ວິກິດດ້ານພະລັງງານ ຈາກສົງຄາມຕາເວັນອອກກາງ.

Port Melbourne Oil Infrastructure - 20 Mar 2026

ຣົດບັນທຸກນ້ຳມັນກຳລັງລໍຖ້ານ້ຳມັນທີ່ Yarraville, Port Melbourne ໃນຂນະທີ່ການຂັດແຍ່ງໃນຕາເວັນອອກກາງ ໄດ້ສົ່ງຜົນກະທົບໄປທົ່ວໂລກ. Source: SIPA USA / Josh Stanyer / SOPA Images/Josh Stanyer / SOPA Images/Sipa USA

ຫນ່ວຍງານ ພະລັງງານນາໆຊາດ (The International Energy Agency) ເຕືອນວ່າ ຜູ້ນໍາຂອງໂລກ ອາດບໍ່ຮູ້ເຖິງຄວາມເລິກຊຶ້ງ ຂອງວິກິດທາງພະລັງງານ ທີ່ກໍາລັງເກີດຂຶ້ນ, ໃນຂນະທີ່ສົງຄາມ ຂອງສະຫະຣັດອາເມຣິກາ ກັບ Iran ກໍາລັງຮຸນແຮງຂຶ້ນ. ຕລາດມີປະຕິກິຣິຍາໃນທາງບວກ ຕໍ່ການປະກາດ ຂອງປະທານາທິບໍດີສະຫະຣັດອາເມຣິກາ, Donald Trump, ໃນຄືນທີ່ຜ່ານມາ ວ່າ Iran ແລະອາເມຣິກາ ກໍາລັງເຈຣະຈາຂໍ້ຕົກລົງ. ແຕ່ Iran ໄດ້ທໍາລາຍການເບິ່ງໂລກໃນແງ່ດີໃນທັນທີ, ດ້ວຍການຕອບຕໍ່ຄໍາຖແລງນັ້ນ ໂດຍກ່າວວ່າ ສິ່ງທີ່ Trump ກ່າວນັ້ນບໍ່ແມ່ນຄວາມຈິງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ວິກິດດ້ານພະລັງງານ ຈາກສົງຄາມຕາເວັນອອກກາງ.

ຫນ່ວຍງານ ພະລັງງານນາໆຊາດ (The International Energy Agency) ເຕືອນວ່າ ຜູ້ນໍາຂອງໂລກ ອາດບໍ່ຮູ້ເຖິງຄວາມເລິກຊຶ້ງ ຂອງວິກິດທາງພະລັງງານ ທີ່ກໍາລັງເກີດຂຶ້ນ, ໃນຂນະທີ່ສົງຄາມ ຂອງສະຫະຣັດອາເມຣິກາ ກັບ Iran ກໍາລັງຮຸນແຮງຂຶ້ນ.

ການປິດ Strait of Hormuz ຢ່າງມີປະສິດທິພາບ ໄດ້ກໍ່ໃຫ້ເກີດການຂາດນ້ຳມັນທົ່ວໂລກ ທີ່ຜູ້ຊ່ຽວຊານກ່າວວ່າ ຈະມີຜົນກະທົບຢ່າງກວ້າງຂວາງ ແລະຮ້າຍແຮງ.

Camille Bianchi ລາຍງານ.

ຫນ່ວຍງານພະລັງງານນາໆຊາດ (the International Energy Agency) ແມ່ນໜ່ວຍງານ ທີ່ຖືກຈັດຕັ້ງຂຶ້ນ ເພື່ອຮັບມື ກັບຜົນກະທົບດ້ານພະລັງງານ ແລະເປີດເຜີຍລາຍງານຂອງມັນເອງ.

Fatih Birol, ຜູ້ອໍານວຍການ, ກ່າວຄຳປະກາດທີ່ໜ້າຢ້ານກົວນີ້ວ່າ: ວິກິດນ້ຳມັນໃນປະຈຸບັນ ແມ່ນຮ້າຍແຮງທີ່ສຸດ ຊຶ່ງຫລາຍກວ່າສອງເທົ່າ ໃນປວັດສາດ.

