ການຂາດແຄນອາຫານຍ້ອນສົງຄາມຕາເວັນອອກກາງ.

Food security affected by closure of the Strait of Hormuz

70% ຂອງການຂົນສົ່ງຜ່ານຊ່ອງແຄບ Hormuz ໄດ້ຫຼຸດລົງ ນັບແຕ່ຄວາມເຄັ່ງຕຶງໃນອ່າວ Persian Gulf ເພີ່ມຂຶ້ນໃນວັນທີ 28 ກຸມພາ. Source: EPA / NEIL HALL/EPA

ສົງຄາມໃນຕາເວັນອອກກາງ, ແລະການປິດ Strait of Hormuz ໄດ້ກໍ່ໃຫ້ເກີດ ວິກິດທາງພະລັງງານ ທີ່ສໍາຄັນທີ່ສຸດ ໃນຫລາຍສິບປີຜ່ານມາ. ແຕ່ນ້ຳມັນ ແລະແກັສ ບໍ່ໄດ້ເປັນພຽງຊັບພະຍາກອນ ສໍາຄັນຢ່າງດຽວເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ. ສົງຄາມ ຍັງໄດ້ທໍາລາຍການຂົນສົ່ງຂອງປຸ໋ຍ ຈາກຕາເວັນອອກກາງ, ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຜົນກະທົບ ຕໍ່ການຜລິດອາຫານ ໃນທ້ອງຖິ່ນ ແລະຄວາມຫມັ້ນຄົງດ້ານອາຫານ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຂາດແຄນອາຫານຍ້ອນສົງຄາມຕາເວັນອອກກາງ.

ສົງຄາມໃນຕາເວັນອອກກາງ, ແລະການປິດ Strait of Hormuz ຢ່າງມີປະສິດທິພາບ, ໄດ້ກໍ່ໃຫ້ເກີດ ສິ່ງທີ່ຜູ້ຊ່ຽວຊານບັນຍາຍວ່າ ເປັນວິກິດທາງພະລັງງານ ທີ່ສໍາຄັນທີ່ສຸດ ໃນຫລາຍສິບປີຜ່ານມາ.

ແຕ່ນ້ຳມັນ ແລະແກັສ ບໍ່ໄດ້ເປັນພຽງຊັບພະຍາກອນ ສໍາຄັນຢ່າງດຽວເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ.

ສົງຄາມ ຍັງໄດ້ທໍາລາຍການຂົນສົ່ງຂອງປຸ໋ຍ ຈາກຕາເວັນອອກກາງ, ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຜົນກະທົບ ຕໍ່ການຜລິດອາຫານ ໃນທ້ອງຖິ່ນ ແລະຄວາມຫມັ້ນຄົງດ້ານອາຫານ.

Angelica Waite ລາຍງານ.

ສົງຄາມໃນຕາເວັນອອກກາງ, ແລະການປິດ Strait of Hormuz ຢ່າງມີປະສິດທິພາບ, ໄດ້ກໍ່ໃຫ້ເກີດ ສິ່ງທີ່ຜູ້ຊ່ຽວຊານເອີ້ນວ່າ ເປັນວິກິດທາງພະລັງງານ ທີ່ສໍາຄັນທີ່ສຸດ ໃນຫລາຍກວ່າ 50 ປີ.

ດັ່ງທີ່ Dmitry Zhdannikov, ບັນນາທິການດ້ານ Energy and Commodities Editor ຂອງ Reuters ອະທິບາຍວ່າ, ການຄວບຄຸມນ້ຳມັນຜ່ານຊ່ອງແຄບ, ພ້ອມດ້ວຍຄວາມເສັຍຫາຍ ຕໍ່ໂຮງງານນ້ຳມັນ ໃນພູມີພາກ, ກໍາລັງກໍ່ໃຫ້ເກີດແຮງກະແທກ ຕໍ່ເສດຖະກິດທົ່ວໂລກ.

