ສະຖານະການດ້ານນ້ຳມັນໃນ ອອສເຕຣເລັຍ.

Australia to halve fuel excise for three months to ease costs

ມັນຕ້ອງໃຊ້ເວລາ ກ່ອນທີ່ສະຖານະການດ້ານນ້ຳມັນຈະດີຂຶ້ນ. Source: Anadolu / Anadolu/Anadolu via Getty Images

ແຕ່ເຖິງແມ່ນວ່າ ການປະກາດຢຸດຍິງ ໃນຕາເວັນອອກກາງ ເບິ່ງຄືວ່າ ຈະຫລຸດຜ່ອນຄວາມເຈັບປວດ ຂອງຜູ້ຂັບຣົດທີ່ປ້ຳນ້ຳມັນ, ໂດຍທີ່ Iran ໄດ້ຕົກລົງທີ່ຈະອະນຸຍາດ ໃຫ້ກໍາປັ່ນຜ່ານ Strait of Hormuz. ແຕ່ຣັດຖະບານ ກໍາລັງຮຽກຮ້ອງ ໃຫ້ຢູ່ໃນຄວາມສງົບອີກ, ໂດຍກ່າວວ່າ ການຈັດຫານ້ຳມັນ ຍັງຫມັ້ນຄົງຈົນເຖິງເດືອນພຶດສະພາ, ເນື່ອງຈາກພະຍາຍາມ ສົ່ງເສີມການຈັດຫາ ຈາກພັນທະມິດນາໆຊາດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ສະຖານະການດ້ານນ້ຳມັນໃນ ອອສເຕຣເລັຍ.

ການປະກາດຢຸດຍິງ ໃນຕາເວັນອອກກາງ ເບິ່ງຄືວ່າ ຈະຫລຸດຜ່ອນຄວາມເຈັບປວດ ຂອງຜູ້ຂັບຣົດທີ່ປ້ຳນ້ຳມັນ, ໂດຍທີ່ Iran ໄດ້ຕົກລົງທີ່ຈະອະນຸຍາດ ໃຫ້ກໍາປັ່ນຜ່ານ Strait of Hormuz.

ແຕ່ເຖິງແມ່ນວ່າ ການຢຸດຍິງຈະດໍາເນີນຕໍ່ໄປ, ມັນອາດເປັນໄປໄດ້ວ່າ ການຫລຸດລາຄາ ແລະຜົນກະທົບຕໍ່ໂລກ ກໍອາດໃຊ້ເວລາດົນນານ.

ຣັດຖະບານ ກໍາລັງຮຽກຮ້ອງ ໃຫ້ຢູ່ໃນຄວາມສງົບອີກ, ໂດຍກ່າວວ່າ ການຈັດຫານ້ຳມັນ ຍັງຫມັ້ນຄົງຈົນເຖິງເດືອນພຶດສະພາ, ເນື່ອງຈາກພະຍາຍາມ ສົ່ງເສີມການຈັດຫາ ຈາກພັນທະມິດນາໆຊາດ.

Rayane Tamer ແລະ Tee Mitchellລາຍງານ.

ຕໍາຫລວດໃນຫຼາຍເຂດ ກຳລັງເຕືອນເຖິງການລັກຂໂມຍນ້ຳມັນ ທີ່ເພີ່ມຂຶ້ນຢ່າງຫຼາຍ ໃນຂນະທີ່ວິກິດນ້ຳມັນເກີດຂຶ້ນ-ແຕ່ການບັນເທົາ ດ້ານລາຄາ ອາດກຳລັງຈະມາເຖິງ.

ສະຫະຣັດອາເມຣິກາ, ອິດສະຣາເອລ ແລະ Iran ໄດ້ບັນລຸຂໍ້ຕົກລົງຢຸດຍິງຊົ່ວຄາວ ເປັນເວລາສອງອາທິດ ຫລັງຈາກປະທານາທິບໍດີ Donald Trump ໄດ້ຢຸດການຂູ່ ທີ່ຈະລະເບີດໂຄງສ້າງພື້ນຖານຂອງ

ນາຍົກຣັດຖະມົນຕີ Anthony Albanese ໄດ້ວິພາກວິຈານ Mr Trump ທີ່ກ່າວວ່າ "ອະຣິຍະທັມທັງຫມົດຈະຕາຍ" ຖ້າຫາກ Iran ບໍ່ຕົກລົງ.