"ພວກເຮົາຫລາຍຄົນ ຍັງຈື່ວິກິດນ້ຳມັນສອງເທື່ອຕິດຕໍ່ກັນ ໃນຊ່ວງປີ 1970, 1973 ແລະ 1979. ແລະໃນເວລານັ້ນ, ໃນແຕ່ລະວິກິດ, ໂລກໄດ້ສູນເສັຍປະມານ 5 ລ້ານ Barrels ຕໍ່ມື້, ທັງສອງລວມກັນ ເປັນ 10 ລ້ານBarrels ຕໍ່ມື້. ແລະຫລັງຈາກນັ້ນ, ເຮົາທຸກຄົນຮູ້ວ່າ ມີບັນຫາເລື່ອງເສດຖະກິດທີ່ຮ້າຍແຮງທົ່ວໂລກ, ເສດຖະກິດຕົກຕ່ຳ. ແລະມື້ນີ້, ພຽງແຕ່ໃນມື້ນີ້ເທົ່ານັ້ນ, ພວກເຮົາໄດ້ສູນເສັຍ 11 ລ້ານ Barrels ຕໍ່ມື້."

ຄໍາຖແລງການນັ້ນ, ກ່າວຢູ່ທີ່ National Press Club ໃນ Canberra, ໂຕເລກນັ້ນ ໄດ້ສ້າງຄວາມຕົກໃຈຢ່າງຫຼາຍ; ໃນຂນະທີ່ ປະເທດຕ່າງໆທົ່ວໂລກ ພະຍາຍາມຈັດການ ກັບການຈັດຫານ້ຳມັນຂອງຕົນ.

Patrick Gorman ຜູ້ຊ່ອຍນາຍົກຣັດຖະມົນຕີກ່າວວ່າ ໃນຂນະທີ່ມີການພິຈາຣະນາທາງເລືອກຕ່າງໆ ເພື່ອໃຫ້ແນ່ໃຈວ່າ ມີການສນອງນ້ຳມັນທີ່ຫມັ້ນຄົງ ໃນອອສເຕຣເລັຍ, ຣັດຖະບານ ບໍ່ໄດ້ເບິ່ງທີ່ການໃຊ້ພະລັງງານນ້ຳມັນສຸກເສີນ.

ພາຍໃຕ້ກົດຫມາຍສຸກເສີນນ້ຳມັນແຫຼວ [1984] [the Liquid Fuel Emergency Act (1984)] ຣັດຖະບານມີອໍານາດ ທີ່ຈະສົ່ງໄປຫາບ່ອນທີ່ຈໍາເປັນໂດຍກົງ.

“ສິ່ງທີ່ພວກເຮົາເຮັດຕໍ່ໄປ ແມ່ນເພື່ອໃຫ້ແນ່ໃຈວ່າ ພວກເຮົາເບິ່ງທຸກສິ່ງທີ່ຈໍາເປັນ ເພື່ອການສນອງໃຫ້ແກ່ອອສເຕຣເລັຍ ເພື່ອວ່າເຮົາຈະມີນ້ຳມັນສໍາລັບທຸຣະກິດ, ສໍາລັບກະສິກອນຂອງເຮົາ, ສໍາລັບເມືອງຂອງເຮົາ. ແລະອອສເຕຣເລັຍ ກໍເປັນຜູ້ສົ່ງອອກພະລັງງານ. ນັ້ນເປັນສິ່ງທີ່ຂ້າພະເຈົ້າຄິດວ່າ ພວກເຮົາພູມໃຈຫລາຍ. ມັນເປັນສ່ວນສຳຄັນຂອງເສດຖະກິດຂອງເຮົາ. ມັນຍັງເປັນສ່ວນສໍາຄັນ ຂອງການສົນທະນາກ່ຽວກັບການໃຫ້ແນ່ໃຈວ່າ ເຮົາມີຄວາມສາມາດດ້ານພະລັງງານ, ແຕ່ຍັງມີການເຈຣະຈາທີ່ມີປະສິດທິຜົນ ກັບຄູ່ຄ້າຂອງເຮົານໍາອີກ."

ຣັດຖະບານ ກໍຍັງມີຄວາມກົດດັນ ທີ່ຈະນໍາໃຊ້ບົດບັນຍັດ ໃນໄລຍະສົງຄາມ ຊຶ່ງຈະເກັບພາສີ 25 ເປີເຊັນ ສໍາລັບການສົ່ງອອກແກັສ-ໂດຍທີ່ Larissa Waters ຜູ້ນໍາພັກ Greens ສນັບສນູນການຮຽກຮ້ອງດັ່ງກ່າວ.