"ບັນຫາສໍາຄັນ ສໍາລັບຕລາດແມ່ນວ່າ Iran ໄດ້ປິດ Strait of Hormuz, ຊຶ່ງ 20% ຂອງນ້ຳມັນທົ່ວໂລກຕ້ອງຜ່ານ. ແຕ່ຍິ່ງໄປກວ່ານັ້ນ, ຍັງມີຄວາມເສັຍຫາຍຢ່າງຫລວງຫລາຍ ຕໍ່ໂຮງງານນ້ຳມັນ ໃນປະເທດ Saudi Arabia, Qatar, Kuwait, ແລະ the UAE. ແລະເຖິງແມ່ນວ່າ Strait of Hormuz ຈະເປີດອີກມື້ອື່ນ, ແຕ່ມັນຈະໃຊ້ເວລາດົນກວ່າເກົ່າ ທີ່ຈະກັບຄືນໄປຫາ ການລຳລຽງນ້ຳມັນຕາມປົກກະຕິ."

ຜົນສະທ້ອນ ຂອງລາຄານ້ຳມັນທີ່ເພີ່ມຂຶ້ນ ກໍາລັງກໍ່ໃຫ້ເກີດຄວາມກັງວົນຢ່າງຫລາຍ ໃນອອສເຕຣເລັຍ--ຊຶ່ງສ້າງຄວາມກັງວົນຢ່າງແຮງ ສໍາລັບກະສິກອນ ທີ່ຕ້ອງເພິ່ງພານ້ຳມັນ ໃນການປູກຝັງ ແລະການຂົນສົ່ງ.

Andrew Henderson ເປັນກະສິກອນລ້ຽງສັດ, ແລະເປັນຫົວຫນ້າ ຂອງ AgSecure, ຊຶ່ງທໍາງານເພື່ອປົກປ້ອງ ພາກການກະສິກັມ ແລະລະບົບອາຫານ ຂອງອອສເຕຣເລັຍ.

ຕອນນີ້ ລາວກໍາລັງນໍາພາການປະເມີນ ການຈັດຫາສາຍໂສ້ອາຫານແຫ່ງຊາດໃຫມ່ ທີ່ຣັດຖະບານຂອງ Albanese ໄດ້ປະກາດ, ຊຶ່ງຈັດຕັ້ງຂຶ້ນ ເພື່ອໃຫ້ຄໍາແນະນໍາ ແກ່ຣັດຖະບານ ກ່ຽວກັບການເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການຮັບມື ຂອງປະເທດ ຕໍ່ການລົບກວນການຜລິດອາຫານ ແລະສາຍໂສ້ການສນອງ (Supply chains).

ກ່ອນຫນ້ານີ້ ລາວໄດ້ບອກ SBS ວ່າມັນສໍາຄັນ ທີ່ຈະຮັບຮູ້ວ່າ ນ້ຳມັນບໍ່ໄດ້ເປັນພຽງສິນຄ້າທີ່ສໍາຄັນເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ ຈາກການປິດ Strait of Hormuz.

"ຖ້າຫາກເຮົາຄິດ ກ່ຽວກັບສິ່ງທີ່ຈະໄດ້ຮັບຜົນກະທົບ, ເຮົາຈະເບິ່ງເຊື້ອໄຟກ່ອນ ແລະສໍາຄັນທີ່ສຸດ, ເຫັນໄດ້ຢ່າງແຈ່ມແຈ້ງວ່າ ພູມີພາກຈະຖືກກະທົບ ແລະແລ້ວພວກເຮົາຈະເບິ່ງສິ່ງຕ່າງໆ ເຊັ່ນປຸ໋ຍ ແລະຄວາມກົດດັນທີ່ສູງຂຶ້ນ ຊຶ່ງຈະເຮັດໃຫ້ລາຄາຂອງປຸ໋ຍແພງຂຶ້ນ, ແຕ່ຍັງໝາຍເຖິງວ່າ ຈະມີປຸ໋ຍໃຫ້ແກ່ກະສິກອນຂອງພວກເຮົາ ຫຼືບໍ່ ນໍາອີກ."