"ຂ້າພະເຈົ້າຄິດວ່າ ມັນບໍ່ເຫມາະສົມ. ຄວາມສາມາດຂອງການທໍາລາຍ ໂຄງສ້າງພື້ນຖານຂອງພົນລະເຮືອນ ເປັນຄໍາຖແລງທີ່ບໍ່ທັມມະດາ."

... ພ້ອມກັບຜູ້ນໍາພັກ National, Matt Canavan:

"ຄຳເວົ້າຂອງປະທານາທິບໍດີມື້ຄືນນັ້ນ ແມ່ນໂພດເກີນໄປ ແລະເກີນກວ່າທີ່ຈະຍອມຮັບໄດ້."

ແຕ່ຂ່າວທີ່ວ່າ Iran ຈະເລີ່ມອະນຸຍາດ ໃຫ້ເຮືອນ້ຳມັນຜ່ານ Strait of Hormuz ສັນຍາວ່າ ຈະໃຫ້ຜູ້ຂັບຣົດຂອງອອສເຕຣເລັຍ ພໍຫັນໃຈໄດ້.

ເຖິງແມ່ນຈະມີຄວາມຄືບໜ້າເຫລົ່ານີ້, ແຕ່ຍັງມີຄໍາຖາມ ກ່ຽວກັບຂອບເຂດຂອງການຢຸດຍິງ-ເນື່ອງຈາກອິດສະຣາເອລ ຂັດແຍ່ງກັບຜູ້ໄກ່ເກັ່ຍຄົນສໍາຄັນຂອງ Pakistan, ໂດຍກ່າວວ່າ ການສູ້ຮົບໃນເລບານອນ ບໍ່ໄດ້ຢູ່ພາຍໃຕ້ເງື່ອນໄຂ.

ແລະເຖິງແມ່ນວ່າ ການຢຸດຍິງຈະດໍາເນີນຕໍ່ໄປ, ແຕ່ຄວາມບັນເທົາດ້ານລາຄານ້ຳມັນ ອາດໃຊ້ເວລາຫລາຍອາທິດ ກ່ອນຈະມາຮອດ.

Peter Khoury ເປັນຫົວຫນ້າຝ່າຍສື່ສານຂອງ NRMA.

"ເຮົາຕ້ອງຈື່ໄວ້ວ່າ ປ້ຳນ້ຳມັນໃນປະຈຸບັນນີ້ ຍັງຂາຍນ້ຳມັນ ທີ່ເຂົາເຈົ້າຊື້ໃນລະດັບສູງເປັນປວັດການ. ສະນັ້ນ, ມັນຈະຕ້ອງໃຊ້ເວລາສໍາລັບສິ່ງນັ້ນ. ພວກເຮົາຍັງຢາກໃຫ້ແນ່ໃຈວ່າ ການຫລຸດພາສີນັ້ນ ຈະຖືກສົ່ງຕໍ່ ນອກເຫນືອຈາກການຕົກລົງ ຂອງລາຄາຂາຍສົ່ງ ທີ່ອາດເກີດຂຶ້ນອີກບໍ່ເທົ່າໃດມື້ ແລະບໍ່ເທົ່າໃດອາທິດຂ້າງຫນ້າ."

ການຜລິດອາດໄດ້ຮັບຜົນກະທົບໃນໄລຍະຍາວ ຈາກຄວາມເສັຍຫາຍຕໍ່ໂຄງສ້າງພື້ນຖານ ດ້ານພະລັງງານ ໃນຕາເວັນອອກກາງ ທີ່ທັງສອງຝ່າຍໄດ້ຮັບ ໃນຊ່ວງສົງຄາມ.

ນາຍົກຣັດຖະມົນຕີຂອງ Queensland, David Crisafulli, ກໍາລັງຮຽກຮ້ອງຣັດຖະບານ ໃຫ້ເພີ່ມການຜລິດໃນປະເທດ ໂດຍການສ້າງແຫຼ່ງນ້ຳມັນໃຫມ່ຢ່າງໄວ, ຊຶ່ງຈະເປັນການອະນຸມັດໃຫມ່ ເທື່ອທໍາອິດ ໃນຮອບເຄິ່ງສັດຕະວັດ.

"ພວກເຮົາສາມາດເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ສິ່ງນີ້ດໍາເນີນຕໍ່ໄປໄດ້. ແລະມັນເປັນໂອກາດຢ່າງຫລາຍ ສໍາລັບພວກເຮົາໃນ Queensland ແລະໃນປະເທດ, ແລະພວກເຮົາ ໄດ້ເຫັນໃນບໍ່ດົນມານີ້ວ່າ ພວກເຮົາຢູ່ໃນຈຸດສຸດທ້າຍ ຂອງສາຍໂສ້ການລຳລຽງ ໃນລະດັບໂລກ ແລະມັນເຮັດໃຫ້ພວກເຮົາອ່ອນແອແທ້ໆ."