"ເກັບພາສີບໍຣິສັດແກັສ ທີ່ສົ່ງອອກແກັສ ແລະມີກຳໄລເປັນປວັດການ, ໃນຂນະທີ່ ຄົນທົ່ວໄປຕ້ອງຈ່າຍລາຄາ."

ເຖິງແມ່ນຈະມີການສນອງ-ຕົ້ນທຶນກໍເປັນປັນຫາ. ໂຄສົກຂອງ NRMA, Peter Khoury ກ່າວວ່າ ລາຄາແມ່ນຢູ່ໃນລະດັບສູງສຸດ ເປັນປວັດການ.

"ການເພີ່ມຂຶ້ນ ພຽງແຕ່ໃນອາທິດຜ່ານມານີ້ເທົ່ານັ້ນ ກໍສູງຫລາຍ. ການເພີ່ມຂຶ້ນຂອງລາຄາຂອງນ້ຳມັນໄຮ້ກົ່ວ (Unleaded Petrol) ໃນເຈັດມື້ທີ່ຜ່ານມາ ໄດ້ເພີ່ມຂຶ້ນ 23 ເຊັນຕໍ່ລິດທົ່ວປະເທດ. ນ້ຳມັນກາຊວນ (Diesel) ຍິ່ງຮ້າຍແຮງກວ່ານັ້ນ ຊຶ່ງຢູ່ທີ່ 35 ເຊັນຕໍ່ລິດ, ໂດຍສເລັ່ຍ."

ມັນເປັນພາບຮວມ ຂອງສິ່ງທີ່ກໍາລັງເກີດຂຶ້ນທົ່ວໂລກ.

ໃນ Beijing, ເມືອງຫລວງຂອງປະເທດຈີນ, ຜູ້ຂັບຣົດໄດ້ລໍຖ້າຕລອດຄືນ, ໃນການຄາດວ່າ ຈະມີການຍົກລະດັບລາຄານ້ຳມັນ ຂອງປະເທດ.

ໃນປະເທດອິນເດັຍ ກໍຄ້າຍຄືກັນ, ທີ່ບ່ອນຂາຍນ້ຳມັນຫລາຍບ່ອນ ເຕັມໄປດ້ວຍລູກຄ້າ ທີ່ແຍ່ງຊິງກັນ ເພື່ອຕື່ມນ້ຳມັນຣົດຂອງເຂົາເຈົ້າ.

Altaf Sayyad ຊາວເມືອງ Ahmedabad ກ່າວວ່າ ສະຖານະການນັ້ນຮ້າຍແຮງຫຼາຍ.

"ບໍ່ມີໃຜຮູ້ວ່າ ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ. ພວກເຮົາໄດ້ຕິດຢູ່ທີ່ປ້ຳນ້ຳມັນ ເປັນເວລາຊົ່ວໂມງເຄິ່ງ ເຖິງສອງຊົ່ວໂມງແລ້ວ. ບໍ່ວ່າຊາຍ ຫຼືຍິງ, ທຸກຄົນກໍຕິດຢູ່ທີ່ນີ້. ພວກເຮົາບໍ່ຮູ້ວ່າ ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ."

ເມື່ອບໍ່ດົນມານີ້ ຫນ່ວຍງານພະລັງງານນາໆຊາດ (The International Energy Agency-IEA) ໄດ້ປ່ອຍນ້ຳມັນ 400 ລ້ານ Barrels ຈາກຄັງສຳຮອງສຸກເສີນທົ່ວໂລກ ເປັນຄັ້ງປວັດສາດ.

ສາດສະດາຈານ Thierry Bros, ອະດີດຜູ້ຕ່າງຫນ້າຂອງຝຣັ່ງທີ່ IEA, ກ່າວວ່າ ເຖິງແມ່ນຈະມີປະຣິມານຫລວງຫລາຍ, ແຕ່ມັນຈະບໍ່ປິດຊ່ອງວ່າງ ໃນການສນອງຂອງໂລກ-ເພາະມັນບໍ່ສາມາດປົດປ່ອຍໄດ້ໄວພໍ.

"ພວກເຮົາມີ 400 ລ້ານ Barrels ເຫລົ່ານີ້, ແຕ່ພວກເຮົາ ບໍ່ສາມາດປ່ອຍມັນໄດ້ທັນທີ. ພວກເຮົາບໍ່ມີທໍ່ສົ່ງ; ມັນບໍ່ໄດ້ຖືກອອກແບບ ສໍາລັບສິ່ງນັ້ນ. ພວກເຮົາບໍ່ມີຄວາມສາມາດ - IEA ບໍ່ມີຄວາມສາມາດ ທີ່ຈະເອົາ 20ລ້ານ Barrels ກັບຄືນໄປຫາຕລາດທຸກມື້."