ຕາເວັນອອກກາງ ເປັນຜູ້ສນອງປຸ໋ຍທີ່ສໍາຄັນໃນໂລກ, ໂດຍສົ່ງອອກປະມານ 45% ຂອງການສນອງຂອງໂລກ.

David Ubilava, ຮອງສາດສະດາຈານ ຝ່າຍເສດຖະກິດ ທີ່ມະຫາວິທະຍາລັຍ Sydney, ກ່າວວ່າ ການປິດຊ່ອງແຄບ ກໍາລັງກີດກັນການສົ່ງອອກເຫລົ່ານີ້.

"ປຸ໋ຍຢ່າງຫລວງຫລາຍ ຕ້ອງຜ່ານຊ່ອງທາງດຽວກັນ ກັບທີ່ມັນມີຜົນກະທົບຕໍ່ນ້ຳມັນ. ແທ້ຈິງແລ້ວ, ອາດມີສ່ວນແບ່ງການສົ່ງອອກປຸ໋ຍທົ່ວໂລກ ອາດຕ້ອງຜ່ານທາງນັ້ນ. ແລະອອສເຕຣເລັຍ ກໍປະເຊີນກັບສິ່ງນີ້ໂດຍສະເພາະ ຍ້ອນວ່າພວກເຮົາ ນຳເຂົ້າເຄິ່ງຫນຶ່ງ, ຫຼືອາດເປັນສອງສ່ວນສາມຂອງປຸ໋ຍ ຂອງພວກເຮົາຈາກເຂດນັ້ນ."

ສິນຄ້າສໍາຄັນຢ່າງຫນຶ່ງ ທີ່ໄດ້ຮັບຜົນກະທົບແມ່ນ Urea ເຊິ່ງເປັນປຸ໋ຍ Nitrogen ທີ່ສໍາຄັນ ທີ່ໃຊ້ໃນການກະສິກັມ.

ຂໍ້ມູນການຄ້າ ຈາກສຳນັກງານສະຖິຕິອອສເຕຣເລັຍ ສະແດງໃຫ້ເຫັນວ່າ ອອສເຕຣເລັຍ ໄດ້ນຳເຂົ້າ 64 ເປີເຊັນຂອງ Urea ຈາກຕາເວັນອອກກາງໃນປີ 2025.

ການປິດ Strait of Hormuz ໄດ້ເຫັນລາຄາຂອງ Urea ທົ່ວໂລກເພີ່ມຂຶ້ນປະມານ 25 ເປີເຊັນ.

ໂດຍທີ່ບໍ່ມີການຜລິດໃນປະເທດ, Mr Ubilava ກ່າວວ່າ ການເພີ່ມຂຶ້ນຂອງລາຄາທົ່ວໂລກ ກໍາລັງເຮັດໃຫ້ກະສິກອນ ຂອງອອສເຕຣເລັຍ ມີຄວາມອ່ອນແອຫລາຍທີ່ສຸດ.

"ໃນອອສເຕຣເລັຍ, ສ່ວນຫລາຍແລ້ວ ມັນຖືກນໍາໃຊ້ກັບສິນຄ້າສໍາຄັນສາມຢ່າງ: Wheat, Barley, ແລະ Canola. ແລະພວກເຮົາ ເປັນຜູ້ສົ່ງອອກທັງສາມຢ່າງ, ຊຶ່ງເປັນສິ່ງດີ. ແຕ່ມັນຫມາຍຄວາມວ່າ ກະສິກອນສ່ວນໃຫຍ່ຂອງເຮົາ ໄດ້ຮັບຜົນກະທົບນີ້, ຊຶ່ງນອກເຫນືອໄປຈາກການລົບກວນຂອງຕລາດນ້ຳມັນ ທີ່ເຂົາເຈົ້າກໍາລັງປະເຊີນຢູ່."