ໃນບັນດາຜູ້ທີ່ອ່ອນແອທີ່ສຸດ ຈາກການເພີ່ມຂຶ້ນຂອງລາຄາ ແມ່ນຜູ້ຂັບຣົດບັນທຸກ ຂອງອອສເຕຣເລັຍ, ແລະເຂົາເຈົ້າກໍາລັງຕໍ່ສູ້ ກັບຄນະFair Work Commission.

ເຂົາເຈົ້າ ຮຽກຮ້ອງໃຫ້ຜູ້ຂາຍຍ່ອຍ, ຜູ້ຜລິດ ແລະບໍຣິສັດຂຸດຄົ້ນບໍ່ແຮ່ ໃຫ້ຊ່ອຍຮັບພາລະທີ່ຫນັກຫນ່ວງນີ້ຫລາຍຂຶ້ນ ຈາກຄວາມກົດດັນຂອງລາຄານ້ຳມັນ.

Michael Kaine ເປັນເລຂາແຫ່ງຊາດ ຂອງສະຫະພາບພະນັກງານຂົນສົ່ງ(the Transport Workers Union).

"ຖ້າຫາກເຮົາບໍ່ສາມາດຄວບຄຸມວິກິດນີ້ ແລະຮັບມືກັບມັນ, ແລ້ວການຂົນສົ່ງທາງຖນົນ ກໍຈະຢຸດລົງ."

ໃນຂນະດຽວກັນ, ຣັດຖະບານ ກໍກໍາລັງມຸ້ງຫນ້າໄປຫາການສນັບສນູນ ຈາກພັນທະມິດນາໆຊາດ.

ຫລັງຈາກໄດ້ເວົ້າທາງໂທຣະສັບ ກັບນາຍົກຣັດຖະມົນຕີຈີນ Li Qiang, ນາຍົກຣັດຖະມົນຕີ, Anthony Albanese, ຈະເດີນທາງໄປ Singapore ໃນວັນອັງຄານ.

ຣັດຖະມົນຕີ ກະຊວງປ້ອງກັນປະເທດ, Richard Marles, ຈະເດີນທາງໄປຍີ່ປຸ່ນ.

Chris Bowen ຣັດຖະມົນຕີ ພະລັງງານຂອງຣັດຖະບານກາງ ກ່າວວ່າ:

"ພວກເຮົາຍັງມີສ່ວນຮ່ວມຢ່າງເຂັ້ມແຂງ ກັບຄູ່ຄ້າລະຫວ່າງປະເທດຂອງພວກເຮົາ, ໂດຍສະເພາະຢູ່ໃນເອເຊັຍຕາເວັນອອກສຽງໃຕ້, ແລະພວກເຮົາດີໃຈຫລາຍ ທີ່ຄູ່ຄ້າຂອງພວກເຮົາ ໄດ້ຮັບຮູ້ບົດບາດຂອງເຂົາເຈົ້າ ໃນການເປັນຜູ້ຈັດຫາພະລັງງານທີ່ເຊື່ອຖືໄດ້ ໃຫ້ແກ່ອອສເຕຣເລັຍ, ເມື່ອກ່າວເຖິງເຊື້ອໄຟແຫຼວ, ເຊັ່ນດຽວກັບເຂົາເຈົ້າຮັບຮູ້ບົດບາດແລະປວັດສາດຂອງພວກເຮົາ ໃນຖານະຜູ້ຈັດຫາພະລັງງານປະເພດອື່ນໆ ທີ່ເຊື່ອຖືໄດ້."

ລາວກ່າວວ່າ ການຈັດຫານ້ຳມັນ ຂອງອອສເຕຣເລັຍ ຍັງຫມັ້ນຄົງຈົນເຖິງເດືອນພຶດສະພາ, ແລະຈໍານວນສະຖານີບໍຣິການ ທີ່ບໍ່ມີນ້ຳມັນທົ່ວປະເທດ ກໍກໍາລັງຫລຸດຈໍານວນລົງ.

ແນວໂນ້ມ ທີ່ຜູ້ຂັບຣົດຫວັງວ່າ ຈະດໍາເນີນຕໍ່ໄປ.

ລາຍງານໂດຍ Mitchell ແລະ  Rayane Tamer ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now