Mr Birol, ຜູ້ອໍານວຍການຂອງໜ່ວຍງານ, ບໍ່ໄດ້ລັງເລ ໃນການປະເມີນຂອງລາວ ກ່ຽວກັບສິ່ງທີ່ຕ້ອງເກີດຂຶ້ນ ເພື່ອຫລີກເວັ້ນຈາກວິກິດທົ່ວໂລກ.

"ເມື່ອບໍ່ດົນມານີ້ ພວກເຮົາໄດ້ປ່ອຍມາດຕະການ ດ້ານຄວາມຕ້ອງການ (Demand) ບາງຢ່າງ, ວ່າພວກເຮົາຈະຫລຸດຜ່ອນການຕ້ອງການ (Demand) ໄດ້ແນວໃດ, ແຕ່ສິ່ງທີ່ພວກເຮົາກໍາລັງເຮັດຢູ່ ຄືຫລຸດຜ່ອນຄວາມເຈັບປວດທາງເສດຖະກິດ. ທາງແກ້ໄຂທີ່ສໍາຄັນທີ່ສຸດ ສໍາລັບບັນຫານີ້ ຄືການເປີດຊ່ອງແຄບ Hormuz (the Hormuz Strait) ດັ່ງສະຖານະການຕອນນີ້."

ແຕ່ບໍ່ມີແນວທາງທີ່ຊັດເຈນ ສໍາລັບສິ່ງນັ້ນທີ່ຈະເກີດຂຶ້ນ.

ຕລາດມີປະຕິກິຣິຍາໃນທາງບວກ ຕໍ່ການປະກາດ ຂອງປະທານາທິບໍດີສະຫະຣັດອາເມຣິກາ, Donald Trump, ໃນຄືນທີ່ຜ່ານມາ ວ່າ Iran ແລະອາເມຣິກາ ກໍາລັງເຈຣະຈາຂໍ້ຕົກລົງ.

ຂໍ້ຄວາມໃນເວັບໄຊ້ໃນ Truth Social ຂອງລາວ, Trump ກ່າວວ່າ ລາວໄດ້ບອກ Pentagon ໃຫ້ "ເລື່ອນການໂຈມຕີທາງທະຫານໃດໆ ແລະທັງຫມົດ ຕໍ່ໂຮງງານພະລັງງານ ແລະໂຄງສ້າງພື້ນຖານພະລັງງານ ຂອງ Iran ເປັນເວລາຫ້າມື້, ຂຶ້ນຢູ່ກັບຄວາມສໍາເລັດ ຂອງການປະຊຸມທີ່ກຳລັງດໍາເນີນຢູ່."

ແຕ່ Iran ໄດ້ທໍາລາຍການເບິ່ງໂລກໃນແງ່ດີໃນທັນທີ, ດ້ວຍການຕອບຕໍ່ຄໍາຖແລງນັ້ນ.

"ໃນການຕອບຕໍ່ຄໍາອ້າງ ທີ່ເປັນເທັດຂອງ Trump, ໂຄສົກຂອງຣັດຖະບານ ໄດ້ເນັ້ນຫນັກວ່າ ບໍ່ມີການເຈຣະຈາ ກັບອາເມຣິກາ. Mr. Ghalibaf ໄດ້ແບ່ງປັນຂໍ້ຄວາມ ໃນສື່ສານມວນຊົນ ໂດຍກ່າວວ່າ "ປະຊາຊົນຂອງພວກເຮົາ ຮຽກຮ້ອງໃຫ້ມີການລົງໂທດຜູ້ຮຸກຮານຢ່າງເຕັມທີ່ ແລະຫນ້າອັບອາຍ." ແລະກ່າວວ່າ "ເຈົ້າຫນ້າທີ່ທຸກຄົນ ຢືນຢ່າງຫມັ້ນຄົງ ຢູ່ຂ້າງຫລັງຜູ້ນໍາ ແລະປະຊາຊົນຂອງເຂົາເຈົ້າ, ຈົນກວ່າຈະບັນລຸເປົ້າຫມາຍນີ້."ແລະວ່າ ບໍ່ມີການເຈຣະຈາໃດໆກັບສະຫະຣັດອາເມຣິກາ."