Mr Henderson ກ່າວວ່າ ລາຄາຂອງນ້ຳມັນ ແລະປຸ໋ຍທີ່ເພີ່ມຂຶ້ນ ໄດ້ມາເຖິງ ໃນເວລາທີ່ບໍ່ດີ ສໍາລັບກະສິກອນ.

"ພວກເຮົາ ກໍາລັງກ້າວໄປສູ່ ໄລຍະທີ່ພາກການຜລິດຂອງເຮົາ, ໂດຍສະເພາະກະສິກອນຂອງພວກເຮົາ ກໍາລັງຕຽມພ້ອມ ທີ່ຈະປູກພືດໃນລະດູຫນາວຂອງເຂົາເຈົ້າ. ນັ້ນຫມາຍຄວາມວ່າ ຄວາມຕ້ອງການເພີ່ມຂຶ້ນ ສໍາລັບສິ່ງຕ່າງໆ ເຊັ່ນນ້ຳມັນເຊື້ອໄຟ ແລະໂດຍສະເພາະປຸ໋ຍນໍາອີກ... ຈະມີຄວາມຕ້ອງການເພີ່ມຂຶ້ນ ຈາກກະສິກອນເຫລົ່ານັ້ນ ເພາະຝົນຕົກໃນບໍ່ດົນມານີ້. ສະນັ້ນ ຊ່ວງເວລາຂອງການຂັດແຍ້ງນີ້ ບໍ່ໄດ້ເປັນສິ່ງດີສໍາລັບພວກເຮົາ."

Mr Ubilava ກ່າວວ່າ ໃນຂນະທີ່ການນຳເຂົ້າປຸ໋ຍ ຈາກຕາເວັນອອກກາງ ສ່ວນຫລາຍຖືກປິດກັ້ນ, ຍັງມີຜູ້ສົ່ງອອກປຸ໋ຍອື່ນອີກ ທີ່ອອສເຕຣເລັຍສາມາດຫັນໄປຫາໄດ້, ຮວມເຖິງເອເຊັຍຕາເວັນອອກສ່ຽງໃຕ້ ຊຶ່ງໄດ້ຈັດຫາ Urea ປະມານຫນຶ່ງສ່ວນສາມ ຂອງອອສເຕຣເລັຍແລ້ວ.

ເຖິງແມ່ນວ່າ ນີ້ຫມາຍຄວາມວ່າ ບໍ່ມີການຂາດແຄນໃນທັນທີ, ແຕ່ລາວກ່າວວ່າ ສິ່ງນີ້ສາມາດປ່ຽນແປງໄດ້ ຖ້າຫາກສົງຄາມຍັງດໍາເນີນຕໍ່ໄປ.

"ສະນັ້ນໃນເວລານີ້, ຂ້າພະເຈົ້າຄິດວ່າ ມັນເປັນບັນຫາທີ່ສຳຄັນກວ່າ ແມ່ນລາຄາ....ຫລາຍກວ່າການສນອງ (Supply). ແຕ່ຖ້າຫາກການຂັດແຍ້ງດ້ານສົງຄາມ ດໍາເນີນຕໍ່ໄປ ແລະຕລາດຍັງຖືກລົບກວນ, ແລ້ວການຂາດແຄນ ຈະກາຍເປັນບັນຫາ. ບັນຫາທີ່ຍິ່ງໃຫຍ່ກວ່ານັ້ນ ແມ່ນຖ້າຫາກເຂົາເຈົ້າ ເຕັມໃຈທີ່ຈະຈ່າຍລາຄາແພງ, ແຕ່ເຂົາເຈົ້າບໍ່ສາມາດຊອກຫາປຸ໋ຍໄດ້. ແລະຂ້າພະເຈົ້າບໍ່ຄິດວ່າ ເຮົາຍັງຢູ່ໃນຂັ້ນຕອນນັ້ນ, ແລະຂ້າພະເຈົ້າບໍ່ຄິດວ່າ ມັນເປັນກໍຣະນີທີ່ເປັນໄປໄດ້, ແຕ່ແລ້ວມັນຈະຂຶ້ນຢູ່ກັບວ່າ ການຂັດແຍ້ງ ແລະການລົບກວນຂອງຕລາດ ຈະຄົງຢູ່ດົນປານໃດ."

