນີ້ອາດສໍາຄັນ ຫລາຍ ກວ່າທີ່ຜ່ານມາ ທີ່ຈະໄດ້ຮັບວັກຊີນໄຂ້ຫວັດໃຫຍ່ ເພາະມັນໄດ້ຖືກປັບປຸງຕາມນັ້ນ."

ສາດສະດາຈານ Robert Booy ທ່ານຫມໍໂຣກຕິດເຊື້ອໃນເດັກນ້ອຍ ຈາກມະຫາວິທະຍາໄລ Sydney ບອກກັບ Channel 9 ວ່າ ໄຂ້ຫວັດໃຫຍ່ Super-K ເປັນພັຍຕໍ່ສຸຂະພາບສາທາຣະນະ ເພາະມັນແພ່ຂຍາຍໄດ້ງ່າຍຫຼາຍ.

"ໄຂ້ຫວັດໃຫຍ່ K subclade ຖືກດັດແປງທາງພັນທຸກັມ ເພື່ອໃຫ້ມັນແພ່ລະບາດໄດ້ງ່າຍຂຶ້ນ. ມັນບໍ່ຮ້າຍແຮງກວ່ານັ້ນ ແຕ່ເພາະທ່ານມີຜູ້ປ່ວຍຫລາຍຂຶ້ນ, ທ່ານຈະເຫັນກໍຣະນີທີ່ຮ້າຍແຮງຫລາຍຂຶ້ນ ພຽງແຕ່ເພາະໂຕເລກເທົ່ານັ້ນ."

ມີຜູ້ເສັຍຊີວິດ 1,738ຄົນ ໃນອອສເຕຣເລັຍປີກາຍນີ້ ຫລັງຈາກຕິດໄຂ້ຫວັດໃຫຍ່, ຊຶ່ງເປັນລະດູການໄຂ້ຫວັດໃຫຍ່ ທີ່ຮ້າຍແຮງທີ່ສຸດ ເປັນ ປວັດການ.

ສາດສະດາຈານ Paul Griffin ກ່າວວ່າ ຈໍານວນກໍຣະນີສູງກວ່າທີ່ຄວນເປັນ ເພາະອັດຕາການວັກຊີນ ໄດ້ຫລຸດລົງ ນັບຕັ້ງແຕ່ການເລີ່ມຕົ້ນ ຂອງການລະບາດຂອງ COVID-19.

"ແນ່ນອນວ່າ ມັນເປັນສ່ວນສໍາຄັນ ຂອງສິ່ງທີ່ເຮົາໄດ້ເຫັນ ໃນບໍ່ດົນມານີ້. ຂ້າພະເຈົ້າຫມາຍຄວາມວ່າ ລະດູການໄຂ້ຫວັດໃຫຍ່ປີກາຍນີ້ ໄດ້ທໍາລາຍສະຖິຕິ, ຊຶ່ງມີຫລາຍກວ່າ 500,000 ກໍຣະນີ ແລະຫລາຍກວ່າ 1,700 ຄົນໄດ້ເສັຍຊີວິດ. ມັນເປັນຕົວເລກທີ່ໜ້າເປັນຫ່ວງຫລາຍ ແລະສ່ວນຫນຶ່ງຂອງມັນ ຈະເປັນການເກີດຂຶ້ນຂອງ subclade K ຫລື Super-K ແຕ່ສ່ວນໃຫຍ່ຂອງມັນ ແມ່ນອັດຕາການສັກວັກຊີນໄດ້ຫຼຸດລົງ. ແລະເຖິງແມ່ນວ່າ ເຮົາບໍ່ສາມາດຄວບຄຸມໄຂ້ຫວັດໃຫຍ່ໄດ້, ແຕ່ສິ່ງທີ່ເຮົາສາມາດຄວບຄຸມໄດ້ ແມ່ນຂນາດຂອງໂຣກ ທີ່ເຮົາເຫັນຈາກການເພີ່ມການສັກວັກຊີນ ແລະໂດຍການພະຍາຍາມ ຫລຸດການແພ່ຂຍາຍຂອງເຊື້ອ. ຜູ້ຄົນທີ່ບໍ່ສະບາຍ ຄວນຢູ່ບ້ານ, ຍົກຕົວຢ່າງ, ແລະຜູ້ທີ່ອ່ອນແອ, ຫລືເຈັບປ່ວຍແທ້ໆ, ຄວນໄດ້ຮັບການກວດ ແລະຮັບຢາຕ້ານໄວຣັສ. ຖ້າຫາກເຮົາເຮັດສິ່ງນັ້ນຢ່າງຖືກຕ້ອງ, ບໍ່ວ່າລະດູການນີ້ຈະເປັນແນວໃດກໍຕາມ, ເຮົາຈະເຫັນ ຜົນກະທົບທີ່ຮ້າຍແຮງຫນ້ອຍລົງຈາກມັນ."