ແຕ່ຍັງມີຄວາມພະຍາຍາມຮ່ວມກັນທົ່ວໂລກ ໃນການເປີດ Strait of Hormuz ຄືນໃຫມ່ ແລະຍຸດຕິ Iran ຈາກການປິດກັ້ນ ການຈັດຫານ້ຳມັນທົ່ວໂລກ.

ໃນບໍ່ດົນມານີ້, Mark Rutte ເລຂາໃຫຍ່ຂອງ NATO ໄດ້ບອກ Fox News ວ່າ 22 ປະເທດ, ຮວມທັງສະມາຊິກຂອງ NATO ແລະພັນທະມິດຂອງອາເມຣິກາ ກໍາລັງຕອບຮັບ ຕໍ່ການຮຽກຮ້ອງ ຂອງປະທານທິບໍດີ Trump ໃຫ້ຊ່ອຍເປີດເສັ້ນທາງຄືນໃຫມ່.

"ຂ່າວດີກໍຄື ນັບແຕ່ວັນອັງຄານ, ກຸ່ມ 22 ປະເທດ, ສ່ວນຫລາຍຈາກ NATO, ແຕ່ຍີ່ປຸ່ນ, ເກົາຫລີ, ອອສເຕຣເລັຍ, ນິວຊີແລນ, UAE ແລະ Bahrain, ປະເທດອື່ນໆສ່ວນຫລາຍຈາກ NATO, ໄດ້ມາຮ່ວມກັນເພື່ອດຳເນີນການ ຕາມວິສັຍທັດຂອງລາວ ໃນການໃຫ້ແນ່ໃຈວ່າ Strait of Hormuz ເປັນອິດສຣະ, ກໍາລັງເປີດໃຫ້ໄວ ເທົ່າທີ່ຈະເປັນໄປໄດ້."

ແຕ່ບໍ່ແມ່ນພັນທະມິດທັງຫມົດ ທີ່ເຂົ້າຮ່ວມ: ຣັດຖະມົນຕີ ການຕ່າງປະເທດຍີ່ປຸ່ນກ່າວວ່າ ຄວາມຊ່ອຍເຫລືອຂອງຕົນ ແມ່ນຂຶ້ນຢູ່ກັບການຢຸດຍິງ.

ແລະປະເທດ ອາດພິຈາຣະນາ ການໃຊ້ກອງທັບຂອງຕົນ ສໍາລັບການເກັບກວາດລະເບີດ ຢູ່ໃນຊ່ອງແຄບ Hormuz, ຖ້າຫາກມີການຢຸດຍິງເທົ່ານັ້ນ.

ປະເທດຍີ່ປຸ່ນ ໄດ້ຮັບນ້ຳມັນປະມານ 90 ເປີເຊັນຜ່ານ Strait of Hormuz, ຊຶ່ງສ່ວນໃຫຍ່ຖືກປິດ ນັບຕັ້ງແຕ່ອາເມຣິກາ ແລະອິດສະຣາເອລ ໄດ້ເຮັດສົງຄາມກັບ Iran.

ອີງຕາມ Martha MacCallum ຂອງ Fox News, Donald Trump ໄດ້ບອກນາງວ່າ ຍີ່ປຸ່ນຈະຢູ່ທີ່ນັ້ນ ເພື່ອອາເມຣິກາ.

"ຍັງໄດ້ບອກຂ້າພະເຈົ້າວ່າ ລາວຄິດວ່າ ຍີ່ປຸ່ນເຂົ້າຂ້າງພວກເຮົາຫລາຍກວ່າ, ເຖິງແມ່ນວ່າ ເຂົາເຈົ້າຖືກຈໍາກັດ ຕາມຣັດຖະທໍາມະນູນ ໃນການສົ່ງກໍາປັ່ນເຂົ້າໄປໃນຊ່ອງແຄບກໍຕາມ. ລາວເຊື່ອວ່າ ຖ້າຫາກພວກເຮົາຕ້ອງການຍີ່ປຸ່ນ, ຍີ່ປຸ່ນກໍຈະຢູ່ຄຽງຂ້າງເຮົາ, ຫລາຍກວ່າ NATO ອີກຊ້ຳ. ຊຶ່ງເປັນຄໍາເວົ້າທີ່ຫນ້າປະທັບໃຈຫລາຍ ເມື່ອທ່ານມາເບິ່ງປວັດສາດ."

ລາຍງານໂດຍ Camille Bianchi ແລະ Anna Henderson ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now