ຄໍາຖາມທີ່ຫລາຍຄົນຖາມ ຄືທັງໝົດນີ້ຫມາຍຄວາມວ່າແນວໃດ ສໍາລັບລາຄາຂອງສິນຄ້າ?

Mr Ubilava ກ່າວວ່າ ການເພີ່ມຂຶ້ນຂອງລາຄາໃນໄລຍະສັ້ນ ຂອງການນຳເຂົ້າ, ດັ່ງທີ່ເຮົາເຫັນຢູ່ໃນເວລານີ້, ບໍ່ມີຜົນກະທົບໂດຍກົງ ຕໍ່ລາຄາອາຫານ ສໍາລັບຜູ້ບໍຣິໂພກ ຢູ່ຕລາດໃນອອສເຕຣເລັຍ.

ລາວກ່າວວ່າ ໃນປະເທດທີ່ມີລາຍໄດ້ສູງ ເຊັ່ນອອສເຕຣເລັຍ, ລາຄາຂອງອາຫານສ່ວນຫລາຍ ຈະຖືກກໍານົດໂດຍລາຄາຂອງການແປຮູບ, ການບັນຈຸຫໍ່ ແລະການຕລາດ-ແທນທີ່ຈະເປັນລາຄາ ທີ່ ຈ່າຍໃຫ້ແກ່ກະສິກອນ.

ແຕ່ Mr Henderson ກ່າວວ່າ ມີຄວາມເປັນຫ່ວງວ່າ ຖ້າຫາກການຂັດແຍ້ງນັ້ນເປັນເວລາດົນນານ, ແລະສິນຄ້າເຊັ່ນນ້ຳມັນ ແລະປຸ໋ຍ ຍັງຄົງໄດ້ຮັບຜົນກະທົບຕໍ່ໄປ, ຄວາມບໍ່ຫມັ້ນຄົງທາງອາຫານ ຈະຮ້າຍແຮງຂຶ້ນໃນອອສເຕຣເລັຍ.

"ຖ້າຫາກເຮົາບໍ່ເຂົ້າໃຈ ປັດຈັຍພື້ນຖານເຫລົ່ານັ້ນ ແລະການຂັດແຍ້ງນີ້ຈະດໍາເນີນຕໍ່ໄປ ແລະເຮົາເລີ່ມເຫັນຄວາມກົດດັນທີ່ແທ້ຈິງ ຕໍ່ການຈັດຫາເຊື້ອໄຟເຫລົ່ານັ້ນ, ແລ້ວແນ່ນອນ ນັ້ນຫມາຍຄວາມວ່າ ຄວາມສາມາດຂອງເຮົາ ທີ່ຈະສາມາດແຈກຈ່າຍອາຫານ ແລະສົ່ງມັນໄປຫາບ່ອນທີ່ຈໍາເປັນ ຈະຈໍາກັດຫລາຍຂຶ້ນເລື້ອຍໆ. ບັດນີ້ ມັນມີຄວາມກົດດັນ. ແລະພວກເຮົາໄດ້ເຫັນ ສິ່ງທີ່ໄດ້ເກີດຂຶ້ນກັບຜູ້ຄົນ ເມື່ອເຂົາເຈົ້າບໍ່ສາມາດເຂົ້າເຖິງເຈັ້ຍອະນາມັຍ. ໃຫ້ວາດພາບເບິ່ງວ່າ ຈະມີຫຍັງເກີດຂຶ້ນ ເມື່ອຜູ້ຄົນມີບັນຫາແທ້ໆ ໃນການເຂົ້າເຖິງອາຫານຢູ່ໃນຕລາດ. ບັດນີ້ ເຮົາບໍ່ຢາກໃຫ້ມັນໄປເຖິງຈຸດນັ້ນ, ແຕ່ເຮົາຕ້ອງໃຊ້ວິທີທາງທີ່ສງົບ ແລະເປັນລະບົບ ໃນການວາງແຜນ ທີ່ຈະຫລຸດຜ່ອນຄວາມສ່ຽງນັ້ນ."