ປີກາຍນີ້, 60.5 ເປີເຊັນຂອງຄົນທີ່ມີອາຍຸ 65 ປີຂຶ້ນໄປ ໄດ້ຮັບວັກຊີນ. ໃນ ຂນະທີ່ 32.3 ເປີເຊັນ ຂອງຄົນທີ່ມີອາຍຸລະຫວ່າງ 50 ເຖິງ 65 ປີໄດ້ຮັບການສັກວັກຊີນ.

ທ່ານຫມໍ Jules Bayliss ຜູ້ອໍານວຍການແພດ ຂອງຜູ້ຜລິດວັກຊີນ CSL Seqirus ໄດ້ບອກກັບ Channel 7 ວ່າຜູ້ມີອາຍຸສູງກວ່າ 50 ປີເປັນຄົນທີ່ມີຄວາມສ່ຽງຫຼາຍທີ່ສຸດ.

"ເຂົາເຈົ້າມີຄວາມສ່ຽງຕໍ່ການເປັນໂຣກ ແລະເຂົາເຈົ້າຍັງສ່ຽງ ທີ່ຈະບໍ່ຕອບສນອງ ຕໍ່ການສັກວັກຊີນເຊັ່ນກັນ.'

ສາດສະດາຈານ Paul Griffin ກ່າວວ່າ ຂໍ້ມູນທີ່ຜິດ ແລະຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບວັກຊີນ ເປັນສ່ວນຫນຶ່ງ ທີ່ເປັນສາເຫດຂອງໂຕເລກທີ່ຕ່ຳ ຂອງການສັກວັກຊີນ.

"ຂ້າພະເຈົ້າຄິດວ່າ ສິ່ງທີ່ເຮົາເຫັນໃນເວລານີ້ ບໍ່ແມ່ນພຽງແຕ່ການເຂົ້າເຖິງ ແລະການຂົນສົ່ງເທົ່ານັ້ນ, ມັນອາດເປັນຄວາມເຊື່ອຂອງຜູ້ຄົນຫລາຍກວ່າ ທີ່ເຮັດໃຫ້ອັດຕາການສັກວັກຊີນນັ້ນຕ່ຳກວ່າທີ່ຄວນເປັນ.ແຕ່ຄໍາແນະນໍາສໍາຄັນ ທີ່ຂ້າພະເຈົ້າຈະບອກກໍຄື ເຮົາຢາກໃຫ້ຜູ້ຄົນຖາມຄໍາຖາມ. ພວກເຮົາຢາກໃຫ້ຜູ້ຄົນ ໄດ້ຮັບຂໍ້ມູນ ແຕ່ໃຫ້ແນ່ໃຈວ່າ ທ່ານໄດ້ຮັບຂໍ້ມູນຈາກແຫລ່ງທີ່ດີ. ເຮົາເຫັນຫລາຍຄົນ ຫັນໄປຫາປັນຍາປະດິດ (Artificial Intelligence) ຫລືສື່ສານມວນຊົນ ບ່ອນທີ່ຂໍ້ມູນທີ່ທ່ານໄດ້ຮັບ ບໍ່ໜ້າເຊື່ອຖື. ທ່ານໝໍ ແລະຫມໍຢາຂອງພວກເຮົາ ເຮັດໄດ້ດີ ໃນການໃຫ້ຄໍາແນະນໍາແກ່ຜູ້ຄົນ ທີ່ເໝາະສົມສໍາລັບເຂົາເຈົ້າ ແລະແນ່ນອນວ່າ ພວກເຮົາຈະແນະນໍາ ໃຫ້ສັກວັກຊີນ ເພາະມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ. ສະນັ້ນ, ໃຫ້ແນ່ໃຈວ່າ ທ່ານໄດ້ຮັບຂໍ້ມູນຈາກແຫລ່ງທີ່ດີ."

ວັກຊີນໄຂ້ຫວັດໃຫຍ່ ມີໄວ້ໃຫ້ແລ້ວໃນຕອນນີ້ ຊຶ່ງເດືອນເມສາ ແລະເດືອນພຶດສະພາ ຖືວ່າເປັນເວລາທີ່ເຫມາະສົມ ສຳລັບການປ້ອງກັນ ກ່ອນລະດູການໄຂ້ຫວັດໃຫຍ່ທີ່ຮ້າຍແຮງທີ່ສຸດ.

ລາຍງານໂດຍ Greg Dyett ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now