ປີກາຍນີ້, ຣັດຖະບານອອສເຕຣເລັຍ ໄດ້ໃຫ້ຄໍາຫມັ້ນສັນຍາ 3.5 ລ້ານໂດລາ ເພື່ອພັດທະນາຍຸດທະວິທີ ຄວາມຫມັ້ນຄົງທາງອາຫານແຫ່ງຊາດ, ໂດຍຍອມຮັບວ່າ ລະບົບອາຫານຂອງປະເທດ ກໍາລັງຕົກຢູ່ໃນຄວາມກົດດັນ ທີ່ເພີ່ມຂຶ້ນຈາກຄວາມທ້າທາຍຕ່າງໆ, ຮວມທັງການປ່ຽນແປງສະພາບອາກາດ, ແຮງກະທົບທາງເສດຖະກິດ, ການລົບກວນສາຍໂສ້ການສນອງ (Supply chain) ແລະປັດຈັຍທາງດ້ານການເມືອງ.

Mr Henderson ກ່າວວ່າ ຄວາມກົດດັນທີ່ເພີ່ມຂຶ້ນ ໃນສົງຄາມໃນຕາເວັນອອກກາງ ມີຕໍ່ສາຍໂສ້ການສນອງ (Supply chain) ທີ່ສໍາຄັນ ເຮັດໃຫ້ເຫັນໄດ້ຢ່າງແຈ່ມແຈ້ງ ເຖິງຄວາມຈໍາເປັນ ຂອງວິທີທາງໃຫມ່--ຊຶ່ງເພິ່ງພາການຂົນສົ່ງໜ້ອຍລົງ ຈາກຕລາດທີ່ມີການແຂ່ງຂັນກັນຫລາຍຂຶ້ນ.

ລາວກ່າວວ່າ ຈົນກວ່າອອສເຕຣເລັຍຈະປ່ຽນແປງແນວທາງໃໝ່, ລະບົບອາຫານຂອງເຮົາ ຈະຍັງອ່ອນແອຢູ່.

"ການຂັດແຍ້ງ ໃນຕາເວັນອອກກາງ ເປັນກໍຣະນີຫນຶ່ງອີກ ທີ່ເຮົາຕ້ອງການຍຸດທະວິທີ ຄວາມຫມັ້ນຄົງທາງອາຫານ ຂອງປະເທດ ທີ່ຄໍານຶງເຖິງຄວາມຫມັ້ນຄົງ ຂອງສິ່ງພື້ນຖານ ທີ່ເຮົາຖືວ່າເປັນເລື່ອງທັມມະດາ ເຊັ່ນເຊື້ອໄຟແຫຼວ. ເຮົາຈະເຫັນລາຄາແພງຫລາຍຂຶ້ນ, ແນ່ນອນ. ແຕ່ຖ້າຫາກມັນດໍາເນີນຕໍ່ໄປ, ເຮົາຈະເຫັນການຫລຸດຈໍານວນລົງ ຊຶ່ງອາດມີຜົນກະທົບໄດ້. ບັດນີ້ ເຮົາຕ້ອງມີເຫດການສຸກເສີນສໍາລັບສິ່ງນັ້ນ , ຊຶ່ງມີບາງຢ່າງ, ແຕ່ຂ້າພະເຈົ້າບໍ່ຄິດວ່າ ມັນຈະມີຢູ່ໃນຂອບເຂດທີ່ເຮົາຕ້ອງການ ເພື່ອຈະສາມາດຮັກສາ ຄວາມຕໍ່ເນື່ອງຂັ້ນພື້ນຖານ ຂອງລະບົບອາຫານ."

ລາຍງານໂດຍ Angelica Waite ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now